ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 29, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ມີ່ແມ່ລູກຢູ່ 2ຄົນ

ແມ່່່່່່່: ໄດ້ສົ່ງລູກສາວໄປຮຽນພາສາອັງກິດຢູ່ໂຮງຮຽນແຫ່ງໜຶ່່ງ

ລູກສາວ: ໄດ້ຮຽນພາສາອັງກິດເຊິ່ງເຂົ້າໃຈວ່າ ok ແປກວ່າຕົກລົງ

ແມ່ແລະລູກສາວ: ໄດ້ພາກັນໄປຕະຫຼາດແມ່ໄດ້ໃຫ້ລູກສາວຈັບກະຕ່າແລ້ວຊ້ອນລົດທາງຫຼັງຄັບລົດໄປໄດ້ໃລຍະໜຶ່ງແມ່ໄດ້ຄັບລົດຕົກຂຸມເຮັດໃຫ້ກະຕ່າຢູ່ໃນມືລູກສາວຕົກລົງ

ລູກສາວ: ຕົກໃຈບໍ່ຮູ້ຊິເຮັດແນວໃດກະເລີຍໄດ້ຮ້ອງຂື້ນວ່າ "ກະຕ່າແມ່ ok ກະຕ່າແມ່ ok "

ແມ່: ໄດ້ຍິນແນວນັ້ນກະເລີຍຈອດລົດແລະໄດ້ຖາມລູກສາວວ່າເປັນຫຍັງກະຕ່າແມ່ເປັນຫຍັງ ?

ລູກສາວ: ກະເລີຍຕອບໄປວ່າກ່າກະຕ່າ ok ແມ່ຫັນເດ່ລ

ແມ່: ແມ່ນຫຍັງບໍ່ເຂົ້າໃຈກະຕ່າແມ່ ok

ລູກສາວ: ກ່າກະຕ່າແມ່ ok ຫັນເດ່ກະ ok ແປວ່າຕົກລົງອາຈານສອນ