ກັບບ້ານ
"ແອ໊ດ" ຂ້ອຍໃຊ້ມືບິດກອນປະຕູຫ້ອງນອນອອກມາ ເຜີຍໃຫ້ເຫັນແສງໄຟຈາກໂຄມໄຟຖືກເປີດປະໄວ້ເທິງຫົວຕຽງ ພ້ອມກັບໂຕຂອງຕານ້ອຍກຳລັງນອນສະແຄງໄປອີກດ້ານ ສຽງລົມຫາຍໃຈຂອງນາງດັງຂຶ້ນສະຫມ່ຳສະເຫມີ ສົງໄສເຈົ້າໂຕຄືຊິຫລັບລະ
"ກັບມາລະຫວາ" ຕານ້ອຍເດັ້ງໂຕຂຶ້ນ ພາງຫັນຫນ້າມາທີ່ຂ້ອຍ
"ອ້າວ ນຶກວ່າຫລັບແລ້ວສາດອກ...." ຂ້ອຍພາໂຕເອງມານັ່ງລົງຂອບຕຽງແລ້ວກໍ່ວາງເສື້ອແຈັກເກັດພາດໄວ້ຕັ່ງທີ່ຕັ້ງຢູ່ໃກ້ໆ
"ຍັງນະ ພໍດີຫາກໍ່ລົມໂທລະສັບແລ້ວມື້ກີ້ນີ້"
"ອື້ມ...." ຂ້ອຍງຶກຫົວຄ່ອຍໆເປັນການເຂົ້າໃຈ ກ່ອນຈະເອີ່ຍຖາມບາງຢ່າງ ເຊິ່ງມັນກໍ່ເປັນປະເດັນທີ່ຂ້ອຍຢາກຮູ້ທີ່ສຸດ "ແລ້ວເພິ່ນຊິບອກເລື່ອງເພິ່ນກັບເອກໄດ້ບໍ່ ວ່າຕົກລົງພວກເພິ່ນທັງສອງເປັນຫຍັງກັນ"
"ກະລົມໆກັນຢູ່ນິແລະ ແຕ່ຍັງບໍ່ທັນເອີ້ນວ່າແຟນເທື່ອ"
"ແຕ່ເຂົາບໍ່ຄ່ອຍເຫັນດີປານໃດນະ ສອງຄົນພວກນັ້ນ ເຂົາເຈົ້າອັນຕະລາຍວສຸດໆ" ຂ້ອຍເຕື່ອນດ້ວຍຄວາມເປັນຫ່ວງ ແຕ່ທ່າທີ່ຂອງນາງເຫມືອນຈະບໍ່ຫົວຊານຳຄຳວ່າກ່າວຂອງຂ້ອຍຊ້ຳ
"ກະບໍ່ເຫັນອັນຕະລາຍຈັກຫນ້ອຍ ເພິ່ນຄິດໄປເອງຕ່າງຫາກ ເອລາວກະດີຢູ່ ເພິ່ນກະເຫັນວ່າເອລາວຍອມເຊື່ອຟັງເພິ່ນ ແລ້ວມັນກະເປັນການພິສູດວ່າລາວຈິງໃຈນຳເຂົາ" ຕານ້ອຍພະຍາຍາມຫາຂໍ້ດີເພື່ອນຊາຍຂອງຕົນມາບັນຍາຍ ແຕ່ຈັງໃດຂ້ອຍກໍ່ບໍ່ເຫັນດີນຳເລື່ອງນີ້ຢູ່ດີ
"ເຂົາຮູ້ ແຕ່…"
