ຕອນອາວະສານ
ທັນວາ Part
ໂລກຂອງຂ້ອຍມັນກັບມາຫມຸນອີກຄັ້ງຕັ້ງແຕ່ທີ່ມີອາເລັກເຂົ້າມາໃນຊີວິດ ຫລັງຈາກທີ່ໄດ້ປັບຄວາມເຂົ້າໃຈກັນ... ມີຫລາຍຄົນບອກວ່າ ເວລາທີ່ເຮົາຮັກໃຜຈັກຄົນຫນຶ່ງ ເຮົາຈະຮັກເຂົາເຈົ້າໄດ້ພຽງຄັ້ງດຽວ... ຫາກຄວາມຈິງ ມັນບໍ່ແມ່ນແບບນັ້ນສຳຫລັບຂ້ອຍ ໃນເມື່ອເລື່ອງລາວຂອງຂ້ອຍກັບເຈົ້າໂຕກຳລັງດຳເນີນໄປຢ່າງງົດງາມ ເຖິ່ງແມ່ນວ່າບາງເທື່ອ ພວກຂ້ອຍສອງຄົນຈະທະເລາະຜິດຖຽງກັນກໍ່ຕາມ ແຕ່ໃນທີ່ສຸດພວກຂ້ອຍກໍ່ຫັນຫນ້າເຂົ້າມາລົມກັນໃຫມ່
ໂດຍສະເພາະຕອນນີ້
"ປິ໋ບ" ຂ້ອຍຈັບບີໂຫມດທີ່ວາງຢູ່ເທິງໂຕະຂຶ້ນມາປ່ຽນຊ່ອງ ຂະນະທີ່ນັ່ງລົງໂຊຟາຂະຫນາດໃຫຍ່ຂ້າງໆມັນ
"ເຮີ້ຍ!! ຂ້ອຍກຳລັງເບິ່ງເຕະບານຢູ່ໃດເຈົ້າຊິປ່ຽນຊ່ອງໄປເຮັດຫຍັງເກາະ!" ອາເລັກຫັນມາຮ້າຍຢ່າງຫົວເສຍ
"ແນວຂ້ອຍຊິເບິ່ງຫນັງ ຕອນນີ້ແຮງກຳລັງມວນ... ສ່ວນເຈົ້າຫັ້ນໄປເຮັດວຽກບ້ານໄດ້ແລ້ວ ຈັກຫນ້ອຍກະຊິເສັງຈົບແລ້ວນິ"
"ຊົ່ວຊິເສັງກະອີກຫລາຍອາທິດ ວຽກບ້ານມື້ນີ້ກະບໍ່ມີ ບໍ່ຈຳເປັນຈະເຮັດກະໄດ້" ອາເລັກຖຽງ (ເບິ່ງມັນເວົ້າແມ໋... reader ຢ່າເອົາເປັນແບບຢ່າງເດັດຂາດ?
"ຄັນບໍ່ມີ ກະຊອກຫາອ່ານບົດຮຽນກຽມໄວ້ ດຽວຈັກຫນ້ອຍຊິເສັງບໍ່ຜ່ານແລະ"
"ເອີ້ ຊິແຊ່ງຂ້ອຍກະເຊີນ!!" ອາເລັກລຸກຂຶ້ນບັນດານໂທສະໃສ່ຂ້ອຍແບບບໍ່ເວັ້ນຫນ້າ
"ອ້າວເຮີ້ຍ!! ຂ້ອຍກະເວົ້າເຕືອນຊື່ໆ ຈັກຊິຮ້ອງສຽງດັງເຮັດຫຍັງເກາະ ຂ້ອຍລຳຄານຫູຊິຕາຍແລ້ວນິ" ຂ້ອຍອົດບໍ່ໄດ້ທີ່ຈະລຸກຂຶ້ນ ເພື່ອລະບາຍອາລົມໂມໂຫຄືກັນ ເຖິງວ່າຂ້ອຍຈະແມ່ນຄົນເລີ່ມເລື່ອງ ແຕ່ຈັງໃດເລື່ອງກະບໍ່ໄດ້ຮ້າຍແຮງ ຈົນເຮັດໃຫ້ອີກຝ່າຍປ່ວງບ້າຂຶ້ນ ແບບນີ້
"ແນວຂ້ອຍມັນເປັນຄົນລຳຄານເດ ເຮັດຫຍັງກະຜິດຕະຫລອດ!!"
