ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕອນທີສິບສາມ

ບໍ່ສະບາຍ

 

ຂ້ອຍຕື່ນແຕ່ເຊົ້າຕາມປົກກະຕິທຸກມື້ເພື່ອຈະອອກໄປເປີດຮ້ານ... ມື້ຄືນອາກາດໂຄດຫນາວ ຄັນບໍ່ຫົ່ມຜ້າຫົ່ມສອງຜືນຄືຊິບໍ່ໄຫວ ຂະຫນາດລະດູຫນາວມັນໄດ້ຜ່ານໄປລະ...

ຫລັງຈາກທີ່ອັດປະຕູເຮືອນແລ້ວໆ ຂ້ອຍຮີບຫອບສັງຂານເພື່ອຈະຍ່າງໄປບ່ອນຈອດລັງໃກ້ໆ ແຕ່ສາຍຂ້ອຍມັນພັດສັງເກດເຫັນຜູ້ຊາຍຄົນຫນຶ່ງກຳລັງນອນຢູ່ຕັ້ງຍາວທີ່ສາລາ ໃກໆກັບກຳແພງ

ເຮັດໃຫ້ຂ້ອຍຈຳເປັນຕ້ອງຍ່າງເຂົ້າໄປໃກ້ໆອີກເພື່ອສັງເກດເບິ່ງໃບຫນ້າໃຫ້ຊັດເຈນ ແລະສຸດທ້າຍຂ້ອຍກໍ່ຮູ້ວ່າແມ່ນໃຜ

ອາເລັກ!! ຂ້ອຍອຸທານຊື່ມັນດ້ວຍຄວາມຕົກໃຈ ແຕ່ມັນກະຍັງບໍ່ທັນມີທ່າທີທີ່ຈະເຫນັງຕີງ... ​ຈາກນັ້ນຂອງກໍ່ຍ່າງເຂົ້າໄປໃກ້ໆຈົນຕິດເໂຕເພື່ອທີ່ຈະປຸກມັນ ແຕ່ເມື່ອມືນ້ອຍໆສຳພັດໃບຫນ້າຕົນໂຕມັນແລ້ວ ແມ໊ງໂຕໂຄດຮ້ອນເລີຍນະ

"ເຮີ້ຍ ບໍ່ສະບາຍຕົວະນິ ອາເລັກ ຕື່ນ ອາເລັກ"​

ຂ້ອຍພະຍາຍາມປຸກມັນອີກຄັ້ງ ຈົນມັນສະຫລຶມສະຫລືມືນຕາຂຶ້ນມາຍ່າງລຳບາກ.... ເຜີຍໃຫ້ເຫັນໃບຫນ້າທີ່ຊີດເຫລືອງປານໄກ່ຕົ້ມ

"ມານອນນີ້ໄດ້ແນວໃດນິ.... ໄປ໋ ເຂົ້າໄປໃນເຮືອນກ່ອນ"

ຈາກນັ້ນຂ້ອຍກໍ່ພາຫມີຄວາຍຄືມັນເຂົ້າບ້ານດ້ວຍຄວາມລຳບາກ...... ຂ້ອຍພາມັນມາຮອດຫ້ອງຮັບແຂກແລ້ວວາງມັນລົງໂຊຟາທັນທີ ແນວຂ້ອຍບໍ່ປັນຍາພາມັນຂຶ້ນໄປນອນຢູ່ເທິງຕຽງຊັ້ນາອງດອກ...​ ຂະຫນາດພາມານີ້ກະເມື່ອຍຊິຕາຍລະ ຮ້າຍກວ່າຊຸກລົດສິບລໍ້ອີກ..... ເຮີ່ຍ ເວນກຳຂອງຂ້າພະເຈົ້າອີກແລ້ວນິ

