ຕອນທີສິບສອງ
ນິທານກ່ອນນອນ
ກັບບ້ານ
ບໍ່ຮູ້ສະຫວັນຊິແກ້ງໃຫ້ຂ້ອຍໄດ້ເຫັນພາບບາດຕາໃຈຂອງສອງຄົນນັ້ນເຮັດຫຍັງວະ!! ເຫັນແລ້ວໂຄດອິດສາ ຂ້ອຍອຸດສາແອບມັກບັກສິນມາຕັ້ງແຕ່ດົນ ແຕ່ວ່າໂດ້ຫມູ່ຂອງນ້ອງສາວຂ້ອຍເຂົ້າມາບໍ່ທັນເທົ່າໃດກໍ່ສາມາດກຳຫົວໃຈມັນຈົນຢູ່ມັບ.... ເຮີ່ຍ... ຮັກເຂົາເຈົ້າຂ້າງດຽວມັນກະເຈັບແບບນີ້ແລະ ເຖິງວ່າຂ້ອຍຈະບໍ່ຮູ້ສຶກເຈັບຄືກັບຄົນໃກ້ຕາຍ ແຕ່ມັນກະເຈັບຢູ່ດີ
ຂ້ອຍພະຍາຍາມຈະສະບັດຄວາມຄິດກ່ອນຈະໄຂປະຕູເພື່ອເຂົ້າໄປໃນເຮືອນ ຈາກນັ້ນກໍ່ພາຮ່າງກາຍອັນເມື່ອຍໆພ້ອມກັບກິ່ນເຫມັນສຸລາເຂົ້າໄປທາງໃນ... ກົ້ນງາມໆຂອງຂ້ອຍກໍ່ກຳລັງຊິນັ່ງລົງບ່ອນໂຊຟາ ແຕ່ພັດມີສຽງກົດກະລິ໋ງດັງຂຶ້ນກ່ອນ...
"ຕິ໋ງຕ໋໋ອງໆ"
"ເຮ້ຍເອີຍ!! ແມ່ນໃຜມາຕອນນີ້ວະ ມາຫາແຕ່ເດິກ...." ຂ້ອຍຈົ່ມຢ່າງຫົວເສຍກ່ອນຈະພາຮ່າງກາຍອັນເມື່ອຍໆອອກໄປອີກຄັ້ງເພື່ອທີ່ຈະໄປໄຂປະຕູໃຫ້ສຳຫລັບຄົນທີ່ມາໃຫມ່ ແລ້ວຈາກນັ້ນບໍ່ດົນ ຂ້ອຍກໍ່ມາຢຸດຢູ່ຕໍ່ຫນ້າປະຕູຮົ້ວ ເຜີຍໃຫ້ເຫັນຊາຍຫນຸ່ມ ຂາວໆ ສູງ ໃສ່ເສື້ອແຈັກເກັດສີຂີ້ເທົ່າ ສົ້ງຢີນຂາວ ທີ່ກຳລັງຢືນຢູ່ຫນ້າຮົ້ວພ້ອມກັບໃບທີ່ເຕັມໄປດ້ວຍຮອຍຊ້ຳຈາກການຖືກຕີ
"ເຮີ້ຍ!! ອາເລັກ"
"ໄຂປະຕູໃຫ້ຂ້ອຍໄດ້ບໍ່" ເອີ່ຍຖາມດ້ວຍສຽງທີ່ອ່ອນລ້າ...
