ຕອນທີຊາວເອັດ
ບໍ່ລັງເລອີກແລ້ວ
ຕັ້ງແຕ່ທີ່ໄດ້ລົມກັບອາເລັກເປັນເລື່ອງເປັນລາວນຳມັນໃນມື້ນັ້ນ... ທຸກຢ່າງມັນກໍ່ດີຂຶ້ນຕາມລຳດັບ.. ສ່ວນເລື່ອງນັດບອດຂ້ອຍ ກໍ່ໄດ້ຢຸດຕິລົງ ເຊິ່ງຂ້ອຍກໍ່ບໍ່ໄດ້ຕິດຕໍ່ນຳເຕ້ຫລັງຈາກນັ້ນ ຍ້ອນວ່າມັນໂທມາຖາມໄຖຕະຫລອດເວລາ ເຊັກຂ່າວວ່າຂ້ອຍແອບໄປມີກິກຫລືບໍ່... ຈົນບາງຄັ້ງກໍ່ມາຮັບມາສົ່ງ ໂດຍທີ່ທຸກຄັ້ງຫລາຍຄົນຕ່າງກໍ່ຮູ້ຂ່າວກັນດີ ແລະແນ່ນອນຫລາຍໆຄຳຖາມທີ່ກຳລັງຈະຖືກຖາມຂຶ້ນ ໂດຍພະນັກງານຂອງທັງສອງ ທີ່ກຳລັງຢືນຫນ້າຄຽດຢູ່
“ເຈ້ ຖາມແທ້... ຈິງຈັງກັບນ້ອງມັນແມ່ນບໍ່” ອີ່ແຈັກເປັນຄົນທຳອິດທີ່ເປີດສາກຖາມ
“ເອີ້” ຂ້ອຍບອກຂ້ອຍໄປທັນທີ.... ໃນເມື່ອຂ້ອຍຮູ້ສຶກແບບນັ້ນກັບອາເລັກແທ້ໆ “ມັນກະດີນຳເຈ້ຢູ່ ແລ້ວພວກໂຕກະມັກນ້ອງມັນຢູ່ຕົວະ”
“ເລື່ອງມັກກະມັກຢູ່... ແຕ່ລັກສິນທຳນະ ເຈ້ຜິດເຕັມໆ ເຈ້ເຂົ້າໃຈບໍ່”
“ແມ່ນ”
ອີ່ກຸ້ງເຂົ້າມາສອດ ໂດຍທີ່ມັນຍືນຢູ່ຟາກຊ້າຍອີ່ແຈັກຢູ່ຟາກຂວາ ສ່ວນຂ້ອຍກໍ່ກຳລັງຢືນຮັບຟັງຢູ່ທາງກາງ
“ນ້ອງມັນຫາກະຢູ່ມໍປາຍຫນຶ່ງໃດ ຄືຊິບໍ່ໄດ້ຈິງຈຳກັບເຈ້ດອກ.. ແລະອາຍຸຊຳເຈ້ຕອນນີ້ນະ.. ຄົນທົ່ວໄປເຂົາເຈົ້າຄິດເລື່ອງແຕ່ງງານກັນແລ້ວ”
“ຖືກ!!... ຖ້າຂ້ອຍເປັນເຈ້ນະ...ຂ້ອຍບໍ່ເຂົ້າໄປຫຍຸ້ງກັບອາເລັກໃນຖານະແບບຄົນຮັກເດັດຂາດ,,, ເຖິງວ່ານ້ອງມັນຈະຫນ້າຕາດີກໍ່ຕາມເຖາະ.. .ແຕ່ຄວາມເປັນຈິງ ເຈ້ກັບອາເລັກຢູ່ກັນຄົນລະໂລກເລີຍ.. ບໍ່ມີເດັກມໍປາຍຄົນໃດຈິງຈັງກັບເຮົາດອກ”
“ອື້ມ... ແລະອີກຢ່າງ ເຈ້... ຂ້ອຍໄດ້ຍິນມາວ່າພໍ່ຂອງອາເລັກໂຫດຈະຕາຍ... ຂະຫນາດລູກຂອງໂຕເອງແທ້ໆຍັງຕີຈົນຫນ້າບວມ... ແລະຖ້າພໍ່ນ້ອງມັນຮູ້ວ່າລູກຂອງໂຕເອງກຳລັງຄົບກັບຜູ້ຊາຍຢູ່ນະ.. ມີຫວັງອາເລັກຖືກຕີຕາຍຄາເຮືອນເລີຍ”
