ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ຕອນທີຊາວເຈັດ

ຄວາມເຈັບປວດ

 

ທັນວາ Part

 

ເທິງຕຽງ ໃນຂະນະທີ່ປິດໄຟແລ້ວ

 

"ຫ໊ະ!! ເຈົ້າຊິໃຫ້ຂ້ອຍນອນພື້ນນິ..." ອາເລັກໂວຍວາຍຢ່າງຫົວເສຍ ຫລັງຈາກທີ່ຂ້ອຍແນະນຳທາງທີ່ດີໃຫ້ອີກຝ່າຍ..

"ອື້ມ...​ ໄປນອນພື້ນຫັ້ນແລະດີແລ້ວນະ" ຂ້ອຍຊີ້ນິ້ວໃສ່ພື້ນ

"ບໍ່ ຂ້ອຍບໍ່ຍອມ" ຢືນຢັນຢ່າງເດັດດ່ຽວ 

ບໍ່ຍອມໄດ້ແນວໃດວະ ແນວມັນມີແຕ່ຕຽງດຽວເດ ແລະລຸກອອກຈາກຕຽງຂ້ອຍໄປເລີຍ

ບໍ່ ຈັງໃດຂ້ອຍກະບໍ່ຍອມ ອາເລັກບໍ່ໄດ້ເວົ້າລ້າ ມັນກໍ່ພາໂຕເອງຍັງຍັບເຂົ້າມາໃກ້ໆ ແລ້ວໃຊ້ຮ່າງກາຍຫນາໆໂຄມຕໍ່ຂ້ອຍໄວ້

ໃນຂະນະທີແສງຂອງດວງຈັນມັນກຳລັງສ່ອງເຂົ້າທີ່ໃບຫນ້າຂອງມັນ ຈາກກປ່ອງຢ້ຽມເທິງຫົວບ່ອນນອນ....​

ໃບຫນ້າຂ້ອຍກັບມັນຫ່າງກັນບໍ່ເທົ່າໃດເຊັນ ຈົນຂ້ອຍໄດ້ຍິນສຽງລົມຫາຍໃຈທີ່ດັງສຳຫມ່ຳສະເຫມີກັບກິ່ນສຸລາແຮງໆ ມັນຍິ່ງເຮັດໃຫ້ເພີ່ມອາລົມວູບວາບຂຶ້ນກວ່າເກົ່າ 

"ຊະ ຊິເຮັດຫຍັງນິ" ຂ້ອຍບອກອອກໄປດ້ວຍສຽງສັ່ນໆ ຫົວໃຈເຈົ້າກຳຂອງຂ້ອຍກໍ່ເຕັ້ນແຮງຂຶ້ນຈົນດັງ ຕຶກຕັກໆ

"ຍັງຖາມອີກເນາະ..." ​ມັນບອກສຽງຄ່ອຍໆ ທີ່ເຮັດໃຫ້ໄດ້ຍິນພຽງແຕ່ສອງຄົນ

"ຖ້າເປັນແບບນັ້ນນະ ຂ້ອຍວ່າຢ່າດີກວ່າ" ຂ້ອຍບອກພ້ອມກັບບືນຫນ້າຫນີ...  ໃນເມື່ອມັນເປັນເລື່ອງທີ່ຍັງບໍ່ທັນພ້ອມເທື່ອ... ໂດຍສະເພາະກັບອາເລັກ

"ບໍ່ມີທາງດອກ... " ມັນເອີ່ຍພ້ອມກັບຈັບຫນ້າຂ້ອຍໃຫ້ປິ່ນໃສ່ຫນ້າມັນ "ນ້ອງຊາຍຂ້ອຍມັນຕື່ນລະ... ຍ້ອນເຈົ້າຫັ້ນແລະປຸກມັນນະ...​ ເຈົ້າຄວນຈະເປັນຮັບຜິດຊອບ"

"ແຕ່ມື້ນີ້ຂ້ອຍເມື່ອຍນະ..." ຂ້ອຍທັງບ່າຍບຽງ ທັງພະຍາຍາມດັນມັນອອກ ແຕ່ມີຫວາຊິສູ້ແຮງມີຄວາຍຄືມັນໄດ້

"ເອົາໂລດນະ!! ເລື່ອງນີ້ຂ້ອຍພ້ອມແລ້ວ... ອີກຢ່າງ ສັນຍາຈະບໍ່ຮຸນແຮງ"

