ຂຽນເມື່ອ: ຕ.ລ.. 10, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ຕອນພິເສດ
ທີ່ສະໂມສອນ ຂອງໂຮງຮຽນ ໃນງານລ້ຽງສະຫລອງເສັງຈົບ
ມື້ນີ້ເປັນມືສະຫລອງທີ່ພວກຂ້ອຍໄດ້ຈົບການສຶກສາ ຂ້ອຍກໍ່ເລີຍຫຍຸ້ງວຽກເກືອບຫມົດມື້ ໃນເມື່ອວົງຂອງຂ້ອຍຕ້ອງຂຶ້ນໂຊສະແດງ ເຊິ່ງບໍ່ມີໃຜຄິດຈະຊ່ວຍຂ້ອຍເລີຍຈັກຄົນ ໃນເມື່ອ ເຕົ໋າກໍ່ສະຫວີດກັບນ້ອຍຢູ່ຕະຫລອດເວລາ ສ່ວນອາເລັກກັບເຈ້ທັນວາ ລາຍນັ້ນແຮງຄັກ ຈູບກັນໂຊໃຫ້ຂ້ອຍເຫັນຈະໆເລີຍ ຫວານແບບໂຄດເວີ້ ເອົາຈົນຄົນທີ່ຢູ່ໃກ້ໆແບບຂ້ອຍ ຮູ້ສຶກອິດສາຂຶ້ນມາທັນທີ
ແລະຄວາມທີ່ຂ້ອຍວຸ້ນວາຍຫມົດມື້ແບບນີ້ ກໍ່ເລີຍບໍ່ມີໂອກາດໄປໃຫ້ເກັ່ງອີກ ໄດອາລີ່ກະບໍ່ທັນໄດ້ຂຽນໄວ້ເທື່ອ... ຄັນເລີກວຽກນີ້ ຂ້ອຍກໍ່ຈະໄປຫາຢູ່ທີ່ໂຮງຫມໍທັນທີ
"ບົວ!" ເມຮ້ອງທັກທາຍໂບກມືໄປມາຢູ່ທີ່ຫນ້າງານ ເຊິ່ງນາງກໍ່ມາດ້ວຍຊຸດເດຣສສີບົວ ຕົກພຽງຫົວເຂົ່າ ແຕ່ງຫນ້າດ້ວຍເຄື່ອງສຳອາງອ່ອນໆ ໂດຍລວມ ເມບໍ່ຕ່າງຫຍັງກັບນາງຟ້າທີ່ຕົກລົງມາຈາກສະຫວັນແທ້ໆ
"ມື້ນີ້ຄືງາມແທ້ວະ" ນາງເອີ່ຍຂຶ້ນໃນຂະນະທີ່ພາໂຕເອງເຂົ້າມາຫາຂ້ອຍໃກ້ໆ
"ກະງາມທຸກມືຫັ້ນແລະ" ຂ້ອຍຕອບແບບຍິ້ມໆ
"ບໍ່ປານໃດ໋ເນາະ ຫມູ່ເຂົານິ... ເອີ້ມື້ນີ້ເພິ່ນບໍ່ຂຶ້ນຮ້ອງເພງຫວາ"
"ບໍ່ນະ... ຄາວຽກເທິງເວທີຫມົດມື້ ເອົາຈົນເຂົາເຫມື່ອຍອີກຢ່າງຫນຶ່ງເຂົາກະຄ້ານແດ່ ພໍດີໃຫ້ອາເລັກຮ້ອງແທນແລ້ວ"
"ຊິກັບໄປຫາເກັ່ງແມ່ນບໍ່ຫັ້ນ"
"ອຶ້ມ...." ຂ້ອຍງຶກຫົວຄ່ອຍໆ
