ບາດເຈັບ
ທີ່ໂຕະຫີນຂອງມະວິທະຍາໄລ
ຂ້ອຍຖ້າເອກທີ່ຕອນີ້ມັນກຳລັງຈະມາຫາຂ້ອຍ ເນື່ອງຈາກວ່າ ມັນຮູ້ແລ້ວວ່ານ້ອງມັນຢູ່ໃສ ເຊິ່ງມັນກໍ່ແມ່ນເລື່ອງທີ່ແສນຈະບັງເອີນ ໃນເມື່ອອາເລັກຕອນນີ້ກຳລັງຢູ່ເຮືອນອ້າຍຂ້ອຍ....
ໃນຂະນະທີ່ຂ້ອຍກຳລັງຖ້າມັນນັ້ນ ແກັ້ງຂອງຂ້ອຍທັງສີ່ຄົນ ກຳລັງຫອບສັງຂານພາກັນມານັ່ງຢູ່ໂຕະຫີນທັງສາມດ້ານ ດ້ວຍສີຫນ້າທີ່ເຕັມໄປດ້ວຍຄຳຖາມ
"ນ້າກູມີເລື່ອງຈະຖາມມຶງຢ່າງຫນຶ່ງ" ອີ່ເຜິ້ງທີ່ນັ່ງຢູ່ຕໍ່ຫນ້າຂ້ອຍເປີດສາກຖາມ
"ເລື່ອງຫຍັງ"
"ກູຮູ້ສຶກວ່າມຶງປ່ຽນໄປ"
"ຫຶ ປ່ຽນໄປ??"
"ເອີ້ ຍ້ອນກູສັງເກດເຫັນວ່າສາຍຕາມຶງເບິ່ງເອກດຽວນີ້ຫັ້ນແລະ ມັນຄືກັບສາຍຕາທີ່ກູແນມເບິ່ງອ້າຍພາດ ກູຖາມແທ້ ມຶງມັກລາວແມ່ນບໍ່... "
ຄຳຖາມທີ່ສຸດແສນຈະກົງໄປກົງມາຂອງມັນດຶງດູດພວກທີ່ນັ່ງຢູ່ທາງຕັ້ງໃຈຟັງເອົາແທ້ເອົາວ່າ..... ເຊິ່ງຄຳຖາມທີ່ມັນໄດ້ຖາມມື້ກີ້ວ່າ ຂ້ອຍປ່ຽນໄປຫວາ ເຊິ່ງມັນກໍ່ເຮັດໃຫ້ຂ້ອຍຕອບໄດ້ຄຳດຽວວ່າແມ່ນ.... ໃນເມື່ອຫົວໃຈຂ້ອຍເຕັ້ນແຮງຂຶ້ນແລະຊ້າລົງໃນເວລາກັນຕອນທີ່ຂ້ອຍຢູ່ໃກ້ກັບມັນ... ສ່ວນປະໂຫຍກສຸດທ້າຍ ຂ້ອຍຍັງບໍ່ທັນແນ່ໃຈ ຍ້ອນຄວາມຮູ້ສຶກຂອງຂ້ອຍມັນຍັງບໍ່ທັນຊັດເຈນເທື່ອ ຂ້ອຍກະເລີຍຈຳເປັນຕ້ອງຕອບມັນໄປວ່າ
"ບໍ່.... ກູຊິໄປມັກສັດຕູໄດ້ແນວໃດ" ແຕ່ຈັງໃດຂ້ອຍກໍ່ຕອບມັນດ້ວຍນ້ຳສຽງທີ່ບໍ່ຫມັ້ນໃຈ
"ຫຶ... ກູຟັງສຽງມຶງກະອອກລະ...."
