ຕອນທີຊາວສອງ
ມັນເກີດອີ່ຫຍັງກັບຫົວໃຈ
ທີ່ຮ້ານອາຫານ ໃນມະຫາວິທະຍາໄລ
ຫລັງຈາກທີ່ເອກເກີດອຸບັດຕິເຫດຜ່ານມາຫລາຍມື້ແລ້ວ ມືທີ່ຖືກບາດເຈັບຂອງມັນກໍ່ເລີ່ມຄ່ອຍໆຫາຍດີຂຶ້ນຕາມລຳດັບ... ອາດເປັນຍ້ອນວ່າຂ້ອຍຫາຢາດີໆໃຫ້ມັນຕະຫລອດ ໃນເມື່ອຕົ້ນເຫດມັນເກີດຈາກຂ້ອຍທັງຫມົດ... ສ່ວນເກດກໍ່ບໍ່ຍອມນ້ອຍຫນ້າຄືກັນ... ຫາຢາບຳລຸງສາລະພັດຈາກທາງໃນແລະຕ່າງໃຫ້ເອກ ແຖມຍັງພະຍາຍາມຍົວະເຍົ້າໃຫ້ເອກຖິ້ມຢາຂອງຂ້ອຍ... ແຕ່ວ່າຈັງໃດຂ້ອຍກໍ່ເປັນຝ່າຍຊະນະຢູ່ດີ.. ເພາະວ່າເອກເລືອກທີ່ຈະເອົາຂອງຂ້ອຍໄປແທນ
ເຊິ່ງຕອນນີ້... ເອກໄດ້ນັດຂ້ອຍອອກມາທີ່ຮ້ານອາຫານໂດຍທີ່ຂ້ອຍກຳລັງນັ່ງຖ້າມັນຄົນດຽວ...
ຊິເອີ້ນບັກໂດ້ ອ້າຍສິນມາຮັບມັນໄປກ່ອນລະ.. ບໍ່ຮູ້ຊິຫວງຫຍັງເອົາແທ້ເອົາວ່າ...
ຊິຊວນອີ່ສຸວັນນີກັບອີ່ຈຽບກະມາບໍ່ໄດ້ ຍ້ອນພວກມັນກຳລັງມີບົດລາຍງານໃຫ້ຂຽນ...
ສ່ວນຄົນສຸດທ້າຍ ອີ່ເຜິ້ງ ອ້າຍພາດກໍ່ພາມັນກັບໄປກ່ອນແລ້ວ ເຫັນວ່າຊິໄປສອນຫນັງສືໃຫ້ແບັ້ງ....
ຂ້ອຍກໍ່ເລີຍຈຳເປັນຕ້ອງມາຖ້າມັນດ້ວຍຄວາມເບື່ອຫນ່າຍ... ປົກກະຕິຂ້ອຍຖ້າມັນຄົນດຽວ... ພຽງແຕ່ບໍ່ຮູ້ວ່າມື້ນີ້ມັນເປັນຫຍັງ ຢາກຈະໃຜຈັກຄົນຫນຶ່ງມານັ່ງຢູ່ຂ້າງໆ.. ເຫມືອນຈະຢ້ານບາງສິ່ງບາງຢ່າງທີ່ຈະເກີດຂຶ້ນ ໂດຍສະເພາະກັບຄວາມຮູ້ສຶກສ່ວນເລີກໂດຍທີ່ຂ້ອຍກໍ່ບໍ່ສາມາດຈະອະທິບາຍຳໄດ້
"ນ້າ" ສຽງທຸ່ມໃຫຍ່ທີ່ຄຸ້ນເຄີຍດັງຂຶ້ນໃນຂະນະທີ່ມັນກຳລັງຍືນຫອບດ້ວຍອາການເມື່ອຍ ສະຕິທີ່ຕົກຢູ່ໃນພະວົງກໍ່ກັບມາສູ່ປະຈຸບັນ "ແຫກໆ... ຖ້າດົນບໍ່" ສົງໄສມັນຄືຊິແລ່ນມາແຕ່ໃກ
"ກະບໍ່ດອກ... ດົນຫລືບໍ່ດົນເຂົາກະຖ້າຈົນລຶ້ງແລ້ວ..." ເວົ້າດ້ວຍສີຫນ້າອອກແນວນ້ອຍໃຈ
"ໂອໆ ເຂົາຂໍໂທດ,... ພໍດີເຂົາຫາກະເລີກຮຽນ"
"ອື້ມ... ເຂົາຮູ້ຢູ່ດອກ"
