ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 13, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຕອນທີສິບແປດ

ຫ້າມເຕືອນ

 

ທີ່ໂຕະຫີນ

 

ຫມົດທັງຊົ່ວໂມງຮຽນທີ່ຜ່ານມາ ຂ້ອຍຮຽນຫຍັງບໍ່ຮູ້ເລື່ອງເລີຍ.... ແລ້ວບົດຮຽນທີ່ອະຈານໄດ້ອະທິບາຍມາຫລາຍໆຢ່າງ ມັນບໍ່ໄດ້ຊຶມຊັບເຂົ້າໄປໃນສະຫມອງສະຫລາດໆເທົ່າຫາງອື່ງຂອງຂ້ອຍເລີຍ ... ເຊິ່ງສາເຫດທັງຫລາຍແລ່ ກະເນື່ອງມາຈາກ ອຸບັດຕິເຫດທີ່ຜ່ານມາ ບວກກັບຂໍ້ຄວາມນິລະນາມຫັ້ນແລະ ທີຂ້ອຍກຳລັງສົງໄສວ່າຄົນທີ່ຢູ່ເບື້ອງຫລັງທັງຫມົດອາດຈະແມ່ນ ເກດ

"ນ້າ!!" ສຽງອີ່ເຜິ້ງຮ້ອງຂຶ້ນທັກທາຍ ເລີຍເຮັດໃຫ້ສະຕິທີ່ຈົມຢູກັບພະວົງ ກັບຄືນມາທັນທີ

"ແມ່ນຫຍັງ"

"ມຶງເປັນຫຍັງຄືນັ່ງຊຶມແທ້" ມັນຖາມໃນຂະນະທີ່ພາຮ່າງກາຍຍາວໆຂອງມັນນັ່ງລົງຢູ່ກົງກັນຂ້າມ

"ກະຄິດຫຍັງໄປເລື້ອຍເປື່ອຍຫັ້ນແລະມຶງ"

"ລະໃນນັ້ນລວມມີເລື່ອງຂອງເອກນຳແມ່ນບໍ່" ເອີ້ ແມ່ນຄວາມມຶງ ສົມລະທີ່ເປັນຫມູ່ຂ້ອຍ ຮູ້ມັນຫມົດທຸກເລື່ອງ

"ກະມີຫນ້ອຍຫນຶ່ງຫັ້ນແລະ... ​ເອີ້ແລ້ວພວກອີ່ສາມໂຕມັນຫາຍໄປໃສລະ"

      "ໂດ້ອ້າຍສິນລາວມາຮັບ... ສ່ວນອີກສອງຄົນເຂົາເຈົ້າໄປຫ້ອງສະຫມຸດ ພໍດີພວກມັນມີບົດລາຍງານ"

      "ອື້ມ... ກູລະຢ້ານຫີມະຕົກຢູ່ລາວເດ ອີ່ພວກກະສືສອງຄົນນັ້ນມັນເຂົ້າຫ້ອງສະຫມຸດ

      "ກູກະວ່າແລະ... ເອີ້ ວ່າແຕ່ມຶງເຖາະ ມີເລື່ອງຫຍັງບໍ່ສະບາຍໃຈຫັ້ນ" ຖາມແບບຢາກຮູ້

      "ສັງເກດຈາກຫຍັງຫັນ?"

"ຍັງມາຖາມກູອີກເນາະ....​ ກະສັງເກດຈາກຫນ້າມຶງນິແລະ... ຫນ້າຈູ່ລູ່ປານຊິອົມໂລກທັງໃບໄວ້ນິ" ນຶກພາບທີມັນພັນລະນາອອກທັນທີ... ລະຫນ້າຂ້ອຍມັນຄຽດປານນັ້ນພຸ້ນຫວາ (ຍັງມີຫນ້າມາຖາມອີກ: ຜູ້ຂຽນ)

"ແລ້ວມຶງຊິບອກກູໄດ້ບໍ່ນິ"

"ທີ່ຈິງກູກະບໍ່ຢາກຈະເລົ່າບໍ່ປານໃດນະ"

"ຊັນກະບໍ່ຕ້ອງເລົ່າກະໄດ້"

"ໂຄດຫນັກເລີຍມຶງ"

"ອ້າວ!!"

