ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕອນທີສິບເອັດ

 ເຖິງທີ່

ສະບາຍດີບັນດາແຂກທຸກທ່ານ ສຽງພິທິກອນຍິງຫນ້າຫວານເອີ່ຍຂຶ້ນໃນຂະນະປິດສຽງເພງຈັງວະມັນໆລົງ ມື້ນີ້ທາງຮ້ານເຮົາໄດ້ມີເລີກງາມຍາມດີເປີດໃຊ້ບໍລິການເປັນມື້ທຳອິດ... ບໍ່ຫວາໃຜຊິຫນີແຟນມາທ່ຽວ (ອີ່ເຜິ້ງຖືກເຕັມໆ: ນ້າ) ຫລືໂສດ ກະຂໍໃຫ້ມາມ່ວນນຳກັນ ເອົາເປັນວ່າເຮົາໄປຟັງເພງເລີຍດີ ສຸດຄວາມນາງກໍ່ຜາຍມືໃຫ້ນັກຮ້ອງວົງຫນຶ່ງ ທີ່ກຳລັງຊິກຽມຮ້ອງເພງ

ແຕ່ດ້ວຍຄວາມບັງເອີນຫລືວ່າຈັງໃດກັນແທ້ກະບໍ່ຮູ້ ເມື່ອເຫັນກຳລັງເອກຢູ່ເທິງເວທີ ທີ່ເຮັດຕຳແຫນ່ງຂອງວົງໃນການຫລິ້ນເປຍໂນ (ຂໍແຈ້ງຂ່າວ ຕອນນີ້ເຕົ໋າບໍ່ສະບາຍເລີຍມາບໍ່ໄດ້ເຊິ່ງນ້ອຍກຳລັງເບິ່ງແຍງເຕົ໋າຢູ່ ສ່ວນເກັ່ງກະຍັງນອນຫລັບເປັນເຈົ້າຊາຍນິທາ ອີ່ຕົນບົວຂະຫນາດ ຮືໆ: ຜູ້ຂຽນ)

ມີເພງໆຫນຶ່ງເສົ້າຂະຫນາດ ແລະມັນກະເປັນເພງທີ່ບົວເຄີຍແປເນື້ອກັບຄົນທີໂຕເອງຮັກ ແຕ່ຕອນນີ້ລາວບໍ່ໄດ້ຢູ່ນຳບົວແລ້ວ ມັນກະເລີຍເຮັດໃຫ້ບົວຮູ້ສຶກເຈັບປວດຄືກັບເພງໆນີ້ແລະ ເອົາລະ ເຮົາລອງຟັງກັນເລີຍດີກວ່າ

No existe un momento   del dia En que pueda apartarte de mi          

El mundo parece distinto    Cuando no estas, junto a mi   No hay bella melodia         

En que no surgas tu Ni yo guiero escicharla    Si no la escuchas tu  

 Es que te has convertido  En parte de mi alma    Ya nada me consurla  

Si no estas tu tambien    Mas alla de tus labios   Del sol y las estrellas  

Contigo en la distancia amado mio, estoy ♫ ♫

ຈາກນັ້ນດົນຕີກໍ່ເລີມບັນເລງຂຶ້ນທີ່ຕາມມາດ້ວຍສຽງມ່ວນໆຂອງບົວ

ພໍສຽງຈົບສຽງຕົບມືກໍ່ດັງຂຶ້ນຫລັງຈາກນັ້ນ....... ຂ້ອຍຍອມຮັບເລີຍວ່າບົວຮ້ອງເພງໄດ້ເຂົ້າອາລົມຂະຫນາດ ພໍດີຂ້ອຍກະໄດ້ຮຽນພາສາສະເປນຢູ່ກະເລີຍພໍເຂົ້າໃຈຫນ້ອຍ ສ່ວນມືຄີບອດຂອງວົງຂ້ອຍກະຍອມຮັບໄດ້ອີກວ່າເອກມີສະເຫນ່ສຸດໆ ຈົນເຮັດໃຫ້ຜູ້ຍິງຫລາຍຄົນແນມເບິ່ງມັນເປັນສາຍຕາດຽວ ລວມທັງຂ້ອຍນຳ ບໍ່ຮູ້ຊິແນມມັນເບິ່ງເຮັດຫຍັງວະ ຈົນຄົນທີ່ຢືນຂ້າງໆສັງເກດເຫັນ

