ຕອນທີຫນຶ່ງ
ພົບກັນຄັ້ງທຳອິດ
Dairy:
ສິ່ງທີ່ຂ້ອຍກຳລັງປະເຊີນຢູ່ນີ້ ມັນກໍ່ເຫມືອນພາຍຸທີ່ແສນຊົ່ວຮ້ານຂະຫນາດໃຫຍ່
ທີ່ໃກ້ຈະຊັດເຂົ້າມາຫາຂ້ອຍໄດ້ທຸກເມື່ອ ເຖິງວ່າຈະພະຍາຍາມຫລີກລ້ຽງອອກຈາກສິ່ງທີ່ຊົ່ວຮ້າຍເທົ່າໃດ
ແຕ່ຂ້ອຍກໍ່ບໍ່ສາມາດຫລີກມັນໄປບໍ່ໄດ້ຢູ່ດີ
ທີ່ເທັກ KB
ແສງໄຟຫລກຫລາຍສີສັນກຳລັງເປີດກະພິບໄປມາ ພ້ອມກັບສຽງເພງທີ່ດັງສະນັ່ນໄປທົ່ວບໍລິເວນ ໃນຈັງວະສະຫນຸກສະຫນານ ຈົນເຮັດຫລາຍຄົນຈຳເປັນຕ້ອງຮ້ອງໃສ່ກັນໃນເວລາສົນທະນາ…. ບໍ່ຮູ້ວ່າພວກນີ້ມັກມາຢູ່ໃນສະຖານທີ່ແບບນີ້ໄດ້ແນວໃດວະ!!... ສະຖານທີ່ທີ່ມີແຕ່ກິ່ນຄວັນຢາສູບ.... ກິ່ນເຫລົ້າເບຍທີ່ເຫມັນຈົນເກືອບຈະຮາກແຕກ ... ສະຖານທີ່ຜູ້ຄົນເຕັ້ນແຂ່ງກັນ ຢ່າງອຶກກະທຶກນຶກນອງ... ແຖມມີຜູ້ຍິງບາງກຸ່ມ ພາກັນນຸ່ງເຄື່ອງພຽງເພື່ອປົກຮູບຮ່າງບາງສ່ວນເທົ່ານັ້ນ
"ເຮ້!! ບົວ" ອາລີ້ໂບກມືໃຫ້ຂ້ອຍເປັນເຊີງການສົ່ງສັນຍານ ທີ່ມາດ້ວຍຊຸດເດຣສສີຂາວຍາວຮອດເຂົ່າ ແຕ່ງຫນ້າອ່ອນໆ ເພື່ອໃຫ້ເຂົ້າກັບໃບຫນ້າຫວານໆຂອງຕົນເອງ ໂດຍທີ່ນາງກຳລັງນັ່ງຢູ່ຫນ້າເຄົາເຕີ້ເຊີບເບຍ ເຊິ່ງໄລຍະທີ່ໃກຈາກບ່ອນຂ້ອຍຢືນພໍສົມຄວນ ຂ້ອຍກໍ່ເລີຍ ຈຳເປັນຕ້ອງຍ່າງຝ່າຝູງຄົນ ທີ່ພາກັນເຕັ້ນຢ່າງຄຶກຄະນອງ ທ່າມກາງສາຍຕາຫື່ນໆຂອງຜູ້ຊາຍບາງກຸ່ມ ກຳລັງມອງມາກັດເຊາະໂຕຂ້ອຍຢ່າງບໍ່ວາງຕາ.... ຫຶ ຂ້ອຍສຸດແສນຈະລັງກຽດ ສາຍຕາແບບນັ້ນທີ່ສຸດ ຂ້ອຍກໍ່ເລີຍຈຳເປັນຕ້ອງເລັ່ງຝາຕີນໃຫ້ໄວ້ຂຶ້ນກວ່າເກົ່າ ຈົນກະທັ້ງພາໂຕເອງມາຢຸດຢູ່ບ່ອນໂຕ໊ະ ທີ່ມີຕານ້ອຍກຳລັງຊົດເບຍ ເຂົ້າປາກແບບບໍ່ລໍຖ້າໃຫ້ມັນຊຶມເຂົ້າເລືອດເລີຍ
"ອຶກໆໆ" ສຽງເບຍກະທົບລົງຄໍຂອງຕານ້ອຍຢ່າງເນື່ອງນິດ ຈາກນັ້ນບໍ່ດົນ ນາງກໍ່ວາງແກ້ວລົງທີ່ເຫລືອພຽງແຕ່ນ້ຳກ້ອນ ກັບຟອດເບຍ ທີ່ເບົາບາງເທົ່ານັ້ນ ຂ້ອຍຢືນເບິ່ງການກະທຳທີ່ຟ້າວຟັງແລະວູ້ວາມຂອງນາງຢູ່ຫ່າງໆ ກ່ອນຈະແຫກປາກຮ້ອງຫ້າມ ດ້ວຍຄວາມເປັນຫ່ວງ
