ຂຽນເມື່ອ: ມິ.ຖ.. 9, 2013
| ມີ
11 ຄຳເຫັນ
ແລະ
0 trackback(s)
ປັດຈຸບັນເກີດມີສຽງກະຊິບກະຊາບຈາກບັນດາຄົນໜຸ່ມໂສດ ມະນຸດເງິນເດືອນໃນຕົວເມືອງໃຫຍ່ທັງຫຼາຍ ທີ່ຈົ່ມເຖິງຄວາມນ້ອຍເນື້ອຕ່ຳໃຈວ່າ ຊົ່ວຊີວິດນີ້ຄົງບໍ່ມີໂອກາດຫາເງິນມາແຕ່ງງານໄດ້ອີກແລ້ວ ເຖິງແມ່ນວ່າຈະມີແຟນຮັກກັນພຽງໃດກໍຕາມ ເມື່ອຈະໝັ້ນໝາຍເອົາກັນເປັນຄູ່ຜົວເມຍແທ້ໆ ກັບໄປມີບັນຫາງໍ້ງ່ຽງຢູ່ບ່ອນງານລ້ຽງຫຼັງພິທີບາສີສູ່ຂວັນ ເຊິ່ງສ່ວນໃຫຍ່ເກືອບກາຍເປັນປະເພນີຫຼັກ ຄືຈັດງານລ້ຽງຢູ່ໂຮງແຮມ ພັດຕາຄານໃຫຍ່ ມີອາຫານ ເຄື່ອງດື່ມ ເຫຼົ້າຍີ່ຫໍ້ດັງຈາກຕ່າງປະເທດ ເພື່ອເປັນການຢືນຢັນເຖິງຄວາມມີໜ້າມີຕາ ແລະ ກຽດສັກສີ ສ່ວນການຈັດແບບປະຢັດທັດທ່ຽງຢູ່ເຮືອນ ຢູ່ບ້ານ ຕາມປະເພນີເດີມນັ້ນ ຍັງບໍ່ທັນມີຜູ້ພາເຮັດເປັນແບບຢ່າງເລີຍ ນອກຈາກເຮັດແບບອະພິມະຫາແຕ່ງງານກັນທັງນັ້ນ.
ຈາກຈຸດນີ້ ສະທ້ອນໄປເຖິງແນວຄິດຈິດໃຈຂອງຜູ້ຄົນຢູ່ບໍ່ໜ້ອຍ ເນື່ອງຈາກການຈັດແບບດັ່ງກ່າວ ຜູ້ໃດກໍເຮັດກັນມາແລ້ວ ຖ້າບໍ່ເຮັດຄື່ເພິ່ນ ຮູ້ສຶກວ່າມັນບໍ່ຄັກ ເບິ່ງອີກດ້ານໜຶ່ງ ຄືເປັນການບໍ່ໃຫ້ກຽດແກ່ຄູ່ຮັກຂອງຕົນ ບາງຄົນເພື່ອຜ່ານວົງລ້ອມຄວາມຄິດນີ້ ຈຳເປັນຕ້ອງຕັດສິນໃຈກູ້ໜີ້ຢືມສິນ ເພາະຊີວິດໜຶ່ງມີເທື່ອໜຶ່ງເທົ່ານັ້ນ ແນ່ນອນຜົນລັບສຸດທ້າຍອອກມາ ກໍຄືກາຍເປັນໜີ້ ທີ່ບໍ່ຍອມເປັນອະດີດຕາມມາແບບພວງພະນັງ ແທນທີ່ຈະໃຫ້ງານແຕ່ງມີລາສີ ກາຍເປັນລາຄີບັ້ນປາຍຊ້ຳ.
