ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 

 

 

ຕອນທີຊາວສາມ

ຫາເລື່ອງ ກັບ ຜ່ອນຄາຍ

 

"ຊ້າ!!" ສະຕິຂ້ອຍກັບຂ້ອຍກັບຄືນມາທັນທີຫລັງຈາກທີ່ມີບາງຄົນຕັ້ງໃຈຊາດນ້ຳມາໃສ່ຂ້ອຍ...

"ຮະ ເຮີ້ຍ!! ເປັນບ້າຫຍັງວະ!!"

ຂ້ອຍລຸກຂຶ້ນຈາກໂຕະດ້ວຍຄວາມໂມໂຫ ຊັກສາຍອັນຄາດໂທໄປທີ່ຜູ້ກໍ່ເຫດທັນທີ ເປັນຜົນໃຫ້ເຫັນຄົນທີ່ມາໃຫມ່ ທີ່ກຳລັງຢືນບີບຈອກນ້ຳພາສຕິດຈົນແຫລກຄາມື ແລ້ວກໍ່ຖິ້ມມັນອອກໄປເພື່ອລະບາຍອາລົມ..

ຈາກທີ່ນັກສຶກສາກຳລັງກິນອາຫານຢ່າງມີຄວາມສຸກ ກໍ່ປ່ຽນຫລຽວມາເບິ່ງພວກຂ້ອຍແທນທີ່ຈຸດເກີດເຫດເປັນສາຍຕາດຽວ

"ເກດເພິ່ນເຮັດຫຍັງນິ ເພິ່ນເປັນບ້າແລ້ວຫວາ!!..." ເອກກໍ່ລຸກຂຶ້ນຮ້າຍເຊັ່ນກັນ... ຈາກນັ້ນກໍ່ຖອດເສຶ້ອແຈັກເກັດສີດຳອອກແລ້ວມຫົ່ມຂ້ອຍແທນ ໃນເມື່ອຂ້ອຍກຳລັງຢູ່ໃນລັກສະນະທີ່ຄວນຈະຫາຫຍັງມາປິດບັງໄວ້

"ເປັນບ້າກະຍ້ອນພວກເພິ່ນຫັ້ນແລະ!! ແລ້ວທີ່ເພິ່ນແບບນີ້ນະ.. ເພິ່ນເຂົ້າຂ້າງມັນແມ່ນບໍ່!!" ສົງຄາມນ້ຳລາຍກຳລັງດຸເດືອດຂຶ້ນແລ້ວ ໂດຍທີ່ສາຍຕາຂອງນັກສຶກສາທັງຫລາຍແນມຫລາຍຂຶ້ນກວ່າເກົ່າ... ປານວ່າພວກນັ້ນກຳຫລັງເຊຍມວຍ

"ເຂົາບໍ່ໄດ້ເຂົ້າຂ້າງໃຜດອກເກດ...​ ແຕ່ທີ່ເພິ່ນເຮັດມັນບໍ່ຖືກຕ້ອງ ເຂົ້າໃຈບໍ່!!"

ເພິ່ນຕ່າງຫາກທີ່ບໍ່ເຂົ້າໃຈນະ!!... ເຂົາບອກເພິ່ນເປັນພັນເທື່ອລະບໍ່ໃຫ້ມາຫຍຸ້ງນຳອີ່ທອມນີ້!!... ຊີ້ຫນ້າມາຮ້າຍຂ້ອຍຢ່າງດຸເດືອດ... ແຕ່ນຶກຫວາວ່າຂ້ອຍຊິຢ້ານນະ... ຫຶ ກ້າມາຫາເລື່ອງຂ້ອຍເຖິງທີ່ເສີຍຫວາ ຂ້ອຍບໍ່ມີທາງຍອມປ່ອຍມັນໄປເດັດຂາດ

"ເກດ!! ຊິເວົ້າຫຍັງກະໃຫ້ກຽດນ້າແດ່...".

