ຕອນທີສາມສິບຫ້າ
ບອກໃນທີ່ສຸດ
ຫລັງຈາຈັດການການປັນຫາທີ່ຍັງບໍ່ທັນຈົບ... ເອກກໍ່ຈູງແຂນຂ້ອຍອອກຈາກສະຖານະການທີ່ເລວຮ້າຍ ໂດຍທີ່ມັນມຸ່ງຫນ້າຂັບລົດອອກມາບໍ່ທີ່ບໍ່ຮູ້ຈຸດຫມາຍປາຍທາງ... ຈົນກະທັ້ງມັນຢຸດທີ່ແຮງຫນຶ່ງ ເປັນບ່ອນທີ່ມີແມ່ນ້ຳຂະຫນາດໃຫຍ່ໄຫລຜ່ານ ເຊິ່ງກໍ່ເຮັດເກີດມີລົມເຢັນໆພັດຜ່ານເຂົ້າມາຢ່າງບໍ່ຂາດສາຍ ໂດຍທີ່ອ້ອມຂ້າງຂອງຂ້ອຍທັງທີ່ສີດ້ານປະກອບໄປດ້ວຍສວນສາທາລະນະທີ່ງຽບສະຫງົບ ປາດສະຈະສຽງຜູ້ທີ່ຄົນທີ່ອາດຈະທຳລາຍບັນຍາກາດໂລແມນຕິກລົງ... ແສງສະຫວ່າງຈາກດວງຈັນແລະດວງດາວ ກໍ່ເປັ່ງປະກາຍໂດດເດັ່ນເຕັມທ້ອງຟ້າ... ເຖິງແມ່ນວ່າທຸກສິ່ງທຸກຢ່າງທີ່ຕັ້ງເດັນສະຫງ່າຢູ່ຕໍ່ຫນ້າມັນຈະງົດງາມພຽງໃດກໍ່ຕາມ ແຕ່ມັນກໍ່ບໍ່ໄດ້ເຮັດໃຫ້ຂ້ອຍຮູ້ສຶກຫຍັງດີຂຶ້ນ ນອກເສຍຈາກຈະນັ່ງຖອນຫາຍໃຈຢ່າງເມື່ອຍລ້າຢູ່ບ່ອນຕັ້ງສາທາລະນະ ທີ່ມີເອກກຳລັງນັ່ງຫລິ້ນເປັນຫມູ່ຢູ່ທາງຂ້າງ
"ແລ້ວເຮົາຊິເຮັດຫຍັງຕໍ່ໄປດີ" ປະໂຫຍກທີ່ເບື່ອຫນ່າຍຂອງຖືກເອີ່ຍຂຶ້ນເພື່ອທຳລາຍຄວາມງຽບລົງ
"ບໍ່ຮູ້ຄືກັນນະ ຕອນນີ້ມັນມືດແປດດ້ານ ຄິດຫຍັງບໍ່ອອກເລີຍ"
"ເຮີ່ຍ... ກະວ່າແລະ... ຖ້າຍ້ອນເວລາໄປໄດ້ນະ ບາງເທື່ອເລື່ອງແບບນີ້ຄືຊິບໍ່ອາດເກີດຂຶ້ນ"
"ເຂົາຂໍໂທດ ຂໍໂທດທີເຮັດໃຫ້ເພິ່ນລຳບາກໃຈ ຍ້ອນເຂົາ
"ອື້ມ... ແຕ່ຈັງໃດ ເຂົາກະເປັນຄົນຜິດຄືກັນຫັ້ນແລະ.. ເລື່ອງນີ້ບໍ່ມີໃຜຖືກຈະຄົນ ສະນັ້ນເພິ່ນບໍ່ຕ້ອງໂທດໂຕເອງກະໄດ້"
"ໂອເຄ ເຂົາບໍ່ໂທດໂຕເອງກະໄດ້... ແຕ່ວ່າຈັງໃດເຂົາກະບໍ່ຢາກໃຫ້ເພິ່ນຄຽດເລື່ອງນີ້ນະ ດຽວມັນຊິກະທົບເຖິງລູກ"
