ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2013 | ມີ 16 ຄຳເຫັນ ແລະ 0 trackback(s)

 ໃນຊີວິດນີ້ ມັນຊ່າງມາອາພັບແທ້ເດ້  ມີແຕ່ເລື່ອງລາວສີ່່ງທີບໍ່ດີເຂົ້າມາໃນຊີວິດ

ຂ້ອຍຄິດບໍ່ອອກແລ້ວ ,ເມື່ອຍກາຍ ,ເມື່ອຍໃຈ....ໃຈຈະຂາດຕາຍຢູ່ແລ້ວ...... ຍາມທໍ້ແທ້ຄືສະພາບແບບນີ້

ຍາກໄດ້ໃຜຄົນໜື່ງເປັນກຳລັງໃຈ ຢືນຂ້າງກາຍ .....ຮ່ວມທຸກຮ່ວມສຸກ ຈະມີຫຼົງເຫຼືອຢູ່ບໍ? ຢາກໃຫ້ມັນພ່ານພົ້ນສີ່ງບໍ່ດີນີ້ໂດຍໄວ............ເມື່ອຍ!!!!!!!!!!!!!!!!!!!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2013 | ມີ 11 ຄຳເຫັນ ແລະ 0 trackback(s)

 

 
ວັນທີ 22 ພຶດສະພາ 2013 - ເວລາ 10:31:26 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້
Divider

 

ປັດ­ຈຸ­ບັນ​ເກີດ​ມີ​ສຽງກະ­ຊິບ­ກະ­ຊາບ​ຈາກ​ບັນດາ​ຄົນ​ໜຸ່ມ​ໂສດ ມະ­ນຸດ​ເງິນ­ເດືອນ​ໃນຕົວ​ເມືອງ​ໃຫຍ່​ທັງ­ຫຼາຍ ​ທີ່​ຈົ່ມ​ເຖິງ​ຄວາມ​ນ້ອຍເນື້ອ​ຕ່ຳ​ໃຈ​ວ່າ ຊົ່ວ​ຊີ­ວິດ​ນີ້​ຄົງ​ບໍ່​ມີ​ໂອ­ກາດ​ຫາ​ເງິນ​ມາ​ແຕ່ງງານ​ໄດ້​ອີກ​ແລ້ວ ເຖິງ​ແມ່ນ​ວ່າ​ຈະ​ມີ​ແຟນ​ຮັກ​ກັນ​ພຽງ​ໃດ​ກໍຕາມ ເມື່ອ​ຈະ​ໝັ້ນ​ໝາຍ​ເອົາ­ກັນ​ເປັນ​ຄູ່​ຜົວ​ເມຍ​ແທ້ໆ ​ກັບ​ໄປ​ມີບັນ­ຫາ​ງໍ້​ງ່ຽງ​ຢູ່​ບ່ອນງານ​ລ້ຽງ​ຫຼັງ​ພິ­ທີ​ບາ­ສີ­ສູ່­ຂວັນ ເຊິ່ງ​ສ່ວນໃຫຍ່​ເກືອບ​ກາຍ­ເປັນ​ປະ­ເພ­ນີ​ຫຼັກ​ ຄື​ຈັດ​ງານລ້ຽງ​ຢູ່​ໂຮງ­ແຮມ ພັດ​ຕາ​ຄານ​ໃຫຍ່ ມີ​ອາ­ຫານ ເຄື່ອງ​ດື່ມ ເຫຼົ້າ​ຍີ່­ຫໍ້​ດັງ​ຈາກຕ່າງ­ປະ­ເທດ ເພື່ອ​ເປັນ​ການ​ຢືນ­ຢັນ​ເຖິງ​ຄວາມ​ມີ­ໜ້າມີ​ຕາ ແລະ ກຽດ​ສັກ​ສີ ສ່ວນ​ການ​ຈັດແບບ​ປະ­ຢັດ​ທັດ​ທ່ຽງ​ຢູ່ເຮືອນ ຢູ່​ບ້ານ ຕາມ​ປະ­ເພ­ນີ​ເດີມ​ນັ້ນ ຍັງ​ບໍ່​ທັນ​ມີ​ຜູ້​ພາ​ເຮັດເປັນແບບ­ຢ່າງ​ເລີຍ ນອກ­ຈາກ​ເຮັດ​ແບບ​ອະ­ພິ​ມະ­ຫາ​ແຕ່ງ­ງານກັນ​ທັງ​ນັ້ນ.