"ກະຍ້ອນເລື່ອງມື້ວານນີ້ແລະ ມີລົດບໍ່ມີປ້າຍຄັນຫນຶ່ງນະ ແມ໊ງຕັ້ງໃຈຈະຂີ່ມາຕຳກູນະ"

"ໃສວ່າມຶງບໍ່ຢາກເວົ້າຫັ້ນ"

"ແລະມຶງຄິດວ່າກູຊິເກັບມັນໄວ້ຫາພະແສງເລເຊີ້ຫຍັງວະ"

"ອ້າວອີ່ເວນມຶງເອີ້ຍ!!....... ແລ້ວຈັງໃດຕໍ່ຊັນ"

"ກະພໍດີທີ່ເອກມາດຶງໂຕກູອອກໄປກ່ອນ ຄັນບໍ່ຊັ້ນກູຕາຍແທ້ໆ... ສ່ວນບັກເອກ ມັນກະລົ້ມເອົາມືຟາດແກ້ວ ຈົນມັນຕ້ອງຫຍິບສິບກວ່າເຂັມ...​ ລະກູມີເລື່ອງຫນຶ່ງຈະບອກມຶງຟັງອີກ"

"ເລື່ອງຫຍັງ"

"ກູສົງໄສວ່າຄົນທີ່ຕັ້ງໃຈຂັບລົດມາຕຳກູນະ ກູຄິດວ່າແມ່ນເກດ"

"ລະມຶງເອົາອີ່ຫຍັງມາຢືນຢັນວ່າເກດມັນຊິຂັບລົດຕຳມຶງຕອນນັ້ນ... ອີກຢ່າງຫນຶ່ງມຶງຫາກະບອກກູມື້ກີ້ວ່າລົດມັນບໍ່ມີປ້າຍ"

"ກະພໍດີມີຂໍ້ຄວາມແປກໆສົ່ງມາຫາກູວ່າ... ຖ້າກູບໍ່ເຊົາເລີກຫຍຸ້ງກັບບັກເອກ ເທື່ອຫນ້າກູບໍ່ລອດແນ່ນອນ"

ຂ້ອຍອະທິບາຍອອກໄປໃນທີ່ສຸດ.. ສ່ວນມັນກໍ່ມີສີຫນ້າຕົກໃຈທັນທີ

"ປ່າ!!... ຖ້າເປັນແບບນັ້ນແທ້ນະ ກູບອກມຶງໄດ້ປະໂຫຍກດຽວ ຖອຍອອກມາດຽວນີ້ເລີຍ... ຊຳນີ້ມັນກະເຕືອນມຶງແລ້ວວ່າ ອີ່ເກດມັນຊິຫລິ້ນເອົາມຶງເຖິງຕາຍແທ້"

ແມ່ນຄວາມມັນຫັ້ນແລະ.... ຂ້ອຍກະຄິດແບບມັນຄືກັນ... ໃນເມື່ອຈົງໃຈຊິຂ້າກັນໃຫ້ຕາຍປານນັ້ນ... ລະອີກຢ່າງ ເກດບໍ່ມີທາງຍອມປ່ອຍຂ້ອຍໄປງ່າຍໆດອກຖ້າຍັງວຸ້ນວາຍນຳເອກຢູ່ຄືເກົ່າ...​ ແຕ່ຂ້ອຍເປັນຄົນທີ່ເຈັບແລ້ວຈຳ ຈຳຈົນແຄ້ນຝັງຫຸ່ນ ແຕ້ມີມັນກໍ່ຕ້ອງຊຳລະ