ເອກບອກດ້ວຍຄວາມເປັນຫ່ວງ ທີ່ກຳລັງສົ່ງຜ່ານອອກມາທາງແວວຕາຢ່າງເລິກເຊິ່ງ
"ເຂົາຊິພະຍາຍາມກະແລ້ວກັນ... ດຽວລູກເຮົາກະຊິຄຽດໄປນຳ"
"ແລະຕອນນີ້ຮູ້ສຶກປວດຮາກ ຫລືວິນຫົວອີ່ຫຍັງບໍ່"
"ອຶ... ແຕ່ຕອນນີ້ເຂົາຮູ້ສຶກປັ້ນທ້ອງ... ສົງໄສຊິຄຽດເກີນໄປ "
"ຫັ້ນແລະ ບອກແລ້ວວ່າບໍ່ຕ້ອງຄຽດ ເຂົາວ່າໃຫ້ເພິ່ນລອງນຶກເຖິງແຕ່ແນວດີໆດີກວ່າ ບາງເທື່ອມັນອາດຈະເຮັດໃຫ້ເພິ່ນໄຄຂຶ້ນກະໄດ້"
"ແລ້ວຈະໃຫ້ນຶກເຖິງຫຍັງລະ" ຂ້ອຍຖາມເອກດ້ວຍຄວາມຢາກຮູ້
"ເອີ້ຫັ້ນແລະ... ເຂົາກະຍັງຄິດບໍ່ອອກເລີຍວ່າມີເລື່ອງຫັຍງດີແດ່... ເອີ້ແຕ່ວ່າເຂົາມີເລື່ອງຫນຶ່ງຈະເລົ່າໃຫ້ຟັງເບິ່ງ ບາງເທື່ອມັນອາດຈະເຮັດໃຫ້ເພິ່ນດີຂຶ້ນກະໄດ້ ຫລືວ່າອາດຈະບໍ່ດີວະ"
"ອ້າວ!! ເລື່ອງມັນເປັນແນວໃດກັນແທ້ຫັ້ນ"
"ກະບໍ່ຮູ້ແລະ.... ວ່າແຕ່ເພິ່ນຊິຟັງບໍ່ລະ"
"ກະລອງຟັງເບິ່ງກ່ອນ ບາງເທື່ອອາດຈະເຮັດໃຫ້້ເຂົາຮູ້ສຶກດີຂຶ້ນກະໄດ້"
"ອຶ້ມ ແຕ່ກ່ອນຊິເລົ່ານະ ເຂົາຖາມເພິ່ນຢ່າງຫນຶ່ງໄດ້ບໍ່"
"ຊິຖາມຫຍັງລະ"
"ກະຢາກຖາມເພິ່ນວ່າ... ຄວາມຮັກຂອງເພິ່ນມັນເປັນແນວໃດ"
"ອື່ມ.... ມຸມມອງຄວາມຮັກຂອງເຂົາ... ມັນກະບໍ່ມີຄຳທີ່ຈະມາອະທິບາຍໄດ້ຢ່າງສວຍງາມ ເພາະຖ້າຫາກເວລາທີ່ເຮົາຈະຮັກໃຜ ເຮົາກະຮັກເລີຍຢ່າງບໍ່ລັງເລ ເພາະວ່າ ຄວາມຮັກຂອງເຂົາມັນເປັນແມ່ນສິ່ງທີ່ຕອບບໍ່ໄດ້ ແຕ່ໃຊ້ຄວາມຮູ້ສຳພັດເຖິງມັນແທນ"
"ຫວາ... ສ່ວນຄວາມຮັກຂອງເຂົາມັນກະຄືກັບທຽນເຫລັ້ມຫນຶ່ງ ເພິ່ນເຄີຍໄດ້ຍິນຄວາມຮັກຂອງແສງທຽນບໍ່?"
