ຕອນທີສີ່ສິບເອັດ
ຫນີ
ຫລັງຈາກທີ່ມີລົດບໍ່ມີປ້າຍຂີ່ມາຕຳນ້າຈັງໆອີກເທື່ອຫນຶ່ງ ມັນກໍ່ເຮັດໃຫ້ຂ້ອຍອົດບໍ່ໄດ້ທີ່ຈະສືບຫາຄາດຕະກອນຄົນນັ້ນ ແລະໃນທີ່ສຸດຄົນທີ່ໄດ້ທຳຮ້າຍນ້າ ນັ້ນກໍ່ແມ່ນເກດ ເມື່ອສືບໄດ້ຂ່າວແບບນັ້ນ ຂ້ອຍກໍ່ຮີບຈັດການຈ້າງທະນາຍເພື່ອມາເອົາເລື່ອງນາງໃຫ້ທີ່ສຸດ ໂດຍທີ່ຖ້າໃຫ້ນ້າຟື້ນຂຶ້ນມາ ເພື່ອຕັດສິນໃຈຈະດຳເນີນຄະດີທັງຫມົດ ເຮັດໃຫ້ຄົນຊົ່ວແບບເກດຕ້ອງຖືກສັ່ງສອນຢ່າງຫລາບຈຳຈັກບາດ
"ແອ໊ດ ~~~" ພໍໄຂປະຕູຂ້ອຍກໍ່ພົບກັບສິ່ງຫວ່າງເປົ່າທີ່ໄດ້ປະກົດຂຶ້ນຢູ່ຕໍ່ຫນ້າ ແລະທີ່ນ້າຫາຍໄປແບບນີ້ ນາງຕ້ອງຟື້ນຂຶ້ນແລ້ວແນ່ນອນ ໃນເມື່ອອາການນ້າກະບໍ່ໄດ້ຮ້າຍແຮງຈົນຕ້ອງຍ້າຍຫ້ອງໄປ
"ນ້າ..." ຂ້ອຍຮ້ອງເພື່ອຫວັງວ່າຈະໄດ້ຍິນສຽງຂານຂອງນາງ ແຕ່ມັນກໍ່ບໍ່ມີສຽງຕອບກັບ ຂ້ອຍກໍ່ເລີຍອົດບໍ່ໄດ້ທີ່ຈຳພາໂຕເອງໄປສຳຫລວດ ທີ່ລະບຽງແລະຫ້ອງນ້ຳ ຫາກສິ່ງທີ່ພົບມັນກໍ່ຄືຄວາມຫວ່າງເປົ່າ
"ຫາຍໄປໃສວະ" ຂ້ອຍຈົ່ມພື່ມພຳຄ່ອຍໆ
ພໍກັບມາຢຸດຢູ່ບໍ່ຕຽງຂ້ອຍກໍ່ເຫັນເຈ້ຍແຜ່ນຫນຶ່ງວາງຢູ່ບ່ອນນັ້ນ ຂ້ອຍກໍ່ເລີຍເລື່ອນມືຂຶ້ນໄປຈັບມັນຂຶ້ນມາອ່ານ ເຊິ່ງມັນກໍ່ໄດ້ຂຽນໄວ້ວ່າ
"ເອກ ສິ່ງທີ່ເຂົາຈະບອກເພິ່ນທຸກຢ່າງ ມັນແມ່ນເລື່ອງທີ່ຮຸນແຮງພໍສົມຄວນວ່າສິ່ງທີ່ເກີດຂຶ້ນທັງຫມົດ ມັນເກີດຂຶ້ນຈາກການຫລອກລວງ...
