ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 4, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

 

 

 

ຕອນທີສີ່

Diary:

ສິ່ງທີ່ເຮົາບໍ່ປາດຖະຫນາຢາກຈະພົບ ມັນມັກຈະສະແດງໃຫ້ເເຮົາຮູ້ວ່າ

ຍິ່ງພະຍາຍາມຫນີມັນເທົ່າໃດ ມັນກໍ່ຍິ່ງແລ່ນນຳເຮົາມາເທົ່ານັ້ນ

ບໍ່ຕ່າງຫຍັງກັບເງົາ ທີ່ຕິດຕາມໂຕຕະເຮົາຕະຫລອດ ໃນເວລາທີ່ມີແສງສາດສ່ອງລົງມາ

 

ຂ້ອຍກັບເຂົ້າເຮືອນຕົນເອງໃນໄລຍະທີ່ຄຳພໍດີ ເຊິ່ງເຂັມຂອງນາລິກາມັນກໍ່ໄດ້ບອກວ່າເວລາມັນເລີຍກາຍສິບໂມງແລ້ວ.... ຈາກນັ້ນຂ້ອຍກໍ່ວາງກະເປົາລົງທີ່ຫ້ອງຮັບແຂກ ກ່ອນຈະພາໂຕເອງຍ່າງເຂົ້າຍ່າງເຂົ້າເຮືອນຄົວ ເພື່ອຈະຫານ້ຳເຢັນກິນທາງໃນຕູ້ເຢັນ ລະພໍແຕ່ໄຂປະຕູອອກມາ ຂ້ອຍກໍ່ພົບພຽງແຕ່ນ້ຳເຢັນຕຸກດຽວຂອງກິນທີ່ເຄີຍເຕັມຕູ້ມັນໄດ້ຫາຍໄປຫມົດ ສົງໄສ ມື້ອື່ນຂ້ອຍຕ້ອງອອກໄປຫາຫຍັງ ມາຊື້ແຮໄວ້ກ່ອນເສຍ ຂ້ອຍກໍ່ເລີຍຈຳເປັນຕ້ອງເລື່ອນມືຂອງຕົນເອງໄປຈັບໂອຕຸກນ້ຳຂຶ້ນມາ ກ່ອນຈະປິດປະຕູລົງ.... ແລະໃນລະຫວ່າງທີ່ຂ້ອຍກຳລັງຈະໄຂຝາກະຕຸກນ້ຳນັ້ນ ພັດມີສຽງໂທລະສັບດັງຂຶ້ນຂັດຈັງຫວະເສຍກ່ອນ

 

ຕິ໊ດ" ຂ້ອຍກົດຮັບໂທລະສັບແລ້ວແນບໃສ່ຫູ ໂດຍທີ່ບໍ່ທັນໄດ້ເບິ່ງວ່າເປັນເບີຂອງໃຜ ກ່ອນຈະວາງຕຸກນ້ຳເທິງຕູ້ເຢັນ

 

"ຮະໂຫລ"

 

"ບົວແມ່ນບໍ່ລູກ?" ປາຍສາຍແມ່ນແມ່ຂອງຕານ້ອຍ ຂ້ອຍຈື່ຂອງລາວໄດ້ດີ

 

"ໂດຍ ແມ່ນແລ້ວ"

 

"ເອີ່.... ຕານ້ອຍຢູ່ຫັ້ນບໍ່ລູກ ພໍດີຕານ້ອຍບອກວ່າຊິໄປນອນຄ້າງຢູ່ເຮືອນບົວນະ"

 

ຂ້ອຍຢຸດໃນຊົ່ວຂະນະຫນຶ່ງ ພາງເລີກຄິ້ວຂຶ້ນແບບອັດຕະໂນມັດ ໃນເມື່ອສິ່ງທີ່ຕານ້ອຍໄດ້ບອກຜູ້ເປັນແມ່ ມັນບໍ່ແມ່ນຄວາມຈິງຈັກຫນ້ອຍ ຂ້ອຍກໍ່ເລີຍພະຍາຍາມຄິດຫາຄຳແກ້ໂຕໄວ້ກ່ອນ ຍ້ອນບໍ່ຢາກຈະໃຫ້ປາຍສາຍເປັນຫ່ວງນຳນາງ

 

"ເອີ່.... ຕະ ຕານ້ອຍກຳລັງຢູ່ນຳລູກນີ້ແລະ ພໍດີລາວກຳລັງນອນຢູ່ ເອີ່ ຊິໃຫ້ລູກປຸກໃຫ້ບໍ່"

 

"ຢ່າແລະ ບໍ່ຕ້ອງປຸກກະໄດ້ ເຫັນບົວເວົ້າຈັງຊີ້ແມ່ກະສະບາຍໃຈ" ປາຍສາຍເອີ່ຍບອກດ້ວຍຄວາມໂລ່ງໃຈ.... ແຕ່ມັນຊ່າງກົງກັນຂ້າມກັບຂ້ອຍທີ່ສຸດຕອນນີ້ ແນວຖ້າອອກໄປຫລິ້ນແບບທຳມະດາ ຕານ້ອຍກໍ່ບໍ່ຈຳເປັນຕ້ອງຕົວະລາວກະໄດ້ ຂ້ອຍເລີ່ມຈະເປັນກັງວົນນຳເລື່ອງນີ້ເສຍແລ້ວ

 

"ຊັນເທົ່ານີ້ແລະເດີ້ ແມ່ບໍ່ລົບກວນລະ ຝັນດີເດີ້ລູກ"

 

"ໂດຍ ຝັນດີຄືກັນເດີ້ ແມ່"

 

ເມື່ອບໍ່ມີຄວາມຈຳເປັນຕ້ອງສົນທະນາ ຂ້ອຍກໍ່ຮີບວາງສາຍຂອງລາວທັນທີ ບາດແລ້ວຂ້ອຍກໍ່ຮີບໃຊ້ມືນ້ອຍໆຂ້ອຍຕົນເອງກົດບີບເຂົ້າເບີຂອງ ຕານ້ອຍ ທີ່ຂ້ອຍສຸດແສນຈະຈື່ຈຳໄດ້ດີກ່ອນຈະໂທອອກໄປຫາດ້ວຍທ່າທາງກະວົນກະວາຍ ຈາກນັ້ນບໍ່ດົນ ນາງກໍ່ຮັບສາຍຂ້ອຍ