"ຫຶ ມັນບໍ່ຈຳເປັນແລ້ວ!!... ເຂົາອົດນຳມັນມາຕັ້ງແຕ່ດົນແລ້ວ... ສ່ວນເພິ່ນນະນ້າ... ເຂົາຮູ້ວ່າເຂົາກຳລັງເຮັດ ເຂົາຊິບອກເພິ່ນເລີຍຕອນນີ້ ຖ້າເພິ່ນຍັງມາຫຍຸ້ງກັບເອກອີກ ເຂົາບໍ່ທາງປ່ອຍເພິ່ນເດັດຂາດ"

"ເກດ... ເພິ່ນເປັນບ້າແທ້ໆ!!...​ ເຂົາບອກກັບເພິ່ນແລ້ວວ່າເຂົາກັບນ້າເປັນຫມູ່ກັນ...​ ພວກເຂົາບໍ່ໄດ້ຄິດຫຍັງເກີນເລີຍກວ່າຫັ້ນຈັກຫນ້ອຍ"

"ເຂົາບໍ່ເຊື່ອ!! ເປັນຫມູ່ຫຍັງກັນຊິໄປຮັບໄປສົ່ງ ຈັບມືຖືແຂນກັນ ໂດຍທີ່ດຽວນີ້ເຂົາຍັງບໍ່ໄດ້ເຮັດແບບນັ້ນນຳເພິ່ນຊ້ຳ!!..​"

"ເກດເຂົາວ່າເພິ່ນສະຫງົບສະຕິກ່ອນດີກວ່າ...​ ເພິ່ນບໍ່ອາຍເຂົາເຈົ້າແດ່ຫວາ!!

"ບໍ່! ເຂົາບໍ່ອາຍ ຫຶ .. ພວກເພິ່ນເບິ່ງເອົາໄວ້ເດີ້ ຄົນທີ່ມັນຫນ້າດ້ານຍາດແຟນຄົນອື່ນມັນເປັນແບບນີ້ແລະ!!"

ເກດປ່າວປະກາດສຽງດັງປານຊິປະຈານສິ່ງທີ່ເກີດຂຶ້ນໃຫ້ທຸກຄົນໄດ້ຮູ້... ມາເຖິງຂັ້ນນີ້ຖ້າຂ້ອຍບໍ່ຍອມເວົ້າຫຍັງ... ກະຄືຊິບໍ່ໄຫວ

"ເກດ.... ເພິ່ນຊິໃຫ້ເຂົາເວົ້າຈັກເທື່ອວ່າເຂົາກັບເອກເປັນຫມູ່ກັນ... ເຂົາບໍ່ໄດ້ຄິດຈະຍາດຄົນຮັກຂອງເພິ່ນໄປດອກ!!"

"ຫຶ... ຂະຫນາດເດັກນ້ອຍອະນຸບານເຫັນກະຍັງບໍ່ເຊື່ອ!!... ຢຸດສ້າງຄວາມວຸ້ນວາຍ ແລ້ວອອກໄປຈາກຊີວິດພວກເຂົາດຽວນີ້!!

"ເພິ່ນຕ່າງຫາກເກດທີ່ເຊົາກໍ່ຄວາມວຸ້ນວາຍນະ!!" ເອກເວົ້າຂື້ນຕໍ່... ທີ່ກຳລັງມີສີຫນ້າເບິ່ງບອກເຖິງອັບອາຍຢູ່ບໍ່ຫນ້ອຍ

ແຕ່ເຂົາເປັນແຟນເພິ່ນໃດ໋ເອກ

ເປັນແຟນກັນກະບໍ່ແມ່ນເຮັດໂຕຫນ້າລຳຄານແບບນີ້!!... ເອກເວົ້າຢ່າງເຫລືອອົດ ເອົາຈົນຄົນທີ່ກຳລັງໂມໂຫເດືອດດາດ ຈົນມິດໄປທັນທີ ນ້ຳໃສໆຈາກດວງຕາຄູ່ງາມ ກໍ່ໄຫລອາບແກ້ມນາງແບບອັດຕະໂນມັດ..

"ຮຶກ... ເປັນຍ້ອນເພິ່ນຕ່າງຫາກທີ່ເຮັດໃຫ້ເຂົາເປັນແບບນີ້ນະ!!... ເປັນຍ້ອນເພິ່ນ ຮຶກ ບັກຄົນບໍ່ຮູ້ຈັກພໍ!!"