"ອາເລັກ!! ຂ້ອຍກະເວົ້າເຕື່ອນ ເຂົ້າໃຈບໍ່ ຄຳວ່າເຕື່ອນຫັ້ນນະ ຈັກຊິຈິງຈັງເຮັດຫຍັງວະ!!
"ເອີ້ ກະໄດ້ ຂ້ອຍຜິດເອງ ພໍໃຈເຈົ້າລະບໍ່!!"
"ບໍ່ພໍ່ໃຈໂວ້ຍ........" ຂ້ອຍແຮກປາກໃສອີກຝ່າຍຈົນສຸດສຽງ "ເຈົ້າເປັນເກ໊າະ ຫ໊ະ!! ເລື່ອງມັນກະບໍ່ໄດ້ຫນັກຫນາເອົາແທ້ເອົາວ່າຈັກຫນ້ອຍ ຄົນລະເມື່ອຍນຳຄົນແບບເຈົ້າເດ"
"ຄົນແບບຂ້ອຍ??" ທວນຄຳຖາມດ້ວຍສີຫນ້າໂມໂຫ ເອີ້ໂມໂຫເຂົ້າໄປ!! "ຄົນແບບຂ້ອຍມັນເປັນແບບໃດ??"
"ກະເຮັດໂຕເອງຫນ້າບໍ່ເຫດຜົນຄືຕອນນີ້ນິເດ!!
"ເອີ້ ຂ້ອຍມັນຄົນບໍ່ມີເຫດຜົນ... ຄັນເຈົ້າອົດບໍ່ໄດ້ກະບໍ່ຕ້ອງອົດ"
"ຂ້ອຍກະອົດບໍ່ແທ້ໆຫັ້ນແລະ!!.... ເຮ້ຍເອີ້ຍ!! ມຶ້ນີ້ແມ່ນວັນເຮ້ຍຫຍັງວະ... ຜິດນຳລູກຄ້າຍັງມາພໍ ກັບມາຍັງມາຖຽງນຳຄົນເປັນບ້າຄືເຈົ້າ"
"ຫຶ ມື້ນີ້ແມ່ນວັນເຮ້ຍແທ້ໆຄືເຈົ້າເວົ້າຫັ້ນແລະ... ຮຶກ" ມັນເວົ້າຂຶ້ນທັງນ້ຳຕາທີ່ໄຫລຊຶມອອກມາ ກ່ອນທີ່ຈະຫມຸນໂຕໄປ ແຕ່ເລື່ອງມັນຍັງບໍ່ທັນຈົບ ຂ້ອຍຍັງບໍ່ທັນໄດ້ຈັດການປັນຫາໄຫ້ມັນຈົບເທື່ອ ສະນັ້ນມັນບໍ່ມີສິດໄຫ້ ແລະບໍ່ມີສິດຫນີໄປໃສທັງນັ້ນ
"ຢຸດ" ຂ້ອຍແລ່ນເຂົ້າໄປຂວາງມັນໄວ້ "ຊິຫນີໄປໃສ"
"ໄປໃສມັນກະເລື່ອງຂອງຂ້ອຍ" ສຸດຄວາມມັນກໍ່ກຽມຈະຍ່າງ ແຕ່ວ່າຢູ່ບໍ່ຢູ່ກໍ່ໄຟດັງລົງເສຍກ່ອນ
"ຟຶບ"
"ເຮີ້ຍ!!..." ອາເລັກແຂກຮ້ອງດ້ວຍຄວາມຕົກໃຈ ແຕ່ວ່າມັນບໍ່ໄດ້ອຸທານລ້າໆມັນຍັງດຶງໂຕຂ້ອຍເຂົ້າໄປກອດອີກແຫນ້ນ ໃນເມື່ອມັນຢ້ານຄວາມມືດທີ່ສຸດ