ຈາກ​ຈຸດ​ນີ້ ສະ­ທ້ອນ​ໄປ​ເຖິງ​ແນວ​ຄິດ​ຈິດ­ໃຈ​ຂອງ​ຜູ້​ຄົນ​ຢູ່​ບໍ່ໜ້ອຍ ເນື່ອງ​ຈາກ​ການຈັດ​ແບບ​ດັ່ງ­ກ່າວ ຜູ້​ໃດ​ກໍ​ເຮັດ​ກັນ​ມາແລ້ວ ຖ້າ​ບໍ່​ເຮັດ​ຄື່​ເພິ່ນ​ ຮູ້­ສຶກ​ວ່າ​ມັນ​ບໍ່​ຄັກ ເບິ່ງອີກ​ດ້ານ​ໜຶ່ງ ຄື​ເປັນ​ການ​ບໍ່​ໃຫ້​ກຽດ​ແກ່​ຄູ່​ຮັກ​ຂອງ​ຕົນ ບາງ​ຄົນ​ເພື່ອ​ຜ່ານວົງ​ລ້ອມຄວາມ​ຄິດ​ນີ້ ຈຳ­ເປັນ​ຕ້ອງ​ຕັດ­ສິນ​ໃຈ​ກູ້​ໜີ້​ຢືມ​ສິນ ເພາະ​ຊີ­ວິດ​ໜຶ່ງ​ມີ​ເທື່ອ​ໜຶ່ງ​ເທົ່າ​ນັ້ນ ແນ່­ນອນ​ຜົນ​ລັບ​ສຸດ​ທ້າຍອອກ​ມາ ກໍ​ຄື​ກາຍ­ເປັນ​ໜີ້ ທີ່​ບໍ່​ຍອມ​ເປັນ​ອະ­ດີດ​ຕາມ​ມາແບບພວງ​ພະ­ນັງ ແທນ​ທີ່​ຈະ​ໃຫ້​ງານ​ແຕ່ງ​ມີ​ລາ­ສີ ກາຍ­ເປັນ​ລາ­ຄີບັ້ນ​ປາຍ​ຊ້ຳ.