ເຂົາຍອມປ່ຽນແປງໂຕເອງຍອມລົງທຶນເຂົ້າໄປຫາເພິ່ນຍ້ອນວ່າຢາກແກ້ແຄ້ນໃນສິ່ງທີ່ເພິ່ນຍາດຄວາມຮັກຈາກເກດໄປ.... ແຕ່ພໍເວລາຜ່ານໄປ
ໃນຊ່ວງເວລາທີ່ເຂົາໄດ້ຮຽນຮູ້ຕົວຕົນຂອງເພິ່ນ ມັນເຮັດໃຫ້້ເຂົາສຶກລະອາຍໃຈ ທີ່ຕັດສິດໃຈທຳຮ້າຍເພິ່ນ
ໂດຍທີ່ເພິ່ນບໍ່ເຄີຍຄິດທຳຮ້າຍເຂົາເລີຍ….. ສ່ວນເລື່ອງລູກຂອງເຮົາມັນກໍ່ແມ່ນເລື່ອງທີ່ເຂົ້າໃຈຜິດ ຄວາມຈິງເຂົາບໍ່ໄດ້ຖືພາກັບເພິ່ນ
ແຕ່ທີ່ເຂົາມີອາການຄືຄົນມີລູກເປັນຍ້ອນເຂົາຄຽດຈົນລົງກະເພາະ
ຄຽດໃນຄືນທີ່ເຮົາພາກັນໃຈຜິດວ່າເຂົາມີຄວາມສຳພັນເກີນເລີຍນຳເພິ່ນ....
ເຂົາຈະແມ່ນຊົ່ວຂະຫນາດເນາະວ່າບໍ່ ທຸກສິ່ງທຸກຢ່າງທີ່ຢູ່ໃນໂຕເຂົາ ມັນຫາຄວາມຈິງໃຈບໍ່ໄດ້ຈັກຢ່າງເລີຍ....
ໃນເມື່ອທຸກຢ່າງມັນເກີດຂຶ້ນຈາກຄວາມແຄ້ນ ແຕ່ລົງທ້າຍດ້ວຍຄຳວ່າຮັກ...... ແລະສິ່ງສຸດທ້າຍທີ່ເຂົາຈະບອກເພິ່ນກໍ່ຄື ປະໂຫຍກມື້ກີ້ນະ
ມັນເປັນໂຫຍກດຽວທີ່ເຂົາຮູ້ສຶກແບບນັ້ນແທ້... ຮູ້ສຶກວ່າຮັກເພິ່ນຍ້ອນຄວາມດີຂອງເພິ່ນ ຮູ້ສຶກວ່າຮັກເພິ່ນຍ້ອນວ່າເພິ່ນຮັກເຂົາ
ເອກ ລາກ່ອນ ສຸດທີ່ຮັກຂອງເຂົາ"
ສິ້ນສຸດຂອງຂໍ້ຄວາມທີ່ຝາກໄວ້ ຂ້ອຍເຖິງກັບຊຸດໂຕລົງພື້ນດ້ວຍຄວາມອ່ອນລ້າ ພ້ອມກັບປ່ອຍນ້ຳຕາອອກລັງໄຫລອອກມາປານຄົນເສຍສະຕິ
ຂ້ອຍຮູ້ສຶກເຈັບຈົນຊິຂາດໃຈຕາຍ... ແລະນີ້ແມ່ນບໍ່ ທີ່ນ້າພະຍາຍາມຈະບອກຂ້ອຍຕະຫລອດ
ຖ້າມີຄົນຖາມຂ້ອຍວ່າ ສິ່ງທີ່ນ້າເຮັດມາຕະຫລອດ ຂ້ອຍຈະຍອມໃຫ້ອະໄພກັບນ້າບໍ່ ຂ້ອຍກໍ່ຄົງຊິຕອບເຂົາໃຈຄຳດຽວວ່າ ໃຫ້ອະໄພ ໃນເມື່ອຂ້ອຍຮັກນ້າຫມົດຫົວໃຈ ແລະບໍ່ຍອມທີ່ຈະເສຍນາງໄປເດັດຂາດ