ສິ້ນສຸດປະໂຫຍກອັນອ່ອນວອນ ມັນກໍ່ໃຊ້ຮິມປາກອັນຮ້ອນແຮງຈູບຂ້ອຍທັນທີ ຈາກທີ່ພະຍະຍາມຈະຂັດຂືນ ກັບກາຍເປັນວ່າສອງແຂນຂ້ອຍໄປກອດຄໍມັນໄວ້ແລ້ວ .... ແຕ່ ດຽວກ່ອນເຮົາບໍ່ແມ່ນຄົນໃຈງ່າຍແບບນັ້ນຈັກຫນ້ອຍ (ບໍ່ງ່າຍວ່າຊັ້ນ: ຜູ້ຂຽນ)

“ພະ ພໍກ່ອນ” ຂ້ອຍທ້ວງ ແຕ່ມັນຄືຊິບໍ່ເຂົ້າຫູມັນເລີຍ ແຖມຍັງປ່ຽນມາກັດຄໍຂ້ອຍຄ່ອຍໆອີກ

ອ໊າກ! ຄໍກູມັນແດງເປັນຈ້ຳໆຫມົດແລ້ວນິ

“ຢ່າຂັດແມ໊ະ” ມັນເວົ້າເບົາໆ ສ່ວນມືມັນກໍ່ເລື່ອນມາແກ້ກະດຸມເສື້ອຂ້ອຍເລື່ອຍໆ

ພະຍາຍາມດິ້ນອີກຄັ້ງ ແຕ່ກໍ່ບໍ່ມີທາງສູ້ມັນໄດ້ເລີຍ ຮຶໆ ເສື້ອຂ້ອຍຖືກໂຍນອອກໄປຕົກຢູ່ຂ້າງໆຕຽງແລ້ວ

“ເປັນຂອງຂ້ອຍໄດ້ບໍ່” ຖາມດ້ວຍສາຍຕາທີ່ເລິກເຊິ່ງ

ກູບໍ່ເຫລືອແລ້ວ ສະຕິມັນຕະເຫລີດເປີດເປິ່ງຈົນເຮັດໃຫ້ຂ້ອຍຕ້ອງຍອມລາວແທ້ໆ

"ອະ ອື້ມ... ຕະ ແຕ່ຢ່າຮຸນແຮງໃດ໋"

"ໂດຍ ຂ້ອຍສັນຍາ"

 

…………………ຕັດອອກເພື່ອຄວາມປອດໄພ ຊຳນີ້ກະແຮງພໍແລ້ວ​.........................

 

ຂ້ອຍຕື່ນມາອີກເທື່ອຫນຶ່ງພໍດີເກືອບຈະທ່ຽງ ປົກກະຕິຂ້ອຍບໍ່ເຄີຍຕື່ນສວາຍຂະຫນາດນີ້ ແຕ່ເປັນຍ້ອນບັກອາເລັກຫັ້ນແລະ ຈັກວ່າໄປແດກຢາເພີ່ມຄວາມແຮງມາແຕ່ທາງໃດ...​ ເອົາຈົນຂ້ອຍເກືອບຊິເນັ່ງໂຕບໍ່ໄດ້ ປານນັ້ນສັນຍາວ່າຊິບໍ່ຮຸນແຮງ ແຕ່ສະພາບຂອງຂ້ອຍຕອນນີ້ ພໍແຕ່ເນັ່ງແຂນບາດດຽວກະເຈັບຈົນຮອດໄສ້ຕິ່ງລະ ເຮ້ຍ ເອີ້ຍ!!

 

ເຊິ່ງຄົນທີ່ກໍ່ເລື່ອງ ກໍ່ຍັງນອນຫລັບຢູ່ຂ້າງໆຂ້ອຍນິລະ ມືຂອງລາວຍັງກອດກ່າຍພາດລຳໂຕຂ້ອຍໄວ້ ວ່າຊິລຸກໄປອາບນ້ຳ ແຕ່ສະພາບມັນບໍ່ເອື້ອຍອຳນວຍ ຂ້ອຍເລີຍມີປັນຍາເຮັດໄດ້ແຕ່ສັ່ນແຂນມັນຄ່ອຍໆ ເພື່ອຫວັງວ່າມັນຈະມືນຕາຂຶ້ນມາ ແຕ່ອາເລັກມັນບໍ່ເນັງຕີງຫຍັງເລີຍ

 

