ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

 

 

 

 

ຕອນທີສອງ

Diary:

 

 

ຂ້ອຍບໍ່ຢາກຈະເຊື່ອໂຕເອງເລີຍວ່າ ພຽງແຕ່ເວລາແປັບດຽວທີ່ຂ້ອຍໄດ້ເຈິກັບຄົນໆຫນຶ່ງ

ມັນກໍ່ທຳໃຫ້ຂ້ອຍ ຮູ້ສຶກຫວັ່ນໄຫວ ແລະໃຈຫວິວໆແນວໃດກໍ່ບໍ່ຮູ້...

ທັງທີຂ້ອຍກະສຸດແສນຈະຊັງລາວຈົນເຂົ້າກະດູກດຳ

 

 

 

 

"ປ່ອຍ... ກູບອກໃຫ້ປ່ອຍ!!" ຂ້ອຍທັງຮ້ອງທັງທຸບບຸລຸດທີ່ມີນາມວ່າເກັ່ງແບບບໍ່ຍັ້ງ ໃນຂະນະທີ່ມັນກຳລັງອຸ້ມຂ້ອຍພາດບ່າ ພາຂ້ອຍອອກມານອກເທັກ ແລ້ວມາຢຸດຢູ່ບ່ອນຈົດລົດ

 

 

"ໂອເຄ ຊິປ່ອຍແລ້ວ" ສຸດຄວາມ ມັນກໍ່ວາງຂ້ອຍກລົງກັບພື້ນ... ເມື່ອຂ້ອຍຢືນຊົງໂຕໄດ້ແລະຫລຸດອອກຈາກ ພັນທະນາການຂອງປີສາດທີ່ແສນຊົ່ວຮ້າຍ ຂ້ອຍກໍ່ເພ່ງມອງຫນ້າມັນ ຢ່າງເອົາເລື່ອງທີນທັນ ກ່ອນຈະກະແທກສຽງ ວ່າຮ້າຍຢ່າງເດືອດດາດ

 

 

"ມຶງເປັນບ້າລະຫວາ ຫ໊ະ!! ມາສິດຍັງມາລວນລາມກູແບບນີ້!!" ຂ້ອຍເປ່ງສຽງທີ່ເຫລືອຢູ່ດ່າເກັ່ງແບບບໍ່ເວັ້ນຫນ້າ ເຮັດໃຫ້ຄົນທີ່ຢູ່ບໍລິເວນນີ້ ຕ່າງກໍ່ແນມມາເບິ່ງການກະທຳທີ່ສະແດງເຖິງຄວາມໂມໂຫຂອງຂ້ອຍເປັນສາຍຕາດຽວ ສ່ວນມັນ ພັດຢືນສົ່ງຍິ້ມກວນໃຫ້ ແບບບໍ່ຮູ້ສຶກສະທົກສະທ້ານກັບການກະທຳຊົ່ວໆຂອງໂຕເອງແຕ່ຢ່າງໃດ

 

 

"ໂອ ເຂົາບອກເພິ່ນແລ້ວແມ່ນບໍ່ວ່າຫ້າມເວົ້າຄຳບໍ່ສຸພາບ" ເກັ່ງຫຍັບເຂົ້າມາໃກ້ໆ ຈົນເຮັດຂ້ອຍ ຕ້ອງຖອຍຫລັງໄປ ເລື້ອຍໆ ຈົນໂຕນ້ອຍໆຂອງຈຸເຂົ້າລົດໃຫຍ່ຄັນຫນຶ່ງ ແລ້ວມັນກໍ່ໃຊ້ແຂນໃຫຍ່ແຂງແຮງ ທັງສອງເລື່ອນຂຶ້ນມາຄ້ຳກະຈົກລົດ ຕັນໂຕຂ້ອຍໄວ້ ພາງກົ້ມຫນ້າຄົມໆລົງມາໃກ້ໆຫນ້າຂ້ອຍ ຈົນໄດ້ຍິນສຽງຫາຍໃຈອຸ່ນໆຂອງເຈົ້າໂຕ ທີ່ຫ່າງຈາກໃບຫນ້າຂ້ອຍ ບໍ່ເທົ່າໃດເຊັນ

 

 

"ຊະ ຊິເຮັດຫຍັງນິ!! "ຂ້ອຍພະຍາຍາມຄວບຄຸມສຽງໃຫ້ເປັນກະຕິທີ່ສຸດ ບໍ່ແມ່ນເພາະຂ້ອຍເກີ້ເຂີນອີກຝ່າຍດອກ ແຕ່ເປັນຍ້ອນຂ້ອຍຮູ້ສຶກຢ້ານມັນຈະເຮັດລຸ່ມລາມນຳຂ້ອຍຫລາຍກວ່າ

 

 

"ກະຢາກຈະສັ່ງສອນຄົນອວດເກັ່ງຈັກບາດ ໂທດຖານທີ່ກ້າອວດດີນຳເຂົາ" ເກັ່ງຍິ້ມແບບເຈົ້າເລ່

 

 

"ແຕ່ກູ!"