     "ເກດ... ຄັນຊິມາຫາເລື່ອງດ່າເຂົານະ ເຂົາບໍ່ມີທາງອົດທົນຍອມເພິ່ນຝ່າຍດຽວດອກ

     "ແຕ່ເພິ່ນຕ້ອງຟັງ... ຟັງເຂົາຄົນດຽວເທົ່ານັ້ນ"

     "ເກດ...​ ເຂົາວ່າເພິ່ນສະຫງົບສະຕິອາລົມກ່ອນດີກວ່າ ຂ້ອຍບອກອາໄປເມື່ອເຫັນສະຖານະການຮ້າຍລົງກວ່າເກົ່າ

     " ຮຶກ..​ບໍ່ຕ້ອງມາເວົ້າດີ... " ແຫກປາກດ່າຂ້ອຍຈົນສຸດສຽງ "ຖ້າບໍ່ມີເພິ່ນຈັກຄົນນະ ຮຶກ ເຂົາກະບໍ່ຕ້ອງກັງວົນແບບນີ້ດອກ!!" ແຮງອະທິບາຍແຮງບໍ່ເຂົ້າໃຈຂຶ້ນກວ່າ

"ເກດ ເຂົາເຄີຍບອກເພິ່ນແລ້ວວ່າ ທີ່ເຂົາຍອມກັບເພິ່ນ ມັນບໍ່ໄດ້ມີເລື່ອງຄວາມຮັກເຂົ້າມາກ່ຽວຂ້ອງກັນ ເພິ່ນບໍ່ຈື່ຫວາ ຫ໊ະ!!"

"ຮຶກ ແຕ່ເຂົາກັບເພິ່ນຫລາຍກວ່າແຟນກັນໃດ໋ ແລະເຂົາກະຮັກເພິ່ນຄົນດຽວ ຮືໆໆ"

"ເຊົາເກດ... ເຂົາໄດ້ຍິນເພິ່ນເວົ້າຈົນເມື່ອຍລະ... ແຕ່ທີ່ເພິ່ນເວົ້ານະ ມັນບໍ່ໄດ້ມາຈາກຄວາມຮູ້ສຶກຂອງເພິ່ນດອກ... ເຂົາຮູ້ວ່າເພິ່ນກະບໍ່ມີແຕ່ເຂົາຄົນດຽວ... ແລ້ວເພິ່ນຊິໂວຍວາຍເຮັດຫຍັງ"

"ຮຶກ ກະຍ້ອນເພິ່ນຫັ້ນແລະ ທີ່ເຂົ້າໄປຫາຕ່າງກັບຜູ້ຍິງກະຫ_ຄົນນີ້ ຫຶ ມັນຄືຊິເອົາໂຕເຂົ້າແລກແລ້ວແມ່ນບໍ່ເອກ ເພິ່ນເລີຍລົງມັນຈົນເຫງີຍຫນ້າບໍ່ຂຶ້ນແບບນີ້

     "ອີ່ເກດ! ເຂົາອົດບໍ່ໄຫວແລ້ວໃດ໋!!... ໂອເຄ ຄັນເພິ່ນຢາກໃຫ້ເຂົາເປັນແບບນັ້ນກະໄດ້... ຫຶ ແລະທີ່ລາວເຂົ້າມາຫາເຂົານະກະຍ້ອນຫົວເພິ່ນແລະ...​ຫຶງຫວງຈົນໂງຮ້າຍກ່ອນຄວາຍ... ແລະເພິ່ນຈື່ໃສ່ສະຫມອງເທົ່າຫາງອຶງເພິ່ນເລີຍວ່າ ເອກລາວເລືອກເຂົາແນ່ນອນ... ຄັນບໍ່ຊັ້ນລາວບໍ່ທາງສ່ຽງຊີວິດຕອນທີ່ເຂົາຈະຖືກລົດຕຳນີ້ດອກ!! ຫຶ ແລະຜູ້ຊາຍຄົນນີ້" ຂ້ອຍເລື່ອນມືໄປເກາະແຂນຂອງເອກຄ່ອຍໆ "ເຂົາຂໍກະແລ້ວກັນ"

