ຕອນທີຊາວຫ້າ
ເປັນແຟນກັນແລ້ວເດີ້
"ຄົບນຳຂ້ອຍໄດ້ບໍ່"
ບໍ່ໄດ້ ຫ້າມຄົບກັນເດັດຂາດ ພວກຂ້ອຍພາກັນມິດ ແລ້ວກໍ່ຫັນໄປຟັງຕົ້ນສຽງທັນທີ ໂດຍສຽງທີ່ທັກທ້ວງຂຶ້ນນັ້ນແມ່ນອີ່ກຸ້ງຮ້ອງຂຶ້ນ
"ອີ່ກຸ້ງ ມຶງທ້ວງຫາພະແສງຫຍັງ!! ແຈັກອົດບໍ່ໄດ້ທີ່ຈະຫັນໄປຮ້າຍ
"ມັນກະມີເລື່ອງຫັ້ນແລະ ກູຈຶງຮ້ອງທ້ວງນະ ພໍດີກູເຫັນຄົນໃນໂບດກ່ອນຊິແຕ່ງງານກັນ ເຂົາເຈົ້າຕ້ອງມີຄຸນພໍ່ຫລືບາດຫລວງ ເປັນສັກຂີພະຍານໃນການແຕ່ງງານ
"ແລະມັນກ່ຽວຫຍັງວະ ສອງຄົນນີ້ ເຂົາເຈົ້າບໍ່ໄດ້ແຕ່ງງານຈັກຫນ້ອຍ ແລະອີກຢ່າງພວກເຂົາເຈົ້າກະເປັນພຸດ"
"ແຕ່ກູເປັນຄິຣດ" ກຸ້ງຖຽງ" ກູກະເລີຍອອກຄວາມເຫັນຊື່ໆ ບໍ່ໄດ້ສ່ຳເບ໊າະ!!"
"ເອີ່ແຕ່ວ່າຄວາມຄິດຂອງເຈ້ກຸ້ງກະດີໃດ໋" ນ້ຳເຜິ້ງເວົ້າເສີມ "ແບບໃຫ້ໃຜກະໄດ້ເປັນບາດຫລວງ ແລ້ວເຮັດພິທີຄືໃນໂບດ ເປັນການຕອຍຕົກລົງເປັນແຟນທີ່ພິເສດດີ ວ່າຈັງໃດພວກເຈົ້າ" ຖາມຫາສຽງ ແລ້ວທຸກຄົນງຶກຫົວລວມນຳໂຕຂ້ອຍນຳ... ໃນເມື່ອວິທີມັນກະເວີກຢູ່ເດ
"ໂອເຄ!!"
"ດຽວຂ້ອຍຊິເຮັດຫນ້າທີ່ເປັນບາດຫລວງໃຫ້" ກຸ້ງອອກຄວາມເຫັນຈາກນັ້ນກໍ່ພາໂຕເອງມາຢຸດຢູ່ຕໍ່ຫນ້າຂອງພວກຂ້ອຍສອງຄົນ
"ເອີ່ວ່າແຕ່ຊິໃຫ້ເຈ້ເປັນເຈົ້າສາວຫລືເຈົ້າບ່າວດີວະ!!"