"ສະພາບແບບນີ້ຄືຊິບໍ່ໄປໂຮງຮຽນບໍ່ໄດ້ແລ້ວແລະ" ຂ້ອຍບອກດ້ວຍຄວາມເປັນຫ່ວງ ສ່ວນມັນກໍ່ງຶກຫົວເຂົ້າໃຈແລ້ວກໍ່ຫລັບຕໍ່ ແລ້ວຂ້ອຍຊິເຮັດແນວໃດດີ ບໍ່ເຄີຍທີຈະຮັກສາຄົນບໍ່ສະບາຍຈັກເບື່ອ ຂ້ອຍກະບໍ່ໄດ້ເປັນຫມໍຈັກຫນ້ອຍ ດະ ດຽວ ຫມໍຫວາ ເອີ້ ເຮົາກະຫມູ່ແມ່ນຫມໍຢູ່ ເຊິ່ງຄົນໆນັ້ນກໍ່ແມ່ນອ້າຍຂອງຈຽບ ວ່າແລ້ວ ຂ້ອຍກໍ່ຮີບໂທໄປຫາທັນທີ ແລ້ວບໍ່ດົນເທົ່າໃດອີກຝ່າຍກໍ່ຮັບສາຍ

"ຮະໂຫລ"

"ຮະໂຫລ ໂຈ້... ເຂົາມີເລື່ອງໃຫ້ເພິ່ນຊ່ວຍນະ..... ເພິ່ນຫວ່າງລົມນຳເຂົາບໍ່"

"ອື້ມ... ພໍດີ ຫາກະອອກຈາກຫ້ອງຜ່າຕັດແລ້ວ ມີຫຍັງຊັນ"

"ເອີ່ ຄື ເວລາທີ່ຄົນເຮົາບໍ່ສະບາຍນະ ເຮົາຊິເຮັດແນວໃດ ແບບເຂົາບໍ່ຮູ້ຊິເຮັດແນວໃດນະ"

"ຫວາ...​ ລະອາການຄົນໄຂ້ເປັນແນວໃດແດ່ຊັນ"

"ແບບໂຕຮ້ອນໆ ມືເຢັນໆ ນອນຕາກອາກາດເຢັນຫມົດຄືແບບນີ້ນະ ແຕ່ອາການກະບໍ່ໄດ້ຮ້າຍແຮງປານໃດ໋ນະ" ເບິ່ງຈາກສະພາບມັນ ຄືຊິບໍ່ທັນໃກ້ຕາຍເທື່ອດອກ

"ເພິ່ນກະເລີ່ມຈາກເອົານ້ຳທຳມະດາມາເຊັດໂຕໃຫ້ລາວ ຫາຢາກດີໄຂ້ໃຫ້ ບາດແລ້ວກະຫາຂອງຮ້ອນໆໃຫ້ກິນ ລະທີ່ຖາມມານິ ແມ່ນໃຜບໍ່ສະບາຍຫັ້ນ ແຟນຫວາ"

"ບະ ບໍ່ແມ່ນ ດອກ" ເບິ່ງມັນຖາມ ຈົນວ່າຂ້ອຍເກືອບໄປບໍ່ເປັນ "ກະ ຖາມໄປ ຊື່ໆ ເອີ່ ພໍ່ດີຄົນໃນຮ້ານບໍ່ສະບາຍ ມັນບໍ່ຢາກຈະໄປໂຮງຫມໍ"

"ອື້ມໆ"

"ເອີ້ເທົ່ານີ້ກ່ອນເດີ້ ຂອບໃຈ" ຕິ໊ດ ຂ້ອຍວາງສາຍແລ້ວກໍ່ຫັນໄປເວົ້ານຳຄົນທີ່ນອນເທິງໂຊຟາ

"ດຽວຂ້ອຍຂິເອົາຢາມາ ລະກະເຊັດໂຕໃຫ້ເຈົ້າກ່ອນດີກວ່າ..."

ຈາກນັ້ນຂ້ອຍເຂົ້າໄປເອົາຢາພ້ອມກັບແຜເຢັນໆຈຸມນ້ຳສະອາດໄວ້ຮຽບຮ້ອຍ

ມືນ້ອຍໆຂອງຂ້ອຍກໍ່ເລື່ອນໄປຈັດກະດຸມເມັດທຳອິດ ແລ້ວກໍ່ປົດມັນອອກ ຕາມມາດ້ວຍເມັດທີ່ສອງ ສອມ ສາມ ສີ່ ຈົນຮອດເມັດສຸດທ້າຍ ເຜີຍໃຫ້ເຫັນຜິວຂາວໆຂອງມັນທີ່ປະກົດໃຫ້ເຫັນເດັ່ນປະຈັກຕາ