 

"ຮະໂຫລ" ຂ້ອຍເປັນຝ່າຍເອີ່ຍຂຶ້ນກ່ອນ ແນວຂ້ອຍໃຈເຢັນບໍ່ພໍທີ່ຈະຖ້າໃຫ້ນາງຕອບສາຍຂ້ອຍ ຕານ້ອຍເພິ່ນຢູ່ໃສດຽວນີ້ນະ ຮູ້ບໍ່ວ່າແມ່ເພິ່ນໂທມາຫາເຂົາຢູ່ມື້ກິ້ນີ້ ຂ້ອຍຖາມດ້ວຍຢາກຮູ້ ທີ່ເຈື່ອປົນດ້ວຍຄວາມໃຈຮ້ອນ

 

"..............." ແຕ່ປາຍສາຍພັດມິດ ຂ້ອຍກໍ່ເລີຍຈະເປັນຕ້ອງຖາມນາງຕໍ່

 

"ຮະໂຫລ ຕານ້ອຍເພິ່ນໄດ້ຍິນເຂົາບໍ່"

 

"ຫຶໆ...." ສຽງທີ່ຕອບກັບມາພັດແມ່ນສຽງຫົວທີ່ຫົວຢູ່ໃນລຳຄໍແບບທຸ່ມໃຫຍ່ ເຊິ່ງມັນກໍ່ແຝງຄວາມເຈົ້າເລ່ໄວ້ນຳ

 

"ແມ່ນໃຜຫັ້ນ!!" ຂ້ອຍຖາມອອກໄປທັນທີ ການເປັນຫ່ວງຕານ້ອຍມັນຍິ່ງເພີ່ມທີ່ຄູນຂຶ້ນ ສຽງທີ່ຂ້ອຍໄດ້ຍິນວັງກີ້ນີ້ ມັນເປັນສຽງທີ່ຂ້ອຍຮັບຮູ້ໄດ້ເຖິງຄວາມອັນຕະຫລາຍຂອງຫມູ່ຂ້ອຍແນ່ນອນ

 

"ໃຈເຢັນໆ, ບົວ ເພິ່ນບໍ່ຕ້ອງເຮັດສຽງຄຽດໆແບບນັ້ນກະໄດ້" ປາຍສາຍຍັງຄົງຮັກສານ້ຳສຽງເຈົ້າເລ່ໄວ້ແບບເກົ່າ ແຕ່ຂ້ອຍຮູ້ສຶກຄຸ້ນໆກັບສຽງນີ້ທີ່ສຸດ ເຫມືອນຈະເຄີຍໄດ້ຍິນຢູ່ໃສມາກ່ອນ

"ເພິ່ນແມ່ນໃຜ?? ເພິ່ນຮູ້ຈັກຊື່ເຂົາໄດ້ແນວໃດ!!"

 

"ຖ້າເພິ່ນຢາກຮູ້ກະນຳເຂົາມາແລະ..... ເຂົາຖ້າເພິ່ນໄດ້ຫມົດທັງຄືນ ຫຶຶໆ" ຊາຍຫນຸ່ມປິດສະຫນາຄາງຫົວຢູ່ໃນລຳຄໍຄ່ອຍໆ ເປັນສຽງຫົວທີ່ຂ້ອຍລັງກຽດທີ່ສຸດຕັ້ງແຕ່ເຄີຍໄດ້ຍິນມາ

 

"ບົວຊ່ວຍເຂົາແດ່ ເຂົາຖືກພວກເກັ່ງຈຳມາ!!" ຕານ້ອຍແຊກຂຶ້ນລະຫວ່າງການສົນທະນາເພື່ອຕ້ອງການຄວາມຊ່ວຍເຫລືອ ດ້ວຍນ້ຳສຽງທີ່ເຈືອປົນດ້ວຍຄວາມຢ້ານ ມັນຍິ່ງເປັນການຕອກຍ້ຳໃຫ້ຂ້ອຍຮູ້ວ່າ ຕອນນິ້ີ້ຕານ້ອຍຖືກພວກເກັ່ງກຳລັງເຮັດເລື່ອງບໍ່ດີນຳຫມູ່ຂ້ອຍແນ່ນອນ ຍິ່ງໄດ້ຍິນຊື່ຍິ່ງເຮັດໃຫ້ຂ້ອຍບໍ່ລັງເລທີ່ຈະຊັງອີ່ຕາຜີບ້ານັ້ນຈົນເຂົ້າກະດູກດຳ

 

"ເພິ່ນຈັບຕານ້ອຍໄວ້ເຮັດຫຍັງ!! ປ່ອຍຫມູ່ເຂົານີ້!!" ຂ້ອຍບັນດານໂທສະອອກໄປ ເພື່ອລະບາຍຄວາມໂມໂຫ ທີ່ມັນຈຸກແຫນ້ນເຕັມອີກ... ຖ້າປາຍສາຍຢູ່ຕໍ່ຫນ້າຂອງຂ້ອຍຕອນນີ້ ຮັບຮອງວ່າຂ້ອຍບໍ່ປ່ອຍຫມໍນັ້ນໄປແນ່ນອນ ຫຶ!!

 

"ໂອໆ ໃຈເຢັນໆ ແມວນ້ອຍຂອງເຂົາ ຈັກເພິ່ນຊິໂມໂຫໄປເຮັດຫຍັ໊ງ ດຽງຊິບໍ່ງາມແລະ"

 

"ເກັ່ງ!! ເຂົາບໍ່ມີເວລາມານັ່ງຫລິ້ນສົງຄາມປະສາດນຳເພິ່ນໃດ໋!!"