"ເປັນອີ່ຫຍັງກະເປັນເຖ໊າະ" ຂ້ອຍເອີ່ຍຂຶ້ນ
"ເອົາເປັນວ່າເຈົ້າສາວກະແລ້ວກັນ....... ສຳຫລັບຝ່າຍເຈົ້າສາວຊິຍອມຕົກລົງເປັນແຟນນຳເຈົ້າບ່າວຫລືບໍ່"
"ອະ ອື້ມ" ຂ້ອຍກົ້ມຫນ້າຕອບດ້ວຍຄວາມອາຍ
"ເຢ!!" ແລ້ວກໍ່ຕາມມາດ້ວຍສຽງເຮຢ່າງຖືກໃຈ... ເຊິ່ງມັນເຮັດໃຫ້ຂ້ອຍໄດ້ແຕ່ຍິ້ມຢ່າງມີຄວາມສຸກກັບຄົນທີ່ຂ້ອຍສາມາດເອີ້ນວ່າແຟນໄດ້ແລ້ວ
"ຂ້ອຍຄິດວ່າເຈົ້າຊິບໍ່ຂໍຂ້ອຍເປັນແຟນລະໃດ໋ຫັນ" ຂ້ອຍເຂົ້າໄປຊື່ມໃສ່ຫູອີກຝ່າຍຄ່ອຍໆ
"ກະຢາກບອກເຈົ້າໃນວັນທີ່ສຳຄັນເດ... ເພາະວ່າເຈົ້າຈະໄດ້ຈື່ຂ້ອຍຕະຫລອດໄປວ່າ ມື້ນີ້ຂ້ອຍຂໍເຈົ້າເປັນແຟນ... ແລ້ວເທື່ອຫນ້າເຮົາຈະໄດ້ສະຫລອງທັງວັນເກີດ ທັງວັນຄົບຮອບທີ່ເຮົາຍອມຕົກລົງເປັນແຟນກັນເລີຍ ມັນເວີກຈະຕາຍ"
"ອະ ອຶ້ມ ແລ້ວນີ້ແມ່ນບໍ່ ຂອງຂວັນຂອງເຈົ້ານະ"
"ແມ່ນລະ... ບອກຂ້ອຍດ້ວຍສາຍຕາທີ່ເລິກເຊິ່ງ ແຕ່ວ່າຂ້ອຍຍັງມີຂອງຂວັນໃຫ້ເຈົ້າອີກຢ່າງຫນຶ່ງ"
"ແມ່ນຫຍັງ"
"ດຽວຂ້ອຍຊິໃຫ້ເຈົ້າດຽວນິແລະ"
ສຸດຄວາມ ອາເລັກກໍ່ດຶງຂ້ອຍເຂົ້າໄປໃກ້ໆ ແລ້ວກໍ່ໃຊ້ຮີມປາກບາງທຂອງມັນລົງມາທາບຈູບຂ້ອຍຢ່າງອ່ອນໂຍນ... ມັນຍິ່ງເປັນການເພີ່ມທະວີຄູນໃຫ້ຄົນທີ່ເຫລືອຮ້ອງໂຫຂຶ້ນແຮງກວ່າເກົ່າ.. ເຊິ່ງຫມາຍຄວາມວ່າ ບໍ່ມີໃຜຊິຂັດຂ້ອງເລື່ອງພວກຂ້ອຍອີກ... ຈາກນັ້ນອາເລັກກໍ່ຖອນຈູບແລ້ວດັນໂຕຂ້ອຍອອກຄ່ອຍໆ
"ຮູ້ບໍ່ ເຈົ້າຄືຄົນທີ່ສຳຄັນທີ່ສຸດສຳຫລັບຂ້ອຍ"
"ອື້ມ ເຈົ້າກະຄືກັນ..." ຂ້ອຍທັງເວົ້າທັງສົ່ງຍິ້ມຫວານໆໃຫ້ອາເລັກ
"ເຮີ້ຍ ຄືຈູບກັນເລີຍວະ ຂ້ອຍຍັງບໍ່ໄດ້ບອກເທື່ອຊ້ຳ ພວກເຈົ້າຂ້າມພິທີແລ້ວ"
ສຽງອີ່ກຸ້ງດັງຂຶ້ນແຊກການສົນທະນາ ຂັດຈັງວະພວກຂ້ອຍຂະຫນາດ
"ໂອ໊ຍ ສະໄຫມນີ້ເຮັດຫຍັງມັນກະຕ້ອງວ່ອງໄວແບບນີ້ແລະ..." ອີ່ແຈັກຮ້ອງທ້ອງໃສ່ອີ່ກຸ້ງຄືນ "ຄັນບໍ່ຊັນອົດແດກ... ແຕ່ຕອນນີ້ເຮົາມາດື່ມດີກວ່າ... ເຫັນດີບໍ່"
"ເຫັນດີ!!" ທີ່ເຫລືອຮ້ອງເຮຂຶ້ນພ້ອມກັນ
ຈາກນັ້ນພວກຂ້ອຍຕ່າງກໍ່ພາກັນຊ່ວຍຫາມໂຕະສອງໂຕະຂະຫນາດໃຫຍ່ມາວາງໄວ້ຮຽງກັນ ໂດຍທີ່ບໍ່ລືມເອົາອາຫານແລະເຄື່ີອງດື່ມເຕັມມາໄວ້...