"ນ້າ..." ບັກໂດ້ເວົ້າຂຶ້ນ "ຕອນນີ້ກູມີແຟນ ມີຄົນຮັກ ມັນກະເຮັດໃຫ້ກູຮູ້ດິີເລີຍວ່າມຶງກຳລັງເປັນແບບກູ... ລະກູກະເຊື່ອວ່າມຶງຈັກຫນ້ອຍມຶງກະຊິເປັນນັ້ນ"
"ຖ້າມຶງຍັງເຂົ້າໄປວຸ້ນວາຍແບບນັ້ນ" ອີ່ເຜິ້ງວ່າຕໍ່ບັກໂດ້ "ຮັບຮອງເລີຍ ມຶງຫນີບໍ່ພົ້ນຄວາມຮູ້ສຶກຫວັ່ນໄຫວທີ່ມີຕໍ່ລາວແນ່ນອນ ຂະຫນາດມຶງຫາກະເລີ່ມເລື່ອງບໍ່ທັນເທົ່າໃດນະ ມຶງກະຂ້ອງຂາໂຕເອງກ່ອນເເລ້ວ... ແລະກູກະເຄີຍເວົ້າໃຫ້ມຶງມາກ່ອນແລ້ວວ່າ ຖ້າຄວາມຮູ້ສຶກມຶງມັນຊັດເຈນຂຶ້ນມາມື້ໃດ ມຶງກະຊິເຈັບມື້ນັ້ນ.."
"ແມ່ນຄວາມ" ຕາມມາດ້ວຍອີ່ສຸວັນນີ "ເຖິງວ່າກູຈະບໍ່ເຄີຍມີແຟນຫລືມີຄວາມຮັກແບບສູ ແຕ່ກູກະຮູ້ວ່າ ແຮງມຶງຍັງຫລິ້ນນຳໄຟບໍ່ປ່ອຍຍອມແບບນີ້ ມື້ໃດມື້ຫນຶ່ງມັນຊິເຜົາມຶງຕາຍທັງເປັນແນ່ນອນ"
ຂ້ອຍຢຸດຟັງພວກມັນສາມຄົນທີ່ກຳລັງເຈາະເລື່ອງຄວາມແຄ້ນຂອງຂ້ອຍໄດ້ຢ່າງເລິກເຊິງ… ການເຕືອນສະຕິຂອງມັນກໍ່ມີຜົນນຳຂ້ອຍຫລາຍພໍສົມຄວນວ່າຈັງໃດກະບໍ່ສົມມຄວນທີ່ຈະໄປຮັກຄົນແບບນັ້ນ
"ເອີ້ໆ ກູຮູ້ຢູ່ ກູບໍ່ທາງມັກມັນດອກ ເພາະວ່າກູຍັງບໍ່ໄດ້ມັກຜູ້ຊາຍ" ຂ້ອຍອະທິບາຍແບບປັດໆ
"ແຕ່ຈັງໃດບາງເທື່ອມຶງໄປຈອງເວນຈອງກຳນຳຄົນບໍ່ຮູ້ເລື່ອງມັນກະບໍ່ສົມຄວນຄືກັນໃດ໋"
"ຫມາຍຄວາມຈັງໃດອີ່ເຜິ້ງ" ຖາມໄປທັນທີ ປານມັນໄປຮູ້ເລື່ອງອີ່ຫຍັງມານິ
"ກະຫມາຍຄວາມວ່າ... ເອກ ອາດຈະບໍ່ໄດ້ກ່ຽວເລື່ອງນີ້ກະໄດ້... ຍ້ອນຫມູ່ກູ ມັນເລົ່າໃຫ້ຟັງວ່າ ເກດເປັນຄົນໄປຈີບເອກກ່ອນ ໂດຍທີ່ເອກກະບໍ່ໄດ້ມັກເກດ ແຕ່ເກດກະຍັງພະຍາຍາມທີ່ຈະເຂົ້າໄປຫາລາວ ທັງໆທີ່ຕອນັ້ນມັນກຳລັງຄົບກັບມຶງຢູ່...."