"ປ່ອຍຂ້ອຍແມ່ ຂ້ອຍຫາຍໃຈບໍ່ອອກ" ຂ້ອຍບອກເຈົ້າໂຕຜ່ານຄວາມມືດ ພາງໃຊ້ມືດັນອາເລັກເລັກສຸດແຮງ ແຕ່ມັນກໍ່ບໍ່ຕອບຕາມທີ່ຕ້ອງກັນ ນອກຈາກຈະກອດຂ້ອຍຂຶ້ນກວ່າເກົ່າ ຈາກທີ່ຄຽດໃຫ້ກັນມື້ກີ້ ຄວາມຢ້ານມັນສ້າງກຳແພງຂຶ້ນຕັນໄວ້ຫມົດ
"ບໍ່ ຂ້ອຍບໍ່ປ່ອຍ" ປັດຕິເສດຫົວແຂງ
"ບໍ່ປ່ອຍແລ້ວຂ້ອຍຊິເອົາຫຍັງມາໄຕ້ວະ!! ແຮງມືດຕອນນີ້"
ກະໄດ້ ຈາກນັ້ນມັນກໍ່ປ່ອຍຂ້ອຍ ແລ້ວອີກບໍ່ດົນກໍ່ມີສຽງຫນຶ່ງດັງຂຶ້ນ
"Happy birth day to you happy birthday to you happy birthday
happy birthday happy birthday to you"
ສຽງຮ້ອງເພງດັງຂຶ້ນພ້ອມກັບການປະກົດຕົວຂອງຫລາຍຄົນໃນກຸ່ມພວກຂ້ອຍ ໂດຍທີ່ເອກອາສາຖືເຄັກຂະຫນາດໃຫຍ່ ພ້ອມກັບທຽນສິບແປດເຫລັ້ມທີ່ບົ່ງບອກເຖິງອາຍຸຂອງອີກຝ່າຍ... ຈາກທີ່ອາການຢ້ານກົວມື້ກີ້ນີ້ມັນກໍ່ປ່ຽນມາຍິ້ມແທນ
"happy birthday happy birthday to you"
"ອະທິຖານແມ່" ຂ້ອຍບອກໃນຂະນະທີ່ສຽງເພງສິ້ນສຸດລົງ ສ່ວນເຈົ້າຂອງວັນເກີດກໍ່ງຶກຫົວກ່ອນຈະອະທິທານແລ້ວກໍ່ເປົ່າເຄັກ
"ເຢ່!!" ສຽງຕົບມືຢ່າງຊົມເຊີຍດັງຂຶ້ນສະນັ່ນໄປທົ່ວ ພ້ອມກັບມີຄົນອາສາໄປເປີດໄຟໃຫ້ສະຫວ່າງຂຶ້ນ
"ນຶກວ່າເຈົ້າຊິລືມແລ້ວຊັນດອກ
"ຂ້ອຍບໍ່ມີທາງລືມງ່າຍໆດອກ ແມ່ນໃຜຊິລືມວັນເກີດຂອງແຟນໂຕເອງວະ... "
"ກະເຈົ້າຫັ້ນເດ!!... ເຈົ້າລືມແລ້ວຫວາມື້ນັ້ນ"
"ແຮໆ" ຂ້ອຍຍິ້ມແຫ້ງໃຫ້ເຈົ້າໂຕ
"ອື່ມ.... ແລ້ວຂອງຂວັນຂ້ອຍເດ ບໍ່ມີຫວາ"
"ມີ ຫລັບຕາກ່ອນແມ່...."