"ອ້າຍຖາມແທ້ ຄິດຫຍັງກັບຄົນຫລິ້ນເປຍໂນແມ່ນບໍ່" ລາວອ່ຽງໂຕຖາມຂ້ອຍ... ເຊິ່ງອ້າຍຂ້ອຍລາວກໍ່ຮູ້ດີວ່າຂ້ອຍກຳລັງມີແຜນການຫຍັງຢູ່

"ກະບໍ່ຮູ້ແລະ"

"ຫນ້ານ... ແທ້ໆແລະຫັ້ນ ດຽວນີ້ໄວໄຟແທ້ນ້ອງຂ້ອຍ ລະວັງເດີ້ແກ້ແຄ້ນໄປມາ ດຽວຊິມັກລາວແທນແລະຫັ້ນ

ຫຶ ເວົ້າໃຫ້ແຕ່ຄົນອື່ນ... ໂຕເອງກະແນມເບິ່ງແຕ່ມືກີ່ຕ້າຄືກັນຫັ້ນແລະ... ຂ້ອຍເຢີ້ຍໃສ່ລາວ ແລະມັນກະໄດ້ຜົນເວີ້ຍ ຍ້ອນອີກຝ່າຍມີທ່າທີອາຍ........ "ຊິກິນເດັກບໍ່ນິ"

"ບະ ບ້າຫວາ.... ບໍ່ແມ່ນຈັກຫນ້ອຍ ......" ຍິ່ງອາຍຂຶ້ນກວ່າເກົ່າ ອາການມັນຟ້ອງປານນີ້ຍັງມາປັດຕິເສດອີກ ບາດແລ້ວກໍ່ມີຊາຍຫນຸ່ມຄົນຫນຶ່ງແຕ່ງໂຕດີມີຖານະຍ່າງເຂົ້າມາຢຸດຢູ່ບ່ອນໂຕະພວກ

"ສູໆ ດຽວກູຊິແນະນຳໃຫ້ຮູ້ຈັກ" ສຽງອີ່ຈຽບປະກາດ "ນີ້ ອ້າຍດາວ ຫມູ່ອ້າຍກູ ເຈົ້າຂອງເທັກໃຫມ່" ອີ່ຈຽບແນະນຳໃຫ້ທຸກຄົນໄດ້ຮູ້ຈັກ ສ່ວນລາວກໍ່ສົ່ງຮອຍຍີ້ມຫວານໆອອກມາ ຈົນໃຈຊິລະລາຍ ໂດຍສະເພາະ ອີ່ສຸວັນນີ ໂອເວີ້ລະອີ່ນັ້ນ

"ສະບາຍດີອ້າຍ" ບັນດາພວກອາຍຸນ້ອຍທັງຫລາຍພາກັນນົບລາວລວມທັງໂຕຂ້ອຍນຳເຊິ່ງລາວກໍ່ຮັບນົບຈາກພວກຂ້ອຍແບບມີມາລະຍາດ

"ດຽວຈຽບຊິແນະນຳຫມູ່ໃຫ້ຮູ້ຈັກ" ມັນຫັນໄປເວົ້ານຳອ້າຍດາວ "ເລີ່ມຈາກອີ່ອ້ວນໆກວ່າຫມູ່ເລີຍ ມັນຊື່ອີ່ສຸວັນນີ ຕໍ່ໄປແມ່ນ ອ້າຍພາດ ແລະ ອີ່ເຜິ້ງ ສອງຄົນນີ້ເປັນແຟນກັນ ຕໍ່ໄປແມ່ນ ອ້າຍສິນ ກັບໂດ້ ເປັນຜົວເມຍກັນ