"ອຶກ" ຂ້ອຍກືນນ້ຳລາຍຍ່າງຝືດຄໍ ມືທີຈະເລື່ອນໄປເຊັດໂຕໃຫ້ມັນ ເກືອບຈະບັງຄັບບໍ່ໄດ້ ຂ້ອຍກໍ່ເລີຍພະຍາຍາມລວບລວມຄວາມກ້າເຊັດໃຫ້ມັນຢ່າງລວກໆ ຈາກນັ້ນກໍ່ຮີບໃສ່ກະດຸມໃຫ້ມັນທັນທີ (ດຽວຊິອົດໃຈບໍ່ໄຫວ ພໍດີຍັງບໍ່ທັນຢາກຈະພາກຜູ້ເຍົາ)

ຫລັງຈາກທີ່ເຊັດໂຕຂ້ອຍກໍ່ປຸກໃຫ້ມັນລຸກກິນຢາ ເຊິ່ງມັນກໍ່ເຮັດຕາມຄຳສັ່ງຢ່າງວ່າງ່າຍ ບໍ່ດົນເທົ່າໃດມັນກໍ່ງາຍໂຕລົງໄປນອນຄືເກົ່າ...... ແລ້ວກໍ່ຫລັບໄປໃນທີ່ສຸດ

ເຮີ່ຍ ສ່ວນຂ້ອຍກະໄດ້ແຕ່ແນມເບິ່ງມັນຢ່າງດຽວຢູ່ບ່ອນນີ້.... ພໍຄຶດຫຍັງອອກຂ້ອຍກໍ່ລຸກອອກໄປທັນທີ... ເພື່ອທີ່ຈະໂທໄປລາຍງານພວກຄົນໃນຮ້ານວ່າມືນີ້ຄືຊິບໍ່ມີເວລາເຂົ້າໄປຮ້ານໄດ້ແລ້ວ ແນວມີຄົນບໍ່ສະບາຍຢູ່ເຮືອນແລະອີກຢ່າງຫນຶ່ງ(ດຽວອາການມັນຊິຊຸດໂຊມລົງກວ່າເກົ່າ)

 

 

ທີ່ຫ້ອງຮຽນ ຫລັງເລີກຮຽນ

ເອກ Part

 

ຂ້ອຍພະຍາຍາມກົດໂທໄປຫາບັກອາເລັກບັກຫລາຍໆຄັ້ງຕັ້ງແຕ່ມື້ຄືນ ແຕ່ມັນກໍ່ຍັງບໍ່ຮັບສາຍຂອງຂ້ອຍຈັກເທື່ອ ກະຍ້ອນມັນຜິດກັບພໍ່ຂ້ອຍມື້ຄືນນີ້ແລະ ທີ່ເຮັດໃຫ້ມັນຕ້ອງຫນີອອກຈາກບ້ານ..... ເຊິ່ງເລື່ອງນີ້ຂ້ອຍກໍ່ມີສ່ວນກ່ຽວນຳ

ສ່ວນພໍ່ຂອງຂ້ອຍ ບອກໄດ້ພຽງແຕ່ປະໂຫຍກວ່າ ດຽວມັນກະກັບມາ......

ເຊິ່ງການຜິດຖຽງກັນຄັ້ງນີ້ມັນຮ້າຍແຮງກ່ວາທຸກຄັ້ງທີ່ຜ່ານມາ ຍ້ອນພໍ່ຂ້ອຍຂຸດເລື່ອງແມ່ຂອງມັນມາເວົ້າອີກ..... ຊິໂທໄປຫາບັກເກັ່ງກະຄືຊິບໍ່ຈຳເປັນ ໃນເມື່ອມັນນອນໄປເຈົ້າຊາຍນິທາຢູ່ໂຮງຫມໍ ແລ້ວບາດນີ້ຂ້ອຍຊິເຮັດແນວໃດດີວະ!!

"ເປັນຫຍັງຄືຫນ້າບູດແທ້" ສຽງຫວານໆຂອງນ້າເອີ່ຍຂຶ້ນ ໃນຂະນະທີ່ພາຮ່າງກາຍນ້ອຍໆຂອງນາງນັ່ງລົງຂ້າງໆໂຕຂ້ອຍ ແຮງຢາກເຈິຢູ່ພໍດີ

"ກະນ້ອງເຂົາບໍ່ທັນກັບບ້ານຕັ້ງແຕ່ມື້ຄືນ.... ເຂົາບໍ່ຮູ້ຊິເຮັດແນວໃດ ໂທໄປຫາມັນຈົນເມື່ອຍມືລະນິ ແຕ່ມັນກະບໍ່ຮັບສາຍ"

"ແລ້ວເພິ່ນໂທຖາມຫມູ່ລາວລະຫວາ" ນ້າແນະນຳ

"ຍັງ...​ ແຕ່ວ່າຫມູ່ຂອງມັນນອນເປັນເຈົ້າຊາຍນິທາຢູ່...."