"ດີເນາະທີ່ເພິ່ນເຂົ້າໃຈ.." ມັນຍິ້ມອອກມາຈົນອອກຊິຈີກ ເຫັນຫນ້າມັນລະ... ອື່ມ ກະຫນ້າຮັກດີ
"ແລ້ວຊິໃຫ້ເຂົານັ່ງນຳໄດ້ບໍ່"
"ເຊີນ!!..." ຂ້ອຍຜາຍມືເປັນການເຊື້ອເຊີນ ສ່ວນມັນກໍ່ນັ່ງລົງຢູ່ຕໍ່ຫນ້າຫລັງຈາກນັ້ນ
"ຖ້າເຂົາໄດ້ເພິ່ນເປັນແຟນອີກຄົນຄືຊິດີເນາະ ເຂົ້າໃຈເຂົາຫມົດທຸກເລື່ອງ" ບອກທັງສົ່ງຍິ້ມຫວານໆ
ແຕ່ເສຍໃຈຂ້ອຍບໍ່ລົງກົນຄົນເຈົ້າຊູ້ແບບມັນເດັດຂາດ
"ຢ່າແລະ... ເຂົາຍັງບໍ່ຢາກຈະເຂົ້າໄປຢູ່ໃນກົງກຳກົງກວຽນຂອງພວກເພິ່ນ.. ຂະຫນາດຄົບກັນເປັນຫມູ່ຊື່ໆ.. ຍັງເປັນອັນຕະລາຍຕໍ່ຊີວິດລະ"
"ເພິ່ນກະເວົ້າເວີ້ລະ...... ເອີ້ແລ້ວເພິ່ນສັ່ງຫຍັງມາລະຫວາ ເອກພະຍາຍາມປ່ຽນເລື່ອງໃຫມ່ ... ເຊິ່ງມັນກະດີຄືກັນ ເພາະວ່າຂ້ອຍກໍ່ບໍ່ຢາກເອົາເລື່ອງມາເວົ້າຫາຕະເຂັບຊາຍແດນຫຍັງດອກ
"ຍັງ"
ອື້ມ... ດຽວຊິໄປຫາຍັງມາກິນກ່ອນຊັນ... ລະຊິເອົາຫຍັງດີ
"ເອົາເຂົ້າພັດຈານຫນຶ່ງ"
“ໂອເຄ ຖ້າແປັບຫນຶ່ງ” ມັນເວົ້າແລ້ວກໍ່ຍ່າງໄປຕໍ່ແຖວຊື້ ໄຄແດ່ຕອນນີ້ຄົນບໍ່ຫລາຍ ເອກກະເລີຍບໍ່ຕ້ອງຖ້າດົນ
"ມາແລ້ວ" ຈາກນັ້ນອາຫານທີ່ໄດ້ສັ່ງມັນກໍ່ຖືມາສອງຈານແລ້ວກໍ່ວາງລົງເທິງໂຕະ
"ເປັນຕາແຊບເນາະ ກິນເລີຍແມ່" ເອກຊວນ
"ອື້ມ..."
ສິ້ນສຸດການສົນທະນາ ພວກຂ້ອຍກໍ່ພາກັນລຸຍເລີຍທັນທີ ໂດຍທີ່ຂ້ອຍແນມເບິ່ງມັນກັບກິລິຍາເທິງໂຕະເປັນໄລຍະໆ... ບໍ່ຮູ້ວ່າຈັກມັນຊິຟ້າວໄປໃສວະ ບໍ່ມີໃຜຍາດມັນກິນຈັກຫນ້ອຍ.. ເຮີ່ຍ.... ສາບານໄດ້ເລີຍວ່າຂ້ອຍກຳລັງນັ່ງກິນເຂົ້ານຳຜູ້ດີຢູ່...... ສອງອ້າຍນ້ອງບ້ານນີ້ເປັນຈັງຊີ້ທຸກຄົນເລີຍ
ລະວັງຊິແຄ້ນຕາຍແລະຫັ້ນ ກິນໄວບໍ່ໄວນິ ອົດບໍ່ໄດ້ທີ່ຈະເຕືອນມັນ
"ບໍ່ເປັນຫຍັງດອກ ເຂົາລຶ້ງແລ້ວ......" ເວົ້າທັງທີເຂົ້າຍັງເຕັມປາກ... ປະສາດຊິກິນຫົວຂ້ອຍລະ
"ຖາມແທ້ ເວລານັ່ງກິນເຂົ້ານຳຄົນອື່ນນະ ເພິ່ນກະເປັນແບບນີ້ຢູ່ຫວາ ຫ໊ະ!!"
