ຕອນທີຫ້າ
You drive me crazy
Dairy:
ຂ້ອຍບໍ່ສາມາດຕອບໂຕເອງໄດ້ເລີຍວ່າ ຄົນທີ່ໂຕເອງຄິດວ່າຊາດນີ້ຊິບໍ່ຖືກສະຕານຳ
ພັດສາມາດເຮັດເຮົາຮູ້ສຶກຫົວໃຈເຕັ້ນຜິດເຕັ້ນແຮງຂຶ້ນແລະຊ້າລົງໃນເວລາດຽວກັນ ແລະມັນກໍ່ເຫມືອນກັບຜືນດີນທີ່ຫລັງເຄື່ອນໄຫວຢ່າງຮຸ່ນແຮງ
ຂ້ອຍກັບເກັ່ງພາກັນຫນີອອກຈາກການຈັບກຸມໄດ້ຢ່າງຫວຸດຫວິດ... ແລະເມື່ອເຫັນວ່າກອງປາບປາມນຳມາຫາພວກຂ້ອຍບໍ່ທັນແລ້ວ ເກັ່ງກໍ່ຂັບມາລົດມາຈອດໃນທີ່ແຫ່ງຫນຶ່ງ ເປັນບ່ອນທີ່ທີມີແມ່ນ້ຳຂອງຂະຫນາດໃຫຍ່ກຳລັງໄຫລຜ່ານໄປຢູ່ທາງຫນ້າ ທີ່ໄດ້ນຳພາເອົາສາຍລົມພັດຜ່ານເຂົ້າມາທາງພວກຂ້ອຍຄ່ອຍໆ ເພື່ອເປັນການສະຫງົບສະຕິທີ່ຮຸ່ມຮ້ອນໃຫ້ທຸເລົາລົງ
"ເຫັນເພິ່ນເອົາມີດແທງຕຳຫລວດມື້ກີ້ນະ ເຂົາຍັງສະຫຍອງບໍ່ທັນເຊົ່າເທື່ອໃດຫັ້ນ ເກັ່ງເອີ່ຍຂຶ້ນ ໃນຂະນະທີ່ໃຊ້ແຂນໃຫຍ່ໆຂອງຕົນເອງເລື່ອນຂຶ້ນມາກອດຄໍຂ້ອຍໄວ້
“ຫຶ ທີ່ເລື່ອງມັນເກີດຂຶ້ນແບບນັ້ນກະຍ້ອນເພິ່ນແລະ ແລ້ວເອົາແຂນອອກໄດ້ບໍ່ນິ ມັນອຶດອັດ!!” ຂ້ອຍເຮັດຫນ້າຫຍຸ້ງບອກລາວ ພາງໃຊ້ມືນ້ອຍປັດແຂນຂອງລາໃຫ້ອອກຈາກພັນທະນາການ ແຕ່ເຫມືອນມັນຈະບໍ່ໄດ້ຜົນຕາມທີ່ຄາດ ແຖມອີກຝ່າຍຍັງກອດແຫນ້ນຂຶ້ນກວ່າເກົ່າອີກ
“ເຂົາວ່າເພິ່ນຄືຊິຮູ້ຄຳຕອບຈາກເຂົາແລ້ວແລະ” ເກັ່ງຍຶກໄຫລ່ຕອບແບບບໍ່ສົນມໃຈ ເຂົາວ່າເຮົາຍ່າງໄປເລາະຫລິ້ນດີກວ່າ
“ບໍ່!!” ຂ້ອຍຕອບປັດຕິເສດທັນທີ
“ໄປໂລດນະ ຢ່າງເລາະຫລິ້ນຊື່ໆ ເຂົາບໍ່ກັດເພິ່ນດອກ ສຸດຄວາມ ເກັ່ງໂຕກໍ່ລາກຂ້ອຍໄປທັນທີ ມືນ້ອຍໆພະຍາຍຍາມຈະຟິດແຂນໃຫຍ່ໆປານຍັກໃຫ້ຫລຸດອອກຈາກການເກາະກຸມອີກຄັ້ງ ຫາກກໍ່ບໍ່ສູ້ແຮງຕ້ານຂອງອີກຝ່າຍຢູ່ດີ ເປັນຜົນໃຫ້ຂ້ອຍກໍ່ຕ້ອງຍອມຈຳນົນໂດຍປະລິຍາຍ