 

"ໂອເຄ ບໍ່ຫລິ້ນກະບໍ່ຫລິ້ນ ແຕ່ເພິ່ນຕ້ອງອອກມາເຂົາຕອນນີ້ ບ່ອນຕຶກ BK ທີ່ສຳຄັນໃຫ້ເພິ່ນອອກມາຄົນດຽວ ແລະຫ້າມໂທຫາຕຳຫລວດເດັດຂາດ ຄັນບໍ່ຊັນ ເຂົາບໍ່ຮັກຮອງໃດ໋ວ່າຫມູ່ຊິເຫລືອຄົບສາມສິບສອງຫລືບໍ່"

 

"ບົວຊ່ວຍເຂົາແດ່" ສຽງຮ້ອງຄາງເພື່ອຂໍຄວາມຊ່ວຍເຫລືອຂອງຕານ້ອຍ ເປັນການຕອກຍ້ຳໃຫ້ຕອບຕົກລົງນຳເຈົ້າໂຕຢ່າງບໍ່ລັງເລ

 

"ໄດ້!! ແຕ່ເພິ່ນຕ້ອງສັນຍານຳເຂົາກ່ອນ ວ່າຫ້າມເຮັດຫຍັງນຳຕານ້ອຍເດັດຂາດ"

 

"ຕົກລົງ.... ດຽວເຂົາຈະຖ້າເພິ່ນ ທີ່ຮັກ ຕິ໊ດ!!

 

ຫລັງຈາກທີ່ເກັ່ງວາງສາຍ ຂ້ອຍກໍ່ຮີບກຽມໂຕອອກໄປທັນທີໂດຍທີ່ບໍ່ທັນໄດ້ປ່ຽນເຄື່ອງນັກສຶກສາເທື່ອຊ້ຳ ຂ້ອຍພຽງແຕ່ຫາເສື້ອແຈັກເກັດສີດຳ ຂະຫນາດໃຫຍ່ຂອງພໍ່ຂ້ອຍມາໃສ່ປົກໄວ້ເທົ່າ... ເມື່ອຈັດການກຽມທຸກຢ່າງໄວ້ຮຽບຮ້ອຍ ຂ້ອຍກໍ່ມຸ່ງຫນ້າອອກໄປທັນທີ ໂດຍທີ່ບໍ່ລືມຈະຄວ້າເອົາ ອາວຸດມີຄົມຕິດໂຕໄປນຳເພື່ອເອົາໄວ້ປ້ອງກັນ

 

ແຕ່ຂ້ອຍຍັງມີເລື່ອງໃຫ້ຄິດສອງຢ່າງກ່ອນຈະໄປ ນັ້ນກໍ່ຄື ຂັບລົດໄປເອງ ຫລື ຈະຈ້າງລົດໄປດີ ແຕ່ຍິງຄິດມັນກໍ່ຍິ່ງເຮັດໃຫ້ຂ້ອຍເລືອກຍາກ ຖ້າສົມມຸດຂ້ອຍຂ້ອຍເອົາລົດໂຕເອງໄປ ນັ້ນກໍ່ຫມາຍຄວາມວ່າຄວາມາສ່ຽງທີ່ລົດຂ້ອຍຈະຖືກເອົາໄປຂີ່ລຸຍຂີ້ຕົມມັນກໍ່ເພີ່ມຂຶ້ນອີກ ສ່ວນຈະຈ້າງລົດໄປ ມັນກໍ່ຊອກຍາກໃນຕອນກາງຄືນຕອນນີ້.... ແຕ່ເຂັມຂອງນາລິກາຕອນນີ້ ມັນໄດ້ເດີນໄປເລື້ອຍ ແລະກໍ່ໄວ້ຂຶ້ນຕາມຄວາມຮູ້ສຶກຂອງຂ້ອຍ ເປັນການບີບຄັ້ນ ໃຫ້ຂ້ອຍຕ້ອງສິນໃຈແລ້ວວ່າຕ້ອງເລືອກຍັງດີ.... ສຸດທ້າຍ ຂ້ອຍກໍ່ເລີກເລືອກຂໍ້ທີ່ສອງໃນຊ່ວງທີ່ກະທັນຫັນແບບນີ້ ຍ້ອນເອົາໄວ້ບາງເທື່ອ ຂ້ອຍອາດຈະ ສາມາດເຈລະຈານຳພວກນັ້ນໄດ້ ຈາກນັ້ນກໍ່ໃຫ້ຕານ້ອຍຂັບມາສົ່ງດີກວ່າ

 

ເມື່ອຄິດໄດ້ແບບນັ້ນ ຂ້ອຍກໍ່ຮີບພາຕາເອງອອກມານອກຮອມບ້ານຈົນມາຢຸດແຄມທາງໃຫຍ່ໃກ້ໆກັບປາຍລົດເມ..... ບາດແລ້ວບໍ່ດົນ ລົດຕຸກໆຄັນຫນຶ່ງກໍ່ມຸາງຫນ້າມາທາງຂ້ອຍ ເປັນຜົນໃຫ້ຂ້ອຍຕ້ອງໂບກມືເປັນການສົ່ງສັນຍານ ພຽງແຕ່ບໍ່ເທົ່າໃດວິນາທີ ລົດໂດຍສານຄັນດັ່ງກ່າວ ກໍ່ມາຈອດຢູ່ຕໍ່ຫນ້າທັນທີ

 

"ຊິໄປໃສແຕ່ເດິກຫັ້ນ" ລຸງໂຊເຟີ້ລົດທີ່ທ່າທາງໃຈດີ ເອີ່ຍຖາມຂຶ້ນໃນຂະນະທີ່ປ່ອນຫນ້່າອອກມາ

 

"ອອກໄປຕຶກຮ້າງ BK ລຸງຮູ້ຈັກບໍ່"

 

"ຮູ້.... ຂຶ້ນມາຊັນ ດຽວຊິພາໄປ" ລາວກວັກມືຊວນ ຂ້ອຍກໍ່ເລີຍບໍ່ຈຳເປັນຕ້ອງລໍຖ້າຫຍັງອີກ

 

"ອຶ້ມ" ຂ້ອຍງຶກຫົວຕອບຕົກລົງນຳລາວ ກ່ອນທີ່ຈະກ້າວຂາສັ້ນໆຂຶ້ນຫລັງຕຸກໆໄປ ໂດຍມັນກໍ່ເປັນຄັ້ງທີ່ຂ້ອຍບໍ່ສາມາດຈື່ໄດ້ເລີຍວ່າ ເຄີຍຂີ່ມັນເປັນເທື່ອສຸດທ້າຍຕອນໃດ ຈາກນັ້ນບໍ່ດົນ ລາວກໍ່ອອກເຄື່ອນລົດອອກໄປໂດຍທີ່ມີຂ້ອຍເປັນຜູ້ໂດຍສາຍຂອງລາວພຽງຄົນດຽວ....