"ຕານ້ອຍ ພໍແລ້ວ ຊິກິນຫຍັງຫລາຍພິລຶກປານນັ້ນ" ຂ້ອຍເຕືອນນາງ ກ່ອນຈະເລື່ອນຕັ່ງທີ່ຕັ້ງຢູ່ໃກ້ມານາລົງຢູ່ຕໍ່ຫນ້າຕານ້ອຍ ໂດຍທີ່ມີອາລີ້ກຳລັງນັ່ງຢູ່ຟາກຊ້າຍ
"ແນວຄົນມັນເບື່ອເດ!!" ຕານ້ອຍແຫກປາກຕອບກັບ ສາຍຕາຂອງເລີ່ມສະຫລຶມຫລື ລວມທັງໃບຫນ້າ ກໍ່ເລີ່ມແດງຂຶ້ນ ຍ້ອນພິດສຸລາ "ລະເພິ່ນບໍ່ຕ້ອງຫ້າມເລີຍ ມື້ນີ້ເຂົາຊິແດກແມ໊ງຫມົດເປັນຫລັງພຸ້ນແລະ ເອົາຈົນມັນລືມ ຜູ້ຊາຍເຮັງຊວຍຄົນນັ້ນໃຫ້ໄດ້!!" ນາງເວົ້າດ້ວຍນ້ຳສຽງຈິງຈັງ ເອົາຈົນຂ້ອຍກັບອາລີ້ ໄດ້ແຕ່ເບິ່ງຕານ້ອຍຍົກຊົດເບຍຢ່າງດຽວ ຊິຫ້າມອີກນາງຄົງບໍ່ມີທາງດອກ ໃນເມື່ອນາງຫົວດື້ທີ່ສຸດ
ພໍເວລາຜ່ານໄປບໍ່ພໍເທົ່າໃດວິນາທີ ສຽງເພງທີ່ດັງຈົນແສບແກ້ວຫູ ກໍ່ປ່ຽນມາເປັນແນວຊ້າໆຊື້ງໆ..ແຕ່ລະຄົນທີ່ພາກັນເຕັ້ນບຽດສຽດ ກັນ ກໍ່ກຳລັງພາໂຕເອງນັ່ງລົງປະຈຳທີ່ຂອງໃຜມັນ... ໄຄທີ່ດີເຈເປີດເພງແບບນີ້.... ຄັນເປີດເພງແບບເກົ່າ ມີຫວັງຫູຂ້ອຍຄືພິການແນ່ນອນ
"ພວກຜູ້ຊາຍ!!...ເຮ້ຍ!! ແມ໊ງມັນກະຊົ່ວແບບນີ້ຫມົດທຸກຄົນຫັ້ນແລະ!!" ຕານ້ອຍຈົ່ມໃບ່ຢ່າງເບື່ອຫນ່າຍ ພາງໃຊ້ຝາມືບາງໆຍົກຂຶ້ນ ເຊັດຟອງເບຍ ອອກຈາກປາກໃຫ້ແຫ້ງ... ແຕ່ຫາກນ້ຳສຽງຂອງນາງ ມັນອອກແນວເບື່ອໆຫລາຍກວ່າເສຍໃຈ ອາດເປັນເພາະວ່າ ເຈົ້າໂຕ ເຈິກັບຜູ້ຊ້າຍແບບນີ້ຕະຫລອດ ກະເລີຍບໍ່ເຫັນມີອາການໂສກເສົ້າປານຄົນຊິຕາຍ
"ແຕ່ຜູ້ຊາຍບາງຄົນອາດຈະບໍ່ໄດ້ຊົ່ວແບບນັ້ນກະໄດ້ໃດ໋ ບາງເທື່ອ ເພິ່ນຍັງບໍ່ທັນໄດ້ເຈິຄົນທີ່ແມ່ນສຳຫລັບເພິ່ນເທື່ອ ອີກຢ່າງ ເພິ່ນກະງາມປານນີ້ລະ ເອົາໄວ້ຊອກຫາຜູ້ຊາຍດີໆ ຄົນໃຫມ່ກະໄດ້" ຂ້ອຍບອກອອກໄປຕາຄວາມຈິງ ໃນເມື່ອຕານ້ອຍກໍ່ມີຮູບຮ່າງ ຫນ້າຕາແບບນັ້ນຢູ່ແລ້ວ ຜິວຂາວໆ ໂຕສູງໆ ແບບນາງແບບ ຫນ້າຫວານໆ ທີ່ກຳລັງຢູ່ໃນຊຸດເດຣສສີບົວອ່ອນໆ ຍິ່ງເຮັດໃຫ້ນາງ ມີສະເຫນ່ຂຶ້ນ
