ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

 

 

 

 

 

 

 

ຕໍ່ຕອນທີສີ່

 

 

ບໍ່ຮູ້ຂ້ອຍຕັດສິນຖືກແລ້ວຫລືບໍ່ທີ່ຮັບຄຳຖ້າຂອງເຂົາເຈົ້າພຽງເພາະລະງັບອາລົມໂຕເອງບໍ່ໄດ້ ໃນເມື່ອ ພໍແຕ່ເກັ່ງເຄື່ອນລົດອອກໄປນ້ອຍຫນຶ່ງ ແຂນຂາຂ້ອຍກໍ່ເລີ່ມສັ່ນຂຶ້ນມາໂດຍທີ່ບໍ່ຮູ້ໂຕ ເຊິ່ງຄົນທີ່ຢູ່ທາງຫນ້າຂ້ອຍກໍ່ສາມາດສຳພັດຄວາມຮູ້ສຶກຂ້ອຍໄດ້ແບບອັດຕະໂນມັດ

 

             "ຫຶໆ ດີ ເພິ່ນສັນຍານຳເຂົາແລ້ວເດີ້"

 

  

"ຮາໆໆ ປານນັ້ນວ່າບໍ່ຢ້ານ ເບິ່ງແມ໋ ໂຕສັ່ນປານຜີເຂົ້ານິ ຊິປ່ຽນໃຈຕອນນີ້ກະທັນໃດ ສາວນ້ອຍ" ເກັ່ງເວົ້າແບບຢຽດໆ ພາງຍິ້ມອອກມາທີ່ມຸມປາກ ເລື່ອງອໍ້ແອກວນປະສາດຄົນນິ ຫມໍນີ້ຊະນະເປັນທີຫນຶ່ງເລີຍ

 

            "ບໍ່!!" ຂ້ອຍຕອບປັດຕິເສດທັນທີຜ່ານນ້ຳສຽງທີ່ຈິງຈັງ ເຖິງວ່າໂຕເອງຈະຢ້ານ ແຕ່ຈັງໃດຂ້ອຍກໍ່ເລືອກທີ່ຈະຍິ່ງໃນສັກສີ "ບໍ່ຕ້ອງມາເວົ້າດູຖູກເຂົາເລີຍ!! ແລ້ວຮີບອອກໄປແຂ່ງເຖາະ ເລື່ອງມັນຈະໄດ້ຈົບໆ ເຂົາຈະໄດ້ບໍ່ຕ້ອງມານັ່ງຫາຍໃຈນຳເພິ່ນອີກ!!"

 

"ກະໄດ້ ບໍ່ເວົ້າກະໄດ້" ເກັ່ງຍົກມືຂຶ້ນເຫມືອນວ່າຍອມຈຳນົນ ກ່ອນຈະວາງມືລົງ "ເອີ້ ແຕ່ວ່າເຂົາມີຂໍ້ເດີມພັນນຳເພິ່ນ"

 

             

"ຮຶ? ຂໍ້ເດີມພັນ?" ຂ້ອຍທວນຄຳຖາມທັງເຮັດຄິ້ວສົນກັນ ເພາະອົດບໍ່ໄດ້ທີ່ຕ້ອງການຈະຢາກຮູ້ເຈດຕານາຂອງອີ່ຕາຜີບ້ານີ້

 

 

"ກະຂໍ້ເດີມພັນທີ່ວ່າ ຖ້າສົມມຸດເຂົາເສຍເຂົາຊິໃຫ້ເພິ່ນເຮັດຫຍັງນຳເຂົາກະໄດ້ ແຕ່ຖ້າເຂົາຊະນະເພິ່ນຕ້ອງເຮັດຕາມຄຳສັ່ງຂອງເຂົາຫມົດ ຕົກລົງບໍ່?"

 

 

ຂ້ອຍມິດໃນຊົ່ວຂະນະຫນຶ່ງ ກ່ອນຈະຄິດທົບທວນໃນປະໂຫຍກຂອງເກັ່ງມື້ກີ້ນີ້ ເກມທຸກເກມມັນຕ້ອງມີແພ້ກັບເສຍ ເຊິ່ງຂໍ້ເດີມພັນຂອງເກັ່ງມັນກໍ່ຊວນໃຫ້ຂ້ອຍຢາກຈະລອງຫລິ້ນນຳມັນ ເພາະຖ້າອີ່ຕາຜີບ້ານີ້ເສຍ ລາວຈະບໍ່ຕ້ອງກໍ່ປັນຫາໃຫ້ຂ້ອຍປວດຫົວອີກ ແລະທີ່ຂ້ອຍຄິດວ່າ ເກັ່ງອາດຈະເສຍການແຂ່ງຂັນ ຍ້ອນເບິ່ງຈາກລັກສະນະຄົນຮອບຂ້າງຄົງຊິເກັ່ງບໍ່ຫນ້ອຍ ມັນກໍ່ເລີຍເປັນຜົນໃຫ້ຂ້ອຍຕ້ອງຕັດສິນໃຈອອກໄປວ່າ

