ຕອນທີສາມສິບແປດ
ມັນຈົບແລ້ວ
ອາເລັກ Part
ຫລາຍມື້ຜ່ານໄປ
ຂ້ອຍຍັງຢູ່ບ້ານຂອງແຟນຂ້ອຍຄືເກົ່ານີ້ແລະ... ໂດຍທີ່ລາວກໍ່ທຽວໄປຮັບໄປສົ່ງຂ້ອຍຢູ່ໂຮງຮຽນທຸກມື້ ພຽງແຕ່ຂ້ອຍຮູ້ສຶກວ່າອີກຝ່າຍເລີມປ່ຽນໄປ ໂດຍທີ່ພະຍາຍາມເຫມືອນຈະຕີໂຕອອກຫ່າງຂ້ອຍອອກໄປເລື່ອຍໆ ຖາມຫຍັງໄປກໍ່ຖືກຮ້າຍກັບຕະຫລອດ ແລະເວລາຊິຂໍມີຫຍັງລາວກໍ່ບ່າຍບຽງທຸກຄັ້ງ ຈົນຂ້ອຍຕ້ອງຊ່ວຍຕົນເອງ ເພື່ອປົດປ່ອຍຄວາມຢາກ...
ເຊິ່ງມື້ນີ້ ເລ້ກໍ່ຫຍັງເປັນແບບນັ້ນຄືເກົ່າ ຂ້ອຍກໍ່ເລີຍອົດບໍ່ໄດ້ທີ່ຈະຖາມ ໃນຂະທີ່ລາວກຳລັງແຕ່ງຕົວອອກໄປທາງນອກ
"ເຈົ້າຊິໄປໃສ"
"ອອກໄປຫາເຮັດວຽກ" ຕອບແບບປັດໆເຫມືອນວ່າລຳຄານຂ້ອຍທີ່ໄດ້ຖາມອອກໄປ
"ອອກໄປເຮັດວຽກຫຍັງຄືໄປເດິກແບບນີ້"
"ພໍດີລູກຄ້ານັດອອກໄປນັ່ງດືມນຳ ຕາມພາສາຄົນມີວຽກເຮັດງານທຳ" ປະໂຫຍກສຸດທ້າຍເນັ້ນໃສ່ຂ້ອຍເປັນພິເສດ ແຕ່ຕອນນີ້ ຂ້ອຍບໍ່ມີເວລາມາສົນໃຈທີ່ລາວເວົ້າໃສ່ຂ້ອຍດອກ
"ຊັນຂ້ອຍຊິໄປນຳ"
"ບໍ່ໄດ້!!" ເລ້ໃຊ້ສຽງດັງໃສ່ຂ້ອຍ "ຊິໄປໃຫ້ມັນຫນັກຕີນລົດຂ້ອຍເຮັດຫຍັງເກາະ ຂ້ອຍໄປວຽກບໍ່ໄດ້ອອກໄປຫລິ້ນ ເຂົ້າໃຈບໍ່!!"
"ແລ້ວເຈົ້າຊິຮ້າຍຂ້ອຍເຮັດຫຍັງເກາະວະ ຂ້ອຍຖາມສ່ຳນີ້ຊື່ໆ"
"ແນວເຈົ້າຖາມຊູຊີເດ!!! ຂ້ອຍລຳຄານ!!"
"ຄຳກະລຳຄານ ສອງຄຳກະລຳຄານ ເປັນຫຍັງດຽວນີ້ເຈົ້າຄືມັກຮ້າຍມັກດ່າຂ້ອຍແທ້ວະ ຖາມດຸ ເຈົ້າເປັນຫຍັງກັນແທ້!!" ຂ້ອຍພະຍາຍາມເຄັ້ນເອົາຄວາມຈິງນຳລາວ
"ຂ້ອຍບໍ່ຫວ່າງທີ່ຈະຕອບປັນຫາປັນຍາອ່ອນຂອງເຈົ້າດອກ!!... ຂ້ອຍໄປດີກວ່າ ເສຍເວລານຳເຈົ້າມາດົນລະ!!"