"ບໍ່!!" ຂ້ອຍບອກມັນຢ່າງເດັດດ່ຽວ "ກູບໍ່ຍອມປ່ອຍໄປງ່າຍໆດອກ ລະມຶງເຄີຍໄດ້ຍິນບໍ່ວ່າ ບຸນຄຸນຕ້ອງຕອບແທນ ແຄ້ນຕ້ອງຊຳລະ"

"ເຄີຍ ແຕ່ຈັງໃດ ມັກກະແຮງພາເຮັດໃຫ້ສູເຈັບໄປເຈັບມາຢູ່ແບບນັ້ນ... ລະມຶງເຄີຍໄດ້ຍິນບໍ່ລະ ກົງກຳກົງກວຽນ ເຮັດຫຍັງໄປກະໄດ້ແບບນັ້ນກັບມາ... ແຕ່ທີ່ກູມີເລື່ອງຫນຶ່ງສົງໄສຢູ່ຕອນນີ້

ສົງໄສເລື່ອງຫຍັງ

ກະທີ່ມຶງຍອມລົງທຶນເຮັດທຸກຢ່າງເແບບນີ້ນະ ເປັນຍ້ອນມຶງບໍ່ຢາກທີ່ຈະປ່ອຍເອກໄປ

ຈຶກ ຂ້ອຍເຖິງຂັ້ນຈຸກກັບປະໂຫຍກສຸດທ້າຍຂອງມັນ... ​

ລະທີ່ຂ້ອຍເຮັດໄປທັງຫມົດ ຂ້ອຍຍັງບໍ່ທັນແນ່ໃຈໂຕເອງເທື່ອຊ້ຳວ່າຮູ້ສຶກນຳມັນກັນແທ້...

ຂ້ອຍຮູ້ພຽງແຕ່ວ່າ ເວລາທີ່ມັນເກີດອຸບັດຕິເຫດມື້ນັ້ນ... ບອກໄດ້ຄຳດຽວ ຂ້ອຍເປັນຫ່ວງມັນທີ່ສຸດ ຈົນເຮັດໃຫ້ຂ້ອຍລືມທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງ

ແລະທີ່ສຳຄັນ ຂ້ອຍຮູ້ສຶກເຈັບແທນມັນຊ້ຳ
      "ນ້າ ກູວ່າມຶງລອງກັບໄປຄິດເບິ່ງອີກບາດຫນຶ່ງເບິ່ງ... ອັນທີ່ມຶງເວົ້າວ່າມຶງບໍ່ໄດ້ມັກຜູ້ຊາຍຫັ້ນ ບາງເທື່ອຕອນນີ້ມຶງອາດຈະບໍ່ໄດ້ຮູ້ສຶກແບບນັ້ນແລ້ວກະໄດ້... ພຽງແຕ່ມຶງຍັງບໍ່ທັນຊັດເຈນເທື່ອ... ມັນກະຄືກູກັບອ້າຍພາດຕອນອິດຫັນແລະ... ບາດສຸດທ້າຍພວກກູກະຮັກກັນ... "

ແຮງເວົ້າມັນແຮງຊ້ຳເຕີມ... ທຸກສິ່ງທີ່ມັນເວົ້າອອກມາ ຂ້ອຍເຊື່ອມັນຫມົດທຸກຢ່າງ... ແຕ່ວ່າລະຫວ່າງຂ້ອຍກັບເອກມັນບໍ່ໄດ້ເລີ່ມຕົ້ນຈາກຄວາມຫວານຄືພວກມັນທັງສອງ ແຕ່ມັນເລີ່ມຂຶ້ນຈາກຄວາມຄຽດແຄ້ນພະຍາບາດຕ່າງຫາກ

"ກູກະບໍ່ຮູ້ແລະ... ອີກຢ່າງກູກະລົງທຶນມາຮອດຊຳນີ້ແລະ... ກູບໍ່ມີທາງຫັນກັບໄປຄືນອີກ"