"ແຕ່ຫນ້າຕາມັນກະບໍ່ແມ່ນເລື່ອງສຳຄັນດອກເພິ່ນ ດຽວນີ້ນະ ຜູ້ຊາຍ ແມ໊ງ!! ມັນມັກຄົນດີ ຄົບກັບຄົນເລວ ແຕ່ງງານກັບ ຄົນລວຍ..... ຊິຫາຄົນຈິງໃຈຄົນດີໆມາຮັກເຮົານະ ຍາກກວ່າງົມເຂັມໃນທະເລອີກ"
"ຊັນເພິ່ນກະລອງຢູ່ແບບໂສດໆຄືເຂົານິເບິ່ງແລະ ບໍ່ຕ້ອງຖ້າລະແວງວ່າມັນຊິສວມເຂົາໃຫ້ເຮົາຕອນໃດກະບໍ່ຮູ້" ຂ້ອຍນຳສະເຫນີໃນທາງດີໆ ຂອງຂ້ອຍ ສ່ວນອາລີ້ກໍ່ງຶກຫົວເຫັນດີ
"ແມ່ນແລະ ຊີວິດໂສດຂອງຄົນເຮົາມັນມີສຸດແສນຈະມີຄຸນຄ່າ.... ແລະຜູ້ຊາຍສະໃຫມນີ້ນະ ມັນເຂົ້າມາຫາເຮົາ ເພື່ອຈະຫວັງ ຢ່າງອື່ນນຳເຮົາຫລາຍກວ່າ ມັນບໍ່ຄືກັບຫນັງເກົາຫລີດອກ ທີ່ມີພະເອກສຸດແສນຈະເປັນສຸພາບບຸລຸດ ຫນ້າຕາດີໆ ທີ່ພ້ອມຈະຮັກເຮົາ ໄປຈົນຕາຍ ອີ່ຫຍັງປະມານນັ້ນ"
"ເຂົາກະບໍ່ຢາກຢູ່ໂສດແບບພວກເພິ່ນສອງຄົນເດ...."
"ແລ້ວເປັນຫຍັງເພິ່ນຄືບໍ່ຢາກເປັນໂສດຊັນ" ຂ້ອຍອົດບໍ່ໄດ້ທີ່ຈະຖາມ
"ກະຍ້ອນຫມູ່ເຂົາໃນຫ້ອງຫັ້ນແລະມັນເຍີ້ຍໃສ່ເຂົາວ່າເຖົ້າສ່ຳນີ້ຍັງຫາຄົນຈິງໃຈບໍ່ໄດ້ຈັກຄົນ"
"ເຖົ້າບ່ອນໃດວະ!! ອາຍຸຂອງພວກເຮົາຫາກະສິບແປດປີຫນຶ່ງໃດ໋ ຫຍັງມີໂອກາດຊອກຫາຄົນດີໆໄດ້ອີກດົນ~~ ເຖິງວ່າມັນຈະຍາກກໍ່ຕາມເທາະ!!"
"ແມ່ນຄວາມເພິ່ນແລະ, ບົວ ເວົ້າອີກກະຖືກອີກ" ອາລີ້ດີດນິ້ວຢ່າງຖືກໃຈ "ເຂົາວ່າປະເລື່ອງຫນ້າເບື່ອນີ້ໄວ້ສະ... ແລ້ວຫາຫຍັງມາຫລິ້ນ ແກ້ຄຽດດີກວ່າ"
"ແກ້ຄຽດ??" ພວກຂ້ອຍທັງສອງເອີ່ຍຖາມອາລີ້ພ້ອມກັນ
"ແມ່ນລະ ແກ້ຄຽດ ແບບຫລິ້ນເກມອີ່ຫຍັງປະມານນີ້"
"ເກມຫຍັງລະ??" ຖາມຂຶ້ນພ້ອມກັນອີກຄັ້ງ
"ເກມຄືໃນຫນັງເກົາເລື່ອງຫນຶ່ງນະ ແບບໃຫ້ຂຽນໃສ່ເຈ້ຍຖິ້ມລົງໃສ່ຈອກແລ້ວກໍ່ຈົກຂຶ້ນມາ ສ່ວນເລື່ອງທີ່ຈະຂຽນ ກະວ່າ ມື້ນີ້ແມ່ນໃຜໃຊ້ເກີບສີແດງ ຜູ້ນັ້ນຊວຍ ແລ້ວໃຫ້ຖືກເຮັດຕາມຄຳສັ່ງທີ່ເຫລືອອີກສອງຄົນ ປະມານນີ້ແລະ ຫລິ້ນບໍ່ ??"