ສຸດຄວາມ ຂ້ອຍກໍ່ດຶງແຂນອອກຈາກຈຸດເກີດ ເຫດໂດຍທີ່ບໍ່ສົນໃຈເກດຈະຫ້ອງຂຶ້ນໂວຍວາຍຢູ່ທາງຫລັງ ລວມທັງສາຍຕາຂອງບັນດານັກສຶກສາທັງຫລາຍທີ່ແນມເບິ່ງຂ້ອຍຢ່າງບໍ່ວາງຕາ ຈົນກະທັ້ງມາຢຸດຢູ່ໃນລົດຂອງມັນ

"ເຮີ່ຍ... ເຂົາເປັນບ້າໄປແທ້ໆທີ່ເວົ້າແບບນັ້ນອອກມານະ" ຂ້ອຍເປີດສາກລະບາຍອາລົມຢ່າງເບື່ອຫນ່າຍ... ສຽງຂອງຂ້ອຍມັນເຕັມໄປດ້ວຍຄວາມເມື່ອຍລ້າ...

ບໍ່ຄິດເລີຍວ່າການເອົາຄືນທັງສອງມັນຊິເປັນເລື່ອງຍາກຂະຫນາດນີ້... ແຖມຍັງອົດທົນຕໍ່ສາຍຕາຂອງຜູ້ອື່ນທີ່ແນມມາວ່າຂ້ອຍເປັນຄົນຜິດ(ແຕ່ຄວາມຈິງມັນກະແມ່ນແບບນັ້ນຫັ້ນແລະ)

"ຄັນເຂົາຖືກດ່າແບບເພິ່ນເຂົາກະບໍ່ໄຫວຄືກັນຫັ້ນແລະ ແຕ່ທີ່ວ່າເພິ່ນຊິຂໍເອົາເຂົານະ ແມ່ນແທ້ບໍ່ຫັ້ນ... ຄິກໆໆ" ຫັນຫນ້າມາຖາມຂ້ອຍດ້ວຍສາຍຕາເຈົ້າເລ້... ສະຖານະການແບບນີ້ມັນຍັງມີອາລົມກວນອີກ

"ພໍເລີຍ... ຊຳນີ້ເຂົາເຈັບຫົວຈົນຊິບ້າຕາຍລະ... ຢ່າສ້າງປັນຫາໃຫ້ຫລາຍກວ່ານີ້"

"ໂອເຄໆ... ວ່າແຕ່ຂຶ້ນມາລົດເຂົາລະ... ອອກໄປຫລິ້ນເລີຍເບ໊າະ" ມັນຊວນ ກະດີຄືກັນ ຢູ່ໄປກະບໍ່ມີປະໂຫຍດຫຍັງ

"ເອີ້ ດີ...."

"ແລ້ວຊິໄປໃສຊັນ"

"ໄປໃສກະໄປເຖາະ ແຕ່ໄປຕາຍເຂົາບໍ່ໄປ"

"ຮາໆ ເວົ້າແຮງແທ້ວະ.... ເອີ້ແລ້ວເຈັກເກັດເຂົານະ... ຖອດອອກມາເລີຍກະໄດ້ເດີ້ ພໍດີຕອນນີ້ມີແຕ່ເຂົາກັບເພິ່ນ ຄິກໆໆ" ເວົ້າພ້ອມກັບຢືດຄໍປານຢີລາຟມາເບິ່ງສ່ວນສຳຄັນຂອງຂ້ອຍ

"ຢາກຕາຍແມ່ນບໍ່ ຫ໊ະ!!" ຢົກກ່ຳປັ້ນຂຶ້ນມາຊິຊົກຫນ້າມັນ ຫຶ ໂທດຖານທີ່ຍັງກວນປະສາດ

"ດະ ດຽວ" ມັນຍົກມືຂຶ້ນ ເຂົາກະເວົ້າຫລິ້ນໆຊື່ໆ.... "ເຫັນເພິ່ນຄຽດໆ ເຂົາກະເລີຍຢາກຄາຍຄຽດໃຫ້ເພິ່ນ"

ຫຶ... ແຮງເວົາແຮງໃຫ້ໂມໂຫຂຶ້ນຫັ້ນຕິ... ລະຮີບອອກລົດໄດ້ແລ້ວ!!"