ພໍກ່າວຈົບ ເຈົ້າໂຕກໍ່ສະບັດຫນ້າຫນີຂ້ອຍໄປທັນທີ... ເຊິ່ງເຫດການມັນກໍ່ຊ້ຳໆຊາກໆແບບນີ້ມາຫລາຍຄືນແລ້ວ... ແລະເວທີທີ່ຂ້ອຍເຮັດຫຍັງລົງໄປ ກະມັກມີເຄື່ອງຫມາຍຜິດຕິດໂຕກັບມາຕະຫລອດ... ເປັນຜົນໃຫ້ຂ້ອຍ ອົດບໍ່ໄດ້ທີ່ຈະນຳລາວໄປ ໂດຍທີ່ພະຍາຍາມບໍ່ເຮັດໃຫ້ອີກຝ່າຍຮູ້ໂຕ ເອົາໃຫ້ມັນຮູ້ໄປເລີຍວ່າລາວກຳລັງເຮັດຫຍັງຢູ່ກັນແທ້!!
ທີ່ເທັກ
ຂ້ອຍພະຍາຍາມພາຕົນເອງຍ່າງຜ່າຝູງຄົນທີ່ກຳລັງເຕັ້ນກັນຢ່າງເມົາມົວ ເມື່ອດີເຈກຳລັງເປີດເພງທີ່ຖືກໃຈໃຫ້... ພ້ອມທັງເປິດແສງໄຟຫລາຍສີສະຫລັບໄປມາ ເອົາຈົນຂ້ອຍແນມຫາຄົນທີ່ກຳລັງຊອກຢ່າງລຳບາກ ແຮງໂຕນ້ອຢູ່ແລ້ວແຮງແນມເຫັນຢາກ...
ຜ່ານໄປບໍ່ເທົ່າໃດນາທີ
ສຽງເພງດັງໆໃນຈັງວະໄວໆກໍ່ຖືກປ່ຽນມາເປັນແນວຄ່ອຍໆຊຶ້ງໆທີ່ຊວນໃຫ້ຄູ່ຮັກຫລາຍຄົນພາກັນອອກໄປເພື່ອສະແດງຄວາມຫວານກັນ ໂດຍສະເພາະຄູ່ຊາຍສອງຄົນນັ້ນ ທີ່ເຮັດໃຫ້ງານນັ້ນໂດດເດັ່ນ
ຫຶ ທີ່ແທ້ຄວາມຈິງທັງຫມົດມັນກໍ່ເປັນແບບນີ້ໆເອງ ຂ້ອຍອຸດສາຈົງຮັກພັກດີນຳລາວທຸກຢ່າງ ສຸດທ້າຍກັບມາຫັກຫລັງຂ້ອຍຈົນບໍ່ເຫລືອສິ້ນດີ ນີ້ຫວາ ການກະທຳຂອງຂ້ອຍທີເຄີຍບອກວ່າຮັກຂ້ອຍຄົນດຽວ ນີ້ຫວາຄົນທີ່ເຄີຍສັນຍາວ່າຈະບໍ່ນອກໃຈກັນ ຫຶ ຄຳເວົ້າຂອງລາວບໍ່ຕ່າງຫຍັງກັບສາຍລົມທີ່ພັດເຂົ້າມາ ແລ້ວກໍ່ສະຫລາຍຫາຍໄປ
ຂ້ອຍກຳມືແຫນ້ນໆເພື່ອລະບາຍບັນດານໂທສະ ແຕ່ມັນກະຍັງບໍ່ຫມົດເທົ່າດອກຖ້າຂ້ອຍຍັງບໍ່ເຂົ້າໄປຊົກຫນ້າ ບັກເຕ້ຈັກບາດ!!