"ແລ້ວຄົນອື່ນເດຊັນ"

"ເຂົາບໍ່ມີເບີຄົນອື່ນນະ ມີແຕ່ເບີຫມູ່ສະນິດຂອງມັນຄົນດຽວ

"ເອີ້ ແຕ່ເຂົາມີເບີບົວ..... ເປັນຫມູ່ຂອງນ້ອງເພິ່ນຄືກັນ...​ ດຽວເຂົາຊິລອງໂທຖາມບົວໃຫ້ເພິ່ນກ່ອນ" ຈາກນັ້ນມືນ້ອຍໆຂອງນາງກໍ່ກົດໂທຫາບົວ

 

"ຮະໂຫລບົວ ບົວເຫັນອາເລັກໄປໂຮງຮຽນບໍ່.... ອະ ອືມ ...​ອືມ...." ບາດແລ້ວນາງກໍ່ວາງສາຍ

 

"ບໍ່ເຫັນໄປໂຮງຮຽນ.... ບົວກະໂທໄປຫາອາເລັກຄືກັນ ແຕ່ກະບໍ່ຮັບສາຍ"

ສຸດທ້າຍຂ້ອຍກໍ່ໄດ້ຮັບຄຳຕອບທີ່ຜິດຫວັງ ເຖິງມັນຈະມັກອອກໄປຫລິ້ນຫລືໄປເສບດົນຕີນຳຫມູ່ຕະຫລອດ ແຕ່ມັນກໍ່ບໍ່ເຄີຍຫາຍໄປຫມົດຄືນລີຍ ບໍ່ຮູ້ຊິເປັນແນວໃດ

"ເຂົາວ່າຊິລອງໂທໄປແຈ້ງຄວາມດີບໍ່ ຖາມນາງດ້ວຍນ້ຳສຽງຈິງຈັງ" ແລະຮູ້ສຶກເປັນຫ່ວງນ້ອງຊາຍທີ່ສຸດ

"ບໍ່ເຖິງຂັ້ນນັ້ນກະໄດ້ເພິ່ນ ອີກຢ່າງຍັງບໍ່ຮອດຊາວສີ່ຊົ່ວໂມງເທື່ອ ເຂົາເຈົ້າຄືຊິບໍ່ຮັບແຈ້ງເທື່ອຄວາມດອກ ເຂົາວ່າເພິ່ນໃຈເຢັນກ່ອນດີກວ່າ ເຂົາເຊື່ອວ່ານ້ອງເພິ່ນຕ້ອງບໍ່ເປັນຫຍັງ"

ມືນ້ອຍໆຂອງນາງເລື່ອນມາຈັບມືສາກໆຂອງຂ້ອຍເພື່ອໃຫ້ກຳລັງໃຈ ແລະຂ້ອຍກໍ່ສາມາດມາດສຳພັດຄວາມຮູ້ສຶກທີ່ນາງສົ່ງຜ່ານມາໃຫ້ ໂດຍສະເພາະສາຍຕາ... ຢ່າງຫນ້ອຍເວລາທີ່ບໍ່ສະບາຍໃຈ ກໍ່ຍັງມີຄົນໃຫ້ກຳລັງໃຈຂ້ອຍຢູ່ຂ້າງໆ ຈັງໃດກະຂອບໃຈພະພຸດທະເຈົ້າທີ່ ສົ່ງນາງຟ້າມາໃຫ້ຂ້ອຍ

           

            ນ້າ part

 

