ຕອນທີສິບສີ່
ຂອງລັບຂອງອາເລັກ
ອາເລັກ Part
ຂ້ອຍມືນຕາດ້ວຍຄວາມສະຫລຶມສະຫລືໃນຊ່ວງເວລາທີ່ທ້ອງຟ້າກຳລັງມືດ ຍ້ອນໄດ້ກິ່ນອາຫານຫອມໆທີ່ລອຍມາຈາກເຮືອນຄົວ ຂ້ອຍຈື່ໄດ້ວ່າມື້ຄືນໂຕເອງນອນຢູ່ນອກເຮືອນຈົນຮອດຕອນເຊົ້າແລ້ວໄຂ້ກໍ່ຂຶ້ນສູງ ຈາກນັ້ນຂ້ອຍກໍ່ຖືກເລ້ພາເຂົ້າມາໃນເຮືອນດ້ວຍສະພາບທີ່ຮ້າຍກ່ອນແກ່ກວຽນຂຶ້ນພູເຂົາ...
ຕໍ່ມາລາວກໍ່ເຊັດໂຕໃຫ້ຂ້ອຍ. ບອກໄດ້ເລີຍຕອນນັ້ນຫົວໃຈມັນເຕັ້ນແຮງຜິດປົກກະຕິ ຊິລຸກມາຫ້າມອີກຝ່າຍໃຫ້ຢຸດການກະທຳທີ່ເຮັດໃຫ້ຂ້ອຍຫວັ່ນໄຫວກະບໍ່ມີແຮງ ສ່ວນລາວກະບໍ່ຮູ້ຫຍັງຈັກຫນ້ອຍວ່າຂ້ອຍຮູ້ສຶກຫວັ່ນໄຫວວູບວາບຊຳໃດ
"ອ້າວຕື່ນແລ້ວຫວາ" ລາວຖາມໃນຂະນະທີ່ວາງອາຫານຫອມໆລົງເທິງໂຕ
"ອື້ມ" ຂ້ອຍງຶກຫົວຄ່ອຍໆ
"ແລ້ວໄປແນວໃດແດ່" ລາວໃຊ້ມືແຕະຫນ້າຜາກຂ້ອຍຄ່ອຍໆ ຈາກນັ້ນກໍ່ສົ່ງຍິ້ມຫວານໆອອກມາຫນ້ອຍຫນຶ່ງ "ໄຄແດ່ລະ.... ຫົວບໍ່ຮ້ອນແຮງປານໃດ... ເອີ້ແລະຮີບກິນເຂົ້າປຽກເຂົ້າຮ້ອນໆແມ໊ະ... ດຽວມັນຊິເຢັນກ່ອນ"
ສຸດສຽງລາວ ຂ້ອຍກໍ່ລົງມືກິນທັນທີ ແຕ່ດ້ວຍທີ່ຂ້ອຍຟ້າວຍ້ອນຄວາມຫິວ ເລີຍລືມວ່າເຂົ້າລາວປຽກຫາກະເຮັດໃຫມ່ໆ
"ຮ໊າ ຮະ ຮ້ອນ!!" ຂ້ອຍຄາຍເຂົ້າປຽກທັນທີກ່ອນຈະຫານ້ຳໃກ້ໆເຂົ້າມາດືມແທນ ໂອ໊ຍ ຫລິ້ນຂ້ອຍໂພງຫມົດແລ້ວ
"ຫັ້ນແລະຟ້າວແຮງນະ... ເຄື່ອງເປຶ້ອນຫມົດແລ້ວນິ...... "
ມືຫນ້ອຍຂອງລາວຈັບທິບຊູ້ໃກ້ໆໂຕະແລ້ວມາເຊັດໂຕຂ້ອຍທັນທີ ເຮັດໃຫ້ຂ້ອຍເບິ່ງແນມການກະທຳທີ່ອ່ອນໂຍນແບບບໍ່ວາງຕາ..... ຂ້ອຍບໍ່ເຄີຍສຳພັດຄວາມອົບອຸ່ນທີ່ລາວສົ່ງມາທັນທີ ແລະບໍ່ເຄີຍທີ່ຈະມີໃຜດູແລເບິ່ງແຍ່ງຂ້ອຍຢ່າງໃກ້ຊິດແບບນີ້ເລີຍ ຕັ້ງແຕ່ມື້ທີ່ແມ່ຂ້ອຍເສຍໄປ...