ເກັ່ງພາຂ້ອຍອອກມາເລາະຕາມຂອບຟັງຂອງແຄມນ້ຳຂອງ ກ່ອນຈະພາຢຸດຢືນຕິດກັບຮິມຝັງບ່ອນຫນຶ່ງ ທີ່ມີແສງໄຟຫລາຍດວງກຳລັງສອດສ່ອງລົງມາ ພໍໃຫ້ພວກຂ້ອຍສາມາດມອງເຫັນທາງ... ເມື່ອຂ້ອຍເຫງີຍຫນ້າຂຶ້ນໄປທີ່ຂອບຟ້າ ກໍ່ເຜີບໃຫ້ເຫັນແສງດາວແລະພະຈັນ ກຳລັງສົ່ງແສງເຫລື້ອມລະຍິບລະຍັບ... ບໍ່ເທົ່າຊົ່ວໂມງທີ່ຜ່ານ ທ້ອງຟ້າມັນຍັງປົກຄຸມໄປດ້ວຍເມັດຝົນທີ່ຮ່ວງໂຮຍລົງມາເປັນສາຍ... ບໍ່ຄິດເລີຍວ່າສະພາບອາກາດມັນຈະປ່ຽນແປງໄປໄວໄດ້ຂະຫນາດ... ແຕ່ທີ່ທ້ອງຟ້າເປັນແບບນີ້ ມັນກະດີແລ້ວ ເພາະຖ້າຫາກມີສາຍຝົນຮ່ຳຫລິ່ນລົງມາ ມັນກໍ່ເຮັດໃຫ້ຂ້ອຍມັກຈະຂຸດເລື່ອງລາວເກົ່າໆຂຶ້ນມາຄິດວົນວຽນຊ້ຳຊາກອີກ ຍິ່ງຄິດກໍ່ຍິ່ງເຮັດໃຫ້ຂ້ອຍຮູ້ສຶກບໍ່ສະບາຍໃຈ
“ງາມບໍ່” ເກັ່ງຫັນຫນ້າມາຖາມ ໃນຂະນະທີ່ຍັງກອດຄໍຂ້ອຍໄວ້.... ທ່າມກາງ ສາຍລົມທີ່ກຳລັງພັດເຂົ້າມາຄ່ອຍໆ ເຮັດໃຫ້ເສຜົມຂອງຂ້ອຍກັບຂອງເກັ່ງ ພັດປິວໄປຕາມຄວາມແຮງທີ່ເບົາໆ
“ອຶ້ມ” ຂ້ອຍບອກໃນຂະນະທີ່ຈັດແຈງຜົມໃຫ້ມັນເຂົ້າທີ່ ໂດຍທີເກັ່ງກຳລັງເບິ່ງການກະທຳຂອງຂ້ອຍຢ່າງຕັ້ງໃຈ
"ບົວ ເຂົາສາບານໄດ້ເລີຍວ່າ ເວລາທີ່ແສງໄຟສ່ອງໃສຫນ້າເພິ່ນຕອນນີ້ນະ ເພິ່ນບໍ່ຕ່າງຫຍັງກັບນາງຟ້າເລີຍ" ເກັ່ງເພ່ງຕາຂອງໂຕເອງມາທີໃບຫນ້າຂອງຂ້ອຍ ເຫມືອນຈະສື່ບາງສິ່ງບາງຢ່າງອອກມາຈາກສາຍຕາດຳນິນຄູ່ຄົມຄູ່ນັ້ນ... ທັງໆທີ່ມັນເປັນໂຫຍກນ້ຳເນົ່າທີ່ສຸດ ເທົ່າທີ່ຂ້ອຍເຄີຍໄດ້ຍິນ ຫາກແຕ່ມັນໃຫ້ຄວມຄວາມຮູ້ສຶກມີອາການແປກໆຂື້ນແບບກະທັນຫັນ ໂດຍທີ່ກໍ່ຊອກຫາສາເຫດບໍ່ໄດ້ເລີຍ ຍິ່ງເມື່ອນ້ຳສຽງທີ່ອ່ອນຫວານຂອງລາວ ມັນກໍ່ຍິ່ງເຮັດໃຫ້ຂ້ອຍຫວັ່ນໄຫວຫລາຍເທົ່ານັ້ນ
"ຊິຈີບເຂົາຫວານິ??"