"ອີ່ເຮ້ຍ!! ແຮງແທ້ວະ ພວກກູຍັງບໍ່ທັນແຕ່ງງານເທື່ອ ເປັນບ້າຫວາ" ຫັນໄປດ່າຈຽບທັນທີ ກ່ອນຈະຫລຽວເປັນເບິ່ງອ້າຍດາວດ້ວຍສາຍຕາຫວານໆ ຮູ້ວ່າໂຕເອງງາມຄືຜູ້ຍິງຍັງຊິມາຍາດເຫຍື່ອນຳຫມູ່ນຳຄູ່ອີກ ອີ່ສຸວັນນີມັນແຮງຈອງຢູ່ຫັ້ນ ຂ້ອຍສັງເກດເຫັນຈາກສາຍຕາຫື່ນໆຂອງມັນ

"ຜົວຢືນຢູ່ໃກ້ໆ ຍັງຫລຽວໄປເບິ່ງຄົນອື່ນອີກເນາະ   ວ່າລະ" ອ້າຍສິນຕ້ອງອອກຮ້ອນໂຕ ແຖມຍັງຫມຸນຫົວນ້ອຍໆຂອງບັກໂດ້ເຂົ້າໄປແນບເອິກຂອງໂຕເອງອີກ ເຫັນແລ້ວກະຫນ້າຮັກດີ

"ນ້ອງກະເບິ່ງລາວຊື່ໆນະ ອ້າຍນິກະດາຍ"

"ບໍ່ໄດ້ ຄົນມັນຫຶງ!!"

ກົງເກີນໄປບໍ່ນິ ແຕ່ມັນກະພໍເຮັດໃຫ້ບັກໂດ້ອາຍຈົນຫນ້າແດງຫວານຈົນຄົນອື່ນເຂົາອິດສາ ໂດຍສະເພາະອ້າຍຂ້ອຍ.. ຫວັງວ່າຄືຊິບໍ່ໄປລີ້ໃຫ້ຢູ່ຫ້ອງນ້ຳກ່ອນເດີ້

"ຫວານພໍແລະເບາະ ພວກເຈົ້າສອງຄົນນະ ຊິໄດ້ແນະນຳຕໍ່...... ແລະ ຄົນທີ່ຢືນໃກ້ອ້າຍສິນ ໂຕເຕ້ຍໆ ຄືແຟນລາວຫັ້ນແມ່ນເຈ້ທັນວາ"

"ແນະນຳຊື່ເຈ້ກະພໍ ຈຽບ ບໍ່ຕ້ອງເວົ້າເລືອງຄວາມສູງກະໄດ້"

"ໂອເຄໆ....... ເອີ້ແລະຄົນສຸດທ້າຍແມ່ນ ອີ່ນ້າ" ຂ້ອຍສົ່ງຮອຍຍິ້ມເປັນການທັກທາຍຫນ້ອຍຫນຶ່ງ ສ່ວນລາວກໍ່ຍິ້ມຕອບກັບມາເຊັ່ນກັນ... ແຕ່ບໍ່ຮູ້ເປັນຫຍັງລາວຈຶ່ງແນມເບິ່ງແຕ່ຂ້ອຍຫລັງຈາກນັ້ນ ຊິຖາມກະບໍ່ກ້າ ແຮງບໍ່ເຄີຍຮູ້ຈັກກັນ

"ແລ້ວເທັກອ້າຍເປີດໃຫມ່ເປັນແນວໃດ" ອ້າຍດາວຖາມໃນຂະນະທີ່ຍັງເບິ່ງຂ້ອຍເປັນໄລຍະໆ

"ງາມອ້າຍ..." ກະສືສອງໂຕຕອບພ້ອມກັນ

"ຫວາດີເວີ້ຍທີ່ເຫັນພວກນ້ອງມັກ ເອີ້ດຽວອ້າຍຊິສັ່ງເບຍມາໃຫ້ອີກຊັນ" ອ້າຍດາວບອກ...... ຫວານປາກພວກທີ່ເຫລືອແທ້ໆ