"ອື້ມ/ອຶ" ສຽງປັດຕິເສດແລະຕົກລົງດັງຂຶ້ນພ້ອມກັນ ເຊິ່ງຄົນທີບໍ່ຍອມຕອບຕົກລົງ ກໍ່ແມ່ນຂ້ອຍນິແລະ ແນວພໍຟັງຊື່ເກມອອກມາລະ ມັນເປັນເລື່ອງເສຍປຽບທີ່ສຸດ ຖ້າສົມມຸດໃຜຄົນຫນຶ່ງກາຍເປັນຄົນຖືກຮັບໂທດ
"ແກວ່ງຫົວແບບນີຄິດຊິປັດຕິເສດພວກເຂົາແມ່ນບົວ?" ອາລີ້ເອີ່ຍຖາມດ້ວຍສີຫນ້າທີ່ເຄັ້ນຫາຄວາມຈິງ
"ກະແມ່ນຫັ້ນແລະ.... ຖ້າພວກເພິ່ນຢາກຫລິ້ນກະຫລິ້ນແລະ ເຂົາບໍ່ຫລິ້ນນຳດອກ ຈັກວ່າແມ່ນເກມອີ່ຫຍັງກະບໍ່ຮູ້"
"ຄັນເພິ່ນບໍ່ຫລິ້ນ ມັນກະຊິໄປມ່ວນຫວາ"
"ແມ່ນແລະ" ຕານ້ອຍເວົ້າເສີມ ຫາເລື່ອງບໍ່ເປັນເລື່ອງມາຫລິ້ນິ ເຂົ້າຂາກັນດີຂະຫນາດ ເບິ່ງຊົງຄືຊິຄັກຢູ່.....
"ຄັກບ່ອນໃດວະ!! .... ລະມື້ກີ້ຍັງເຫັນໂສກເສົ້າເສຍໃຈເລື່ອງແຟນຖິ້ມຢູ່ ຕອນນີ້ຄືວ່າປ່ຽນອາລົມໄວແທ້!!"
"ແນວຊີວິດຂອງຄົນເຮົາມັນຕ້ອງມຸ່ງທະຍານໄປທາງຫນ້າສະເຫມີ ເຂົາກະບໍ່ຢາກຈະເອົາເລື່ອງບ້າໆແບບນັ້ນ ມາເກັບໃຫ້ມັນຮົກສະຫມອງດອກ"
"ແມ່ນແລະ ຕານ້ອຍ.... ເຂົາວ່າເພິ່ນມາຫລິ້ນເກມນຳພວກດີກວ່າ ໄດ້ບໍ່" ເອີ່ຍຖາມດ້ວນ້ຳສຽງທີ່ອ້ອນວອນ ປານຫມານ້ອຍຜູ້ຫນ້າສົງສານ ເຮີ່ຍ ເວລາທີ່ຈະອ້ອນຫຍັງ ພວກນີ້ມັກເຮັດແບບນີ້ຕະຫລອດ ສ່ວນຂ້ອຍຫວາ ກະໃຈອ່ອນຕາມນັ້ນສະເຫມີ
"ແມ່ນໆ ເອົາໂລດນະ ຖືວ່າຫລິ້ນມ່ວນຫລິ້ນຫົວຊື່ໆ" ຕານ້ອຍພະຍາຍາມຍົວະຍົງຂ້ອຍອີກຄົນ ເປັນຜົນໃຫ້ຂ້ອຍ ໃຈອ່ອນລົງກວ່າເກົ່າອີກ ຂ້ອຍກໍ່ເລີຍຈຳເປັນຕ້ອງງຶກຕອບຕົກລົງ
"ເອີ້ໆ ກະໄດ້"
"ເຢ່!!" ທັງສອງຮ້ອງເຮປານເດັກນ້ອຍຫາກໍ່ໄດ້ເຂົ້າຫນົມກ້ອນໃຫຍ່..... ສ່ວນຂ້ອຍ ໄດ້ແຕ່ຖອນຫັນໃຈແລະແກວ່ງຫົວຢ່າງເບື່ອຫນ່າຍ.....