 

            "ຕົກລົງ!! ຂ້ອຍບອກເກັ່ງຜ່ານນ້ຳສຽງທີ່ຫນັກແຫນ້ນ ຖ້າເພິ່ນເສຍ ເພິ່ນຕ້ອງເລີກຫຍຸ້ງນຳເຂົາ ແຕ່ຖ້າເພິ່ນແພ້ ເຂົາຊິຍອມຕົກລົງຕາມຄຳຂໍຂໍ້ຫນຶ່ງຂອງເພິ່ນທຸກຢ່າງ"

 

            ເອີ້!!

 

ສິ້ນສຸດການສົນທະນາ ເກັ່ງກໍ່ຜິນຫນ້າກັບໄປຄືນ ກ່ອນເຄື່ອນລົດອອກໄປບ່ອນຈຸດເລີ່ມແຂ່ງ ໂດຍທີ່ມີຜູ້ຄົນເກືອບເປັນຮ້ອຍພາກັນມາຍືນອ້ອມວົງໃກ້ໆກັບຫລັກໄຊຍິ່ງກວ່າສະຫນາມແຂ່ງ ແລະຍັງສົ່ງສຽງຮ້ອງໂຫດ້ວຍຄວາມຖືກໃຈ

 

ລົດຂອງເກັ່ງແລະຂອງຜູ້ອື່ນປະມານຫົກຄົນ ໄດ້ພາກັນເຄືອນອອກມາຈອດຢູ່ຕໍ່ຫນ້າສະຕາດຄົບທຸກຄັນ ພາງໃຊ້ມືກຳຄາດໄວ້ແຫນ້ນກ່ອນຈະກໍ່ບິດຄັນເລັ່ງພ້ອມກັນຫລາຍຄັ້ງຢ່າງເນື່ອງນິດເພື່ອເປັນດການທົດສອດການທຳງານຂອງເຄື່ອງ ຄັວນລົດຖືກພົ່ນກະຈາຍອອກໄປທົ່ວບໍລິເວນ ຍິ່ງໄດ້ກິ່ນກໍ່ຍິ່ງເຮັດຂ້ອຍແຮງຮູ້ສຶກໃຈເຕັ້ນແຮງແບບຜິດປົກກະຕິ ເພາະຖ້າຫາກເກັ່ງປອຍຄາດເມື່ອໃດ ກໍ່ຫມາຍຄວາມວ່າ ລົດຂອງລາວຈະພຸ່ງກະໂດດອອກໄປຈົນຂ້ອຍຕ້ອງຫາຍໃຈນຳບໍ່ທັນຢ່າງແນ່ນອນ

 

ເຊິິ່ງກະຕິກາທີ່ຂ້ອຍຫາກໍ່ໄດ້ຍິນນຳເກັ່ງ.... ນັກແຂ່ງທຸກຄົນ ຕ້ອງແຂ່ງຕາມເສັ້ນທາງໃຫຍ່ທີ່ເຊື່ອມຕໍ່ຈາກຕຶກຮ້າງນີ້ປະມານຫ້າກວ່າກິໂລແມັດ ຈາກນັ້ນໃຫ້ຫລ້ຽວເຂົ້າຮ່ອມທີ່ເຂົ້າຍ່າງເຂົ້າມາມື້ກີ້ ແລ້ວກໍ່ກັບມາຢຸດຢູ່ບ່ອນເກົ່າ ໃຜມາກ່ອນກໍ່ຫມາຍຄວາມວ່າຜູ້ນັ້ນເປັນຄົນຊະນະທັນທີ

 ຜ່ານໄປບໍ່ເທົ່າໃດນາທີ ກໍ່ມີຜູ້ຍິງຄົນຫນຶ່ງທີ່ກຳລັງເສື້ອແຈັກເກັດນ້ຳຕານ ໂສ້ງຍີ້ນຂາສັ້ນ ໃສ່ເກີບສົ້ນສູງປະມານສີ່ນິ້ວ ຜິວຂາວຫນ້າງາມ ພາຮ່າງກາຍນ້ອຍໆຂອງນາງອອກມາຍືນຢູກາງທາງ ພາງຍົກຜ້າເຊັດຫນ້າຂຶ້ນເປັນເຊິງການສົ່ງສັນຍານວ່າການແຂ່ງໄດ້ເລີ່ມຂຶ້ນແລ້ວ