"ພໍເລີຍ" ຕານ້ອຍຍົກມືຂຶ້ນຫ້າມຂັດຈັງວະຂ້ອຍເສຍກ່ອນ ເອລາວແມ່ນຜູ້ຊາຍທີ່ດີທີ່ສຸດທີ່ເຂົາເຄີຍຄົບມາ ເຖິງວ່າເຂົາຈະຮູ້ຈັກລາວບໍ່ເທົ່າໃດມື້ກໍ່ຕາມ.... ແລ້ວເຂົາຫມັ້ນໃຈວ່າ ລາວບໍ່ແມ່ນຄືພວກຜູ້ຊາຍທີ່ເຮ້ຍໆທີ່ເຂົາເຄີຍຄົບມາແນ່ນອນ ແມ໊ງ ແຕ່ລະຄົນ ຟັງຈະຟັນເຮົາທັງນັ້ນ
"ເພິ່ນແນ່ໃຈໄດ້ແນວໃດວ່າລາວເປັນຄົນດີຫັ້ນ ເອົາອີ່ຫຍັງມາຕັດສິນ"
"ກະເບິ່ງຈາກຄຳເວົ້າກັບການກະທຳຂອງລາວຫັ້ນແລະ ເອບໍ່ເຄີຍລ່ວງເກີນເຂົາເລີຍ ບໍ່ເຄີຍຂໍຫຍັງເຂົາຈັກເທື່ອ ມັນກະເລີຍເຮັດໃຫ້ເຂົາຫມັ້ນໃຈນະ"
"ເຮີ່ຍ.." ຂ້ອຍຜ່ອນລົມຫາຍໃຈອອກມາຄ່ອຍໆ ຮູ້ສຶກຈະຫ້າມຫມູຂ້ອຍບໍ່ໄດ້ແທ້ໆ ໃນເມື່ອເຈົ້າໂຕດື້ດຶງທີ່ຈະບໍ່ເຊື່ອຟັງຄຳແນະນຳຂອງຂ້ອຍ "ໂອເຄ ຄັນເຫັນວ່າເພິ່ນເວົ້າຈັງຊັນກະຕາມໃຈເທາະ ແຕ່ຈັງໃດກະລອງສຶກສາເບິ່ງໆໄປກ່ອນ" ລຸກຂຶ້ນບອກນາງດ້ວຍຄວາມເປັນຫ່ວງ ສີຫນ້າຍັງຄົງບໍ່ຄາຍຄວາມກັງວົນ ສ່ວນເຈົ້າໂຕກໍ່ງຶກຫົວເຫັນດີ
"ອື້ມ... ກະກຳລັງລົມໆຢູ່ນີ້ແລະ ເອົາໄວ້ໃຫ້ຫມັ້ນໃຈກວ່ານີ້ກ່ອນ ແລ້ວຄ່ອຍມາກັນໃຫມ່ອີກເທື່ອຫນຶ່ງ.... ວ່າແຕ່ເພິ່ນເທາະ ຫາຍໄປໃສມາຕັ້ງບັກດົນໆ ເຂົາຈົນຊິໂທນຳເພິ່ນລະໃດ໋ຫັນ" ຕານ້ອຍບ່ຽງເບນປະເດັນໃຫມ່ ເອົາຈົນຂ້ອຍເກືອບຈະຕັ້ງໂຕບໍ່ທັນ
"ກະຂັບລົດອອກໄປຫລິ້ນຊື່ໆຫັ້ນແລະ ຂັບອອກໄປຄົນດຽວ" ຂ້ອຍພະຍາຍາມຫາເລື່ອງຫລອກລວງມາເລົ່າ ແຕ່ນ້ຳສຽງມັນບໍ່ໄດ້ຊວນໃຫ້ນາງເຊື່ອເລີຍຈັກຫນ້ອຍ
"ບໍ່ຕ້ອງມາຕົວະ ເຂົາຍັງເຫັນລົດເພິ່ນຈອດຢູ່ລຸ່ມ ຕັ້ງແຕ່ເອມາສົ່ງເຂົາ" ແມ່ນຄວາມນາງຫັ້ນແລະ ຂ້ອຍໄປໄດ້ແນວໃດວະ
