ຕອນທີສີ່ສິບສອງ
ລົງເອີຍກັນແລ້ວ
ເອກເຄີຍບອກຂ້ອຍວ່າ ໃນເວລາທີ່ຜູ້ຍິງທີ່ມີອາລົມຄຽດໆ ມັກຈະພາກັນມາເລາະຫລິ້ນ... ຂ້ອຍກໍ່ເລີຍໃຊ້ໂອກາດທີ່ມີແຕ່ຄວາມເບື່ອຫນ່າຍນີ້ ອອກມາຍ່າງເລາະຕະຫລາດມືດ ເຊິ່ງປະກອບໄປດ້ວຍຫລາຍເຕັ້ນຂະຫນາດໃຫຍ່ ທີ່ກາງຂຶ້ນສອງຝາກທາງ ແຕ່ລະເຕັ້ນຈະວາງຂາຍອາຫານ ແລະສິນຄ້າພື້ນເມື່ອງແບບຫລາກຫລາຍສີສັນ ສຸດແສນຈະສວຍງາມ... ໂດຍສະເພາະໃນເວລາທີ່ທ້ອງຟ້າປະດັບປະດາຈາກແສງດາວແລະດວງຈັນ.... ເຖິງແມ່ນວ່າບັນຍາກາດຂອງຂ້ອຍ ມັນຈະງົດງາມແລະໂຣແມນຕິກ ແຕ່ຈັງໃດ ມັນກໍ່ບໍ່ໄດ້ເຮັດໃຫ້ຂ້ອຍຮູ້ສຶກດີພໍປານໃດ
ເຊິ່ງໃນຂະນະທີ່ຂ້ອຍກຳລັງຍ່າງເລາະດ້ວຍຄວາມເພີດເພີນຢູ່ນັ້ນ ກໍ່ມີເດັກນ້ອຍຜູ້ຍິງຄົນຫນຶ່ງມາດຶງແຂນຂ້ອຍໄວ້ກ່ອນ
"ເອື້ອຍໆ..."
"ຮື້ມ?..." ຂ້ອຍຫັນໄປຕາມຕົ້ນສຽງ ພ້ອມກັບສຳຫລວດເດັກຄົນນີ້ຢ່າງຫລີກລ້ຽງບໍ່ໄດ້ ທີ່ມາດ້ວຍເສື້ອສີຂາວ ກະໂປ່ງແບບຊົນເຜົ່າສີແດງ ໃບຫນ້າຂາວໆມົນໆ ຫນ້າຮັກ ກຳລັງຢື່ນຖົງເຂົ້າຫນົມມາໃຫ້ຂ້ອຍ
"ໃຫ້ເອື້ອຍຫວາ" ຂ້ອຍກົ້ມໂຕລົງໄປຖາມ
"ໂດຍ ມີຄົນຝາກມາໃຫ້ເອື້ອຍ" ເວົ້າພ້ອມກັບຍື່ນເຂົ້າຫນົມມາໃຫ້ ເຊິ່ງຂ້ອຍກໍ່ຈັບເອົາໄວ້ແບບງົງໆ
"ໃຜ"
"ຫັ້ນເດ" ຂ້ອຍແນມເບິ່ງປາຍນິ້ວຫນ້ອຍທີ່ກຳລັງຊີ້ໄປທາງຫລັງ ໃນຂະນະທີ່ເດັກນ້ອຍຄົນນີ້ກໍ່ຍ່າງຫນີຂ້ອຍໄປ ຈາກນັ້ນກໍ່ເຜີຍໃຫ້ເຫັນ ຊາຍຄົນຫນຶ່ງທີ່ມາດ້ວຍຊຸດເສື້ອຢືດເບຍລາວສີຂາວ ຜ້າພັນຄໍສີດຳ ໂສ້ງຍີນຂາຍາວ ກຳລັງຍືນຈ້ອງຫນ້າຂ້ອຍແບບບໍ່ວາງຕາ ໂດຍທີ່ເຈົ້າໂຕກຳລັງເຄື່ອນໂຕເຂົ້າມາຫາຂ້ອຍຊ້າໆ