 

 "ເຂົາຮູ້ວ່າເພິ່ນຢ້ານ ກອດແອວເຂົາໄວ້ແຫນ້ນໆ" ເທື່ອນີ້ເກັ່ງຫັນມ່າເຕືອນຂ້ອຍດ້ວຍນ້ຳສຽງທີ່ໄຮ້ຄວາມຫລໍ້ຫລິ້ນແຕ່ຢ່າງໃດ ພ້ອມທັງໃຊ້ມືຂອງຕົນເອງເລື່ອນມາດຶງແຂນຂ້ອຍເຂົ້າໄປກອດແອວໂຕເອງໄວ້ແຫນ້ນ

 

"ອື້ມ" ຂ້ອຍງຶກຫົວຄ່ອຍໆ ເປັນການຢືນຢັນວ່າຂ້ອຍບໍ່ຄິດທີ່ຈະປັດຕິເສດ ເຖິງວ່າລາວບໍ່ບອກ ຂ້ອຍກໍ່ຕ້ອງເຮັດຕາມນັ້ນ

 

 

"ຫນຶ່ງ"

 

 

"ສອງ"

 

 

"ສາມ!!" ສິ້ນການນັບ ຜ້າເຊັດຫນ້າທີຖືໄວ້ມື້ກີ້ກໍ່ຖືກປ່ອຍລົງ... ມືສາກໆຫລາຍໆຂ້າງຂອງຜູ້ແຂ່ງ ກໍ່ປ່ອຍຄາດທີ່ກຳໄວ້ທັນທີ

 

  

"ກຣີ້ດ!!" ຂ້ອຍແຂກດັງຈົນສຸດສຽງ ໃນຂະນະທີ່ເກັ່ງອອກໂຕຢ່າງຮຸນແຮງ ມືທີ່ກອດແອວລາວໄວ້ ຂ້ອຍກໍ່ຍິ່ງຮັດແຫນ້ນຂຶ້ນກວ່າເກົ່າ ປານວ່າຢ້ານເຈົ້າໂຕຊິປັດແຂນຂ້ອຍຖິ້ມ

 

 

 

 

ຂ້ອຍພະຍາຍາມມືນຕາຂຶ້ນຍ່າງລຳບາກ ແນມເບິ່ງສິ່ງທີ່ຢູ່ອ້ອມໂຕຜ່ານໄປຢ່າງວອງໄວ ໃນຂະນະທີ່ມີສຽງລົງກະລັງກະແທກຫນ້າພວກຂ້ອຍ ຢ່າງຮຸນແຮງ ໂດຍປາດສະຈາກຫມວກກັນກະທົບ 

 

 

 ລົດຫລາຍຄັນພະຍາຍາມແຊກແຊງກັນໄປອອກມາຕະຫລອດທາງ ທັງພະຍາຍາມເບິ່ງການບັງຄັບລົດຂອງຄູ່ແຂ່ງ ພ້ອມກັບບິດຄັນເລັ່ງແຮງຂຶ້ນເລື້ອຍໆ

 

 ໃນໄລຍະທຳອິດ ເປ້ອອກຫນ້າແຊງຂຶ້ນໄປກ່ອນຫມູ່ ໂດຍທີ່ເກັ່ງ ແລະລົດອີກສີ່ຄັນກຳລັງຕາມມາຕິດໆ ຂ້ອຍແນມເຫັນຕຸກຕາແວບຫນຶ່ງ ກຳລັງໃຊ້ມືຂອງໂຕເອງຍົກໂຊນິ້ວກາງມາທາງພວກຂ້ອຍສອງຄົນເພື່ອເປັນການເຍາະເຍີ້ຍ...  ເມື່ອເກັ່ງເຫັນການກະທຳອັນເຈັບແສບຂອງນາງ ເຂັມຢູ່ເທິງກະດ້ານຫນ້າປັດ ກໍ່ເພິ່ມທະວີິຄວາມໄວຂຶ້ນອີກກວ່າເກົ່າ ຄັນເລັ່ງທີ່ເກັ່ງໄດ້ບີດກໍ່ຖືກຫມຸນຈະເກືອບຈະຈຳອົ້ງມືຂອງລາວ ເປັນຜົນໃຫ້ລົດພວກຂ້ອຍຂຶ້ນມາຢູ່ໃນໄລຍະທີ່ບຽດສຽດກັບສອງຄົນນັ້ນ

 

 