"ປ້ອນຂ້ອຍໄດ້ເບາະ" ຂ້ອຍບອກອອກໄປໂດຍທີ່ບໍ່ທັນຄິດ ສ່ວນອີກຝ່າຍກໍ່ເຫງີຍເບິ່ງຫນ້າຂ້ອຍທັນທີ
"ເປັນບ້າຫວາ!!.... ເຖົ້າປານນີ້ຍັງຊິມາຂ້ອຍປ້ອນອີກ"
"ກະຊິເປັນຫຍັງ.... ໄດ້ບໍ່ ປ້ອນຂ້ອຍໄດ້ບໍ່" ຂ້ອຍສົ່ງສານຕາອ້ອນວອນ ສ່ວນລາວກໍ່ຖອນຫັນໃຈຄ່ອຍໆກ່ອນຈະຕອບອອກມາ
"ເອີ້ໆ ກະໄດ້" ຂ້ອຍຍິ້ມຈົນປາກຊິຈີກ ເມື່ອອີກຝ່າຍຕອບຕົກລົງ ກະລາວເປັນຕາອ້ອນເດ ຂ້ອຍກະເລີຍຢາກອ້ອນ
ຈາກນັ້ນມືນ້ອຍກໍ່ຕັກເຂົ້າຕົມຂຶ້ນມາກ່ອນຈະເປົ່າໃຫ້ມັນເຢັນກໍ່ປ້ອນໃສ່ປາກ... ຂ້ອຍຍິ້ມໃຫ້ກັບການກະທຳທີ່ແສນອ່ອນຫວານຢ່າງຫລີກລ້ຽງບໍ່ໄດ້ ຈົນກະທັ້ງອາຫານຫມົດກ້ຽງ
"ຂ້ອຍເຈັບຫລີ້ນເວີ້ຍ"
"ສົງໄສຫລິ້ນເຈົ້າຄືຊິໂພງ.... ແຕ່ກະປະໄວ້ແບບນັ້ນແລະ ດຽວມັນຫາກເຊົາເອງດອກ"
"ອື້ມ"
"ເອີ່...... ແລ້ວເຂົ້າຕົ້ມທີ່ຂ້ອຍເຮັດໃຫ້ກິນແຊບບໍ່" ລາວຖາມດ້ວຍຄວາມຢາກຮູ້
"ຊິໃຫ້ຕອບເອົາໃຈ ຫລື ຕາມຄວາມຈິງຊັນ..." ຂ້ອຍເວົ້າໄປສອງຄວາມຫມາຍ ແຕ່ທີ່ຈິງມັນກະແຊບຫັ້ນແລະ ແຊບຈົນຫລິ້ນໂພງເລີຍ
"ເວົ້າມາໂລດນະ"
ຄັນບໍ່ແຊບຂ້ອຍຊິກິນຈົນຫມົດຖ້ວຍຫວາຊັນ
ຈາກນັ້ນເລ້ກໍ່ຍິ້ມອອກມາຍ່າງດີໃຈ... ໂຄດຫນ້າຮັກເລີຍນະ........ ບໍ່ຮູ້ໄປມີຄວາມຮູ້ສຶກແບບນີ້ຕັ້ງແຕ່ມື້ໃດ໋ວະ...ທັງທີຕອນທຳອິດກະກັດກັນຈະຕາຍກັນໄປຄົນລະຂ້າງ... ແຕ່ຕອນນີ້ມັນປ່ຽນໄປ ຈົນເຮັດໃຫ້ຮູ້ສຶກວ່າຫົວໃຈຂອງຂ້ອຍມັນກຳລັງເຕັ້ນແຮງຈົນຄວບຄຸມບໍ່ໄດ້
"ວ່າແຕ່ຫນີອອກຈາກມາແບບນີ້ຊິໄປຢູ່ໃສນິ" ລາວຖາມດ້ວຍນ້ຳສຽງຈິງຈັງ
"ຢູ່ບ່ອນນີ້ໃດບໍ່..... ຢູ່ແປັບດຽວຫນຶ່ງ ດຽວຂ້ອຍຫາທີ່ຢູ່ໃຫມ່ໄດ້ກະໄປແລ້ວ..."