"ບໍ່... ຂ້ອຍແກວ່ງຫົວຄ່ອຍໆກ່ອນຈະເວົ້າຕໍ່ ບໍ່ເຄີຍ ແລະທີ່ເພິ່ນຊິເລົ່າເລື່ອງໃຫ້ເຂົາຟັງແມ່ນເລື່ອງຄວາມຮັກຂອງແສງທຽນນິ"
"ອຶ້ມ... ແມ່ນຄວາມເພິ່ນເວົ້າຫັ້ນແລະ... ດຽວເຂົາຊິເລົ່າໃຫ້ເພິ່ນກ່ອນ... ຖ້າສົມມຸດຊິໃຫ້ປຽບທຽບກັບຄວາມຮັກໃສ່ກັບທຽນເຫລັ້ມຫນຶ່ງ ມັນກໍ່ຄືຄວາມຮັກ ທີ່ມີແຕ່ຄວາມຫວັງລົມໆແລ້ງໆ ແລະກະຖືກເບິ່ງວ່າບໍ່ມີຄວາມຫມາຍ"
"ຫມາຍຄວາມວ່າຈັງໃດ ເຂົາບໍ່ເຂົ້າໃຈ" ເອີ່ຍຖາມອີກຝ່າຍດ້ວຍຄວາມມຶນງົງ
"ກະຫມາຍຄວາມວ່າ ທຽນທຸກເຫລັ້ມຈະຖືກໃຊ້ໃນເວລາທີ່ແສງໄຟດັບລົງໄປ ແລະມັນມີຄວາມຫມາຍໃນເວລາທີ່ຈຳເປັນເທົ່ານັ້ນ... ສ່ວນເຂົາກະເປັນຄືແບບສຽງທຽນຫັ້ນແລະ ພະຍາມເຮັດທຸກຢ່າງໃຫ້ເພິ່ນຮູ້ວ່າເຂົາຮັກເພິ່ນ ເຖິງວ່າມັນອາດຈະສ່ອງບໍ່ຮອດເຖິງໃຈຂອງເພິ່ນກໍ່ຕາມ ແຕ່ຈັງໃດເຂົາຊິປະກາຍແສງນ້ອຍໆທີຕົວເອງມີພໍໃຫ້ເພິ່ນແນມເຫັນທາງ ຈົນກວ່າວ່າມັນຈະລາຍລົງໄປ"
"ແຕ່ວ່າເພິ່ນເປັນຫລາຍກວ່າຫັ້ນໃດ໋" ຂ້ອຍບອກອອກໄປທັນທີໂດຍທີ່ບໍ່ທັນຄິດດ້ວຍຊ້ຳ
ຮຶ??
"ຄື... ເອີ່... ເຂົາບອກວ່າ ເພິ່ນເປັນຫລາຍກວ່າແສງທຽນນັ້ນ"
"ຫມະ ຫມາຍຄວາມວ່າແນວໃດ" ເອກເຮັດຄິ້ວຫຍຸ້ງຖາມຂ້ອຍ
"ມັນກະຫມາຍຄວາມວ່າ ເພິ່ນເປັນທັງແສງອາທິດ ແສງດາວ ແສງພະຈັນ ແລະແສງສະຫວ່າງທີ່ນຳພາຊີວິດຂອງເຂົາໃຫ້ມີຄວາມສວຍງາມຂຶ້ນ... ແລະເພິ່ນຮູ້ບໍ່ ວ່າເຂົາກໍ່ຮັກແສງພວກນີ້ທີ່ສຸດ"
"ພະ ເພິ່ນ ຊິ ຫມາຍຄວາມ ວ່າ"
"ເຂົາຮັກເພິ່ນ" ຂ້ອຍບອກອອກໄປໃນທີ່ສຸດ... ແລະຖ້າມີຄົນຖາມມາວ່າ ກ່ຽວຂ້ອງກັບຄວາມແຄ້ນແມ່ນບໍ່ ຂ້ອຍກໍ່ຫມັ້ນໃຈຕອບໄປເລີຍວ່າ ມັນບໍ່ແມ່ນແບບນັ້ນແທ້ ເຊິ່ງມັນກໍ່ອອກມາຈາກສ່ວນເລິກໃນຫົວໃຈຂອງຂ້ອຍ
"ທະ ແທ້ຫວາ..." ຖາມດ້ວຍຄວາມອຶ້ງ
"ອື້ມ" ຂ້ອຍງຶກຫນ້າຕອບເປັນກັນຢືນຍັນ ຈົນເຮັດໃຫ້ມັນຍິ້ມອອກມາແບບມີຄວາມສຸກ
"ເພິ່ນຫ້າມຄືນຄຳເດັດຂາດໃດ໋ ເຂົ້າໃຈບໍ່... ມື້ກີ້ເຂົາກະລືມເອົາໂທລະສັບມາອັດສຽງເພິ່ນໄວ້ເວີ້ຍ ຊິໄດ້ມີແນວມາຢືນຢັນອີກວ່າເພິ່ນຮັກເຂົາແທ້ໆ"
"ເວີ້ລະ ຄັນເຂົາວ່າຮັກ ກະແປວ່າຮັກຕົວະເບ໊າະ..."