ບາດແລ້ວ ອາລີ້ກກໍ່ຈົກເຈ້ຍກັບປາກກາ ຂຶ້ນມາຈາກຖົງເສື້ອ ກ່ອນຈະພັດປ່ຽນກັນຂຽນໃສ່ເຈ້ຍສອງຄຳຖາມ ໂດຍທີ່ບໍ່ໃຫ້ອີກຝ່າຍເຫັນ ຈາກນັ້ນ ກໍ່ໃຫ້ຜັນເຈ້ຍເຂົ້າຫາກັນ ແລ້ວກໍ່ຖີ້ມມັນລົງໃສ່ຈອກເປົ່າ ເພື່ອທີ່ຈະໄດ້ຈົກຄຳຖາມຂຶ້ນມາອ່ານ
"ເກມນີ້ເຂົາເປັນຄົນຄິດ ສະນັ້ນເຂົາຕ້ອງເປັນຄົນຈົກກ່ອນຫມູ່" ອາລີ້ເປີດສາກເວົ້າເປັນຄົນທຳອິດພາງໃຊ້ມືນຄົນເຈ້ຍຄຳຖາມກ່ອນຈະຈັບມັນຂຶ້ນ ມາແລ້ວກໍ່ເປີດອ່ານ
"ແມ່ນໃຜໃນສາມຄົນນີ້ເອົາຮູບຄົນອື່ນຂຶ້ນເປັນພາບຫນ້າຈໍໂທລະສັບ" ຄຳຖາມນີ້ເຮັດໃຫ້ຂ້ອຍລອດໂຕໄປ ໃນເມື່ອຂ້ອຍໃຊ້
"ໂທລະສັບຂອງເຂົາເປັນລຸ້ນໄຟສາຍ..... ກະເລີຍບໍ່ມີຮູບຫນ້າຈໍ ແປວ່າ ເຂົາບໍ່ໄດ້ຖືກລົງໂທດ"
"ອື້ມ... ແລ້ວຂອງເພິ່ນເດຕານ້ອຍ" ຂ້ອຍຈ້ອງຕາໄປຖາມຄົນທີ່ຢູ່ຕໍ່ຫນ້າ ເຊິ່ງນາງກໍ່ຈົກໂທລະສັບຄູ່ໃຈຂຶ້ນມາທັນທີ
"ເຂົາເປັນຄົນຂຽນຄຳຖາມໂຕນີ້ ເຂົາຕ້ອງບໍ່ເອົາເປັນຄົນຜິດແນ່ນອນລະເນາະ.... ຫນ້າຈໍໂທລະສັບຂອງເຂົາ ແມ່ນຮູບຂອງພວກເຮົາສາມຄົນ ກັບອາຈານປະຈຳຫ້ອງຕອນຢູ່ມໍປາຍ ສະນັ້ນກໍ່ແປ່ວ່າເຂົາລອດໄປ ຂອງເພິ່ນເດ, ອາລີ້"
"ກຣີ້ດ!" ສຽງແຂກຮ້ອງພວກຜູ້ຍິງທີ່ຢູ່ໂຕະຂ້າງແຂກຂຶ້ນແທນຄຳຕອບຂອງອາລີ້ ບໍ່ຮູ້ວ່າພວກນັ້ນຖືກເຈົ້າເຂົ້າຫລືບໍ່ວະ!! ເຫັນຊັກດິ້ນຊັກຊັກງໍ ຢູ່ແບບນັ້ນ
"ເຮີ້ຍເພິ່ນ!! ເຫັນພວກເກັ່ງບໍ່ຢູ່ຫັ້ນບໍ່" ຜູ້ຍິ່ງຄົນຫນຶ່ງໃນກຸ່ມນັ້ນເວົ້າຂື້ນ ແລ້ວຊີ້ໃນໄປບ່ອນໃກ້ໆທາງເຂົ້າ ພ້ອມກັບການປະກົດຕົວຂອງຊາຍຫນຸ່ມ ສອງຄົນ ທີ່ກຳລັງຍ່າງເຂົ້າມານຳກຸ່ມຄົນໃສ່ເສື້ອສີດຳ ທີ່ອາດຈະແມ່ນບໍດີກາດປະຈຳຕົວຂອງເຂົາເຈົ້າຕິ ແຕ່ທີ່ເຮັດໃຫ້ພວກເຂົາເຈົ້າໂດດເດັ່ນ ກວ່າຫມູ່ບໍ່ແມ່ນຍ້ອນຄົນຄຸ້ມກັນທີ່ມາກັນຫລາຍຄົນ ແຕ່ເປັນເພາະຫນ້າຕາ ຮູບຮ່າງຂອງພວກເຂົາຕ່າງຫາກ ທີ່ທັງສົມບູນ ແລະສຸດແສນຈະ Perfect
“ເຫັນ ໂຄດເທ້ເລີຍເພິ່ນ”
"ແມ່ນແລະ... ຄັນແມ່ນໃຜໄດ້ເປັນແຟນໂຄດໂຊກດີເລີຍ"
ອື້ມ ຂໍ້ນີ້ຂ້ອຍກໍ່ເຫັນດີ... ໂດຍສະເພາະກັບຊາຍຫນຸ່ມທີ່ມີນາມວ່າເກັ່ງ ແຕ່ທ່າທາງຍິ່ງຍະໂສຂອງຫມໍນັ້ນ ມັນບໍ່ຖືກສະຕານຳຂ້ອຍຈັກຫນ້ອຍ ຍິ່ງເຫັນກໍ່ຍິ່ງຂັດໃຈ ອາດເປັນຍ້ອນຂ້ອຍບໍ່ມັກຄົນປະເພດນິຕິ ທີ່ເຮັດໃຫ້ຂ້ອຍຮູ້ສຶກອະຄະຕິກັບອີກຝ່າຍຕັ້ງແຕ່ທຳອິດທີ່ແນມເຫັນ ເຖິງແມ່ນວ່າ ເຈົ້າໂຕຈະເປັນຄົນຫນ້າຕາດີກໍ່ຕາມເຖ໊າະ
