ຕອນທີຊາວເກົ້າ
ບອກຄວາມຈິງ
ຫລັງຈາກທີ່ອ້າຍເລ້ໄດ້ພະຍາຍາມຍົວະໃຫ້ຂ້ອຍລອງເປີດໃຈໃຫ້ເອກອີກເທື່ອຫນຶ່ງ... ມັນກໍ່ເຮັດໃຫ້ຕ້ອງນັ່ງຄິດທົບທວນຫລາຍຄັ້ງ ແຕ່ວ່າຂ້ອຍບໍ່ຮູ້ຊິເລີ່ມຈັງໃດກ່ອນນະ... ຊິໂທໄປຫາມັນກະບໍ່ກ້າ ຊິເຂົ້າໄປຫາມັນກະຢ້ານ...
ສະພາບຂອງຂ້ອຍຕອນນີ້ກະເລີຍໄດ້ແຕ່ຍ່າງກັບບ້ານຢ່າງເບື່ອຫນ່າຍຫລັງຈາກທີ່ເລີກຮຽນແລ້ວ
"ນ້າ!! ຖ້າເຂົາແດ່" ເອກຮ້ອງໃສ່ຂ້ອຍທາງຫລັງໃນຂະນະທີ່ເຈົ້າໂຕກຳລັງເພີ່ມຄວາມໄວໃນການຍ່າງ ຈົນກະທັ້ງມາຢຸດຢູ່ຂ້າງໆໂຕຂ້ອຍ "ເພິ່ນເອົາລົດມາບໍ່"
ບໍ່ ຂ້ອຍຕອບໄປຕາມຄວາມຈິງ
"ເອີ່... ໃຫ້ເຂົາໄປສົ່ງເພິ່ນບໍ່
"ອື້ມ ຂ້ອຍງຶກຫົວຕອບຕົກລົງ... ຈາກນັ້ນກໍ່ພາຕົນເອງນຳຫນ້າເອກອອກໄປ ໂດຍທີ່ມັນຍັງຢືນງົງກັບຄຳຕອບຂອງຂ້ອຍຢູ່ ຂ້ອຍກໍ່ເລີນຫັນຫລັງໄປເວົ້ານຳມັນອີກ "ມາລະແມ່"
"ອະ ອື້ມ...... ເອີ່ ດຽວເຂົາຊິຖືກະເປົາເພິ່ນ"
"ອື້ມ..." ຂ້ອຍຢືນກະເປົ່າລາຄາແພງໃຫ້ເອກ... ໃນຂະນະທີ່ກຳລັງກ້າວຂາອອກໄປພ້ອມກັນ...
ຂ້ອຍສັງເກດເຫັນອີກຝ່າຍຫລຽວມາເບິ່ງຫນ້າຂ້ອຍຕະຫລອດພ້ອມກັບຍິ້ມອອກມາເປັນໄລຍະໆ
"ເພິ່ນໃຫ້ອະໄພເຂົລະຫວາ... ມືນີ້ຄືຍອມໃຫ້ເຂົາໄປສົ່ງ"
"ຍັງເທື່ອ"
"ອ້າວ!!... ນຶກວ່າຊິຍົກໂທດໃຫ້ແລ້ວສາດອກ..... ເພິ່ນເເຮັດແບບນີ້ ສ່ຳກັບໃຫ້ຄວາມຫວັງເຂົາລ້າໆ" ເວົ້າດ້ວຍຄວາມນ້ອຍໃຈ
"ຊິເວົ້າແບບນັ້ນກະໄດ້..... ລະເພິ່ນຢາກໃຫ້ເຂົາໃຫ້ຄວາມຫວັງເພິ່ນບໍ່..."