"ພລັ໊ກ!"! ຂ້ອຍຍູ້ມັນອອກຈາກເຕ້ທັນທີເມື່ອພາຕົນເອງມາຮອດຈຸດເກີດເຫດ ຈົນມັນລົ້ມລົງພື້ນບໍ່ເປັນທ່າ ທີ່ສາມາດເອີ້ນສາຍຕາຂອງຜູ້ຄົນແນມມາເບິ່ງຂ້ອຍເປັນສາຍຕາດຽວ
"ເຈົ້າບ້າຫຍັງເກາະ!!" ເລ້ຫັນມາຮ້າຍດ້ວຍຄວາມໂມໂຫພ້ອມກັບປະຄອງຊາຍຊູ້ຂຶ້ນ ຫຶ ຂ້ອຍຕ່າງຫາກທີ່ຄວນຈະເປັນຄົນໂມໂຫ ບໍ່ແມ່ນລາວຈັກຫນ້ອຍ
"ເຈົ້າຕ່າງຫາກ ເປັນບ້າຫຍັງ ອອກມາມັນເຕັ້ນນຳມັນນະ ເລື່ອງນີ້ຂ້ອຍກະບອກເຈົ້າແລ້ວວ່າຫ້າມມາຫາມັນອີກ!!" ຊີ້ນິ້ວໃສ່ລາວຢ່າງບໍ່ເວັ້ນຫນ້າ ແຕ່ອີກຝ່າຍບໍ່ໄດ້ສະທົກສະທ້ານຫຍັງເລີຍ
"ມັນກະເລື່ອງຂອງຂ້ອຍ!! ແລ້ວເຈົ້າມີສິດຫຍັງຕາມຂ້ອຍມາ ຫ໊ະ!!" ເລ້ກໍ່ບໍ່ຍອມຫນ້ອຍຫນ້າ ຊີ້ມາດ່າຂ້ອຍຢ່າງແບບຍອມງ່າຍໆ
"ມີສິດໃນຄວາມເປັນຜົ_" ຂ້ອຍຍັງບໍ່ທັນສຸດຄວາມແຕ່ລາວພັດເວົ້າດັກໃສ່ກ່ອນ
"ຢຸດດຽວນີ້!! ບໍ່ອາຍຄົນອື່ນແນ່ຫວາ ຫ໊ະ!!"
"ເຈົ້າຕ່າງຫາກທີ່ຄວນຈະອາຍ ທັງບັກເຮ້ຍນີ້ນຳ"
"ພໍ!!" ເລ້ຍົກມືຂຶ້ນຫ້າມ "ແລະເຈົ້າກະບໍ່ມີສິດມາເວົ້າຄຳບໍ່ສຸພາບກັບເຕ້"
"ຫຶ ເຂົ້າຂ້າງກັນດີຂະຫນາດ!!... ບໍ່ແມ່ນລັກເຮັດຫຍັງກັນຕອນທີ່ຂ້ອຍບໍ່ຮູ້ແມ່ນບໍ່ ຫ໊ະ!!"
"ອາເລັກ ນ້ອງເຂົ້າໃຈຜິດແລ້ວ..." ບັກເຮ້ຍເຕ້ພະຍາຍາມອະທິບາຍ ເຫມືອນວ່າໂຕເອງກຳລັງເປັນພະເອກ
"ມຶງບໍ່ຕ້ອງມາເສຶອກ ເລື່ອງຂອງຜົວເມຍ ຄົນອື່ນບໍ່ກ່ຽວ!!"
"ເປ໊ຍະ!!" ຝາມືນ້ອຍຂອງຄົນທີ່ຂ້ອຍຮັກທີາສຸດໃນຊີວິດ ຍົກຂຶ້ນມາຟາດຫນ້າຂ້ອຍຈັງໆ ຈົນຫນ້າຂ້ອຍຫັນໄປຕາມຄວາມແຮງ......
