ບົດນຳ
Dairy:
ມີຄົນເຄີຍບອກຂ້ອຍວ່າ ຄວາມຮັກມັນກໍ່ເຫມືອນເຫງົາກັບແສງ
ທີ່ເປັນຂອງຄູກັບຄວາມສຸກແລະຄວາມເຈັບປວດ
ແຕ່ຂ້ອຍບໍ່ຮູ້ວ່າ ຄວາມຮັກມັນມີຄວາມສຸກຢູ່ໃນຫັ້ນຫລືບໍ່
ໃນເມື່ອຂ້ອຍ ແທບຈະບໍ່ເຄີຍໄດ້ສຳພັດເຖິງຄວາມຮູ້ສຶກແບບນັ້ນຊ້ຳ
ຂ້ອຍກຳລັງຢູ່ໃນເສື້ອຍືດສີຂາວກັບໂສ້ງຂາຍາວເກົ້າສ່ວນລາມຮອດຂໍ້ເທົ້າ ເຊິ່ງກຳລັງຂັບລົດພາແມ່ຂອງຂ້ອຍມາສົ່ງທີ່ສະຫນາມບິນ ໃນລະຫວ່າງທີ່ທ້ອງຟ້າກຳລັງປົກຄຸມໄປດ້ວຍຄວາມມືດຫມົ່ນແລະມີສາຍຝົນເມັດນ້ອຍໆກຳລັງຮ່ວງໂຮ່ຍລົງມຢ່າງເນື່ອງນິດ... ຂ້ອຍຊັງເວລານີ້ທີ່ສຸດ ເພາະມັນແມ່ນເວລາທີ່ມັກເຮັດໃຫ້ຂ້ອຍກັບໄປຄິດທົບທວນເລື່ອງລາວເກົ່າໆຕະຫລອດ
ເຊີ່ງກວ່າສິບແປດປີທີ່ຜ່ານມາ ຄວາມເຂັ້ມແຂງ ມັນໄດ້ຢູ່ຄ້ຽງຂ້າງຂ້ອຍສະເຫມີ ເປັນເພາະວ່າຂ້ອຍໄດ້ເຕີບໂຕຂຶ້ນໃນຄອບທີ່ພໍ່ແມ່ຢ່າຮ້າງ.... ຖ້າສົມມຸດຂ້ອຍຂາດສາມພະຍາງນີ້ໄປ ຂ້ອຍຄົງຊິບໍ່ທົນໃຊ້ຊີວິດຈົນຮອດທຸກວັນນີ້ແນ່ນອນ... ໃນເມື່ອຜູ້ເປັນພໍ່ຂອງຂ້ອຍ ລາວກໍ່ຂໍແຍກທາງໂຕເອງເພື່ອໄປໃຊ້ຊີວິດນຳຄອບຄົວໃຫມ່ທີ່ຫລວງພະບາງ.... ສ່ວນຜູ້ເປັນແມ່ ລາວກໍ່ກຳລັງຈາກອອກເດີນທາງໄປຕ່າງປະເທດ... ເຫລືອພຽງໄວ້..... ພຽງແຕ່ຄວາມເຫງົາ ໃຫ້ຂ້ອຍເທົ່ານັ້ນ
"ບົວ ລູກຢູ່ຄົນດຽວໄດ້ບໍ່?" ແມ່ຂ້ອຍເອີ່ຍຖາມຜ່ານນ້ຳສຽງເບົາບາງ ທີ່ສະແດງເຖິງຄວາມເປັນຫວ່ງແລະເປັນໃຍ ກ່ອນທີ່ລາວຈະລາກກະເປົ໋າເຂົ້າໄປບ່ອນກວດສອບຄົນອອກນອກເມືອງ ເພື່ອຈະກຽມໂຕຂຶ້ນເຄື່ອງ
ແມ່ຂ້ອຍ, ລາວບໍ່ຕ່າງຈາກຂ້ອຍປານໃດ ໂດຍສະເພາະຮູບຮ່າງຂະຫນາດຫນ້ອຍກະທັດຮັດ ຜິວຂາວໆ ຮອຍຍິ້ມຫວານໆ ທີ່ກຳລັງເຊື່ອງຊ່ອນຄວາມໂສກເສົ້າໄວ້ທາງໃນ
"ອື້ມ ເຮົາຢູ່ໄດ້" ຂ້ອຍງຶກຫົວແທນຄຳຕອບຂອງລາວ ໃນເມື່ອມັນເປັນເລື່ອງທີ່ຊິນຊາສຳຫລັບຂ້ອຍແລ້ວ "ເທື່ອນີ້ອີ່ແມ່ຊິໄປອາເມຣິກາດົນບໍ່?"