ເຊິ່ງຂ້ອຍຕອນນີ້ ກໍນັ່ງຢູ່ຫົວໂຕະພ້ອມກັບອາເລັກທີ່ຢູ່ຂ້່າງ ສ່ວນຟາກຊ້າຍກໍ່ປະກອບດ້ວຍ ພາດ ນ້ຳເຜິ້ງ ສິນ ໂດ້ ນ້າ ແລະ ເອກ ທີ່ກຳລັງນັ່ງຮຽງກັນຕາມລຳດັບເປັນຄູ່ໂດຍສະເພາະ ສຳຫລັບພວກບໍ່ມີຄູ່ກໍ່ໄດ້ແກ່ສຸວັນນີ ຈຽບ ແຈັກ ກຸ້ງ ແລະ ຄົນສຸດທ້າຍບົວ....... ດີເນາະ ທີ່ນັ່ງແຍກກັນເລີຍ
ສຳຫລັບມື້ນິ້ກໍ່ເປັນມື້ທີ່ເລີກງາມຍາມດີ... ສະນັ້ນມັນກໍ່ແມ່ນຫນ້າທີ່ຂ້ອຍຈະເປັນຄົນເຢັ້ນເບຍ" ສຸວັນນີສະເຫນີຫນ້າ ໃນຂະນະທີ່ກຳລັງເຢັ້ນເບຍໃສ່ຈອກແລ້ວຍາຍໃຫ້ແຕ່ລະຄົນ
"ແດ່ ເຈ້ທັນວາ ດື່ມ..."
ທຸກຄົນຍົກຈອກເບຍຂຶ້ນຕຳກັນເພື່ອເປັນການຊົມເຊີຍແລ້ວກໍ່ຍົກຂອງມຶນເມົາຂຶ້ນເທເຂົ້າປາກ...
ຈາກນັ້ນຕ່າງຄົນຄົນຕ່າງກໍ່ພັດປ່ຽນກັນດື່ມລວມທັງຫາເລື່ອງລົມກັນສາລະພັດຢ່າງເມົາມັນ ແຕ່ຂ້ອຍພັດຄິດບາງສິ່ງບາງຢ່າງອອກ ກໍ່ເລີຍຕັດສິນໃຈເອີ່ຍຂຶ້ນທັນທີ
"ທຸກຄົນຟັງທາງນີ້" ຂ້ອຍກ່າວພ້ອມກັບຕົບມືເພື່ອໃຫ້ທຸກຄົນຫັນມາສົນໃຈ "ພໍດີເຈ້ມີເກມມາໃຫ້ຫລິ້ນ"
"ເກມຫຍັງ" ຖາມພ້ອມກັນ
"ເກມຫມຸນແກ້ວ"
"ວູ້!! ໂຮ່ໃສ່ຂ້ອຍທັນທີ... ແຮງແທ້ວະ!! ພວກນິ"
"ໂອຍເຈ້!! ເກມສະໃຫມດຶກດຳບັນລະຍັງເອົາມາຫລິ້ນ" ອີ່ກຸ້ງເສີບຂຶ້ນ
"ດຶກດຳບັນຄືເຈ້ຫັ້ນແລະ" ຮາໆໆ ຕາມມາດ້ວຍອີ່ແຈັກຄົນຕົບ ເອີ້ ເລື່ອງກັດກູນິ ເກັ່ງຂະຫນາດ
"ຫຸບປາກ!!... ແລະເຈ້ຕ້ອງບັງຄັບໃຫ້ທຸກຄົນຫລິ້ນຳ!! ເພາະວ່າມື້ນີ້ເປັນວັນເກີດຂອງເຈ້ ເຂົ້າໃຈບໍ່??"