ເຖິງວ່າຫລາຍຄັ້ງທີ່ຜ່ານມາ ຂ້ອຍອາດຈະຫລອກລວງເອກໄວ້ຫລາຍ ແຕ່ວ່າໃນກໍລະນີນີ້ ທຸກຢ່າງມັນຄືຄວາມຈິງ
"ໂດຍໆ... ວ່າແຕ່ເພິ່ນຮັກເຂົາໄດ້ແນວໃດຫັ້ນ ທຳອິດ ຊັງເຂົາຊິຕາຍ"
"ກະເຂົາບອກລະເດວ່າ ຄວາມຮັກມັນອະທິບາຍບໍ່ໄດ້ ແຕ່ມັນຕ້ອງໃຊ້ຫົວໃຈຊ້ຳພັດ ຄັນເພິ່ນບໍ່ເຊື່ອເພິ່ນກະລອງເຮັດເບິ່ງແລະ"
"ແປວ່າໃຫ້ເອົານົມແນບນົມຫວາ ຮາໆໆ"
"ເປັຍະ!!" ຝາມີພະຍຸໄຫລຂອງຂ້ອຍຟາດແຂນມັນທັນທີ
"ໂອ໊ຍ!! ເຈັບໃດ໋ນິ"
"ກະເຮັດໃຫ້ເພິ່ນເຈັບຫັ້ນແລະ... ຄົນອຸດສາກຳຊຶ້ງ ພັດເຮັດໃຫ້ມັນເສຍບັນຍາກາດຫມົດ ຮຶຍ!! ຄິດມາລະໂມໂຫ"
"ໂອໆ... ເຂົາຢອກຊື່ໆ ຮັກດອກຈຶ່ງຢອກຫລິ້ນ ແລ້ວຊິຍົກໂທດໃຫ້ເຂົາໄດບໍ່" ສົ່ງສາຍຕາມາເປັນຕາອີ່ຕົນ ປານຫມານ້ອຍຜູ້ຫນ້າສົງສານ ເຫັນແລ້ວ ຖ້າໄພບໍ່ໃຫ້ອະໄພກະຄືຊິໃຈແຂງທີ່ສຸດ
"ອື້ມ ກະໄດ້ ເຫັນວ່າຮັກເດີ້ຈຶ່ງໃຫ້ອະໄພ"
"ໂດຍ.... ວ່າແຕ່ເຂົາພາເພິ່ນອອກມາແບບນີ້... ແລ້ວອ້າຍເພິ່ນຊິກັບບ້ານແນວໃດຫັ້ນ"
"ເອີ້ຫັ້ນແລະ ລືມເລີຍ ຈັກລາວຊິກັບບ້ານໄດ້ແນວໃດວະ"
ເພິ່ນກະລອງໂທໄປຫາລາວເບິ່ງແລະ ເອກອອກຄວາມເຫັນ
"ອຶ້ມ ກະວ່າແລະ ວ່າແລ້ວຂ້ອຍກໍ່ຈົກໂທລະສັບອອກຈາກຖົງເສື້ອ ແລ້ວກໍ່ຮີບກົດໂທອອກໄປທັນທີ"
ແລະຜ່ານໄປບໍ່ພໍເທົ່າ ຜົນຕອບກັບ ມັນກໍ່ບໍ່ແມ່ນເລື່ອງທີ່ຫນ້າພໍໃຈພໍໃດ ໃນເມື່ອປາຍສາຍກຳລັງປິດເຄື່ອງ ສົງໄສແບັດໂທລະສັບຂອງລາວຫມົດຕິເບ໊າະ ຂ້ອຍກໍ່ເລີຍຈຳເປັນຕ້ອງກົດວາງ
"ເປັນຈັງໃດ ໂທໄດ້ບໍ່" ເອກເອີ່ຍຖາມຂຶ້ນຫລັງຈາກນັ້ນ