ຂ້ອຍພະຍາຍາມຫັນໄປເບິ່ງຫນ້າອີກຝ່າຍຊ້າໆ ພ້ອມກັບລັງນ້ຳຕາທີ່ໄຫລອອກມາດ້ວຍຄວາມເຈັບປວດຍິ່ງກວ່າຄົນກຳລັງຈະຂາດໃຈຕາຍ
ໃນທີ່ສຸດສິ່ງທີ່ຂ້ອຍສົງໄສມາຕະຫລອດ ມັນກໍ່ລົງເອີຍດ້ວຍແບບນີ້
"ຮຶກ ທຸກຢ່າງມັນຢ່າວມັນຈົບແລ້ວແມ່ນບໍ່" ຂ້ອຍເວົ້າອອກໄປທັງນ້ຳຕາ... ໃນເມື່ອຂ້ອຍບໍ່ເຂັ້ມແຂງພໍຄືກັບລາວ ທີ່ກຳລັງຢືນເຮັດຫນ້າຕາເສີຍ ໂດຍທີ່ບໍ່ຮູ້ສຶກສະທົກສະທ້ານຫຍັງ
ເອີ້!! ມັນຈົບແລ້ວ!! ສ່ວນເຈົ້າກະເຊີນຫລີກທາງໃຫ້ພວກຂ້ອຍສາ!! ຫຶ ຂ້ອຍບໍ່ທາງທີ່ຈະຝາກຊີວິດທີ່ມີຄວາມສຸກໄວ້ນຳເຈົ້າດອກ ຂ້ອຍມີທາງເລືອກທີ່ແລ້ວ ສ່ວນເຈົ້າກະອອກໄປຈາກຊີວິດຂ້ອຍຊະ ແລ້ວຢ່າມາໃຫ້ຂ້ອຍເຫັນຫນ້າອີກ"
ເຫມືອນວ່າໂລກທັງໃບຂອງຂ້ອຍມັນກຳລັງຢຸດຫມຸນ... ນ້ຳຕາທີ່ພະຍາຍາມອົດກັນໄວ້ມັນຍິ່ງໄຫລອອກມາຫລາຍກວ່າ... ຄວາມຮູ້ສຶກມັນເຈັບປວດໄປຫມົດ ເຈັບປວດທີ່ລາວຕົບຂ້ອຍ ເຈັບປວດທີ່ລາວຢຽບຫົວໃຈຈົນແຕກສະຫລາຍ... ເຈັບປວດທີ່ເລື່ອງຂອງຂ້ອຍກັບລາວ ມັນເດີນທາງມາຮອດຕອນອະວາສານແລ້ວ
"ຮຶກ ໄດ້ ຖ້າເຈົ້າຕ້ອງການແບບນັ້ນ!! ແລ້ວຂ້ອຍ ຮຶກ ຂໍສັນຍາວ່າຈະບໍ່ຫາເຈົ້າອີກ... ໂຊກດີ"
ສຸດຄວາມ ຂ້ອຍກໍ່ຫັນຫນ້າຫນີຄົນທີ່ຂ້ອຍຮັກອອກໄປ ມືທີ່ກຳລັງກຳແຫນ້ນ ກໍ່ຖືກປ່ອຍລົງ ... ບໍ່ຄິດເລີຍວ່າເລື່ອງມັນຈະຈົບລົງງ່າຍໆແບບນີ້
"ດຽວ!!" ເລ້ຮ້ອງໃສ່ທາງຫລັງ ເຮັດຂ້ອຍຕ້ອງຫັນຫນ້າໄປທັນທີ "ເອົານີ້ໄປນຳ" ເລ້ດຶງສາຍຄໍທີ່ຂ້ອຍເຄີຍໃຫ້ ກ່ອນຈະໂຍນມັນມາໃສຂ້ອຍ ຈາກນັ້ນສາຍທີ່ຫມາຍເຖິງຊີວິດຂອງມັນກໍ່ຕົກຫລົ່ນລົງພຶ້ນ
ຂ້ອຍໃຊ້ແຮງເທື່ອເຫລື່ອຢູ່ຢ່າງອ່ອນລ້າ ກົ້ມລົງໄປເກັບສາຍຄໍທີ່ຂາດອອກຈາກກັນ ກ່ອນຈະກຳມັນໄວ້ຈົນແຫນ້ນມື ຕໍ່ຄວາມເຈັບມັນບໍ່ທຽບເທົ່າກັບຄົນທີ່ຂ້ອຍຮັກໄດ້ມອບໃຫ້ເລີຍພຽງແຕ່ເສດດຽວ