"ອື່ມ.... ແລ້ວແຕ່ເພິ່ນຈະຄິດ" ເກັ່ງຍຶກໄຫລຕອບ
"ຖ້າເປັນແນວນະ ເຂົາກະຄືຊິຂໍຫ້າມເພິ່ນເລີຍ"
"ເປັນຫຍັງ?" ເກັ່ງຖາມຂຶ້ນທັນທີ ຈາກນັ້ນກໍ່ປອຍໂຕຂ້ອຍໃຫ້ເປັນອິດສະລະ ພາງຫັນກັບມາຈ້ອງຕາເບິ່ງຫນ້າຂ້ອຍອີກຄັ້ງ ເພື່ອຕ້ອງການຄຳຄອບດ້ວຍຄວາມຢາກຮູ້
"ເພາະວ່າຜູ້ຊາຍແບບເພິ່ນຫວັງຢ່າງອື່ນນຳເຂົາຫລາຍກວ່າ... ແຕ່ທີ່ເຂົາເວົ້າແບບນີ້ ກະບໍ່ໄດ້ຄິດວ່າໂຕເອງງາມດອກ... ສ່ວນສິ່ງທີ່ເຂົາກຳລັງຄິດແລະຊິບອກເພິ່ນອອກໄປຕອນນີ້ວ່າ ເຂົາບໍ່ແມ່ນຜູ້ຍິ່ງແບບທີ່ພໍເຫັນຄົນລວຍ ຄົນເຈົ້າຊູ້ຫນ້າຕາດີແບບເພິ່ນ ມາຈີບແລ້ວຊິຍອມໃຫ້ງ່າຍໆ... ເພາະວ່າເຂົາຖືວ່າຄວາມຮັກເປັນສິ່ງທີ່ສຳຄັນ"
ເກັ່ງຈຸ້ຍສົບໂຕເອງຫນ້ອຍຫນຶ່ງກ່ອນຈະງຶກຫົວເປັນການເຂົ້າໃຈໃນສິ່ງທີ່ຂ້ອຍອະທິບາຍມາ... ເຊິ່ງມັນກໍ່ເຮັດໃຫ້ຂ້ອຍກຳລັງມີຄວາມເວົ້າຫນຶ່ງຄວາມຫນຶ່ງທີ່ຈະບອກລາວວ່າ ເວລາທີ່ແສງໄຟກະທົບລົງຫນ້າຂາວໆຂາວລາວຕອນນີ້ ລາວກໍ່ບໍ່ຕ່າງຫຍັງກັບເທບພະບຸດໃນວັນນະກຳຂອງຊາວກຣິກບູຮານເຊັ່ນກັນ
“ຖາມນ້ອຍດຽວ ພັດຕອບຍາວເປັນວາເລີຍເນາະ“
“ກະຢາກໃຫ້ເພິ່ນຮູ້ໄວ້ກ່ອນເດ.... ສະນັ້ນ ເພິ່ນຫ້າມຄິດວ່າເຂົາເປັນຄົນໃຈງ່າຍຄືຄົນອື່ນທີ່ເພິ່ນເຄີຍມີຄວາມສຳພັນມາກ່ອນ”
“ເພິ່ນຮູ້ສຳເບ໊າະວ່າເຂົາເຄີຍມີຄວາມສຳພັນນຳຜູ້ຍິງຄົນອື່ນຫັ້ນ”
“ຫຶ” ຂ້ອຍຄາງສຽງຢູ່ໃນລຳຄໍ ກ່ອນຈະເບ໊ະສົບກັບຄຳຖາມທີ່ເຮັດປານວ່າຕົນເອງເປັນຄົນໃຫ້ດຽງສາ “ເພິ່ນນະ, ພໍແຕ່ອ້າປາກກະເຫັນຫລີ້ນໄກ່ລະ ແລ້ວພວກຜູ້ຊາຍແບບເພິ່ນ ເຂົາເບິ່ງຕາດຽວກະຮູ້ວ່າແມ່ນພວກເຈົ້າຊູ້ຫລາຍໃຈ ຮັກໃຜກະບໍ່ເປັນ”