"ເອີ້ແລ້ວອ້າຍໂຈ້ຫາຍໄປໃສ" ຂ້ອຍຖາມອີ່ຈຽບ

"ກັບໄປແລ້ວມຶງ....... ພໍດີໂຮງຫມໍມີຄົນໄຂສຸກເສີນ... ເປັນຫມໍກະຈັງຊີ້ແລະມຶງ.... ຊິຫາເວລາພັກຜ່ອນກະຍາກ"

"ຂໍນັ່ງນຳໄດ້ບໍ່"   ມີສຽງທຸ່ມໃຫຍ່ດັງຂຶ້ນ.... ທຸກຄົນໃນໂຕະຕ່າງກໍ່ໃຫ້ຄວາມສົນໃຈ ຄົນທີ່ມາໃຫມ່ທັນທີ ແລ້ວກໍ່ນັ້ນກໍ່ແມ່ນບັກເອກທີ່ມາພ້ອມກັບນ້ອງຊາຍຂອງມັນ

      "ມາເລີຍຜູ້ບ່າວ" ອີ່ສຸວັນນີຊັກຊວນເປັນຜູ້ທຳອິດ ຈາກນັ້ນທັງສອງກໍ່ເລື່ອນຕັ່ງມາແຊກລະຫວ່າງອ້າຍເລ້ກັບຂ້ອຍ ເລີຍເຮັດໃຫ້ບັກເອກມາບຽດຂ້ອຍ ສ່ວນອາເລັກກໍ່ໄປນັ່ງເອົາແຂນພາດບ່າຂອງອ້າຍຂ້ອຍໄວ້...

"ບອກຈັກເທື່ອແລ້ວບໍ່ໃຫ້ເອົາແຂນມາພາດບ່າ ເຂົ້າໃຈບໍ່"

ອ້າຍຂ້ອຍຫັນໄປຮ້າຍຄົນທີ່ຢູ່ຂ້າງໆ.... ແຕ່ອາເລັກພັດເຮັດຫນ້າຕາເສີຍໃສ່ ນິໄສອ້າຍກັບຄືນ້ອງກັນເລີຍ ພວກຂ້ອຍສອງຄົນຄືຊິຫນີພວກລີງສອງໂຕນີ້ບໍ່ໄດ້ແທ້ໆ

      ສ່ວນບັນຍາກາດໃນໂຕະ ເລີ່ມຈະອຶດອັດຂຶ້ນລະ ຍ້ອນສາຍຕາຂອງອ້າຍດາວຍັງແນມເບິ່ງຂ້ອຍເປັນໄລຍະໆ ເລີຍເຮັດໃຫ້ຄົນທາງຂ້າງມີອາລົມບໍ່ພໍໃຈຢູ່ບໍ່ຫນ້ອຍ.... ບໍ່ຮູ້ຊິຫຶງຊິຫ່ວງເກີນເຫດກະບໍ່ຮູ້ ທັງທີໂຕເອງກະບໍ່ໄດ້ເປັນຫລາຍກວ່າຄົນທີ່ຂ້ອຍກຳລັງພິຈາລະນາຢູ່ ແຕ່ກະດີ ຊິລອງປັ່ນຫົວຄົນຈັກບາດເບິ່ງກ່ອນ

      "ເອີ້ອ້າຍດາວ ຊິວ່າໄປເທັກອ້າຍເປີດໃຫມ່ນີ້ກະງາມໃດ໋ເນາະ"

      "ຂອບໃຈ ພໍດີຫມູ່ອ້າຍເປັນຄົນມາອອກແບບໃຫ້... ລະມັນກະອອກແບບງາມຢູ່ແລ້ວ"