ສິ່ງ​ທີ່​ກ່າວ​ມາ​ນັ້ນ​ເປັນ​ມຸມ​ໜຶ່ງ​ຂອງ​ແບບ­ແຜນ​ຂອງ​ການດຳ­ລົງ​ຊີ­ວິດ​ໃນ​ ຕົວ​ເມືອງໃຫຍ່ ສ່ວນ​ຢູ່​ຕາມ​ບ້ານ​ຕາມ​ຊົນ​ນະບົດ​ທົ່ວ​ໄປ ກໍ​ບໍ່​ໄດ້​ຖື​ໜ້າ​ຕາ​ເປັນ​ບັນ­ທັດ­ຖານດອກ ອັນ​ບັນ­ທັດຖານ​ແຫ່ງ​ຄວາມ​ຮັກ​ທີ່­ແທ້​ຈິງ ແມ່ນ​ມາ​ຈາກ​ຄວາມ​ຈິງ​ໃຈ ການ​ເຂົ້າ­ໃຈ​ກັນ ການ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ບໍ່​ແມ່ນເຫັນ­ແກ່​ຊັບ​ສິນ​ເງິນ​ຄຳ ຫຼື ສິນສອດ ຄ່າ​ແກ່ວ​ຄ່າ​ດອງ ແລະ ໜ້າ​ຕາ​ປະ­ການ​ໃດ ສຳ­ຄັນ​ທີ່​ກາຍ​ເປັນ­ຄວາມ​ໝັ້ນ­ຄົງໃຫ້​ແກ່ປະ­ເທດ​ຊາດ​ບ້ານ​ເມືອງ​ນັ້ນ ແມ່ນ​ການ​ຫຍັບ​ຄອບ­ຄົວ​ພີ່­ນ້ອງທັງ​ສອງ​ຝ່າຍ ເຊິ່ງ​ບໍ່​ຮູ້​ກັນ​ມາ​ກ່ອນ ໄດ້​ກາຍ​ມາ​ເປັນ​ພີ່­ນ້ອງທີ່​ມີ​ພັນ­ທະ​ຄວາມ​ຮັກ­ແພງ​ຮ່ວມ​ກັນ ດັ່ງ­ນັ້ນ ຊາຍ​ໜຸ່ມ​ຍິງສາວ​ຍຸກ​ພວກ​ເຮົາ​ເວ­ລາ​ນີ້ ກໍ​ຄື​ຈະ​ບໍ່​ຄິດ​ເອົາ​ຄວາມ​ຮັກ​ຂອງຕົນ​ທີ່​ຕ້ອງ​ໄປ​ຝາກ​ຢູ່​ກັບ​ກຽດ​ສັກ​ສີ ​ທີ່​ເປັນ​ນາມ​ມະ​ທຳ ຕ້ອງ​ຖືເອົາ​ຄວາມ​ຮັກ​ຄວາມ​ຜູກພັນ​ ການ​ເຂົ້າ​ອົກ​ເຂົ້າ­ໃຈ​ມາ​ເປັນ​ສິ່ງເບິ່ງ​ກັນ​ຍາວ​ນານ ແຕ່​ໃນ​ນີ້​ເລື່ອງ​ຊັບ​ສິນ​ເງິນຄຳ​ກໍ​ສຳ­ຄັນ ເພາະ​ມັນ​ເປັນ​ພາ­ຫະ­ນະ​ໃນ​ການ​ສ້າງ​ຄວາມ​ສະ­ດວກ​ຄ່ອງຕົວ ແຕ່​ບໍ່ຄວນ​ໃຫ້​ມັນ​ເປັນ​ກຳ­ແພງ​ກີດ​ກັນແຍກ​ຄວາມ​ຮັກ ທີ່​ເກີດ​ຈາກ​ຄວາມ​ຈິງ​ໃຈ​ໃຫ້​ສິ້ນສຸດ​ກັນ​ໄປ​ຊົ່ວ​ກາ­ລະ​ນານ.