"ຢາກຕົວະ...".ຕອບທັນທີ "ເພິ່ນຊິໃຫ້ເຂົາຖ້າ ໃຫ້ເຮັດຫຍັງ ເຂົາກະຍອມ... ຄັນເພິ່ນໃຫ້ໂອກາດເຂົາອີກເທື່ອຫນຶ່ງ"
"ອື້ມ...... ພໍດີເຂົາກັບເອົາໄປຄິດແລ້ວວ່າບາງເທື່ອລອງເປີດໃຈຍອມຮັບເພິ່ນເບິ່ງອີກເທື່ອຫນຶ່ງ ມັນອາດຈະເຮັດໃຫ້ເລື່ອງດີຂຶ້ນກວ່າເກົ່າ"
"ຂອບໃຈ ນ້າ.... ທີ່ຍອມເປີດໃຈໃຫ້ເຂົາ ເຂົາສາບານເລີຍວ່າເຂົາຊິເອົາໃສ່ take care ເພິ່ນເປັນຢ່ງດີເລີຍ"
"ແຕ່ເພິ່ນບໍ່ຕ້ອງສາບານກະໄດ້"
"ເພິ່ນບໍ່ເຊື່ອໃຈເຂົາຫວາ" ຖາມຂ້ອຍກັບທັນທີ
"ບໍ່ແມ່ນວ່າບໍ່ເຊື່ອໃຈ... ພຽງແຕ່ເລື່ອງລະຫວ່າງເຂົາກະເພິ່ນມັນແມ່ນເລື່ອງທີບໍ່ແນ່ນອນ... ສະນັ້ນ ເພິ່ນບໍ່ຈຳເປັນຕ້ອງສາບານນຳເຂົາກະໄດ້"
"ເປັນຫຍັງຊິບໍ່ແນ່ນອນ" ເອກຖຽງ... ເ"ຂົາຫມັ້ນໃຈລ້ານເປີເຊັນເລີຍວ່າເຂົາຈິງຈັງນຳເພິ່ນ ເຂົາບໍ່ມີທາງປ່ຽນໃຈໄປຈາກເພິ່ນດອກ ......." ເລື່ອງນີ້ຂ້ອຍເຊື່ອມັນ ແຕ່ວ່າເລື່ອງທັງຫມົດມັນບໍ່ໄດ້ເປັນຍ້ອນອີກຝ່າຍ ແຕ່ມັນເປັນຍ້ອນຂ້ອຍຕ່າງຫາກ "ເຖິງວ່າເຂົາຈະເຈົ້າຊູ້ຫລາຍໃຈ ແຕ່ຕອນນີ້ເຂົາຢຸດທີ່ເພິ່ນແລ້ວ"
"ເຂົາຮູ້... ແຕ່ເລື່ອງທີ່ເຂົາບໍ່ຍັງລັງເລ ແລະຄິດວ່າມັນບໍ່ແມ່ນເລື່ອງແນ່ນອນ ມັນເປັນຍ້ອນເຂົາຕ່າງຫາກ ແລະຖ້າເພິ່ນຮູ້ເລື່ອງທັງຫມົດ ເພິ່ນຫາກຊິເຂົ້າໃຈເອງດອກ"
"ເພິ່ນຫມາຍຄວາມວ່າແນວໃດ ເຂົາບໍ່ເຂົ້າໃຈ" ຖາມດ້ວຍສີຫນ້າງົງ
"ລະເພິ່ນເຄີຍໄດ້ຍິນຍິນເລື່ອງຄວາມລັບບໍ່ມີໃນໂລກບໍ່" ຂ້ອຍບໍ່ຕອບຕາມຄຳຖາມມັນ ແຕ່ປ່ຽນໄປຖາມມັນແທນ
"ກະເຄີຍ... ແຕ່ມັນກະບໍ່ກ່ຽວກັບເລື່ອງຂອງເຮົາຈັກຫນ້ອຍ (ກ່ຽວຕົວະ... ກ່ຽວຂ່້ອງທີ່ສຸດ) ແລະເຂົາກະບໍ່ເຂົ້າໃຈເພິ່ນເວົ້ານະ ແຮງອະທິບາຍແຮງງົງ"
"ເຮີ່ຍ...." ຂ້ອຍຖອນຫັນໃຈຄ່ອຍໆ "ດຽວດົນໆໄປເພິ່ນຫາກຊິຮູ້ເອງດອກ... ຕອນນີ້ເຂົາບໍ່ສາມາດໃຫ້ຄຳຕອບເພິ່ນໄດ້... ເອົາໄວ້ໃຫ້ເຂົາພ້ອມແລະມີໂອກາດທີ່ເຫມາະສົມ ເຂົາຊິອະທິບາຍເລື່ອງທັງຫມົດໃຫ້ເພິ່ນຟັງເອງ"
"ອື້ມ" ມັນງຶກຫົວຕອບ...