"ຫຶ ວ່າລະ ຈັງໃດກະຝາກຂຽນເລື່ອງເຂົາໃນໄດອາລີ່ແດ່ເດີ້ວ່າມື້ເຂົາງາມກ່ອນຫມູ່ໃນງານ ຮາໆໆ"
"ປານນັ້ນເວົ້າໃຫ້ແຕ່ເຂົາ ໂຕເອງກະບໍ່ນ້ອຍຫນ້າຄືກັນຫັ້ນແລະ"
"ມັນກະມີຫນ້ອຍຫນຶ່ງລະເນາະ ເອີ້ເຮົາໄປຫາບ່ອນນັ່ງເບ໊າະ" ເມເອີ່ຍຊວນ ຊຶ່ງຂ້ອຍກໍ່ງຶກຫົວຕົກລົງ
"ກະດີຄືກັນ ໄປ໋"
ສິ້ນສຸດການສົນທະນາ ພວກຂ້ອຍກໍ່ພາກັນເລືອກຫາບ່ອນນັ່ງ ທີ່ຢູ່ໃກ້ໆກັບເວທີຂອງງານ... ທີີ່ມີອາເລັກນັ່ງຢູ່ບ່ອນັ້ນຢູ່ແລ້ວ
ຈາກນັ້ນບໍ່ດົນ ນ້ອຍທີ່ກັບເຕົ໋າທີ່ກຳລັງຢູ່ໃນຊຸດອອກງານແບບເຕັມຍົດ ໂດຍທີ່ຝ່າຍກຳລັງຢູ່ໃນຊູດສີຂາວທີ່ເຂົ້າກັບສີຜິວ ແວ່ນຕາທີ່ເຄີຍໃສ່ປະຈຳກໍ່ເຖືອກປົດອອກແລ້ວປ່ຽນມາໃສ່ຄອນແທັກເລັນແມນ ເຮັດໃຫ້ເຈົ້າໂຕໂດດເດັ່ນທີ່ສ່ວນສຸດເທົ່າທີ່ຂ້ອຍເຄີຍເຫັນ ສ່ວນຝ່າຍຍິງກໍ່ກຳລັງຢູ່ໃນຊຸດເດຣສສີບົວ ລາມຮອດເຂົ່າ ແຕ່ງຫນ້າອ່ອນໆ ເຂົ້າກັບບຸກຄະລິກຂອງຕົນ ເຊິ່ງທັງສອງຄົນກໍ່ບໍ່ລືມ ເຮັດຫວານໃສ່ກັນຕາມແບບສະບັບ ໂດຍທີ່ບໍ່ເກງໃຈພວກຄົນໂສດຄືພວກຂ້ອຍທີ່ນັ່ງອິດສາຢູ່ນີ້ເລີຍ
"ຂໍໂທດເດີ້ ກະລຸນາອອກຈາກໂລກຂອງພວກເພິ່ນແລ້ວຫັນມາສົນໃຈພວກເຂົາສອງຄົນແດ່" ຂ້ອຍອົດບໍ່ໄດ້ທີ່ຈະເອີ່ຍຂຶ້ນ ຫລັງຈາກທີ່ສອງຄົນພາໂຕເອງມານັ່ງລົງທີ່ໂຕະຂ້ອຍ
"ແມ່ນແລະ" ເມເວົ້າຂຶ້ນຕໍ່ຫລັງຈາກນັ້ນ "ພວກເຂົາສອງຄົນຍັງນັ່ງຫົວໂດ່ຢູ່ໃດ໋"
"ແນວຄົນມັນຮັກກັນເດແມ່ນບໍ່ເຕົ໋າ" ຫັນໄປສົ່ງຍິ້ມຫວານໆໃຫ້ວ່າທີ່ແຟນຈົນປາກຊິຈີກ
"ແມ່ນ" ເອີ້ ເອົາກັນເຂົ້ໄປ!!