ເມື່ອຄວບຄຸມສະຕິໄດ້ທັງຫມົດ ຂ້ອຍກໍ່ຮີບລຸກຂຶ້ນແລ້ວພາໂຕເອງມຸ່ງຫນ້າໄປຫາອ້າຍໂຈ້ທັນທີ
"ແຮກໆ ມະ ຫມໍ ໂຈຢູ່ໃສ ເຫັນຫມໍໂຈ້ບໍ່" ຂ້ອຍຖາມພະຍາຍບານທີ່ຍາມຢູ່ຫນ້າເຄົາເຕີ້
"ເອີ່.... ຫມໍໂຈ້ ຢູ່ໃນຫ້ອງຂອງລາວ"
"ຂະ ຂອບໃຈ" ເມື່ອໄດ້ຄຳຕອບຂ້ອຍກໍ່ຮີບພາໂຕເອງແລ່ນມາຢຸດຫ້ອງລາວ ແລ້ວກໍ່ໄຂປະຕູດັງ
"ປັ້ງ!!" ທັນທີ....ຈາກທີ່ອ້າຍໂຈ້ກຳລັງນັ່ງສົນໃຈເລື່ອງຂອງໂຕເອງ ລາວກໍ່ເຫງີຍຫນ້າຂຶ້ນເບິ່ງຂ້ອຍແບບອັດຕະໂນມັດ
"ອ້າວ ເອກ... ຫ້ອງນີ້ບໍ່ແມ່ນຫ້ອງຂອງນ້າໃດ໋"
ຂ້ອຍຮູ້... ແຕ່ຕອນນີ້ນ້າຫາຍໂຕໄປ
"ຫ໊ະ!!" ລາວເຖິງກັບອຸທານອອກມາທັນທີ "ເປັນໄປໄດ້ແນວໃດ... ແລ້ວເອກຫາທົ່ວລະ"
"ຫາຫມົດແລ້ວ... ລະນ້າກະຖີ້ມຈົດຫມາຍນີ້ໄວ້" ຂ້ອຍຍື່ນຈົດຫມາຍໃຫ້ອ້າຍໂຈ ກ່ອນທີ່ລາວຈະຮີບຈັບເອົາໄປອ່ານຢ່າງຮີບດ່ວນ ຈາກນັ້ນກໍ່ເຫງີຍຂຶ້ນເບິ່ງຂ້ອຍດ້ວຍສີຫນ້າຫຍຸ້ງໆ
"ດຽວອ້າຍຊິລອງບອກໃຫ້ເຂົາເຈົ້າຊອກຫາຢູ່ໂຮງຫມໍກ່ອນ ນ້າຄືຊິບໍ່ທັນອອກໄສໃກເທື່ອ ຄັນບໍ່ເຫັນລະເຮົາຄ່ອຍໂທໄປຖາມຫມູ່ຂອງນ້າ"
ຂ້ອຍງຶກຫົວຕາມຄຳສັ່ງ ບາດແລ້ວກໍ່ຮີບພາຕົວເອງນຳຫລັງອ້າຍໂຈ້ໄປ
ອ້າຍໂຈ້ລະດົມພົນ ຕາມຫານ້າເກືອບທົ່ວໂຮງຫມໍ ແຕ່ເມື່ອເວລາຜ່ານໄປເປັນຊົ່ວໂມງ ພວກຂ້ອຍກໍ່ຊອກນ້າບໍ່ເຫັນແມ້ນແຕ່ເງົາ
ຂ້ອຍກໍ່ເລີຍປີກໂຕອອກຈາກພວກອ້າຍໂຈ້ມາທີ່ນສວນຂອງໂຮງຫມໍ ກ່ອນຈະໃຊ້ນິ້ວໃຫຍ່ໆກົດໂທຫານ້າຫລາຍໆຄັ້ງເຊິ່ງວ່ານາງກໍ່ປິດເຄື່ອງໄວ້ ເມື່ອໂທຫານາງບໍ່ບໍ່ໄດ້ຜົນ ຂ້ອຍກໍ່ປ່ຽນໄປໂທຫາຫມູ່ຂອງນ້າແທນ ແຕ່ຜົນທີ່ຕອບຮັບຂ້ອຍຫຍັງຊັກຫນ້າບໍ່ເຖິງຫລັງຊ້ຳ ໃນເມື່ອແຕ່ລະຄົນ ກໍ່ບໍ່ຮູ້ຈັກວ່ານາງຢູ່ໃສ