ຂ້ອຍອ້ອນລາວອີກຄັ້ງ ມືທັງສອງຂອງຂ້ອຍຍົກຂຶ້ນພ້ອມກັບແຢ່ຫລີ້ນອອກມາແລ້ວກໍ່ເຮັດທຳທ່າປານຫມາຫນ້ານ້ອຍຜູ້ສົງສານເພື່ອຂໍຄວາມເຫັນໃຈ
"ອື້ມກະໄດ້... ຊັນເຈົ້າກະໄປອາບນ້ຳກ່ອນ.."
"ໂດຍ" ຂ້ອຍບອກພ້ອມກັບລຸກອອກຈາກໂຊຟາ ແຕ່ກ່ອນທີ່ຈະກ້າວຂາອອກໄປລາວກໍ່ຮ້ອງທ້ວງໃສ່ກ່ອນ
"ດຽວ"
"ແມ່ນຫຍັງ"
ຫ້າມອ້າມນ້ຳເຢັນເດັດຂາດ... ຕ້ອງອາບນ້ຳອຸ່ນຢ່າງດຽວ.. ພໍດີເຮືອນຂ້ອຍມີເຄື່ອງປັບນ້ຳອຸ່ນຢູ່ ເຂົ້າໃຈບໍ່
"ໂດຍ..." ຂ້ອຍບອກສຽງຍາວໆ ກ່ອນຈະພາໂຕເອງອອກໄປອາບນ້ຳ ເຊິ່ງມັນກະບໍ່ຈຳເປັນ ຈະຕ້ອງຖາມຫຍັງອີກ ພໍດີຂ້ອຍເຄີຍສຳຫລວດບ້ານລາວຈົນເກືອບທົ່ວແລ້ວ
.
.
ທີ່ຫ້ອງຮັບແຂກບ່ອນເກົ່າ
ທັນວາ part
ຂ້ອຍຫາຜ້າເຊັດໂຕໃຫ້ມັນກ່ອນທີ່ຈະເຂົ້າຫ້ອງນ້ຳໄປ... ສຽງນ້ຳກະທົບກັບພື້ນດັງພຽງບໍ່ພໍເທົ່າໃດ ມັນກໍ່ຍ່າງອອກຈາກຫ້ອງນ້ຳມາທີມີຜ້າແຜຜຶນນ້ອຍໆພັນແອວມັນໄຫວ້ຮອດຫົ່ວເຂົ່າ ເຜີຍໃຫ້ເຫັນຊິກແພັກອັນຂາວໆມັນພ້ອມກັບເມັດນ້ຳທີ່ຍ້ອຍລົງຕາມເສັ້ນຜົມຂອງມັນ ໂຄດເຊັກຊີ້ ຂະຫນາດ
"ເບິ່ງຂ້ອຍແບບນີ້ ຄືບໍ່ກິນຂ້ອຍເລີຍຊະ..." ສະຕິທີ່ຫລຸດລອຍຢູ່ໃນພະວົງກໍ່ກັບມາສູ່ປັດຈຸບັນ... ລະເບິ່ງມັນເວົ້າແມະ... ຊວນເວົ້າຄິດເລິກຕະຫລອດ
"ບະ ບ້າ ແລ້ວ ໃຜແນມເບິ່ງ" ຂ້ອຍຕອບດ້ວຍຄວາມອາຍ ມັນເວົ້າຈີໃຈດຳຂ້ອຍຂະຫນາດເລີຍ ຮຶຍ!! ຖ້າບໍ່ຕິດທີ່ມັນຍັງບໍ່ບັນລຸນິຕິພາວະເບິ່ງແມ໊ະ ຂ້ອຍຊິຖວາຍເວີຈີ້ນໃຫ້ມັນເລີຍ ອິໆໆ (ສຸດທ້າຍຕ່ອມຄວາມ_ຄຽວ ກໍ່ອອກທຳງານ: ຜູ້ຂຽນ)