ແຕ່​ເຖິງ​ຢ່າງ­ໃດ​ກໍ​ດີ ຈົ່ງ​ເຂົ້າ­ໃຈ​ວ່າ ອະ­ນາ­ຄົດ​ປະ­ເທດຊາດ​ຢູ່​ໃນ​ກຳ­ມື​ເຮົາ ຖ້າ​ເຮົາປະ­ພຶດ​ໃນ​ທາງ​ຖືກ­ຕ້ອງ​ກໍ​ຄົງ​ບໍ່​ມີໃຜ​ເວົ້າ​ວ່າ​ທານ­ຂວັນ​ປະ­ການ ​ໃດ ກົງ­ກັນ­ຂ້າມ ຖ້າເຮົາ​ຫາກແລ່ນ​ຕາມ​ກະ­ແສ​ບໍ­ລິ­ໂພກ​ນິ­ຍົມ​ເກີນ​ຕົວ ບາງ­ທີ​ກໍ​ບໍ່​ແນ່​ວ່າຈະ​ສົມ​ຫວັງທຸກ​ຄົນ ຢ່າ​ລືມ​ວ່າ​ປະ­ເທດ​ທີ່​ພັດ­ທະ­ນາ​ແລ້ວ ງານ​ລ້ຽງ​ພິ­ທີ​ແຕ່ງ­ດອງ​ກໍ​ບໍ່​ໄດ້​ໃຫຍ່ໂຕ​ລະ­ໂຫ­ຖານ ​ພໍ­ປະ­ມານເຂົາ​ເຊີນ​ແຕ່​ຍາດ­ຕິ​ພີ່­ນ້ອງ ເພື່ອນ​ມິດ​ໃກ້­ຊິດ​ເທົ່າ​ນັ້ນ ເພື່ອເປັນ​ສີ​ລິ​ມຸງ­ຄຸນ ສັກ­ຂີ​ພະ­ຍານ ບໍ່​ມີ​ເຈດ​ຕະ​ນາ​ຈະ​ໃຫ້​ກາຍເປັນ​ວິ​ວາ​ພາ­ນິດປະ­ການ​ໃດ ບາງ­ເທື່ອ​ຖ້າ​ຈັດ​ແບບ​ກະ­ທັດ​ຮັດປະ­ຢັດ​ພໍ­ດີ ຈະ​ເປັນ​ການ​ດີ​ຊ້ຳ ເພາະຈັດ​ໃຫຍ່​ເກີນ​ຕົວ​ເປັນການ​ຝືນ​ຄວາມ​ຮູ້­ສຶກ ເນື່ອງ​ຈາ​ກວ່າ ປະ­ເທດ​ເຮົາ​ຍັງ​ເປັນ​ປະເທດ​ທຸກ​ຍາກ ບໍ່​ທັນ​ຫຼຸດ​ພົ້ນ​ອອກ​ຈາກ​ສະ­ພາບ​ດ້ອຍ​ພັດ​ທະນາ ບາງ­ເທື່ອ​ຄົນຕ່າງ­ປະ­ເທດ​ມາ​ເຫັນ​ທາງ​ພິ­ທີ­ການ​ແລ້ວ ອາດ​ຈະ​ຊົມ­ເຊີຍ ແຕ່​ທາງ​ຈິດ­ໃຈ​ບາງ­ທີອາດ​ຈະ​ວ່າ​ແນວ­ໃດແນວ​ໜຶ່ງ​ກໍ​ອາດ​ເປັນ​ໄດ້ ສິ່ງ​ສຳ­ຄັນ​ບໍ່​ຢາກ​ໃຫ້​ເລື່ອງ​ນີ້ ກາຍເປັນ​ພຶດ­ຕິ​ກຳ​ປະ­ຈຳ​ຕົວ ເປັນ​ຮີດ­ຄອງ ກໍ​ຕ້ອງ​ມີ​ຜູ້​ພາ​ເຮັດ ມີລະ­ບຽບ​ຄັກ­ແນ່.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 27, 2013 | ມີ 11 ຄຳເຫັນ ແລະ 0 trackback(s)