"ອະ ອື່ມ" ມືນ້ອຍໆຂອງຂ້ອຍກໍ່ຮີບໄຂປະຕູໃຫ້ອີກຝ່າຍໂດຍທີ່ບໍ່ທັນຄິດ
ຈາກນັ້ນກໍ່ພາມັນມາຢຸດຢູ່ບ່ອນໂຊ ພ້ອມກັບກຽມເຄື່ອງອຸປະກອນພະຖົມພະຍາບານມາວາງເຕັມໂຕະ... (ພໍດີິຂ້ອຍເປັນຄົນເຕິເຊິຕະຊະ ກະເລີຍຈຳເປັນຕ້ອງມີຂອງພວກນີ້ຕິດເຮືອນໄວ້)
ຂ້ອຍໃຊ້ສຳລີຈຸດລົ່ງນ້ຳຍາຂ້າເຊື່ອແລ້ວກໍ່ທາໄປບາດແຜຂອງມັນ ... ເຖິງວ່າຂ້ອຍຈະພະຍາຍາມເຮັດມືເບົາໆທີ່ສຸດ ແຕ່ມັນກໍ່ຍັງນິ່ວຫນ້າດ້ວຍຄວາມເຈັບປວດ...
ຜ່ານເປັນບໍ່ເທົ່າໃດນາທີ... ຂ້ອຍກໍ່ຫາຜ້າພັນບາດມາຕັດເຮັດເຄືພັດເຕີ້ແລ້ວຈຶງໄປຕິດບ່ອນທີ່ມີເລືອດຊຶມອອກມາຄ່ອຍໆ ເພື່ອເປັນການສິ້ນສຸດໃຈການປະຖົມພະຍາບານໃຫ້ມັນ
"ແລ້ວໆ" ຂ້ອຍບອກໃນຂະນະທີ່ມ້ຽນອຸປະກອນປະຖົມພະຍາບານ
"ອື້ມ ຂອບໃຈ"
"ແລ້ວຫນ້າໄປເຮັດຫຍັງມານິ" ອົດບໍ່ໄດ້ທີ່ຈະຖາມມັນ
"ກະຄືເກົ່າຫັ້ນແລະ"
"ຢ່າບອກໃດ໋"
"ອື້ມ"
"ເຮີ່ຍ..... ແລ້ວເປັນຫຍັງເຈົ້າຄືຍອມໃຫ້ລາວຕີຊັນ ເຈົ້າກະບໍ່ໄດ້ເຮັດຜິດຫຍັງຈັກຫນ້ອຍເລີຍ"
ຂ້ອຍເວົ້າໄປຕາມຄວາມຮູ້ສຶກ ກະແນວມັນອົດບໍ່ໄດ້ເດ ທີ່ຈະໂມໂຫແທນມັນ... ຈາກທີ່ໃບຫນ້າເຈົ້າຊູ້ ຕອນນີ້ເຕັມແຕ່ຮອຍຊົກ ພໍ່ຂອງມັນ ກະຈັກວ່າເປັນຜູ້ໃຫຍ່ແນວໃດວະ... ເຮັດຫຍັງເອົາແຕ່ໃຈຕົນເອງປານເດັກນ້ອຍ ລູກຂອງໂຕເອງກະບໍ່ໄດ້ໄປຕິດຢາຫລືຄົບຄົນຊົ່ວຈັກຫນ້ອຍ ເວົ້າມາລະ ໂອ໊ຍ!! ໂມໂຫແທນມັນອີ່ຫລີ
"ຂ້ອຍກະເຄີຍບອກເຈົ້າລະເດ ຊິເຮັດຈັງໃດລາວກະບໍ່ເຄີຍເຊື່ອຂ້ອຍຢູ່ດີ"
"ແລ້ວອ້າຍເຈົ້າເດຊັນ.... ກະດຽວວ່າຢູ່ນຳກັນ ລາວກະໄດ້ອະທິບາຍໃຫ້ພໍ່ເຈົ້າຟັງຢູ່ຫວາ"
"ກະອະທິບາຍຫັ້ນແລະ... ລາວອະທິບາຍຈົນປາກຊິຈີກລະ ແຕ່ພໍ່ຂ້ອຍກະຍັງບໍ່ເຊື່ອ... ຂ້ອຍກະເລີຍປ່ອຍໃຫ້ມັນເປັນແນວນັ້ນເລີຍ"
"ອື້ມ..... " ຂ້ອຍງຶກຫົວຢ່າງເຂົ້າໃຈ "ກະເລີຍຫນີອອກຈາກບ້ານ"
"ແນວມັນເປັນວິທີດຽວ ທີ່ຈະຕັດປັນນຫາໄດ້... ອີກຢ່າງຂ້ອນກະຂີ້ຄ້ານຢືນໃຫ້ລາວຕີ ກະເລີຍຕ້ອງຫນີອອກມາແບບນີ້ ເຮີ່ຍ..." ມັນຖອນຫາຍໃຈອອກມາຄ່ອຍໆ... ຍອມຮັບອີຫລີ່ວ່າມັນກໍ່ເປັນເລື່ອງທີ່ຫນັກຫນາສາຫັດພໍສົມຄວນ
"ແລ້ວເຈົ້າຊິເຮັດແນວໃດຕໍ່ໄປຊັນ"
"ຫມາຍເຖິງ??"