"ຫວາ ເຂົາລືມ" ຂ້ອຍຍິ້ມແຫ້ງໆ ພະຍາຍາມຫາຄຳແກ້ໄດ້ດີິທີ່ສຸດ ແຕ່ເຫມືອນຂ້ອຍຄິດຫຍັງບໍ່ອອກເລີຍ ເປັນເພາະສາຍຕາຂອງຕານ້ອຍ ກຳລັງເພ່ງມອງດ້ວຍຄວາມຢາກຮູ້ເພື່ອຫາຄຳຕອບຈາກປາກຂອງຂ້ອຍ "ເອີ່ ທີ່ຈິງເຂົາກະຍ່າງອອກໄປເລາະຫລິ້ນແຖວນັ້ນຫັ້ນແລະ ຫລັງຈາກທີ່ເພິ່ນກັບມາເຮືອນ"
"ເຂົາຢາກຟັງຄວາມຈິງ ບໍ່ໄດ້ໃຫ້ເພິ່ນຊອກຫາຄຳແກ້ໂຕ!! ມີແຕ່ຄົນເປັນບ້າເທົ່ານັ້ນແລະ ທີ່ໄປເລາະຫລິ້ນບ່ອນນັ້ນຢູ່ຕອນກາງຄືນ ເຂົາວ່າເພິ່ນເລົ່າຄວາມຈິງມາໃຫ້ເຂົາດີກວ່າ" ຕານ້ອຍບີບເຄັ້ນຂ້ອຍ ຜ່ານນ້ຳສຽງແຂງໆຂອງນາງ ສາຍຕາທີ່ພະຍາຍາມກຳລັງຄົ້ນຫາຄວາມຈິງນຳຂ້ອຍກໍ່ແນມມາຈ້ອງຂ້ອຍຢ່າງບໍ່ກະພິບຢູ່ແບບເກົ່າ ແປວ່າ ຂ້ອຍຄົງຕ້ອງຍອມນາງແລ້ວແທ້ໆ
"ເອີ້ໆ ກະໄດ້" ຂ້ອຍຕອບແບບປັດໆກ່ອນຈະເລີ່ມເລົ່າຄວາມຈິງໃຫ້ນາງຟັງ "ກະຕອນທີ່ເອຂັບລົດມາສົ່ງເພິ່ນ ພັດມີຜູ້ຍິງຄົນຫນຶ່ງທີ່ຊື່ຕຸກຕາມາທ້າເຂົາໃຫ້ແຂ່ງລົດນະ"
"ແລ້ວເພິ່ນກະຕອບວ່າ?"
"ຍອມຕົກລົງແຂ່ງນຳເຂົາເຈົ້າ"
"ທັງທີ່ເພິ່ນຢ້ານນີ້ໃດ໋" ເລື່ອງນີ້ຕານ້ອຍກໍ່ຮູ້ດີວ່າຂ້ອຍຢ້ານຄວາມໄວ
"ອື້ມ .... ແນວອີ່ບ້ານັ້ນມັນມາເວົ້າທ້າດູຖູກເຂົາເດ ເຂົາກະເລີຍຍອມລົງທຶນເປັນຄົນຊ້ອນທ້າຍໃຫ້ເກັ່ງ"
"ໂອ.... ແລ້ວແມ່ນໃຜຊະນະຊັນ" ຕານ້ອຍຖາມຂ້ອຍດ້ວຍຄວາມຢາກຮູ້ ໃນຂະນະທີ່ກຳລັງພາໂຕເອງຫຍັບເຂົ້າມາຫາຂ້ອຍອີກຫນ້ອຍຫນຶ່ງ