“ໂອ ເພິ່ນຄິດຜິດແລ້ວ... ເຂົານະຮັກໃຜຮັກແທ້... ມີແຕ່ຕອນນີ້ຍັງຫາຄົນທີ່ຖືກໃຈຍັງບໍ່ເຈິເທື່ອ... ແຕ່ວ່າຕອນນີ້ກຳລັງເຈິຢູ່ໃດ”
“ຫຶ ຫວັງວ່າຄືຊິບໍ່ມີເຂົາເດີ້.... ພໍດີເຂົາບໍ່ຢາກເຂົ້າໄປຢູ່ໃນສາງຂອງເພິ່ນ”
“ເຂົາຄົບເທື່ອລະຄົນໃດ໋ ບໍ່ເຄີຍຄົບຊ້ອນຫລືແອບມີກິກຈັກເທື່ອ” ເກັ່ງພະຍາຍາມອະທິບາຍໃນສິ່ງທີ່ຂ້ອຍຄິດວ່າເປັນໄປໄດ້ຍາກ
“ພະຍາຍາມຈະເຊື່ອກະແລ້ວກັນ”
“ກະໄດ້ ບໍ່ເຊື່ອກະບໍ່ເຊື່ອ.... ວ່າແຕ່.... ເພິ່ນກຳລັງຮຽນຫຍັງຢູ່ນິ” ເກັ່ງປ່ຽນຄຳຖາມໃຫມ່ ເຊິ່ງມັນເລີ່ມຈະລ່ວງລ້ຳເກີນຫນ້າທີ່ທີ່ລາວຈະຄວນຮູ້
“ຄືບໍ່ເອົາທີ່ຢູ່ໄປເລີຍສາ!!”
“ກະຢາກໄດ້ຢູ່ໃດ” ຕອບດ້ວຍສີຫນ້າກວນໆ
“ເຂົາເວົ້າໃສ່!! ເຂົ້າໃຈບໍ່!!...” ຂ້ອຍກະຊາກສຽງໃສ່ລາວ
“ຫວາ... ຮາໆໆ... ເຂົາບໍ່ຮູ້ໃດ໋ຫັນ.... ແລ້ວເພິ່ນຊິຕອບຄຳຖາມເຂົາໄດ້ບໍ່ນິ” ເກັ່ງວົກເຂົ້າມາຄຳຖາມເດີມ ແລະກໍ່ເຮັດສີຫນ້າດ້ວຍຄວາມຢາກຮູ້ຕາມເດີມ... ຖ້າຫາກສົມມຸດວ່າຂ້ອຍລີກລ້ຽງຈະຕອບຄຳຖາມ ລາວກໍ່ຄົງຈະຫາຂໍ້ອ້າງມາບັງຄັບໃຫ້ຂ້ອຍບອກເລື່ອງໄປທັງຫມົດຕາມເດີມ ຂ້ອຍກໍ່ເລີຍຈຳເປັນຕ້ອງຕັດສິນໃຈຕອບອອກໄປ
“ເຂົາຮຽນອັກສອນສາດ....” ຂ້ອຍບອກອອກໄປດ້ວຍສຽງລຽບໆ
“ເພິ່ນຢາກເປັນຄູຫວາ?”
“ບໍ່.... ເຂົາຢາກເປັນນັກແປ.... ພໍດີເຂົາສົນໃຈກ່ຽວກັບເລື່ອງພະຈົນໄພກັບຊີວະປະຫວັດຂອງຄົນ”
“ຊັນເພິ່ນກະຮູ້ຈັກພາສາຕ່າງປະເທດຕົວະ”
“ອື້ມ ຮູ້.... ຮູ້ຈັກພາສາລັດເຊຍ ກັບພາສາອັງກິດ”
“ໂວ໊ ເກັ່ງເວີ້ຍ!! ສ່ວນເຂົາກຳລັງຮຽນແພດສາດ ປີສອງ ເກັ່ງສະເຫນີເລື່ອງຂອງຕົນ ໂດຍທີ່ເຈົ້າໂຕບໍ່ຮູ້ຈັກຫນ້ອຍວ່າ ຂ້ອຍບໍ່ໄດ້ພິດສະຫວາດ ຢາກຮູ້ຈັກປະຫວັດຂອງລາວເລີຍດ້ວຍຊ້ຳ ອື່ມ... ພາສາອັງກິດເຂົາວ່າແມ່ນກະຮຽນເປັນເລື່ອງທຳມະດາ ແຕ່ພາສາລັດເຊຍນິເພິ່ນຮູ້ໄດ້ແນວໃດ ເພິ່ນຮຽນຫວາ”