"ກະຫມາຍຄວາມວ່າມື້ນີ້ເຈົ້າຊິໄປນອນຢູ່ໃສ"
"ກະຊິກັບໄປນອນຢູ່ເຮືອນຂ້ອຍຫັ້ນແລະ..... ອອກມາຫາຄົນໃສ່ຢາໃຫ້ຂ້ອຍຊື່ໆ"
"ຄິດວ່າບ້ານຂ້ອຍແມ່ນໂຮງຫມໍຫວາຫັ້ນ?"
"ເອີ້... ບໍ່ແມ່ນກະໃກ້ຄຽງ"
"ຫຶ ກູວ່າລະ.. ເອີ້ວ່າແຕ່ເຈົ້າເຖາະ ເປັນຫຍັງຊ່ວງນີ້ຄືຊຶມໆແທ້ ວ່າຊິຖາມແຕ່ດົນລະແຕ່ລືມຕະຫລອດນະ" ຂ້ອຍຖາມອອກໄປໃນທີ່ສຸດ ແນວມັນແມ່ນເລື່ອງທີ່ຄາໃຈຕັ້ງແຕ່ດົນ
"ກະມີເລື່ອງໃຫ້ຄຽດຫລາຍນະ...... ທັງເລື່ອງມື້ນີ້ ທັງເລື່ອງທີ່ຫມູ່ຂ້ອຍຖືກຍິງນຳ ຈົນມັນກາຍເປັນເຈົ້າຊາຍນິທາ" ສົມພໍລະມັນຊຶມ ຄັນເປັນຂ້ອຍກະຄືກັນຂາດຫມູ່ສຳຄັນໄປຄົນຫນຶ່ງກະຄືຊິເຫງົາຄືກັນ... ຂ້ອຍແຮງບໍ່ຄ່ອຍຈະມີຫມູ່ຫລາຍຢູ່ແລ້ວ
"ຫວາ ເປັນຕາອີ່ຕົນເວີ້ຍເນາະ"
"ອື່ມ ລະທີ່ສຳຄັນ ມັນເປັນຄົນຮັກຂອງບົວນຳ"
"ຮະ ເຮີ້ຍ!! ຂ້ອຍຄືບໍ່ເຄີຍຮູ້ມາກ່ອນວະ ບໍ່ເຫັນບົວບອກຂ້ອຍຈັກເທື່ອເລີຍນະ ແຕ່ຊ່ວງນິກະເຫັນບົວຊຶມໆຢູ່ຄືກັນ"
"ອື່ມ...... ເຮີ່ຍ...... "
ມັນຖອນຫາຍໃຈອອກມາອີກຄັ້ງກ່ອນຈະງາຍໂຕມານອນຕັກຂ້ອຍ....ເຮ້ຍ ແມ໊ງຫົວມັນຫນັກຊິຕາຍ ຊິເຮັດຫຍັງກະບໍ່ເຄີຍຄິດຈະຖາມຂ້ອຍກ່ອນເລີຍຈັກເທື່ອ ບັກເດັກເປດເອີ່ຍ!!