ແຕ່ຈັງໃດຂ້ອຍກໍ່ຕ້ອງຂອບໃຈລາວ ທີ່ເຮັດໃຫ້ຂ້ອຍຮູ້ຈັກຄວາມຮັກ ແລະຮູ້ຈັກຄວາມເຈັບປວດໃນເວລາດ້ວຍກັນ
ຮຶກ ລາກ່ອນ ສຸດທີ່ຮັກຂອງຂ້ອຍ
ທັນວາ
ຂ້ອຍໄດ້ແຕ່ແນມເບິ່ງອາເລັກຍ່າງອອກໄປທັງນຳຕາ ແລະເລື່ອງຂອງຂ້ອຍກັບອາເລັກມັນກໍ່ໄດ້ຈົບລົງໄປແລ້ວ ດ້ວຍຄວາມຕັ້ງໃຈຂອງຂ້ອຍ
ຮຶກ... ນ້ຳຕາ ທີ່ຂ້ອຍພະຍາຍາມອົດກັນມັນກໍ່ໄຫລລົງອອກມາອາບແກ້ມທັງສອງຂ້າງ... ເປັນຍ້ອນຫົວໃຈຂອງຂ້ອຍມັນເຂັ້ມແຂງພໍທີ່ຈະທຳໃຈໄດ້ ແລະ ຂ້ອຍກໍ່ຮູ້ສຶກເຈັບ ເຈັບຈົນຊິຂາດໃຈຕາຍຢູ່ແລ້ວ
"ຖ້າເຈົ້າຮັກອາເລັກປານນັ້ນ ຄືປອຍອາເລັກໄປຊັນ" ເຕ້ເລື່ອນມືມາເຊັດນ້ຳຕາໃຫ້ຢ່າງອ່ອນໂຍນພ້ອມກັບພາຂ້ອຍກັບເຂົ້າໄປໂຕະບ່ອນເກົ່າ ເຮັດໃຫ້ຄົນທີ່ແນມເບິ່ງເປັນສາຍຕາດຽວກໍ່ລົດລະສາຍຕາລົງ
"ຮຶກ ຍ້ອນຂ້ອຍນຮັກມັນຫັ້ນແລະ ຈຶງປ່ອຍມັນໄປ ຮືໆໆ" ຂ້ອຍຕອບອອກໄປເກືອບບໍ່ເປັນພາສາ
"ຫມາຍຄວາມວ່າແນວໃດ"
"ຮຶກ ຍ້ອນພໍອາເລັກໂທມາບອກໃຫ້ຂ້ອຍເລີກນຳມັນ ຮຶກ ລາວບໍ່ວ່າບໍ່ຢາກໃຫ້ຂ້ອຍທຳລາຍອະນາຄົດຂອງມັນ ອີກບໍ່ເທົ່າໃດມັນກໍ່ຈົບມໍເຈັດແລ້ວ ແລະຖ້າຂ້ອຍບໍ່ເຮັດແບບນັ້ນອາເລັກຈະບໍ່ປອດໄພ ຮຶກ ຂ້ອຍເຮັດແບບນີ້ມັນຖືກແລ້ວແມ່ນບໍ່ ຮືໆໆ"
ຂ້ອຍພະຍາຍາມຄວບຄຸມສຽງໃຫ້ສຽງມັນເປັນປົກກະຕິ ແຕ່ມັນຂ້ອຍກໍ່ເຮັດບໍ່ໄດ້ ຂ້ອຍບັງຄັບຕົວເອງໃຫ້ເປັນປົກກະຕິບໍ່ໄດ້ແທ້ໆ
"ຄວາມຮັກຄືການໃຫ້ແລະການເສຍສະລະ" ເຕ້ອະທິບາຍໃຫ້ຂ້ອຍຟັງຜ່ານນ້ຳສຽງທີ່ເບົາບາງ "ສິ່ງທີ່ເຈົ້າເຮັດມາມັນກະຖືກແລ້ວ ໃນເມື່ອອາເລັກຍັງມີອະນາຄົດທີ່ໃກ ຖ້າຂ້ອຍເປັນເຈົ້າຂ້ອຍກະເລືອກທີ່ຈະເຮັດແບບນັ້ນ ເຖິງວ່າມັນຈະເຈັບປວດກໍ່ຕາມ"
ເຕ້ວາງມືລົງມາທີ່ມືນ້ອຍໆຂອງຂ້ອຍ ຍັງດີທີ່ຍັງມີຄົນຄອຍປອບໃຈແລະເຊັດນ້ຳຕາໃຫ້ ໃຈເວລາທີ່ຮູ້ສຶກເຈັດປວດປານຄົນປາງຕາຍ