ສິ່ງທີ່ກ່າວມານັ້ນເປັນມຸມໜຶ່ງຂອງແບບແຜນຂອງການດຳລົງຊີວິດໃນ ຕົວເມືອງໃຫຍ່ ສ່ວນຢູ່ຕາມບ້ານຕາມຊົນນະບົດທົ່ວໄປ ກໍບໍ່ໄດ້ຖືໜ້າຕາເປັນບັນທັດຖານດອກ ອັນບັນທັດຖານແຫ່ງຄວາມຮັກທີ່ແທ້ຈິງ ແມ່ນມາຈາກຄວາມຈິງໃຈ ການເຂົ້າໃຈກັນ ການໃຫ້ກຽດເຊິ່ງກັນ ແລະ ກັນ ບໍ່ແມ່ນເຫັນແກ່ຊັບສິນເງິນຄຳ ຫຼື ສິນສອດ ຄ່າແກ່ວຄ່າດອງ ແລະ ໜ້າຕາປະການໃດ ສຳຄັນທີ່ກາຍເປັນຄວາມໝັ້ນຄົງໃຫ້ແກ່ປະເທດຊາດບ້ານເມືອງນັ້ນ ແມ່ນການຫຍັບຄອບຄົວພີ່ນ້ອງທັງສອງຝ່າຍ ເຊິ່ງບໍ່ຮູ້ກັນມາກ່ອນ ໄດ້ກາຍມາເປັນພີ່ນ້ອງທີ່ມີພັນທະຄວາມຮັກແພງຮ່ວມກັນ ດັ່ງນັ້ນ ຊາຍໜຸ່ມຍິງສາວຍຸກພວກເຮົາເວລານີ້ ກໍຄືຈະບໍ່ຄິດເອົາຄວາມຮັກຂອງຕົນທີ່ຕ້ອງໄປຝາກຢູ່ກັບກຽດສັກສີ ທີ່ເປັນນາມມະທຳ ຕ້ອງຖືເອົາຄວາມຮັກຄວາມຜູກພັນ ການເຂົ້າອົກເຂົ້າໃຈມາເປັນສິ່ງເບິ່ງກັນຍາວນານ ແຕ່ໃນນີ້ເລື່ອງຊັບສິນເງິນຄຳກໍສຳຄັນ ເພາະມັນເປັນພາຫະນະໃນການສ້າງຄວາມສະດວກຄ່ອງຕົວ ແຕ່ບໍ່ຄວນໃຫ້ມັນເປັນກຳແພງກີດກັນແຍກຄວາມຮັກ ທີ່ເກີດຈາກຄວາມຈິງໃຈໃຫ້ສິ້ນສຸດກັນໄປຊົ່ວກາລະນານ.
ແຕ່ເຖິງຢ່າງໃດກໍດີ ຈົ່ງເຂົ້າໃຈວ່າ ອະນາຄົດປະເທດຊາດຢູ່ໃນກຳມືເຮົາ ຖ້າເຮົາປະພຶດໃນທາງຖືກຕ້ອງກໍຄົງບໍ່ມີໃຜເວົ້າວ່າທານຂວັນປະການ ໃດ ກົງກັນຂ້າມ ຖ້າເຮົາຫາກແລ່ນຕາມກະແສບໍລິໂພກນິຍົມເກີນຕົວ ບາງທີກໍບໍ່ແນ່ວ່າຈະສົມຫວັງທຸກຄົນ ຢ່າລືມວ່າປະເທດທີ່ພັດທະນາແລ້ວ ງານລ້ຽງພິທີແຕ່ງດອງກໍບໍ່ໄດ້ໃຫຍ່ໂຕລະໂຫຖານ ພໍປະມານເຂົາເຊີນແຕ່ຍາດຕິພີ່ນ້ອງ ເພື່ອນມິດໃກ້ຊິດເທົ່ານັ້ນ ເພື່ອເປັນສີລິມຸງຄຸນ ສັກຂີພະຍານ ບໍ່ມີເຈດຕະນາຈະໃຫ້ກາຍເປັນວິວາພານິດປະການໃດ ບາງເທື່ອຖ້າຈັດແບບກະທັດຮັດປະຢັດພໍດີ ຈະເປັນການດີຊ້ຳ ເພາະຈັດໃຫຍ່ເກີນຕົວເປັນການຝືນຄວາມຮູ້ສຶກ ເນື່ອງຈາກວ່າ ປະເທດເຮົາຍັງເປັນປະເທດທຸກຍາກ ບໍ່ທັນຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ບາງເທື່ອຄົນຕ່າງປະເທດມາເຫັນທາງພິທີການແລ້ວ ອາດຈະຊົມເຊີຍ ແຕ່ທາງຈິດໃຈບາງທີອາດຈະວ່າແນວໃດແນວໜຶ່ງກໍອາດເປັນໄດ້ ສິ່ງສຳຄັນບໍ່ຢາກໃຫ້ເລື່ອງນີ້ ກາຍເປັນພຶດຕິກຳປະຈຳຕົວ ເປັນຮີດຄອງ ກໍຕ້ອງມີຜູ້ພາເຮັດ ມີລະບຽບຄັກແນ່.