          ຂ້ອຍຍັງຈັບມືມັນຢູ່ແບບນັ້ນ... ຖ້າຖາມວ່າ ມັນແມ່ນຫນຶ່ງໃນແຜນຂອງຂ້ອຍບໍ່ ຕອບໄດ້ຄຳດຽວ ວ່າ ບໍ່... ຂ້ອຍຮູ້ສຶກແບບນັ້ນແທ້ໆ ໂດຍສະເພາະສາຍຕາທີ່ແນມເບິ່ງມັນ .......... ຂ້ອຍບໍ່ຮູ້ສາເຫດທີ່ຈິງວ່າເປັນຫຍັງຂ້ອຍຄືຮູ້ສຶກແບບນັ້ນ ຮູ້ສຶກເປັນຫ່ວງເວລາທີ່ມັນບໍ່ສະບາຍໃຈ ຢາກໃຫ້ມັນກັບມາຍິ້ມ ມາກວນປະສາດຂ້ອຍຕາມເດີມ.... ຂ້ອຍຫວັງວ່າ ສິ່ງທີ່ຂ້ອຍກຳລັງເປັນມັນຈະແມ່ນແຮງກະຕຸ້ນໃຫ້ຂ້ອຍຍົກເລີກທຸກສິ່ງທຸກສິ່ງຢ່າງ...... ຂ້ອຍບໍ່ຢາກໃຫ້ມັນເປັນແບບນັ້ນເລີຍ...

"ເອກ!!" ສຽງແຫລມໆຂອງຄົນທີຫາກໍ່ມາໃຫມ່ ນ້ຳສຽງຮ້ອງໃສ່ເຕັມໄປດ້ວຍຄວາມບໍ່ພໍໃຈແລະຫຶງຫວງ ຈຶ່ງເຮັດໃຫ້ນັກສຶກສາຫລາຍຄົນແນມເບິ່ງມາທີ່ພວກຂ້ອຍເປັນສາຍຕາດຽວ

"ເກດ....." ເອກເອີ່ຍຊື່ນາງດ້ວຍຄວາມເບື່ອຫນ່າຍ....... ເມື່ອກ່ອນບໍ່ເຫັນຈະຫຶງຂ້ອຍອອກຫນ້າອອກຕາປານນິ... ຖ້າເປັນຂ້ອຍ ຂ້ອບກະເບື່ອແທນມັນຄືກັນດ.... ແຕ່ມາກະດີລະ ຫຶ ມີເລື່ອງໃຫ້ກວນປະສາດຄົນຫລິ້ນ

"ເຂົາໂທໄປຫາເພິ່ນຄືບໍ່ຮັບ ເຂົາຍັງບໍ່ຈັດການ ໃຫ້ມັນຈົບເທື່ອໃດ໋

"ແຕ່ເຂົາວ່າເຂົາ clear ນຳເພິ່ນຈົບຕັ້ງແຕ່ມື້ຄືນນີ້ແລ້ວ"

"ມັນບໍ່ທາງຈົບງ່າຍໆ ຖ້າເພິ່ນຍັງບໍ່ເລິກຕິດຕໍ່ນຳນ້າ......" ເກດຄືຊິຮູ້ແລ້ວຕິວ່າຂ້ອຍບໍ່ແມ່ນຄົນເລີ່ມກ່ອນ... ​(ແຕ່ນາງກະອ່ອຍເອກຄືກັນຫັ້ນແລະ: ຜູ້ຂຽນ)

"ແລະທີ່ສຳຄັນນ້າ ໃຜບອກໃຫ້ເພິ່ນຈັບມືເອກ" ຊັກສາຍຕາຄາດໂທດມາຫາຂ້ອຍແທນ....​ ແຕ່ຂ້ອຍເລືອກທີ່ຈະງຽບ ໃນເມື່ອຄົນທີ່ຢູ່ຂ້າງໆຈະຕ້ອງເປັນຄົນທີ່ອະທິບາຍໃຫ້ເກດຟັງຢູ່ແລ້ວ

"ທີ່ນ້າຈັບມືເຂົາ ຍ້ອນລາວຢາກໃຫ້ກຳລັງໃຈເຂົາ ພໍດີມື້ຄືນອາເລັກຫາຍໄປ"

"ແລ້ວມັນກ່ຽວຫຍັງກັນ ຫ໊ະ!!"