"ເອີ້ໆ ກູຮູ້ຢູ່ດອກ ກູໄດ້ຍິນມຶງເວົ້າຈົນເມື່ອຍລະ... ແຕ່ວ່າເທື່ອນີ້ມຶງຕ້ອງຕັ້ງໃຈຟັງກູດີໆ... ຖ້າມຶງບໍ່ຢາກຖືກໄຟເຜົາຕາຍ ກະຢ່າໄປຫລິ້ນນຳມັນ... ເພາະວ່າສິ່ງທີ່ມຶງຫາກະເຈິມານະ ມັນກະບອກມຶງໄດ້ແລ້ວ"

 

 

ທັນວາ Part

 

ທີ່ຮ້າອາຫານ ຫລັງເລີກວຽກ

 

ເຖິງເວລາຫລາຍວັນມັນຈະຜ່ານໄປ... ຂ້ອຍຍັງງບໍ່ລືມເລື່ອງ first kiss ນັ້ນໄດ້ເລີຍ... ໃນເມື່ອໃບຫນ້າອ່ອນໆຂອງມັນຍັງວົນວຽນຢູ່ໃນຫົວຂ້ອຍເລື່ອຍໆ ຊິເຮັດຫຍັງກະນຶກເຖິງແຕ່ອີກຝ່າຍຕະຫລອດເວລາ...ແມ້ນແຕ່ເວລາເວລາທີ່ເຂົ້ານ້ຳກະຍັງເຫັນໃບຫນ້າມັນທີ່ສະທ້ອນອອກມາຈາກແວ່ນໃນຂະນະທີ່ຂ້ອຍແຍ່ງເບິ່ງ... ສະຫລຸບແລ້ວ ຫາຍໃຈເຂົ້າອອກກະຄິດຮອດແຕ່ຫນ້າມັນ

"ເຈ້" ສຽງອີ່ແຈັກຖາມໃນຂະນະທີ່ມັນກຳລັງຍັດອາຫານເຂົ້າປາກ... ສ່ວນຂ້ອຍກະໄດ້ແຕ່ເບິ່ງອາຫານຢ່າງໃຈລອຍ ໂດຍທີ່ບໍ່ທັນແຕະຫຍັງຈະຄຳ

"ຊິນັ່ງຊຶ່ງດົນບໍ່ນິ.."

"ແມ່ນແລະ" ອີ່ກຸ້ງເວົ້າຂຶ້ນຕໍ່ "ຄັນເຈ້ບໍ່ກິນນະ ເອົາມາໃຫ້ພວກຂ້ອຍກິນກະໄດ້ໃດ໋"

"ເອີ້... ຊິເອົາກະເອົາໄປເຖາະ" ຂ້ອຍຕອຍປັດໆ ສ່ວນພວກມັນກໍ່ຍິ້ມຈົນປາກຊິຈີກ ມືໃຫຍ່ນ້ອຍກໍ່ຮີບຈັບເອົາໄປທັນທີ ປານພາກັນຍາດເອົາຄຳເປັນກິໂລ

"ມີແຕ່ແນວແຊບໆ ເຈ້ຄືບໍ່ກິນ" ແຈກຖາມໃນຂະນະທີ່ກຳລັງຍ້ຳອາຫານເຕັມປາກ ຍິ່ງເຫັນຍິ່ງຄິດເຖິງຫນ້າອາເລັກ ເຮີ່ຍ.......

