ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຄວາມຮັກ ກັບ ປື້ມອ່ານ:
1. ຢ່າຕັດສີນປື້ມອ່ານວ່າດີ ພຽງແຕ່ເຫັນໜ້າປົກງາມ.
1.ຢ່າຄິດວ່າເຂົາເປັນຄົນດີ ພຽງແຕ່ໄດ້ເຫັນໜ້າກັນພຽງຄັ້ງດຽວ.
2. ການທີ່ມັກອ່ານປື້ມເຫຼັ້ມໜື່ງ ບໍ່ໄດ້ໝາຍຄວາມວ່າປື້ມເຫຼັ້ມນັ້ນ ຈະມີເນື້ອໃນດີໝົດທຸກໜ້າ.
2.ການທີ່ມີຄວາມຮູ້ສຶກດີໆກັບໃຜຄົນໜື່ງ ບໍ່ຈຳເປັນວ່າເຂົາຄົນນັ້ນ ຕ້ອງປາສະຈາກຂໍ້ບົກຜ່ອງຢູ່ໃນຕົວ.
3. ການອ່ານປື້ມກ່ອນອື່ນຕ້ອງໃຊ້ເວລາ ແລະ ສະມາທິ.
3.ການອ່ານໃຈຄົນ ກໍ່ຕ້ອງໃຊ້ເວລາເປັນທີ່ພິສູດ,ເນື່ອງຈ...າກວ່າເຮົາບໍ່ສາມາດຕີລາຄາໃຜຄົນໜື່ງໄດ້ ໃນເວລາພົບເຫັນຄັ້ງທຳອິດ.
4. ປື້ມອ່ານມີຫຼາຍປະເພດໃຫ້ສຶກສາ ຈົ່ງທົດລອງອ່ານເບີ່ງກ່ອນ ຈິ່ງຕັດສີນໃຈໃນຕອນທ້າຍ.
4.ຄົນຍອມມີຫຼາຍປະເພດ ຢ່າເບີ່ງຄົນພຽງທີ່ໜ້າຕາ, ຢ່າຕີລາຄາວ່າດີ ຫຼື ຊົ່ວ ຖ້າຍັງບໍ່ຮູ້ຈັກດີເລິກພໍ.
5. ບາງຄົນ ບາງສິ່ງ ບາງຢ່າງ ທີ່ເຮົາແນມບໍ່ເຫັນຄຸນປະໂຫຍດຂອງມັນ ແຕ່ວ່າບາງທີວັນໜື່ງມັນອາດມີຄ່າສຳຫຼັບເຮົາ ແລ້ວສຸດທ້າຍຈິ່ງຈະຮູ້ວ່າ ສິ່ງດັ່ງກ່າວມີຄ່າຕໍ່ຕົວເຮົາຫຼາຍໜ້ອຍພຽງໃດ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການນຳ ຄືການເປັນຫົວຂະບວນນຳໝູ່ ຖ້າຫົວຂະບວນຫັນໄປທິດທາງໃດ ກາງ ແລະທ້າຍມີທິດທາງຕາມໄປນຳພ້ອມ

ຄືກັນກັບການເປັນຜູ້ນຳຂອງອຳນາດການເມືອງການປົກຄອງ ຜູ້ນຳ ຕ້ອງນຳທິດທາງຂອງປະເທດຊາດດ້ວຍເອົາຫລັກ

ທັມມະເປັນທີ່ຍຶດຖື ຖ້າຜູ້ນຳເອົາກິເລດຕົນເອງນຳປະເທດ ກໍຈະເປັນເຫດໃຫ້ຜູ້ນຳຕາຍ (ຕາຍຈາກຄຸນງາມຄວາມດີ) ແລະ

ປະຊາຊົນກໍຈະຕາຍນຳພ້ອມ ຄືຕາຍຈາກຄວາມອົດຍາກ ອຶດຫີວ ເຂົ້າປາອາຫານ ເພາະຜູ້ນຳທີ່ນຳຂາດຫລັກທັມມະນັ້ນ