“ແລ້ວເລື່ອງນີ້ເຈ້ກະຊິເດືອດຮ້ອນຕິດແຫໄປນຳ... ຄິດເບິ່ງໃຫມ່ດີໆເດີ້ເຈ້... ທາງອອກທີ່ດີໆມັນຍັງມີຫລາຍກວ່າຫັ້ນ”
ເຮີ່ຍ... ຫລາຍໆປະໂຫຍກທີ່ຖືກເວົ້າເຂົ້າຫູຂ້ອຍທັງສອງຂ້າງ ມັນຍິ່ງເຮັດໃຫ້ຂ້ອຍຮູ້ສຶກໄຫວຫວັ່ນຂຶ້ນກວ່າເກົ່າ.... ໃນເມື່ອຄວາມຈິງມັນກໍ່ແມ່ນຄວາມຂອງພວກມັນທັງສອງ ຂ້ອຍກັບມັນຕ່າງກັນຈົນເກີນໄປ... ແຕ່ໃນເມື່ອຄວາມຮູ້ສຶກຂອງຂ້ອຍມັນເລິກເຊິ່ງແລະຫມັ້ນຄົງກັບອາເລັກແລ້ວ ຊິໃຫ້ຕັດສາຍບົວບໍ່ໃຫ້ເຫລືອເຍື້ຍໄຍ ມັນກໍ່ຄືຊິແມ່ນເລື່ອງຍາກ
“ແຕ່ເຈ້ມັກອາເລັກແລ້ວເດ”
“ມັກໄດ້ກະເລີກໄດ້!!... ແຕ່ຊິປ່ຽນອາຍຸຫ່າງກັນເປັນສິບປີໃຫ້ມັນເຫລືອແຕ່ສອງສາມປີມັນເປັນໄປບໍ່ໄດ້... ຂ້ອຍວ່າເຈ້ກັບໄປນັດບອດນຳອ້າຍເຕ້ຄືເກົ່າດີກວ່າ... ຜູ້ຊາຍແບບອ້າຍເຕ້ກະມີຄົບຖ້ວນຄືກັນ.. ແຖມຍັງຫລາຍກວ່າອາເລັກຊ້ຳ... ທັງການສຶກສາທີ່ຈົບມາແຕ່ຕ່າງປະເທດໂດຍສະເພາະ ນິໄສກະແບບຜູ້ໃຫຍ່ ຫນ້າຕາກະດີສູສີກັນ... ແລະທີ່ສຳຄັນ ຈິງຈັງນຳເຈ້...ຜູ້ຊາຍແບບນີ້ຫານະ ຕາຍແລ້ວເກີດໃຫມ່ບໍ່ຮູ້ຊິຫາໄດ້ອີກບໍ່ຫັ້ນ”
“ເວົ້າອີກກະຖືກອີກ ອີ່ແຈັກ....... ຂ້ອຍວ່າເຈ້ຕອນນີ້ນະ ກຳລັງຢູ່ໃນຊ່ວງທີ່ຕົນເອງກຳລັງສັບສົນ...ຖ້າຫາໃຜຈັກຄົນມາລົມ... ມັນກະຄືຊິດີຂຶ້ນ”
ເ”ຈ້ກະເຂົ້າໃຈຢູ່... ແຕ່ເຈ້ຮັກອາເລັກແລ້ວເດ... ຊິໃຫ້ຕັດໃຈຕອນນີ້ເປັນໄປບໍ່ໄດ້ດອກ...ແລະອີກຢ່າງມັນກະບອກວ່າຖ້າເຈ້ຍັງຕິດຕໍ່ນຳເຕ້ອີກ... ອາເລັກເອົາຕາຍແນ່ນອນ”
“ເຈ້... ນ້ອງມັນກະຂູ່ໄປຈັງຊັ້ນຫັ້ນແລະ... ຖ້າໃຫ້ເຮັດແທ້ ນ້ອງມັນກະບໍ່ກ້າດອກ.. ຊິໄປຄຶດຫຍັງກັບເດັກມໍປາຍຄົນຫນຶ່ງ”
“ເດັກມໍປາຍມັນເປັນແນວໃດເຈ້!!....” ສຽງຂອງບົວເອີ່ຍຂຶ້ນແຊກລະຫວ່າງການສົນທະນາ ທີ່ມາດ້ວຍຊຸດນັກຮຽນ.... ສົງໄສຫາກະເລີກໂຮງຮຽນ
