ຕອນທີສິບເຈັດ
ຂໍ້ຄວາມ
ນ້າ Part
ຫລັງຈາກທີ່ເອກໄດ້ຮັບອຸບັດເຫດໃນມື້ກີ້ນີ້.... ຂ້ອຍກໍ່ຮີບພາຮ່າງກາຍທີ່ບາດເຈັບຂອງມັນມາຄລີນິກທັນທີ... ເລືອດທີ່ເຄີຍໄຫລອອກມາຈົນເປັນຕາຍ້ານ ມັນກໍ່ຄ່ອຍໆຢຸດລົງເມື່ອຂ້ອຍໃຊ້ຜ້າເຊັດຫນ້າສີຂາວສະອາດຊັບເລືອດມັນໄວ້
"ໂອ໊ຍ!!" ສຽງຮ້ອງແຫກປາກດັງຂຶ້ນ ໃນຂະນະທີ່ຫມໍເອົາເຫລົ້າເກົ້າສິບລ້າງບາດແຜມັນ... ຄັນເປັນຂ້ອຍກະຄືຊິບໍ່ໄຫວນຳ
"ຫມໍ ຂ້ອຍເຈັບໃດ໋!! ຂ້ອຍບອກແລ້ວວ່າຢ່າເອົາເຫລົ້າເກົ້າສິບລ້າງ ມັນແສບ!!"
"ບໍ່ໄດ້ດອກ ບາດມັນມີທັງບັກເຕລີ້ທັງເສດແກ້ວ ຫມໍຈຳເປັນທີ່ຕ້ອງໃຊ້ເຫລົ້າເກົ້າສິບລ້າງ... ດຽວຈັກຫນ້ອຍຫມໍກະຊິຫຍິບສົດນຳ"
"ຫ໊ະ ຫຍິບສົດ!!"
"ແມ່ນແລ້ວ ແລ້ວບາດກ້ວາງຊຳນີ້ນະ ຕ້ອງຫຍິບບໍ່ຕ່ຳກວ່າເຂັມ"
"ສິບເຂັມ!!" ມັນແຫກປານຈົນດັງໄປທົ່ສຄລິນິກ ທ່າທາງມັນຕອນນີ້ປານເດັກຫນ້ອຍຢ້ານເຂັມສັກຢານິ ເຮັດໃຫ້ຄົນຢືນຢູ່ໃນເຫດການອົດຫົວອອກມາບໍ່ໄດ້
"ເພິ່ນຫົວຫຍັງຫັນ!!" ຖາມຢ່າງຫົວເສຍ
"ກະຫົວເດັກນ້ອຍຢ້ານເຂັມນິແລະ"
"ໃຜເດັກນ້ອຍ!! ເຂົາບໍ່ແມ່ນເດັກນ້ອຍຈັກຫນ້ອຍ"
"ຫຶ ແລ້ວແມ່ນໃຜວະ ຮ້ອງແຫກປາກຕອນເອົາເຫລົ້າເກົ້າສິບລ້າງບາດຫັ້ນ"
"ແນວມັນແສບເດ ຄັນເປັນເພິ່ນ ເພິ່ນກະຊິຮ້ອງຄືເຂົາຫັ້ນແລະ"
"ເອີ່.... ຄັນພວກເຈົ້າສອງຊິຖຽງກັນນະ ຫມໍຂໍເຊີນອອກໄປນອກກ່ອນເລີຍ ມັນລົບກວນເວລາເຮັດວຽກ" ຫມໍເອີ່ຍຫ້າມດ້ວຍສຽງທີ່ເບື່ອຫນ່າຍ... ຈາກນັ້ນກໍ່ບໍ່ມີໃຜກໍ່ການຮ້າຍສ້າງສົງຄາມນ້ຳລາຍຂຶ້ນອີກ
"ແຕ່ຈັງໃດຂ້ອຍກະບໍ່ຫຍິບຫມໍ ແຮງຫຍິບສົດອີກ... ຂ້ອຍບໍ່ໄຫວດອກ" ສຽງຮ້ອງຂໍເອີ່ຍບອກດ້ວຍສາຍຕາທີ່ອ້ອນວອນ ປານຫມານ້ອຍຜູ້ຫນ້າສົງສານນິ