"ໂອ໊ຍ!! ເຂົາລະແສບແກ້ວຫູພວກນີ້ເດ ຈັກຊິແຂກຫາວິມານຫຍັງວະ!!... ຮຶຍ!! ເອີ້ ແລ້ວໂທລະສັບຂອງເພິ່ນຫັ້ນນະ ອາລີ້ ເອົາມາໃຫ້ພວກເຂົາເບິ່ງແມ໋ ວ່າພາບຫນ້າຈໍເພິ່ນເອົາຮູບໃຜຂຶ້ນ"
ອາລີ້ຍົກໂທລະສັບຂຶ້ນຊ້າໆດ້ວຍສີຫນ້າເຈື່ອນໆ ຈາກນັ້ນບໍ່ດົນກໍ່ເຜີຍໃຫ້ເຫັນຮູບພັກຫນ້າຈໍທີ່ເປັນຮູບດາລາເກົາຫລີຄົນຫນຶ່ງ... ຫຶ ອາລີ້ກາຍເປັນຈຳເລີຍສຳຫລັບພວກຂ້ອຍແລ້ວ
"ຫຶໆ" ຕານ້ອຍກຳລັງຫົວຢູ່ໃນລຳຄໍຢ່າງມີເລດໄນ.. .ສ່ວນຝ່າຍຈຳເລີຍພັດມີສີຫນ້າຫຍຸ້ງໆ "ດຽວເຂົາຊິຖາມເພິ່ນເອງ"
"ອື້ມ!! ຮີບຖາມກະຖາມເທາະ" ອາລີ້ຕອບແບບປັດໆ
"ໂອເຄ, ເລີ່ມເລີຍກະແລ້ວກັນ.... ອື່ມ.... ເຂົາຢາກຮູ້ວ່າພວກນັ້ນແມ່ນໃຜປະຫວັດເປັນແນວໃດ ເປັນຫຍັງຄືມີແຕ່ຄົນແຂກກີ໊ກໆກ໊າກໆແບບນັ້ນ"
"ເຂົາຮູ້ແຕ່ຊື່ນະ ແຕ່ບໍ່ຮູ້ຈັກປະຫວັດ”
“ກະໄດ້ ຄັນຊັນເພິ່ນກະໄປຖາມເຂົາເຈົ້າເລີຍດຽວນີ້” ຕານ້ອຍຊີ້ນິ້ວໄປຫາພວກນັ້ນທັນທີ
“ບໍ່ເຖິງຂະຫນາດນັ້ນດອກ ເຂົາມີວິທີຢູ່ ດຽວເຂົາສົ່ງໄປຖາມຫມູ່ເຂົາກ່ອນແປັບຫນຶ່ງ” ອາລີ້ກົດສົ່ງຂໍ້ຄວາມທີ່ຫາກໍ່ໄປຫາບໍ່ດົນເທົ່າໃດ ຂໍ້ຄວາມຂອງອີກຄົນກໍ່ຖືກຕອບກັບມາທັນທີ
"ໂອເຄ, ຂໍ້ຄວາມມາລະ... ດຽວຊິອ່ານໃຫ້ຟັງ ເລີ່ມຈາກຜູ້ທຳອິດເລີຍກະແລ້ວກັນ.. ຄົນທຳອິດ ຊາຍຫນຸ່ມທີ່ມີຮູບຮ່າງສູງໂດດເດັ່ນມີນາມວ່າ ເອ ເປັນນັກສຶກສາຄະນະສະຖາປັດ ເປັນຄົນທີ່ສະຫລາດກວ່າຫມູ່ໃນກຸ່ມ ພໍ່ແມ່ຂອງລາວແມ່ນເຈົ້າຂອງໂຮງຮຽນເອກະຊົນຊື່ດັງແຫ່ງຫນຶ່ງ… ຄົນສຸດທ້າຍ ຊາຍຫນຸ່ມທີ່ມີຜິວຂາວປານຫລອດໄຟຍ່າງໄດ້ ມີນາມວ່າ ເກັ່ງ ຊື່ແທ້ຂອງລາວແມ່ນ ທ້າວ ແສງສຸລິຍາ ເຊິ່ງວ່າລາວແມ່ນນັກສຶກສາ ຄະນະແພດສາດ ທີ່ຫນ້າຕາດີທີ່ສຸດ ແລະລາວເປັນຄົນທີ່ຈຸດສະນວນຫາເລື່ອງໃຫ້ກຸ່ມເກືອບທຸກຄັ້ງ.... ອາລົມໃຈຮ້ອນ ບໍ່ມັກໃຫ້ໃຜຊັກຈູງ ສ່ວນສາເຫດທີຮຽນຫມໍ ເພາະຈະໄດ້ຮັກສາຕົວເອງໃນເວລາທີ່ມີເລື່ອງ"
"ປາດໂທ ຂໍ້ມູນນິສຸດຍອດເລີຍ... ປະຫວັດແຕ່ລະຄົນນິ ສິບຫາຍວາຍວອດຂະຫນາດ ຮຽນກັນຄົນແລະແນວ ແລະສັນດານ ເອີ໊ຍ ນິໄສ ກະບໍ່ຄືກັນຈັກຢ່າງ ພັດເປັນຫມູ່ກັນໄດ້ເສີຍເນ໊າະ"
"ອາຮະ.... ບາດນີ້ປັນທີ່ເຂົາຈົກລະ" ອາລີ້ວາງມືລົງຈອກແລ້ວກໍ່ຈົກຄຳຖາມຂຶ້ນມາທັນທີ ໂດຍບໍ່ຖ້າຄົນ ກ່ອນຈະເປີດຄຳຖາມອອກມາອ່ານ "ແມ່ນໃຜໃສ່ເສື້ອຊ້ອນບໍ່ມີສາຍ ຜູ້ນັ້ນຊວຍ"
ຈຶກ ຂ້ອຍຢຸດນິ່ງທັນທີ... ໃນເມື່ອຄົນທີ່ໃສ່ເສື້ອຊ້ອນບໍ່ມີສາຍແມ່ນຂ້ອຍເອງ ບ້າເອີຍ!! ຄຳຖາມອື່ນມີ ຄືບໍ່ຂຽນລົງວະ!!