"ອະ ເອກ" ຂ້ອຍອຸທານຊື່ຂອງຊາຍຫນຸ່ມທີ່ຂ້ອຍຮັກເບົາດ້ວຍຄວາມຕະລຶງພ້ອມກັບພາໂຕເອງລຸກຂຶ້ນຊ້າໆ
ເປັນຫຍັງຄືຫນີອອກມາແບບນີ້ ເອກຖາມດ້ວຍສຽງລຽບໆ ໃນຂະນະທີ່ກຳລັງຢຸດຢູ່ຕໍ່ຫນ້າຂ້ອຍ ຂາທີ່ພະຍາຍາມຈະກ້າວຫນີຕອນນີ້ ມັນພັດໃຊ້ການບໍ່ໄດ້ເລີຍ
"ຄື ເອີ່ ເຂົາ... ແມ້ນແຕ່ສຽງຂ້ອຍກໍ່ຍັງຄວບຄຸມບໍ່ໄດ້"
"ສ້າງປັນຫາແລ້ວຄິດຈະຫນີຊັ້ນຫວາ!!... ເພິ່ນບໍ່ຄິດທີ່ຈະສົນໃຈຄົນອື່ນເລີຍແມ່ນບໍ່" ຖາມດ້ວຍແວວຕາເສົ້າໆ
ແລະປະໂຫຍກທີ່ເອກໄດ້ຖາມມານີ້ຕ່າກີ້ ມັນກໍ່ແມ່ນຄວາມເອກຫມົດ ເຮັດຫຍັງກໍ່ບໍ່ເຄີຍສົນໃຈອີກຝ່າຍເລີຍ ທັງທີ່ເຈົ້າໂຕທຸ້ມເທກັບຂ້ອຍປານນີ້ ຂ້ອຍຍັງຄິດທີ່ຈະຄຽດແຄ້ນນຳໄດ້ ຊິວ່າໄປ ຂ້ອຍກໍ່ບໍ່ຕ່າງຫຍັງກັບປີສາດຕົນຫນຶ່ງແທ້ໆ
"ຮຶກ ເຂົາຂໍໂທດ ຮຶກ" ນ້ຳຕາແຫ່ງຄວາມສົມເພດຖືກປ່ອຍອອກມາອາບແກ້ມແບບບໍ່ອຽງອາຍ... ຍິ່ງເຫັນຫນ້າຊາຍຫນຸ່ມຄົນນີ້ຢູ່ຕໍ່ຫນ້າ ຍິ່ງເຮັດໃຫ້ຂ້ອຍຮູ້ສຶກລະອາຍໃຈໂຕເອງທີ່ສຸດ
"ບອກຈັກເທື່ອລະ ວ່າບໍ່ຕ້ອງໄຫ້" ເອກເອີ່ຍບອກດ້ວຍສຽງທີ່ອ່ອນລົງ ຈາກນັ້ນກໍ່ຄ່ອຍໆເລື່ອມືມາເຊັດນ້ຳຕາຂ້ອຍຢ່າງອ່ອນໂຍນ
ເຫັນແລ້ວເຂົາແຮງເຈັບກວ່າເພິ່ນຫລາຍລ້ານເທົ່າ ເອກຍັງຄົງສະແດງກິລິຍາທ່າທາງອ່ອນໂຍນແບບທີ່ຜ່ານມາ... ເຊິ່ງມັນເຮັດໃຫ້ຂ້ອຍຮູ້ສຶກບໍ່ເຂົ້າໃຈຕົນເອງ ເປັນຫຍັງອີກຝ່າຍຕ້ອງເຮັດແບບນີ້ນຳຂ້ອຍ ທັງທທີ່ຂ້ອຍທຳລາຍເຈົ້າໂຕໄວ້ຢ່າງເຈັບແສບ
"ເຮັດຫນ້າແບບນີ້ມີຄຳຖາມຈະຖາມເຂົາແມ່ນບໍ່"
"ມີ"
"ຖາມວ່າ??"