ເປັນຄຳເວົ້າຕິດຫູໃນໝູ່ນັກສຶກສາ ມ.ຊ ທີ່ເອີ່ຍເຖິງນັກສຶກສາຈາກຕ່າງແຂວງ ຫຼື ນະຄອນຫຼວງ ທີ່ບໍ່ຕັ້ງໃຈຮ່ຳຮຽນສົມກັບ
ການຊຸກຍູ້ສົ່ງເສີມຈາກພໍ່ແມ່ບັງເກີດເກົ້າ.
ຜູ້ຂຽນສັງເກດເບິ່ງວ່າ ຄຳເວົ້ານັ້ນມີສ່ວນຖືກໃນບາງກໍລະນີທໍ່ນັ້ນ ແຕ່ມີອີກສ່ວນຫຼວງຫຼາຍແມ່ນຕັ້ງໃຈຮ່ຳຮຽນບຸກບືນແທ້ໆ...
ແຕ່ກໍໜ້າເຫັນໃຈນັກສຶກສາສະໄໝນີ້ ມັນມີຄວາມຕ້ອງການໃຊ້ເງິນຫຼາຍ ເພາະການຮຽນດຽວນີ້ ບໍ່ຄືແຕ່ກ່ອນ ສະແດງອອກ
ຈະແຈ້ງແມ່ນຈຳນວນນັກສຶກສາມີຫຼາຍ ແຕ່ຄູ-ອາຈານມີໜ້ອຍ.
ມີນັກສຶກສາປີສຸດທ້າຍເລົ່າສູ່ຟັງວ່າ: ການທີ່ຈະເສັງຜ່ານວິຊາໃດໜຶ່ງລຳບາກ ກວ່າຈະໄດ້ຕ້ອງໃຊ້ທຸກວິທີທາງ ບໍ່ຊັ້ນບໍ່ມີ
ເງື່ອນໄຂຂຽນບົດຈົບຊັ້ນ ອາຈານບາງທ່ານໃຈດີ ! ບາງທ່ານກໍມີເງື່ອນໄຂ ສະນັ້ນ ປະຕິເສດບໍ່ໄດ້ທີ່ຈະມີການໃຊ້ຈ່າຍຢ່າງ
ໜ້ອຍສຸດກໍໂຮມເງິນກັນລ້ຽງເຂົ້າ ກະເກນກັນໄປອອກແຮງງານຊ່ວຍວຽກຄອບຄົວເພິ່ນ.
ຫຼັງຈາກນັ້ນ ກໍຕ້ອງຊອກຫາອາຈານທີ່ປຶກສາເພື່ອຂຽນບົດ ? ຊອກລົງເຝິກຫັດເກັບກຳຂໍ້ມູນເພື່ອຂຽນບົດ ສະຫຼຸບແລ້ວມີແຕ່
ການໃຊ້ເງິນທັງນັ້ນ ! ບໍ່ຫຼາຍກໍໜ້ອຍ ປະຕິເສດຍາກ.
ອັນນັ້ນແມ່ນເງື່ອນໄຂທີ່ຕ້ອງປະຕິບັດນໍ ? ສ່ວນສະພາບແວດລ້ອມກໍບໍ່ແມ່ນຂອງຄ່ອຍ ! ມີໂອກາດໄປສຳພັດ ຜູ້ຂຽນກໍເຫັນ
ວ່າ ຮ້ານຄ້າ-ຂາຍ ເປັນຕົ້ນ ເຄື່ອງດື່ມມຶນເມົາ ຍັງມີຫຼາຍອ້ອມຫໍພັກ ມ.ຊ ວິທະຍາເຂດດົງໂດກ ຕົກຕອນຫົວແລງຄ້ອຍຄ່ຳ
ຈະເຫັນພວກນັກສຶກສາທະຍອຍເຂົ້າມານັ່ງກິນ-ນັ່ງດື່ມ ຮ້ອງລຳທຳເພງ ໂດຍສະເພາະແລງວັນສຸກ ຫຼາຍກວ່າວັນອື່ນໆ ແຕ່
ດຽວນີ້ປ່ຽນ ບໍ່ນຸ່ງຊຸດນັກສຶກສາ ແຕ່ນຸ່ງໂສ້ງຂາສັ້ນ (ຜູ້ຍິງ) ເປັນສ່ວນຫຼາຍ ດື່ມນ້ຳເມົາ... ການນຸ່ງຖືຍົ້ວຍວນກວນໃຈ ກໍເປັນ
ອີກສາເຫດໜຶ່ງຂອງປະກົດການຫຍໍ້ທໍ້.
ສັງລວມແລ້ວນັກສຶກສາຜູ້ໜຶ່ງກວ່າຈະຮຽນຈົບຕ້ອງທຸ່ນທ່ຽງ ແລະ ອົດທົນທີ່ສຸດ ເພາະໄດ້ຕໍ່ສູ້ກັບຊີວິດທີ່ລຳບາກແລະ ຍາກ
ທີ່ຈະຜ່ານຜ່າອອກມາເປັນບັນດິດຜູ້ໜຶ່ງ... ຫຼາຍຄົນໄປບໍ່ສຸດທາງ... ເພາະສູ້ກັບການຈ່າຍເງິນ ສູ້ກັບສະພາບແວດລ້ອມທີ່
ຈະແກ່ດຶງລົງເຫວ-ລົງຂຸມນາຮົກ.
ເປັນຫ່ວງທີ່ສຸດແມ່ນເພດຍິງ ! ສົງສານທີ່ສຸດແມ່ນຜູ້ຂາຍຄວາຍ.
ໂດຍ: ແນວລາວ