"ໂດຍໆ ຊິອອກໄປດຽວນີ້ແລະ"

.

.

.

ໃນໄລຍະທາງມັນກໍ່ຊວນຂ້ອຍລົມໄປເລື່ອຍໆ ເພື່ອຫວັງຊິເຮັດໃຫ້ຂ້ອຍອາລົມດີຂຶ້ນ... ແຕ່ມັນກະເປັນແບບນັ້ນໃດ໋ລະ.. ມັນເຮັດໃຫ້ຂ້ອຍລືມເລື່ອງທຸກຢ່າງທີ່ຢູ່ໃນອ້ອມຂ້າງໄປທັນທີ...

ແຕ່ບາງເທື່ອມັນກໍ່ເຮັດໃຫ້ຂ້ອຍຢູ່ຕະຫລອດວ່າ ຖ້າມັນຮູ້ຄວາມຈິງແລ້ວມັນຊິເປັນແນວໃດ... ຂ້ອຍກັບມັນຊິກັບໄປໃຊ້ຊີວິດແບບປົກກະຕິໄດ້ຢູ່ບໍ່ວະ!... ໃນເມື່ອແຕ່ລະຄົນຕ່າງກໍ່ເດີນທາງເຂົ້າຫາກັນຈົນຮູ້ເລື່ອງກັນແລະກັນ ປານວ່າຮູ້ຈັກມັນແລ້ວມາທັງຊີວິດ... ຖ້າມຶ້ນັ້ນມາຮອດມັນຄືຊິແມ່ນເລື່ອງແປກໆຢູ່ບໍ່ຫນ້ອຍ

"ຄິດຫຍັງຢູ່ຫັ້ນ..." ມັນຖາມຂ້ອຍໃນຂະນະທີ່ກຳລັງຈອດລົດ

"ຄິດຫຍັງໄປເລື້ອຍເປື່ອຍຫັ້ນແລະ"

"ຫວາ...​ ແຕ່ຫນ້າໂຄດຊີລຽສຂະຫນາດ... ລະວັງເດີ້ຄຽດຫລາຍຫນ້າຊິເຖົ້າແລະ"

"ເຊົາເຖາະ... ວ່າແຕ່ເພິ່ນພາເຂົາມາຫຍັງນິ ຂ້ອຍຖາມໃນຂະນະທີ່ກຳລັງຊັກສາຍຕາໄປເບິ່ງທາງຫນ້າ

"ພາມາເລາະຫ້າງ...​ເຫັນຜູ້ຍິງເວລາທີ່ບໍ່ສະບາຍມັກຈະພາກັນມາເລາະຊື້ນັ້ນຊື້ນີ້.. ເຂົາກະເລີຍຢາກພາມາ"

"ແມ່ນຫວາ... ເລື່ອງນີ້ເຂົາກະບໍ່ຮູ້ມາກ່ອນເວີ້ຍ"

"ເວົ້າປານໂຕເອງບໍ່ແມ່ນຜູ້ຍິງນິ"

"ກະແມ່ນ... ແຕ່ເວລາທີ່ເຂົາຄຽດໆ ມັກຈະຫາຄົນມາເຕະຖິ້ມ ໂດຍສະເພາະຜູ້ຊາຍທີ່ເຈົ້າຊູ້ຫລາຍໃຈ"

"ທີ່ເພິ່ນເວົ້າມານະ... ຫມາຍເຖິງເຂົານຳແມ່ນບໍ່ຫັ້ນ

"ເອີ້ ເຂົາຫມາຍເຖິງເພິ່ນເຕັມໆ"

"ອູ້ຍ!!... ຊັນເຂົາຫຸບປາກດີກວ່າ"

"ຫຶ ຫນ້າຈະຄິດໄດດ້ແຕ່ດົນລະໃດ໋"

"ໂອເຄ ເຂົາວ່າຈົບເລື່ອງນີ້ດີກວ່າ... ດຽວມັນຊິຍາວກວ່ານີ້... ໄປ໋... ລົງໄປເລາະຊື້ຫຍັງດີກວ່າ"

ຂ້ອຍງຶກຫົວຕາມທີ່ມັນບອກ.. ແລ້ວກໍ່ໄຂປະຕູລົງອອກຈາກລົດ...