"ທີ່ເຮັດຢູ່ຕອນນີ້ ມັນຫມາຍຄວາມວ່າແນວໃດ" ຂ້ອຍເອີ່ຍຖາມດ້ວຍສຽງທີ່ແຜ່ວເບົາ
"ກະຫມາຍຄວາມວ່າ ເຂົາຢາກຈັດການເລື່ອງທັງຫມົດໃຫ້ມັນຈົບໆໄປ ໂດຍທີ່ມັນບໍ່ຕ້ອງມາຄ້າງຄາແບບນີ້"
"ຖ້າເພິ່ນຊິກັບມາຫາເຂົາອີກນະ ເຂົາຂໍໄດ້ບໍ່ ເຂົາບໍ່ຢາກໃຫ້ມັນເປັນແບບນີ້ອີກ"
"ເພິ່ນຄິດວ່າເຂົາຊິຍອມງ່າຍໆຫວາ... ທຳຮ້າຍຈິດໃຈເຂົາຈົນບໍ່ເຫລືອຫຍັງດີ ແລ້ວຊິຫນີເຂົາໄປງ່າຍແບບນີ້ນິ?"
"ຊິໃຫ້ເຂົາເຮັດໃຫ້ແນວໃດຊັ້ນ!! ແນວເຂົາບໍ່ຫຍັງກ່ຽວຂ້ອງນຳເພິ່ນແລ້ວ ເຂົາຮູ້ວ່າໂຕເອງເຫັນແກ່ໂຕ ທີ່ກຳລັງແລ່ນຫນີນີ້ຄວາມຈິງ ແລະບໍ່ຍອມຮັບຄວາມຈິງ.... ລະຕອນນີ້ນະ ເພິ່ນຊິດ່າຊິແຊງຫຍັງເຂົາກະໄດ້ ເຂົາຍອມ ແຕ່ຫລັງຈາກນັ້ນ ທາງໃຜທາງມັນ ໄດ້ບໍ່"
"ກະແມ່ນຄວາມເພິ່ນຫັ້ນແລະ ເພິ່ນໂຄດເຫັນແກ່ໂຕຂະຫນາດ=ເອກຢຸດເວົ້າໃນຊົ່ວຂະນະຫນຶ່ງ ກ່ອນຈະເວົ້າຂຶ້ນຕໍ່ "ແບບນີ້ເຂົາຕ້ອງສັ່ງສອນວ່າທີ່ພັນລະຍາໃນອະນາຄົດຂອງເຂົາໃຫມ່ແລ້ວ ຮຶໆ" ເຈົ້າໂຕສົ່ງຍິ້ມຫວານໆ ເອົາຈົນຂ້ອຍມຶນງົງປານໄກ່ຖືກໄມ້ຄ້ອນ
"ຮຶ?? ຫມະ ຫມາຍຄວາມວ່າແນວໃດ" ຂ້ອຍຖາມແບບອັດຕະໂນມັດ
"ກະຫມາຍຄວາມວ່າ ບໍ່ມີໃຜໄປແຍກທາງໃຜທາງມັນທັງນັ້ນ ເພິ່ນຕ້ອງຢູ່ນຳເຂົາຄົນດຽວ ແລະຢູ່ນຳກັນຕະຫລອດໄປ" ເອກບອກຂ້ອຍໃນສຽງທີ່ຫນັກແຫນ້ນ ເຖິງຈັງໃດຂ້ອຍກໍ່ບໍ່ເຂົ້າໃຈຈຸດປະສົງຂອງຄົນທີ່ຢູ່ຕໍ່ຫນ້າຢູ່ດີ
"ປະ ເປັນຫຍັງ??"
"ອື່ມ...... ຊິຊອກຄຳຕອບໃຫ້ເພິ່ນແນວໃດດີວະ!!" ເອກເຮັດສີຫນ້າທຳທ່າຄິດຫນັກ ແຕ່ວ່າຂ້ອຍບໍ່ມີອາລົມຫລິ້ນນຳ
"ຍັງຊິມາເຮັດຫນ້າກວນອີກ ບອກເຂົາມາດຽວນີ້"
"ເພິ່ນນິໃຈຮ້ອນຕະຫລອດເນາະ... ອື່ມ.... ເອົາເປັນວ່າ ເວລາຜ່ານໄປຫລາຍສ່ຳໃດຄວາມ ຮູ້ສຶກຂອງຂ້ອຍມັນຍັງບໍ່ທັນປ່ຽນແປງ ເຖິງແມ່ນວ່າອະດີດທີ່ຜ່ານມາເພິ່ນຈະເຄີຍເຮັດໃຫ້ເຂົາເຈັບຊ້ຳປານໃດກໍ່ຕາມ"
"ເປັນຫຍັງ" ຂ້ອຍຖາມແບບນີ້ອີກຄັ້ງ ດ້ວຍນ້ຳສຽງທີ່ອ່ອນລົງ ສາຍກໍ່ແນມໄປທີ່ເຈົ້າໂຕເພື່ອຄົ້ນຫາຄຳຕອບທີ່ແທ້ຈິງ
"ອີກລະ ຄຳຖາມນີ້ອີກລະ ບໍ່ມີຄຳຖາມໃຫມ່ແດ່ເບ໊າະ??"
"ເພິ່ນບໍ່ຕ້ອງມາປ່ຽນເລື່ອງໄດ້ບໍ່" ເອີ່ຍອອກໄປດ້ວຍນ້ຳສຽງທີ່ຈິງຈັງ
"ເອີ້ ກະໄດ້.... ກະທີ່ເວົ້າມາທັງຫມົດ ເຂົາກະຫມາຍຄວາມວ່າຕໍ່ໃຫ້ເພິ່ນເປັນແບບໃດເ ຂົາກະຍັງຍອມຮັບຂໍ້ເສຍເພິ່ນໄດ້... ທັງທີ່ຮູ້ວ່າໂຕເອງເປັນຄົນບໍ່ມັກຄົນຫລອກຫລວງ ແຕ່ເຂົາກະຍອມໂງ່ທີ່ຈະນຳເພິ່ນມາ ແທນທີ່ຈະປ່ອຍໄປຫລືກັບໄປແກ້ແຄ້ນເພິ່ນຄືນ... ແຕ່ຮູ້ບໍ່ ເຂົາເຮັດແບບນັ້ນບໍ່ລົງ ແລະບໍ່ກ້າທີ່ຈະທຳຮ້າຍຄົນທີ່ເຂົາຍອມຕາຍແທນໄດ້ ເຂົາໃຈບໍ່ ຮື້ມ"
"ຮຶກ... ເຂົ້າໃຈແລ້ວ" ຂ້ອຍລັ່ງນ້ຳຕາແຫ່ງຄວາມຊາບຊຶ້ງໄຫລລົງອາບແກ້ມທັງສອງຂ້າງຂອງຂ້ອຍອີກຄັ້ງ... ເປັນຫຍັງ ຄົນທີ່ຢູ່ຕໍ່ຫນ້າ ຊ່າງເປັນຄົນທີ່ແສນດີເຫລືອເກີນ ດີເກີນກວ່າຄົນບໍ່ມີຄ່າແບບຂ້ອຍບໍ່ສົມຄວນທີ່ຈະຮັກດ້ວຍຊ້ຳ
"ເຮີ່ຍ.....ບອກແລ້ວແມ່ນບໍ່ວ່າຢ່າໃຫ້ນະ ສຸດຄວາມ" ເອກກໍ່ດຶງຂ້ອຍເຂົ້າໄປກອດທ່າມກ່າງຜູ້ຄົນຫລາຍຄົນທີ່ກຳລັງຍ່າງກາຍໄປກາຍມາ....