ຫາກຂ້ອຍຍັງມີເບີສຸດທ້າຍທີ່ຍັງບໍ່ທັນໄດ້ໂທອອກໄປ ນັ້ນກໍ່ຄືເບີອ້າຍເລ້ ເມື່ອຂ້ອຍກົດເລື່ອນເຫັນເບີລາວ ຂ້ອຍກໍ່ຮີບໂທຫາເຈົ້າໂຕທັນທີ ແລ້ວບໍ່ດົນເທົ່າໃດ ລາວກໍ່ຮັບສາຍ
"ຮະໂຫລ ມີຫຍັງນຳອ້າຍບໍ່, ເອກ"
"ມີ ຕອນນີ້ນ້າກຳລັງຫາຍໂຕໄປ"
"ຫ໊ະ!! ນ້າຫາຍໄປ" ປາຍສາຍອຸທານແບບບໍ່ເຊື່ອຫູໂຕເອງ ສົງໄສນ້າຄືຊິບໍ່ໄດ້ຢູ່ນຳລາວ ຍິ່ງເຮັດໃຫ້ຂ້ອຍເປັນຫ່ວງຂຶ້ນກວ່າເກົ່າ
"ແມ່ນລະນ້າຫາຍໄປຕັ້ງແຕ່ເຊົ້າພຸ້ນນະ ຊອກຈັງໃດກະບໍ່ເຫັນ"
"ແລ້ວເອກໂທໄປຖາມພວກສຸວັນນີອີ່ຫຍັງແລ້ວຫວາ"
"ໂທແລ້ວ ໂທຫາຫມົດທຸກຄົນລະ ບໍ່ມີໃຜເຫັນເລີຍຈັກຄົນ ແຕ່ເຂົາເຂົາເຈົ້າກະຊິຊອກຊ່ວຍຄືກັນ" ຂ້ອຍຖອນຫາຍໃຈດ້ວຍຄວາມອ່ອນລ້າ
"ນ້ອງລະເຫມື່ອຍລະ ບໍ່ຮູ້ຊິໄປຊອກນ້າຢູ່ໃສ ອ້າຍຮູ້ບໍ່ວ່າເວລາທີ່ນ້າບໍ່ສະບາຍໃຈ ແລ້ວນ້າມັກໄປໃສ"
"ກະພໍຮູ້ຢູ່ໃດ໋" ສຽງຂອງລາວບໍ່ຕ່າງຫຍັງກັບສຽງລະຄັງສະຫວັນ ເຖິງວ່າມັນຈະບໍ່ຊັດເຈນພໍປານໃດກໍ່ຕາມ
"ຢູ່ໃສຊັນ" ຂ້ອຍຖາມຢ່າງຟ້າວຟັງ
"ຢູ່ອາເມລິກາ" ຂາຂ້ອຍຈົນລ່ອຍລົງບາດຫນຶ່ງ "ເທື່ອທີ່ແລ້ວ ຕອນທີ່ຫນ້າອົກຫັກ ນ້າກະຫນີໄປອາເມລິກາຄົນດຽວ" ຂ້ອຍຍົກມືກຸມຫົວໄວ້ຢ່າງຫມົດຫວັງ "ແຕ່ຕອນນີ້ອ້າຍວ່ານ້າຄືຊິຍັງບໍ່ທັນອອກໄປອາເມລິກາເທື່ອດອກ ຄັນນ້າອອກນອກປະເທດໄປ ຢ່າງຫນ້ອຍກະຕ້ອງໄດ້ກຽມນັ້ນກຽມນີ້ກ່ອນ"
ແມ່ນຄວາມລາວຫັ້ນ ຂ້ອຍລືມໄດ້ແນວໃດວະ!!
"ແລ້ວນ້າຊິຫາຍໄປໃສຊັນ"
"ອື່ມ.... ແຕ່ກະຫຍັງມີບ່ອນຫນຶ່ງໃດທີ່ນ້າມັກໄປນະ..."