      "ຫວາ...​ ພໍດີນ້າກະສົນໃຈເລື່ອງຢາກເຮັດທຸລະກິດແບບນີ້ຄືກັນ... ແຕ່ບໍ່ຮູ້ຊິເລີ່ມຈັງໃດກ່ອນ"

      "ກູວ່າລະ!!" ມີຄົນສອດຂຶ້ນມາກາງສົນທະນາ ແລະນັ້ນກໍ່ແມ່ນສຽງຂອງອີ່ສຸວັນນີ "ຮ້ອຍວັນພັນປີບໍ່ເຫັນມັນສົນໃຈ ກູຮູ້ໃດ໋ອີ່ຈຽບ ວ່າມັນຄິດຫຍັງຢູ່" ມັນຫັນໄປຊື່ມໃສ່ຫູຄູ່ກັດທີ່ຢູ່ຂ້າງໆ ແຕ່ມັນກໍ່ດັງພໍຈະເຮັດໃຫ້ຂ້ອຍໄດ້ຍິນ

"ກູກະວ່າແລະມຶງ... she ຕັ້ງໃຈຂະຫນາດ"

"ຖ້ານ້າສົນໃຈນະ ດຽວອ້າຍຊິເປັນຄົນປຶກສາໃຫ້ກະໄດ້"

ຫວາ ດີເວີ້ຍ.... ດຽວນ້າຊິລອງເອົາໄປຄິດເບິ່ງກ່ອນ

"ຮຽນໃຫ້ມັນລອດກ່ອນເຖາະ ແລ້ວຄ່ອຍຄິດນະ ຄັນຢາກເຮັດທຸລະກິດນະ ມາເຮັດຢູ່ຮ້ານເຮົາກະໄດ້....." ອ້າຍຂ້ອຍເວົ້າແຊກການສົນທະນາ ສະເຫນີງານທີ່ຂ້ອຍຢາກຈະຫນີໄປໃກ້ສຸດຊີວິດມາໃຫ້

"ອ້າວ ນ້ອງກະຄິດໄປຊື່ໆ ຍັງບໍ່ທັນໄດ້ຈິງຈັງປານໃດ"

"ຫລືຢາກຈະຮູ້ຈັກກັບລາວກັນແທ້ໆ" ເອກເຂົ້າມາຊື່ມໃສ່ຫູຂ້ອຍ ນ້ຳສຽງມັນບົ່ງບອກເຖິງຄວາມບໍ່ພໍໃຈສຸດໆ.... ຫຶ ລອງໃຈມັນໄດ້ຜົນເກີນຄາດ

      "ແລ້ວເປັນຫຍັງ" ເວົ້າດ້ວຍທ່າທາງເສີຍໆຢ່າງທ້າທາຍ.... ເຫັນຫນ້າໂມໂຫຂອງມັນເຮັດໃຫ້ຂ້ອຍຕ້ອງແອບເກັບຮອຍຍິ້ມໄວ້ເບິ່ງຄົນດຽວ  ເຮີ່ຍ.... ຂ້ອຍຕ້ອງເປັນບ້າໄປແທ້ໆ  "ຫລືວ່າເພິ່ນມີປັນຫາ"

      "ມີ!!" ບໍ່ແມ່ນສຽງຂອງມັນທີ່ຕອບ ແຕ່ເປັນສຽງຂອງຜູ້ຍິງທີ່ມາໃຫມ່ ຂ້ອຍຫັນໄປຕາມສຽງທີ່ດັງຂຶ້ນທາງຫລັງ ຈາກນັ້ນກໍ່ພົບຜູ້ຍິງຄົນຫນຶ່ງ ຜິວຂາວ ຮຸ່ນບາງໆ ໃນຊຸດເດຣສສີຂາວກຳລັງຢືນເຮັດຫນ້າໂມໂຫ ເຊີນຊວນໃຫ້ພວກທີ່ເຫລືອແນມໄປເບິ່ງເປັນສາຍຕາດຽວ

      "ເກດ" ເອກເອີ່ຍຊື່ຍິງສາວທີ່ຢູ່ຕໍ່ຫນ້າຢ່າງບໍ່ເຊື່ອສາຍຕາ....