"ບໍ່ມີໃຜຊະນະ ພໍດີຕຳຫລວດມາກ່ອນນະ"
"ຫວາ?? ແລ້ວເກັ່ງສົ່ງເພິ່ນແມ່ນບໍ່ມື້ກີ້ນິ ພໍດີໄດ້ຍິນສຽງລົດ"
"ອື້ມ ດຽວເຂົາໄປອາບນ້ຳກ່ອນ ດຽວຊິມານອນ ມັນເດິກລະຕອນນີ້ ຂ້ອຍປ່ຽນປະເດັນໃຫມ່ທັນ ບໍ່ຢາກຈະຫາເລື່ອງຍັງມາເວົ້າກ່ຽວກັບອີ່ຕາຜີບ້ານັ້ນ ແລະແນ່ນອນຕານ້ອຍຍັງຄົງຢາກຟັງເລື່ອງທັງຫມົດອີກ ແຕ່ຂ້ອຍພັດຊັກສາຍຕາປາບປາມໃສ່ນາງເສຍກ່ອນ "ສ່ວນເພິ່ນກະນອນໄດ້ແລ້ວ ເຂົາບໍ່ມີຫຍັງຈະເວົ້າຫຍັງໃຫ້ຟັງອີກ ດຽວຊິຕື່ນໄປຮຽນບໍ່ທັນ"
"ໂດຍ....." ຕານ້ອຍລາກສຽງຢືດຍາວ ກ່ອນຈະຫງາຍຕາລົງນອນ ສ່ວນຂ້ອຍກໍ່ໄດ້ແຕ່ແກວ່ງຫົວໃຫ້ການກະທຳປານເດັກຂອງນາງ ກ່ອນຈະພາໂຕເອງຈະພາໂຕເອງເຂົ້າໄປຫ້ອງນ້ຳທີ່ເຊື່ອມກັບຫ້ອງນອນຂອງຂ້ອຍ
.
.
.
ທີ່ມະຫາໄລ
ຊ່ວງນີ້ ຂ້ອຍມີຮຽນຊົ່ວໂມງອາຈານສົມສະຫນິດໃນເວລາທີ່ຖີ່ກັນ ແລະແນ່ນອນ ຂ້ອຍກໍ່ຈຳເປັນຕ້ອງເຂົ້າໄປຫ້ອງໄວກວ່າປົກກະຕິ ເພື່ອຄວາມປອດໄພຂອງຕົນ ກົງກັບເວລາທີ່ລາວກຳລັງນັ່ງເຮັດຫນ້າຂຶມຢູ່ບ່ອນນັ້ນ ພໍດີລາວເຂົ້າໄວກ່ອນເວລາເປັນປະຈຳ... ເຊິ່ງວ່າຕອນນີ້ຂ້ອຍກໍ່ມີຮຽນລວມກັບອາລີ້ ແລະນາງກໍ່ກຳລັງນັ່ງຢູ່ທາງຂ້າງຂ້ອຍ
ເມື່ອເຂັມຂອງນາລິກາທີ່ວາງເທິງໂຕະຂອງລາວມັນເດີນໄປທີ່ເລກແປດ ສຽງຂອງມັນກໍ່ດັງຂຶ້ນເປັນເຊິງການສົ່ງສານຍານວ່າຊົ່ວໂມງໂມງຮຽນເລີ່ມຂຶ້ນແລ້ວ ຈາກນັ້ນອາຈານສົມສະຫນິດກໍ່ລຸກຂຶ້ນຈາກຕັ່ງ ພາຕົນເອງໄປປິດປະຕູຫ້ອງໄວ້ ກ່ອນຈະກັບມານັ່ງປະຈຳທີ່ ແຕ່ບໍ່ດົນເທົ່າໃດ ກໍ່ມີນັກຮຽນຄົນຫນຶ່ງໄຂປະຕູເຂົ້າມາ ເຮັດໃຫ້ສາຍຕາຂອງນັກສຶກທັງຫລາຍຕ່າງກໍ່ຈ້ອງໄປທີຄົນມາໃຫມ່ຢ່າງຫລີກລ້ຽງບໍ່ໄດ້ ເຜີຍໃຫ້ເຫັນຜູ້ຍິງຄົນຫນຶ່ງ ທີ່ຕັດຜົມສັ້ນໆຍອມຜົມສີທອງ ຜິວຂາວໆ ແຕ່ງຫນ້າໆ ເຊິ່ງວ່ານາງກໍ່ແມ່ນ ຕຸກຕາ ຜູ້ຍິງທີ່ທ້າຂ້ອຍໃນຄືນຂອງການແຂ່ງລົດໃນວັນນັ້ນ
"ເຈົ້າຮູ້ບໍ່ວ່າມັນຈັກໂມງແລ້ວ" ສຽງໂຫດໆຂອງອາຈານສົມສະຫນິດເອີ່ຍຖາມ ໃນລະຫວ່າງທີ່ລາວກຳລັງຫັນຂ້າງຫາແນມເບິ່ງນາງ
"ພໍດີໂມງຂອງນ້ອງຍັງເຫລືອອີກຫ້ານາທີ" ນາງຕອບດ້ວຍສຽງລຽບ ສີຫນ້າປາດສະຈາກຄວາມຢ້ານກົວ
"ແຕ່ໂມງຂອງຂ້ອຍມັນແມ່ໂມງເຄົາລົບທົງຊາດ ສະນັ້ນອອກໄປຈາກຫ້ອງໄດ້ແລ້ວ!!" ອາຈານຊີ້ນິ້ວໄລ່ນາງອອກໄປຢ່າງບໍ່ໄຍດີແຕ່ຢ່າງໃດ ແລະຄຄົນແບບນັ້ນ ຕ້ອງມີອາການສະແດງເຖິງຄວາມບໍ່ພໍໃຈແນ່ນອນ
"ບ້າເອີ້ຍ...!!" ຕຸກຕາສະບັດຄຳອຸທານອອກມາຄ່ອຍໆ ແຕ່ຂ້ອຍກໍ່ພໍສາມາດອ່ານອອກທີ່ມຸມປາກຂອງນາງໄດ້ ຈາກນັ້ນນາງກໍ່ກະທືບເທົ້າອອກໄປ ເຫມືອນຈະເຮັດໃສ່ຜູ້ເປັນອາຈານ ຂ້ອຍໄດ້ແຕ່ແກວ່ງຫົວໃຫ້ກັບການທຳທີ່ເສຍມາລະຍາດສິ້ນດີ ເຖິງວ່າຂ້ອຍຈະບໍ່ຖືກສະຕາກັບອາຈານສະສົມສະຫນິດ ແຕ່ຈັງໃດກິລິຍາຂອງນາງ ກໍ່ບໍ່ຄວນສະແດງອອກມາແບບນັ້ນ ມັນເຫມືອນຄົນທີ່ບໍ່ເຄີຍຖືກສັ່ງສອນມາກ່ອນ
"Well, we have to study right now!! " ສຽງຂອງອາຈານມີອຳນາດພໍຈະເຮັດໃຫ້ບັນດານັກທາງຫລາຍ ພາກັນລະສາຍຕາຈາກເຫດການມື້ກີ້ ແລ້ວກໍ່ຫັນຫນ້າມາຮຽນຕາມປົກກະຕິ...