"ແລ້ວເປັນຫຍັງຄືຫນ້າແດງແທ້ວະ"
ຂ້ອຍເລືີ່ອນມືຂຶ້ນຈັບຫນ້າໂຕເອງທັນທີ ມັນແດງປັນນັ້ນພຸ້ນຫວາ
"ເອີ່... ອາດເປັນຍ້ອນອາກາດຫນາວຕິເບາະ ຫນ້າຂ້ອຍມັນເລີຍແດ"
"ແມ່ນຊຳເບາະ"
"ເອີ້... ແລ້ວອາບນ້ຳຄືບໍ່ເຊັດໂຕໃຫ້ແຫ້ງແດ່ເກາະ.. ເບິ່ງແມະພຶ້ນມັນປຽກຫມົດແລ້ວນິ ຮີບໄປເຊັດໂຕເລີຍໄປ໋"
"ອື້ມ" ມັນເຊື່ອຄວາມຢ່າງວ່າງ່າຍ ດີເວີ້ຍຄຳສັ່ງຂອງຂ້ອຍມັນໃຊ້ໄດ້ຜົນນຳມັນເສີຍ
“ມັບ...” ຈາກນັ້ນມັນກໍ່ຍ່າງເຂົ້າມາແລ້ວດຶງຂ້ອຍເຂົ້າໄປກອດໂດຍທີ່ຂ້ອຍບໍ່ທັນຕັ້ງໂຕ ແລ້ງເອິກຂາວໆແຂງໆຂອງມັນມາເຖືອຫລັງຂ້ອຍ ຈົນຂ້ອຍປຽກໄປນຳມັນ
"ເຮີ້ຍ ເຮັດຫຍັງນິ"
"ກະເຊັດໂຕຕາມທີ່ເຈົ້າບອກນິແລະ......" ຕອບດ້ວຍນ້ຳສຽງເສີຍໆ
"ເປັນບ້າຫວາຫ໊ະ!! ຜ້າແພກະມີ ຄືບໍ່ໄປເຊັດ ຊິມາກອດຂ້ອຍໄວ້ຫາວິມານຫຍັງເກາະ ຂ້ອຍປຽກຫມົດແລ້ວນິ"
"ແນວເຈົ້າບອກໃຫ້ຂ້ອຍເຊັດຂ້ອຍກະເຊັດລະເດ ຫລືຫວາເຈົ້າມີປັນຫາ ຮຶໆ...." ມັນຫົວແບບເຈົ້າເລ່ຢູ່ໃນລຳຄໍ
"ເອີ້ ມີ" ສຸດສຽງຂ້ອຍໃຊ້ຕີນນ້ອຍໆໄປຢຽບຕີນມັນຈົນມັນປ່ອຍ
"ໂອ໊ຍ!! ເຈັບໃດນິ" ມັນຄາງອອກມາພ້ອມກັບກະໂດດຈັບຕີນຕົວເອງດ້ວຍຄວາມເຈັບປວດ ແລະໃນຈັງວະທີມັນກະໂດດໄປມາ ພ້າແຜທີ່ຜັນຢູ່ຮອບແອວກໍ່ຫລຸດລົງ ເຜີຍໃຫ້ເຫັນຂອງລັບຂອງມັນຢ່າງຈະໆ
“ເຮີ້ຍ!!/ ເຮີ້ຍ!!”