"ເຮີ້ຍແທ້ຫວາ!!" ສອງຄົນຄູ່ກັດອຸທານພ້ອມກັນ
"ເອີ້…. ຈັງຊີ້ແລະ ກູເລີຍຢາກຈະໃຫ້ມັນເຊົານະ... ເພາະມັນບໍ່ສົມຄວນທີ່ຈະໄປແຄ້ນນຳຄົນທີ່ບໍ່ຮູ້ເລື່ອງ"
"ແມ່ນແລະອີ່ນ້າ... ລະເລື່ອງນີ້ມຶງກະຮູ້ນຳແມ່ນບໍ່" ອີ່ຈຽບຍິງຄຳຖາມມາດ້ວຍສີຫນ້າຊີລຽສ ສ່ວນຂ້ອຍກໍ່ງຶກຫົວຫລັງຈາກນັ້ນ
"ອື້ມ ຮູ້"
"ແລ້ວມຶງຍັງຊິແກ້ແຄ້ນລາວອີກຫວາຫັ້ນ"
"ເອີ້!! ຂ້ອຍຕອບໄປທັນທີ ແນວກູມາຮອດຊຳນີ້ລະ ຊິໃຫ້ກູຍົກເລີກງ່າຍໆແບບນີ້ນິ ບໍ່ທາງດອກ"
"ແຕ່ມຶງໄປເຮັດກັບຄົນບໍ່ຮູ້ອີ່ໂນ່ອີເນ່ອີກຍັງມັນກະບໍ່ຖືກໃດ໋... ອີກຢ່າງຫນຶ່ງກູກະພໍຈະຮູ້ວ່າເອກຄິດຈິງຈັງແລະຈິງໃຈນຳມຶງແນ່ນອນ"
"ແມ່ນແລະ..." ອີ່ສຸວັນນີເວົ້າເສີມ "ມຶງເຮັດແບບນີ້ນະ ກູໂຄດອີ່ຕົນລາວຂະຫນາດ... ແລະອີກຢ່າງຫນຶ່ງ ມຶງກະຄືຊິບໍ່ໄດ້ມັກອີ່ເກດຄືເກົ່າແລ້ວ... ປ່ອຍໃຫ້ຄວາມແຄ້ນມຶງມັນໄຫລໄປນຳອະດີດດີກວ່ານະ"
ຍິ່ງພວກມັນຕອກຍ້ຳ ຍິ່ງເຮັດຂ້ອຍຮູ້ສຶກຜິດແນວໃດກະບໍ່ຮູ້... ໃຈຫນຶ່ງກະບອກວ່າເຫັນດີນຳພວກມັນ ມັນສົມຄວນຫຍັງເລີຍທີ່ຈະໄປແຄ້ນນຳຄົນທີ່ຈິງຈັງນຳເຮົາ ສ່ວນອີກໃຈຫນຶ່ງ ໃນເມື່ອລົງທຶນມາຮອດຂະຫນາດນີ້ລະ ຈຳເປັນຫຍັງຈະຕ້ອງຟັງສຽງຮອບຂ້າງ ຖ້າບໍ່ທຳລາຍມັນ ພວກມັນກໍ່ບໍ່ມີທາງຮູ້ດອກວ່າຂ້ອຍເຄີຍເຈັບປວດຫລາຍຊ່ຳໃດ
"ນ້າ... " ສຽງທຸ້ມໃຫຍ່ຂອງເອກຮ້ອງທັກໃສ່ຂ້ອຍ ເຊິ່ງມັນໄດ້ດຶງສະຕິຂອງຂ້ອຍກັບເຂົ້າມາສູ່ປັດຈຸບັນ ຈາກນັ້ນຂ້ອຍກໍ່ຫັນຫນ້າໄປຫາຕົ້ນສຽງ
"ຫ໊ະ??"
"ໄປ໋" ມັນຊວນ
"ອະ ອື້ມ"
"ເອີ່.... ເຂົາຂໍຫມູ່ຂອງພວກເພິ່ນໄປກ່ອນເດີ້" ມັນຄອບພວກທີ່ເຫລືອ ສ່ວນພວກມັນກໍ່ງຶກຫົວດ້ວຍສີຫນ້າຫລາກຫລາຍອາລົມ
"ໄປ໋" ມັນຫັນກັບມາບອກຂ້ອຍອີກຄັ້ງ ຈາກນັ້ນກໍ່ດຶງແຂນຂ້ອຍໃຫ້ລຸກຂຶ້ນໄປນຳມັນ
.
.
.