"ເອີ້ໆ... ຮູ້ແລ້ວແລະ.... ວ່າແຕ່ຈົບໄປຊິພາກັນໄປຮຽນຫຍັງແດ່" ຂ້ອຍປ່ຽນປະເດັນໃຫມ່ ເພາະບໍ່ຢາກຈະຈົມຢູ່ນຳເລື່ອງຄວາມຮັກ ຂອງສອງຄົນນີ້ ເພາະວ່າມັນອິດສາ ແລ້ວຈາກນັ້ນບໍ່ດົນເຕົ໋າກໍ່ຕອບຂຶ້ນກ່ອນຫມູ່
"ເຂົາຊິຮຽນສະຖາປັດ"
"ດີເນາະ ເຫມາະກັບເພິ່ນລະ ແລ້ວເພິ່ນເດນ້ອຍ" ຂ້ອຍຫັນໄປຖາມນາງ
"ເຂົາຫວາ ຊິຮຽນບໍລິຫານ ພໍດີເຂົາຕ້ອງເຂົ້າໄປເຮັດວຽກໃນບໍລິສັດນຳ"
"ອື້ມ ກະຄັກ ອາເລັກ ເພິ່ນເດ ຄິດແລ້ວບໍ່ວ່າຊິໄປຮຽນຫຍັງ"
"ກະຊິຮຽນບໍລິຫານຄືນ້ອຍຫັນແລະ... ພໍດີຕ້ອງຖືກບັງຄັບໃຫ້ຮຽນ ກະເລີຍຕ້ອງໄດ້ຮຽນ"
"ອີກແລ້ວຫວາຫັ້ນ....... ຫນີບໍ່ພົ້ນກັບການບັງຄັບເລີຍເນາະ"
"ອື້ມ" ຕອບງຶກຫົວແບບເບື່ອຫນ່າຍ
"ແລ້ວເພິ່ນເດ ເມ ຄິດອອກລະບໍ່ວ່າຊິໄປຮຽນໃສ"
"ເຂົາຫວາ ຊິຮຽນການຕະຫລາດ... ເຫັນຫມູ່ລຸ້ນເອື້ອຍຮຽນຈົບແລ້ວມີວຽກເຮັດເງິນຫລາຍ ເຂົາກະເລີຍຢາກຮຽນ"
"ດີໆຊັນ... ສ່ວນເຂົາ" ຂ້ອຍສະເຫນີໂຕ "ຊິຮຽນອັກສອນສາດວິຊາພາສາລາວຫັ້ນແລະ"
ອື້ມ... ພວກທີ່ເຫລືອງຶກຫົວພ້ອມກັນ ຈາກນັ້ນພວກຂ້ອຍກໍ່ນັ່ງສົນທະນາຕາມພາສາຫມູ່ ໂດຍທີ່ມີນັກຮຽນທີ່ຈະຈົບລຸ້ນນີ້ ປ່ຽນພຽນກັນຂຶ້ນສະແດງເທິງເວທີເພື່ອເປັນການອຳລາ ຂ້ອຍແນມເບິ່ງບັນຍາກາດອ້ອມໆໂຕ ພາງນຶກເຖິງໃຜຄົນຫນຶ່ງມາໃນຫ້ວງຂອງຄວາມຊົງຈຳ ເຖິງວ່າເຈົ້າໂຕຈະບໍ່ໄດ້ຢູ່ນຳຂ້ອຍແລ້ວກໍ່ຕາມ ແຕ່ລາວຍັງຄົງຢູ່ໃນໃຈຕະຫລອດໄປ
"ດຽວເຂົາຂຶ້ນໄປຮ້ອງເພງກ່ອນເດີ້ ຮັບຮອງມີເຊີ້ໄພຣສ໌ແນ່ນອນ"
ອາເລັກແລະເຕົ໋າຂໍອະນຸຍາດພວກຂ້ອຍ ກ່ອນຈະພາໂຕເອງຂຶ້ນໄປເທິງເວທີຫລັງຈາກນັ້ນ ໂດຍທີ່ມີສຽງຕົບມືຖືກໃຈດັງຂຶ້ນ ສະຫນັ່ນທົ່ວຫ້ອງສະໂມສອນ
"ມີເພງຫນຶ່ງທີ່ກຸ່ມອາມີໂກ້ ເອົາໄປຮ້ອງຕະຫລອດ ເຊິ່ງເພງນີ້ມັນກໍ່ມີຊື່ວ່າເພງ Contigo en la distancia"