ແຕ່ພາຍໃນໃຈຂອງເອກ ຂ້ອຍຮູ້ວ່າອີກຝ່າຍຕ້ອງການຢາກຮູ້ຫລາຍສ່ຳໃດ ພຽງແຕ່ບໍ່ຢາກຊູຊີຖາມຂ້ອຍໃຫ້ມັນເສຍບັນຍາກາດ... ແຕ່ຖ້າມັນກ້າຖາມຂຶ້ນມາ ຂ້ອຍກະບໍ່ກ້າບອກມັນຢູ່ດີ
"ເອີ້ແລ້ວມື້ນີ້ຮຽນເປັນແນວໃດ..." ເອກຫາເລື່ອງໃຫມ່ມາສົນທະນາ ເພື່ອບໍ່ໃຫ້ສະຖານະການທີ່ເປັນຢູ່ມັນຮ້າຍລົງກ່ອນເກົ່າ
"ກະດີ ບໍ່ໄດ້ຮຽນຢູ່ຫ້ອງດຽວກັບເພິ່ນ ມັນກະເລີຍບໍ່ເລື່ອງວຸ້ນວາຍໃຫ້ປວດຫົວ"
"ເວົ້າໃຫ້ເຂົາຫັນນະ!! ບໍ່ສົນໃຈກັນເລີຍ ຮູ້ບໍ່ວ່າມັນເຈັບ" ມັນເວົ້າພ້ອມກັບເອົາມືເຈັບເອິກ ເຮັດທຳທ່າເຈັບປວດດ້ວຍທ່າທາງໂອເວີ້
"ພໍລະໆ ເຮັດຫຍັງກະໂພດ"
"ແຕ່ເຂົາເຈັບແທ້ໆໃດ໋" ມັນຍັງບໍ່ເລີກຫລິ້ນ "ເພິ່ນນະເວົ້າແທງໃຈດຳເຂົາຂະຫນາດ ບໍ່ອີ່ຕົນເຂົາແດ່ຫວາ"
"ບໍ່!! ອີ່ຕົນເຮັດຫຍັງວະ!! ຄັນຊິອີ່ຕົນນະ ອີ່ຕົນໂຕເອງດີກວ່າ ທີ່ເສຍທ່າໃຫ້ຄົນຄືເພິ່ນ!!"
"ໂດຍໆ.... ຈັງໃດເຂົາກະຊິຮັບຜິດຊອບຢູ່ນິແລະ"
"ເອີ້ໆ ຮູ້ຢູ່ດອກ ຟັງຈົນເມື່ອຍລະ!!..... ວ່າແຕ່ເພິ່ນເຖາະ... ຈັດການປັນຫາເພິ່ນແລ້ວລະເບາະ"
"ເປັນຫາຫຍັງ?"
"ກະເລື່ອງຂອງເພິ່ນກັບເກດຫັ້ນ......" ຈຶກ ມັນຢຸດຢ່າງທັນທີຫລັງຈາກທີ່ຂ້ອຍຖາມມັນ.... ຫຶ ທ່າທາງແບບນີ້ບໍ່ບອກກະຮູ້ລະ
"ໂອເຄ ຖ້າເພິ່ນບໍ່ຈັດການເລື່ອງນີ້ໃຫ້ມັນແລ້ວ... ເພິ່ນບໍ່ຕ້ອງສະເຫນີຫນ້າມາໃຫ້ເຂົາເຫັນອີກ" ຂ້ອຍຫັນໄປເວົ້າໃສ່ມັນດ້ວຍສຽງແຂງໆ... ເອົາຈົນອີກຝ່າຍມີອາການຮ້ອນຮົນໃຈທັນທີ
"ດຽວເລື່ອງນີ້ເຂົາຊິຈັດການເອງ... ເອົາມື້ນີ້ເລີຍດີບໍ່"
"ເອີ້ ດີ..... ເຂົາບໍ່ຢາກໃຫ້ເລື່ອງມັນຄາລາຄາຊັງ ສະນັ້ນເພິ່ນຮີບບອກເລີກເກດເລີຍ ແຮງໄວແຮງດີ"
"ບໍ່ມີທາງ!!" ສຽງແຫລມໆຂອງເກດດັງຂຶ້ນທັງຫລັງ ເປັນຜົນໃຫ້ພວກຂ້ອຍຕ້ອງຫັນຫນ້າໄປຫາຕົ້ນສຽງຢ່າງຫລີກລ້ຽງບໍ່ໄດ້....
ເຮີ່ຍ.... ສະຖານະການເລວຮ້າຍກຳລັງຈະວິບັດຂຶ້ນລະ
"ຫຶ ຫນ້າດ້ານ!!" ເວົ້າໃນຂະນະທີ່ກຳລັງກ້າວຂາເຂົ້າມາໃກ້... "ຢາກໄດ້ຜົວຄົນອື່ນແຮງຫວາຫ໊ະ!!"