"ເອກເຂົາມີເລື່ອງຈະຖາມເພິ່ນນະ" ຂ້ອຍເອີ່ຍຖາມດ້ວຍສຽງຄຽດໆ ໃນຂະນະທີ່ກຳລັງຍ່າງໄປນຳມັນຕາມທາງໃນມະຫາວິທະຍາໄລ
"ເລື່ອງຫຍັງ" ມັນຫັນຫນ້າມາຫາຂ້ອຍ ແຕ່ຂ້ອຍພັດກົ້ມຫນ້າລົງ
"ເອີ່... ຖ້າສົມມຸດມີຄົນໆຫນຶ່ງເຂົ້າມາຫາເພິ່ນໂດຍທີ່ລາວບອກກະເຮັດຄືວ່າຮັກເພິ່ນ ແລະທີ່ສຳຄັນເຂົ້າຫວັງເພື່ອທຳລາຍເພິ່ນອີກ ຄັນເປັນແບບນັ້ນນະ ເພິ່ນຊິເຮັດແນວໃດ"
"ມີຄົນໃຈຮ້າຍແບບນັ້ນເສີຍຫວາ "(ອື້ມ ມີ ກຳລັງຍ່າງຢູ່ຂ້າງໆເພິ່ນນີ້ແລະ)
"ເຂົາສົມມຸດຊື່ໆນະ"
"ອື່ມ... ຖ້າເປັນແບບນັ້ນເຂົາຄືຊິເສຍໃຈຂະຫນາດ... ໂດຍສະເພາະຖ້າເປັນຄົນທີ່ເຂົາຮັກທີ່ສຸດ..." ພຽງບໍ່ພໍເທົ່າໃດປະໂຫຍກຂອງມັນ ເອົາຈົນຂ້ອຍຈົນຢຸດຈຶກທັນທີ ໃນເມື່ອຄຳເວົ້າແຕ່ຄຳລ້ວນແຕ່ເອີ່ຍອອກມາດ້ວຍຄວາມຈິງຈັງ "ແຕ່ເຂົາກະຫວັງວ່າ ເລື່ອງມັນຄືຊິບໍ່ຊົ່ວຮ້າຍແບບນັ້ນດອກ"
"ອະ ອື້ມ... ເຂົາກະວ່າ ເພິ່ນຄືຊິບໍ່ເຈິເລື່ອງໂຊກຮ້າຍແບບນັ້ນດອກ"
"ກະຄືຊິແມ່ນຕິເບ໊າະ... ເອີ້ແລ້ວເພິ່ນຮູ້ບໍ່ວ່ານ້ອງເຂົາໄປຮູ້ຈັກອ້າຍເພິ່ນໄດ້ແນວໃດນະ"
"ເຂົາກະບໍ່ຮູ້ດອກ ເຂົາບໍ່ໄດ້ຖາມເລື່ອງນີ້ນຳລາວຈັກເທື່ອ ພໍດີຂ້ອຍກັບລາວບໍ່ໄດ້ຢູ່ນຳກັນ"
"ອ້າວ ເປັນຫຍັງ"
"ພໍດີພໍ່ເຂົາລາວບໍ່ມັກໃຫ້ອ້າຍເຂົາເປັນແບບນັ້ນ ແຖມຍັງເຄີຍຫາຜູ້ຍິງມາລາວແຕ່ງອີກ ແຕ່ລາວກະບໍ່ຍອມເຮັດຕາມຄຳສັ່ງ ຈາກນັ້ນລາວກະຍ້າຍອອກໄປ ແລ້ວບໍ່ກັບມາຢຽບເຮືອນອີກຈັກເທື່ອເລີຍ"
"ຫວາ... ຊີວິດທີ່ຖືກບັງຄັບມັນກະເປັນແບບນັ້ນແລະ"
"ແລ້ວນ້ອງເພິ່ນເດເປັນຫຍັງຄືຫນີອອກຈາກບ້ານແບບນັ້ນ" ຂ້ອຍປ່ຽນໄປຖາມມັນແທນ
"ກະຍ້ອນນ້ອງເຂົາອອກໄປຫລິ້ນດົນຕີຢູ່ເທັກເປີດມື້ນັ້ນຫັ້ແລະ... ພໍ່ເຂົາບໍ່ມັກໃຫ້ມັນອອກໄປຫລິ້ນໃສ ຢາກໃຫ້ແຕ່ຢູ່ເຮືອນຢ່າງດຽວ ບາດຕອນ ລາວເຫັນ ກະເລີຍຕີມັນ ຈົນມັນຫນີອອກໄປຈາກເຮືອນມື້ນັ້ນຫັ້ນແລະ..."