"ກະມັນບໍ່ຢາກເດ"

"ບໍ່ແມ່ນຄິດຮອດອາເລັກຢູ່ບໍ່ຫັ້ນ ຈຶກ... ຢຸດທັນທີ" ອີ່ກຸ້ງມັນເວົ້າໄດ້ຈີ້ໃຈດຳຂ້ອຍຂະຫນາດ

"ແມ່ນຄວາມມຶງ... ເບິ່ງຈາກສະພາບກະຮູ້... ເອີ້ ລະຂ້ອຍກະຮູ້ອີກເລື່ອງຫນຶ່ງມາ ເປັນເລື່ອງທີ່ເຈ້ຍັງບໍ່ທັນບອກພວກຂ້ອຍຟັງເທື່ອ"

"ເລື່ອງຫຍັງອີ່ກຸ້ງ" ອີ່ແຈກຖາມດ້ວຍຄວາມຢາກຮູ້

"ກະເລື່ອງທີ່ອາເລັກຫນີອອກຈາກບ້ານແລ້ວໄປຢູ່ບ້ານເຈ້ແທນ"

"ເຮີ້ຍ!! ແມ່ນແທ້ຫວາຫັນ?"

"ເອີ້" ຂ້ອຍຕອບປັດແບບລຳຄັນ

"ສົມພໍແລະບໍ່ເຂົ້າມາຮ້ານຕັ້ງວ່າສອງມື້.... ແລ້ວເຈ້ກິນເດັກເຂົ້າໄປແລ້ວມັນບໍ່??.. ເຈ້ ເປັນອຳມະຕະ!!"  ເວົ້າດ້ວຍທ່າທາງໂອເວີ້

"ເປັນບ້າຫວາຫ໊ະ!!... ​ບໍ່ແມ່ນແບບນັ້ນຈະຫນ້ອຍ"

"ແຕ່ຈັງໃດເຈ້ກະຄິດ..". ໂທ!! ມັນຄືເວົ້າແຮງແທ້ວະ "ເພາະວ່າຂ້ອຍເບິ່ງສາຍຕາເຈ້ອອກ ຕອນທີ່ກຳລັງແນມເບິ່ງນ້ອງມັນ ປານເສືອຊິຂຸບກວາງນິ"

ສະ ສາຍຕາຂ້ອຍຂ້ອຍມັນສະແດງອອກປານນັ້ນພຸ້ນຫວາ... ຫລືວ່າບາງເທື່ອພວກນັ້ນຈະຄິດໄປເອງກະໄດ້ (ແນວຂ້ອຍເກັບອາການປານນັ້ນ)

"ໂທ!! ຄັນເປັນແບບນັ້ນນະເຈ້ ... ​ມັນເທົ່າກັບເຈ້ກຳລັງເຮັດໃຫ້ນ້ອງມັນເສຍອະນາຄົດ ເຈ້ອາຍຸຊາວຫ້າ ສ່ວນນ້ອງມັນຫາກະຮຽນຢູ່ມໍປາຍ ກຳລັງຊິບັນລຸນິຕິພາວະ... ແລະຖ້າຊິເຖິງເວົ້າເລື່ອງລັກສິນທຳນະ ເຈົ້າຜິດເຕັມໆ"

"ແມ່ນ ຫ່າງກັນເປັນເກືອບເປັນສິບປີຊິໃຫ້ປ່ຽນມາເປັນສອງສາມປີມັນກະເປັນໄປບໍ່ໄດ້... ອາເລັກມັນກະຢູ່ໃນຊ່ວງທີ່ກຳລັງສັບສົນໂຕເອງ ຖ້າປຽບເຈ້ໃສ່ສິ່ງໆຫນຶ່ງນະ ມັນກະຄືກັບໄຟທີ່ຮ້ອນແຮງຫັ້ນແລະ ຍິ່ງເອົານ້ຳມັນລາດໄຟມັນກະຊິລາມແຮງຂຶ້ນ"

ອີ່ແຈກມັນອະທິບາຍໄດ້ໂຄດແຮງເລີ່ຍນະ!... ຊັດເອົາຈົນຂ້ອຍເກືອບຊິຫາຍໃຈບໍ່ອອກ...