ຈະບໍ່ມີຄຸນນະທັມ ສີນທັມ ສໍ້ລາດບັງຫລວງ ບັງບຽດ ສຽດສີລາດຊະດອນ ທຸກທົ່ວສາລະພັດ ເປັນເຫດໃຫ້ປະຊາຊົນເດືອດຮ້ອນ

ສົນລະມົນອົນທະການໃນສັງຄົມ ຜູ້ນຳດີ ຕ້ອງປະກອບໄປດ້ວຍ ຄວາມຮູ້ ຄວາມສາມາດ ສະຫລາດຫລັກແຫລມ ແລະສິ່ງທີ່

ສຳຄັນຄື ຄຸນນທັມ ສີນທັມ ຄືມີທັມມະ ນັ້ນເອງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ການເມືອງຖືວ່າເປັນສ່ວນໜຶ່ງຂອງຊີວິດຂອງພວກເຮົາ ຜົນການປ່ຽນແປງທາງການເມືອງ ຄືຜົນການປ່ຽນແປງວິຖີຊິວິດເຮົາ ເນື່ອງຈາກມະນຸດເປັນສັດສັງຄົມ ຕ້ອງຢູ່ຮ່ວມກັນກັບຄົນອື່ນໆ ຫລາຍຊີວິດຫລາຍຈິດໃຈ ເພາະສະນັ້ນການປະພຶດອາດແຕກຕ່າງກັນ ການປະພຶດເຫລົ່ານັ້ນອາດຈະດີ ແລະຊົ່ວ ການເມືອງມີຫນ້າທີ່ຈັດສັນການປະພຶດຊົ່ວ ທີ່ຂາດຫລັກສີນທຳ ໃຫ້ຢູ່ໃນເກນ ມາດຕະຖານທີ່ສັງຄົມຍອມຮັບ ກະຄືຢູ່ໃນຂອບສີນທຳນັ້ນເອງ ສະນັ້ນການເມືອງ ຄືຊີວິດ ຊີວິດຄືການເມືອງ ຖ້າຕ້ອງການໃຫ້ຊີວິດເຮົາດີ ຕ້ອງກຳໜົດລະບົບການໃຫ້ດີກ່ອນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ມີຄົນພຸດຫລາຍຄົນກັງວົນວ່າ ການນັບຖືສາດສະຫນາພຸດ ເຮັດຫຍັງ ມີແຕ່ບາບກັບບາບ ຢາກປ່ຽນໄປນັບຖືສາດສະຫນາອື່ນດີກວ່າບໍ່ດີບໍນໍ? ມັນສະບາຍໃຈດີ ແຕ່ຢາກຂໍເຕືອນບຸກຄົນເຫລົ່ານັ້ນ ວ່າ : ເຖິງວ່າເຮົາຈະປ່ຽນໄປນັບຖື ສາດສະຫນາອື່ນກໍຕາມ ກັມໃດທີ່ເຮົາເຮັດ ມັນກະຍັງສົ່ງຜົນຕໍ່ເຮົາຄືເກົ່າ ຍົກຕົວຢ່າງ ມີກອງໄຟ ກອງຫນຶ່ງ ລອງໃຫ້ຄົນພຸດ ຄົນອີດສະຫລາມ ຄົນຄຣີສ ມາຈັບເບິ່ງດູວ່າມັນຊິຮ້ອນບໍ່ ຖ້າທຸກຄົນມີຄວາມຮູ້ສຶກອັນດຽວກັນ ສະເເດງວ່າ ຫລັກກັມ ທາງພຸດທະສາດສະຫນາ ຄືຫລັກສາກົນ ບໍ່ປານີຄົນນັບຖືສາດສະຫນາໃດ ທຳດີໄດ້ດີ ທຳຊົ່ວໄດ້ຊົ່ວ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອັນໃດຄືແກ່ນແທ້ຂອງພຸດທະສາສະໜາ? ທ່ານຜູ້ອ່ານເຄີຍຖາມຕົນເອງບໍໃນນາມທີ່ເປັນຊາວພຸດ? ເຮົາອາດຈະບໍ່ເຄີຍຖາມຕົນເອງຊ້ຳ ເວັ້ນເສຍແຕ່ເພິ່ນຜູ້ຮູ້ແລ້ວ,ມີຫຼາຍຄົນອາດຈະບໍ່ສົນໃຈຢາກຮູ້ຊ້ຳ ຄິດພຽງແຕ່ວ່າ ມັນເປັນເລື່ອງຂອງຄູບາຢູ່ວັດ. ຖ້າເປັນແນວນັ້ນ ເຮົາກໍຈະບໍ່ຮູ້ ຖ້າມີສັດທາໃນນາມເປັນຊາວພຸດ ກໍຈະໄດ້ແຕ່ສັດທາ ເຊື່ອແບບບໍ່ສົນໃຈ ພຽງແຕ່ມີບັນຫາມາແລ້ວຈິ່ງເຂົ້າວັດກໍພໍ ນີ້ກໍຍັງເປັນເລື່ອງດີທີ່ເຂົ້າວັດ ບາງຄົນຮອດບໍ່ເຂົ້າເລີຍ ຈົນລໍຖ້າເຂົາເອົາກະດູກໄປໄວ້ວັດກໍມີ.