“ເປັນຫຍັງລາວຄືບໍ່ຢາກໃຫ້ນ້ອງເພິ່ນຫລິ້ນດົນຕີຊັນ ທັງທີ່ມັນກະແມ່ນເລື່ອງດີ ມັນບໍ່ແມ່ນເລື່ອງທີ່ບໍ່ດີຄືພາກັນໄປເສບຢາຫລືຈັບແກ້ງຫາເລື່ອງຕີກັນແບບນັ້ນນະ”
“ເຮີ່ຍ.... ກະຍ້ອນພໍ່ເຂົາກັບມັນມີເລື່ອງບໍ່ດີໃນອະດີດທີ່ຝັງໃຈ... ແຕ່ກ່ອນພໍ່ເຂົາມີເມຍສອງຄົນ ເຂົາເປັນລູກຂອງເມຍຄົນທຳອິດ ສ່ວນມັນເປັນລູກຂອງເມຍຄົນທີ່ສອງ ລະມີມື້ຫນຶ່ງກໍ່ມີເລື່ອງຮ້າຍໆເກີດຂຶ້ນ ຍ້ອນແມ່ຂອງມັນຖືກໃສ່ຮ້າຍວ່າຄົບຊູ້ ເຊິ່ງຄວາມຈິງເລື່ອງມັນບໍ່ເປັນແບບນັ້ນ ແຕ່ພໍ່ຂ້ອຍພັດປັກໃຈເຊື່ອ ແລ້ວກໍ່ຊັງມັນທັງແມ່ທັງລູກຕັ້ງແຕ່ຕອນນັ້ນມາ ຫລັງຈາກນັ້ນບໍ່ດົນແມ່ຂອງມັນກະເສຍ... ເລື່ອງມັນກະເປັນແບບນີ້ແລະ ມັນເລີຍເຮັດອີ່ຫຍັງກະບໍ່ຖືກໃຈພໍ່ເຂົາເລີຍຈັກຢ່າງ ທັງທີ່ມັນພະຍາຍາມເຮັດໂຕເອງດີເພື່ອໃຫ້ພໍ່ເຂົາເຫັນ ຄິດມາລະກະອີ່ຕົນມັນນະ”
ຂ້ອຍຄິດວ່າຄອບຄົວຂອງຂ້ອຍນ້ຳເຫນົ່າກວ່າໃນລະຄອນ ບາດມາຟັງມັນເລົ່າມາລະ ຊີວິດຄອບຄົວມັນແຮງກວ່າໃນລະຄອນອີກ..
ເຊິ່ງໃນຂະນະທີ່ຂ້ອຍກຳລັງຍ່າງຢູ່ແຄມທາງເພື່ອຍ່າງໄປບ່ອນຈອດລົດນັ້ນ ພັດເກີດມີເຫດການບໍ່ຄາດຄິດເກີດຂຶ້ນ...... ເມື່ອມີລົດເບັ້ນຄັນຫນຶ່ງແລ່ນພຸ້ງຫວັງຊິເຂົ້າຫາມາຂ້ອຍໂດຍກົງ
"ລະວັງ!! ເອກທັງຮ້ອງທັງດຶງຂ້ອຍແອວຂ້ອຍກັບເຂົ້າມາຄືນເພື່ອທີ່ຈະຫລີກລົດ ເລີຍເປັນຜົນໃຫ້ຂ້ອຍລົ້ມລົງໄປທັບໂຕມັນ
"ໂອ໊ຍ... " ພວກຂ້ອຍທັງສອງອຸທານຂຶ້ນພ້ອມກັນຫລັງຈາກທີ່ລົ້ມລົງກະທົບພື້ນຢ່າງຮຸ່ນແຮງ ສ່ວນລົດເບັ້ນທີ່ບໍ່ມີປ້າຍນັ້ນ ກໍ່ຂັບລົດອອກໄປຈາກຈຸດເກີດເຫດທັນທີ... ແມ໊ງມຶງເອີ້ຍ!! ຢ່າໃຫ້ຂ້ອຍຮູ້ເດີ້ວ່າແມ່ນໃຜ ຫຶ ຂ້ອຍບໍ່ເອົາມັນໄວ້ແທ້!!