"ບໍ່ໄດ້ດອກ ຄັນບໍ່ຫຍິບນະ ເຊື້ອພະຍາດມັນກະຊິເຂົ້າໄປໃນບາດແຜ ແລະຖ້າແຜຖືກທາດເຄມີຮ້າຍແຮງເຂົ້າໄປ ບາດມັນກະຊິຈີກໃຫຍ່ຂຶ້ນຫລືເນົ່າເປື່ອຍໄດ້ງ່າຍ.... ອາດຈະເຮັດໃຫ້ຈຳເປັນຕ້ອງໄດ້ຕັດມືເຈົ້າຖິ້ມເພື່ອບໍ່ໃຫ້ເຊື້ອພະຍາຍາດລາມໄປບ່ອນອື່ນ"
ນ້ຳສຽງຂອງຫມໍຂູ່ມັນດ້ວຍໃບຫນ້າທີ່ຈິງຈັງເອົາຈົນຄົນດື້ດ້ານສະຫລົດລົງທັນທີ... ເລີຍເປີດໂອກາດໃຫ້ຂ້ອຍໄດ້ຍົວະມັນຕໍ່
"ເອົາໂລດນະ ລະຖ້າເພິ່ນຍອມຕົກລົງຫຍິບບາດ.... ບາງເທື່ອເຂົາອາດຈະພິຈາລະນາເພິ່ນໃຫມ່ກະໄດ້ໃດ໋ ຕອບແທນທີ່ເພິ່ນໄດ້ຊ່ວຍຊີວິດເຂົາໄວ້"
ເຫມືອນປະໂຫຍກທີ່ຫາກໍ່ເອີ່ຍອອກມາມັນຖືວ່າໄດ້ຜົນພໍສົມຄວນ ໃນເມື່ອເດັກນ້ອຍທີ່ຢ້ານເຂັມແບບມັນກຳລັງງຶກຫົວເຫັນດີຢ່າງວ່າງ່າຍ... ຮິມປາກບາງໆຂອງມັນກໍ່ຍິ້ມອອກມາຈົນປາກຊິຈີກ
"ໄດ້ໆ ເຂົາຊິຫຍິບ ຫມໍ ຫຍິບຕອນນີ້ເລີຍ"
.
.
.
ຫລາຍນາທີຜ່ານໄປກວ່າທີ່ບາດແຜຂອງມັນຈະຖືກຫມໍຫຍິບແລ້ວ... ເຊິ່ງມັນບໍ່ໄດ້ແຫກປາກຮ້ອງໂວຍວາຍຄືຕອນທຳອິດ ໃນເມື່ອມັນໄດ້ພະຍາຍາມອົດຈົນໄວ້ແບບສຸດຂີດ... ຫລັງຈາກນັ້ນຫມໍກໍ່ຫາຜ້າພັນບາດສີຂາວມັນພາມືມັນໄວ້ຢ່າງຮຽບຮ້ອຍ
"ເປັນຈັງໃດ ເຈັບຫລາຍບໍ່ເພິ່ນ"
"ກະທຳມະດາ" ຕີຄິ້ວບອກດ້ວຍຄວາມຫມັ້ນໃຈ
"ຫວາ... ໃຫ້ເຂົາລອງຟາດເພິ່ນເບິ່ງບໍ່"
"ຢ່າ!!" ຍົກມື້ຫ້າມທັນທີເມື່ອເຫັນທ່າທາງຈິງຈັງຂອງຂ້ອຍ "ເຂົາຍັງບໍ່ທັນຢາກຕາຍເທື່ອໃດ໋ເພິ່ນ.. ເອີ້ລະມື້ໃດຊິຕັດຝ້າຍອອກໄດ້ນິ ຫັນໄປຖາມຫມໍ"
"ກະປະມານອີກຈັກອາທິດຫນຶ່ງກະຕັດຝ້າຍອອກໄດ້ແລ້ວ... ເອີ້ລະຫມໍຂໍເຕືອນເລີຍວ່າຫ້າມໃຫ້ບາດແຜຖືກນ້ຳເດັດຂາດ ແລະກະຫ້າມບໍ່ໃຫ້ຫລິ້ນກິດຈະກຳທີ່ສາມາດກະທົບຖືກມືໄດ້ງ່າຍ ດຽວດ້າຍມັນຊິຈີກ"
"ອື້ມ... ຂອບໃຈຫມໍ ເອີ່ແລ້ວຂ້ອຍຂັບລົດໄດ້ບໍ່ຊັນ"
"ບໍ່ໄດ້ຄືກັນ... ເພາະວ່າຫ້າມໃຫ້ບາດແຜຈັບຂອງແຂງເປັນໄລຍະດົນ... ເອີ້ດຽວຫມໍຂໍໂຕກ່ອນພໍດີມີຄົນເຈັບມາໃຫມ່..."