ທີ່ຈິງແລ້ວ ຄຳສອນໃນພຸດທະສາສະໜາ ມີຢູ່ຢ່າງຫຼວງຫຼາຍ ທີ່ບັນຈຸໄວ້ໃນພຣະໄຕປິດົກ ລວມແລ້ວ 84,000 ພຣະທັມມະຂັນທ໌ ເຊິ່ງພຣະພຸດທະອົງໄດ້ເທສະໜາສັ່ງສອນຕະຫຼອດໄລຍະເວລາ 45 ພັນສາເມື່ອຍັງຊົງພຣະຊົນຢູ່. ຕໍ່ມາພຣະທັມຄຳສອນດັ່ງກ່າວ ກໍໄດ້ຖືກສຶກສາຮ່ຳຮຽນ ປະຕິບັດແລະຖ່າຍທອດມາ ໂດຍຜ່ານພຣະສົງສາວົກ ໃນນັ້ນ ໄດ້ມີການຈັດສັງຄາຍະນາ(ປະຊຸມສົງ)ຫຼາຍຄັ້ງ ເພື່ອຮ້ອຍຮຽງຄຳສອນເອົາໄວ້ຈົນເຖິງປັດຈຸບັນ.  ແຕ່ຄຳສອນທັງໝົດນັ້ນ ມີມາກມາຍກ່າຍກອງ   ເໝາະສຳລັບຄົນທຸກປະເພດ ປຽບເໝືອນຢາຮັກສາໂຣຄ ແມ່ນມີສຳລັບປິ່ນປົວທຸກຊະນິດ ຕ່າງແຕ່ວ່າເຮົາຈະເລືອກເອົາຢາຂະໜານໃດທີ່ເຫັນວ່າເໝາະສົມກັບເຮົາ.  ໃນນັ້ນ ເພິ່ນໄດ້ແບ່ງອອກເປັນ ທັມມະຂັ້ນໂລກີຍະ ແລະຂັ້ນໂລກຸຕຕະຣະ. ຂັ້ນໂລກີຍະໝາຍເຖິງທັມມະທີ່ເປັນຂັ້ນທຳມະດາສຳລັບຄົນທົ່ວໄປ ເຊັ່ນທັມມະສຳລັບຄອບຄົວຂອງຄາຣະວາດເພື່ອນຳໃຊ້ໃນຊີວິດປະຈຳວັນ, ສ່ວນຂັ້ນໂລກຸຕຕະຣະ ເປັນທັມມະຂັ້ນສູງ ເວົ້າເຖິງຫຼັກປະຣະມັຕຖ໌ ເນັ້ນໜັກການປະຕິບັດເພື່ອໃຫ້ເຂົ້າເຖິງຫຼັກສັດຈະທັມແຫ່ງການບັນລຸມັກຜົນນິບພານເປັນສ່ວນໃຫຍ່.