 

ຂ້ອຍໃຊ້ເວລາເດີນທາງປະມານເກືອບສີ່ສິບນາທີກວ່າທີ່ຈະມາຮອດຈຸດມາປາຍທາງ ເມື່ອຂ້ອຍມາຢຸດຢູ່ທີ່ສະຖານທີ່ນັດຫມາຍ ຂ້ອຍກໍ່ຮີບລົງຈາກລົດລາວໄປໂດຍທີ່ບໍ່ລືມຈ່າຍເງິນໃຫ້ລາວເປັນຄາຈ້າງກ່ອນທີ່ລາວຈະຂັບລອດອອກໄປ

 

ໄລຍະທາງທີ່ເຊື່ອມເຂົ້າໄປຫາຕຶກຮ້າງນັ້ນ ປະກອບດ້ວຍກຳແພງຂະຫນາດທີ່ມີຫນັງຮອຍຂີດຂຽນດ້ວຍສີຫລາຍຢ່າງ ເຊິງມັນຖືກສ້າງຂຶ້ນໄວ້ອ້ອມ ຮອບບ້ານຮ້າງໆເກົ່າໆຫລາຍຫລັງລຽນຕິດກັນ ເຊິ່ງບັນຍາກາດອ້ອມຂ້າງຂ້ອຍຕອນນີ້ ບໍ່ມີຫຍັງທີ່ຈະພິດສະຫວົງຈັກຫນ້ອຍ ນອກຈາກສຽງຂອງແມວ ຫລາຍໆໂຕພາກັນສົ່ງສຽງຮ້ອງຄ່າງເພື່ອແຂງກັນອວດຄວາມເປັນຕາຢ້ານຢູ່ອ້ອມໆບໍລິເວນນີ້ ຂ້ອຍກໍ່ເລີຍຈຳເປັນຕ້ອງເລັ່ງຝາເທົ້າຂອງໂຕເອງໃຫ້ໄວ້ຂຶ້ນ ເພື່ອໃຫ້ຫລີກພົ້ນຈາກສະຖານະການທີ່ສະຫຍອງຂວັນນີ້ໄວໆ

 

ເມື່ອຂ້ອຍກ້າວຂາມາບໍ່ເທົ່ານາທີຂ້ອຍກໍ່ໄດ້ຍິນສຽງບິດຄັນເລັ່ງຂອງລົດດັງຂຶ້ນເປັນໄລຍະໆ... ແລະໃນທີ່ສຸດຂ້ອຍກໍ່ມາຮອດບ່ອນທີ່ເກັ່ງໄດ້ຫມາຍ... ຍິ່ງກ້າວເຂົ້າໄປເທົ່າໃດສາຍລົມແຫ່ງຄວາມເຍືອກເຢັນກໍ່ພັດເຂົ້າມາໃສ່ໂຕຂ້ອຍເທົ່ານັ້ນ ບັນຍາກາດມັນກໍ່ບໍ່ຕ່າງຫຍັງກັບທາງເຂົ້າເອົາເສຍເລີຍ ຍ້ອນຝາຂອງກຳແພງທີ່ອ້ອມຮອບຕຶກນັ້ນ ມັນໄດ້ຂຽນໄວ້ວ່າ ພວກເຮົາຈະຈົດຈຳວິນຍານຂອງພວກເຈົ້າສະເຫມີ ພໍອ່ານແລ້ວ ເອົາຈົນຂ້ອຍຂົນລຸກຂົນພອງ ເສື້ອເຈັກເກັດຫນາໆຂອງຂ້ອຍມັນບໍ່ໄດ້ຊ່ວຍໃຫ້ຮູ້ສຶກດີຂຶ້ນເລີຍ

 

ຂ້ອຍພະຍາຍາມເພ່ງຕາໄປສຳຫລວດຫາບຸລຸດທີ່ມີນາມວ່າເກັ່ງ... ຈາກນັ້ນບໍ່ດົນຂ້ອຍກໍ່ໄດ້ຍິນສຽງຂອງຕານ້ອງທີ່ພົ້ນເດັນຢູ່ຕໍ່ຫນ້າຂ້ອຍ ໃນໄລຍະທີ່ບໍ່ໃກບໍ່ປານໃດໂດຍທີ່ມີພວກຂອງເກັ່ງຍືນອ້ອມຮອບໄວ້ທຸກຄົນ

 

"ຕານ້ອຍ!!" ຂ້ອຍຮ້ອງທັກໃສ່ນາງທັນທີ ເມື່ອໄດ້ສຽງຂ້ອຍ ເຈົ້າໂຕກໍ່ຫັນມາໂບກມືໃຫ້ ເປັນເຊີງການສົ່ງສັນຍານ

 

"ບົວ ທາງນີ້"

 

ຂ້ອຍຮີບແລ່ນຜ່ານຝູງຄົນຫລາຍຄົນທີ່ອ້ອມຮອບຫລາຍສິບຄົນ ພ້ອມກັບລົດຈັກຈຳພວກປະເພດແຂ່ງຫລາຍຄັນໄປທັນທີ ຈົນກະທັ້ງມາຢຸດຢູ່ຕໍ່ຫນ້າຂອງຕານ້ອຍ

 

"ຕານ້ອຍ ເພິ່ນເປັນແນວໃດ ບາດເຈັບບ່ອນໃດແດ່ບໍ່ ແລ້ວພວກນີ້ມັນເຮັດຫຍັງເພິ່ນບໍ່" ຂ້ອຍຖາມແທບຈະລືມຫາຍໃຈ ແລະໃນຂະນະທີ່ຖາມນາງ ຂ້ອຍໃຊ້ສາຍຕາຍຂອງຕົນເອງສຳຫລວດເບິ່ງຕານ້ອຍດ້ວຍຄວາມເປັນຫ່ວງ ເຊິ່ງຄົນທີ່ຢູ່ຂ້ອຍພັດເຮັດຫນ້າຂຶມໆ ກ່ອນຈະລະເບີດສຽງຫົວອອກມາດັງໆ