"ບໍ່ນະ... ລາວປິດເຄື່ອງຢູ່... ແລ້ວລາວຊິເປັນຫຍັງຫລາຍບໍ່ ເຂົາລະເປັນຫ່ວງລາວນະ" ຖາມດ້ວຍສີຫນ້າເປັນກັງວົນ
"ເຂົາວ່າຄືຊິບໍ່ເປັນຫຍັງດອກ ດີບໍ່ດີ ລາວອາດຈະປັບຄວາມເຂົ້າໃຈນຳພໍ່ເພິ່ນໄດ້ແລ້ວກະໄດ້"
"ຄືຊິເປັນໄປບໍ່ໄດ້ດອກ ພໍເຂົາໃຈແຂງຈະຕາຍ"
"ເພິ່ນກະລອງຄິດໃນທາງທີ່ດີເບິ່ງແລະ ອີກຢ່າງອ້າຍຂອງເພິ່ນກະແມ່ນລູກຊາຍດຽວຂອງລາວ ຈັງໃດພໍ່ກະຕັດຂາດຈາກລູກຕົວເອງບໍ່ໄດ້ດອກ"
ແມ່ນຄວາມ... ລາວບໍ່ມີທາງຕັດຂາດນຳອ້າຍຂ້ອຍໄດ້ ໃນເມື່ອພໍ່ຂ້ອຍກໍ່ຄິດຮອດລາວຕະຫລອດ... ແລະທີ່ໃຈແຂງໃສ່ລາວ ເປັນຍ້ອນໂຕພໍ່ຂ້ອຍເປັນຄົນຍິ່ງໃນສັກສີ ເວົ້າຄຳໃດຄຳນັ້ນ ແຕ່ຖ້າຊິໃຫ້ຕັດຂາດຄວາມສຳພັນກັນເລີຍ ລາວບໍ່ທາງເຮັດແບບນັ້ນໄດ້ລົງ
"ອຶ້ມ... ເຂົາພະຍາຍາມຈະຄິດໃນສິ່ງທີ່ດີໆກະແລ້ວກັນ..."
"ດີ ແລ້ວຊັ້ນ ເຂົາກະບໍ່ຢາກໃຫ້ເພິ່ນຄຽດກັບເລື່ອງນີ້ອີກ.... ເອີ້ວ່າແຕ່ຄືນນີ້ ຊິພາກັນໄປນອນໃສຊັນ" ເອກອອກຄຳເຫັນທີ່ມີສາລະປະໂຫຍດ
"ແມ່ນແລະ ເຂົາກະຍັງບໍ່ທັນຄິດເລື່ອງນີ້ເລີຍ ຄັນຊິໃຫ້ເຂົາກັບໄປເຮືອນອີກ ກະຄືຊິບໍ່ໄຫວ"
"ຫາໂຮງແຮມນອນແຖວນີ້ບໍ່" ເທຶື່ອນີ້ອອກຄວາມເຫັນທີ່ບໍ່ໄດ້ເລື່ອງຈັກຫນ້ອຍ
"ອຶ" ເຮັດໃຫ້ຂ້ອຍຕ້ອງແກວ່ງຫົວປັດຕິເສດທັນທີ "ເຂົາບໍ່ຢາກນອນນໂຮງແຮມໂດຍທີ່ມີຢູ່ນຳເພິ່ນສອງຕໍ່ສອງແບບນີ້"
"ແລ້ວຊິໃຫ້ເຂົາເຮັດແນວໃດຊັນ"
"ໄປນອນເຮືອນພວກຫມູ່ເຂົາເບ໊າະ ຢູ່ເຮືອນພວກອີ່ເຜິ້ງ ອີ່ຈຽບຈັງຊີ້"