“ອື້ມ.. ພໍ່ເຂົາສອນໃຫເຕອນຍັງນ້ອຍ ລາວເຄີຍຮຽນພາສາລັດເຊຍຢູ່ມອສໂຄມາກ່ອນ” ຂ້ອຍຕອບອອກໄປ ໂດຍທີ່ແຝງໄປດ້ວຍຄວາມທີ່ເສົ້າສົ່ງຜ່ານຈາກສາຍຕາໄດ້ຢ່າງຊັດເຈນ ຂ້ອຍບໍ່ຮູ້ຄືກັນ ເມື່ອນຶກເຖິງພໍ່ຂອງໂຕເອງເມື່ອໃດ ຂ້ອຍມັກມີອາການແບບນີ້ອອກມາສະເຫມີ ເຊິ່ງມັນກໍ່ເຮັດໃຫ້ເກັ່ງສາມາດສຳພັດຄວາມຮູ້ສຶກຜ່ານນ້ຳສຽງຂ້ອຍໄດ້ຢ່າງຊັດເຈນ
"ເວົ້າສຽງເສົ້າໆແບບນີ້ ມີປັນຫານຳລາວຫວາ"
"ອື້ມ ມີ" ຂ້ອຍບອກເຈົ້າໂຕໄປທີ່ສຸດແສນຈະແຜ່ວເບົາ...
“ຫວາ.... ແຕ່ຖ້າເພິ່ນຢາກລະບາຍອອກມານະ” ກະເວົ້າອອກມາໂລດ ບາງເທື່ອອາດຈະເຮັດໃຫ້ເພິ່ນຮູ້ສຶກດີຂຶ້ນ
"ບໍ່ ເຂົາບໍ່ຢາກຈະເວົ້າ ເພິ່ນຮູ້ສ່ຳນີ້ກະພໍແລ້ວ"
"ແຕ່ເຂົາຢາກຟັງນະ ເລົ່າບໍ່ໄດ້ຫວາ" ເກັ່ງເຮັດສີຫນ້າອ້ອນວອນ ຫວັງຢາກຈະໃຫ້ຂ້ອຍເວົ້າເລື່ອງທັງຫມົດໃຫ້ຟັງ
"ກະຍັງວ່າບໍ່ ເພິ່ນຫູຫນວກຫວາ"
"ເພິ່ນລືມຂໍ້ຕົກລົງນຳເຂົາແລ້ວຫວາ ວ່າເຂົາໄປຄົນຊະນະເພິ່ນຈະຍອມເຂົາທຸກຢ່າງ"
"ແລ້ວເພິ່ນຊະນະຊ້ຳເບ໊າະ... ເພິ່ນຍັງບໍ່ທັນຂີ່ເຂົ້າເສັ້ນໄຊເທື່ອຊ້ຳ"
"ກະແມ່ນຄວາມເພິ່ນຢູ່.. ແຕ່ຖ້າຕຳຫລວດບໍ່ເຂົ້າມານະ ເຂົາກະຂີ່ເຂົ້າເສັ້ນໄຊແລ້ວ ເພິ່ນນິບໍ່ຮັກສາຄຳສັນຍາເລີຍ ທັງທີ່ໄດ້ຕົກລົງກັນແລ້ວວ່າຖ້າແມ່ນໃຜເສຍຈະຍອມເຮັດຕາມຂໍ້ເດີມພັນ... ແລ້ວເພິ່ນຫາກະຕົກລົງນຳເຂົາບໍ່ເທົ່າຊົ່ວໂມງທີ່ຜ່ານມານິ້ຫນຶ່ງ ຍັງມາເຮັດບໍ່ສົນໃຈອີກ ຄົນອີ່ຫຍັງວະ ບໍ່ມີສັດຈະເອົາເລີຍຈັກຫນ້ອຍ ປານນັ້ນເວົ້າໃຫ້ແຕ່ຫມູ່ເປັນແບບນັ້ນແບ_"