      "ງານເຂົ້າແລ້ວມຶງ...."  ອີ່ສຸວັນນີຫັນໄປຊື່ມອີ່ຈຽບ

      "ເອີ້ແມ່ນຄວາມ ແຟນປະທະກັບກິກ ຈິບຫາຍແນ່ນອນ"

      "ໃສເພິ່ນວ່າຢູ່ບ້ານຫັ້ນ ແລ້ວແບບນີ້ມັນຫມາຍຄວາມວ່າແນວໃດ" ເກດຍັງຈ້ອງດ້ວຍສາຍຕາຄາດໂທດ ສຽງທີ່ເປັ່ງອອກມາດັງພໍທີ່ຈະເຮັດໃຫ້ຫລາຍຄົນໄດ້ຍິນ

      "ກະຕອນເພິ່ນໂທເຂົາມາຫາເຂົາ ຕອນນັ້ນເຂົາຢູ່ບ້ານແທ້... ​ແຕ່ຕອນນີ້ນ້ອງເຂົາມັນຊວນມາໃຫ້ຫລິ້ນດົນຕີນຳມັນ ເຂົາກະເລີຍມາ"

      ເອກລຸກຂຶ້ນເຂົ້າໄປເຄລຍປັນຫາກັບອີກຝ່າຍ.... ອື່ມ ແຕ່ກະແມ່ນຄວາມມັນໃດ໋ລະ

"ແລ້ວເພິ່ນມາຢູ່ບ່ອນນີ້ໄດ້ແນວໃດ ຄັນຫລິ້ນຕີກະຕ້ອງຢູ່ເທິງເວທີ ບໍ່ແມ່ນໄປນັ່ງບຽດນຳຄົນບາງຄົນ"

ເກດເນັ້ນຄຳສຸດທ້າຍເປັນພິເສດພ້ອມກັບສົ່ງສາຍບໍ່ພໍໃຈມາຫາຂ້ອຍ

      "ແນວເຂົາຫລິ້ນດົນຕີຫາກະແລ້ວ ລະເຂົາກະຮູ້ຈັກເຂົາເຈົ້າ ກະເລີຍຢາກມານັ່ງຮ່ວມໂຕະນຳເຂົາເຈົ້າຊື່ໆ"

      "ບໍ່ໄດ້!! ເຂົາບໍ່ໃຫ້ນັ່ງຢູ່ບ່ອນນີ້..... ແລະກັບດຽວນີ້" ສັ່ງຮ້າຍກ່ອນເມຍນິ 

      "ເອີ່... ຂ້ອຍວ່າພວກເຈົ້າໃຈເຢັນໆກ່ອນ"     ອ້າຍຂ້ອຍເອີ່ຍເຕື່ອນໃນຂະນະທີ່ລຸກອອກຈາກໂຕະ

      "ເລື່ອງເຈົ້ານີ້ບໍ່ກ່ຽວ ບໍ່ຕ້ອງມາວຸ້ນວາຍ!!" ເກດຫັນໄປຮ້ອງໃສ່ຫນ້າອ້າຍຂ້ອຍ

      "ເກດ ຊິເວົ້າຫຍັງກະເບິ່ງເດັກນ້ອຍຜູ້ໃຫຍ່ແດ່" ຂ້ອຍອົດບໍ່ໄດ້ທີ່ຈະລຸກຂຶ້ນໄປຮ້າຍຄືນ...

      "ຫຶ ລະໃຜລະທີ່ເຮັດໃຫ້ເມັນປັນແບບນີ້ ຄັນເພິ່ນບໍ່ເຂົ້າມາວຸ້ນວາຍນຳເອກນະ ເຂົາບໍ່ທາງນຳມາຮອດນີ້ດອກ ແລະອີກຢ່າງທີາເພິ່ນເຮັດແບບນີ້ ເພື່ອທີ່ຈະແຄ້ນພວກເຂົາ ຄິດວ່າເຂົາບໍ່ຮູ້ຫວາ ຫ໊ະ!!"