"ເກດ!! ຢຸດເວົ້າດູຖູກຄົນອື່ນໄດ້ແລ້ວ!!" ເອກຊີ້ຫນ້າດ່າຢ່າງບໍ່ເວັ້ນຫນ້າຄືກັນ
"ຫຶ ຊິໃຫ້ເຂົາຢຸດຫວາ ບໍ່ມີທາງ!!... ເອກ ເພິ່ນຮູ້ບໍ່ວ່າອີ່ນີ້ມັນຮ້າຍກາດສ່ຳໃດ... ມັນຍອມເອົາໂຕເຂົ້າແລກ ຍ້ອນຫວັງຊິແຍກພວກເຮົາອອກຈາກກັນ....". ເກດໃຊ້ສຽງດັງເພື່ອທີ່ຈະປະຈານຂ້ອຍໂດຍສະເພາະ ແຕ່ມີຫວາວ່າຂ້ອຍຊິຍອມໃຫ້ຖືກດ່າຝ່າຍດຽວ
"ບໍ່ມີໃຜກ້າເຮັດເລື່ອງປັນຍານັ້ນດອກ ເກດ"
"ກະເພິ່ນຫັ້ນເດ!!....... ໃຈກ້າ ຫນ້າດ້ານ!!.... ທັງທີ່ເອກມີເຂົາຢູ່ແລ້ວ ເພິ່ນຍັງມາຍາດເອົາໄປໄດ້!!"
"ເກດ!! ບໍ່ມີໃຜຍາດໃຜດອກ!!.... ເອກອະທິບາຍຊ່ວຍອີກຄົນ"
"ເປັນຫຍັງຊິບໍ່ມີໃຜຍາດ ກະອີ່ໂສເພ_ຢູ່ຂ້າງໆເພິ່ນຫັ້ນເດ"
"ເກດ!!" ຂ້ອຍອົດບໍ່ໄດ້ທີ່ຈະຮ້າຍຄືນ.... "ທີ່ເພິ່ນວ່າເຂົາເປັນແບບນີ້ນະ... ສຳຫລວດໂຕເອງໃຫ້ດີໆເຖາະ... ຫຶ ໂຕເອງກະບໍ່ມີຫຍັງດີເລີຍ ແຖມຍັງຈິດໃຈອຳມະຫິດຕ່ຳຊາມຮ້າຍກ່ອນສັດເດຍລະສານ ຈົ່ງໃຈຂັບລົດຕຳເຂົາເກືອບຕາຍ ແຕ່ດີທີ່ເອກເຂົາມາຊ່ວຍໄວ້ທັນ ຄັນບໍ່ຊັ້ນ ເພິ່ນກາຍເປັນຄາດຕະກອນແທ້ໆ ເກດ!"...
ຂ້ອຍເປີດໂປງອີກຝາຍຈົນບໍ່ເຫລືອກຊາກສິ້ນດີໆໃຫ້ເຫລືອໄວ້.... ເຖິງຂ້ອຍຈະບໍ່ມີຫລັກຖານໃດໆ ແຕ່ຂ້ອຍກະຫມັ້ນໃຈຮ້ອຍເປີເຊັນວ່າແມ່ນນາງແນ່ນອນ
"ມະ ມີຫລັກຖານອີ່ຫຍັງມາກ່າວຫາເຂົາຫນ້າດ້ານໆແບບນີ້!!"
"ບໍ່ມີ.... ແຕ່ເຂົາກະຮູ້ວ່າເພິ່ນຈົງໃຈເຮັດໃສ່ເຂົາ... ແຖມຍັງສົ່ງຂໍ້ຄວາມມາຂູ່ເຂົາອີກ..".
"ແມ່ນຫວາເກດ!! " ເອກເອີ່ຍຖາມດ້ວຍສຽງເປັນຕາຢ້ານ ໂດຍທີ່ຂ້ອຍບໍ່ເຄີຍເຫັນມັນໃນອາລົມແບບນີ້ມາກ່ອນ... ສ່ວນຝ່າຍກໍລະນີໄດ້ແຕ່ຢືນໂຕສັ່ນພ້ອມກັບແກວ່ງຫົວປັດຕິເສດ
"ບໍ່ ເຂົາບໍ່ໄດ້ເຮັດເລື່ອງບ້າໆແບບນັ້ນ....". ເກດຕອບອອກໄປບໍ່ເປັນສຽງປົກກະຕິ... ໃນເມື່ອນາງຢ້ານສາຍຕາຈັບຜິດແບບໂຫດໆຂອງເອກ
"ເພິ່ນຕົວະບໍ່ຄືເລີຍ ເກດ... ເລື່ອງນີ້ນະ ເຂົາກະສົງໄສມາແຕ່ດົນແລ້ວວ່າເພິ່ນຕ້ອງມີສ່ວນກ່ຽວຂ້ອງ!! ຫຶ ມັນຄືຊິຮອດເວລາແລ້ວແລະ ທີ່ເຂົາຈະເປັນຄົນຈັດການຢຸດຕິຄວາມສຳພັນນຳເພິ່ນໄວ້"
"ຫມະ ຫມາຍຄວາມວ່າແນວໃດ?"