"ແນວມັນອົດບໍ່ໄດ້ ຮືໆໆ" ຂ້ອຍບອກທັງນ້ຳຕາໃນຂະຫນະທີ່ກຳລັງແນບເອິກແຂງແຮງຂອງອີກຝ່າຍ ເປັນຜົນໃຫ້ເສື້ອສີຂາວໆເປື້ອນແຕ່ຮອຍນ້ຳຕາຂອງຂ້ອຍ
"ໂອເຄ ຖ້າຢາກໃຫ້ກະໃຫ້ເທາະ ຕອນນີ້ເຂົາບັງຫນ້າເພິ່ນໄວ້ແລ້ວ ບໍ່ມີໃຜເຫັນເພິ່ນກຳລັງໄຫ້"
ເອກລູບຫົວຂ້ອຍຢ່າງອ່ອນໂຍນເພື່ອເປັນການປອບໃຈ... ແລ້ວການກະທຳຂອງເອກ ມັນເຮັດໃຫ້ຂ້ອຍຮູ້ສຶກວ່າ ໂຕເອງໄດ້ກັບໄປເປັນເດັກຫນ້ອຍຄັ້ງ ໃນຊ່ວງເວລາທີ່ຂ້ອຍເຮັດຫຍັງຜິດ ພໍ່ຂອງຂ້ອຍກໍ່ຈະເຂົ້າມາປອບໃຈແບບນີ້ສະເຫມີ ເຫມືອນກັບທີ່ເອກກຳລັງກອດຂ້ອຍຢູ່ ເຊິ່ງມັນກໍ່ເຮັດໃຫ້ຂ້ອຍຮູ້ສຶກປອດໄພແລະອົບອຸ່ນທີ່ສຸດ
"ເຂົາຂໍໂທດ ຮຶກ ເຂົາຂໍໂທດ" ຂ້ອຍພ່ຳບອກໄປຈາກໃຈທີ່ແທ້ຈິງ ໂດຍທີ່ບໍ່ສົນຜູ້ຄົນກາຍໄປກາຍມາຈະສັງເກດເຫັນ ແລະແນມເບິ່ງພວກຂ້ອຍເປັນສາຍຕາດຽວ… ໃນເມື່ອຂ້ອຍຢາກຢູ່ແບບນີ້ ຢາກຮູ້ສຶກອົບອຸ່ນແບບນີ້ ຕະຫລອດໄປ
"ໂດຍໆ ເຂົາຍົກໂທດໄຫ້ເພິ່ນແລ້ວ.... ເຂົາຄຽດໃຫ້ເພິ່ນບໍ່ລົງດອກ "ເອກດັນໂຕຂ້ອຍອອກຄ່ອຍໆ ແລ້ວກໍ່ເລື່ອນມືສາກໆ ມາເຊັດນ້ຳຕາໃຫ້ຂ້ອຍຢ່າງອ່ານໂຍນອີກຄັ້ງ
"ແຕ່ຈັງໃດເພິ່ນກະຫ້າມຫນີເຂົາໄປແບບນີ້ອີກເດີ້.... ຮູ້ບໍ່ເຂົາຈົນໄຫ້ພຸ້ນນະຕອນທີ່ເພິ່ນຂຽນຈົດຫມາຍໄວ້ໃຫ້ອ່ານຫັ້ນ... ເຂົາລະຢາກໃຫ້ເພິ່ນສັນຍານຳເຂົາ ບໍ່ວ່າຈະເກີດຫຍັງຂຶ້ນ ເພິ່ນກະຫ້າມຫລົບຫນ້າກັນ ຫ້າມຫາຍໄປໂດຍທີ່ເລື່ອງມັນຍັງຄ້າງຄາແບບນີ້... ເພິ່ນຊິສັນຍານຳເຂົາໄດ້ບໍ່" ເອກເຮັດສີຫນ້າວອນຂໍດ້ວຍຫນ້າເປັນຕາສົງສານ ເປັນຜົນຂ້ອຍຕອບຕົກລົງເຈົ້າໂຕແບບບໍ່ທັນໄດ້ໄຕຕອງ
"ອື້ມ" ຂ້ອຍງຶກຫົວຄ່ອຍໆແທນຄຳຖາມທັງຫມົດ
"ດີລະຊັນ.... ແປວ່າເລື່ອງຂອງເຮົາທັງສອງມັນຈົບແລ້ວແມ່ນບໍ່"
"ເຂົາກະບໍ່ຮູ້ແລະແລະ... ເລື່ອງນີ້ເຂົາເປັນຄົນຜິດ ເຂົາຕອບເພິນບໍ່ໄດ້"
"ເພິ່ນຊິຫມາຍຄວາມວ່າເຂົາເປັນຄົນຕັດສິນເລື່ອງທັງຫມົດຕົວະ"
"ອື້ມ"
"ໂອເຄ!! ອົາເປັນເລື່ອງນີ້ຈະຖືກຕັດສິນດ້ວຍນິຕິໄນຂອງຂ້ອຍວ່າ ເລື່ອງທັງຫມົດທີ່ຂ້ອງໃຈກັນໄດ້ຖືກຈັດການແລ້ວ ສ່ວນເຮົາທັງສອງກະກັບມາຄືນດີອີກຄັ້ງ ແລະເຮົາທັງສອງຄົນກະຊິຮັກກັນຕະຫລອດໄປ ຕົກລົງບໍ່?"