"ຢູ່ໃສ, ອ້າຍເລ້" ຂ້ອຍຖາມໂດຍທີ່ບໍ່ທັນໄດ້ຄິດ
"ຢູ່ຫລວງພະບາງ... ດຽວອ້າຍຊິບອກບ່ອນນ້າມັກໄປເດີ້ ບາງເທືຶ່ອອາດຈະຊອກເຫັນ.... ລະອ້າຍຊິລໍຖ້າຄຳຕອບຈາກເອກ"
"ອື້ມໆ"
.
.
ນ້າ Part
ເຊົ້າຂອງມື້ໃຫມ່ ທີ່ຫ້ອງຮັບແຂກ
ຂ້ອຍບໍ່ໄດ້ນັບເທື່ອຊ້ຳວ່າ ສຽງໂທລະສັບຂ້ອຍມັນດັງຕິດຕໍ່ກັນເປັນຈັກສາຍແລ້ວ... ຂ້ອຍຮູ້ພຽງແຕ່ວ່າ ປາຍສາຍນັ້ນແມ່ນເອກ.... ແລະຂ້ອຍກໍ່ຮູ້ອີກວ່າ ເຈົ້າໂຕຕ້ອງໂທນຳເອົາຄວາມຈິງນຳຂ້ອຍແນ່ນອນ..... ແຕ່ຂ້ອຍ ບໍ່ມີແຮງພໍຈະຮັບສາຍໃຜຕອນນີ້
"ເຂົາເຈົ້າໂທມາຫາຈົນສາຍຊິໄຫມ້ລະ ຄືບໍ່ຮັບສາຍ, ນ້າ" ນ້າສາວຂ້ອຍເອີ່ຍຖາມ ໃນຂະນະທີ່ພາໂຕເອງມານັ່ງລົງຂ້າງໆຂ້ອຍ
"ອຶ" ຂ້ອຍແກວ່ງຫົວຄ່ອຍໆ "ເຮົາບໍ່ຢາກຮັບສາຍ"
"ເຮັດຫນ້າປານວ່າຢ້ານຫຍັງນິ"
"ອື້ມ" ຂ້ອຍງຶກຫົວຄ່ອຍໆ ຈົນເຮັດໃຫ້ລາວຕອນຖອນຫາຍໃຈອອກມາເບົາໆ
"ສາວຮູ້ວ່າ ນ້າມີເລື່ອງບໍ່ສະບາຍໃຈ ນ້າບອກສາວໄດ້ບໍ່"
"ອື້ມ" ຂ້ອຍຖອນຫາຍຢ່າງເມື່ອຍລ້າ ກ່ອນຈະເລີ່ມເລົ່າເລື່ອງທັງຫມົດໃຫ້ລາວຟັງ
ແລະທຸກໆຄຳເວົ້າ ມັນຊ່າງບາດເລີກເຖິງຫົວໃຈຂອງຂ້ອຍທຸກຄັ້ງ ເປັນຍ້ອນ ຂ້ອຍລະອາຍໃຈ ທີ່ກ້າເຮັດນຳຄົນທີ່ຈົງຮັກພັກດີນຳຂ້ອຍຕະຫລອດ ທັງທີ່ເຈົ້າໂຕບໍ່ເຄີຍເຮັດຜິດນຳຂ້ອຍ ແມ້ນແຕ່ຄັ້ງດຽວ
"ແລ້ວຈະເອົາຈັງໃດຊັນ" ລາວເອີ່ຍຖາມຫລັງຈາກທີ່ຂ້ອຍເລົ່າໃຫ້ລາວຟັງຫມົດແລ້ວ
"ເຮົາຍັງບໍ່ຮູ້ຄືກັນ"
"ແຕ່ຫນີອອກມາແບບນີ້ ມັນກະບໍ່ໄດ້ຫມາຍຄວາມວ່າ ນ້າຊິຫນີພົ້ນລາວໄດ້ຕະຫລອດ ເພາະວ່າຫົວໃຈຂອງນ້າ ມັນຢູ່ພຸ້ນ"
ແມ່ນລະ ແມ່ນຄວາມລາວທຸກຢ່າງ ຄົນທີ່ຂ້ອຍຮັກລາວຍັງຢູ່ບ່ອນຫັ້ນແລະກຳລັງຕາມຫາຂ້ອຍຢ່າງວຸ້ນວາຍ
"ເຮົາກະບໍ່ຮູ້ຄືກັນນະ..."