“ພໍ!!” ຂ້ອຍເວົ້າຂັດຈັງວະເກັ່ງດ້ວຍຄວາມລຳຄານ ເພາະຂ້ອຍທົນອີກຝ່າຍຈົ່ມພື່ມພຳອອກມາເປັນຊຸດບໍ່ໄຫວ ສຸດທ້າຍ ເຈົ້າໂຕກໍ່ສັນຫາຂໍ້ອ້າງມາບັງຄັບໃຫ້ຂ້ອຍຈົນມຸມຈົນໄດ້ “ບໍ່ຕ້ອງເວົ້າຫຍັງອີກ ເຂົາບໍ່ຢາກຈະຟັງ"
“ຊັນເພິ່ນກະເລົ່າມາໃຫ້ເຂົາຟັງທະແມ໋ ຖ້າບໍ່ຢາກໃຫ້ເຂົາເວົ້າໃຫ້ຟັງອີກນະ”
"ເອີ້ໆ ດຽວຊິເລົ່າໃຫ້ຟັງດຽວນີ້ໆແລະ...." ຂ້ອຍຕອບປັດໆດ້ວຍຄວາມລຳຄານ ກ່ອນຈະເວົ້າຂຶ້ນຕໍ່ "ເຂົາເກີດຢູ່ໃນຄອບຄົວທີ່ຢ່າຮ້າງຕັ້ງແຕ່ຍັງນ້ອຍ... ພໍ່ແມ່ເຂົາທັງສອງຂໍຢ່າກັນ ຍ້ອນວ່າບໍ່ໄດ້ຮັກກັນຕັ້ງແຕ່ທຳອິດ ແລະກໍ່ເປັນຍ້ອນພວກເຂົາເຈົ້າຖືກບັງຄັບໃຫ້ແຕ່ງງານກັນ... ພໍເວລາຜ່ານໄປບໍ່ດົນ ພໍ່ເຂົາກໍ່ໄດ້ພົບຄົນທີ່ໂຕເອງຢູ່ນຳແລ້ວມີຄວາມສຸກ ລາວກໍ່ເລີຍບອກຄວາມຈິງທັງຫມົດໃຫ້ແມ່ເຂົາຟັງ ຕອນນັ້ນເຂົາກະປະມານສອງສາມປີນີ້ແລະ ພໍດີແມ່ເຂົາເຄີຍເລົ່າໃຫ້ຟັງ... ຈາກນັ້ນ ແມ່ເຂົາກະຍອມເຊັ່ນໃບຢ່າຮ້າງໃຫ້ລາວ ເພາະວ່າບໍ່ຢາກຈະດຶງລາວເອົາໄວ້... ສ່ວນພໍ່ເຂົາກໍ່ພາເມຍໃຫມ່ຂອງຕົນເອງໄປໃຊ້ຊີວິດຢູ່ຫລວງພະບາງຫລັງຈາກນັ້ນ ແຕ່ວ່າລາວກະກັບມາຢ້ຽມເຂົາເປັນບາງຄັ້ງບາງຄາວ ພ້ອມກັບສອນໃຫ້ເຂົາຮຽນພາສາລັດເຊຍໄປນຳ ເຂົາກະເລີຍພໍໄດ້ພາສາລັດເຊຍແດ່ຫນ້ອຍຫນຶ່ງ... ສ່ວນແມ່ເຂົາລາວກະເດີນທາງໄປຕ່າງປະເທດທຸກປີ ແລ້ວປະໃຫ້ເຂົາຢູ່ຄົນດຽວແບບນີ້ຕະຫລອດ
ສິ້ນສຸດປະໂຫຍກທີ່ຍາວ ຄວາມຄຽດກໍ່ເຂົ້າມາປົກຄຸມພວກຂ້ອຍໃນຊົ່ວຂະນະຫນຶ່ງ ສີຫນ້າຂອງເກັ່ງຕອນນີ້ບໍ່ມີເຄົ້າອາລົມກວນປະສາດເລີຍ
“ຖ້າເຂົາເປັນເພິ່ນນະ ເຂົາຢູ່ບໍ່ໄດ້ດອກ... ເຫັນໂຕນ້ອຍໆແບບນີ້ ບໍ່ເຄີຍເລີຍວ່າຊິໃຈແຂງຂະຫນາດ” ເກັ່ງອອກຄວາມເຫັນຈາກໃຈຈິງ ເຊິ່ງວ່າຂ້ອຍກໍ່ເຫັນດີກັບລາວ
“ຄືຊິແມ່ນຕິ...”