ເມື່ອຮູ້ວ່າບໍ່ມີຫຍັງບັງຂອງສຳຄັນໄວ້ ມັນກໍ່ຮີບຈັບຜ້າມັນພັນໄວ້ຄືເກົ່າ ແຕ່ຕາຂອງຂ້ອຍມັນຍັງຂ້າງຢູ່ຄືເກົ່າ ມັນຫນ້າຈະປະໄວ້ແບບນັ້ນດົນໆກະບໍ່... ເອົາລະບາດນີ້ ອາການຫືນໆອອກມາລະ... ບໍ່ໄດ້ໆ ເຮົາຕ້ອງຮັກສາພາບພົດ
"ຊິຢືນຕາຄ້າງດົນບໍ່ຫ໊ະ" ມັນທ້ວງຈົນສະຕິຂ້ອຍປິວກັບມາຄືນ
"ຜະ ໃຜຕາຄ້າງ ບໍ່ໄດ້ຕາຄ້າງຈັກຫນ້ອຍ"
"ບໍ່ໄດ້ຕາຄ້າງແນວໃດ໋ວະ.... ແນມເບິ່ງປານຊິກິນຂ້ອຍນິ"
"ແມ່ນໃຜຊິຢາກເບິ່ງວະ ເທົ່າໄມ້ຈີ້ມແຂ້ວນິ"
ອັນທີ່ຈິງເອີ່ຂະຫນາດຂອງມັນຖ້າມາທຽບກັບຂ້ອຍ ພໍດີເປັນຫນອນນ້ອຍໄປເລີຍ ສ່ວນຂອງມັນ ປານລາຊາມັງກອນ ເອີ່.... ແລ້ວກູຊິພັນລະນາຫາພະແສງເລເຊີ້ຫຍັງວະ
"ເຮີ້ຍ ໄມ້ຈິ້ມແຂ້ວຫຍັງວະ!! ມາເບິ່ງໃຫມ່ເລີຍດຽວນີ້" ມັນຮ້ອງສັ່ງດ້ວຍຄວາມບໍ່ພໍໃຈ ມືໃຫຍ່ກຽມພ້ອມຊິດຶງຜ້າແພອອກທຸກເມື່ອ ແຕ່ດີທີ່ຂ້ອຍຮ້ອງທ້ວງໄວ້ກ່ອນ
"ຢຸດເລີຍ ເປັນໂລກຈິດຫວາຫ໊ະ!! ມັກໂຊຂອງໃຫ້ຜູ້ອື່ນເບິ່ງນະ" ຂ້ອຍຍົກມືປານພະປາງຫ້າມຍາດ ທີ່ຈິງບໍ່ຢາກໃຫ້ມັນໂຊ ເພາະຢາກເກັບໄວ້ເບິ່ງຄົນດຽວ ອິໆໆ (ຕ໊າຍ ເບິ່ງນາງເວົ້າ ແຮດ, ຕໍ່າ, ບໍ່ມີສົມບັດຜູ້ດີ: ຜູ້ຂຽນ) (ຢາກດ່າຍັງກະເຊີນ ຕອນນີ້ກູໄດ້ກຳໄລຢ່າງມາຫາສານ ຮາໆໆ: ທັນວາ)
"ລະຮີບໄປເຊັດໂຕໄດ້ແລ້ວ ລະນີ້ ເຄື່ອງ"
"ຂ້ອຍໂຍນເສື້ອຜ້າຂະຫນາດໃຫຍ່ທີ່ສຸດທີ່ຂ້ອຍມີໃສ່ມັນ"
"ອື້ມຂອບໃຈ"
ຫລັງຈາກນັ້ນມັນກໍ່ເອົາເສື້ອທີ່ຂ້ອຍໂຍນໄປ ມາປ່ຽນຢູ່ຕໍ່ຫນ້າ.... ເຮີ່ຍຂ້ອຍລະເມື່ອຍໆ ແມ່ນໃຜໄດ້ມັນໄປເປັນຜົວ ພໍດີຕ້ອງຊື້ຢາພາລາມາກິນທຸກມື້ແນ່ນອນ
.
.
.
.
ມື້ນີ້ຫວ່າງແຮງເລີຍມີໂອກາດເອົາມາລົງໄດ້ສອງຕອນ
ຈັງໃດກະຝາກອ່ານຕໍ່ໄປແດ່ເດີ້
ສ່ວນທີ່ໄດ້ບອກໄວ້ຕອນທີ່ແລ້ວນີ້ກະມີແຜນການຂຶ້ນມາ
ຫລັງຈາກເລື່ອງນີ້ຈົບ ເພາະວ່າ Writer ຢາກຂຽນນິຍາຍ
ຈົນກວ່າຈະບໍ່ມີໃຜອ່ານ