      ນາງຈົງໃຈຈະປະຈານຂ້ອຍ.... ຂ້ອຍຍອມຮັບວ່າໂຕເອງເຮັດແບບນັ້ນ ແຕ່ກະບໍ່ຈຳເປັນທີ່ຈະເວົ້າຫຍັງອອກໄປ... ຂ້ອຍສະຫລາດພໍທີ່ຈະບໍ່ຖຽງໃນເລື່ອງທີ່ບໍ່ມີສາລະນຳເກດຕອນນີ້

      "ແກ້ແຄ້ນອີ່ຫຍັງຂອງເພິ່ນ ບໍ່ມີໃຜແກ້ແຄ້ນຫຍັງດອກ ເຂົານິແລະເຂົ້າໄປຫາລາວເອງນະ"

      "ຫມາຍຄວາມແນວໃດເອກ.... ຫ໊ະ ເພິ່ນຫມາຍຄວາມວ່າແນວໃດ "ບໍ່ເວົ້າລ້າມືນ້ອຍໆຂອງນາງກໍ່ຟາດໃສ່ໂຕຂອງເອກເພື່ອລະບາຍຄວາມໂມໂຫ

"ຢຸດ!!" ເອກສັ່ງຫ້າມພ້ອມກັບຈັບແຂນສອງເບື້ອງຂອງໃນໄວ້... ສາຍຕາເຕັມດ້ວຍຄວາມລຳຄານ ຈ້ອງເບິ່ງຄົນທີ່ຢູ່ຕໍ່ຫນ້າຢ່າງບໍ່ວາງຕາ

"ຖ້າເພິ່ນຢາກໃຫ້ເຂົາຢຸດ ເພິ່ນຕ້ອງກັບໄປນຳເຂົາດຽວນີ້"

ຊາຍຫນຸ່ມຢຸດຄິດດ້ວຍສີຫນ້າລັງເລ ຈົນຂ້ອຍຕ້ອງເອີ່ຍອອກໄປເພື່ອຕັດປັນຫາ

"ເພິ່ນວ່າກັບໄປກັບເກດກ່ອນເຖາະ ຊຳນີ້ມັນກະວຸ້ນວາຍພໍລະ.... ເຂົາບໍ່ຢາກໃຫ້ມັນເສຍບັນຍາກາດຫລາຍກວ່ານີ້"

"ອະ ອືມ" ຈາກນັ້ນມັກກໍ່ງຶກຫົວເຂົ້າໃຈ ແລ້ວກໍ່ລາກຄົນທີ່ຫາກໍ່ຢືນໂວຍວາຍອອກໄປ

"ໄປ໋ ກັບ"

 

ຫຶ.... ຜູ້ຍິງຫນ້າຮ້າຍ ຜູ້ຊາຍຫນ້າຊົ່ວ!!..... ກ້າຫລາຍມາຫາເລື່ອງຂ້ອຍເຖິງທີ່ ຂ້ອຍບໍ່ປ່ອຍພວກມັນໄປງ່າຍໆຢ່າງແນ່ນອນ

 

.

.

.

ຫາເວລາເອົາມາລົງອີກຕອນແລ້ວ

ຊ່ວງນີ້ບໍ່ຄ່ອຍຈະມີຄອມເມັ້ນເລີຍນະ

ບໍ່ຮູ້ວ່າ Reader ຫາຍໄປໃສ

ບາງເທຶື່ອຄັນບໍ່ມີຄົນອ່ານຫລາຍ

ອາດຈະປິດເລື່ອງຄືນິຍາຍ love will lead us back

ກະໄດ້...​ຈັງໃດກະເມັ້ນຫລາຍໆເດີ້ ຊິໄດ້ມີກຳລັງໃຈຂຽນຕໍ່

 

Delicious Digg Fark Twitter