ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ເຕືອນໃຈເລື່ອງຄວາມຮັກ
ຂຽນເມື່ອ: ມິ.ຖ.. 7, 2010 | ມີ
8 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
ການທີ່ຮັກ ແລະບໍ່ໄດ້ຮັກຕອບນັ້ນເປັນທຸກແຕ່ສີ່ງທີ່ເປັນທຸກຫຼາຍກ່ວາ ຄືການຮັກໃຜຄົນໜື່ງແຕ່ບໍ່ມີຄວາມກ້າພໍທີ່ຈະບອກໃຫ້ຄົນໆນັ້ນຮູ້ ແລະຕ້ອງມາເສຍໃຈພາຍຫລັງ
ພະເຈົ້າອາດຕ້ອງການເຮັດໃຫ້ເຮົາພົບກັບຄົນທີ່ບໍ່ແມ່ນເນື້ອຄູ່ເຮົາ ກ່ອນທີ່ຈະເຮັດໃຫ້ເຮົາມາພົບກັບຄົນທີ່ເປັນເນື້ອຄູ່ເພື່ອເວລາພົບກັບຄົນໆນັ້ນແລ້ວ ເຮົາຈະຮູ້ສຶກຊາບຊຶ້ງເຖິງພອນທີ່ທ່ານປະທານ
ຄວາມຮັກຄືຄວາມຮູ້ສຶກທີ່ເຈົ້າຍັງເປັນຮ່ວງໃຜຄົນໜື່ງຢູ່ ເຖິງວ່າຈະແຍກຄວາມຮູ້ສຶກຫຼົງໄຫຼອອກໄປກໍ່ຕາມ
ສີ່ງທີ່ເສົ້າໃຈໃນຊີວິດ ຄືການພົບຄົນທີ່ມີຄວາມໝາຍສຳຫຼັບເຮົາ ແຕ່ມາຄົ້ນພົບພາຍຫັລງວ່າເຮົາບໍ່ໄດ້ຖືກກຳນົດເພື່ອສີ່ງນັ້ນ ແລະຕ້ອງປ່ວຍໃຫ້ມັນຜ່ານໄປ
ເມື່ອປະຕູແຫ່ງຄວາມສຸກປິດລົງ ປະຕູຄວາມສຸກບານອື່ນກໍ່ຈະເປີດຂື້ນແຕ່ຕົວເຮົາກະມົວແຕ່ເບີ່ງປະຕູທີ່ປິດລົງໄປແລ້ວ ຈົນເບີ່ງບໍ່ເປັນປະຕູທີ່ເປີດລໍຖ້າເຮົາຢູ່
ເພື່ອນທີ່ດີທີ່ສຸດຄືຄົນທີ່ສາມາດນັ່ງຢູ່ລະບຽງກັບເຮົາແລະບໍ່ເວົ້າຫຍັງຈັກຄຳ ແຕ່ສາມາດຍ່າງຈາກໄປດ້ວຍຄວາມຮູ້ສຶກວ່າໄດ້ລົມກັນຢ່າງປະທັບໃຈ
ເປັນຄວາມຈິງທີ່ເຮົາບໍ່ສາມາດຮູ້ເລີຍວ່າເຮົາມີຫຍັງຢູ່ໃນມືຈົນກ່ວາເຮົາຈະສູນເສຍມັນໄປ
ການມອບຄວາມຮັກທັງໝົດໃຫ້ກັບຄົນໆໜື່ງບໍ່ໃດ້ເປັນຫຼັກປະກັນວ່າເຂົາຈະຮັກເຮົາຕອບ ຢ່າຫວັງທີ່ຈະໃດ້ຮັກຕອບ ແຕ່ລໍຖ້າໃຫ້ມັນງອກງາມຂື້ນ ຢູ່ໃນຫົວໃຈເຂົາ ແຕ່ຖ້າວ່າມັນບໍ່ເປັນແນວນັ້ນໃຫ້ເຮົາພໍໃຈວ່າຢ່າງນ້ອຍມັນກະງອກງາມຂື້ນໃນຫົວໃຈຂອງເຮົາເອງ