"ເຂົ້າໃຈ...." ພວກມັນລາກສຽງຍາວແບບເຮັດໃສ່ ແຕ່ Who cares!!
"ດີແລະຊັນ!!"
ນ້າ Part
ບໍ່ຮູ້ອ້າຍຂ້ອຍກຳລັງຄິດອີ່ຫຍັງຢູ່ ... ທີ່ຄິດຢາກຈະຫລິ້ນເກມ ຄືໃນຫນັງເກົາຫລີທີ່ໂຕເອງມັກເບິ່ງ... ຄັນຊິຕອບປັດຕິເສດ ມັນກະຊິເສຍມາລະຍາດເກີນ (ແນວຂ້ອຍບໍ່ເຫັນດີກັບເກມອອກແນວຕິ້ງຕ້ອງຂອງລາວ) ອີກຢ່າງມື້ນີ້ກໍ່ແມ່ນວັນເກີດຂອງລາວ ເຊິ່ງແຕ່ລະຄົນຕ່າງກໍ່ພາກັນເຫັນດີເຫັນງາມ
"ເຮັດຫນ້າແບບນີບໍ່ຢາກຫລິ້ນແມ່ນບໍ່ຫັ້ນ?? ເອກງ່ຽງຫນ້າຖາມຂ້ອຍ....
"ແມ່ນຕິເບາະ" ຂ້ອຍຕອບປັດໆ
"ແຕ່ເຂົາວ່າມັນກະຄືຊິຄັກໃດ໋.... ກະລອງຫລິ້ນເບິ່ງແລະ"
"ອື້ມ ຈັງໃດກະປັດຕິເສດບໍ່ໄດ້ຢູ່ດີ"
"ດຽວເຈ້ຊິເປັນຄົນຫມູນແກ້ວກ່ອນຊັນ ... ເອີ້ແລະເຈ້ລືມບອກກະຕິກາທີ່ຕັ້ງໄວ້ວ່າ... ຖ້າປາຍແກ້ວໄປຖືກຜູ້ໃດຜູ້ນັ້ນຕ້ອງຄຳຖາມໃຜກະໄດ້ທີ່ຢາກຈະຖາມ... ແຕ່ຖ້ຝ່າຍກໍລະນີບໍ່ຕອບນັ້ນກໍ່ຫມາຍຄວາມວ່າເຮັດຜິດກະຕິກາ... ແລະຕ້ອງກິນເບຍເລີຍແກ້ວຫນຶ່ງ ເຫັນດີບໍ່" ຄຳສະເຫນີອ້າຍຂ້ອຍໂຄດແຮງຂະຫນາດ
"ເຫັນດີ" ຕອບຂຶ້ນພ້ອມກັນໂດຍທີ່ປາດສະຈາກສຽງຂ້ອຍ ແລ້ວແມ່ນໃຜຈະເປັນຄົນໂຊກຮ້າຍຄົນນັ້ນວະ
"ເອົາລະ... ດຽວເຮົາມາເລີ່ມເກມດີກວ່າ..."