"ແຕ່ຈັງໃດ ທາງທີ່ດີ ນ້າ ຄວນຈະກັບໄປຫາ ແລ້ວອະທິບາຍໃຫ້ລາວຟັງອີກ ບາງເທື່ອລາວອາດຈະຍົກໂທດໃຫ້ນ້າກະໄດ້ໃດ໋"
"ບໍ່ມີທາງດອກ ຄັນເອກໄດ້ຊັງໃຜ ມັນກະຊັງຄົນນັ້ນຈົນເຂົ້າກະດູກດຳ"
"ແຕ່ນ້າຫນີມາແບບນີ້ ມັນກະແມ່ນເລື່ອງທີ່ເຫັນແກ່ໂຕເກີນໄປ ແລະທີ່ນ້າເຮັດແບບນີ້ນະ ມັນສ່ຳກັບນ້າປ່ອຍໃຫ້ລາວເຈັບຄົນດຽວໃດ໋"
ຂ້ອຍມິດໃນຊົ່ວຂະນະຫນຶ່ງ.... ກ່ອນຈະເກັບຄຳເວົ້າຂອງລາວກັບມາຄິດ.... ຫຶ ຂ້ອຍເຫັນດີກັບປະໂຫຍກຂອງລາວທຖກຄຳ ຈັງແມ່ນເຫັນແກ່ໂຕຂະຫນາດ ບາດເປັນທີ່ຂອງຕົນເອງລະ ບໍ່ຢາກຈະຍອມຮັບຄວາມຈິງ ປ່ອຍໃຫ້ເອກເຈັບຝ່າຍດຽວ
"ນ້າ...." ລາວເອີ່ຍຊື່ຂ້ອຍດ້ວຍສຽງທີ່ແຜ່ວເບົາ "ສາວວ່າ ລອງຕັດສິນໃຈອີກບາດຫນຶ່ງກະໄດ້ ເຖິງແມ່ນວ່າ ບາງເທື່ອຜົນຕອບກັບມັນຈະບໍ່ດີຕາມທີ່ເຮົາຫວັງໄວ້ ແຕ່ຄວາມຈິງມັນກໍ່ຄືຄວາມຈິງ ນ້າບໍ່ທາງຫນີມັນໄດ້ດອກ"
ຂ້ອຍຫັນຫນ້າກັບໄປເບິ່ງນ້າສາວຂອງຕົນເອງ ທີ່ລາວກຳລັງສົ່ງສາຍຕາດ້ວຍຄວາມເປັນຫ່ວງມາໃຫ້ ເຮັດໃຫ້ຕ້ອງງຶກຫົວຄ່ອຍໆ ກ່ອນຈະພາໂຕເອງ ເຂົ້າໄປກອດໂຕລາວຄ່ອຍໆ
ແຕ່ຈັງໃດ ເລື່ອງນີ້ຂ້ອຍກໍ່ຕ້ອງຂໍເວລານຳມັນ ບາງເທື່ອເວລາມັນອາດຈະເຮັດໃຫ້ຂ້ອຍທຳໃຈໄດ້ ແລະກັບໄປຍອມຮັບສະຖານະການທີ່ແທ້ຈິງ ຈັກເທື່ອຫນຶ່ງ
.
.
.
ຕອນນີ້ ຂຽນຂຶ້ນໂດຍທີ່ບໍ່ທັນໄດ້ແປງເລີຍ
ຂຽນສົດທໃສ່ພັນລາວເລີຍ ປົກກະຕິ Writer ຈະຂຽນໃສ່ word ກ່ອນ
ແລ້ວຄ່ອຍເອົາມາລົງ ແຕ່ເປັນຍ້ອນວ່າ ບໍ່ຢາກໃຫ້ຄົນອ່ານຖ້າ
ກະເລີຍຂຽນມາລົງສົດໆ
ຈັງໃດກະຝາກອ່ານແດ່ເດີ້