ສຸດສຽງ ລາວກໍ່ຢ່າງອອກໄປຈາກຫ້ອງພະຍາບານທັນທີ ເຫລືອພຽງແຕ່ຂ້ອຍກັບມັນສອງຄົນທີ່ຕ້ອງມີເລື່ອງໃຫ້ຕົກລົງຫລາຍຢ່າງ
"ຕິດໆ" ເປັນສຽງຂໍ້ຄວາມໂທລະສັບຂອງຂ້ອຍດັງຂຶ້ນ ຈາກນັ້ນຂ້ອຍກໍ່ເລື່ອນມືໄປຈັບຢູ່ຖົງເສື້ອແລ້ວກໍ່ກົດມາເບິ່ງຂໍ້ຄວາມທີ່ບໍ່ຄຸ້ນເບີ
"ເທື່ອນີ້ລອດໄປໄດ້ ແຕ່ເທື່ອຫນ້າບໍ່ລອດແທ້ ຖ້າຍັງມາຫຍຸ້ງນຳເອກອີກ!!"
ບໍ່ຕ້ອງບອກກະຮູ້ວ່າແມ່ນໃຜເປັນຄົນສົ່ງຂໍ້ຄວາມບ້າໆນີ້ມາ.... ບໍ່ຮູ້ອີກຝ່າຍກຳລັງຄິດຫຍັງຢູ່ ຄືວ່າຫລິ້ນແຮງແທ້ວະ!!
"ໃຜສົ່ງຂໍ້ຄວາມມາຫັ້ນ ຄືຫນ້າຄຽດໆແທ້" ມັນຖາມ
"ບໍ່ມີຫຍັງດອກ"
"ແນ່ໃຈ໋"
"ອື້ມ.... ເອີ້ລະຈັງໃດເຂົາກະຂອບໃຈເພິ່ນເດີ້ທີ່ຊ່ວຍເຂົາໄວ້ນະ..."
"ບໍ່ເປັນຫຍັງດອກ... ຄັນເປັນຄົນອື່ນນະກະຊິເຮັດຄືເຂົາໃຫ້ແລະ......." ບອກພ້ອມກັບສົ່ງຍິ້ມຫວານໆມາໃຫ້ (ບໍ່ມີທາງດອກຄັນເປັນຄົນອື່ນນະ ພວກເຂົາເຈົ້າບໍ່ຄິດທີ່ຈະຫລຽວເບິ່ງຫນ້າຂ້ອຍຊ້ຳ ນອກຈາກຊາຍຫນຸ່ມທີ່ຢູ່ທາງຫນ້າ ທີ່ກ້າສ່ຽງຊີວິດເຂົ້າມາຊ່ວຍຜູ້ຍິງຄົນຫນຶ່ງ ໂດຍທີ່ບໍ່ຮູ້ເລີຍວ່າອີກຝ່າຍຫວັງຊິເຂົ້າມາທຳຮ້າຍຕົນເອງ)
"ອະ ອື້ມ.... ເອີ້ດຽວເຂົາຊິພາເພິ່ນໄປເຮືອນອ້າຍເຂົາກ່ອນ... ລະເຂົາກະຊິຂັບລົດໃຫ້ເພິ່ນນຳ"
ທັນວາ Part
ກວ່າຂ້ອຍຊິມືນຕາຂຶ້ນມາໄດ້ກະພໍດີເກືອບຈະທ່ຽງ .... ເຊິ່ງປົກກະຕິຂ້ອຍກະບໍ່ໄດ້ນອນຕື່ນສວາຍປານນັ້ນດອກ ເຊິ່ງສາເຫດ ເປັນຍ້ອນມື້ຄືນຫັ້ນແລະ ກວ່າຊິໄດ້ນອນ ກະຫລິ້ນເອົາເກືອບຈະເຊົ້າ
ບາດແລ້ວຂ້ອຍກໍ່ຮອບສັງຂານໂຕເອງເຂົ້າໄປຫ້ອງເພື່ອຈະການເຮັດທຸລະຕາມຊີວິດປະຈຳວັນ.. ເມື່ອຂ້ອຍອອກມາຈາກຫ້ອງນ້ຳດ້ວຍທ່າທາງສະບາຍ ສ່ວນອາເລັກກໍ່ກະລັງມືນຕາຂຶ້ນມາດ້ວຍທ່າທາງສະລຶມສະຫລື. ໃບຫນ້າແລະຊົງຜົມຫຍຸ້ງໆຂອງຄົນທີ່ຢູ່ເຖິງຕຽງ ບອກໄດ້ຄຳດຽວຕອນນີ້ ໂຄດເຊັກຊີ້ເລີຍອ໊ະ
"ຕື່ນລະຫວາ" ຂ້ອຍຖາມພໍເປັນພິທີ
"ອື້ມ ຄັນຕາເຈົ້າບໍ່ບອດກະຄືຊິເຫັນ..."