ສຸດຄວາມ ອ້າຍຂອງຂ້ອຍກໍ່ໃຊ້ມືນ້ອຍໆຂອງລາວອອກແຮງປິ່ນແກ້ວເບຍທີ່ຫາກໍ່ເຢັ້ນແລ້ວມື້ກີ້... ຫລັງຈາກນັ້ນ ຄວາມແຮງຂອງແກ້ວເບຍກໍ່ຜ່ອນລົງເລື້ອຍໆ ເລື້ອຍໆ ຈົນກະທັ້ງມັນມາຢຸດຢູ່ຕໍ່ຫນ້າອ້າຍພາດ
“……….” ສີຫນ້າລາວ ນິ່ງງຽບ ບໍ່ມີອາການອອກຮ້ອນຮົນຫຍັງ (ແຕ່ຈັງໃດຫນ້າລາວກະເປັນແບບນັ້ນຕະຫລອດຢູ່ແລ້ວ)
"ດຽວຂ້ອຍຊິຖາມເລື່ອງນີ້ເອງ..." ອີ່ສຸວັນນີສະເຫນີຂຶ້ນ ເຊິ່ງທຸກຄົນກໍ່ປ່ອຍໂອກາດໃຫ້ມັນຖາມໄດ້
"ອື່ມ..... ອ້າຍພາດລອງບອກຂໍ້ເສຍຂອງອີ່ເຜິ້ງມາໃຫ້ພວກຂ້ອຍຟັງເບິ່ງ"
ຄຳຖາມທຳອິກະໂຄດແຮງລະ.. ກະຍ້ອນສາຍຕາຄາດໂທດຂອງອີ່ເຜິ້ງ ມັນກຳລັງຈ້ອງເບິ່ງອາພາດຢ່າງບໍ່ວາງຕາ... ຂະຫນາດຂ້ອຍບໍ່ແມ່ນລາວ ກະຍັງອຶດອັດແທນລະ
"ເອີ່... ອ້າຍກະບໍ່ຮູ້ນະ... ອ້າຍບໍ່ເຄີຍເຫັນຂໍ້ເສຍຂອງເຜິ້ງນະ... ເປັນຍ້ອນຄວາມຮັກມັນບັງຕາຕິເບ໊າະ"
"ໂຮ່!!..." ຕາມມາດ້ວຍສຽງຮ້ອງໂຮທີ່ປົນດ້ວຍຄວາມນ້ຳເນົ່າ.... ເຫັນຫນ້ານິ້ງໆແບບນິ ບໍ່ຄິດເລີຍວ່າຊິປາກຫວານແບບຄົນອື່ນກະເປັນ
"ແຕ່ຄົນເຮົາມັນມີສອງດ້ານໃດ໋ພາດ" ອ້າຍຂ້ອງເວົ້າແຊກຂຶ້ນ "ຊີວິດຂອງແຕ່ລະຄົນມັນກະຂໍ້ດີຂໍ້ເສຍຄືຫລຽນຫັ້ນແລະທີ່ມີທັງຫົວລະກະກ້ອຍ..."
"ແມ່ນ" ອີ່ຈຽບເສີມ "ແລະຖ້າອ້າຍບໍ່ຕອບຄຳຖາມຂອງພວກນ້ອງນະ... ນ້ອງຊິເອົາເບຍໃຫ້ອີ່ເຜິ້ງມັນກິນແທນ"
"ເຮີ້ຍ ແລ້ວກູໄປກ່ຽວຫຍັງວະ!!" ຝ່າຍກໍລະນີຮ້ອງຂຶ້ນທັນທີ
"ກ່ຽວ ເພາະມຶງເປັນແຟນລາວ... ວ່າຈັງໃດອ້າຍພາດ... ຄັນອ້າຍບໍ່ຕອບ ອີ່ແມ່ຊີມັນເຮັດຜິດສິນຫ້າຫລາຍຂຶ້ນກວ່າເກົ່າແນ່ນອນ ລະກະຫນັກອີກ"
"ອື້ມກະໄດ້ໆ" ຕອບຕົກລົງທັນທີ... "ອື່ມ.. ຂໍ້ເສຍຂອງເຜິ້ງຫວາ... ມັກຍ່າງບໍ່ເບິ່ງທາງບໍ່ຮູ້ວ່າຟ້າວໄປໃສ ຕອນທີ່ຈະຮູ້ກັນທຳອິດເຜິ້ງກະຍ່າງມາຕຳອ້າຍນິແລະ..... (ອັນນີ້ເຫັນດີ)"
