ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເງິນສອງຮ້ອຍລ້ານກີບສາມາດສ້າງເຮືອນໄດ້ສຳໃດ (ບໍ່ລວມຄ່າດິນ) ຄັນມີຮູບແທັກມາໃຫ້ເບິ່ງແດ່ຢາກຮູ້

ຂຽນເມື່ອ ຂຽນເມື່ອ: ມ.ສ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດຽວນີ້ກະແສການດ່າກັນໃນອິນເຕີເນັດຖືວ່າເປັນເລື່ອງທຳມະດາໄປແລ້ວ ຫລັງຈາກທີ່ການດ່າກັນຢ່າງດຸເດືອດ ແລະເປັນທີ່ຮູ້ກັນດີວ່າເລື່ອງນີ້ມັນໄດ້ເກີດຂຶ້ນກ່ອນຫນ້ານີ້ມາແຕ່ດົນແລ້ວ ພຽງແຕ່ສື່ໃນສະໃຫມນັ້ນຍັງບໍ່ທັນຂະຫຍາຍຕົວພໍປານໃດ ແຕ່ດຽວນີ້ທຸກຍ່າງນັ້ນຂະຫຍາຍກ້ວາງໄກຢ່າງໄວວາ ແລະຖ້າຫາກຈະຫາຄົນທີ່ຜິດນັ້ນ ຕາມຄວາມຄິດຂອງຂ້ອຍແລ້ວຮູ້ສຶກ ແນ່ນອນວ່າຕ້ອງບໍ່ແມ່ນຜູ້ເລີ່ມຕົ້ນອອກມາເວົ້າສຽດສີກັນແນ່ນອນ ເນື່ອງຈາກວ່າ ຄົນຜູ້ຖືກກະທຳບໍ່ໄດ້ເປັນຜູ້ສ້າງກະແສເລື່ອງແບບນີ້ຂື້ນມາກ່ອນເລີຍ ແລະຖືກຕ້ອງທີ່ສຸດທີ່ຈະຕ້ອງອອກສື່ມາຂໍໂທດກ່ຽວກັບເລື່ອງນີ້ ເຊິ່ງຂ້ອຍໄດ້ເບິ່ງຄິບຄົນຫນຶ່ງອອກມາຕໍ່ຕ້ານຄືນນັ້ນກໍ່ແຮງພໍສົມຄວນ ເແລະເລື່ອງນີ້ຂ້ອຍກໍ່ບໍ່ອອກຄວາມເຫັນວ່າເຫັນດີຫລືບໍ່ ແຕ່ສິ່ງທີ່ຂ້ອຍເຫັນດີແລະເຂົ້າໃຈຢ່າງຊັດເຈນກັບເລື່ຶງນີ້ກໍ່ແມ່ນ ຖ້າຄົນເຮົາບໍ່ເຄີຍອອກມາສ້າງກະແສດູຖູກໃຜມາກ່ອນແບບນີ້ມັນເປັນເລື່ອງທີ່ບໍ່ດີຫລາຍ ຫາກໃຜຄົນໃດຄົນຫນຶ່ງອອກມາປະກາດເວົ້າຢຽດຢາມອີກຝ່າຍຢ່າງຊັດເຈນໃນທາງລົບກໍ່ເປັນເລື່ອງທີ່ເງີກງາກທີ່ສຸດແລ້ວ ດັ່ງນັ້ນຂ້ອຍວ່າການທີ່ອອກມາປະກາດວ່າຕົນເອງດີກ່ວາຄົນອື່ນທັງທີ່ຕົວກໍ່ບໍ່ມີຍັງຈະດີຫລາຍກ່ວາຜູ້ອື່ນນັ້ນນັ້ນເປັນເລື່ອງຄົນ ເງີກ ໂງ່ ຈ້າ ບໍ່ສະຫລາດເຂົາອອກມາປະກາດກັນ.    ໃຜເຫັນດີຂໍໃຫ້ຍົກມືຂື້ນ ແລະພວກເຈົ້າຄືສິຮູ້ດີວ່າກະແສເລື່ອງແບບນີ້ມັນເກີດຂື້ນລະຫວ່າງໃຜກັບໃຜໃນ facebookແຕ່ຂ້ອຍບໍ່ຮູ້ເລື່ອງນີ້ເກົ່າໄປຫລືໃຫມ່ເພາະຂ້ອຍຫາກະອັບເດດ ແລະເຫັນຄິບອີກຝ່າຍຫນຶ່ງອອກມາເວົ້າຢູ່ facebook ຕອນນີ້

ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

            ຂ້ອຍມາຢູ່ລັດເຊຍໄດ້ຫ້າເດືອນປາຍແລ້ວແຕ່ລະມື້ຮູ້ສຶກເບື່ອໆຂະຫນາດຢາກກັບໄປລາວຈະຕາຍແຕ່ຂ້ອຍຕ້ອງຢູ່ນີ້ອີກຫົກປີຮຽນຫນັງສືກະໂຄດຍາກ ພາສາເຮ້ຍນີ້ກະແຈກພິລຶກພິໂລ ມາຢູ່ນີ້ຍັງບໍ່ເຄີຍເຫັນຮອດເຂົ້າຫນຽວ ຄິດຮອດທຸກຢ່າງທີ່ເປັນລາວ ເບື່ອຄົນແຖວນີ້ມັນຫນ້າເບື່ອ ຕັ້ງໃຈຮຽນແລ້ວຍັງຕິດດ່າຢູ່ຕະຫລອດ ຄັນເວລາຫົກປີມັນຜ່ານໄປໄວກໍ່ຄືສິດີ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕອນນີ້ຂ້ອຍເວົ້າໄດ້4ພາສາຄື : ອັງກິດ, ລາວ, ໄທ, ລັດເຊຍ ນັ້ນຄືຄວາມພູມໃຈທີ່ສຸດໃນຊີວິດຂ້ອຍ, ເຊິ່ງໃນແຕ່ລະພາສພນັ້ນມີຄວາມຍາກແຕກຕ່າງກັນ ທຳອິດຂ້ອຍຄິດວ່າພາສາອັງກິດເປັນພາສາທີ່ຍາກສຳຫລັບຂ້ອຍແລ້ວ ແຕ່ເມືອມາຮອດຕອນນີ້ແລ້ວຂ້ອຍຄິດວ່າພາສາລັດເຊຍເປັນພາສາທີ່ຍາກທີ່ສຸດເພາະວ່າມັນເປັນພາສາທີ່ຍາກທີ່ສຸດໃນໂລກຄັນເວົ້າເລື່ອງໄວຍະກອນເພາະວ່າ ມັນໄດ້ແຈກໄປຫມົດທຸກຍ່າງໃນຈັກກະວານ ຈົນຮອດຊື່ຄົນຍັງໄດ້ແຈກ ຊື່ຂ້ອຍແມ່ນທັນວາ ແລະມັນກໍ່ແຈກເປັນ ທັນວື, ທັນວູ, ທັນເວຍ, ທັນໂວຍ ແລະ ຖ້າເປັນຈຳນວນຫລາຍແມ່ນ ທັນວົບ, ທັນວາມ ທັນວາມີ ທັນວາກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 20, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ຕາມຄວາມຄິດຂອງພວກເຈົ້າຄິດວ່າໄວຍະກອນພາສາໃດຍາກກ່ວາຫມູ່ລະຫວ່າງ ພາສາອັງກິດ, ຝລັ່ງ, ເກົາຫລີ, ຢີ່ປຸນ,ລັດເຊຍ,ຈີນ