 

 

"ຮື້ມ??" ເກັ່ງງ່ຽງຫນ້າຖາມ ເຫມືອນຈະເປັນການບອກໃຫ້ຂ້ອຍເລືອກທີ່ຈະປ່ຽນຄຳເວົ້າທີ່ສຸດພາບແທນ... ເອີ້ກະໄດ້!! ຂ້ອຍຍອມປ່ຽນສັບພະຄຸນນາມກຳໄດ້!!

 

 

"ແຕ່ເຂົາບໍ່ໄດ້ເຮັດອວດເກັ່ງໃສ່ເພິ່ນຈັກຫນ້ອຍ... ເພິ່ນຕ່າງຫາກທີ່ເຮັດເລື່ອງຕ່ຳໆໃສ່ເຂົາກ່ອນ!!"

 

 

"ຫຶ.." ເກັ່ງຫົວຄາງຄ່ອຍໆຢູ່ໃນລຳຄໍ ພ້ອມກັບຍິ້ມອອກທີ່ມຸມປາກ... ໃຫ້ຕາຍແທະ!! ຂ້ອຍສຸດແສນຈະຊັງຮອຍຍິ້ມແບບນີ້ທີ່ສຸດ "ທີ່ວ່າເລື່ອງຕ່ຳໆນິ ເພິ່ນຫມາຍເຖິງເລື່ອງທີ່ເຂົາຈູບເພິ່ນແມ່ນບໍ່.." ຄົນທີ່ຢູ່ຕໍ່ຫນ້າຂ້ອຍເນັ້ນປະໂຫຍກສຸດທ້າຍຢ່າງຊັດຖ້ອຍຊັດຄຳ ຍິ່ງຟັງກໍ່ຍິ່ງໂມໂຫ ພາງກຳມືແຫນ້ນເຂົ້າກັນ ເປັນເຊີງລະບາຍອາລົມ

 

 

"ເອີ້!!... ແລະທີ່ເພິ່ນຈູບເຂົາມື້ກີ້ ເຂົາຖືວ່າທານໃຫ້ຫມາຈອນຈັດໂຕຫນຶ່ງເທົ່ານັ້ນແລະ ຈື່ໄວ້!!" ສິ້ນຄວາມຂ້ ອຍກໍ່ປັດແຂນມັນອອກທັນທີ ກ່ອນຈະພາໂຕເອງອອກຈາກສະຖານະການທີ່ສຸດແສນຈະອຶດອັດນີ້ໄປ ເພື່ອຈະມຸ່ງຫນ້າໄປຫາລົດໂຕເອງທີ່ກຳລັງຈອດໄວ້ຢູ່ບໍ່ໃກຈາກໂຕຂ້ອຍປານໃດ ຫາກພໍແຕ່ກ້າວຂາອອກອີກກ້າວດຽວ ເກັ່ງພັດຮ້ອງໃສ່ຫລັງຂ້ອຍກ່ອນ

 

 

"ດຽວເພິ່ນ!!" ຂ້ອຍຫັນກັບໄປຫາທັນທີ ໂດຍທີ່ບໍ່ລືມຈະເພ່ງຕາຂວາງໆໄປຫາເຈົ້າໂຕ "ເຂົາຍັງບໍ່ທັນຮູ້ຈັກຊື່ເພິ່ນຊ້ຳ"

 

 

           "ເພິ່ນບໍ່ຈຳເປັນຕ້ອງຮູ້ຈັກຊື່ເຂົາ!!" ຂ້ອຍຕອບອອກໄປທັນທີ "ແລ້ວເຂົາບໍ່ມີທາງຈະບອກເພິ່ນເດັດຂາດ!!"