ອາເລັກ ເອີ່ຍຄຳປາໃສຫລັງຈາກທີ່ຂຶ້ນກຽມຮ້ອງເພງໄວ້ແລ້ວ ແຕ່ແປກທີ່ ອາເລັກຖອຍອອກມາຈາກໄມ ທັງທີ່ລາວຈະເປັນຄົນຮ້ອງ ຜ່ານໄປບໍ່ດົນໄຟກໍ່ຖືກດັບລົງ ໂດຍທີ່ມີສຽງຂອງຜູ້ຄົນອຸທານກັບສະຖານະການຕອນນີ້ ຈາກນັ້ນສຽງດົນຕົນກໍ່ເລີ່ມດັງຂຶ້ນ ແລ້ວມີສຽງນັກຮ້ອງດັງຕາມມາ
No existe un momento del dia
ພໍແຕ່ຂຶ້ນປະໂຫຍກທຳອິດ ຫົວໃຈຂອງຂ້ອຍກໍ່ເລີ່ມເຕັ້ນຂຶ້ນແຮງທັນທີ ໃນເມື່ອສຽງຂອງຄົນຮ້ອງ ມັນແມ່ນສຽງຜູ້ຊາຍຄົນຫນຶ່ງ ທີ່ຂ້ອຍຮູ້ຈັກດີທີ່ສຸດ
En que pueda apartarte de mi
ພໍຮອດປະໂຫຍກທີ່ສອງ ແສງໄຟກໍ່ຖືກສາດສ່ອງລົງຄົນຮ້ອງ ເຜີຍໃຫ້ເຫັນຊາຍຜິວຂາວ ໂຕສູງໆ ທີ່ກຳລັງຢູ່ໃນສູດສີດຳ ຕັດກັບສີຜິວ ໄດ້ຊັກສາຍຕາມາຫາຂ້ອຍຢ່າງເລິກເຊິ່ງ ເຫມືອນຈະສົ່ງຄວາມຫມາຍຕາມເນື້ອເພງມາທາງນີ້ ເປັນຜົນໃຫ້ຂ້ອຍຕ້ອງລຸກຂຶ້ນອອກຈາກຕັ່ງທັນທີ ກ່ອນຈະລັງນ້ຳຕາອອກມາອາບສອງແກ້ມໂດຍບໍ່ຮູ້ໂຕ
El mundo parece distinto Cuando no estas, junto a mi
No hay bella melodia En que no surgas tu
Ni yo guiero escucharla Si no la escuchas tu
Es que te has convertido
En parte de mi alma Ya nada me consuela
Si no estas tu tambien Mas alla de tus labios
Del sol y las estrellas
Contigo en la distancia Amado mio, estoy
ເມື່ອຈົບສຽງເພງ ສຽງຕົບມືກໍ່ດັງຂຶ້ນມາຫລັງຈາກນັ້ນ ໂດຍທີ່ຂ້ອຍກຳລັງເບິ່ງຄົນທີ່ຢູ່ເວທີໂດຍທີ່ນ້ຳຕາຍັງໄຫລອອກມາ
"ສົມທີ່ແມ່ນເຊີ້ໄພຣສ໌ຂອງອາເລັກແທ້ໃດ໋ເນາະ" ເມງ່ຽງຫົວມາບອກຂ້ອຍຂ້າງຫູ ພາງຍິ້ມອອກມາຫວານໆ ເປັນການເຕື່ອນສະຕິໃຫ້ຂ້ອຍຫລຸດຈາກພະວົງ
"ບົວ ເຂົາວ່າ ໄປຫາລາວຢູ່ເທິງຕໍ່ຫນ້າເວທີເລີຍແມ໋"
ນ້ອຍຍົວະຂ້ອຍກ່ອນທີ່ນາງຈະລາກຂ້ອຍມາຢື່ນຢູ່ຕໍ່ຫນ້າເວທີ ໂດຍທີ່ມີຊາຍຫນຸ່ມທີ່ຮ້ອງເພງມື້ກີ້ ຄ່ອຍໆກ້າວຂາລົງມາ ຢຸດຢູ່ຕໍ່ຫນ້າຂ້ອຍເຊັ່ນກັນ...
ຂ້ອຍຍົກມືນ້ອຍໆຂອງຂ້ອຍຂຶ້ນໄປສຳພັດໃບນ້າລາວເບົາໆ ເຫມືອນຈະບໍ່ເຊື່ອສາຍຕາຂອງຕົນເອງ ສ່ວນອີກຝ່າຍກໍ່ກຸມມືຂ້ອຍໄວຄ່ອຍໆ...