"ອື່ມ... ປະມານຫົກເຈັດເດືອນນີ້ແລະ ຮອດຕອນນັ້ນ ກະແມ່ນວັນເກີດຂອງລູກພໍດີ... ດຽວແມ່ເຮັດວຽກຢູ່ຫັ້ນແລ້ວລະ ແມ່ຊິກັບມາສະຫລອງວັນເກີດນຳລູກທັນທີ"
"ຫວັງວ່າຄືຊິແມ່ນແບບນັ້ນ" ຂ້ອຍເອີ່ຍດ້ວຍນ້ຳສຽງທີ່ເບົາບາງ
"ແນ່ນອນບົວ ແມ່ສັນຍາວ່າຊິກັບມາໃຫ້ທັນ" ລາວບອກຂ້ອຍດ້ວຍນ້ຳສຽງທີ່ຈິງຈັງ ແຕ່ຂ້ອຍແທບຈະບໍ່ເຊື່ອຄຳຫມັ້ນສັນຍາຂອງລາວດ້ວຍຊ້ຳ... ໃນເມື່ອຂ້ອຍໄດ້ຍິນລາວພ່ຳເພີ້ນຳຂ້ອຍແບບນັ້ນຢູ່ຕະຫລອດ ແຕ່ພໍເອົາຈິງໆ ຂ້ອຍພັດໄດ້ຮັບຄວາມຜິດຫວັງແທນ "ບາດຮອດອາສເມຣິກາລະ ແມ່ຊິໂທຫາທັນທີ"
"ອື້ມ ດຽວເຮົາຊິຖ້າຮັບສາຍ" ຂ້ອຍງຶກເປັນການເຂົ້າໃຈອີກຄັ້ງ ສ່ວນລາວສົ່ງຍິ້ມຈາງໆມາໃຫ້ ກ່ອນຈະເວົ້າຂຶ້ນ
"ດຽວແມ່ຕ້ອງໄປແລ້ວ"
"ອື້ມ ໂຊກດີ ສຸດຄວາມ" ຂ້ອຍກໍ່ພາໂຕເອງໄປກອດລາວໄວ້ແຫນ້ນໆເພື່ອແທນຄຳບອກລາທັງຫມົດ....ເປັນເພາະຂ້ອຍບໍ່ຕ້ອງການທີ່ຈະເວົ້າຄຳນັ້ນ ເນື່ອງຈາກມັນເປັນຄຳທີ່ຂ້ອຍຊັງທີ່ສຸດ
ຈາກນັ້ນລາວກໍ່ພາໂຕເອງຍ່າງອອກໄປເລື້ອຍໆ ໂດຍທີ່ບໍ່ລືມຈະຫັນຫນ້າມາໂບກມືລາໃຫ້ຂ້ອຍ ແລ້ວກໍ່ຫາຍຫລັບໄປໃນທີ່ສຸດ
ແລະນັ້ນມັນກໍ່ຫມາຍຄວາມວ່າ ເວລາອີກຫົກເດືອນທີ່ເຫລືອ ຂ້ອຍກໍ່ຕ້ອງໄດ້ກັບໄປໃຊ້ຊີວິດຄົນດຽວແບບນັ້ນອີກຄັ້ງ.....
"If you can see that I’m the one who understand you, been here along
so I can you see, you belong with me you belong with me ♫♫"
ສຽງໂທລະສັບຂອງຂ້ອຍດັງຂຶ້ນ ເຮັດໃຫ້ຂ້ອຍຕ້ອງເລື່ອນມືນ້ອຍຂອງຕົນເອງລົງໄປຈົກເອົາໂທລະສັບທີ່ຍັດໄວ້ຖົງສົ້ງຂຶ້ນມາກົດຮັບສາຍ
"ຮະໂຫລ"
"ບົວ.... ເພິ່ນອອກມາຫາພວກເຂົາຢູ່ເທັກ KB ໄດ້ບໍ່?" ປາຍສາຍແມ່ນອາລີ້ ເຊິ່ງວ່ານາງແມ່ນຫມູ່ສະຫນິດທີ່ສຸດຂອງຂ້ອຍ "ພໍດີຕອນນີ້ຕານ້ອຍກຳລັງອົກຫັກນະ ກະເລີຍຢາກຊວນອອກມາກິນເບຍຍ້ອມໃຈນຳກັນ"
"ອື້ມໆ ດຽວເຂົາຊິໄປຫາດຽວນີ້ແລະ"
.
.
.
ເລື່ອງທີ່ສີ່ ແມ່ນເລື່ອງທີ່ຕໍ່ຈາກເລື່ອງ Love wil us back
ທີ່ໃສ່ຕົວລະຄອນເປັນເລື່ອງ Unlovable ຫວັງວ່າຄືຊິພາກັນຕິດຕາມເດີ້
ຊິຂຽນເລື່ອງນີ້ໃຫ້ດີທີ່ສຸດ