 

 

"ອື່ມ... ໃກ້ໄດ້ ບໍ່ບອກກະບອກ.... ແຕ່ວ່າເພິ່ນຕ້ອງກັບບ້ານເອງໃດລະ" ເກັ່ງຍົກກະແຈລົດຂ້ອຍຂຶ້ນມາໂຊ ພາງແກວ່ງມັນໄປມາໆ ແລ້ວກໍ່ຜິວປາກຢ່າງອາລົມດີ... ຂ້ອຍໄດ້ແຕ່ເລືອກຂຶ້ນທັນທີ ພ້ອມກັບເລື່ອນມືນ້ອຍໆຂ້າງຫນຶ່ງລົງໄປສຳຫລວດຖົງສົ້ງຂອງຕົນເອງ ແລ້ວຈາກນັ້ນ ຂ້ອຍກໍ່ພົບກັບຄວາມຫວ່າງເປົ່າ ຈະມີ ກໍ່ພຽງແຕ່ໂທລະສັບຫນ່ວຍດຽວເທົ່ານັ້ນ

 

 

ບ້າເອີ້ຍ!! ທັນໄປຈົກເອົາຕອນໃດວະ!!

 

 

"ເອົາກະແຈລົດມາດຽວນີ້!!" ຂ້ອຍຂົບແຂ້ວຖາມເອົາກະແຈຢ່າງຂັບແຄ້ນ ໂດຍທີ່ກຳລັງກ້າວຂາເຂົ້າໄປຈັບເອົາກະແຈນຳເກັ່ງຄືນ

 

 

"ໃຈເຢັນໆສາວນ້ອຍ"

 

 

ຊິໃຫ້ດີໆຫລືຢາຫເຈັບໂຕຫ໊ະ!!

 

 

"ຮາໆໆ ເຂົາຢ້ານຂະຫນາດເລີຍເພິ່ນ" ຄຳຂູ່ຂອງຂ້ອຍຍັງບໍ່ໄດ້ຜົນນຳເກັ່ງຢູ່ຄືເກົ່າ" ສີຫນ້າທີ່ສຸດແສນຈະເຍາະເຍີ້ຍ ຂອງຄົນຮ່າງສູງ ມັນເປັນການບີບຄັນໃຫ້ອາລົມຂ້ອຍເດືອດດາດຂຶ້ນຕື່ມ ໃຫ້ຕາຍເທາະ!! ຕັ້ງແຕ່ເກີດມາ ຂ້ອຍບໍ່ເຄີຍຊັງໃຜທີ່ສຸດເທົ່າຫມໍນີ້ມາກ່ອນເລີຍ

 

 

"ຮີບເອົາກະແຈມາດຽວນີ້!!"

 

 

"ຫຶ ຢາກໄດ້ກະມາເອົາເອງແລະ"

 

 

"ບ້າເອີ້ຍ!!" ສຸດສຽງ ຂ້ອຍກໍ່ຮີບພາໂຕເອງເຂົ້າໄປຍາດກະແຈນຳລາວທັນທີ ເມື່ອຍິ່ງຂ້ອຍຕ້ອງການຈະເອົາກະແຈຄືນ ເທົ່າໃດ ຄົນທີ່ຢູ່ຕໍ່ຫນ້າຍິ່ງຍົກມັນຂຶ້ນສູງເທົ່ານັ້ນ ຂ້ອຍກໍ່ເລີຍຍາດເອົາຄືນບໍ່ໄດ້ ໃນເມື່ອຮ່າງກາຍຂອງໂຕເອງມັນເສຍປຽບ ໃຫ້ກັບເກັ່ງຫລາຍເຕີບ

 

 

"ຮ໊ວຍ!!.... ຊິເອົາມາໃຫ້ດີໆບໍ່ ຫ໊ະ!!

 

"ອື່ມ... ເຂົາປ່ຽນໃຈລະ... ເຂົາຊິເອົາລົດເພິ່ນໄປຂີ່ເລາະຫລິ້ນດີກວ່າ"

 

 

"ຢຸດ!! ຫ້າມເອົາລົດເຂົາໄປຂີ່ຫລີ້ນເດັດຂາດ!!" ຂ້ອຍຍົກມືຂຶ້ນຫ້າມປານພະປາງຍາດ ເພາະຂ້ອຍບໍ່ມັກ ໃຫ້ຄົນພາຍນອກເຂົ້າມາຫຍຸ້ງວຸ້ນວາຍນຳລົດຂອງຂ້ອຍ ແລະອີກຢ່າງຫນຶ່ງ ແມ່ຂອງຂ້ອຍລາວຫວງລົດຄັນນີ້ທີ່ສຸດ

 

 

"ເຂົາວ່າເພິ່ນຄືຊິຮູ້ຄຳຕອບເຂົາແລ້ວແລະ" ເກັ່ງບໍ່ສົນຄຳຫວງຫ້າມຂອງຂ້ອຍແຕ່ຍ່າງໃດ ແຖມຍັງມຸ່ງຫນ້າເຂົ້າໄປຊອກຫາລົດຂ້ອຍ ໃນລະຫວ່າງທີ່ໃຊ້ມືສາກໆ ບີບປຸ່ມສັນຍາກັນຂະໂມຍ ເພື່ອໃຫ້ຮູ້ວ່າລົດມັນຈອດຢູ່ໃສ