ຫນ້າອີ່ເຜິ້ງຕອນນີ້ “>_<”
"ລະເວລາທີ່ຄຽດໃຫ້ໃຜຍາກທີ່ຈະໃຫ້ອະໄພ (ແມ່ນ ທີ່ວ່າຂ້ອຍແມ່ນຄົນແຄ້ນນະ ແຕ່ຖ້າໃຫ້ອີ່ເຜິ້ງຂອງຂຶ້ນລະ ຂ້ອຍຕ້ອງໄດ້ເອີ່ນມັນອາຈານເລີຍ) ລະກະຍາມໂມໂຫເທື່ອໃດບໍ່ມີເອົາຢູ່" ເວົ້າອີກກະຖືກອີິກ
ລະຫນ້າມັນຕອນນີ້ “T_T”
"ຂໍ້ເສຍກະມີຊຳນີ້ແລະ ເທົ່າທີ່ຄິດອອກ... ແຕ່ສຳຫລັບຂໍ້ເສຍຂອງຄົນທີ່ເຮົາຮັກ ເຮົາກະຕ້ອງຍອມຮັບສະໄດ້ສະເຫມີ"
"ໂຮ່!!.... " ສຽງໂຮຮ້ອງດັງຂຶ້ນອີກຄັ້ງ.... ເອີ້ ຫວານກັນເຂົ້າໄປ
"ບ້າແລ້ວເຈົ້ານິ" ອີເຜິ້ງຟາດໂຕອ້າຍພາດດ້ວຍຄວາມອາຍ
"ເອົາລະ... ຫວານພໍຫອມປາກຫອມຄໍແລ້ວ ເຮົາມາເລີ່ມເກມຕໍ່ດີກວ່າ" ອ້າຍຂ້ອຍເວົ້າແຊກພວກມັນທັງສອງ "ພາດ ນ້ອງຫມຸນແກ້ວຕໍ່ເລີຍ"
"ອື້ມ..."
ສຸດສຽງຄຳຕອບຮັບ... ອ້າຍພາດກໍ່ຮີບລົງມືຫມຸນແກ້ວທັນທີ... ເຊິ່ງມັນມີອຳນາດພໍຈະເຮັດໃຫ້ທຸກຄົນຕ່າງກໍ່ຈ້ອງຫນ້າໄປທີ່ປາຍແກ້ວຢ່າງຕັ້ງໃຈ...ແລ້ວໃນທີ່ສຸດ ປາຍແກ້ວມັນກໍ່ມາຢຸດຢູ່ຕໍ່ຫນ້າຂອງຄົນທີ່ຢູ່ຂ້າງໆຂ້ອຍ
"ເຮ້ຍ!!" ເອກອຸທານສຽງດັງ ເອົາຈົນຂ້ອຍຕ້ອງຍົກມືຂຶ້ນປິດຫູໄວ້ທັນທີ
"ໂອຍ!! ຊິຮ້ອງຫຍັງເກາະ ຂ້ອຍຕົກໃຈຫມົດ" ຂ້ອຍຫັນໄປຮ້າຍມັນ ສ່ວນອີກຝ່າຍກໍ່ມີທ່າທີອ່ອນລົງ
"ຂໍໂທດ ພໍດີເຂົາຕົກໃຈຫນ້ອຍຫນຶ່ງ..... ບໍ່ແມ່ນມຶງຕັ້ງໃຈເຮັດໃສ່ກູບໍ່ນິ" ຫັນໄປຮ້າຍຫມູ່ໂຕເອງເພື່ອລະບາຍອາລົມ ເອີ້ ເສຍແລ້ວພານ
"ແມ່ນຕິເບາະ!!" ອ້າຍພາດຕອບດ້ວຍສຽງລຽບໆ... ສ່ວນມັນ ກໍ່ມີສີຫນ້າປານຊິໂດດງາບຄໍອ້າຍພາດນິ.. ຫຶ ສົມນ້ຳຫນ້າມັນແດ່
"ດຽວເລື່ອງນີ້ນ້ອງຊິຂໍອາສາຖາມອ້າຍສຸດທີ່ຮັກເອງ..." ອາເລັກສະເຫນີຄຳຖາມຂຶ້ນ
"ເອີ້ໆ ມຶງຊິຖາມຫຍັງກະຖາມມາ" ມັນຕອບປັດແບບລຳຄານ
"ອ້າຍກັບເອື້ອຍເກດມີສຳພັນກັນເທິງຕຽງລະ?"