 

ແຕ່ໃນຫຼັກທັມທັງຫຼາຍທີ່ບັນຈຸໄວ້ໃນພຣະໄຕປິດົກນັ້ນ ເມື່ອຈະຫຍໍ້ລົງມາໃຫ້ເປັນຫົວໃຈຫຼັກສຳຄັນ ເປັນແກ່ນແທ້ຂອງພຣະພຸດທະສາສະໜາແລ້ວ ແມ່ນມີຢູ່ 3 ປະການຄື ຫຼັກປະຕິບັດທີ່ເນັ້ນເລື່ອງສິນ, ສະມາທິ ແລະປັນຍາ, ອາດຈະເວົ້າໄດ້ວ່າ ພຣະວິໄນປິດົກ ໝາຍເຖິງສິນ, ພຣະສູດຕັນຕະປິດົກ ໝາຍເຖິງສະມາທິ ແລະ ພຣະອະພິທັມ ແມ່ນເນັ້ນໄປທາງປັນຍາ.

ໃນທີ່ນີ້ ຂະບວນການທີ່ຈະເຂົ້າເຖິງແກ່ນແທ້ແລະສັດຈະທັມໄດ້ໂດຍການຮູ້ແຈ້ງດ້ວຍຕົນເອງ ຄື ຂັ້ນປະຕິເວດແຕກສານທາງດ້ານປັນຍາທີ່ເກີດຈາກການປະຕິບັດ ບໍ່ແມ່ນເກີດຈາກການອ່ານນັ້ນ ຜູ້ທີ່ຈະປະຕິບັດຈະຕ້ອງມີສິນເປັນພື້ນຖານ ຄືຈະຕ້ອງຖືສິນຢ່າງເຄັ່ງຄັດບໍ່ດ່າງພ້ອຍ, ຖ້າຫາກວ່າສິນບໍ່ບໍລິສຸດ ກໍຈະເປັນບັນຫາໃນການປະຕິບັດຫຼືຝຶກຝົນສະມາທິຈິດ ຍາກທີ່ຈະໄດ້ບັນລຸທັມມະຂັ້ນສູງໄດ້ ເພາະສິນຄືພື້ນຖານຂອງພຣົມມະຈັນ ແລະມີແຕ່ຊີວິດທີ່ເປັນພຣົມມະຈັນ ຄືການປະຕິບັດເນກຂັມມະ(ອອກບວດ)ເທົ່ານັ້ນຈິ່ງຈະໄດ້ບັນລຸທັມຂັ້ນສູງ ຈົນເຖິງຄວາມເປັນໂສດາປະຕິຜົນໄດ້. ແຕ່ຖ້າສຳລັບເປັນຄາຣະວາດ ກໍຈະຕ້ອງຮັກສາສິນຫ້າ ແລະສິນແປດໃຫ້ບໍລິບູນ ຈິ່ງຈະມີໂອກາດໄດ້ເຂົ້າເຖິງແກ່ນແທ້ແຫ່ງສັດຈະທັມ ແຕ່ອາດຈະບໍ່ເຖິງຄວາມເປັນພຣະອໍຣະຫັນ ເວັ້ນເສັຍແຕ່ວ່າ ເມື່ອບັນລຸແລ້ວຮີບຟ້າວບວດເປັນພຣະ ເໝືອນດັ່ງ ພຣະຍັດສະກຸນລະບຸດ ໄດ້ບັນລຸອໍຣະຫັນແຕ່ຄາວເປັນຄາຣະວາດ ແຕ່ກໍຈຳເປັນຕ້ອງບວດພາຍໃນເຈັດວັນ ຖ້າບໍ່ດັ່ງນັ້ນກໍຈະປະຣິນິບພານ ເຫດຜົນກໍຍ້ອນວ່າ ຮ່າງກາຍແລະສິນຂອງຄາຣະວາດບໍ່ເໝາະສົມທີ່ຈະຮອງຮັບອໍຣະຫັນຕະຜົນ.