 

 

ໃນທີ່ສຸດເກັ່ງກໍ່ຊອກລົດຂ້ອຍເຫັນ ຂາຍາວຂອງອີກກໍ່ກ້າວລ້ຳຫນ້າຂ້ອຍໄປ ໂດຍທີ່ຂ້ອຍກຳລັງນຳອີກຝ່າຍ ໃນໄລຍະຊິດໂຕ.... ເກັ່ງໄຂປະຕູດ້ານຄົນຂັບຂຶ້ນພ້ອມກັບພາໂຕເອງນັ່ງລົງບ່ອນເບາະລົດ ກ່ອນຈະຫັນຫນ້າມາເວົ້ານຳຂ້ອຍ

 

 

"ຂຶ້ນລົດ!!" ເກັ່ງງຶກຫົວໄປທາງຂ້າງຫນ້ອຍຫນຶ່ງ ເປັນເຊີງການສົ່ງສັນຍານໃຫ້ຂ້ອຍເຮັດຕາມຄຳສັ່ງ ຫຶ ແຕ່ມີຫວາ ທີ່ຂ້ອຍຈະຍອມ!!

 

 

"ລົງມາຈາກລົດເຂົາດຽວນີ້!!... ຄັນບໍ່ຊັ້ນເຂົາໂທບອກຕຳລວດແທ້!!"

 

 

"ຂີ່ມ້າສາມສອກໄປບອກໂລດ... ເຂົາບໍ່ຢ້ານດອກ ຫຶໆ!!

 

 

ຂ້ອຍຂົບແຂ້ວຕົນເອງອີກຄັ້ງຢ່າງເຫລືອໃຈ ແລ້ວນ້ຳສຽງທີ່ເນັ້ນຫນັກຂອງເກັ່ງ ບົ່ງບອກເຖິງຄວາມໃຈວ່າກົດຫມາຍ ອາດຈະເຮັດຫຍັງເຈົ້າໂຕບໍ່ໄດ້... ແຕ່ບ້ານເມືອງມັນມີຂື່ມີແປ ແມ່ນໃຜກໍ່ບໍ່ສາມາດເຫນືອກົດຫມາຍໄດ້ດອກ ເຖິງອີ່ຕາຜີບ້າ ນີ້ ຈະເສັ້ນໃຫຍ່ຫລືຈະມີອຳນາດບາດຫລວງມາແຕ່ໃສກໍ່ຕາມ ຈັງໃດຂ້ອຍກໍ່ບໍ່ມີຍອມໃຫ້ລາວເຮັດຫຍັງຕາມອຳເພີໃຈ ແບບນີ້ເດັດຂາດ!!

 

 

"ເອີ້!! ບ້າຕ້ອງທ້າ ເຂົາໂທບອກແທ້!!.... ເຂົາຊິເອົາຕຳຫລວດມາລາກເພິ່ນເຂົ້າຄຸກນິແລະ!! ຄິດວ່າໂຕເອງໃຫຍ່ ແລ້ວຊິມາເບັ່ງອຳນາດໃສ່ຜູ້ອື່ນໄດ້ງ່າຍຊັ້ນຫວາ... ຫຶ ແຕ່ເຂົາກະລືມບອກເພິ່ນໄປຢ່າງຫນຶ່ງ ພໍ່ລຸງເຂົາເປັນນາຍພັນ ເຂົາກະມີເສັ້ນໃຫຍ່ພໍຈະລາກຄໍເຂົ້າຄຸກໄດ້ຄືກັນ!!" ສິ້ນປະໂຫຍກ ຂ້ອຍກໍ່ເລື່ອນມືໄປຈັບໂທລະສັບ ທີ່ເຄີຍໄວ້ໃນຖົງສົ້ງຂຶ້ນມາ ຫາກກ່ອນທີ່ຈະກົດເບີອອກໄປນັ້ນ ເກັ່ງພາໂຕເອງອອກມາຈາກລົດແລ້ວກໍ່ເລື່ອນມືສາກໆ ມາຄວ້າໂທລະສັບຂ້ອຍໄວ້ກ່ອນ

 

 

"ເຮີ້ຍ!!" ຂ້ອຍອຸທານກັບການກະທຳທີ່ສະແດງເຖິງຄວາມເສຍມາລະຍາດທັນທີ... "ເອົາມາດຽວນີ້!!" ມືນ້ອຍໆຂອງຂ້ອຍກໍ່ ບໍ່ລືມທີ່ຈະຍາດເອົາໂທລະສັບນັ້ນຄືນ ແຕ່ເກັ່ງພັດຍັດມັນໃສ່ຖົງສົ້ງໂຕເອງແບບຫນ້າຕາເສີຍ "ບອກໃຫ້ເອົາໂທລະສັບມາ!! ຫູຫນວກຫວາ ຫ໊ະ!!"

 

 

"ເພິ່ນຕ່າງຫາກທີ່ຫູຫນວກນະ..... ບອກໃຫ້ຂຶ້ນລົດລະຍັງມາຍືນຖຽງຢູ່"

 

 

"ເຂົາເລີ່ມຫມົດຄວາມອົດທົນລະໃດ໋!!"

 

 

"ທົນບໍ່ໄດ້ກະບໍ່ທົນ.... ຖ້າເພິ່ນບໍ່ໄປນຳເຂົາ ທັງກະແຈ ທັງລົດ ທັງໂທລະສັບ ເພິ່ນບໍ່ໄດ້ຄືນແນ່ນອນ"

 

 

ຂ້ອຍຢຸດນິ່ງທັນທີ ກ່ອນຈະເກັບເອົາຄຳເວົ້າຂອງລາວມາຄິດໃນຊົ່ວຂະຫນຶ່ງ ໃນເມື່ອອີກຝ່າຍຢືນຢັນແສງແຂງ ທີ່ຈະບໍ່ສົ່ງຂອງໃຫ້ຂ້ອຍງ່າຍໆ.... ແລ້ວຖ້າຫາກ ຊິຍາດເອົາຂອງນຳເຈົ້າໂຕຄືນອີກ ກໍ່ຄົງຊິແມ່ນທີ່ເລື່ອງເປັນບໍ່ໄປໄດ້ ເພາະສຳຫລວດເບິງຈາກຫຸ່ນແລ້ວ ຂ້ອຍເອື້ອມມືໄປຍາດບໍ່ໄດ້ແນ່ນອນ.. ສະນັ້ນທາງເລືອກທີ່ເຫລືອສຸດທ້າຍກໍ່ຄື ຍອມຈຳນົນໃຫ້ອີ່ຕາຜີບ້ານີ້ຢ່າງວ່າງ່າຍ ຄັນບໍ່ຊັ້ນ ບໍ່ໄດ້ຂອງຈັກຢ່າງແທ້ໆ

 

 

"ວ່າຈັງໃດລະ.... ຮື້ມ??" ເກັ່ງຖາມຂ້ອຍອີກຄັ້ງ... ເຊິ່ງຄຳຕອບຂອງຂ້ອຍທີ່ກຳລັງຈະຕອບໄປ ກໍ່ແມ່ນ ຄຳຕອບ ຕົກລົງ

 

 

"ເອີ້ກະໄດ້!!.... ແຕ່ຄັນໄປນຳເພິ່ນແລ້ວ ສັນຍານຳເຂົາກ່ອນວ່າ ຕ້ອງສົ່ງຂອງທັງຫມົດຄືນທັນທີ!!" ຂ້ອຍສະເຫນີຂໍ້ຕົກລົງນຳເກັ່ງກ່ອນ ເພື່ອໄວ້ບາດຫລັງ ເຈົ້າໂຕຊິບໍ່ຍອມສົ່ງຂອງຄືນ

 

 

"ກະໄດ້" ເກັ່ງງຶກຫົວຍອມຮັບຂໍ້ຕົກລົງ

 

 

"ເອີ້ ດີ!!..".

 

 

ຂ້ອຍສະບັດໂຕເອງໃສ່ເກັ່ງ ເປັນເຊີງລະບາຍອາລົມງຸດງິດ ໃນລະຫວ່າງທີ່ກຳລັງພາຕົນເອງມານັ່ງລົງບ່ອນຂ້າງໆ ກັບພວງມະໄລ ຈາກນັ້ນກໍ່ປິດປະຕູ້ລົດ ສ່ວນເກັ່ງກໍ່ຍໍ້ໂຕຂະຫນາດໃຫຍຫນາເຂົ້ານັ່ງລົງບ່ອນຂັບ ໂດຍທີ່ມືໃຫຍ່ໆສາກໆ ກໍ່ບໍ່ລືມທີ່ຈະປິດປະຕູເຂົ້າ.....