"ເຮີ້ຍ!!" ມັນອຸທານດ້ວຍຄວາມຕົກໃຈ.... ແລະບໍ່ແມ່ນແຕ່ມັນຄົນດຽວດອກ ຂ້ອຍກະຕົກໃຈຄືກັນ "ມຶງຖາມເຮ້ຍຫຍັງວະ"
"ເຮົາຊິບໍ່ຕອບຄຳຖາມຂອງອ້າຍ... ແຕ່ຊິບອກໃຫ້ອ້າຍຕອບຄຳຖາມຂອງນ້ອງແທນ.. ຄັນບໍ່ຊັ້ນນ້ອງຊິໃຫ້ເອື້ອຍນ້າກິນສອງແກ້ວເລີຍ ເຫັນດີບໍ່!!"
"ເຫັນດີ!!" ຕອບພ້ອມກັນຢ່າງເຫັນດີ ເຮ້ຍເອີ້ຍ!! ມື້ນີ້ຄືສາມັກຄີກັນແທ້ວະ!!
"ອາເລັກ... ແລ້ວເອື້ອຍມາກ່ຽວຫຍັງ"
"ກະບໍ່ຮູ້ແລະ... ແຕ່ວ່າຄຳສະເຫນີຂອງນ້ອງມັນເປັນການບັງຄັບໄປໃນໂຕ..ຖ້າອ້າຍຂອງນ້ອງບໍ່ຕອບ ກະແປວ່າເອື້ອຍນ້າບໍ່ລອດແນ່ນອນ... ແມ່ນບໍ່"
"ແມ່ນ....". ເອີ້ ເອົາເຂົ້າໄປ
"ເອີ້ກະໄດ້ ກູຕອບກະໄດ້ .... ຕັ້ງແຕ່ທີ່ຂ້ອຍໄດ້ຄົບກັບເກດມາ ຂ້ອຍບໍ່ເຄີຍລ່ວງເກີນເກດເລີຍ" ຫັນຫນ້າໄປສາລະພາບທຸກຄົນ
"ແມ່ນຫວາ....." ຫລາຍສຽງຖາມຂຶ້ນ... ບໍ່ໄດ້ລ່ວງເກີນວ່າ ເປັນໄປໄດ້ແນວໃດວະ.... ບັກນີ້ແຮງມັກຟັນຄົນແລ້ວຖິ້ມຕະຫລອດ ບໍ່ຢາກຈະເຊື່ອວ່າເກດລອດໄປໄດ້
"ອື້ມ... ແຕ່ວ່າເກດຫາກຄິດໄປເອງວ່າຂ້ອຍມີຄວາມສຳພັນເກີນເລີຍກັນແລ້ວ... ຍ້ອນມີມື້ຫນຶ່ງ ຂ້ອຍກັບເກດໄປຫລິ້ນເທັກນຳກັນ ແລ້ວເມົາກັບມາ ລະຕອນນັ້ນ ຂ້ອຍບໍ່ທັນຮູ້ຈັກບ້ານເກດຊິໂທໄປຖາມຫມູ່ແບັດກະຫມົດ ກະເລີຍພາເກດກັບໄປນອນທີ່ຫ້ອງຂອງໂຕເອງ ບາດຕອນຂ້ອຍພາເຂົ້າໄປຫ້ອງເກດພັດຮາກໃສ່ຂ້ອຍໃສ່ຕົນເອງຈົນເປື້ອນຫມົດໂຕ... ຈາກນັ້ນຂ້ອຍກະບອກໃຫ້ເອື້ອຍສະນິດທີ່ຢູ່ຂ້າງຫ້ອງມາປ່ຽນເຄື່ອງໃຫ້... ພໍເກດຕື່ນຂຶ້ນມາ ເຫັນໂຕເອງຢູ່ໃນເຄື່ອງໃຫມ່ແລະເຫັນຂ້ອຍກຳລັງນອນແກ້ເສື້ອຢູ່ຂ້າງໆ ເກດກະເລີຍເຂົ້າໃຈຜິດ... ເລື່ອງມັນກະເປັນແບບນີ້ແລະ"
"ແທ້ຫວາ......." ຕາມມາດ້ວຍຫລາຍສຽງອີກຄັ້ງ
"ອື້ມ.... ເຖິງວ່າຂ້ອຍຈະເຈົ້າຊູ້ຫລາຍໃຈ... ແຕ່ຢ່າງຫນ້ອຍກະຫລິ້ນນຳຄົນທີ່ເຕັມໃຈເທົ່ານັ້ນ ບໍ່ເຄີຍລ່ວງເກີນຄົນທີ່ບໍ່ໄດ້ເຕັມໃຈຈັກເທື່ອ"
ມັນຕອບດ້ວຍນ້ຳສຽງທີ່ຈິງຈັງ... ເລີຍເຮັດໃຫ້ທຸກຄົນເຊື່ອ ລວມນັງໂຕຂ້ອຍນຳ... ແນວມັນບໍ່ເຄີຍຕົວະຂ້ອຍຈັກເທື່ອເດ ຂ້ອຍກະເລີຍເຊື່ອແບບນັ້ນ..... ແຕ່ເປັນຫຍັງວະ ຂ້ອຍຄືໂລງເອິກຈົນບອກບໍ່ຖືກທີ່ມັນບໍ່ໄດ້ມີຄວາມສຳພັນທີ່ເລິກເຊິ່ງກັບເກດ
"ຕໍ່ໄປກະແມ່ນຂ້ອຍລະຊັ້ນ ດຽວຫມຸນຕໍ່ດີກວ່າ"
ສຸດຄວາມ ເອກກໍ່ໃຊ້ມືຂະຫນາດໃຫຍ່ຂອງມັນຫມຸນແກ້ວຕໍ່ຫລັງຈາກນັ້ນ... ຄວາມແຮງຂອງມັນທີປິ່ນແກ້ວໄປນັ້ນມັນແຮງພໍສົມຄວນ ຈຶ່ງເຮັດໃຫ້ແກ້ວມັນດົນພໍສົມຄວນ ທີ່ຈະຄ່ອຍໆລົດຄວາມແຮງເທື່ອລະຫນ້ອຍເທື່ອລະຫນ້ອຍ ຈົນປາຍແກ້ວມໍລະນະມັນມາຢຸດຢູ່ຕໍ່ຫນ້າຂ້ອຍ
"ສິບຫາຍແລ້ວກູ!!"
.
.
.
ສຳຫລັບຄົນອ່ານທຸກຄົນ ຕອນນີ້ເຟສບຸກຂອງ Writer
ຖືກບລັອກເປັນທີ່ຮຽບຮ້ອຍແລ້ວ
ສະນັ້ນຂໍຝາກໄປແອັດໃຫມ່ແດ່ເດີ່ທີ່ Tar-noy@hotmail.com
Dw Writer c h group khuen ma mai fak dae der