ມີສີ່ງທີ່ເຈົ້າຕ້ອງການຢາກໄດ້ຍິນ ແຕ່ເຈົ້າບໍ່ໄດ້ຍິນມັນຈາກປາກຂອງຄົນທີ່ເຈົ້າຢາກໄດ້ຍິນ ແຕ່ຢ່າເຮັດຄືຕົນເອງເປັນຄົນຫູນວກໂດຍບໍ່ຮັບຟັງສີ່ງນັ້ນ ຈາກຄົນທີ່ເຂົາບອກກັບເຈົ້າຈາກຫົວໃຈ
ຢ່າບອກລາຖ້າເຈົ້າຍັງຕ້ອງການທີ່ຈະພະຍາຍາມຕໍ່ໄປ ຢ່າທໍ້ໃຈຖ້າເຈົ້າຍັງຮູ້ສຶກວ່າໄປໄຫວ ຢ່າເວົ້າວ່າເຈົ້າບໍ່ຮັກຄົນໆນັ້ນອີກແລ້ວ ຖ້້າເຈົ້າຍັງບໍ່ສາມາດທຳໃຈ
ການທີ່ເຮົາປະທັບໃຈຄົນໆໜື່ງນັ້ນໃຊ້ເວລາພຽງໜື່ງນາທີ ການທີ່ເຮົາຈະຮັກຄົນໆໜື່ງ
ໃຊ້ເວລາແຕ່ໜື່ງຊົ່ວໂມງ ແຕ່ການທີ່ຈະໃຫ້ລືມຄົນໆນັ້ນໃຊ້ເວລາ ຊົ່ວຊີວິດ
ຢ່າເບີ່ງຄົນທີ່ໜ້າຕາເພາະເຂົາອາດເຕວະເຮົາໄດ້ ຢ່າເບີ່ງຄົນຈາກຄວາມລ້ຳລວຍ ເພາະມັນບໍ່ຢັ້ງຢືນ ໃຫ້ເບີ່ງຄົນທີ່ເຮັດໃຫ້ເຈົ້າຍີ້ມໄດ້ ເພາະພຽງຍີ້ມດຽວ ສາມາດທີ່ເຮັດໃຫ້ມື້ທີ່ມົວໝອງກາຍເປັນມື້ທີ່ສົດໃສ ຂໍໃຫ້ເຈົ້າພົບກັບຄົບທີ່ເຮັດໃຫ້ເຈົ້າຍິ້ມໄດ້
ໃນຊ່ວງເວລາຂອງຊີວິດທີ່ເຈົ້າຄິດຮອດໃຜຄົນໜື່ງຈົນວ່າຢາກດຶງເຂົາມາຈາກຄວາມຝັນເພື່ອກອດເອົາ ຂໍໃຫ້ເຈົ້າຝັນເຖິງຄົນພິເສດນັ້ນ
ຝັນເຖິງສີ່ງທີ່ທ່ານຕ້ອງການ ຝັນໄປໃນບ່ອນທີ່ເຈົ້າຢາກໄປ ເປັນໃນສີ່ງທີ່ເຈົ້າຢາກເປັນ ເພາະເຈົ້າມີພຽງຊີວິດດຽວ ແລະມີໂອກາດດຽວທີ່ເຈົ້າຈະເຮັດ ທຸກສີ່ງ
ທີ່ເຈົ້າຕ້ອງການ
ຂໍໃຫ້ເຈົ້າມີຄວາມສຸກຫຼາຍໆແລະພຽງພໍທີ່ຈະແບ່ງປັນໃຫ້ກັບຄົນໆນັ້ນ.
ກັບໄປໄດອາຣີ່ຂອງ ເພັດ
ແຈ້ງເນື້ອຫາບໍ່ເໝາະສົມ
ຄຳເຫັນ (
8
)
ທ່ານແນ່ໃຈບໍ່ວ່າຈະລຶບຄຳເຫັນນີ້ຖິ້ມ?
ເພັດ
ເບິ່ງທັງໝົດ
ອ່ານຄືນຫຼັງ
2011
(1)
2010
(5)
ໝວດໝູ່
ຄວາມຮັກ
(1)
ເລື່ອງຕະລົກ/ຊວນຫົວ
(2)
ອື່ນ ໆ
(2)
ໃຫ້ກຳລັງໃຈ
(1)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