 

 

"ແລ້ວຊິໄປໃສພາເຂົາໄປໃສ?" ຂ້ອຍເປີດສາກຖາມທັນທີ ສ່ວນເຈົ້າໂຕກໍ່ຍິ່ມອອກມາທີ່ມຸມປາກ ພ້ອມກັບສະຕາດເຄື່ອງຂື້ນ

 

 

"ດຽວຫາກຮູ້ເອງ.... ແຕ່ກ່ອນຊິພາເພິ່ນອອກໄປ ກະລຸນາຂັດເຂັມນິລະໄພດີໆ ຖ້າບໍ່ຢາກໃຫ້ຫົວຟາດແຫວນລົດ...." ມັນຫນ້າມາບອກຂ້ອຍດ້ວຍສີຫນ້າກວນໆ... ກ່ອນເກັ່ງທີ່ຈະຫັນກັບໄປເບິ່ງທາງຫນ້າແບບເກົ່າ

 

 

"ເອີ້ ກະໄດ້.." ຂ້ອຍເຊື່ອຟັງຄຳເຕື່ອນຢ່າງວ່າງ່າຍ... ມືຂອງຂ້ອຍກໍ່ເລືອນໄປຈັບເຂັດຂັດມາໃສ່ໂຕເອງໄວ້ໃຫ້ແຫນ້ນ ໃນລະດັບຫນຶ່ງ

 

 

"ຄັນພ້ອມລະ Let's go!!"

 

 

"ບຶ້ນ!!"

 

 

"ກຣີ້້ດ!!" ສຽງແຂກຂອງຂຶ້ນຂ້ອນພ້ອມກັບສຽງລົດ ທີ່ເຄືອນອອກໄປຢ່າງວອງໄວ ຍ້ອນຕີນຂອງເກັ່ງຕອນນີ້ ເກືອບຢຽບຈົນຈຳຄັນເລັ່ງ... ດີ ທີ່ຂ້ອຍຢອມເຊື່ອຄຳເຕືອນຂອງລາວ ຄັນບໍ່ຊັ້ນ ຫນ້າຂ້ອຍຟາດເຂົ້າກັບແວ່ນລົດແທ້ໆ

 

 

"ເພິ່ນເປັນບ້າຫວາ ຫ໊ະ!! ຂັບລົດປານຊິຟ້າວໄປຕາຍນິ ຂັບຊ້າໆແດ່!!" ຂ້ອຍທົນບໍ່ໄດ້ທີ່ຈະຫັນໄປຮ້າຍ ໃຈຂອງຂ້ອຍມື້ກີ້ມັນຕົກຫລົ່ນໄປຮອດຕາຕຸ່ມ ຈາກນັ້ນເກັ່ງກໍ່ຄ່ອຍໆຜ່ອນຄວາມໄວລົງຕາມຄຳສັ່ງ ເມື່ອແລ່ນລົດອອກມາຖະຫນົນໃຫຍ່

 

 

"ຮາໆໆ ເຂົາກະບອກແລ້ວວ່າໃຫ້ເພິ່ນໃສ່ເຂັມຂັດໄວ້ດີ" ເກັ່ງຕອບດ້ວຍສີຫນ້າທີ່ສະບາຍອາລົມ "ແລ້ວເພິ່ນຊິບອກຊື່ເຂົາໄດ້ບໍ່ນິ?"

 

 

"ບໍ່.... ເພິ່ນບໍ່ຈຳເປັນຕ້ອງຮູ້!!"

 

 

"ເພິ່ນຢາກໄດ້ຂອງຄືນບໍ່?" ຫັນຫນ້າມາຖາມຂ້ອຍຫລັງຈາກນັ້ນ...

 

 

"ແຕ່ເພິ່ນສັນຍາແລ້ວວ່າຊິສົ່ງຂອງຄືນ" ຂ້ອຍກໍ່ຫັນຫນ້າໄປຫາເກັ່ງເຊັ່ນກັນ ໂດຍທີ່ບໍ່ລືມຈະເພ່ງມອງລາວແບບໍ່ພໍໃຈ

 

 

"ແຕ່ສັນຍາມັນຖືກຍົກເລີກມື້ໃດກະໄດ້ ຖ້າຫາກເພິ່ນຍັງຂັດຄຳສັ່ງເຂົາ" ເກັ່ງຍັງຄົງຖືໃພ້ເຫນືອຂ້ອຍ....​ ແລະຄຳຂູ່ຂອງອີກຝ່າຍ ມັນກໍ່ມີຜົນຕໍ່ຂ້ອຍສະເຫມີ

 

 

"ເອີ້ໆ ກະໄດ້ ເຂົາຊື່ບົວ ພໍໃຈລະເບ໊າະ!"

 

 

"ຍັງເທື່ອ"

 

 

"ລະຊິເອົາຫຍັງອີກວະ!!"