“ອາເລັກ ອາເລັກ ບັກອາເລັກ!!!” ຂ້ອຍແຫກປາກໃສ່ລາວຫລາຍຮອບ ກວ່າມັນຊິແຫກຂີ້ຕາຂຶ້ນມາ ເອົາຈົນຄໍຂ້ອຍເກືອບຊິພັງ

“ແມ່ນ ຫຍາງ” ຂານຕອບດ້ວຍອາການສະລຶມສະຫລື

“ຕື່ນໄດ້ແລ້ວ ລະໄປອາບນ້ຳ ມັນຊິທ່ຽງລະນິ” ຂ້ອຍເວົ້າ ກ່ອນທີ່ມັນຈະເອົາຜ້າຫົ່ມໄປປົກຫົວ

“ຂໍນອນອີກຫນ້ອຍໄດ້ບໍ່ ….”

“ບໍ່ໄດ້ ລຸກ ລຸກດຽວນິ້”

ຂ້ອຍໃຊ້ຝາມືນ້ອຍໆຟາກມັນໄປຫລາຍຄັ້ງ ຈົນອີກຝ່າຍທົນບໍ່ໄຫວ ເປີດຜ້າຫົ່ມອອກມາແລ້ວແນມເບິ່ງຂ້ອຍດ້ວຍສາຍຕາຊະລຶມຊະລື ຜົມຫຍຸ້ງໆ ໂຫ໊ ເຊັກຊີ້ ເວີ້ຍ

“ເອີ້ໆ ຕື່ນດຽວນິແລະ ຈັກວ່າຊິຟ້າວໄປໃສເກາະ” ເວົ້າພ້ອມກັບດຶງຂ້ອຍເຂົ້າໄປກອດ ແຕ່ຂ້ອຍກໍ່ບໍ່ໄດ້ປັດຕິເສດຫຍັງ ໃນເມື່ອໂຕເອງກະລຸກໄປໃສບໍ່ໄດ້ຢູ່

"ກະມັນສວາຍແລ້ວນິ...​ ມື້ນິຂ້ອຍຕ້ອງໄປເປີດຮ້ານອີກ"

"ຫຶ ສະພາບແບບນີ້ນິ ຊິໄປເປີດຮ້ານ" ມັນຖາມ ໃນຂະນະທີ່ກຳລັງແນມໄປເບິ່ງຮອຍແດງໆຈາກກິດຈະກຳມຶ້ຄືນນິ ແລະທີ່ສຳຄັນຂ້ອຍບໍ່ມີປັນຍາລຸກຂຶ້ນຈາກຕຽງໄດ້ແນ່ນອນ

"ຫຶ ກະເປັນຍ້ອນເຈົ້າຫັ້ນແລະ....​ ຂ້ອຍເລີຍມີສະພາບແບບນີ້ນະ ປານນັ້ນວ່າຊິບໍ່ຮຸນແຮງ... ເບິ່ງແມະຂ້ອຍຈົນປວດຫມົດທັງໂຕກະແບບນີ້ແລະ" ບອກອອກໄປດ້ວຍສຽງທີ່ນ້ອຍໃຈ

"ໂອໆ ຂໍໂທດໆ...... ຄັ້ງທຳອິດກະເປັນແບບນີ້ແລະ"

"ຮະ ຮູ້ໄດ້ແນວໃດ" ຖາມອີກຝ່າຍທັນທີ....

"ກະຮູ້ແລະເນາະ ແນວແຫນ້ນຂະຫນາດນັ້ນ ອິໆໆ...."

"..............."

"ເອີ້ລະຕອນນີ້ນະ ເຈົ້າກະໄດ້ທັງໂຕທັງຫົວໃຈຂອງໄປລະ... ຫ້າມຖິ້ມຂ້ອຍໄປເດັດຂາດ ເຂົ້າໃຈບໍ່" ມັນສັ່ງປານເປັນພະຍາ

"ຂ້ອຍຕ່າງຫາກທີ່ມີຈະເປັນຄົນເວົ້າເລື່ອງນັ້ນນະ ບໍ່ແມ່ນເຈົ້າຈັກຫນ້ອຍ"

"ໂອເຄ ກະໄດ້ໆ ບາງເທື່ອອາດເປັນຍ້ອນວ່າ ຂ້ອຍແມ່ນຜົວ ສ່ວນເຈົ້າແມ່ນເມຍ"

"ເພ໊ຍ" ຂ້ອຍຟາດແຂນມັນທັນທີ...  ເປັນບ້າຫວາ ຫ໊ະ!! ຂ້ອຍບໍ່ແມ່ນເມຍເຈົ້າຈັກຫນ້ອຍ

"ຫຶ ເວົ້າປານບໍ່ຈື່ເລື່ອງມື້ຄືນນິ ຫລືຢາກໃຫ້ຂ້ອຍທົບທວນອີກ"