"ເຮົາເລີກກັນເຖ໊າະ!!" ພຽງແຕ່ປະໂຫຍກສັ້ນໆຂອງເອກທີ່ຫາກະບໍ່ອອກໄປ... ເອົາຈົນນ້ຳຕາຂອງເກດກໍ່ໄຫລອາບແກ້ມຂາວໆນັ້ນທັນທີ... ເຖິງມັນຈະເປັນປະໂຫຍກເທົ່າໃດຄຳ ແຕ່ມັນກໍ່ເຈັບຍິ່ງກວ່າຕົບຫນ້າຫລາຍໆບາດ
"ລະ ເລີກກັນ... ເກດທວນຄຳຖາມທັງນ້ຳຕາ ຮຶກ ທັງຫມົດເປັນຍ້ອນອີ່ກະຫ_ ນີ້ແມ່ນບໍ່ ຮືໆໆ "ສຽງສະອຶ້ນຂອງເກດ ມີອຳນາດພໍຈະເຮັດໃຫ້ຄົນທີ່ກາຍໄປກາຍມາຕ່າງກໍ່ແນມເບິ່ງເປັນສາຍຕາດຽວ
"ເກດ ເຂົາບອກແລ້ວວ່າບໍ່ໄດ້ແມ່ນນ້າ... ແຕ່ແມ່ນຍ້ອນເຂົາເອງທີ່ເຂົາໄປຫານ້າເອງ ຈົນເລື່ອງມັນກາຍເປັນແບບນີ້... ລະອີກຢ່າງນະ ເຂົາກະເຄີຍບອກເພິ່ນແລ້ວວ່າ ເຂົາກັບເພິ່ນຄົບກັນໂດຍທີ່ບໍ່ມີຄວາມຮັກເຂົ້າມາກ່ຽວ"
"ແຕ່ເຂົາຮັກເພິ່ນ ເອກ ຮຶກ ເຂົາຮັກເພິ່ນ" ເກດພະຍາຍາມຢືນຢັນຄຳເວົ້າຂອງຕໍ່ເອງໃຫ້ເອກຟັງ... ປານວ່າຂ້ອຍກຳລັງຢູ່ໃນສາກຫນັງເລື່ອງຫນຶ່ງ... ແຕ່ໃນຊີວິດຈິງ ມັນສຸດແສນຈະຫນັກຫນາກວ່າຫັ້ນ
"ເຊົາເຖ໊າະເກດ.... ເຂົາບໍ່ຢາກຈະຟັງເລື່ອງບໍ່ມີສາລະນຳເພິ່ນອີກ ແລະເຂົາຍັງຢືນຢັນຄຳເກົ່າວ່າເຂົາບໍ່ເຄີຍຮັກເພິ່ນແລະບໍ່ຄິດທີ່ຈະຮັກ!!"
ຮຶກ ເປັນຍ້ອນມັນແມ່ນບໍ່ເອກ ຮືໆໆ ເພິ່ນມັກມັນແມ່ນບໍ່!! ຫ໊ະ!!”
“ເອິ້ ເຂົາມັກນ້າ ຮູ້ແບບນີ້ແລ້ວຢ່າມາຫຍຸ້ງກັບນ້າເດັດຂາດ ຖ້າເຂົາຮູ້ວ່າເພິ່ນມາຫຍຸ້ງກັບນ້າອີກ ເຂົາບໍ່ເອົາເພິ່ນໄວ້ແທ້”
ເອກລາກແຂນຂ້ອຍອອກຈາກບ່ອນທີ່ມີຫລາຍຄົນແນມເບິ່ງ ເຊິ່ງຂ້ອຍໄດ້ຍິນແຕ່ສຽງນ້າທັງໄຫ້ ທັງດ່າຄົນທີ່ຫຸ້ມເບິ່ງ .....
.
.
.
ນ້າຍອມເປີດໃຈຍອມຮັບເອກແລ້ວ
ຕິດຕາມຕໍ່ໄປເດີ້ວ່າຕອນຕໍ່ໄປຊິເປັນແນວໃດ
ແລະທີ່ສຳຄັນເມັ້ນໃຫ້ກັນແດ່