 

 

"ເພິ່ນເຫັນຂີ້ຕົມຢູ່ຝາກທາງເພິ່ນບໍ່ ຫຶໆ" ເກັ່ງບໍ່ຕອບຄຳຖາມຂ້ອຍແຕ່ໃຊ້ນິ້ວຂອງໂຕເອງຊີ້ໄປທາງນັ້ນແທນ ກ່ອນຈະຍິ້ມອອກມາແບບມີເລດໄນ ເຊິ່ງມັນກໍ່ເຮັດໃຫ້ຂ້ອຍຮູ້ວ່າ ເຈົ້າໂຕກຳລັງຄິດຫຍັງຢູ່

 

 

"ໂອ.... ເກັ່ງ ຂໍຮ້ອງ ຢ່າເຮັດແບບນີ້" ຂ້ອຍແກວ່ງຫົວຫລາຍບາດ ເປັນເຊີງການອ້ອນວອນ

 

 

"ກະໄດ້ ຢ່າກະຢ່າ ແຕ່ຢ່າຂອງເຂົາ ແມ່ນ ຢ່າຊ້າໃດ໋ລະ ຮາໆໆ"

 

 

"ເກັ່ງ ຢ່າ ກຣີ້ດ!!" ຂ້ອຍແຂກອອກມາທັນທີ ໃນຂະນະທີ່ເກັ່ງໄດ້ປ່ຽນເກຍຫນຶ່ງ ແລ້ວກໍ່ຫັກພວງມາໄລລົດເຂົ້າຂີ້ຕົມແບບກະທັນ ຄັນເລັງຖືກຢຽບໄວ້ພໍປະມານ ຄົນຮ່າງສູງກໍ່ໃສ່ມັນຈົນຈຳຕີນ ເປັນຜົນໃຫ້ຂ້ອຍຕ້ອງແຂກຂືນຢ່າງຕໍ່ເນື່ອງ ແລະກໍ່ເຮັດໃຫ້ໂຕຂ້ອຍກໍ່ອ່ຽງຊ້າຍອ່ຽງຂວາ ໄປພ້ອມກັບການບັງຄັບລົດບ້າໆຂອງລາວ.... ສ່ວນສາລະຖີທີ່ເປັນຄົນກໍ່ເຫດ ພັດຫົວຂຶ້ນຢ່າງສະໃຈ.... ເມື່ອເຫັນວ່າຫນ້າຂອງຂ້ອຍ ເກືອບທີ່ຈະລັງນ້ຳຕາອອກມາ.... ເຊິ່ງຕີນລົດຂ້ອຍຕອນນີ້ ແນ່ນອນ ມັນກໍ່ເຮັດຫນ້າທີ່ ປັ່ນເອົາຂີ້ຕົມຂຶ້ນຟົ້ງໃສ່ກະຈົກທັງສີິດ້່ານ ຈົນມອມແມມໄປຫມົດທັງໂຕ

 

"ບ້າເອີ່ຍ!! ເພິ່ນເຮັດບ້າຫຍັງເກາະ ຫ໊ະ!!" ຂ້ອຍບັນດານໂທສະໃສ່ອີກຝ່າຍທັນທີ ຫລັງຈາກທີ່ຄຶງໂຕເອງໃຫ້ເປັນປົກກະຕິ ໄດ້

 

 

"ເຫັນລົດຂອງເພິ່ນເປື້ອນກະເລີຍຢາກລ້າງໃຫ້!! ຢາກໃຫ້ເຂົາລ້າງອີກບໍ່ ເອີ່ຍຖາມພ້ອມກັບຍິ້ມທີ່ມຸມປາກ

 

 

"ແມ່ນໃຜຊິບ້າໃຫ້ເພິ່ນເຮັດແບບນັ້ນອີກວະ!!"

 

 

"ແຕ່ເຂົາຫວັງດີນຳເພິ່ນໃດ ດຽວເຂົາຊິລ້າງໃຫ້ເພິ່ນອີກດີກວ່າ ເທື່ອນີ້ເອົ່ໃຫ້ມັນຄັກໆໄປເລີຍ ຮາໆໆ" ເກັ່ງລະເບີດສຽງຫົວທີ່ຂ້ອຍສຸດແສນຈະຊັງ ກ່ອນຈະບັງຄັບພວງມະໄລໃຫ້ມັນປີ່ນລົດຂ້ອຍຈົບຄົບຮອບສາມຮ້ອຍສິບອົງສາ ເຮັດໃຫ້ໂຕຂອງຂ້ອຍຫມຸນໄປນຳຄວາມແຮງຂອງລົດພ້ອມໆສຽງແຂກ ທີ່ດັງຂຶ້ນກ່ອນເກົ່າ ບາດແລ້ວ ເກັ່ງກໍ່ເຄື່ອນລົດອອກໄປອີກ ກ່ອນຈະຊ້ຳທ້ານຍົກລໍ້ໃສ່ບ່ອນທີ່ມີໂນນ ຈົນລົດຂ້ອຍກະໂດດພຸ່ງອອກໄປໃກຫລາຍແມັດເຕີບ  