(ຄັດຈາກວຽງຈັນໃໝ່ອອນລາຍ)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2013 | ມີ 18 ຄຳເຫັນ ແລະ 0 trackback(s)

ວັນທີ 03 ມັງກອນ 2013 - ເວລາ 11:34:42
ຄັດຈາກໜັງສືພີມວຽງຈັນໃໝ່ ອອນລາຍ

 

ເກີດເຫດນັກຮຽນມັດທະຍົມໂພນຕ້ອງຕີກັນ ແລ້ວໃຊ້ມີດແທງກັນເສຍຊີວິດ ຜູ້ເຄາະຮ້າຍຊື່ທ້າວ ສີປະພອນ ອາຍຸ 15 ປີ ນັກຮຽນຊັ້ນ
ມ2 ບ້ານດົງໝ້ຽງ ເມືອງຈັນທະບູລີ ເຫດການບໍ່ຄາດຄິດນີ້ເກີດຂຶ້ນເວລາປະມານ 12:00 ໂມງຂອງວັນທີ 14 ທັນວາ 2012 ທີ່ຜ່ານມາ
ຜູ້ລົງມືກໍ່ເຫດຊື່ທ້າວ ວິຈິດ ອາຍຸ 14 ປີ ນັກຮຽນ ມ3 ຢູ່ ບ້ານໜອງທາໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ: ໃນມື້ເກີດເຫດເວລາ 9:00 ໂມງ ທ້າວ ສີປະພອນ
(ຜູ້ເສຍຊີວິດ) ໄດ້ເຕະກະຕໍ້ກັບໝູ່ທີ່ເດີ່ນຂອງໂຮງຮຽນ ໃນເວລານັ້ນ ທ້າວ ວິຈິດ ກໍໄດ້ຢືນເບິ່ງຢູ່ໜ້າຫ້ອງຮຽນ ແລະ ເກີດມີການເວົ້າສຽດ
ສີກັນ ພ້ອມທັງໃຊ້ຄຳເວົ້າບໍ່ສຸພາບ ຈາກນັ້ນ ທ້າວ ວິຈິດ ໄດ້ຍ່າງໄປຖາມທ້າວ ສີປະພອນ ວ່າ: ໄດ້ເວົ້າໃຫ້ຂ້ອຍແມ່ນບໍ່ ? ທ້າວ ສີປະ
ພອນ ເລີຍຕອບວ່າແມ່ນແລ້ວ ແລະ ຍັງໄດ້ທ້າທາຍໃສ່ຜູ້ກ່ຽວວ່າ “ມຶງຊີຕີດ່ຽວບໍ່? ” ຫຼັງຈາກນັ້ນ ທ້າວ ວິຈິດ ບໍ່ຕອບຫຍັງ ແລ້ວຍ່າງກັບ
ຫ້ອງຮຽນ ແລະ ບອກໃຫ້ທ້າວ ຄຳສອນ ຍ່າງໄປບອກທ້າວ ສີປະພອນ ວ່າ: “ ສິ່ງທີ່ຜ່ານມາແລ້ວກໍໃຫ້ມັນແລ້ວໄປ” ແຕ່ຜູ້ກ່ຽວບໍ່ຍອມ
ຈາກນັ້ນ ທ້າວ ວິຈິດ ໄດ້ຍ່າງໄປຫາຜູ້ຕາຍ ແລະ ຖາມວ່າ: “ຊີຕີດ່ຽວກັບກູ້ແທ້ບໍ່?” ຈາກນັ້ນທັງສອງຈຶ່ງໄດ້ນັດຕີກັນຢູ່ສະໜາມຕີດອກ
ປີກໄກ່ໃກ້ກັບໂຮງຮຽນ ຫຼັງຈາກນັ້ນ ທ້າວ ວິຈິດ ໄດ້ກັບບ້ານໄປເອົາມີດ ພໍຮອດເວລາເລີກຮຽນ ທ້າວ ວິຈິດ ໄດ້ມາຢືນຖ້າຢູ່ຈຸດນັດກັນ
ເມື່ອທ້າວ ສີປະພອນ ມາຮອດກໍໄດ້ເລີ່ມລົງມືຕີ ເຊິ່ງຕ່າງຝ່າຍກໍຕ່າງທຸບຕີກັນ ແລະ ມີໝູ່ມາຢືນເບິ່ງ ແຕ່ໃນຂະນະນັ້ນ ທ້າວ ວິຈິດ ໄດ້
ຈົກເອົາມີດອອກມາແທງເຂົ້າໜ້າເອິກຂອງທ້າວ ສີປະພອນ ຈົນເລືອດໄຫຼອອກຫຼາຍ ແລະ ຜູ້ກ່ຽວກໍໄດ້ເສຍຊີວິດໃນເວລາທີ່ກຳລັງນຳ
ສົ່ງໄປໂຮງໝໍ.
ຄະດີຄາດຕະກຳລາຍນີ້ ເຈົ້າໜ້າທີ່ກອງສືບສວນ-ສອບສວນຄະດີອາຍາ ປກສ ເມືອງຈັນທະບູລີ ຈະໄດ້ມີການສອບສວນຢ່າງລະອຽດ
ຕື່ມ ເພື່ອສະຫຼຸບສຳນວນຄະດີສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມກົດໝາຍ.
ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 14 ຄຳເຫັນ ແລະ 0 trackback(s)