"ອຶ້ມ" ອາເລັກງຶກຫົວກ່ອນຈະຫລັບຕາຫລົງ ເມື່ອເຈົ້າໂຕຟັງຄຳສັ່ງຂ້ອຍແລ້ວ ຂ້ອຍກໍ່ໃຊ້ໂອກາດນີ້ຢັ້ງຢີ້ຂາໂຕເອງຂຶ້ນທາບ ຮີມປາກຂອງຕົນທີ່ຮີມປາກບາງຂອງອີກຝ່າຍ ຈາກນັ້ນກໍ່ຖອນຈູບຢ່າງອ່ອນໂຍນ
"ນີ້ຫວາຂອງຂວັນເຈົ້"າ
"ອື້ມ ນີ້ແລະ ແຕ່ວ່າຂ້ອຍມີສິ່ງຫນຶ່ງທີ່ ຂ້ອຍຢາກຈະໃຫ້ເຈົ້າອີກ ນັ້ນກໍ່ຄື ຄຳວ່າຮັກ" ຂ້ອຍບອກດ້ວຍສາຍຕາເລິກເຊິ່ງ
"ຂອບໃຈ ຂອບໃຈທີ່ຮັກຂ້ອຍ ຂ້ອຍໃຈທີ່ເຮັດໃຫ້ຂ້ອຍຮູ້ວ່າ ໂຕເອງຢາກຫາຍໃຈອີກຄັ້ງເພື່ອໃຜ"
ແວ໊ະ! ຢາກມີງ້ຽງເດ!! ເຊົາຫວານກ່ອນໄດ້ບໍ່ ອີ່ແຈັກຮ້ອງຂັດ ເຮ້ຍເອີ້ຍ ເອົາກູຕະຫລອດ!!
"ແມ່ນ" ສ່ວນພວກທີ່ອ້ອມຂ້າງຂ້ອຍສອງຄົນທັງຫລາຍຕ່າງກໍ່ເຫັນດີນຳອີກ
"ແລ້ວມີຫຍັງຊັນ" ຂ້ອຍຫັນໄປຖາມອາລົມບໍ່ joy
"ມີ"
"ມີຫຍັງ"
"ແດກເບຍ!!...... ເຫັນດີບໍ່ ຖາມຫາສຽງນຳຄົນທີ່ຢູ່ອ້ອມຂ້າງ"
"ເຫັນດີ...." ແລະພວກທີ່ເຫລືອກໍ່ຕອບສະຫນອງ
ຈາກນັ້ນພວກມັນກໍ່ດຶງແຂນເຂົ້າໄປຮ່ວມວົງແລ້ວກໍ່ພາກັນດື່ມແລະຮ້ອງເຮຢ່າງເມົາມັນ ໂດຍທີ່ມີອາເລັກຢູ່ຄຽງຂ້າງຂ້ອຍແບບນີ້ ຕະຫລອດໄປ
ນ້າ part
ຂ້ອຍປີກໂຕອອກມາຈາກວົງເຫລົ້າ ຈາກນັ້ນກໍ່ມຸ່ງຫນ້າມານັ່ງທີ່ຊິ່ງຊ້າຂະຫນາດຍາວຢູ່ຫລັງເຮືອນຂອງອ້າຍເລ້ ເນື່ອງຈາກ ຂ້ອຍຢາກຫາບ່ອນທີ່ມີບັນຍາກາດສະຫງົບໆ ເພື່ອທີ່ຈະແນມເບິ່ງດາວແລະພະຈັນ ໃນຂະນະທີ່ພວກມັນກຳລັງສ່ອງແສງ ເປັ່ງປະກາຍເທິ່ງທ້ອງຟ້າ
"ຄືອອກມານັ່ງຢູ່ນີ້ຄົນດຽວ" ສຽງທຸ້ມໃຫຍ່ຂອງເອກດັງຂຶ້ນ ຈາກນັ້ນກໍ່ພາໂຕເອງມານັ່ງລົງຂ້າງໆຂ້ອຍ
"ກະມານັ່ງຫລິ້ນຊື່ໆນີ້ແລະ ຢາກອອກມານັ່ງເບິ່ງທ້ອງຟ້າ"
"ກະຈະໂລແມນຕິກຄົນດຽວວ່າຊັ້ນ"
"ແມ່ນຕິ... ພໍດີທ້ອງຟ້າຕອນນີ້ມັນງາມກະເລີຍຢາກເບິ່ງ"
"ຫວາ...."