ສຽງນາງດັງພໍທີ່ຈະເຮັດໃຫ້ຄົນຫຸ້ມເບິ່ງຫລາຍຂຶ້ນກວ່າເກົ່າ... ຂ້ອຍກໍ່ເລີຍເລືອກທີ່ຈະຕັດປັນຫາໂດຍການເປັນຄົນທີ່ອະທິບາຍດ້ວຍໂຕເອງ

"ດຽວເລື່ອງທັງຫມົດເຂົາເປັນຄົນຜິດເອງ" ຂ້ອຍແຊກໃນລະຫວ່າງການສົນທະນາອັນດຸເດືອດ "ພໍດີເຫັນເອກບໍ່ສະບາຍໃຈ ເຂົາກະເລີຍຢາກປອບໃຈ ຖ້າຊິໂທດຄົນຜິດກະໂທດທີ່ເຂົາພີ້"

"ແນ່ນອນວ່າເພິ່ນເປັນຄົນຜິດ!!...." ຊີ້ຫນ້າຮ້າຍຂ້ອຍ "ແລ້ວເພິ່ນບໍ່ຕ້ອງເຂົ້າວຸ້ນວາຍນຳພວກເຂົາອີກ!!"

"ເຂົາວ່າເພິ່ນຢຸດຖຽງນ້າດີກວ່າ..... ເຂົາກັບນ້າເປັນຫມູ່ກັນ.... ຊິເລີກຫຍຸ້ງກັນໄດ້ແນວໃດ" ເອກພະຍາຍາມອະທິບາຍອີກຄັ້ງ ແຕ່ເຫມືອນອາລົມນາງຄືຊິບໍ່ເຢັນລົງງ່າຍໆ

"ເລີກໄດ້!! ເພາະເຂົາເປັນແຟນເພິ່ນ ແລ້ວທີ່ສຳຄັນ ເຂົາສັ່ງຫ້າມເດັດຂາດຫ້າມໃຫ້ເພິ່ນຢຸດຫຍຸ້ງກັບນ້າ ແລ້ວສ່ວນເພິ່ນນ້າ... ຫ້າມກ້າວເຂົ້າມາວຸ້ນວາຍນຳເອກອີກ!!"

"ຫຶ...​ຄືເອກເວົ້າມື້ກີ້ ເຂົາກັບເອກເປັນຫມູ່ກັນຊິເລີກຫຍຸ້ງໄດ້ແນວໃດ...​ ເພິ່ນຕ່າງຫາກຫຶງບໍ່ເຂົ້າເລື່ອງນະ......" ສຸດຄວາມຂ້ອຍກໍ່ຮີບຫອບສັງຂານຂອງໂຕເອງອອກຈາກພວກມັນທັນທີ... ຂ້ອຍບໍ່ຢາກຢືນໃຫ້ເຂົາເຈົ້າແນມເບິ່ງຫນ້າຂ້ອຍດ້ວຍຫລາຍອາລົມດອກ ແລະສ່ວນຫລາຍກໍ່ແນມຂ້ອຍດ້ວຍສາຍຕາທີ່ວ່າ ຫນ້າດ້ານ ບໍ່ມີສົມບັດຜູ້ດີ ມັກຢາດຂອງເພື່ອອື່ນ.....​ ແຕ່ຂ້ອຍກໍ່ຍອມໃຫ້ພວກນັ້ນດ່າ

ໃນເມື່ອຂ້ອຍຢາກເຫັນພວກມັນທໍລະມານຄືກັນກັບຂ້ອຍ

.

.

.

ມາລົງອີກແລ້ວ .... ດຳເນີນມາຮອດຕອນທີ່ສິບສາມແລ້ວ

ເຫລືອອີກຫລາຍຕອນເຕີບກວ່າຊິ Ending ເລື່ອງນີ້

ແຕ່ວ່າ Writer ມີນິຍາຍໃຫມ່ທີ່ກຳລັງຄິດຢູ່ໃນຫົວ

ແລ້ວຢາກຖາມວ່າ ນິຍາຍເລື່ອງໃຫມ່ຊິໃຫ້ແຕ່ງແນວໃດ

ແບບແນວດຣາມາ

ແນວຕະຫລົກດ່າກັນເລື່ອງບໍ່ເປັນເລື່ອງ

ຫລືແນວແບບ ລ້າງແຄ້ນຍາດມໍລະດົກ

ແອບຮັກເຂົາເຈົ້າຂ້າງດຽວ

ຫລືແນວຫວານໆດີ

ຈັງໃດກະຝາກແດ່ເດີ້ ຊ່ວຍຄິດແດ່

ລະທີ່ສຳຄັນເອົາຄູ່ຊາຍກັບຊາຍອີກບໍ່ ຕ້ອງຖາມໄວ້ກ່ອນເພື່ອທີ່ຈະໄດ້ກຽມໄວ້

 

 

Delicious Digg Fark Twitter