"ຕົກລົງ" ຂ້ອຍບອກຍິ້ມໆ
"ເອີ້ ແຕ່ວ່າເຂົາມີເລື່ອງຫນຶ່ງຈະຖາມເພິ່ນນະ"
"ເລື່ອງຫຍັງ"
"ເຂົາຫນົມທີ່ເຂົາຊືໃຫ້ເພິ່ນນະຢ່າແກວ່ງຖິ້ມເດີ້"
ປະໂຫຍກແບບອ້ອນຂອງເອກທີ່ຖາມມື້ກີ້ນີ້ ເອົາຈົນຂ້ອຍຫົວອອກມາທັນທີ ໃນເມື່ອຂ້ອຍຍັງຈື່ເຫດການທີ່ເອກໄດ້ງໍ້ຂ້ອຍໄດ້ຕອນນັ້ນ
"ຮາໆໆ ຂ້ອຍຫົວແບບບໍ່ມີກັກ ສ່ວນເຈົ້າໂຕພັດມີສີຫນ້າຈິງຈັງ
"ເຂົາຈິງຈັງໃດນິ... ຮູ້ບໍ່ຊົ່ວເຂົາຊິຊອກຊື້ໄດ້ ໂຄດຍາກຂະຫນາດ ໄຄແດ່ທີ່ເຫັນເດັກຜູ້ຍິງມື້ກີ້ນັ່ງຂາຍຢູ່ສຸດໆທາງຂັນໃດຂຶ້ນພູສີ ກະເລີຍຊື້ມາ"
"ແລະກະໃຊ້ເດັກນ້ອຍນຳອີກແມ່ນບໍ່?? ເພິ່ນຈະແມ່ນບໍ່ອີ່ຕົນນ້ອງມັນເລີຍ"
"ແຕ່ເຂົາໃຫ້ເງິນເປັນສິນນ້ຳໃຈລະໃດ ອີກຢ່າງຫນຶ່ງເຂົາກະຕົກລົງນຳນ້ອງມັນແລ້ວ"
"ໂດຍໆ.... ວ່າແຕ່ເພິ່ນເທາະ ນຳເຂົາມາຖືກບ່ອນໄດ້ແນວໃດນິ" ຂ້ອຍປ່ຽນປະເດັນທີ່ຢາກຮູ້ທີ່ສຸດຕອນນີ້
"ກະທີ່ເຂົານຳມາຖືກ ຍ້ອນເຂົາຮູ້ວ່າຫົວໃຈຕົວເອງຢູ່ໃສ"
"ແວ໊ະ ເວີ້ລະ!!"