“ກະແມ່ນຫັ້ນແລະ ຄັນເປັນຄົນອື່ນນະ ເຂົາເຈົ້າກະມັກເຮັດໂຕເອງເສຍຄົນ ເພື່ອທີ່ຈະໄດ້ຮຽກຮ້ອງຄວາມສົນໃຈນຳພໍ່ແມ່ຂອງຕົນເອງ”
"ເຂົາວ່າວິທີນັ້ນເປັນວິທີຂອງຄົນບໍ່ສະຫລາດ.... ເຖິງແມ່ນວ່າຄວາມຮັກຈາກຄອບຄົວແມ່ນສິ່ງທີ່ສຳຄັນ ແຕ່ວ່າມັນກະບໍ່ແມ່ນທັງຫມົດຊີວິດຂອງຄົນເຮົາຈັກຫນ້ອຍ ແລະຖ້າຢາກຈະໃຫ້ຜູ້ອື່ນຮັກໂຕເອງແບບນັ້ນນະ ເຮົາຕ້ອງເລີ່ມຈາກການທີ່ເຮົາຕ້ອງຮັກໂຕເອງໃຫ້ເປັນເສຍກ່ອນ... ເຮີ່ຍ....” ຂ້ອຍຢຸດ ແລ້ວກໍ່ຖອນຫັນໃຈຄ່ອຍໆບາດຫນຶ່ງ ກ່ອນຈະເວົ້າອີກຕໍ່ “ເຂົາກະບໍ່ຮູ້ເປັນຫຍັງຕ້ອງໄວ້ໃຈເພິ່ນຂະຫນາດນີ້ ທັງໆທີ່ເຂົາກັບເພິ່ນຫາກະຮູ້ຈັກກັນ”
“ອື່ມ... ອາດເປັນຍ້ອນບັນຍາກາດມັນພາໄປຕິເບ໊າະ ອີກຢ່າງຫນຶ່ງ ເຂົາວ່າ ເພິ່ນກະບໍ່ສາມາດເກັບມັນໄວ້ຄົນດຽວໄດ້ດອກ”
"ແມ່ນຕິ" ຂ້ອຍຕອບກັບໄປດ້ວຍສຽງລຽບໆ ພາງຜິນຫນ້າແນມອອກໄປດ້ານຫນ້າເລື້ອຍໆ ຂ້ອຍບໍ່ຮູ້ວ່າເປັນຫຍັງຕ້ອງບອກເລື່ອງລາວຂອງຕົນເອງໃຫ້ລາວຟັງ... ສ່ວນເລື່ອງທີ່ລາວບັງຄັບນັ້ນ ມັນກໍ່ບໍ່ໄດ້ກ່ຽວກັນເລີຍຈັກຫນ້ອຍ ເພາະຖ້າຫາກຂ້ອຍບໍ່ຢາກຈະເອີ່ຍອອກໄປ ລາວກໍ່ມີທາງຮູ້ເດັດຂາດ ເຖິງແມ່ນວ່າລາວຈະຫາຂໍ້ອ້າງຫລາຍພັນມາບັງຄັບໃຫ້ຂ້ອຍເວົ້າຫລາຍກວ່ານັ້ນ... ແຕ່ຫາກຂ້ອຍຮູ້ພຽງແຕ່ວ່າ ມັນກ່ຽວກັບບາງສິ່ງບາງຢ່າງທີ່ຢູ່ພາຍໃນ ໂດຍທີ່ຂ້ອຍຍັງບໍ່ທັນຫາຄຳຕອບໄດ້ວ່າ ເປັນຫຍັງ ຢູ່ໆ ກໍ່ຮູ້ສຶກຫວັ່ນໄຫວຂຶ້ນມາໂດຍບໍ່ຮູໂຕ
.
.
.
.
ກວ່າຊິໄດ້ເອົາມາລົງ ຜ່ານໄປຊ້າທີ່ສຸດ
ຄືຊ່ວງນີ້ ຮຽນຫນັກທີ່ສຸດ ຈົນຮອດປີໃຫມ່ພຸ້ນແລະຈຶ່ງໄດ້ພັກ
ຈັງໃດກະຈະຫາເວລາຫວ່າງມາລົງເດີ້ ເພາະວ່າບໍ່ຢາກດອງເອົາໄວ້ດົນໆ
ດຽວມັນຊິບູດ...... ຮາໆໆ... ສຸດທ້າຍກະຄືເກົ່າຫັ້ນລະ
ອ່ານແລ້ວເມັ້ນໃຫ້ແດ່ເດີ້