"ບໍ່" ມັນຕອບທັນທີ "ເວລາທີ່ເຂົານັ່ງກິນເຂົ້ານຳຜູ້ອື່ນຫລືນຳສາວໆໃນສາງ (ເບິ່ງມັນເວົ້າປຽບທຽບ) ເຂົາຈະເຟກ .. ແຕ່ເວລາທີ່ຢູ່ນຳນະ ເພິ່ນເຂົາຈະປັນໂຕຂອງໂຕເອງ ເພິ່ນຊິໄດ້ຮູ້ວ່າເຂົາຈິງໃຈນຳເພິ່ນ" ເວົ້າພ້ອມກັບສົ່ງສາຍຕາຫວານໆ ແຕ່ຂໍໂທດຂ້ອຍບໍ່ມີທາງຫລົງກົນດອກເດີ້ ໂດຍສະເພາະກັບພຶດຕິກຳທີ່ຕ່ຳຊາມຂອງມັນ
"ແຕ່ເພິ່ນກະຫນ້າຈະຮັກສາມາລະຍາດແດ່ຫນ້ອຍຫນຶ່ງກະໄດ້.... ເຮີ່ຍ.... ແຕ່ກະຊ່າງມັນເຖາະ ຄ້ານເວົ້ານຳເພິ່ນລະ... ເວົ້າໄປຈັງໃດ ເພິ່ນກະຍັງຊິເຮັດຄືເກົ່າຢູ່ດີ... ເອີ້ແຕ່ວ່າເຂົາມີເລື່ອງຢາກຈະຖາມເພິ່ນນະ ວ່າຊິຖາມຕັ້ງແຕ່ດົນລະ"
"ເລື່ອງຫຍັງ"
"ກະເລື່ອງທີ່ເຂົາໄດ້ຍິນມາວ່າເພິ່ນເປັນຫມູ່ກັບອ້າຍພາດນະ... ໄປຮູ້ຈັກກັນໄດ້ແນວໃດຫັ້ນ"
"ເຂົາກັບມັນເຄີຍຮຽນນຳກັນຕອນມໍປາຍ... ກະເລີຍຮູ້ຈັກກັນແລະກະສະນິດກັນ... ແລ້ວກໍ່ສາບານເປັນຫມູ່ຕາຍນຳກັນ"
"ຫວາ... ດີເວີ້ຍເນາະ.... ແຕ່ເຂົາກະບໍ່ຮູ້ວ່າລາວໄປຄົບນຳເພິ່ນຳໄດ້ແນວໃດ... ນິໃສຕ່າງກັນປານຟ້າກັບເຫວ..." (ແມ່ນຄວາມຂ້ອຍບໍ່ລະ??)
"ແຮງແທ້ວະ!!
"ກະແທ້ຫັ້ນແລະ... ອ້າຍພາດລາວນິໃສດີ.. ຫນ້າຮັກ ສຸຂຸມແລະກະເປັນຜູ້ໃຫຍ່ ບໍ່ຄືເພິ່ນຈັກຫນ້ອຍ... ອາຍຸຊຳນີ້ລະ ຍັງເຮັດໂຕປານຄົນປັນຍາອ່ອນ"
"ເຮີ້ຍເພິ່ນ!! ຊິຖາມເລື່ອງທີ່ເຂົາເປັນຫມູ່ກັບກັບມັນ ຫລືເພິ່ນຊິຫາເລື່ອງດ່າກັນແທ້ເກາະ"
"ກະທັງສອງຫັ້ນແລະ!!..... ວ່າແຕ່ເພິ່ນເຖາະ... ອ້າຍພາດລາວຢູ່ປີສີ່... ສ່ວນຫາເພິ່ນຢູ່ປີສາມ ແລ້ວຕອນມໍປາຍຄືຮຽນນຳກັນຊັນ"
"ພໍດີຕອນມໍຫ້າເຂົາຄ້າງຫ້ອງ"
"ຍ້ອນ??"