 

"ຮາໆໆ ເຂົາບໍ່ປັນຫຍັງດອກບົວ ບໍ່ຄິດເລີຍວ່າແຜນຂອງເກັ່ງຊິໄດ້ຜົນ"

 

"ຜະ ແຜນ??" ຂ້ອຍທວນຄຳຖາມຂອງນາງແບບບໍ່ເຊື່ອຫູໂຕເອງ

 

"ແມ່ນແລ້ວເພິ່ນ" ເອເຂົ້າມາສອດຂຶ້ນກາງວົງໃນຂະນະທີ່ກຳລັງເຄື່ອນໂຕເອງເຂົ້າມາໃກ້ກັບຫມູ່ຂ້ອຍ ພ້ອມກັບໂອບບ່າຂອງນາງໄວ້...ເຫມືອນວ່າຄວາມສຳພັນຂອງທັງສອງຈະໄປໃກກວ່າທີ່ຂ້ອຍໄດ້ຄິດ ແຕ່ປະເດັນນີ້ຄວາມສຳພັນຂອງເຂົາເຈົ້າທັງສັງ ຂ້ອຍຂໍພັບເກັບເອົາໄວ້ກ່ອນ ເນື່ອງຈາກ ຂ້ອຍຍັງຂ້ອງໃຈກັບເລື່ອງວາງແຜນຫລອກລໍ້ໃຫ້ຂ້ອຍອອກມາໃນເວລາເດິກໆແລະອັນຕະລາຍແບບນີ້!!

 

"ສະໃຈຫລາຍຫວາ ຫ໊ະ!! ເຮັດໃຫ້ເຂົາຫົວປັ່ນຈົນຊິເປັນບ້າຍ້ອນພວກເພິ່ນນະ!!" ຂ້ອຍບັນດານໂທສະ ກະຊາກສຽງໃສ່ດັງໆ ໂດຍທີ່ບໍ່ເວັ້ນຫນ້າໃຜທັງນັ້ນ ເຮັດໃຫ້ຄົນທີ່ຢູ່ຕໍ່ຫນ້າຂ້ອຍພາກັນຫນ້າເຈື່ອນທັງສອງ ເດືອດຮ້ອນໃຫ້ຄົນຫນຶ່ງອົດບໍ່ໄດ້ທີ່ຈະເຂົ້າມາມີສ່ວນຮ່ວມລວມວົງ

 

"ໃຈເຍັນໆສາວນ້ອຍ" ສຽງທຸ້ມໃຫຍ່ຂອງເກັ່ງເອີ່ຍຂຶ້່ນທາງຫລັງ ເຮັດໃຫ້ຂ້ອຍຫັນໄປຫາຕົ້ນສຽງຍ່າງຫລີກບໍ່ໄດ້ ເຜີຍໃຫ້ເຫັນຊາຍຫນຸ່ມຮ່າງໃຫຍ່ທີ່ເປັນກຳລັງຂັບຈັກບີເອັມລາຄາແສນແພງ ພ້ອມກັບບິດຄັນເລັ່ງ ສົ່ງຍິ້ມກວນໂມໂຫໃສ່ ຂ້ອຍເພ່ງສຳຫລວດເຈົ້າໂຕ ຕັ້ງແຕ່ຫົວຈົນຈຳເທົ້າ ທີ່ກຳລັງຢູ່ໃນເສື້ອແຈັກເກັດສີຫນັງສີດຳຂອງແທ້ ເສື້ອຍືດທາງໃນສີຂາວ ກັບໂສ້ງຍີນຂາວຍາວເກົ້າສ່ວນ ຂ້ອຍຍອມຮັບວ່າ ເກັ່ງມີສະເຫນ່ທີ່ສຸດໃນຕອນນີ້ ແຕ່ຈັງໃດຂ້ອຍກໍ່ບໍ່ທາງລົງໄຫລພາບທີ່ເຈົ້າໂຕກຳລັງສ້າງຂຶ້ນມາດອກ ໃນເມື່ອຂ້ອຍມີເລື່ອງອື່ນໃຫ້ສົນໃຈ ແລະພ້ອມທີ່ຈະໄກ່ເກຍນຳລາວທີ່ສຸດຕອນນີ້!!

 

"ແມ່ນໃຜຊິໃຈເຢັນໄດ້ວະ!!" ຂ້ອຍທັງເວົ້າທາງຍ່າງເຂົ້າໄປຫາຄົນກໍ່ປັນຫາ ກ່ອນທີ່ຈະຢຸດຢູ່ຕໍ່ຫນ້າຂອງລາວໃນລະຍະທີ່ບໍ່ຫ່າງກັນພໍປານໃດ "ເຮັດຫຍັງກະບໍ່ຄິດຈັກຫນ້ອຍວ່າຄົນອື່ນເຂົາເຈົ້າຫົວປັ່ນສ່ຳໃດ!!"