"ຮຶກ... ເພິ່ນຟື້ນຕັ້ງແຕ່ມືໃດ ແລ້ວເພິ່ນຟື້ນຂຶ້ນມາໄດ້ແນວໃດ" ຂ້ອຍຖາມທັງນ້ຳຕາ ເກັ່ງຄ່ອຍໆຍິ້ມອອກມາຈາງໆ ກ່ອນຈະເວົ້າຂຶ້ນ
"ເຂົາຟື້ນຂຶ້ນມາມື້ນີ້.... ມື້ທີ່ເພິ່ນຂຽນໄດອາລີ່ໃຫ້ເຂົາວ່າ ຢາກໃຫ້ເຂົາມາສະແດງຄວາມຍິນດີນຳເພິ່ນ ທີ່ເພິ່ນຮຽນຈົບແລ້ວ ສ່ວນທີ່ເຂົາຕື່ນມາໄດ້ນັ້ນ ເພາະວ່າມີສຳຄົນຄັນທີ່ສຸດໃນຊີວິດໄດ້ພາວະນາຂໍເຂົາກັບມາຫາລາວທຸກມື້ ເຂົາກະເລີຍກັບມາ ຕາມຄຳພາວະນາຂອງຄົນໆນັ້ນ"
ຂ້ອຍຢຸດນິ້ງເກັ່ງເວົ້າແຕ່ຢ່າງດຽວ ໂດຍທີ່ລາວກໍ່ເລື່ອນມືມາເຊັດນ້ຳຕາໃຫ້ຂ້ອຍຢ່າງອ່ອນໂຍນ ເປັນການເປີດໂອກາດໃຫ້ ເກັ່ງເວົ້າຂຶ້ນຕໍ່
"ເຂົານິຊົ່ວຂະຫນາດເລີຍວ່າບໍ່ ມັກເຮັດໃຫ້ເພິ່ນໄຫ້ຕະຫລອດ "
"ຮຶກ ແມ່ນຫັ້ນແລະ ເພິ່ນຊົ່ວທີ່ສຸດ ເຮັດໃຫ້ເຂົາຖ້າເພິ່ນປານຄົນຜີບ້າ ເຮັດໃຫ້ເຂົາໄຫ້ຫາເພິ່ນເກືອບທຸກມື້ ຮືໆໆ"
"ເຂົາຂໍໂທດ" ເກັ່ງເອີ່ຍອອກມາດ້ວຍນ້ຳສຽງທີ່ແຜ່ວເບົາ "ແຕ່ຕໍ່ໄປ ເຂົາສັນຍາວ່າຈະເບິ່ງແຍງເພິ່ນໃຫ້ດີທີ່ສຸດ"
"ຮຶກ ເພິ່ນສັນຍານຳເຂົາລະເດີ້"
"ໂດຍ ເຂົາສັນຍາ ເຂົາຊິຮັກເພິ່ນໄປຈົນຕາຍເລີຍ"
ສຸດຄວາມຂ້ອຍກໍ່ພາຮ່າງກາຍຕົນເອງເຂົ້າໄປແນບເອິກລາວໄວ້ທັນທີ ທ່າມກາງຜູ້ຄົນເປັນຮ້ອຍຢືນເບິ່ງພວກຂ້ອຍເປັນສາຍຕາດຽວ ຂ້ອຍແນມເຫັນບາງຄົນທີ່ລັງນ້ຳຕາ ພ້ອມກັບເຊັດມັນອອກ ແບບດຽວກັບຂ້ອຍ ຈາກນັ້ນ ອາເລັກກໍ່ເລີ່ມຕົບມືຂຶ້ນ ເປັນເຊິງການຊວນໃຫ້ພວກເທື່ອທຳຕາມ ສ່ວນເກັ່ງກໍກອດຂ້ອຍຕອບໄວ້ຢ່າງແຫນ້ນໆ ໂດຍທີ່ມີສຽງຮ້ອງໂຮດ້ວຍຄວາມຍິນດີ ຂອງທຸກຄົນໆດັງຕາມມາຕິດໆ
ແລະສຳຫລັບໄດອາລີ້ທີ່ຂ້ອຍຈະຂຽນມື້ນີ້: ຂ້ອຍຢາກຈະບອກໄວ້ເລີຍວ່າ ມື້ນີ້ແມ່ນມີ້ທີ່ຂ້ອຍມີຄວາມສຸກ ເຊິ່ງຄວາມສຸກຂອງຂ້ອຍມັນບໍ່ສາມາດບັນລະຍາຍເປັນຄຳເວົ້າໄດ້ເລີຍ ຂ້ອຍຮູ້ພຽງແຕ່ວ່າ ຄົນທີ່ກຳລັງຂ້ອຍກອດຢູ່ຕອນນີ້ ລາວໄດ້ກັບມາເຮັດໃຫ້ໂລກຂ້ອຍເລີ່ມຫມຸນອີກຄັ້ງ
.
.
.
ບໍ່ຮູ້ຍັງຈືເລື່ອງນີ້ໄດ້ບໍ່ ແຕ່ຂຶ້ນມາສົດໆ ເປັນຕອນພິແສ່
ແດ່ຄົນທີ່ອ່ານເລື່ອງຂອງປາກກາຈຸ່ມນ້ຳເຜິ້ງ
ຈັງໃດກະຝາກເມັ້ນຕອນນີ້ແດ່ເດີ້