ແຕ່ວ່າຂ້ອຍຕອນນີ້ພັດມີຂໍ້ຂ້ອງໃຈຫລາຍທີ່ສຸດ ກ່ຽວກັບຜູ້ຍິງມື້ກີ້ນັ້ນ ຂ້ອຍກໍ່ເລີຍໃຊ້ມືນ້ອຍໆຂອງໂຕເອງຂຽນຖາມຫາຄົນທີ່ຢູ່ທາງຫນ້າ ເພື່ອບໍ່ການລົບກວນການສອນຂອງນາງ ຈາກນັ້ນກໍ່ຍື່ນຂໍ້ຄວາມໃຫ້ກັບນາງ
"ຄົນທີ່ຊື່ຕຸກຕານະ ຮຽນຢູ່ຫ້ອງດຽວນຳເພິ່ນຫວາ" ອາລີ້ຫັນມາເບິ່ງຫນ້າຂ້ອຍແປັບຫນຶ່ງ ກ່ອນຈະລົງມືຂຽນຕອບຄຳຖາມຂ້ອຍ ບາດແລ້ວນາງກໍ່ຢື່ນສົ່ງກັບມາຄືນ
"ແມ່ນລະ ຮຽນຢູ່ຫ້ອງດຽວກັບເຂົາ ເປັນຫຍັງ?" ແລ້ວເມື່ອຂ້ອຍອ່ານຈົບຂ້ອຍ ຂ້ອຍລົງມີຂຽນອີກ ແລ້ວກໍ່ຍື່ນໃຫ້ນາງ ໂດຍທີ່ບໍ່ລືມເບິ່ງວ່າອາຈານສົມສະຫນິດຫລາຍແນມມາທາງນີ້ຫລືບໍ່
"ພໍດີ ເຂົາຮູ້ຈັກຢູ່ຫນ້ອຍຫນຶ່ງນະ"
"ໄປຮູ້ຈັກກັນໄດ້ແນວໃດຫັ້ນ ນິໃສຕ່າງກັນປານນັ້ນ ເພິ່ນອອກຈະເປັນເດັກຮຽນ ສ່ວນຕຸກຕາກົງກັນຂ້າມ ເດືອນຫນຶ່ງມາໂຮງຮຽນຈົນນັບໄດ້"
"ຕານ້ອຍໄດ້ບອກເພິ່ນເລື່ອງມື້ຄືນນີ້ບໍ່" ຂ້ອຍບໍ່ຕອບຕາມຄຳຖາມ ແຕ່ບ່ຽງເບນໃສ່ຄຳຖາມອື່ນ ແຕ່ມັນກໍ່ວົກວົນເຂົ້າມາປະເດັ່ນເກົ່າ
"ບອກແລ້ວ ບອກມື້ເຊົ້ານີ້ ແຕ່ມັນກ່ຽວຫຍັງກັບຕຸກຕາ??" ສົງໄສຕານ້ອຍຍັງບໍ່ທັນໄດ້ເວົ້າເລື່ອງທັງຫມົດໃຫ້ນາງຟັງ
"ກະອີ່ຕຸກຕານີ້ແລະ ມັນທ້າເຂົາໃຫ້ແຂ່ງນຳເກັ່ງນະ ເຂົາກະເລີຍຍອມຮັບຄຳທ້າມັນ ແຕ່ວ່າ ເຂົາບໍ່ເຂົ້າໃຈວ່າເປັນຫຍັງ ມັນຄືແນມເບິ່ງເຂົາເປັນຕາຊັງຕະຫລອດນະ ໂດຍສະເພາະຕອນທີ່ເຂົາຊ້ອນທ້າຍກັບເກັ່ງ"
"ບໍ່ໃຫ້ມັນແນມເບິ່ງໄດ້ແນວໃດ ແນວຕອນແຕ່ກີ້ສອງຄົນນີ້ເຂົາເຈົ້າລົມກັນມາກ່ອນ ແຕ່ວ່າເກັ່ງບໍ່ເອົາ ເພາະທົນຮັບນິໃສມັນບໍ່ໄດ້ ກະເລີຍເລີກ ແລະຄັນມີຜູ້ຍິງຫນ້າໃດເຂົາມາວຸ້ນວາຍນຳເກັ່ງນະ ເດືອດຮ້ອນທຸກຄົນ... ຄືຄົນລ່າ ສຸດ ຖືກຕັດສາຍເບກລົດ ເກືອບເອົາຊີວິດບໍ່ລອດ ຕອນນີ້ຍັງນອນໃສ່ເຝືອກຢູ່ໂຮງຫມໍເລີຍ"