ສ່ວນພວກທີ່ຢູ່ທາງຫລັງກໍ່ກຳລັງຕົກຢູ່ໃນສະຖານະການດຽວກັນ ພະຍາຍາມບຽດສຽດກັນແຊງ ພຽງແຕ່ພວກນັ້ນຫລິ້ນຮຸນແຮງ ທີ່ເຮັດໃຫ້ຂ້ອຍຄິດວ່າ ພວກນັ້ນຫລິ້ນຜິດກະຕິກາ ໃນເມື່ອມີຊາຍຫນຸ່ມຄົນຫນຶ່ງທີ່ນຳກົ້ນຂ້ອຍມາຕິດ ໄດ້ເດຕີນຂອງຕົນເອງອອກໄປກ່ອນຖີບໃສ່ລົດຂູ່ແຂງຈົນລົ້ມໃສ່ກອງຂີ້ເຫຍື້ອກາງທາງແບບບໍ່ເປັນທ່າ ເປັນຜົນໃຫ້ຂ້ອຍ ຕ້ອງຮີບລະສາຍຕາອອກຈາກພາບທີ່ສະຫຍົດສະຫຍອງທັນທີ ...

 

 ແລ້ວພໍແຕ່ຂ້ອຍຊັກສາຍຕາມາເພ່ງມອງທາງຫນ້າອີກຄັ້ງ ກໍ່ເຜີຍໃຫ້ເຫັນເກັ່ງກຳລັງຈະແຊງເປ້ຂຶ້ນໄປຢ່າງຕິດໆ ແຕ່ເປ້ບໍ່ຄິດທີ່ຈະຍອມແບບງ່າຍ ໃຊ້ມືສາກໆຂອງຕົນເອງບິດຄັນເລັ່ງເພິ່ມຄວາມໄວຂຶ້ນອີກທັນເລີຍເຮັດໃຫ້ເຈົ້າໂຕ ນຳອອກໄປອີກຫນ້ອຍຫນຶ່ງ ເຊິ່ງພວກຂ້ອຍກໍ່ບຽດສຽດກັນໄປໆມາໆຢູ່ແບບນັ້ນ ເພື່ອຍາດຊິງເອົາຄວາມເປັນທີ່ຫນຶ່ງ ຈົນກະທັ້ງເຂົ້າມາໃກ້ໆບໍ່ລິເວນປາກຮ່ອມ

 

"ບົວ ຈັບແອວເຂົາໄວ້ແຫນ້ນອີກ" ເກັ່ງບອກຂ້ອຍຜ່ານທາງສາຍລົມຕີເຂົ້າພວກຂ້ອຍຢ່າງຮຸນແຮງ ແຕ່ຂ້ອຍກໍ່ພໍຈະຈັບໃຈຄວາມຂອງເຈົ້າໂຕໄວ້

 

 

"ອື້ມ" ຂ້ອຍງຶກຕາມຄຳສຳຂອງເກັ່ງຢ່າງວ່າງ່າຍ ກ່ອນທີ່ລາວຈະຍົກລໍ້ທາງຫນ້າໂຕເອງຂຶ້ນເພື່ອເລັ່ງຄວາມໄວຂຶ້ນ

 

 

"ກຣີ້ດ!!" ຂ້ອຍແຂກອອກມາແບບອັດຕະໂນມັດ ແລະກະກຳທຳຂອງເກັ່ງກໍ່ຍັງດຳເນີນຕໍ່ ຈົນກະທັ້ງເກັ່ງນຳແຊງເປ້ໄດ້ໃນທີ່ສຸດ ຫາກແຕ່ເວລາທີ່ເກັ່ງຈະພາລົດຂອງໂຕເອງເຂົ້າໄປເສັ້ນໄຊອີກບໍ່ເທົ່າແມັດ ພັດມີສຽງວໍລົດຕຳຫລວດຫລາຍຄັນ ລວມທັງຄົນກຳລັງກຸ່ມຄົນປາບປາມ ໄດ້ອ້ອມລ້ອມບ່ອນຈຸດເກີດເຫດໄວ້ທົ່ວທັງຕຶກ ເຮັດໃຫ້ຄົນທີ່ມຸງເບິ່ງເຫດການແລະຄົນທີ່ຢູ່ຮ່ວມການແຂ່ງຂັນ ຮີບພາກັນແຕກຫນີອອກໄປໃຜໄປມັນຢ່າງໂກລາຫົນ

 

 