"ມີເລື່ອງ"
"ເລື່ອງຫຍັງລະ" ຂ້ອຍຖາມດ້ວຍຄວາມຢາກຮູ້... ຫວັງວ່າຄືຊິບໍ່ກ່ຽວກັບເລື່ອງນາລີເດີ້
"ກະມີເລື່ອງຍ້ອນຜູ້ຍິງຫັ້ນແລະ...." ຫຶ ຂ້ອຍວ່າລະ... "ຕອນນັ້ນມີຄົນມາມັກເຂົາສອງຄົນພ້ອມກັນ... ແລະເຂົາກະເລີຍຄົບຊ້ອນ... ສຸດທ້າຍເຂົາເຈົ້າກະຮູ້ວ່າເຂົາບໍ່ໄດ້ມີແຕ່ຄົນດຽວ ກະເລີຍມີເລື່ອງ"
"ຫັ້ນແລະຫລາຍໃຈນະ... ແຕ່ວ່າປັນມາຫາມັນມີແຕ່ສອງຄົນນັ້ນ ແລ້ວມັນກ່ຽວຫຍັງກັບເລື່ອງທີ່ເພິ່ນຄ້າງຫ້ອງ"
"ກະພໍດີຜູ້ຍິງສອງຄົນນັ້ນແຄ້ນເຂົາແຮງກະເລີຍສັ່ງນັກເລງມາລຸມຕີເຂົາຢູ່ໂຮງຮຽນ... ບາດແລ້ວອາຈານກະເສືອກມາເຫັນ (ເບິ່ງມັນເອີ່ຍເຖິງອາຈານ: ຜູ້ຂຽນ) ເຂົາກະເລີຍຫັກຄະແນນທີ່ເຫລືອຫນ້ອຍດຽວຈົນຫມົດ ຈົນບໍ່ມີສິດສອບເສັງເລື່ອນຊັ້ນ..."
"ຫຶ ສົມນ້ຳຫນ້າ!! ຜູ້ຊາຍເຈົ້າຊູ້ມັນກະຕ້ອງເຈິແບບນີ້ແລະ"
"ໂທ!! ແທນທີ່ຊິໃຫ້ກຳລັງໃຈ ຍັງມາຊ້ຳເຕີມເຂົາອີກ.. ເຖິງມັນຈະຜ່ານໄປຫລາຍປີແຕ່ເຂົາຍັງເສຍໃຈຢູ່ໃດ໋ ທີ່ຮຽນບໍ່ທັນຫມູ່"
"ຫຶ ສົມຄວນແລ້ວຕ່າງຫາກ..... ຈະໄດ້ຫລາບຈຳແດ່ຈັກບາດ... ວ່າແຕ່ຕອນທີ່ເພິ່ນຖືກລຸມນະ.. ເພິ່ນເປັນແນວໃດແດ່ຫັ້ນ"
"ກະບໍ່ໄດ້ເປັນຫຍັງດອກ... ມີແຕ່ພວກມັນຕ່າງຫາກທີ່ຕ້ອງໄປນອນໃສ່ນ້ຳເກືອຢູ່ໂຮງຫມໍ.."