ຄັ້ງໜື່ງໄດ້ໄປເຮັດວຽກຢູ່ເມືອງໜື່ງຂອງແຂວງພາກໃຕ້ລາວເຮົາ .ນີ້ແມ່ນສີ່ງທີ່ຂພຈ ນຳມາໃຫ້ເພື່ອນໆໃນພັນລາວເຮົາໄດ້ຊື່ນຊົມ .ເວົ້າລວມແລ້ວສປປລາວຂອງພວກເຮົາ ການພັດທະນາລະຫວ່າງໃນເມືອງແລະຊົນນະບົດ ແມ່ນລຸດໂຕນກັນຫຼາຍ,ເວົ້າສະເພາະແມ່ນຂອບເຂດການສຶກສາ ,ຄົມະນາຄົມ ແລະອື່ນໆ ,ສຳລັບເມືອງ,ບ້ານທີຂພຈໄປເທື່ອນີ້ ແມ່ນຕິດກັບຫວຽດນາມ ຕ້ອງໃຊ້ເວລາຕັ້ງສອງວັນເຕັມໆຈີ່ງໄປຮອດ ເສັ້ນທາງທຸລະການດານ ,ໄຟ້າ,ສັນຍານໂທບໍ່ມີ .ສາທາ ອຸປະໂພກຕ່າງໆບໍ່ຕ້ອງເວົ້າເຖີງເລີຍ .ຕາມການເລົ່າຂອງຊາວບ້ານຢາກໄດ້,ຊື້ຫຍັງກໍ່ຕ້ອງຢ່າງໄປຫວຽດນາມໃຊ້ເວລາຢ່າງປະມານສອງວັນຈີງຮອດ,ຖ້າຢ່າງມາຕົວເມືອງຟ່າຍລາວຕ້ອງໃຊ້ເວລາ15ວັນຈີງຮອດ.ຄວາມຈີງກໍ່ແມ່ນເຊັ່ນນັ້ນແທ້ໆ .ຂະໜາດຂພຈ ຂີ່ລົດບຸນ້ຳບຸຕົມ2ວັນເຕັມໆຈີ່ງຮອດ ,ສີ່ງນີ້ຢາກໃຫ້ພັກລັດເຮົາເອົາໃຈໃສ່ແດ່ ກັບຊົນະບົດ ຢ່າເບີ່ງແຕ່ທາງເຂົ້າບ້ານຂອງຕົນແລະພັກພວກຫຼາຍ .ສົງສານເດັກນ້ອຍ ລູກຫລານຊົນະບົດແດ່...

(ຂໍຂອບໃຈທຸກຄຳເມັ້ນ)