“ກະບໍ່ມີຫຍັງດອກ.... ເຈ້ວ່າເດັກມໍປາຍບໍ່ໄດ້ຄິດຈິງຈັງນຳເຈ້ເລ້ດອກ”
“ເຈ້ຫມາຍເຖິງອາເລັກຫັ້ນຫວາ”
“ແມ່ນ” ພວກມັນຕອບຂຶ້ນພ້ອມກັນ
“ແລ້ວພວກເຈ້ຮູ້ໄດ້ແນວໃດວ່າເດັກຫມໍປາຍບໍ່ເຄີຍຈິງຈັງກັບຄວາມຮັກ”
“ກະພວກເຈ້ເຄີຍເປັນເດັກມໍປາຍມາກ່ອນ..” ອີ່ແຈັກເປັນຜູ້ຕອບ “ຕອນນັ້ນຫມູ່ຂອງເຈ້ກະຮັກໆເລີກຕາມໄວ ແບບປັອບປີ້ເລີຟອີ່ຫຍັງຫັ້ນແລະ”
“ອັນນັ້ນມັນກະແມ່ນແຕ່ບາງຄົນ... ແຕ່ຈັງໃດກະຍັງມີຄົນທີ່ຈິງໃຈເລື່ອງຄວາມຮັກ” ໂດຍສະເພາະບົວ (ອັນນີ້ຂ້ອຍເຫັນດີ) ... “ສ່ວນເຈ້” ບົວຫັນມາເວົ້ານຳຂ້ອຍ “ບົວຮູ້ວ່າເຈ້ກຳລັງບໍ່ຫມັ້ນໃຈຕອນນີ້...ແຕ່ຖ້າເຈ້ບໍ່ລອງເບິ່ງຕັ້ງແຕ່ທຳອິດ ແລ້ວເຈ້ຊິຮູ້ໄດ້ແນວໃດວ່າເດັກນ້ອຍມໍປາຍແບບພວກຂ້ອຍຈິງຈັງຈິງໃຈກັບຄວາມຮັກຫລືບໍ່... ແລະອີກຢ່າງທີ່ເຈ້ກຸ້ງກັບເຈ້ແຈັກວ່າເຈ້ກັບອາເລັກຢູ່ຄົນລະໂລກແລະບໍ່ສົມກັນນະ... ແລ້ວແມ່ນອີ່ຫຍັງລະມາຕິດສິນວ່າພວກເຈ້ສອງຄົນບໍ່ເຫມາະສົມກັນ”
“ກະເລື່ອງອາຍຸ” ອີ່ກຸ້ງຕອບ
“ຊຳນີ້ນິ!! ທີ່ເຈ້ເອົາມາຕັດສິນກັບເລື່ອງທັງຫມົດ... ຄົນເຮົາຊິຄົບກັນມັນຂຶ້ນກັບຄວາມຮັກເປັນສ່ວນປະກອບທີ່ສຳຄັນ... ເບິ່ງອ້າຍສິນກັບອ້າຍໂດ້ຖະແມະ... ເຂົາເຈົ້າບໍ່ຕ່າງຫຍັງກັບເຈ້ເລ້ດອກ...ແຕ່ເຂົາເຈົ້າແຮງມີອຸປະສັກຫລາຍກວ່າຫັ້ນ... ແຕ່ສຸດທ້າຍຄວາມຮັກມະກະເປັນເຄື່ອງພິສູດໃຫ້ເຂົາເຈົ້າໄດ້ຄົບກັນ.. ຈາກທີ່ແມ່ລາວກີດກັນຕັ້ງແຕ່ທຳອິດ ບາດແລ້ວແມ່ລາວກໍ່ຍອມໃຫ້າທັງສອງໄດ້ຮັກ...ຈາກທີ່ແບັ້ງບໍ່ເຫັນດີຈົນຊິລັກຫນີອອກຈາກບ້ານ ສຸດທ້າຍກະຍອມເອີ້ນອ້າຍໂດ້ວ່າແມ່... ພວກເຈ້ລອງເອົາໄປຄິດເບິ່ງວ່າຄວາມຮັກມັນມີອຳນາດຫລາຍສ່ຳໃດ
ບົວຊັດເອົາຈົນພວກທີ່ເຫລືອຕ່າງກໍ່ພາກັນງຽບເປັນແຖວ... ລວມທັງໂຕຂ້ອຍນຳ...