ກະໃນເມື່ອຄວາມຮູ້ສຶກພິເສດທີ່ມັນເຄີຍຖາມ ມັນໄດ້ເພີ່ມຂຶ້ນເລື້ອຍໆເດ...

ສ່ວນເລື່ອງລາວທີ່ພວກມັນເວົ້າອອກມາທັງຫມົດ ຂ້ອຍປັດຕິເສດບໍ່ໄດ້ວ່າ ມັນກະບໍ່ແມ່ນເລື່ອງທີ່ສົມຄວນທີ່ຈະເຂົ້າໄປຫຍຸ້ງວຸ້ນວາຍນຳມັນ

"ພະ ພວກໂຕກະຄິດໄປໃກ.... ເຈ້ ເອີ່ ເຈ້ບໍ່ມີທາງໄປມັກກັບເດັກປາກຫມາແບບນີ້ດອກ... ລະອີກຢ່າງພວກໂຕກະຮູ້ວ່າເຈ້ມັກໃຜ"

ຂ້ອຍບອກອອກໄປເກືອບບໍ່ເປັນສຽງ

ແຕ່ຄວາມຈິງຂ້ອຍລືມບັກສິນໄປແລ້ວ ໃນເມື່ອມັນມີໃຜບາງຄົນເຂົ້າມາແທນຄວາມຮູ້ສຶກນັ້ນລະ

"ດີລະຊັນ... ລະອາຍຸຊຳເຈ້ນະຕ້ອງຫາຄູ່ໄດ້ແລ້ວ  ດຽວເລື່ອງນີ້ ຂ້ອຍຊິນັດບອດໃຫ້ເຈ້ເອງ"

"ເອີ້ດີໆ ລອງເຮັດເບິ່ງຄືອີ່ກຸ້ງມັນເວົ້າຫັ້ນລະເຈ້.. ລະເລື່ອງນີ້ນະ ຂ້ອຍກະຊິຊ່ວຍນຳ ຊິແນະນຳຜູ້ບ່າວຫນ້າຕາດີໆມາໃຫ້ເລີຍ ເອົາບໍ່" ສະເຫນີເລື່ອງດ້ວຍສີຫນ້າຈິງຈັງ

"ອະ ອື່ມ"  ມັນກະເລີຍເຮັດໃຫ້ຂ້ອຈຳເປັນຕ້ອງງຶກຫົວຢ່າງເຫັນດີ...

ລະການທີ່ຈະລືມໃຜຈັກຄົນໄປຫລືພະຍາຍາມຈະຕັດໃຈຈາກໃຜຄົນຫນຶ່ງ ມັນກະຕ້ອງຫາຄົນທີ່ພໍຈະເຮັດໃຫ້ເຮົາບໍ່ຕ້ອງຄິດເຖິງຄົນໆນັ້ນໄດ້

ອີກຢ່າງ ເລື່ອງທີ່ຂ້ອຍກຳລັງຈະຕັດສິນໃຈເຮັດນັ້ນ ມັນກະບໍ່ແມ່ນເລື່ອງທີ່ເສຍຫາຍຫຍັງຈັກຫນ້ອຍ

.

.

.

.

ມາກຽມອ່ານຕອນຕໍ່ໄປເລີຍເດີ້ ອິໆໆ

ຢາກຮູ້ເດຄັນອາເລັກເຫັນທັນວາໄປນັດບອດແລ້ວຊິເປັນແນວໃດ

ບໍ່ຮູ້ວ່າແຜນການຂອງເຈ້ເຮົາຊິພັງຫລືບໍ່

 

ສຳຫລັບເລື່ອງຕໍ່ໄປນະບໍ່ຮູ້ວ່າຊິມີຄົນອ່ານຫລືບໍ່ເນາະ...

ຈັງໃດກະຊິລອງຂຽນເບິ່ງຄັນວ່າບໍ່ມັກລະຊິປິດທັນທີ

 

 

 

 

 

Delicious Digg Fark Twitter