ເບິ່ງມັນເມ໊ະ ຕື່ນເຊົ້າມາກະກວນອະໄວຍະວະເບື້ອງລຸ່ມລະ (ເຊົ້າບັນພະບູລຸດນາງຕິ ຕາເວັນມາຈົນຕັ້ງຢູ່ເທິງຫົວລະ: ຜູ້ຂຽນ)
"ເອີ້ໆ.... ຮີບລຸກລະໄປອາບນ້ຳລ້າງໂຕເຖາະ ດຽວຂ້ອຍຊິເຮັດກິນໃຫ້ ພໍດີຖ້າອ້າຍເຈົ້າມາຮັບເລີຍ"
ສຸດຄວາມຂ້ອຍກໍ່ຮີບພາໂຕເອງລົງມາແຕ່ງກິນໃຫ້ກັບພະຍາ ຄັນແມ່ນໃຜເປັນເມຍມັນ ພໍດີຕ້ອງກາຍເປັນຂີ້ຂ້າມັນຕະຫລອດຊີວິດແນ່ນອນ (ແຕ່ນາງຫລ້າກະຍອມໃດ໋ລະ: ຜູ້ຂຽນ)
ຜ່ານໄປຫລາຍນາທີອາຫານຫລາຍເຍື່ອງກໍ່ຖືກນຳມາປົງໂດຍທີ່ອາເລັກຫາກໍ່ນຳລົງມາ
"ມີແຕ່ຂອງແຊບໆເວີ້ຍ" ສຸດຄວາມປາກທີ່ມັນມັກກໍ່ປ່ຽນມາສວບອາຫານແທນ... ເຮີ່ຍ.. ກິລິຍາຕ່ຳໆຂອງມັນຖືກນຳເອົາມາໃຊ້ອີກແລ້ວ
"ຄ່ອຍໆກິນກະໄດ້ ບໍ່ມີໃຜຍາດເຈົ້າກິນດອກ"
ແນວຄົນມັນຫິວເດ
ຫິວຈັງໃດກະຄ່ອຍໆກິນກະໄດ້ ຈັກຫນ້ອຍກະຕິດຄໍຕາຍກ່ອນລະຫັັ້ນ
"ໂດຍ......" ມັນລາກສຽງຍາວໆແບບເຮັດໃສ່ "ເອີ້ແລະເຈົ້າເຮັດກິນເອງຫວານິ" ເວົ້າພ້ອມກັບເບິ່ງອາຫານຫລາຍເຍື່ອງ ອາຫານກະຍັງຍ້ຳຄາເຕັມປາກ ເຮີ່ຍ~~ ຂ້ອຍລະເມື່ອຍນຳມັນເດ ອາຫານໃນປາກມັນຊິຟົ້ງຫນ້າຂ້ອຍຢູ່ແລ້ວ
"ອື້ມ"
"ເອີ້ລະມື້ນີ້ ເຈົ້າບໍ່ໄປຮ້ານຫວາ"
"ກະຖ້າໃຫ້ອ້າຍເຈົ້າມາຮັບຫັນແລະ"
"ແລ້ວແມ່ນໃຜໄປເປີດຮ້ານໃຫ້ເຈົ້າຊັນ"
"ກະພວກອີ່ແຈັກອີ່ກຸ້ງຫັ້ນແລະ ພໍດີຂ້ອຍບອກນຳມັນແລ້ວວ່າຄັນມື້ໃດຂ້ອຍບໍ່ເຂົ້າຮ້ານ ກະໃຫ້ພວກມັນເປີດຮ້ານແທນ ລະຂ້ອຍກະຊ່ຽນກະແຈໃຫ້ພວກມັນຄົນອັນ"
"ຕິ໋ງຕອ໋ງ" ແລ້ວກໍ່ມີສຽງກົດກະດິ໋ງດັງຂຶ້ນແຊກລະຫວ່າງການສົນທະນາ
"ສົງໄສຄືຊິແມ່ນອ້າຍເຈົ້າມາ... ດຽວຂ້ອຍຊິໄປໄຂປະຕູໃຫ້ກ່ອນຊັນ"
ຈາກນັ້ນຂ້ອຍກໍ່ອອກໄປຫາແຂກທີ່ມາໃຫມ່... ພໍກ້າວມາຮອດປະຕູຮົ້ວ ຂ້ອຍກໍ່ເຫັນນ້າກັບເອກສອງຄົນຢືນຢູ່ທາງນອກພ້ອມກັບສົ່ງຮອຍຍິມບາງໆມາໃຫ້ ບາດແລ້ວຂ້ອຍກໍ່ເລື່ອນມືໄປໄຂປະຕູໃຫ້ທັງສອງ