ປົກກະຕິນິຍາຍແຕ່ລະເລື່ອງພະເອກຈະເປັນຄົນລົງມາໄຂປະຕູໃຫ້ນາງເອກ ເພື່ອເປັນການໃຫ້ກຽດອີກຝ່າຍ...​ແຕ່ໃນກໍລະນີຂອງຂ້ອຍ ມັນບໍ່ຈຳເປັນ ເພາະວ່າຂ້ອຍບໍ່ຢາກຈະທຽບສະຖານະຂອງຕົນເອງເປັນແບບນັ້ນ

ບາດແລ້ວມັນກໍ່ພາຂ້ອຍເຂົ້າຮ້ານນັ້ນຮ້ານນີ້... ເລືອກຊື້ຂອງຫລາຍອັນທີ່ຖືກໃຈ... ໂດຍທີ່ມັນມີຫນ້າທີ່ເປັນຜູ້ຈ່າຍ.......

"ເທົ່າໃດ... ມັນຖາມພະນັກງານ"

"ສອງແສນຫ້າສິບພັນ ແຕ່ວ່າມື້ນີ້ທາງຮ້ານຈະຫລຸດລາຄາໃຫ້ເປັນພິເສດສຳຫລັບຄູ່ຮັກ"

"ຕະ ແຕ່ພວກຂ້ອຍບໍ່ແມ່ນ" ຂ້ອຍກຳລັງຊິອະທິບາຍຄວາມ ແຕ່ມັນພັດຍາດຂ້ອຍເວົ້າກ່ອນ

"ຫວາດີເວີ້ຍເນາະ ລະສ່ວນລົດເທົ່າໃດຊັນ"

"ສິບຫ້າເປີເຊັນ" ຈາກນັ້ນມັນກໍ່ຈົກເງິນມາຈ່າຍ ແລ້ວກໍ່ພາຂ້ອຍອອກຈາກຮ້ານ...

ແລະແນ່ນອນຂ້ອຍອົດບໍ່ໄດ້ທີ່ຈະຕ້ອງຮ້າຍມັນ ໂທດຖານທີ່ອ້າງວ່າຂ້ອຍເປັນແຟນມັນ

"ເພິ່ນເປັນບ້າຫວາ ໄປບອກເຂົາເຈົ້າແບບນັ້ນນະ"

"ກະຊິເປັນເກາະ.... ເພິ່ນບໍ່ເຫັນຫວາຫລຸດກະຕັ້ງວ່າສິບຫ້າເປີເຊັນພຸ້ນ... ຖືວ່າປະຫຍັດໄປໃນໂຕເລີຍ"

"ເອີ້ໆ..." ຂ້ອຍຕອບແບບປັດໆ...

ເຖິງວ່າວິທີມັນຈະບໍ່ເຂົ້າທ່າປານໃດ ແຕ່ສວນຫລຸດມັນຫລາຍເປີເຊັນປານນັ້ນ ບາງເທື່ອຂ້ອຍກໍ່ຕ້ອງຍອມມັນແດ່... ແລ້ວຈາກນັ້ນ ມັນກໍ່ເລື່ອນມືໃຫຍ່ເຂົ້າຈັບມືຂ້ອຍໄວ້

"ຊິເຮັດຫຍັງນິ ປ່ອຍ" ຂ້ອຍຊັກສາຍຕາຄາດໂທດໄປຫາມັນທັນທີ

"ແຕ່ເຮົາເປັນແຟນກັນໃດ໋... ຈັບມືກັນກະຊິເປັນຫຍັງ

"ຫຶ... ແຕ່ລະຄອນມັນຈົບໄປແລ້ວ ສະນັ້ນ ມັນກະບໍ່ຈຳເປັນ!!"