"ໂອ໊ຍ!! ເອົາຫົວເຈົ້າອອກໄປດຽວນີ້!! ມັນຫນັກ"
"ແຕ່ເຈົ້າຄືຊິຮູ້ແລ້ວແລະ ວ່າຂ້ອຍຊິບອກຫຍັງອອກໄປ"
ເອີ້!! ແລະຂ້ອຍກະຮູ້ວ່າມັນບໍ່ທາງເຮັດຕາມຄຳສັ່ງຂ້ອຍແນ່ນອນ ....... ເວນກຳຂອງກູແທ້ໆ
"ໃຫ້ຂ້ອຍຢູ່ແບບນີ້ແປັບຫນຶ່ງໄດ້ບໍ່...... ຂ້ອຍບໍ່ເຄີຍມີໂອກາດໄດ້ນອນຕັກໃຜມາກ່ອນນະ ຕັ້ງແຕ່ແມ່ຂ້ອຍເສຍໄປ......"
ປະໂຫຍກສຸດທ້າຍມັນເອີ່ຍອອກມາເບົາບາງ... ແຕ່ຂໍໂທດ ຂາຂ້ອຍບໍ່ແມ່ນຂາຂອງແມ່ມັນຈັກຫນ້ອຍ..... ສາທຸ ຢ່າໃຫ້ບາບເດີ້ ນິນທາຜູ້ໃຫຍ່ທີ່ລວງລັບໄປແລ້ວ
"ຂ້ອຍມັກນອນຫມູນຕັກແມ່ຂ້ອຍຕະຫລອດເວລາທີ່ກັບມາຈາກໂຮງຮຽນ ມັກໃຫ້ລາວເລົ່ານິທານໃຫ້ຂ້ອຍຟັງ ມັກທີ່ລາວລູບຫົວຂ້ອຍຄ່ອຍໆ... ມັນເຮັດໃຫ້ຂ້ອຍຮູ້ສຶກອົບອຸ່ນແລະປອດໄພ ແຕ່ຈັງໃດ ມັນກະບໍ່ມີໂອກາດແບບນັ້ນແລ້ວ"
ສຸດທ້າຍມັນກະລາກເລື່ອງດຣາມາໃຫ້ຟັງ..... ຊິວ່າໄປ ກະອີ່ຕົນສົງສານມັນຢູ່ຄືກັນ ພະຍາຍາມເຮັດໂຕເອງໃຫ້ມີຄວາມສຸກ ແຕ່ໃນສ່ວນເລີກມັນບໍ່ແມ່ນນັ້ນ... ທັງເຫງົາ... ທັງຄິດຮອດຄົນທີ່ຈາກໄປ... ຂ້ອຍກໍ່ເລີຍໃຊ້ໂອກາດນີ້ລູບຫົວມັນຄ່ອຍໆຢ່າງອ່ອນໂຍນ ເພື່ອເປັນການປອບໃຈ ແລະບາງເທື່ອ ສິ່ງທີ່ຂ້ອຍກຳລັງເຮັດ ມັນອາດຈະທົດແທນຄວາມອຸບອຸ່ນທີ່ມັນເຄີຍໄດ້ຮັບຈາກແມ່ມັນກໍ່ໄດ້
"ຄັນລູບຂ້ອຍແບບນີ້ນະ..... ເລົ່ານິທານໃຫ້ຂ້ອຍຟັງເລີຍແມະ" ຈ້ອງຕາຂຶ້ນມາເບິ່ງຂ້ອຍດ້ວຍຄວາມອ້ອນວອນ
"ແຕ່ຂ້ອຍບໍ່ເຄີຍເລົ່ານິທານໃຫ້ໃຜຟັງມາກ່ອນໃດ໋"
"ເລົ່າໂລດນະ ເລົ່າເລື່ອງໃດກະໄດ້" ຖາມດ້ວຍນ້ຳສຽງທີ່ອ້ອນວອນອີກຄັ້ງ....