 

ເກັ່ງເອົາມືຂຶ້ນກອດເອິກຕົນເອງ ພາງເລີກຄິ້ວຈຸ້ຍປາກພ້ອມກັບງຶກຫົວໄປມາຄ່ອຍໆເຫມືອນກຳລັງຄິດຫຍັງບາງຢ່າງຢູ່

 

"ໂອເຄ ເຂົາເປັນຄົນຜິດ ເຂົາຂໍໂທດ ເທື່ອຫນ້າຊິບໍ່ເຮັດແບບນີ້ອີກແລ້ວ" ຕອບໂດຍທີ່ບໍ່ໄດ້ຮູ້ສຶກແບບນັ້ນ ໃນເມື່ອເຈົ້າໂຕຍັກຕີຄິ້ວຫລິວຕາແບບສະບາຍອາລົມ... ເອົາຈົນຂ້ອຍຕ້ອງຈະສູບຫາຍໃຈເຂົ້າເລິກໆ ແລ້ວກໍ່ຖອນຫາຍໃຈອອກມາຄ່ອຍໆ ພາງກຳມືເຂົ້າກັນໄວ້ປແຫນ້ນໆ ເພື່ອຫວັງຈະລະງັບຄວາມໂມໂຫເອົາໄວ້ກ່ອນຈະເອີ່ຍເວົ້າຂຶ້ນ

 

"ຫຶ ເທື່ອຫນ້າ ເພິ່ນກະບໍ່ມີໂອກາດໄດ້ເຮັດແບບນີ້ອີກແລ້ວຄືກັນ!!" ສຸດຄວາມຂ້ອຍກໍ່ຫັນກັບໄປຫາຕານ້ອຍຄືນ ເພາະຂ້ອຍມີເລື່ອງຕ້ອງເວົ້ານຳນາງຢ່າງຮີບດ່ວນ

 

"ສ່ວນເພິ່ນ, ຕານ້ອຍ ກັບບ້ານໄປນຳເຂົາດຽວນີ້"

 

"ຊິຟ້າວກັບໄປເຮັດຫຍັງ ເຂົາຢາກເບິ່ງເຂົາເຈົ້າແຂ່ງລົດຢູ່ນະ"

 

"ບໍ່ໄດ້ດອກ!!" ຂ້ອຍຕອບອອກໄປຢ່າງວ່ອງໄວ ບໍ່ປ່ອຍໃຫ້ນາງມີໂອກາດເວົ້າຂຶ້ນອີກ "ແມ່ເພິ່ນແຮໂທຖາມຫາເຂົານິ ຢູ່ວ່າເພິ່ນຢູ່ໃສ"

 

"ແລ້ວເພິ່ນຕອບລາວວ່າແນວໃດຊັນ" ຕານ້ອຍຖາມຂ້ອຍຄືນດ້ວຍຄວາມຢາກຮູ້

 

"ເຂົາບອກວ່າເພິ່ນຢູ່ນຳເຂົາ ແລະລາວກະເຊື່ອ"

 

"ໄຄແດ່ຊັນ" ຕານ້ອຍຍິ້ມອອກມາຈົນເຕັມມຸມປາກ ໃນເມື່ອຂ້ອຍໄດ້ແກ້ໂຕໃຫ້ນາງຈົນລອດໂຕໄປໄດ້ແບບນິ້ີ້

 

"ຕານ້ອຍ, ກັບບ້ານໄປເທາະ ຢູ່ນີ້ມັນອັນຕະລາຍໃດ໋ ຄັນຕຳຫລວດມາເຫັນ ເພິ່ນຊິຊວຍແທ້ໆ" ຂ້ອຍບອກອອກໄປດ້ວຍຄວາມເປັນຫ່ວງ ແລະຕ້ອງກັນຄຳຕອບທີ່ພໍໃຈຈາກນາງທີ່ສຸດ

 

"ເພິ່ນຢ້ານຫວາຫັ້ນ!!" ນີ້ບໍ່ແມ່ນສຽງຂອງຕານ້ອຍທີ່ຕອບ ແຕ່ເປັນສຽງຄົນທີ່ກວນປະສາດທາງຫລັງຂ້ອຍຕ່າງຫາກທີ່ເວົ້າຂັດຈັງວະ "ຫຶ ບໍ່ຄິດເລີຍວ່າຄົນແບບເພິ່ນຊິຢ້ານເລື່ອງສ່ຳນີ້" ເກັ່ງເອີ່ຍດ້ວຍນ້ຳສຽງແອບແຝງຄວາມດູຖູກ ເຮັດໃຫ້ຂ້ອຍຕ້ອງຫັນຫລັງໄປຫາເຈົ້າໂຕອີກຄັ້ງ

 

"ເຂົາບໍ່ໄດ້ຢ້ານເລື່ອງປັນຍາອ່ອນຂອງພວກເພິ່ນດອກ ແຕ່ເຂົາເປັນຫ່ວງຫມູ່ເຂົາເອງຕ່າງຫາກ ບໍ່ຮູ້ວ່າມາມົ້ວສຸມນຳພວກເພິ່ນໄດ້ແນວໃດ໋... ບໍ່ມີສາລະເລີຍຈັກຫນ້ອຍ ແລະເຂົາກະບໍ່ຮູ້ວ່າຊິຫວັງຫຍັງນຳຕານ້ອຍອີກ ຫຶ ສົງໄສ ຄືຊິຫວັງແບບຄືກັບຜູ້ຊາຍທົ່ວໄປຫັ້ນແລະ!!" ຂ້ອຍເວົ້າແບບຢຽດໆໃສ່

 

"ແຕ່ເຂົາຈິງຈັງນຳຫມູເພິ່ນໃດ໋!!" ເອຮ້ອງແຊກຂຶ້ນການສົນທະນາ ພາງສົ່ງສາຕາທີ່ສະແດງຄວາມຮູ້ສຶກແລະນ້ຳສຽງແບບທີ່ໄດ້ເວົ້າອອກມາ

 

"ບໍ່ມີໃຜເຊື່ອພຽງຄຳໆດຽວດອກ!!" ຂ້ອຍຫັນກັບໄປບອກລາວຜ່ານນ້ຳສຽງລຽບໆ "ຖ້າເພິ່ນຢາກໃຫ້ເຂົາເຊື່ອຄຳເວົ້າຂອງເພິ່ນນະ ເພິ່ນພາຕານ້ອຍກັບບ້ານເຂົາ ສ່ວນກະແຈເຮືອນເຂົາເອົາປະໄວ້ກ້ອງຜ້າເຊັດຕີນ ຫລືວ່າເພິ່ນຊິກັບບ້ານຂອງຕານ້ອຍເລີຍກະໄດ້"

 

ເອງຽບໃນຊົ່ວຂະນະຫນຶ່ງ ເພາະກຳລັງເກັບເອົາຄຳເວົ້າຂອງຂ້ອຍໄປຄິດໄຕ່ຕອງ ກ່ອນຈະເອີ່ຍຂຶ້ນໃນທີ່ສຸດ