ແມ່ນລະ... ຖ້າຊິຮັກໃຜຈັກຄົນຫນຶ່ງຊິລັງເລມັນໄປເຮັດຫຍັງ.... ອີກຢ່າງໃນເວລາທີ່ເຮົາຕີໂຕຫ່າງອອກຈາກອາເລັກຕອນນັ້ນ... ມັນເຮັດໃຫ້ຂ້ອຍຮູ້ສຶກທໍລະມານຫລາຍຊຳໃດ...
“ບົວ ຂອບໃຈ” ຂ້ອຍບອກພ້ອມກັບສົ່ງຮອຍຍິ້ມບາງໆໃຫ້
“ໂອເຄ ເຈ້ຊິເລືອກເຊື່ອໃຜກະຕາມໃຈ.. ເຊິ!! ຂ້ອຍໄປເຮັດວຽກດີກວ່າ”
“ແມ່ນແລະອີກຸ້ງ”
ຈາກນັ້ນທັງສອງກໍ່ສະບັດກົ້ນຍ່າງອອກຈາກຂ້ອຍໄປ....
ຍອມຮັບວ່າຄຳເຫັນຂອງພວກມັນທັງສອງຍັງວົນວຽນຢູ່ໃນຫົວຂ້ອຍຕະຫລອດ... ຄວາມຮັກມັນກະແມ່ນເລື່ອງທີ່ເຂົ້າໃຈຍາກແບບນີ້ແລະ... ແລ້ວສຳຫລັບຂ້ອຍ ຄວາມຮັກມັນຕ້ອງມີການເພື່ອໃຈໄວ້... ຖ້າສົມມຸດເຮົາສູນເສຍອາເລັກໄປ... ເຮົາຈຶ່ງຈະຍອມຮັບທຳໃຈກັບມັນໄດ້
ທີ່ບ້ານ
ຂ້ອຍເຮັດກິນໃຫ້ອາເລັກທີ່ມັກທຸກຢ່າງຫລັງຈາກທີ່ມັນໄດ້ໂທມາສັ່ງໄວກ່ອນລ່ວງຫນ້າ (ນັບມື້ຂ້ອຍຊິກາຍເປັນເມຍມັນແລ້ວນິ)... ຂ້ອຍກໍ່ເລີຍຈຳເປັນຕ້ອງນັ່ງຖ້າພະຍາຢູ່ເທິງພາເຂົາພຽງຄົນ...ແລ້ວຫລັງຈາກນັ້ນບໍ່ດົນ ປະຕູທີ່ຖືກປິດ ກໍ່ຖືກເປີດຂຶ້ນ
“ປັ້ງ!!” ໂດຍທີ່ປະຕູກະທົບໃສ່ວົງກັບຢ່າງຮຸນແຮງ ມັນໄຂປະຕູບໍ່ເກງໃຈເຈົ້າຂອງບ້ານເລີຍ
“ຕອນນີ້ຂ້ອຍໂຄດຫິວເລີຍນະ” ອາເລັກເວົ້ນຂຶ້ນໃນຂະນະກຳລັງຖອດເກີບນັກຮຽນອອກ...