"ເຈົ້າເປັນຫຍັງຫລາຍບໍ່ ມັນບອກດ້ວຍສຽງທີ່ປົນເປັນດ້ວຍຄວາມເປັນຫ່ວງ..."
ຈາກນັ້ນມັນກໍ່ດຶງຂ້ອຍໃຫ້ລຸກຂຶ້ນ ແຕ່ ດະ ດຽວ ເປັນຫຍັງແຂນຂ້ອຍປຽກແລະມີກິ່ນຄາວໆ... ເມື່ອຮູ້ແບບນັ້ນຂ້ອຍກໍ່ຊັກສາຍຕາສຳຫລວດເບິ່ງມັນທັນທີ... ແລ້ວກໍ່ເຫັນມືໃຫຍ່ໆສາກຂອງມັນມີເລືອດເຕັມ ແລະກຳລັງໄຫລຍ້ອຍລົງບໍ່ເຊົາ
"ເຮີ້ຍ!! ມືເພິ່ນ" ຂ້ອຍອຸທານທັນສຽງດັງ ພ້ອມກັບບຊັກສາຍຕາຍສຳຫລວດໄປທີ່ຈຸດເກີດເຫດ ເຜີຍໃຫ້ເຫັນເສດແກ້ວຂະຫນາດໃຫຍ່ຕົກຫລົ່ນຢູ່ໃກ້ໆບໍລິເວນນັ້ນ.... ເຮ້ຍເອີ້ຍ!! ແມ່ນໃຜແດກແກ້ວແປັບຊີ້ແລ້ວບໍ່ຖິ້ມໃສ່ເຂ້ງຂີ້ເຫຍື້ອດີໆວະ!!
"ເຂົາບໍ່ເປັນຫຍັງດອກ" ມັນບອກເຫມືອນຈະບໍ່ໃສ່ໃຈ.... ແຕ່ສະພາບບາດທີຝາມືມັນອັນຕະລາຍແລະເລິກຈົນເຫັນຊີ້ນແດງໆທາງໃນ.... ມັນບໍ່ແມ່ນເລື່ອງທຳມະດາແລ້ວ
"ບໍ່ເປັນຫຍັງໄດ້ແນວໃດ ດຽວເຂົາຂິພາໄປຄລິນິກໃກ້ໆແຖວນີ້ກ່ອນ ບາດມັນຊິຕິດເຊື້ອຫລາຍກວ່ານີ້" ຂ້ອຍບອກມັນກ່ອນຈະຫາບາງສິ່ງບາງໃຫຍ່ຢູ່ໃນກະເປົາມາຫ້າມເລືອດມັນໄວ້... ຈາກນັ້ນກໍ່ຮີບຂັບລົດພາມັນອອກໄປທັນທີ
.
.
.
.
ຕາມປົກກະຕິທີ່ຈະຕ້ອງເອົາມາລົງ
ແຕ່ມື້ນີ້ເກືອບຈະຄິດຫຍັງບໍ່ອອກເລີຍ
ມັນຕັນຫມົດເລີຍ...ຍ້ອນມື້ນີ້ຫມົດມື້ວຽກບ້ານເຕັມຫົວ
ລວມທັງມື້ອື່ນກະຈະມີອີກ Writer ຫົວໃຈຊິຂາດຕາຍລະ
ແຕ່ຈັງໃດກະສັນຍາວ່າຊິເອົາມາລົງໃຫ້ໄດ້ເດີ້
ຕອນທີສິບຫົກ