"ເວີ້ຈັງໃດວະ!! ເຂົາເວົ້າຄວາມຈິງໃດ໋ນິ"
"ບອກຈິງມາດີກວ່າ" ຖາມດ້ວຍສີຫນ້າຈິງຈັງ
"ໂອເຄ ດຽວຊິບອກດຽວນີ້ແລະ ກະຫລັງຈາກທີ່ເພິ່ນຫນີອອກຈາກໂຮງຫມໍໄປ ເຂົາກະຊອກເພິ່ນເອົາແທ້ເອົາວ່າ ໂທໄປຖາມຜູ້ນັ້ນຜູ້ນີ້ເກືອບຄົບທຸກຄົນທີ່ເປັນຫມູ່ເພິ່ນ... ບາດເຂົາໂທຫາອ້າຍເພິ່ນລະ ລະກະບອກວ່າເພິ່ນຢູ່ໃສ.... ຖ້າເພິ່ນບໍ່ຫນີໄປອາເມຣິກາ ເພິ່ນກະຫນີມາຫລວງພະບາງ"
"ແລ້ວເພິ່ນຮູ້ໄດ້ແນວໃດວ່າເຂົາຫນີມາຢູ່ນິ"
"ກະຮູ້ຍ້ອນວ່າ ຖ້າເພິ່ນຊິຫນີໄປຕ່າງປະເທດ ຢ່າງຫນ້ອຍເພິ່ນກະຕ້ອງກຽມນັ້ນກຽມນີ້ດົນເຕີບ ສະນັ້ນ ເຂົາກະເລີຍເດົາເອົາວ່າເພິ່ນຢູ່ບ່ອນນີ້ແລະ ຈາກນັ້ນເຂົາກະບິນມາຫາເພິ່ນເລີຍ ພໍມາຮອດບ້ານນ້າສາວເພິ່ນລາວກະບອກວ່າເພິ່ນອອກມາເລາະຫລິ້ນຕະຫລາດມືດ... ເປັນຈັງໃດເຂົາສະຫລາດບໍ່?" ຖາມທັງຍິກຄິ້ວເບື້ອງຫນຶ່ງ... ຫຶ ບໍ່ຄ່ອຍຈະຫມັ້ນໃຈໂຕເອງປານໃດເລີຍໃດ໋ຫັ້ນ
"ອື້ມ.... ຫາກະຊິເຫັນໄດ້ເລື່ອງກະຕອນນີ້ແລະ ສ່ວນເວລາອື່ນບໍ່ໄດ້ເລື່ອງ"
"ແຕ່ເຂົາກະມີເວລາຫນຶ່ງທີ່ໄດ້ເລື່ອງໃດ໋ ແລະຖະຫນັດທີ່ສຸດ
"ຄື"
"ເວລາຢູ່ເທິງຕຽງ"
"ວ່າລະ... ແຕ່ວ່າ ເພິ່ນໄດ້ເລື່ອງຕອນໃດວະ!! ຂະຫນາດເພິ່ນມີໂອກາດປານນັ້ນເຂົາຍັງບໍ່ມີລູກລະ ແບຣ່....".. ແຍ່ຫລີ້ນເຢີ້ຍຢັນສຸດໆ ກ່ອນທີ່ຈະພາໂຕເອງແລ່ນຫນີມັນອອກມາໃຫເຕີບ
"ປາດໂທ!! ກ້າເວົ້າໃສ່ເຂົາເສີຍຫວາ ຫຶ ດຽວຊິເສກລູກເຂົ້າທ້ອງເພິ່ນຕອນນີ້ແລະ"
"ຖ້າຢາກເສກກະນຳມາເຂົາມາໃຫ້ໄດ້ແລະ ຮາໆໆ"
"ຫຶ ທ້າເຂົາປານນິ ມື້ນີ້ເພິ່ນບໍ່ລອດແທ້ໆ!! ຮຶໆ"
ສຸດຄວາມເອກກໍ່ແລ່ນຕາມຫລັງມາ ໂດຍທີ່ຂ້ອຍກຳລັງສົ່ງສຽງຫົວຢ່າງມີຄວາມສຸກ ແບບບໍ່ສົນສາຍຕາຂອງຜູ້ຄົນທີ່ກາຍໄປກາຍມາແຕ່ຢ່າງໃດ... ໃນເມື່ອຄວາມຮັກ ມັກຈະເຮັດໃຫ້ຄົນເຮົາກັບໄປເປັນເດັກນ້ອຍສະເຫມີ
.
.
.
ເອົາມາລົງລະເດີ້ ມື້ວານນີ້ບໍ່ໄດ້ເອົາລົງຊ້ຳ
ພໍດີຄາວຽກແຮງ ແລະແຕ່ນີ້ຕໍ່ໄປ ແຮງຊິຄາຂຶ້ນກວ່າເກົ່າ
ດົນທຈະໄດ້ອັບເທື່ອຫນຶ່ງ ຈັງໃດກະລໍຖ້າແດ່ເດີ້!!