ຈາກນັ້ນມັນກໍ່ແກວ່ງຖິ້ມຢ່າງບໍ່ຫົວຊາແລ້ວກໍ່ຍ່າງເຂົ້າມາຫາໂຕະທັນທີ
“ມື້ນີ້ມີແຕ່ແນວແຊບໆເວີ້ຍ... ດີເນາະມີແມ່ສີເຮືອນນິ” ສຸດຄວາມມັນກໍ່ລົງມືຈັດການ ສີຫນ້າມັນບໍ່ຕ່າງຫຍັງກັບເຫັນຄຳເປັນກິໂລ
“ງ໊າມໆ...” ແລ້ວມາລະຍາດແບບເກົ່າມັນຍັງຖືກນຳເອົາມາໃຊ້... ຖ້າຊິເຕືອນມັນອີກຄັ້ງ... ມັນກະຄືຊິບໍ່ມີທາງຟັງຂ້ອຍຢູ່ດີ.. ກະເລີຍປ່ອຍປະໄປເລີຍຕາມເລີຍ
“ແລ້ວມື້ນີ້ເຮັດວຽກເປັນແນວໃດແດ່” ຖາມໃນຂະນະທີ່ອາຫານຍັງເຕັມປາກ....
ເຮີ່ຍ... ເອົາເປັນວ່າຂ້ອຍພະຍາຍາມຈະລຶ້ງກັບມາລະຍາດຂອງມັນກະແລ້ວກັນ
“ກະເມື່ອຍຂະຫນາດ...” ຂ້ອຍລາກສຽງຍາວໆ..... “ມີຫຍັງໃຫ້ຄຽດ ຈົນຫນ້າຊິແຫ່ວຕາຍລະນິ”
“ແຕ່ຕອນນີ້ກະຫນ້າແຫ່ວຫລາຍລະໃດ໋ ຄັນແຫ່ວຫລາຍກວ່ານີ້ ບໍ່ເປັນຕາເບິ່ງລະໃດ໋
“ຫຸບປາກເລີຍ... ຖ້າຢາກກິນເຂົ້າແຊບນະ ລະຢ່າເວົ້າແບບນັ້ນເດັດຂາດ!!” ຂ້ອຍບອກມັນດ້ວຍສີຫນ້າຈິງ... ຖ້າບໍ່ຂູ່ອອກໄປ ດຽວມັນກະຊິຍ້ອນກັບມາກັດຂ້ອຍອີກ
“ໂອເຄ ບໍ່ເວົ້າກະໄດ້ ແຕ່ແຫ່ວຈັງໃດກະຮັກຄືເກົ່າຫັ້ນແລະ” ມັນເອີ່ຍຂຶ້ນມາລອຍໆແບບບໍ່ຄິດຫຍັງ...ແຕ່ມັນກໍ່ມີອຳນາດພໍຈະເຮັດໃຫ້ຂ້ອຍຍິ້ມອອກມາ
“ຍິ້ມໄດ້ກະດີແລ້ວ... ຂ້ອຍບໍ່ຢາກໃຫ້ເຈົ້າຄຽດຫລາຍນະ... ເຫັນແລ້ວໂລກຂອງຂ້ອຍມັນຫມົ່ນເລີຍ” ປຽບທຽບຊະ!!
“ເວ໊ະ!! ເວີ້ລະ”
“ວ່າແຕ່ເຈົ້າເຖາະ ຄຽດເລື່ອງຫຍັງຫັ້ນ”
“ກະຫລາຍຢ່າງຫັ້ນແລະ.... ໂດຍສະເພາະເລື່ອງຂອງເຈົ້າ” ຂ້ອຍບອກໄປຕາມຄວາມຈິງ
“ເລື່ອງຂອງຂ້ອຍ??”