"ອື້ມ... ເອີ້ເຂົາມີເລື່ອງຫນຶ່ງຈະຖາມເພິ່ນນະ"
"ຖາມວ່າ"
"ເລື່ອງແຕ່ງງານຂອງເຮົາ....... ເພິ່ນຊິແຕ່ງຫລືວ່າໂຈະມັນໄວ້ແບບນີ້ເລີຍ"
"ອື່ມ.... ເລື່ອງນິ້ກະແລ້ວແຕ່ເພິ່ນ..... ເພາະວ່າເຂົາແນວໃດກະໄດ້... ແຕ່ຄັນໃຈຈິງແທ້ ເຂົາກະຢາກຈະແຕ່ງກັບເພິ່ນ ກັບຄົນທີ່ເຂົາຮັກທີ່ສຸດແລະພ້ອມຈະໃຊ້ຊີວິດໄປນຳກັນຈົນຕາຍເລີຍຕອນນີ້ ເປັນຈັງໃດ ຊຶ້ງບໍ່" ຫັນມາຖາມດ້ວຍຮອຍຍິ້ມຫວານໆ
"ອຶ້ມ... ກະຊຶ້ງ ຖ້າເພິ່ນຢາກຈະແຕ່ງກະຕາມໃຈເພິ່ນ ເພາະວ່າເຂົາກະຮັກເພິ່ນຄືກັນ"
"ໂດຍ... ຂອບໃຈທີ່ເຮັດໃຫ້ຄົນເຈົ້າຊູ້ຮູ້ຈັກຮັກແທ້.... ແລະເຂົາກະສາບານວ່າຊິຮັກເພິ່ນຕະຫລອດໄປ"
"ທີ່ຈິງເພິ່ນບໍ່ຕ້ອງສາບານກັບເຂົາກະໄດ້.... ເພາະວ່າທຸກສິ່ງທຸກຢ່າງມັນບໍ່ແນ່ນອນຄືເຂົາເຄີຍເວົ້າຫັ້ນແລະ... ຂໍແຕ່ເພິ່ນດູແລເບິ່ງແຍງ ຮັກກັນ ແລະເປັນກຳລັງໃຈໃນເວລາທີ່ເຂົາຮູ້ສຶກ ກະພໍ ສ່ຳນີ້ມັນກະເຮັດໃຫ້ຊີວິດເຂົາມີຄ່າແລ້ວ"
"ໂອເຄ ກະໄດ້...."
"ເອີ້ ແລະເຂົາມີເລື່ອງຫນຶ່ງຈະບອກເພິ່ນອີກ" ຂ້ອຍບອກອອກໄປດ້ວຍທ່າທາງພະອືດພະອົມ
"ຄື??"
"ອ໊ວກ!!" ແລ້ວມັນກໍ່ມາແບບກະທັນຫັນ
"ອ໊າກ!! ເຕັມໆຫນ້າເຂົາເລີຍ!! ບອກແລ້ວແມ່ນບໍ່ວ່າຫ້າມດື່ມ!!
"ທີ່ຮັກ, ເຂົາຂໍໂທດ"
.
.
.
ເອົາມາລົງຕອນຈົບແລ້ວເດີ້ ເລື່ອງນີ້ມີຄົນບອກວ່າ
ມ່ວນກວ່າທຸກເລື່ອງທີ່ຂຽນມາ ຂອບໃຈທີ່ເຂົ້າມາອ່ານ
ຂອບໃຈທີ່ເຂົ້າມາຄອມເມັ້ນ ຂອບໃຈທີ່ເຮັດໃຫ້ ປາກກາຈຸ່ມນ້ຳເຜິ້ງ
ມີກຳລັງໃຈຂຽນນິຍາຍຕອນຕໍ່ໄປ
ຈົບບໍລິບູນ