 

"ກະໄດ້" ເອງຶກຫົວຕອບ "ເຂົາຊິພາຕານ້ອຍກັບບ້ານໄປກະໄດ້"

 

"ແຕ່ເຂົາຍັງຢາກເບິ່ງພວກເພິ່ນແຂ່ງລົດຢູ່ໃດ໋" ຕານ້ອຍເອີ່ຍຂັດ

 

"ກັບໄປກ່ອນໂລດນ່າ ມື້ຫນ້າຄ່ອຍມາກະໄດ້ ອີກຢ່າງຫນຶ່ງເຂົາຢາກພິສູດໃຫ້ຫມູ່ເພິ່ນເຫັນ ລວມທັງເພິ່ນນຳວ່າເຂົາຈິງຈັງນຳເພິ່ນອີ່ຫລີ່ ບໍ່ໄດ້ຄິດຄົບນຳເພິ່ນຫລິ້ນໆ ຄືກັບຄົນອື່ນທີ່ຜ່ານມາ" ເອພະຍາຍາມໄກ່ເກ່ຍໃຫ້ອີກຝ່າຍຍອມໃຈອ່ອນ ຈົນໃນທີ່ສຸດ ຕານ້ອຍກໍ່ຍອມງຶກຫົວ ແລະເຊື່ອຟັງຢ່າງວ່າງ່າຍ

 

"ກະໄດ້ ກັບກະໄດ້" ແຕ່ນາງກໍ່ຍັງຕອບດ້ວຍສີຫນ້າຫຍຸ້ງໆຢູ່ດີ

 

"ໄປ໋ຊັນ" ເອພາໂຕເອງລວມທັງຕານ້ອຍ ຂື້ນຂີ່ລົດຈັກລາຄາແພງ ກ່ອນຈະຕາດເຄື່ອງແລ້ວກໍ່ບິດເຄັ່ງເລັ່ງເຄື່ອນໂຕເອງໄປຫລັງຈາກນັ້ນ....

 

ປັນຫາທັງຫມົດຖືກໄກ່ເກ່ຍລົງແລ້ວ ເຮັດຂ້ອຍຕ້ອງກ້າວຂາສັ້ນໆຕົນເອງ ເພື່ອທີ່ຈະຫາທາງກັບໄປບ້ານຂອງເອງ ໃນເມື່ອຂ້ອຍຢູ່ໃນສະຖານທີ່ໆບໍ່ປອດໄພຈັກຫນ້ອຍ... ແຕ່ພໍຈະກ້າວຂາອອກໄປບໍ່ເທົ່າໃດ ເກັ່ງພັດຂັບລົດມາຢຸດຢູ່ຕໍ່ຫນ້າໄວ້ກ່ອນ ເປັນຜົນໃຫ້ຂ້ອຍຕ້ອງສະງັກຂາໂຕເອງຢ່າງຫລີກລ້ຽງບໍ່ໄດ້

 

"ຖອຍ!!" ຂ້ອຍບອກເຕືອນສຽງຂຽວ ແຕ່ເຈົ້າໂຕພັດບໍ່ສົນໃນຄຳເຕືອນຂ້ອຍຈັກຫນ້ອຍ ແຖມຍັງເອົາມືກອດເອີກໂຕເອງໄວ້ ພາງຊັກສາຍຕາກວນໂມໂຫມາຫາຂ້ອຍແບບທ້າທາຍ

 

"ຊິຟ້າວໄປໃສ, ເພິ່ນ" ຖາມທັງທີ່ຍັງຍິ້ມ

 

"ຊິກັບບ້ານ" ຂ້ອຍຕອບແບບປັດໆ

 

"ໃຫ້ເຂົາໄປສົ່ງບໍ່" ນຳສະເຫນີໃນສິ່ງທີ່ຂ້ອຍບໍ່ປາດຖະນາເອົາເສຍເລີຍ

 

"ບໍ່ຈຳເປັນ!! ເຂົາເອົາລົດມາເອງ"

 

 

"ແຕ່ເຂົາເຫັນວ່າເພິ່ນຈ້າງລົດມາ" ຂ້ອຍຖອນຫັນໃຈອອກມາຢ່າງເບື່ອຫນ່າຍ ກ່ອນຈະງຽບໃນຊົ່ສຂະນະ ບໍ່ຮູ້ວ່າ ເຈົ້າໂຕທັນສັງເກດເຫັນຕອນໃດວະ ແຕ່ກະຊ່າງເທາະ ຮູ້ກະຮູ້ໄປ ຈັງໃດຂ້ອຍກະບໍ່ຂໍຍອມກັບນຳລາວຢູ່ດີ

 

"ຊິກັບນຳເຂົາບໍ່ຊັນ" ຖາມອີກຄັ້ງເພື່ອຕ້ອງການຄຳຕອບຈາກຂ້ອຍ

 

"ບໍ່!!" ຂ້ອຍບອກອອກໄປໃນທີ່ສຸດ ຈັງໃດເຂົາກະບໍ່ກັບນຳ_

 

"ເຮີ້ຍ!!" ຊິແຂ່ງລະໃດ໋ບັກເກັ່ງ ຂ້ອຍຍັງບໍ່ທັນເວົ້າຈົບເທື່ອຊ້ຳ ພັດມີຊາຍຂຶ້ນຮ້ອງແຊກລະຫວ່າງການສົນທະນາຂອງພວກຂ້ອຍກ່ອນ ພ້ອມກັບເຄື່ອນລົດເຂົ້າມາໃກ້ທພວກຂ້ອຍຈົນກະທັ້ງມາຢຸດລົດຢູ່ທັງຫລັງລົດເກັ່ງ ຊາຍຫນຸ່ມດັ່ງກ່າວ ແຕ່ງໂຕດ້ວຍເສື້ອຫນັງສີນ້ຳຕານ ທີ່ເຂົ້າກັບບຸກຄະລິກແລະຫນ້າຂອງຕົນ ພ້ອມໂສ້ງຍີ້ນຂາວຍາວລາຄາແພງ ຂ້ອຍຍອມຮັບວ່າຊາຍທີ່ເຂົ້າມາໃຫມ່ກໍ່ຫນ້າຕາດີບໍ່ຫນ້ອຍ ໂດຍທີ່ມີຜູ້ຍິງຄົນຫນຶ່ງຊ້ອນທ້າຍ ທີ່ກຳລັງຢູ່ໃນເສື້ອແຈກເກັດຫນັງສີດຳ ໂສ້ງຍີ້ນຂາສັ້ນໆ ກຳລັງເພ່ງຕາມາເບິ່ງຂ້ອຍແບບມີອະຄະຕິ... ເຫມືອນຈະຊັງທີ່ຂ້ອຍຢູ່ໃກ້ໆກັບເກັ່ງ