"ແມ່ນໃຜຂຽນຄຳຖາມນີ້ນິ"
"ເຂົາອີກນີ້ແລະ, ອາລີ້ ຮາໆໆ ເພິ່ນນິ ຫມານຄຳຖາມເຂົາຕະຫລອດເນ໊າະ ວ່າແຕ່ມີຄົນໃສ່ເຊື້ອຊ້ອນບໍ່ມີສາຍບໍ່ຫັ້ນ"
"ເຂົາໃສ່ໂຕມີສາຍ" ອາລີ້ເປັນຄົນຕອບ ແລະມັນກໍ່ແມ່ນແບບນັ້ນແທ້ ໃນເມື່ອນາງໃສ່ຊຸດເດຣສ ມັນກະເລີຍເຫັນຂອງນາງເປັນສີໃສໆ "ແລ້ວຂອງເພິ່ນເດບົວ" ທັງສອງຊັກສາຍຕາມາເພ່ງມອງຂ້ອຍພ້ອມກັນ ເອົາຈົນຂ້ອຍເກືອບຫັນໃຈນຳເກືອບບໍ່ທັນ ແຕ່ວ່າມືນີ້ ຂ້ອຍໃສ່ເສື້ອຢືດ ມັນເຮັດໃຫ້ແນມບໍ່ເຫັນວ່າຂ້ອຍໃສ່ຍັງໄວ້ທັງໃນ ຂ້ອຍກໍ່ເລີຍມີໂອກາດ ທີ່ຈະຕອບຫລີກລ້ຽງ
"ເຂົາກະໃສ່ໂຕມີສາຍຄືກັນຫັ້ນແລະ!!"
"ແມ່ນສຳເບ໊າະ" ທັງສອງຖາມຂຶ້ນພ້ອມກັນ ສ່ວນຂ້ອຍກໍ່ຮີບງຶກຫົວເປັນການຢືນຢັນທັນທີ
"ອື້ມ"
"ຫວາ... ແຕ່ເພິ່ນໃສ່ເສື້ອຢືດໄວ້ ມັນເລີຍບໍ່ເຫັນ ດຽວເຂົາຊິເບິ່ງກັນ ບາງເທື່ອເພິ່ນຕວົະພວກເຂົາ" ຕານ້ອຍເວົ້າ ພ້ອມຈະລຸກອອກຈາກໂຕະ ແຕ່ຂ້ອຍພັດຍົກມືຫ້າມກ່ອນ
"ເພິ່ນຊິເບິ່ງເຮັດຫຍັງ ເຂົາບອກລະເດວ່າເຂົາໃສ່ໂຕມີສາຍ" ຂ້ອຍບອກອອກໄປດ້ວຍສີຫນ້າທີ່ສະແດງເຖິງຄວາມມີພິລຸດ
"ກະໄປເບິ່ງເພື່ອຄວາມແນ່ໃຈ ເວົ້າແບບນີ້ ບໍ່ແມ່ນຂີ້ຕວົະພວກເຂົາແມ່ນບໍ່ຫັ້ນ" ຕານ້ອຍຈ້ອງເລິກເຂົ້າໄປທາງໃນດວງຕາຂ້ອຍ ເພື່ອຈະເຄັ້ນຫາຄວາມຈິງ ເຮັດໃຫ້ຂ້ອຍ ຕ້ອງຮີບອະທິບາຍທັນທີ
"ຕະ ຕວົະຫຍັງ ເຂົາບໍ່ໄດ້ຕວົະຈັກຫນ້ອຍ"
"ຄັນບໍ່ຕວົະແລ້ວເພິ່ນຊິປັດຕິເສດເຮັດຫຍັງຊັນ" ອາລີ້ເວົ້າເສີມ ໂດຍທີ່ບໍ່ລືມຈ້ອງມອງຂ້ອຍແບບດຽວກັນກັບຕາຫນ້ອຍ "ແຖມເພິ່ນຫຍັງເຮັດສຽງສັ່ນໆອີກ.... ໃສ ມາໃຫ້ພວກເຂົາເບິ່ງ" ສຸດຄວາມອາລີ້ກໍ່ພຸ້ງມາຫາຂ້ອຍທັນທີ ແລ້ວອ້ອມມາຈັບແຂນຂ້ອຍໄວ້ທາງຫລັງ
"ຊິເຮັດຫຍັງນິ!!"