ຂ້ອຍເຊື່ອວ່າມັນບໍ່ໄດ້ຂີ້ຕົວະ... ຍ້ອນຂ້ອຍຮູ້ມາວ່າ ແມ່ນໃຜກໍ່ຕາມທີ່ຢູ່ໃນກຸ່ມຂອງອ້າຍພາດ ມືຫນັກຕີນຫນັກກັນທັງນັ້ນ
"ແລະທີ່ຖາມເຂົາມື້ກີ້ຫັ້ນ ເປັນຫ່ວງເຂົາແມ່ນບໍ່ຫັ້ນ ກິ້ວໆ..." ມັນເຍີ້ຍໃສ່... ເຊິ່ງມັນກໍ່ມີຜົນນຳຂ້ອຍຫລາຍພໍສົມຄວນ ໃນເມື່ອຂ້ອຍຫນ້າແດງດ້ວຍຄວາມອາຍ
"ບະ ບໍ່ແມ່ນຈັກຫນ້ອຍ.... ເຂົາກະຢາກຖາມເບິ່ງວ່າເພິ່ນເປັນແນວໃດຊື່ໆ... ແລະຖ້າພວກຜູ້ຍິງຄົນນັ້ນເປັນເຂົານະ ເຂົາຊິເອົາໄມ້ຄ້ອຍຟາດໃຫ້ເລືອດຫົວເຈົ້າຊູ້ຂອງເພິ່ນມັນອອກມາຍິ້ມຈັກບາດເບິ່ງ"
"ວູ້!! ເວົ້າເປັນຕາຢ້ານແທ້ວະ.... ພາບມື້ທີ່ເພິ່ນຊົກຫນ້າເຂົາມື້ນັ້ນມັນລອຍມັນທັນທີ.... ມືໂຄດຫນັກເລີຍອ໊ະ... ແຕ່ວ່າໂຫດຈັງໃດ ເຂົາກະມັກ ອິໆໆ"
"ອະ ເອົາອີກແລ້ວເພິ່ນນິ" ຂ້ອຍເວົ້າອອກໄປເກືອບບໍ່ເປັນສຽງ ແນວມັນເວົ້າບໍ່ອ້ອມຄ້ອມເລີຍເດ ບໍ່ສົນກັບສຽງຫົວໃຈຂອງຂ້ອຍເລີຍ ມັນລະດັງຊິລະເບີດອອກຈາກເອິກຢູ່ແລ້ວ
"ຮາໆໆ ອາຍອີກແລ້ວໃດ໋ຫັ້ນເນາະ..."
ບໍ່ມີຄຳເວົ້າຫລຸດດອອກຈາກປາກຂ້ອຍຫລັງຈາກນັ້ນ ໄດ້ແຕ່ແກວ່ງຫົວກັບການກວນປະສາດຂອງມັນຢ່າງຍອມຈຳນອນ
"ເອີ້ວ່າແຕ່ມື້ນີ້ ເພິ່ນເອົາຢາມາໃຫ້ເຂົາອີກບໍ່"
"ບໍ່... ເຫັນວ່າເພິ່ນຍັງຖຽງເຂົາໄດ້ຕະຫລອດ.... ກະເລີຍຄິດວ່າມັນບໍ່ຈຳເປັນ ແລະທີ່ສຳຄັນ ມັນເປືອງເງິນ!"
"ວູ້ຍ!!.... ໄດ້ຈັງໃດວະ ເຂົາອຸດສາສ່ຽງຊີວິດໂຕເອງເຂົ້າໄປຊ່ວຍເພິ່ນພຸ້ນໃດ໋... ເພິ່ນຄວນຈະເບິ່ງແຍ່ງຈົນກວ່າເຂົາຈະຫາຍຂາດ"
"ແຕ່ດ້າຍເພິ່ນກະຕັດແລ້ວເດ... ເພິ່ນກະເຮັດຫຍັງໄດ້ດ້ວຍໂຕເອງແລ້ວ"
"ແຕ່"
"ຢຸດ" ເຂົ້າເວົ້າຂຶ້ນກ່ອນ ກໍ່ຍ້ອນຮູ້ວ່າມັນຊິມີເລື່ອງຕໍ່ລອງອີກ.. ກະເລີຍຈັດການແຕ່ຕົ້ນເລື່ອງ "ບໍ່ມີແຕ່ຫຍັງທັງນັ້ນ ອີກຢ່າງເຂົາກະເບິ່ງແຍງເພິ່ນຕະຫລອດ... ຈົນຕອນນີ້ອາການມັນກະໄຄຂຶ້ນລະ"
"ເອີ້ໆ ກະໄດ້ ເຊິ້!! ເຂົາຄຽດໃຫ້ເພິ່ນແລ້ວ" ມັນເວົ້າແລ້ວເຊີ້ດຫນ້າໄປທາງອື່ນ ເຖົ້າຈົນຫມາເລຍກົ້ນບໍ່ເຖິງລະ ຍັງເຮັດປານເດັກນ້ອຍປັນຍາອ່ອນນິ...