"ເຮ້ຍເອີ້ຍ!"! ເກັ່ງອຸທານອອກຢ່າງຫົວເສຍ ພະຍາຍາມທີ່ຈະຄະດຫາທາງອອກໃຫ້ພົ້ນຈາກບ່ອນນີ້ ໃນເມື່ອພວກຕຳຫລວດແລະກຸ່ມຄົນປາບປາມ ກຳລັງເຄື່ອນໂຕເຂົ້າມາຕະລຸມບອນລວມທັງຈັບກຸມຄົນທີ່ຢູ່ເຫດການໄວ້ທັງຫມົດໂດຍບໍ່ເວັ້ນຫນ້າ.... ເມື່ອເຫັນວ່າສະຖານະການໂກລະຫົນມັນໄດ້ວິບັດຂຶ້ນຢ່າງຮຸນແຮງ ຂ້ອຍກໍ່ບໍ່ລືມທີ່ຈະຫາທາງແກ້ໄຂຊ່ວຍເຈົ້າໂຕ ແນມຫາເສັ້ນທາງທີ່ຈະເຮັດໃຫ້ຕົວເອງອອກໄປຈາກຈຸດເກີດເຫດເພື່ອເອົາໂຕລອດ ແລະພໍ່ແຕ່ແນມເຫັນທາງອອກ ຂ້ອຍກໍ່ຮີບບອກເກັ່ງທັນທີ ເຖິງວ່າມັນອາດຈະສ່ຽງຫລາຍພໍສົມຄວນ

 

 

"ເກັ່ງອອກໄປທາງຮ່ອມເຮົາເຂົ້າມາຫັ້ນ!!" ຂ້ອຍໃຊ້ມືນ້ອຍໆຊີ້ໄປທາງນັ້ນ ໂດຍທີ່ມີກຸ່ມປາບປາມບໍ່ພຽງເທົ່າຄົນ ເປັນຜົນໃຫ້ເກັ່ງບໍ່ລັງເລທີ່ເຮັດຕາມແນະນຳຂອງຂ້ອຍ ບາດແລ້ວ ລາວກໍ່ຫມຸນລົດກັບໄປທັນທີ ພ້ອມກັບເຄື່ອນລົດອອກໄປ ທ່າມກາງຄວາມອົນລະຫົນ

 

 

ເມື່ອເກັ່ງເຄື່ອນລົດອອກມາຈຸດປາກຮ່ອມ ກໍ່ມີກຸ່ມປາບປາມຂອງຕຳຫລວດເຂົ້າມາດັກຫນ້າພວກຂ້ອຍພ້ອມກັບດຶງແຂນໄວ້ ແຕ່ມີຫວາຂ້ອຍຊິຍອມ ມີດທີ່ເຄີຍພົບຕິດໂຕໄວ້ ຂ້ອຍຈົກອອກມາກ່ອນຈະໃຊ້ປາດແຂນຂອງເຈົ້າທີ່ຈົນຮ້ອງຄາງອອກມາດ້ວຍຄວາມເຈັບປວດ ແລ້ວກໍ່ປ່ອຍແຂນໃນທີ່ສຸດ

 

 

  "ຂໍໂທດ!! ຂ້ອຍບໍ່ໄດ້ຕັ້ງໃຈ!!" ຂ້ອຍຮ້ອງອອກໄປຕາມຄວາມຮູ້ສຶກໄວ້ຖິ້ມທ້າຍ ສ່ວນຄົນທີ່ຢູ່ທາງຫນ້າຂ້ອຍ ກໍ່ໃຊ້ຕີນຂອງຕົນເອງ ຖີບກຸ່ມຄົນປາບປາມຈົມລົ້ມລົງລະເນລະນາດ ເມື່ອພວກຂ້ອຍມີໂອກາດຫນີ ເກັ່ງກໍ່ບໍ່ຊ້າແຕ່ຢ່າງໃດ ໃຊ້ມືຫນາຂອງຕົນເອງບິດຄັນເລັ່ງຂັບລົດອອກໄປຢ່າງຟ້າວຟັງ ໂດຍທີ່ເຫລືອຖີ້ມໄວ້ພຽງແຕ່ຄວັນລົດໃຫ້ເຈົ້າຫນ້າທີ່ເທົ່ານັ້ນ

 

 ,

,

,

,

 

ຂໍໂທດເດີ້ ທີ່ເອົາມາລົງຊ້າແຮງ ເພາະວ່າຫມົດທິດນີ້ບໍ່ຫວ່າງເລີຍ

ລວມທັງທິດຫນ້ານຳ ຫມົດທິດຮຽນຫນັກສຸດໆ ຕອນນີ້ເອົາມາລົງຫນ້ອຍ

ເພາະວ່າຂຽນຂຶ້ນສົດໆເລີຍ ຈັງໃດກະຝາກອ່ານແດ່ເດີ້ 

 

 

 

 

Delicious Digg Fark Twitter