 

 

"ຈັງໃດຝີມືເຂົາ ຄັກບໍ່" ເກັ່ງຫັນຫນ້າມາຖາມຂ້ອຍ ໃນລະຫວ່າງທີ່ກັບມາຫົນທາງໃຫຍ່ອີກຄັ້້ງ  ພ້ອມກັບ ຜ່ອນຄວາມໄວລົງເລື້ອຍໆ ຈົນເຂົ້າສູ່ສະພາວະທີ່ລົດແລ່ນເປັນປົກກະຕິ 

 

"ຄັກບ້ານປ້າເພິ່ນຕິ!! ລົດເຂົາເປື້ອນແຕ່ຂີ້ຕົມ ບ້າເອີ້ຍ!!" ຂ້ອຍສະບັດສຽງໃສ່ຢ່າງຫົວເສຍ "ເພິ່ນຕ້ອງເອົາລົດໄປລ້າງໃຫ້ເຂົາດຽວນີ້ເລີຍ!!

 

 

ແບບມື້ກີ້ຫັ້ນຫວາ??” ເກັ່ງຖາມຍິ້ມໆ

 

 

"ບໍ່ແມ່ນ!!" ຂ້ອຍຕອບອອກໄປທັນທີ ເຂົາຫມາຍເຖິງເອົາໄປລ້າງຢູ່ຮ້ານອັດສີດຕ່າງຫາກ

 

ໂອເຄ ດຽວຊິພາໄປ

 

 

"ດີ ຮຶຍ!!" ຂ້ອຍຍົກມືຂຶ້ນກອດເອິກໂຕເອງໄວ້ ພາງຖອນຫາຍໃຈອອກມາຢ່າງເບື່ອຫນ່າຍ ກ່ອນທີ່ຈະບໍ່ມີໃຜເອີ່ຍປາກເວົ້າຫຍັງຂຶ້ນຕໍ່... ເປັນຜົນໃຫ້ຄວາມງຽບໄດ້ປົກຄຸມທົ່ວລົດ ເຊິ່ງຂ້ອຍ ກໍ່ມັກບັນຍາກາດແບບນີ້ທີ່ສຸດ ເພາະຈະບໍ່ຕ້ອງມານັ່ງຖຽງນຳຫມໍນີ້ໃຫ້ປວດໂສດປະສາດ...

 

 

ແຕ່ໃນເວລາທີ່ເກັ່ງເຮັດທ່າທາງງຽບໆຂຶມໆ ຂ້ອຍບໍ່ສາມາດປັດຕິເສດໄດ້ເລີຍວ່າ ຄົນຮ່າງສູງທີ່ຢູ່ຂ້າງໆຂ້ອຍນັ້ນ ມີສະເຫນ່ແລະເຈົ້າຊູ້ແທ້ໆ ລາວບໍ່ຕ່າງຫຍັງກັບເທບພະບຸດທີ່ຕົກລົງມາຈາກສະຫວັນເລີຍ...   

 

ແຕ່ມັນແມ່ນເວລາມາຍ້ອງລາວບໍນິ ຂ້ອຍຕ້ອງບ້າໄປແລ້ວແທ້ໆ!!

 

.

.

.

.

 

ຕອນນີ້ກໍ່ຍັງບໍ່ທັນຈົບເທື່ອເດີ້ ຍັງມີຕໍ່ອີກ

ດຽວຊິເອົາມາລົງອີກຖ້າຫາກຍັງມີຄົນຖ້າອ່ານ

 ເອີ້ລະມີເລື່ອງຈະຖາມອີກວ່າ ເລື່ອງນີ້ມ່ວນບໍ່

ພໍດີມີຄົນບອກວ່າ ຢາກໃຫ້ເຊົາຂຽນເລື່ອງນີ້

ລະກະບອກວ່າ ບໍ່ມັກເລື່ອງແບບນີ້

ເຫັນເຂົາເຈົ້າບອກແບບນີ້ລະ ນ້ຳຕາຈະໄຫລ

ຈັງໃດ ກະບອກແດ່ເດີ້ ຄັນບໍ່ມັກລະຈະລຶບຖິ້ມເລີຍ

ແຕ່ຖ້າຫາກມີຄົນວ່າຈະຕິດຕາມ ດຽວຊິຂຽນໃຫ້ມັນຈົບເລື່ອງນີ້ເລີຍ

 

Delicious Digg Fark Twitter