ແຕ່ທີ່ຈິງຢາບຳລຸງຮ່າງກາຍແລະເຄື່ອງປະຖົມພະຍາບານ ຂ້ອຍຊື້ມາໃຫ້ມັນໃຫມ່ແລ້ວ... ມັນຢູ່ໃນກະເປົາຂ້ອຍນິແລະ... ເຫັນມັນກວນປະສາດຂ້ອຍຢູ່ຕະຫລອດ ກະເລີຍຢາກເອົາມັນຄືນ
"ເອົ໋າ!!..." ຂ້ອຍຈົກຖົງສີຂາວອອກມາ ທາງໃນມີຫລາຍຊະນິດທີ່ຊື້ມາແລ້ວຢືນໃຫ້ຄົນທີ່ກຳລັງນັ່ງຫນ້າບູດຢູ່ຕໍ່ຫນ້າ
"ແມ່ນຫຍັງ"
"ກະຢາທີ່ເພິ່ນຖາມມື້ກີ້ຫັ້ນແລະ..." ມີຢາທາລະກະຢາກິນນຳ ສຸດຄວາມຂ້ອຍມັນກໍ່ຮີບຢາດເອົາໄປທັນທີ... ຈາກໃບຫນ້າທີ່ເສົ້າສະຫລົດກໍ່ປ່ຽນມາຍິ້ມຈົນເຫັນແຂວຂາວເກືອບຄົບສາມສິບສອງເຫລັ້ມ (ຄັນແຂ້ວເຫລືອງຄືແຂ້ວເຕົ່າ ພະເອກຂອງເຮົາກະເສຍເຄດິດພໍດີ : ຜູ້ຂຽນ)
"ໃສວ່າຊິບໍ່ຊື້ໃຫ້ເຂົາຫັ້ນ"
ກະວ່າຊິບໍ່ຊື້ຢູ່ດອກ... ແຕ່ເຫັນວ່າເຂົາເປັນຕົ້ນເຫດຊື່ໆ ກະເລີຍຊື້ມາ... ດຽວຊິຫາວ່າຂ້ອຍບໍ່ສົນໃຈຄົນທີ່ມີບຸນຄຸນນຳຕົນເອງອີກ
"ອື້ມໆ....ແຕ່ກະບໍ່ມີໃຜກ້າເວົ້າແບບນັ້ນໃຫ້ເພິ່ນດອກນະ"
"ຫວາ~~~~" ຂ້ອຍລາກສຽງຍາວໆ ເປັນການເວົ້າໃສ່
"ແຫໆ... ຈັງໃດກະຂອບໃຈທີ່ອຸດສາຊື້ມາໃຫ້ຂະຫນາດນີ້... ແຕ່ວ່າເພິ່ນນະມັກຕົວະເຂົາຕະຫລອດ ເຂົາລະບໍ່ເຄີຍຕົວະເພິ່ນຈັກເທື່ອ"
ມະ ແມ່ນຄວາມມັນຫັ້ນແລະ... ມີແຕ່ຂ້ອຍຄົນດຽວທີ່ລອກລວງມັນໄວ້ຢ່າງມະຫານ... ໂດຍທີ່ເຈົ້າໂຕບໍ່ຮູ້ແລະບໍ່ໄດ້ກ່ຽວຂ້ອງອີ່ຫຍັງເລີຍ
"ຊ້າ!!" ສະຕິຂ້ອຍກັບຂ້ອຍກັບຄືນມາທັນທີຫລັງຈາກທີ່ມີບາງຄົນຕັ້ງໃຈຊາດນ້ຳມາໃສ່ຂ້ອຍ...
"ເຮີ້ຍ!! ເປັນບ້າຫຍັງວະ!!"
.
.
ເອົາຄູ່ມາລົງລອງເບິ່ງ ເຖິງຈະບໍ່ຫວານເທົ່າອີກຄູ່
ແຕ່ດ້ວຍຄວາມຂີ້ອ້ອນຂອງພະເອກ
ກະເຮັດໃຫ້ຕອນນີ້ມີຄວາມຫນ້າຮັກ
ຟາກ ອ່ານ ແດ່ເດີ້