"ເອີ້ໆ ກະໄດ້" ຕອບປັດດ້ວຍຄວາມລຳຄານ "ເຄີຍໄດ້ຍິນ ເລື່ອງ ໂລມີໂອກັບຈູລຽດບໍ່?"
"ເຄີຍ ແຕ່ບໍ່ເຄີຍໄດ້ອ່ານຈັກເທື່ອ"
“ຫວາ ດຽວຊິເຫລົ່າໃຫ້ຟັງຊັນ...... ໂລມີໂອກັບຈູລຽດ ເປັນບຸດຊາຍກັບບຸດສາວຂອງສອງຕະກູນທີ່ບໍ່ຖືກກັນ... ມີມື້ຫນຶ່ງທີ່ວັງຂອງຈູລຽດໄດ້ຈັດງານລ້ຽງ ເຊິ່ງໂລມີໂອກໍ່ໄດ້ແອບເຂົ້າໄປໃນງານ ແລ້ວໄດ້ພົບກັບຈູລຽດ ທັງສອງຈຶ່ງແອບມັກກັນ ຫລັງຈາກນັ້ນໂລມີໂອຈຶ່ງເຂົ້າໄປຫາຈູລຽດຕະຫລອດ ບາດແລ້ວກໍ່ໄດ້ເສຍກັນໂດຍທີ່ພໍ່ແມ່ຂອງຈູລຽດບໍ່ໄດ້ຮັບຮູ້.......”.
“ວ່າແລ້ວ..... ຕາມນິຍາຍນ້ຳເນົ່າ .....” ມັນເວົ້າຄືຊີວິດມັນບໍ່ນ້ຳເນົ່ານີ້ໃດ໋
“ຕໍ່ມາຈູລຽດຈຳເປັນຕ້ອງແຕ່ງານກັບຊາຍທີ່ພໍ່ແມ່ຫາມາໃຫ້ ຈຶ່ງບອກໃຫ້ໂລມີໂອພາໂຕເອງຫນີ ແຕ່ກໍ່ຫນີໄປບໍ່ໄດ້ ເມື່ອພໍ່ແມ່ຂອງຈູລຽດຮູ້ວ່າ ໂລມີໂອກັບຈູລຽດຮັກກັນ ຈາກນັ້ນເຂົາເຈົ້າກໍ່ກີດກັນທັງສອງແລ້ວຮີບຈັດງານແຕ່ງໃຫ້ຈູລຽດໄວທີ່ສຸດ ແລະໂລມີໂອຕ້ອງຫນີໄປ ເພາະໄປມີເລື່ອງນຳຍາດພີ່ນ້ອງຂອງຈູລຽດ ເຮັດໃຫ້ຄົນໃນຕະກູນຂອງຈູລຽດຈັບໂລມີໂອໄປລົງໂທດ ຈຶ່ງເຮັດໃຫ້ໂລມີໂອພັດພາກຈາກກັນ.... ເມື່ອໃກ້ຈະຮອດງານແຕ່ງຈູລຽດຈຶ່ງວາງແຜນໃຫ້ຄົນຂຽນຈົດຫມາຍໃຫ້ໂລມີໂອມາຫາທີ່ໂບດແຫ່ງຫນຶ່ງ ແລ້ວຈູລຽດກໍ່ແກ້ງເຮັດກິນຢາຊະນິດຫນຶ່ງທີ່ເຂົ້າໄປແລ້ວຈະເຮັດໃຫ້ຄືຄົນຕາຍ... ແລະນາງຄິດວ່າ ເມື່ອຢານີ້ຫມົດລິດ ໂລມີໂອມາຮອດ ທັງສອງກໍ່ຫນີໄປພ້ອມກັນ... ແຕ່ໂລມີໂອມາຮອດກ່ອນເວລາທີ່ຢາຈະຫມົດລິດ ຈຶ່ງເຮັດໃຫ້ລາວຄິດວ່າຈູລຽດຕາຍໄປແລ້ວແທ້ໆ ໂລມີໂອຈຶ່ງເສຍໃຈທີ່ສຸດ ຈາກນັ້ນໂລມີໂອກໍ່ຂ້າໂຕເອງຕາຍໃນທີ່ສຸດ ເມື່ອຈູລຽດຕື່ນຂຶ້ນມາເຫັນຄົນຮັກຕາຍຢູ່ຕໍ່ຫນ້າ ນາງກໍ່ເສຍໃຈທີ່ສຸດຄືກັນ ເລີຍຂ້າໂຕເອງຕາຍຕາມ ແລະສຸດທ້າຍ ຄວາມຕາຍຂອງທັງສອງ ກໍ່ເຮັດໃຫ້ທັງສອງຕະກູນກັບມາຄືນດີກັນ......”