"ແຕ່ວ່າຕອນນີມັນເດິກແລ້ວໃດ໋ ໄປຫາເຂົາເຈົ້າກະລົບກວນເວລານອນຂອງພວກເຂົາເຈົ້າລ້າໆ
ແຕ່ມັນບໍ່ມີທາງເລືອກເດ ໄປນອນຢູ່ເຮືອນເຂົາເຈົ້າຫັ້ນແລະດີແລ້ວ"
"ເຂົາວ່າບໍ່ດີຈັກຫນ້ອຍ... ເອິ້ໄປນອນຢູ່ເຮືອນເຂົາເບ໊າະ"
"ຄືຊິບໍ່ດີດອກ .... ມັນບໍ່ເຫມາະສົມຈັກຫນ້ອຍ ເຂົາເປັນຜູ້ຍິງ ໃຫ້ໄປນອນຢູ່ເຮືອນຜູ້ຊາຍແບບນີ້ ຄັນໃຜຮູ້ ເຂົາເຈົ້າຊິເອົາໄປນິນທາໄດ້"
ແຕ່ຄວາມສຳພັນຂອງເຂົາກັບເພິ່ນມັນເກີນເລີຍແລ້ວ ເຂົາວ່າບໍ່ເປັນຫຍັງດອກເລື່ອງນີ້ຄືຊິບໍ່ມີໃຜຖື
"ແຕ່ວ_" ຂ້ອຍກຳລັງຊິເວົ້າອອກໄປ ແຕ່ອີກຝ່າຍພັດເວົ້າດັກຄໍຂ້ອຍກ່ອນ
"ບໍ່ມີແຕ່ຫຍັງທັງນັ້ນ ເອົາເປັນວ່າເພິ່ນຕົກລົງ ອີກຢ່າງມື້ນີ້ພໍ່ເຂົາກະບໍ່ຢູ່ເຮືອນ ລາວຄາວຽກຢູ່ຕ່າງປະເທດ ແຖມຍັງບໍ່ມີໃຜຕາມຫາເຮົາເຈິອີກ"
"ເອີ່... ອະເອົາແບບນັ້ນເລີຍຫວາ"
"ອຶ້ມ ເອົາແບບນີ້ແລະ... ມັນເປັນທາງເລືອກທີ່ດີທີ່ສຸດແລ້ວ... ແລະເຂົາກະສັນຍາວ່າຊິບໍ່ລ່ວງເກີນເພິ່ນ ຖ້າເພິ່ນຍອມເຂົາເອງ ອິໆໆ"
"ບ້າ ແມ່ນໃຜຊິຍອມເພິ່ນວະ ຫຶ ລະຮີບໄປເຖາະ ມັນເດິກລະນິ"
"ໂດຍ ໄປ໋ຊັນ"
ສຸດທ້າຍຂ້ອຍກໍ່ຍອມຕົກລົງນຳເອກ... ບາງເທື່ອ ມັນກໍ່ບໍ່ແມ່ນເລື່ອງທີ່ເສຍຄືອີກຝ່າຍໄດ້ເວົ້າມື້ກີ້ ໃນເມື່ອຄວາມສຳພັນລະຫວ່າງຂ້ອຍສອງຄົນ ມັນກໍ່ເກີນເລີຍຈາກຄຳວ່າແຟນແລ້ວ.
.
.
.
ເອົາມາລົງຕາມຄຳຂໍລະເດີ້
ສ່ວນເລື່ອງຕໍ່ໄປທີ່ໄດ້ຂຽນຂຶ້ນມານ້ອຍຫນຶ່ງ
ໄຣເຕີ້ ຈະຂຽນໃຫ້ລະອຽດທີ່ສຸດອາດຂະດົນໆໄດ້ອັບຂຶ້ນເທື່ອຫນຶ່ງ
ຈັງໃດກະຝາກແດ່ເດີ້