 

"ບັກເປ້ ກູວ່າຊິບໍ່ແຂ່ງ" ເກັ່ງຕອບອອກໄປທັງທີ່ຫຍັງຫັນຫລັງໃຫ້ເຂົ້າເຈົ້າ ຜ່ານນ້ຳສຽງທີ່ຈິງຈັງ

 

"ເຮີ້ຍ!! ໄດ້ຈັງໃດວະ!! ມຶງຕົກລົງຊິແຂ່ງນຳກູລະໃດ໋"

 

"ແຕ່ຕອນນີ້ກູປ່ຽນໃຈແລ້ວ"

 

"ເປັນຍ້ອນຜູ້ຍິງຄົນນີ້ແມ່ນບໍ່, ເກັ່ງ" ຜູ້ຍິງຄົນທີ່ຊ້ອນລົດທາງຫລັງເປັນຄົນເອີ່ຍຂຶ້ນ ໃນຂະນະເພ່ງສາຍແຕ່ທີ່ສະແດງເຖິງຄວາມກຽດຊັງມາທີ່ຂ້ອຍ... ບໍ່ຮູ້ວ່າ ຂ້ອຍໄປເຮັດຫຍັງໃຫ້ ເຖິງໄດ້ແນມຂ້ອຍແບບມີອະຄະຕິຂະຫນາດນັ້ນ

 

"ແມ່ນລະ ຕຸກຕາ" ເກັ່ງຈ້ອງມອງເຂົ້າມາໃນດວງຕາຢ່າງເລິກເຊິງ ຂ້ອຍບໍ່ຮູ້ເຈົ້າໂຕຊິສື່ຫຍັງອອກມາກັນແທ້ "ເປັນຍ້ອນຜູ້ຍິງຄົນນີ້ ຄົນດຽວເທົ່ານັ້ນ"

 

"ຫຶ... ສົງໄສຜູ້ທີ່ຢູ່ຕໍ່ຫນ້າເພິ່ນຄືຊິຢ້ານແຮງ ເພິ່ນກະເລີຍຕອບປັດຕິເສດບໍ່ຍອມແຂ່ງນຳຍ້ອນ" ນາງຍັງຄົງຮັກສານ້ຳສຽງດູຖູກໄວ້ ຢ່າງບໍ່ຂາດຕົກບົກພ່ອງ ຂ້ອຍສຸດແສນຈະຊັງນ້ຳສຽງແບບນີ້ສຸດ.... "ເຂົາວ່າພາກັບບ້ານໄປກະດີໃດ໋ ເບິ່ງທ່າທາງຄືຊິແມ່ນພວກລູກຄຸນຫນູຂີ້ຢ້ານ ຄັນລົງແຂ່ງນຳພວກເຮົານະ ພໍດີຫົວຊິຫົວໃຈວາຍກ່ອນ"

 

"ເພິ່ນຄິດຜິດແລ້ວລະ!!" ຂ້ອຍບອກອອກໄປໂດຍທີ່ບໍ່ທັນຄິດ ຈັກແມ່ນຜີຫ່າຕົນໃດມັນກຳລັງສິງວິນຍານຂ້ອຍຢູ່ ທັງໆທີ່ໂຕເອງກໍ່ຢ້ານຄວາມໄວທີ່ສຸດ ກ້າຕອບຮັບຄຳທ້າຂອງນາງໄດ້ "ຫຶ ເຂົາບໍ່ມີທາງກັບດອກ ລະເຂົາກໍ່ຊິຊ້ອນທ້າຍເອກລົງແຂ່ງນຳພວກເພິ່ນ" ຂ້ອຍສົ່ງສາຍຕອບກັບໄປຢ່າງທ້າທາຍ ເຮັດໃຫ້ຄົນທີ່ເຫລືອຕ່າງກໍ່ຍິ້ມອອກມາທີ່ມຸມປາກ ໂດຍສະເພາະເກັ່ງ

 

"ຊິໄຫວຫວາເພິ່ນ ຫຶໆ"

 

"ເອີ້!!" ຂ້ອຍແທບຈະຮ້ອງໃສ່ລາວດ້ວຍຊ້ຳ ໂທດຖານທີ່ກ້າສ້ຽມສອນເຮັດຫນ້າດູຖູກຂ້ອຍ "ເຂົາບໍ່ຍ້ານດອກ ສ່ຳນີ້ຊື່ໆ!!" ຈາກນັ້ນ ຂ້ອຍກໍ່ຮື້ສິ້ນຫນ້ອຍຫນຶ່ງ ກ່ອນຈະພາໂຕຂຶ້ນໄປນັ່ງຊ້ອນທ້າຍລົດຂອງເກັ່ງ...

 .

.

.

.

ມີຄົນສົນໃຈນິຍາຍເລື່ອງນີ້ ແລ້ວປາກກາຈຸ່ມນ້ຳເຜິ້ງຄິດວ່າຊິຂຽນບົດເລື່ອງນີ້ໃຫ້ເຂົາເຈົ້າ

ບໍ່ຮູ້ວ່າຄັນມີຄົນສົນໃຈເອົາໄປເຮັດຫນັງແລ້ວມັນຊິດີຂຶ້ນບໍ່ ຈັງໃດກະຕອບເມັ້ນນິຍາຍ
ລວມທັງຄຳຖາມຂອງປາກກາ ແນ່ເດີ້

 

Delicious Digg Fark Twitter