ຜູ້ຍິງຄົນນີ້ສຸດແສນຜູກແຄ້ນພະຍາບາດ ສົງໄສຂ້ອຍຕ້ອງຕັ້ງມືຮັບກັບສະຖານາການໄວ້ກ່ອນເສຍແລ້ວ ໃນເມື່ອຂ້ອຍສາມາດສັງເກດເຫັນສາຍຕາທີ່ຈ້ອງມອງຂ້ອຍ ເຫມືອນຈະຫມາຍປອງ ຊິບີບຂ້ອຍໃຫ້ແຫລກຄາມື
"ອີ່ນັ້ນມັນບ້າແທ້ໆເນາະ ຜູ້ຊາຍຄົນດຽວ ຍອມເຮັດໄດ້ຫມົດທຸກຢ່າງ"
"ນາງອາລີ້!!" ສຽງໂຫດຂອງອາຈານເອີ່ຍຖາມຊື່ຂອງນາງດັງພໍສົມຄວນ ເຊິ່ງໃບຫນ້າຂ້ອງລາວກໍ່ເຕັມໄປດ້ວຍຄວາມຄຳຖາມ ເຮັດໃຫ້ພວກຂ້ອຍຕ້ອງຢຸດການສົງຂໍ້ຄວາມສົນທະນາທັນທີ "Stand up, please!!" ອາລີ້ລຸກຂຶ້ນດ້ວຍທາງທ່າກ້າໆກົວໆ ຫັນມາສົບຕາຂ້ອຍເປັນໄລຍະເພື່ອຮ້ອງຂໍຄວາມຊ່ວຍເຫລືອ ເນື່ອງຈາກສິ່ງທີ່ລາວໄດ້ອະທິບາຍມາມື້ກີ້ ມັນບໍ່ໄດ້ຊາບຊືມເຂົ້າຫົວຂອງນາງເລີຍຈັກຫນ້ອຍ
"I just wanna ask you some questions?"
"Ya yes, teacher" ອາລີ້ຂານອອກໄປດ້ວຍສຽງສັ່ນໆ
"Well, you have to choose the best answer to complete the sentence: He has been working here _ I’m going to give you some choices 1. year ….. 1. for. 2. since. What kind of choice is correct?"
"Er… Just moment"
ອາລີ້ຫັນມາຂ້ອຍເພື່ອຂໍຄວາມເຊື່ອເຫລືອ ເປັນຜົນໃຫ້ຂ້ອຍຕ້ອງຈົດຄຳຕອບທີ່ຖືກຕ້ອງ ກ່ອນຈະສົ່ງໄປໃຫ້ນາງ ໂດຍທີ່ພະຍາຍາມໃຫ້ບໍ່ເຮັດໃຫ້ອາຈານເຫັນເຈ້ຍຂອງຂ້ອຍ
"Er… The correct of answer is, for: He has been working here for 2 years"
"Well, you’re right, sit down, please"
"Thank you, teacher"
ອາລີ້ເຖິງກັບຖອນຫາຍໃຈຢ່າງໂລງອອກ ກ່ອນຈະຖິ້ມໂຕລົງນັ່ງບ່ອນເກົ່າ ຂ້ອຍໄດ້ແຕ່ຍິ້ມແຫ້ງໆໃຫ້ນາງ
.
.
.
ສອງອາທິດຜ່ານໄປບໍ່ໄດ້ເອົາລົງ ດົນພໍສົມຄວນເປັນຄັ້ງທຳອິດທີ່ເອົາລົງຂະຫນາດນີ້
ພໍດີຊ່ວງນີ້ສະຫມອງຕັນ ຄິດຫຍັງບໍ່ອອກກະເລີຍເອົາມາລົງຊ້າແດ່ ຈັງໃດກະຝາກອ່ານແດ່ເດີ້