“ອື້ມ... ພໍດີມີຫລາຍຄົນບອກວ່າຂ້ອຍກັບເຈົ້າຕ່າງກັນຈົນເກີນໄປ... ລະອີກຢ່າງເຈົ້າກະຍັງບໍ່ທັນໄດ້ຄິດເລື່ອງອະນາຄົດເທື່ອຊ້ຳ”
“ຊັ້ນ ເຮົາກະໄປນຳກັນລອດແລ້ວຊັນ ເພາະວ່າຂ້ອຍຄິດເລື່ອງອະນາຄົດໄວ້ແລ້ວ... ຕອນນີ້ຂ້ອຍກັບລັງທ້ອນເງິນໄວ້ ຫລັງຈາກຮຽນຂ້ອຍຈະໄດ້ມີເງິນເປີດຮ້ານຂ້າຍເຄື່ອງດົນຕີ... ຕອນນັ້ນຂ້ອຍກະຊິປະມານ ຊາວຫ້າ ສ່ວນເຈົ້າກະຊິມ້ອງປະມານສາມສິບສາມ ແລະຕອນນັ້ນຄືຊິບໍ່ມີໃຜຄິດເລື່ອງນິ້ນຳເຮົາແລ້ວແລະ”
ຂ້ອຍຍິ້ມໃຫ້ກັບປະໂຫຍກທີມັນໄດ້ເວົ້າອອກມາ...ເຖິງມັນຈະແມ່ນເລື່ອງທີ່ບໍ່ແນ່ນອນກັບຊາຍທີ່ຢູ່ຕໍ່ຫນ້າ... ແຕ່ຂ້ອຍຫມັ້ນໃຈວ່າຄົນແບບມັນຈະຕ້ອງເຮັດໄດ້
“ອື້ມ ແລ້ວຂ້ອຍຊິຖ້າເບິ່ງກ່ອນ.... ເອີ້ແລ້ວຂ້ອຍເລື່ອງຫນຶ່ງຈະບອກເຈົ້າ”
ເລື່ອງຫຍັງ
ມື້ອື່ນວັນເກີດຂ້ອຍ
ອື້ມ ຂ້ອຍຮູ້ແລ້ວ
ຫວາ ຮູ້ໄດ້ແນວໃດ໋ຫັ້ນ
ເອົາເປັນວ່າຂ້ອຍຮູ້ກະແລ້ວກັນ... ແລະຂ້ອຍຍັງຮູ້ອີກວ່າເຈົ້າຫັ້ນເກີດຕອນເຊົ້າ ເວລາແປດໂມງ... ແລ້ວແມ່ເຈົ້າກະໄດ້ຜ່າເຈົ້າອອກ ຍ້ອນນ້ຳຫນັກເກີນ... ແຕ່ຕອນນີ້ເຈົ້າໂຄດຈ່ອຍເລີຍໂຕກະນ້ອຍໆບໍ່ຄືຕອນເກີດໃຫມ່ ແມ່ເຈົ້າຈົນຈົ່ມປວດແຂນຕອນອຸ້ມ”
“ວູ້!! ຄືຮູ້ຫລາຍແທ້ວະ”
“ແນ່ນອນ... ຂ້ອຍສືບເລື່ອງຂອງເຈົ້າໂດຍສະເພາະ ວ່າແຕ່ເຈົ້າເຖາະຮູ້ຈັກວັນເກີດຂ້ອຍບໍ່ຫັ້ນ”
ຈຶກ... ຂ້ອຍຢຸດທັນທີ... ໃນເມື່ອຂ້ອຍບໍ່ຮູ້ຈັກວັນເກີດຂອງມັນເລີຍຊ້ຳ...ຕາຍກູບາດນີ້ ຈິບຫາຍແທ້ໆ... ຍ້ອນສາຍຕາຂອງອາເລັກແນມມາເບິ່ງຂ້ອຍດ້ວຍຄວາມຈິງຈັງພ້ອມກັບລໍຖ້າຟັງຄຳຕອບຈາກປາກຂ້ອຍ... ລະ ແລ້ວຂ້ອຍຊິເຮັດແນວໃດດີ...ຊິໃຫ້ເດົາເອົາຕາມ 365 ວັນກັບອີກ 12 ເດືອນນະ ຂ້ອຍເຮັດບໍ່ໄດ້ແນ່ນອນ
ມິດແບບນີ້ ແປ່ວ່າບໍ່ຮູ້ແມານບໍ່ ມັນຖາມດ້ວຍຫນ້າຊີລຽສ ມືໃຫຍ່ທີ່ກຳລັງຖືບ່ວງກໍ່ຖືກວາງໃສ່ຖ້ວຍແກ້ວຈົນດັງ ເຄລ້ງ!!