"ເຂົ້າມາ" ຂ້ອຍບອກແລ້ວກໍ່ພາພວກມັນເຂົ້າມາທາງໃນຈົນກະທັ້ງມາຢຸດຢູ່ຫ້ອງກິນເຂົ້າ
"ໂທ!! ມີແຕ່ອາຫານແຊບໆເວີ້ຍ ຂ້ອຍລະຫິວເຂົ້າ ຂໍຮ່ວມໂຕະນຳໄດ້ບໍ່" ເອກຖາມຂ້ອຍໃນຂະນະທີ່ຂ້ອຍກຳລັງສຳຫລວດອີກຝ່າຍ ເຜີຍໃຫ້ເຫັນຜ້າພັດບາດທີ່ຫາກໍ່ຖືກພັນມາໃຫມ່ໆລວມທັງຮອຍເລືອດທີ່ຕິດເສື້ອນັກສຶກສາເຕັມໂຕ ມັນກະເລີຍອົດບໍ່ໄດ້ທີ່ຈະຕ້ອງຖາມ
"ເອີ້ເອກ ໄປເຮັດຫຍັງມາຫັ້ນມາໂຕຄືເປື້ອນເລືອດ"
"ພໍດີເກີດອຸບັດເຫດຫນ້ອຍຫນຶ່ງ"
"ຄືຊິບໍ່ຫນ້ອຍຫນຶ່ງແລ້ວລະຫັ້ນ ແລ້ວເປັນຫຍັງຫລາຍບໍ່?"
"ກະບໍ່ເປັນຫຍັງຫລາຍ.... ພໍດີລົ້ມມືບາດແກ້ວ ຫຍິບສິບກວ່າເຂັມ" ເອກຕອບເສີຍໆ
"ວູ້!! ຄືຊິເຈັບຫລາຍຂະຫນາດເນາະ"
"ກະບໍ່ດອກ ຊຳນີ້ຊື່ໆ" ບອກທັງຮອຍຍິ້ມ
"ຫຶ ກ້າເວົ້າ!" ນ້າແຊກຂຶ້ນລະຫວ່າງການສົນທະນາ "ຂະຫນາດເອົາເຫລົ້າເກົ້າສິບລ້າງຫນ້ອຍດຽວກະຮ້ອງຊິເປັນຊິຕາຍລະ"
"ແຕ່ພວກເຂົາກຳລັງເວົ້າເລື່ອງຫຍິບບາດໃດ໋ ເອກຖຽງ... ບໍ່ໄດ້ເວົ້າເລື່ອງເຫລົ້າເກົ້າສິບເຈົ້າຫນ່ອຍ... ເອີ້ລະເຂົາຫິວເຂົ້າລະຕອນນິ ປ້ອນເຂົາແດ່ ພໍດີບໍ່ລຶ້ງກິນເຂົ້າເບຶ້ອງນີ້" ເອກບອກນ້າໃນຂະນະທີ່ກຳນັ່ງລົງ ມືໃຫຍ່ຫນາເບື້ອງຂວາທີ່ຖືກຜ້າພັດໄວ້ຍົກຂຶ້ນມາໂຊ
"ແຕ່ອ້າຍລຶ້ງເບຶ້ອງຊ້າຍໃດ໋"
"ເສືອກ!!" ຫັນໄປຮ້າຍອາເລັກທັນທີ "ມິດລະແດກເຂົ້າຕໍ່ ມຶງຫັ້ນ!!"
"ເອີ້ໆ!!"
ສຸດຄວາມມັນ ຈາກນັ້ນກໍ່ບໍ່ໃຜເອີ່ຍຂຶ້ນຫລັງຈາກນັ້ນ ເລີຍເຮັດໃຫ້ບັນຍາກາດເທິງໂຕະຖືກປົກຄຸມໄປດ້ວຍຄວາມງຽບ... ພ້ອມກັບຮອຍຍີ້ມຫວານໆຂອງເອກທີ່ສົ່ງອອກມາໃນຂະນະທີ່ນ້ອງສາວຂ້ອຍກຳລັງປ້ອນເຂົ້າໃຫ້ອີກຝ່າຍ....
ຖ້ານ້າບໍ່ໄດ້ຢູ່ໃນແຜນການຂອງໂຕເອງນະ ຂ້ອຍຄິດວ່ານ້ອງສາວຂອງມີໃຈໃຫ້ເອກແນ່ນອນ