"ເອົາໂລດນ່າ... ກະລອງເປັນແຟນກັນເບິ່ງຈັກບາດ... ດຽວມື້ອື່ນເຮົາກະກັບໄປເປັນຄືເກົ່າລະ"

"ບໍ່ໄດ້" ຂ້ອຍບອກມັນທັນທີ "ເລື່ອງອີຫຍັງເຂົາຊິຍອມໄປເຮັດແບບນັ້ນຫ໊ະ!! ເຂົາເສຍຫາຍກັນພໍດີ"

"ເພິ່ນບໍ່ອີ່ຕົນເຂົາຫວາຫັ້ນ..... ເຂົາຢາກເປັນແຟນນຳເພີ່ນອີ່ຫລີໃດ໋ຕອນນີ້" ເວົ້າພ້ອມກັບສົ່ງສາຍຕາເປັນຕາອີ່ຕົນມາໃຫ້ ແຕ່ຢ່າຫວັງວ່າຂ້ອຍຊິຫລົງກົນ

"ບໍ່... ອີ່ຕົນໂຕເອງຫລາຍກວ່າ... ທີ່ຈະຍອມໄປຄົບເປັນແຟນກັບຄົນເຈົ້າຊູ້ແບບເພິ່ນ..."

"ຖ້າເພິ່ນບໍ່ຍອມນະ ເຂົາຊິຂູ່ເຂົາຂໍເປັນແຟນເພິ່ນກ່ອນຊັ້ນ" ມັນເຮັດແທ້ຕາມທີ່ມັນເວົ້າອີ່ຫລີ

ແລະນອນການກະທຳປັນຍາອ່ອນຂອງມັນເຮັດໃຫ້ຄົນອື່ນກາຍໄປກາຍມາແນມເບິ່ງຢ່າງຫລີກລ້ຽງບໍ່

"ເຮັດຫຍັງນິ ບໍ່ອາຍເຂົາເຈົ້າຫວາຫ໊ະ!!"

"ບໍ່...​ຄັນເພິ່ນບໍ່ຍອມເຂົາກະຊິເຮັດແບບນີ້... ຄັນເພິ່ນຫນີເຂົາກະຊິຕາມໄປຈົນກວ່າເພິ່ນຊິຍອມ" ມັນບອກດ້ວຍຄວາມເດັດດຽວ... ສາຍຕາຂອງມັນກໍ່ສາຍແວວດ້ວຍຄວາມຈິງຈັງ... ຖ້າຂ້ອຍບໍ່ປັດຕິເສດອີກຄັ້ງ ມັນກະຄືຊິບໍ່ຍອມງ່າຍໆ... ແລະເພື່ອເປັນການຕັດປັນຫາ ຂ້ອຍຈຳເປັນຕ້ອງຕອບຕົກລົງກັບມັນ

"ເອີ້ໆ ກະໄດ້..."

"ເຢ້!!" ມັນເຮພ້ອມກັບພາຮ່າງກາຍໃຫຍ່ໆລຸກຂຶ້ນມາ...... ໂຄດປັນຍາອ່ອນເລີຍ

"ໄດ້ແຕ່ມື້ດຽວເທົ່ານັ້ນເຂົາໃຈບໍ່"

ໂດຍ.... ມື້ດຽວກະມື້ດຽວ.... ແຕ່ຕອນນີ້ເຂົາຕ້ອງເຮັດຫນ້າທີ່ເປັນແຟນທີ່ດີກ່ອນຊັນ...​ເລີ່ມຈາກພາໄປກິນຫຍັງກ່ອນຈະກັບບ້ານ ໄປ໋ ສຸດຄວາມມັນກໍ່ຈູງມືຂ້ອຍອອກໄປ...... ເຮີ່ຍ.... ຄິດຜິດອີ່ຫລີທີ່ລົງກົນຄົນແບບມັນ

.

.

.

ພະຍາຍາມຂຽນອອກມາໃຫ້ທີ່ສຸດ

ແຕ່ສະຫມອງຕອນນີ້ຕັນຄິດຫຍັງບໍ່ອອກ

ພໍດີີຮຽນຫນັກ.... ຈັງໃດກະຝາກອ່ານແດ່ເດີ້

 

Delicious Digg Fark Twitter