"ຢ່າ" ຂ້ອຍຍົກມືຂຶ້ນຫ້າມ ແຕ່ມັນບໍ່ສົນ ແຖມຍັງເລື່ອນຫນ້າເຂົ້າມາໃກ້ໆຫນ້າຂ້ອຍອີກ

 "ກຣີ້ດ!!" ນັ້ນບໍ່ແມ່ນສຽງຂອງຂ້ອຍ... ​ແຕ່ວ່າມັນເປັນສຽງຂອງນ້ອງສາວທີ່ດັງຂຶ້ນຢູ່ຂ້າງໆຫ້ອງ​

"ກະ ເກີດຫຍັງຂຶ້ນ" ຂ້ອຍຖາມອາເລັກແບບອັດຕະໂນມັດ...​ ເຊິ່ງມັນກໍ່ໄດ້ແຕ່ແກວ່ງຫົວ ແລະຍັງງົງກັບສຽງຮ້ອງຂອງນ້ອງສາວຂ້ອຍຢູ່

"ຂ້ອຍກະບໍ່ຮູ້ ໄປເບິ່ງເບາະວ່າເກີດຫຍັງຂຶ້ນ...." ອາເລັກອອກຄຳເຫັນ

"ອື້ມ... ​ແຕ່ວ່າກ່ອນຊິໄປ ໃສ່ເຄື່ອງໃຫ້ຂ້ອຍແດ່ໄດ້ບໍ່ ຂ້ອຍບໍ່ມີແຮງ"

.

.

ນ້າ Part

 

ແສງແດດຍາມແດດອ່ອນໆຂອງຍາມເຊົ້າລອດຜ່ານຜ້າກັ້ງກະທົບໃສ່ດວງຕາທັງສອງ ສົ່ງຜົນໃຫ້ຂ້ອຍຕ້ອງກະພິບຕາຖີ່ໆແລ້ວມືນຂຶ້ນມາ ຫລັງຈາກນັ້ນພ້ອມກັບສັງເກດໄປທົ່ວບໍລິເວນຂອງຫ້ອງ ເມື່ອສຳຫລວດໂຕເອງດີໆ ຂ້ອຍກໍ່ກຳລັງຢູ່ໃນສະພາບທີ່ປາດສະຈາກເສື້ອຜ້າ ລວມທັງເຫັນຊາຍຫນຸ່ມຄົນຫນຶ່ງກຳລັງພິກກາຍປິນຫນ້າມາຫາຂ້ອຍ ດ້ວຍສະພາບທີ່ບໍ່ຕ່າງຫຍັງຈາກຂ້ອຍ

"ກຣີ້ດ!!" ສຽງທີ່ດັງເທົ່າລຳໂພງສິບຫນ່ວຍຂອງຂ້ອຍລະເບີດຂຶ້ນ... ຈາກນັ້ນບັກເອກມັນກໍ່ສະຫລືມສະຫລືຕື່ນຂຶ້ນມາ

"ເຮີ້ຍ ເພິ່ນ....​" ມັນກໍ່ຕົກໃຈບໍ່ຫນ້ອຍທີ່ເຫັນຂ້ອຍກັບມັນຢູ່ຕຽງດຽວກັນໂດຍທີ່ແຕ່ລະຄົນບໍ່ມີຫຍັງປົກປິດໄວ້ ນອກຈາກຜ້າຫົ່ມຄົນລະຜືນ

"ເພິ່ນມານອນບ່ອນນີ້ໄດ້ແນວໃດ ອອກໄປດຽວນີ້!!" ເມື່ອຫຍັງໄດ້ທີ່ສາມາດຈະເປັນອາວຸດ ຂ້ອຍກໍ່ທັງດຶກທັງຟາກໃສ່ມັນເພື່ອລະບາຍອາລົມໂມໂຫ ຈົນຊິຂ້າຄົນໃຫ້ຕາຍໄດ້!!