“ອະ ອື້ມ..” ຂ້ອຍກົ້ມຫນ້າຕອບ.. ບໍ່ກ້າຈະສົບຕາຂອງອີກຝ່າຍ
“ຫຶ... ກະແນວຂ້ອຍບໍ່ແມ່ນຄົນສຳຄັນຫຍັງເດ...ມັນຄືຊິບໍ່ຈຳເປັນ ຕ້ອງເອົາໄປເກັບໃຫ້ເປື່ອງສະຫມອງເຈົ້າດອກ”
“ບໍ່ແມ່ນໃດ໋” ຕອບປັດຕິເສດທັນທີ
“ບໍ່ແມ່ນ ແລ້ວເຈົ້າຄືບໍ່ຮູ້ຊັ້ນ.... ຂ້ອຍຮູ້ຈັກເຈົ້າຫມົດທຸກຢ່າງ ແຕ່ເຈົ້າບໍ່ເຄີຍຮູ້ຈັກຂ້ອຍຈັກຢ່າງເລີຍ” ມັນບອກດ້ວຍສຽງຕັດເພີ້... ຍິ່ງເຮັດໃຫ້ຂ້ອຍຮູ້ສຶກຜິດຫລາຍຂຶ້ນກວ່າເກົ່າ
ເຊິ່ງຫນ້າທີ່ຂ້ອຍຕອນຍີ້ ກໍ່ຕ້ອງງໍ້ອີກຝ່າຍໃຫ້ເຊົາຄຽດໃຫ້ໄດ້...
ວ່າແລ້ວຂ້ອຍກໍ່ຮີບພາຕົນເອງຂຶ້ນໄປນັ່ງຕັກຂອງອາເລັກທັນທີ ໂດຍທີ່ກຳລັງຢູ່ໃນທ່າປິ່ນຫນ້າຫາມັນ
“ຊິເຮັດຫຍັງນິ...” ບອກພ້ອມກັບພະຍາຍາມດັນຂ້ອຍອອກຈາກໂຕມັນຄ່ອຍໆ ແຕ່ຂ້ອຍບໍ່ມີທາງຍອມດອກ.. ແລະມັນກໍ່ຍິ່ງເຮັດໃຫ້ຂ້ອຍຈຳເປັນຕ້ອງໃຊ້ແຂນທັງສອງຂ້າງກອດຂໍອີກຝ່າຍໄວ້ ເພື່ອບໍ່ໃຫ້ມັນຫນີໄປໃສໄດ້
“ກະຢາກຂໍໂທດ ຂ້ອຍຮູ້ວ່າຂ້ອຍຜິດເຕັມໆ ຍົກໂທດໃຫ້ຂ້ອຍໄດ້ບໍ່” ຂ້ອຍຖາມດ້ວຍນຳສຽງອ້ອນໆ
“ຂ້ອຍບໍ່ໄດ້ຄຽດຫຍັງໃຫ້ເຈົ້າຈັກຫນ້ອຍ” ອີກຝ່າຍພັດຕອບດ້ວຍສຽງທີ່ນ້ອຍໃຈ.. ນີ້ໃດ໋ ທີ່ບໍ່ຄຽດໃຫ້ນະ
“ຂ້ອຍຟັງສຽງກະຮູ້ລະ... ແນວຂ້ອຍມີວຽກຫລາຍເດກະເລີຍ”
“ບໍ່ຈຳເປັນຕ້ອງຈື່....” ມັນຕັດຄວາມຂ້ອຍ “ກະແມ່ນຄວາມເຈົ້າຫັ້ນແລະເປັນຍ້ອນເຈົ້າມີວຽຫລາຍກະເລີຍບໍ່ຈຳເປັນຕ້ອງເກັບເອົາໄປຄິດ... ໃນເມື່ອວຽກເຈົ້າກະສຳຄັນກວ່າຂ້ອຍຢູ່ແລ້ວ... ສ່ວນຂ້ອຍກະຍັງເປັນຄົນທີ່ບໍ່ມີໃຜໃຫ້ຄວາມສົນໃຈຄືເກົ່າ ຂ້ອຍບໍ່ໂທດເຈົ້າດອກ ລະ ອີກ ຢ່າງ ອະ ອື້ມ”