"ກະຊິເບິ່ງເສື້ອຊ້ອຍເພິ່ນນິແລະ ຕານ້ອຍ ຈັດການ"
"ໄດ້ເລີຍ!!"
"ເຮີ້ຍ!!" ສຸດຄວາມ ຕານ້ອຍກໍ່ພຸ້ງເຂົ້າມາ ພາງໃຊ້ຝາມືຖົກຄໍເສື້ອຂ້ອຍອອກ ກ່ອນຈະຈ້ອງແນມເບິ່ງສັດສ່ວນທາງໃນຂອງຂ້ອຍ ເຊິ່ງມັນກໍ່ເຜີຍໃຫ້ເຫັນ ສິ່ງສຳຄັນທີ່ຂ້ອຍໄດ້ເຊື່ອງຊ້ອນເອົາໄວ້
"ຫຶໆ" ຕານ້ອຍຄາງຫົວຢູ່ໃນລຳຄໍແບບມີເລດໄນ ແລ້ວກໍ່ເລື່ອນມືອອກຈາກຄໍເສື້ອຂ້ອຍໄປ ເຊິ່ງຂ້ອຍ ກໍ່ສາມາດສຳພັດກັບລາງຮ້າຍ ທີ່ກຳລັງຈະເກີດຂຶ້ນນີ້ໄວໆນີ້ແນ່ນອນ "ກ້າຕວົະພວກເຂົາເສີຍຫວາຫັ້ນ"
"ແມ່ນແລະ" ອາລີ້ປ່ອຍແຂນທັງສອງຂ້ອຍໄວ້ໃຫ້ເປັນອິດສະລະ ກ່ອນຈະພາໂຕເອງໄປນັ່ງລົງປະຈຳທີ່ ໂດຍທີ່ມີຕານ້ອຍຫຍັບໂຕເຂົ້າໄປໃກ້ໆນາງ ແລ້ວກໍ່ຈ້ອງຕາມາທີ່ຂ້ອຍແບບມີເລດໄນອີກຄັ້ງ "ມື້ນີ້ຊິໄດ້ເຫັນເລື່ອງມ່ວນໆແລ້ວ ຫຶໆ ດຽວເລື່ອງນີ້ພວກເຂົາຊິຈັດການໃຫ້ເພິ່ນຄັກໆກ່ອນ ໂທດທານ ທີ່ກ້າຕົວະພວກເຂົາ"
“ແມ່ນແລະ ດຽວເລື່ອງນີ້ເຂົາຊິເປັນຄົນສັ່ງເພິ່ນເອງ
"ເອີ້ໆ ຊິໃຫ້ເຮັດຫຍັງ ກະເຊີນສັ່ງມາເທາະ!!" ຂ້ອຍບອກອອກໄປແບບປັດໆ ໃນເມື່ອ ຂ້ອຍຈົນມຸມແລ້ວຮຽບຮ້ອຍ
"ອື່ມ... ແຕ່ຕອນນີ້ຂໍຄິດເບິ່ງກ່ອນ" ຕານ້ອຍຢຸດຄິດໃນຂະຫນະຫນຶ່ງ ກ່ອນຈະເວົ້າຂຶ້ນໃນທີ່ສຸດ "ໂອ໋ ຄິດອອກລະ... ບົວ,ເຫັນຜູ້ຊາຍທີ່ຂາວໆຄົນນັ້ນບໍ່” ຕານ້ອຍຊີ້ນິ້ວໄປຫາຄົນໆຫນຶ່ງໃນກຸ່ມນັ້ນ
“ເຫັນ”
“ໄປຂໍເບີລາວມາ”
"ໂອເຄ ຫ໊ະ!! ໄປຂໍເບີມັນ”
.
.
ເອົາຕອນທີ່ຫນຶ່ງມາລົງແລ້ວ ຈັງໃດຝາກອ່ານແດ່ເດີ້
ເພາະວ່າປາກກາຈຸ່ມນ້ຳເຜິ້ງຈະຂຽນເລື່ອງນີ້ໃຫ້ມັນ
ມ່ວນທີ່ສຸດເລີຍ