"ຮຶກ ຂອບໃຈ" ຂ້ອຍລັງນ້ຳຕາອອກມາອີກຄັ້ງ... ຍິ່ງລາວປອບກໍ່ຍິ່ງເຮັດໃຫ້ຂ້ອຍເສຍນ້ຳຕາຫລາຍເທົ່ານັ້ນ
"ບໍ່ເປັນຫຍັງດອກ... ສ່ວນເຈົ້ານະ ມີຫຍັງກະລະບາຍອອກມາໂລດ" ບາງເທື່ອການປົດປ່ອຍໃນສິ່ງທີ່ອັດອັ້ນໃຈອອກມາຫນັກໆບາດດຽວ ມັນກະອາດຈະເຮັດໃຫ້ເຈົ້າຮູ້ສຶກດີຂຶ້ນຫລັງຈາກນັ້ນ"
"ອື້ມ" ຂ້ອຍງຶກຫົວທັງນ້ຳຕາ
"ສ່ວນທີ່ເຈົ້າເຄີຍຖາມຂ້ອຍວ່າ ຊິສານຄວາມສຳພັນນຳກັນຂ້ອຍສາມາດຕອບເຈົ້າໄດ້ແລ້ວ"
"T_T"
"ຂ້ອຍເລືອກແລ້ວວ່າ ຂ້ອຍຂໍຢູ່ຫ່າງໆເຈົ້າດີກວ່າ"
"T_T"
"ເພາະວ່າເຈົ້າບໍ່ເຫລືອຄວາມຮັກໄວ້ໃຫ້ໃຜອີກແລ້ວ ຂ້ອຍເລີຍບໍ່ຢາກຈະເຂົ້າຂ້າງໂຕເອງວ່າສິ່ງທີ່ເຈົ້າເຮັດມັນເກີດຈາກຄວາມຮູ້ສຶກຂອງເຈົ້າແທ້ໆ ແຕ່ຄວາມຈິງ ເຈົ້າກຳລັງຝືນເຮັດຫລາຍກວ່າ..."
"ຮຶກ ຖ້າເຈົ້າຕັດສິນໃຈແບບນັ້ນ ຂ້ອຍກໍ່ຈະເຮັດຕາມ"
"ແຕ່ວ່າເຮົາກະເປັນຫມູ່ກັນໄດ້ໃດ໋.... ຖ້າມີຫຍັງບໍ່ສະບາຍໃຈກະໂທມາຫາຂ້ອຍກະໄດ້ ຂ້ອຍຍິນດີໃຫ້ຄຳປຶກສາເຈົ້າໄດ້ສະເຫມີ"
"ຂະ ຂອບໃຈ"
"ບໍ່ເປັນຫຍັງດອກເລື່ອງແບບນີ້ ມັນແມ່ນຫນ້າທີ່ຂ້ອຍຫມູ່ຢູ່ແລ້ວ" ເຕ້ເວົ້າພ້ອມກັບສົ່ງຍິ້ມອອກມາຈາງໆ...
ຕໍ່ໄປ ຂ້ອຍກໍ່ຈະກັບໄປໃຊ້ຊີວິດທີ່ຫນ້າເບື່ອແລະທໍລະມານແບບເກົ່າອີກຄັ້ງ ໂດຍທີ່ປາດສະຈາກຄົນທີ່ຂ້ອຍຮັກທີ່ສຸດໃນຊີວິດໄປ
ຈັງໃດຂ້ອຍກໍ່ຕ້ອງພະຍາຍາມໃຊ້ຊີວິດແບບນັ້ນໃຫ້ໄດ້ ໃນເມື່ອຂ້ອຍບອກກັບໂຕເອງໄວ້ຕະຫລອດວ່າຕ້ອງເພື່ອໃຈ ເພາະຄວາມຮັກຂອງຂ້ອຍກັບມັນບໍ່ມີຫຍັງທີແນ່ນອນ
ສ່ວນເລື່ອງລາວຂອງຂ້ອຍກັບອາເລັກທີ່ຜ່ານມາ ຂ້ອຍສັນຍາວ່າຈະເກັບມັນໄວ້ໃນຫົວໃຈຕະຫລອດໄປ ວ່າຄັ້ງຫນຶ່ງເຄີຍມີຄວາມສຸກ ເຄີຍໄດ້ຮັກມັນ
ຮຶກ ລາກ່ອນ ສຸດທີ່ຮັກຂອງຂ້ອຍ
.
.
.
ຕອນນີ້ດຣາມາສຸດໆນະຕັ້ງແຕ່ຂຽນເລື່ອງນີ້ມາ
ຍອມຮັບເລີຍວ່າກົດດັນຄືກັນຕອນຂຽນ
ຈັງໃດກະຝາກເມັ້ນແດ່ເດີ້ວ່າ ເປັນແນວໃດແດ່