"ຢຸດ!! ເຂົາບອກໃຫ້ຢຸດ" ມັນເອີ່ຍຫ້າມ ແຕ່ມີຫວາວ່າຂ້ອຍຊິຍອມ ຍັງຟາດມັນຢູ່ແບບນັ້ນ ຈົນກະທັ້ງມັນລວບລວມມືຂອງຂ້ອຍໄວ້ໄດ້

"ເຂົາຄວນຈະຖາມເພິ່ນຕ່າງຫາກເພິ່ນມານອນນີ້ໄດ້ແນວໃດ ມື້ຄືນພວກຫມູ່ເພິ່ນຫ້າມໄປຫ້ອງອື່ນ ສ່ວນເຂົາຍັງຈື່ໄດ້ວ່າພວກອ້າຍເພິ່ນພາເຂົ້າມາຫ້ອງນີ້" ເອກພະຍາຍາມອະທິບາຍເລື່ອງຕ່າງໆ ແຕ່ຂ້ອຍບໍ່ມີອາລົມຈະຟັງມັນເສວະນາອີ່ຫຍັງທັງນັ້ນ

"ຫຶ ບໍ່ຕ້ອງເວົ້າ ເຂົາບໍ່ຢາກຟັງ ແລ້ວອອກໄປດຽວນີ້ ອອກໄປ!!" ຂ້ອຍຊີ້ນິ້ວໄປທີ່ປະຕູແຕ່ວ່າ

"ແອ໊ດ" ສຽງປະຕູໄຂຂຶ້ນກ່ອນ ໂດຍທີ່ມີອາເລັກກຳລັງອຸ້ມອ້າຍຂ້ອຍ ຈາກນັ້ນກໍ່ວາງລາວລົງຢູ່ຕໍ່ຫນ້າຫ້ອງ

"ເຮີ້ຍ/ເຮີ້ຍ"

"ນ້າ ເອກ ເປັນຫຍັງພວກນ້ອງຄືຢູ່ຫ້ອງດຽວກັນ ແລ້ວພວກນ້ອງ"

“........................” ອ້າຍຂ້ອຍເອີ່ຍຖາມແລ້ວຊີ້ນີ້ມາໃສ່ພວກຂ້ອຍທີ່ມີສະພາບເປືອຍບໍ່ຕ່າງກັນ

"ຂ້ອຍບໍ່ຮູ້ ບໍ່ຮູ້ວ່າມັນເກີດເລື່ອງແບບນີ້ໄດ້ແນວໃດ" ເອກພະຍາຍາມອະທິບາຍເລື່ອງທຸກຢ່າງ...​

ແຕ່ຄຳເວົ້າຂອງມັນແຕ່ລະຄຳມັນຍິ່ງເຮັດໃຫ້ຂ້ອຍຫນ້າແດງກ່ຳຂຶ້ນດ້ວຍຄວາມເຫລືອໃຈ ແລ້ວກໍ່ແນມໄປເບິ່ງຫນ້າມັນດ້ວຍສາຍຕາທີ່ສຸດແສນຈະລັງກຽດ

"ນ້າລອງອະທິບາຍໃຫ້ອ້າຍຟັງເບິ່ງ ອ້າຍຂ້ອຍຫັນມາຖາມຂ້ອຍອີກຄັ້ງ"

"ຮຶກ ຮືໆໆ" ແຕ່ລາວພັດໄດ້ນ້ຳຕາຂອງຂ້ອຍແທນຄຳຕອບ

"ນ້າ....... ເອກຄາງຊື່ຂ້ອຍຄ່ອຍໆ"

"ເອີ່.... ເອື້ອຍນ້າ ຂ້ອຍວ່າ ໃຈເຢັນໆກ່ອນ" ອາເລັກພະຍາຍາມເວົ້າຍົວະໃຫ້ຂ້ອຍເຊົາລົງ ຮຶກ ແຕ່ຂ້ອຍບໍ່ມີອາລົມຫຍັງທັງນັ້ນ

"ອ້າຍເລ້ ພານ້ອງກັບບ້ານ"

"ເອີ່ ດະ ໄດ້ ດຽວອ້າຍຊິພາກັບ" (ໄດ້ຂ່າວວ່າໂຕເອງຍັງເອົາໂຕບໍ່ລອດລະ: ຜູ້ຂຽນ)

"ບໍ່ໄດ້" ແຕ່ເອກຮ້ອງທ້ວງຂຶ້ນກ່ອນຈະຖາມດ້ວຍນ້ຳສຽງແຂງໆ "ເພິ່ນຕ້ອງບອກເຂົາກ່ອນວ່າເຮົາມາຢູ່ຫ້ອງນີ້ໄດ້ແນວໃດ!!"