"ແມ່ນໃຜແຕ່ງເລື່ອງນີ້ວະ ແຕ່ງໄດ້ເສົ້າຂະຫນາດ"
"ແຊັກສະເປຍ ນັກປະພັນຄົນອັງກິດ......"
"ຫວາ... ຊີວິດທີ່ຖືກບັງຄັບມັນກະເຮ້ຍແບບນີ້ແລະ ......." ອື້ມ ຂ້ອຍກະເຫັນນຳມັນ “ຄັນເຈົ້າມີຄວາມຮັກແບບຈູລຽດເຈົ້າຊິເຮັດແນວໃດ”
“ກະບໍ່ຮູ້ແລະ ຂ້ອຍບໍ່ແມ່ນນາງເອກວັນນະກຳຈັກຫນ້ອຍ”
ກະຖາມ!! ມັນເວົ້າຢ່າງຫົວເສຍ ເຂົ້າໃຈບໍ່ ມັນເປັນການປຽບທຽບຫັ້ນນະ
“ອື່ມ... ຖ້າຂ້ອຍເປັນຈູລຽດນະ ຂ້ອຍກະຊິເຮັດຄືແບບຈູລຽດຫັ້ນແລະ ເຖິງວ່າມັນຈະເປັນການປະຕິເສດຄວາມຫວັງດີທີ່ພໍ່ແມ່ໂຕເອງໄດ້ວາງໄວ້ໃຫ້ກະຕາມເຖາະ (ແນວຂ້ອຍກະຫນີອອກຈາກບ້ານຈົນມາຢູ່ຄົນດຽວລະ ພຽງແຕ່ເລື່ອງຂອງຂ້ອຍມັນບໍ່ມີພະເອກຄືໂລມີໂອຊື່ໆ)... ເພາະວ່າເວລາທີ່ເຮົາຮັກໃຜຄົນຫນຶ່ງຈົນສຸດຫົວໃຈ ເຮົາກໍ່ຢາກຈະໃຊ້ຊີວິດນຳຄົນໆນັ້ນຈົນຊົ່ວນິລັນ.... ແຕ່ວ່າທຸກສິ່ງທຸກຢ່າງມັນກໍ່ຕ້ອງຂຶ້ນກັບສະຕິນຳ... ຄັນບໍ່ຊັ້ນມັນກະຊິມີບົດສະຫລຸບທີ່ບໍ່ສວຍງາມຄືກັບຈູລຽດຫັ້ນແລະ”
“ອື້ມດີເນາະທີ່ເຈົ້າກ້າຄິດ... ບາດຂ້ອຍລະບໍ່ກ້າທີ່ຈະເຮັດແບບນັ້ນ... ຢາກຈະຢູ່ເຮືອນ ຢາກຈະເຮັດທຸກຢ່າງໃຫ້ພໍ່ຂ້ອຍເຫັນວ່າຂ້ອຍມີດີຄືກັນ... ລວມທັງຢາກໃຫ້ລາວຍອມຮັບໃນໂຕຂ້ອຍສຳ”
"ເອີ້ໆ ຂ້ອຍເຊື່ອວ່າມື້ພໍ່ຂອງເຈົ້າຈະຍອມຮັບໃນສິ່ງທີ່ກຳລັງພະຍາຍາມ.. ວ່າຈົ້າເຖາະ ຊິເອົາແນວໃດຕໍ່ໄປນິ...... ຊິກັບເລີຍບໍ່"
"ໄລ່ຂ້ອຍຫວາຫັ້ນ"
"ກະຖາມຊື່ໆ ເຫັນເຈົ້າວ່າຊິກັບໄປນອນຢູ່ບ້່ານ"
"ອື້ມ..... ຂ້ອຍວ່າຂ້ອຍຊິກັບແລ້ວແລະ..."