ຮີມປາກຂອງຂ້ອຍບົດບຽດລົງໄປທີ່ປາກມັນທັຮທີ ຂ້ອຍບໍ່ປ່ອຍໃຫ້ອີກຝ່າຍໂທດໂຕເອງອີກ ໃນເມື່ອມັນບໍ່ແມ່ນຄົນທີ່ຜິດເລີຍຈັກຫນ້ອຍ... ສ່ວນມັນກໍ່ຈູບຂ້ອບຕອບ ເປັນການພັດປ່ຽນມອບຄວາມສຸກໃຫ້ກັນແລະກັນເປັນເວລາດົນນານ... ກ່ອນທີ່ຂ້ອຍຈະຖອນຮີມປາກອອກຈາກອີກຝ່າຍຄ່ອຍໆ
ຢ່າໂທດໂຕເອງໄດ້ບໍ່... ເຈົ້າບໍ່ໄດ້ຜິດຫຍັງຈັກຫນ້ອຍ... ຂ້ອຍຕ່າງຫາກທີ່ຜິດເຕັມໆ ເຈົ້າເຂົ້າໃຈບໍ່
ອື້ມ ເຂົ້າໃຈ..... ເຮີ່ຍ ສຸດທ້າຍຂ້ອຍກະຍອມໃຫ້ເຈົ້າຈົນໄດ້
ໂດຍ ຂອບໃຈ ອື່ມ... ເອົາແບບນີ້ດີກວ່າເບາະ.... ຕອນນີ້ເຈົ້າບໍ່ຕ້ອງຖາມຂ້ອຍເລື່ອງວັນເກີດເຈົ້າເທື່ອ... ເອົາເປັນວ່າຖ້າຮອດວັນເກີດເຈົ້າມື້ໃດ໋ ຂ້ອຍຊິເປັນຄົນເຊີ້ໄພ້ໃຫ້ເຈົ້າເອງ... ເປັນການບອກເຈົ້າໄປໃນໂຕເລີຍວ່າ ຂ້ອຍຈື່ວັນເກີດເຈົ້າໄດ້... ເຈົ້າເອກະຈະໄດ້ລຸ້ນໄປນຳ ເອົາບໍ່
“ອື້ມ” ມັນງຶກຫົວເຫັນດີ... “ແຕ່ວ່າຕອນນີ້ລຸກອອກຈາກໂຕຂ້ອຍໄດ້ບໍ່”
“ເປັນຫຍັງ ອຶດອັດຫວາ”
“ບໍ່ ບໍ່ໄດ້ອຶດອັດ ແຕ່ວ່າເຈົ້າກຳລັງເຮັດໃຫ້ນ້ອງຊາຍຂ້ອຍມັນຕື່ນ”
“............”
.
.
.
ຕໍ່ມາດ້ວຍສາກຫວານໆ
ຕອນນີ້ອ່ານໄປນຳຍິ້ມໄປນຳ.....
ບໍ່ຮູ້ວ່າ ຊິມັກບໍ່ ແຕ່ຈັງໃດກະຢ່າລືມເມັ້ນແດ່ເດີ້
ເອີ້ ມີເລື່ອງຫນຶ່ງຈະຖາມວ່າ
ພໍດີ ມີຄົນບອກວ່າເລື່ອງນິ້ມ່ວນກວ່າທຸກເລື່ອງທີ່ຂຽນມາ
ບໍ່ຮູ້ວ່າຊິແມ່ນຫລືບໍ່ ຈັງໃດ ກະຝາກແດ່ເດີ້