"ເອີ່.... ເລື່ອງທີ່ອ້າຍມາຢູ່ນິ້ໄດ້ຍ້ອນເຮົາກັບແຟນເຮົາພາອ້າຍຂຶ້ນມາເອງ..... ແຕ່ນ້ອງບໍ່ຮູ້ໃດ໋ວ່າ ເອີ່... ມີເອື້ອຍນ້າຢູ່ນຳ"

ຫລັງຈາກທີ່ອາເລັກໄດ້ອະທິບາຍ ມັນຍິ່ງເຮັດໃຫ້ສະຖານະການແຮງຄຽດຂຶ້ນກວ່າເກົາ... ຮຶກ ຂ້ອຍບໍ່ຢາກຢູ່ນີ້ແລ້ວ ບໍ່ຢາກຢູ່ຫາຍໃຈກັບຄົນທີ່ຂ້ອຍຊັງຈົນເຂົ້າກະດູກດຳອີກແລ້ວ

"ຮຶກ.... ອ້າຍເລ້ ພານ້ອງກັບບ້ານເຖ໊າະ ຂ້ອຍບອກຜູ້ເປັນອ້າຍອີກຄັ້ງທີ່ ແຕ່ເອກພັດຢື່ນມືໃຫຍ່ມາຈັບແຂນຂ້ອຍໄວ້ກ່ອນ

"ດຽວຊິໄປໃສ...... ເຂົາຫຍັງບໍ່ໄດ້ເວົ້າຫຍັງກັບເພິ່ນເລີຍ!!"

ສາຍຕາຂອງເອກທີ່ແນມມາ ມັນເຕັມໄປດ້ວຍຫລາກຫລາຍຄຳຖາມ ແຕ່ຂ້ອຍບໍ່ມີອາລົມຈະຕອບຍັງອີກ

"ປ່ອຍ ຮຶກ ຢ່າເອົາມືເປັນຕາຂີ້ດຽດຂອງມັນຈັບແຂນເຂົາ" ຂ້ອຍບອກອອກໄປດ້ວຍນ້ຳສຽງຈິງຈັງ ຈາກນັ້ນກໍ່ຟິດມືມັນອອກແຮງໆ "ແລ້ວບໍ່ຕ້ອງມາຖາມເລື່ອງບໍ່ມີສາລະແບບນີ້ອີກ ເຂົາບໍ່ຢາກຟັງ!!"

"ຂະ ເຂົາຂໍໂທດ........ ເຂົາບໍ່ຮູ້ວ່າເລື່ອງມັນເປັນແນວໃດ...... ສ່ວນເລື່ອງນີ້ຈັງໃດເຂົາກະຊິຮັບຜິດຊອ_"

"ບໍ່ຕ້ອງ ....​ ຂ້ອຍຕັດບົດມັນທັນທີ ເຂົາບໍ່ຕ້ອງການຄວາມຮັບຜິດຊອບຈາກເພິ່ນ... ເພິ່ນມັນຊົ່ວ ຮຶກ ຂະຫນາດເຮັດອີ່ຫຍັງລົງໄປ ເພິ່ນຍັງຈືຫຍັງບໍ່ໄດ້ເລີຍ ຮຶກ ຄົນແບບນີ້ນິ!! ເຂົາຊິເອົາມາຮັບຜິດຊອບຊີວິດເຂົາທັງຊີວິດ!! ຮືໆໆ"

"..............................."

"ເລື່ອງທັງຫມົດ ຄືຖືວ່າເຮັດທານໃຫ້ກັບມາໂຕຫນຶ່ງກະເລີຍກັນ ຮຶກ ອ້າຍເລ້ນ້ອງຢາກກັບບ້ານ"

ສຸດຄວາມຂ້ອຍກໍ່ລຸກອອກຈາກຕຽງທັນທີ ໂດຍທີ່ບໍ່ລືມຫາບາງສິ່ງບາງຢ່າງມາປົກພຽງສ່ວນສຳຄັນໄວ້......

ຮຶກ ຂ້ອຍເຈັບ.... ເຈັບຈົນຊິຂາດໃຈຕາຍຢູ່ແລ້ວ ຮືໆໆ

.

.

.

ດຣາມາຫລາຍເຕີບຕອນນີ້

ລະຕໍ່ໄປເອກຊິຈັດການຈັງໃດເນາະ

ຕອນນີ້ມີແຕ່ຄົນເສຍຫາຍຮາໆໆ

ຈັງໃດກະເມັ້ນແດ່ເດີ້ ອິໆໆ

 

 

 

 

 

 

 

Delicious Digg Fark Twitter