"ເອີ້ຈັງໃດກະໂຊກດີຊັນ..... ຄັນກັບໄປແລ້ວລາວຮ້າຍນະ ໃຫ້ຫນີຂຶ້ນຫ້ອງເລີຍເດີ້ ບໍ່ຕ້ອງໄປຢືນຖຽງນຳລາວດຽວຊິເຈັບໂຕຍ້ອນ"
"ເວົ້າຄືເຈົ້າເຄີຍເຫັນນີ້ໃດ໋”
"ກະບໍ່ ແຕ່ຂ້ອຍກະເຄີຍເປັນແບບນັ້ນມາກ່ອນ ມີແຕ່ພໍ່ຂ້ອຍບໍ່ໄດ້ຕີຂ້ອຍຄືເຈົ້າຊື່ໆ"
"ອື້ມ ຂ້ອຍຊິກັບກ່ອນຊັນ"
ຈາກນັ້ນມັນກໍ່ລຸກຂຶ້ນຈາກຕັກແລ້ວໂບກມືລາຂ້ອຍ..... ສິ່ງທີ່ມັນພະຍາຍາມສ້າງຄວາມສຸກຂຶ້ນມາເພື່ອກັນຄວາມທຸກຂອງມັນໄວ້ ຂ້ອຍແນມເຫັນຫມົດ... ຂ້ອຍບໍ່ເຄີຍຮູ້ສຶກແບບນີ້ມາກ່ອນນະ ເປັນຫ່ວງທຸກຄັ້ງທີ່ມັນບໍ່ສະບາຍໃຈ... ຫລືວ່າເວລາທີ່ມັນຊຶມເສົ້າ.... ແລ້ວຊິບອກຂ້ອຍໄດ້ບໍ່ ວ່າຄວາມຮູ້ສຶກແບບນີ້ມັນຫມາຍຄວາມວ່າແນວໃດ
.
.
ວ່າຊິບໍ່ອັບລະແຕ່ກະມີຄົນບອກໃຫ້ເອົາລົງ
ກະເລີຍວ່າຂຽນຕໍ່ໄປໃຫ້ມັນຈົບເລື່ອງ
ແລ້ວບາງເທື່ອກະຊິຂຽນເລື່ອງຕໍ່ໄປ
ພໍດີຄິດຫຍັງອອກ
ແຕ່ເຮົາມາເວົ້າຕອນໆນີ້ກວ່າ
ມັກອາເລັກໃນຕອນນີ້ນະອິໆໆ
ຢາກມີແຟນແບບນີ້ (ຂ້າມສົບຂ້ອຍໄປກ່ອນ ອີ່ Writer!!: ທັນວາ)
<center><object data="http://assets.mixpod.com/swf/mp3/mixpod.swf" type="application/x-shockwave-flash" height="128" width="320"><param value="false" name="menu"><param value="TL" name="salign"><param value="window" name="wmode"><param value="myid=0&autoplay=false&addMode=false&prev=3" name="flashvars"></object></center>