ເລື່ອງກ່ຽວກັນການຈະເລີນສິນ, ສະມາທິແລະປັນຍານີ້ ສ່ວນໃຫຍ່ແມ່ນເນັ້ນໜັກໄປທາງຝ່າຍພຣະສົງ ສ່ວນຄາຣະວາດນັ້ນ ໃຫ້ພັດທະນາທາງດ້ານການໃຫ້ທານ, ຮັກສາສິນແລະຈະເລີນພາວະນາ  ນີ້ຄືຫົນທາງທີ່ເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາເຊັ່ນດຽວກັນ.  ຖ້າຫາກວ່າພວກເຮົາຊາວພຸດ ພ່ຳເພັງປາຣະມີຕົນເອງຕາມຫຼັກການ 3 ຢ່າງນີ້ ກໍຖືວ່າຈະມີໂອກາດເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາ. ສະນັ້ນ, ຈິ່ງສົມຄວນພັດທະນາຕາມເສັ້ນທາງແຫ່ງສິນ, ສະມາທິ, ປັນຍາ ຫຼື ທານ, ສິນ, ແລະພາວະນານີ້ໃຫ້ບໍລິບູນ.

ນອກຈາກນີ້ແລ້ວ ພຣະພຸດທະເຈົ້າຍັງຫຍໍ້ຄຳສອນທີ່ເປັນແກ່ນແທ້ລົງໃນໂອວາທະປາຕິໂມກ ເຊິ່ງໄດ້ຊົງສະແດງແກ່ພຣະອໍຣະຫັນຂີນາສົບຈຳນວນ 1250 ອົງທີ່ໄດ້ມາຊຸມນຸມກັນໂດຍບໍ່ໄດ້ນັດໝາຍໃນວັນອາສາລະຫະບູຊາ ເດືອນແປດເພັງ ມີໃຈຄວາມແຫ່ງໂອວາທະປາຕິໂມກດັ່ງນີ້:

  1. ສັພພະປາປັສສະ ອະກະຣະນັງ : ການບໍ່ເຮັດຄວາມຊົ່ວທັງປວງ,
  2. ກຸສາລັສສຸປະສັມປະທາ: ການສ້າງສົມໄວ້ແຕ່ຄວາມດີ,
  3. ສະຈິຕຕະ ປະຣິໂຍທະປານັງ : ການຝຶກອົບຮົບຈິດໃຈໃຫ້ບໍລິສຸດ.

ຖ້າຈະເວົ້າແລ້ວ ກໍແມ່ນອັນດຽວກັນກັບການຈະເລີນ ສິນ, ສະມາທິ ແລະປັນຍານັ້ນເອງ.  ເມື່ອອ່ານເບິ່ງສາມຂໍ້ຂ້າງເທິງນີ້ແລ້ວ ເບິ່ງຄືວ່າເປັນເລື່ອງງ່າຍ ແຕ່ທີ່ຈິງແລ້ວປະຕິບັດຍາກ ເພາະວ່າ ຄົນເຮົາຈະຕ້ອງມີສັມມາທິດຖິເປັນພື້ນຖານ ຈິ່ງຈະສາມາດຮູ້ຈຳແນກໄດ້ວ່າ ອັນໃດດີແລະອັນໃດຊົ່ວ ເພື່ອເລືອກປະຕິບັດແລະງົດເວັ້ນ. ໃນທັມສາມຂໍ້ນີ້ ຖ້າຫາກວ່າເຮົາບໍ່ມີເວລາທີ່ຈະໄປສຶກສາຮ່ຳຮຽນພຣະທັມຄຳສອນທີ່ມາກມາຍໃນພຣະໄຕປິດົກ ທ່ານກໍພະຍາຍາມປະຕິບັດຕາມນີ້ ກໍສາມາດເຮັດໃຫ້ຕົນເອງເປັນຄົນດີ ແລະມີໂອກາດເຂົ້າເຖິງກະແສແຫ່ງມັກຜົນນິບພານໄດ້ແລ້ວ.

ນອກຈາກການເວົ້າເຖິງຫຼັກທັມທີ່ເປັນແກ່ນຂອງພຣະພຸດທະສາສະໜາແລ້ວ ເຮົາມາສຶກສາເລື່ອງລັກສະນະຂອງພຣະພຸດທະສາສະໜາຕື່ມອີກ. ພຣະພຸດທະສາສະໜາກໍປຽບເໝືອນຕົ້ນໄມ້, ປຽບເໝືອນໝາກພ້າວ ຈະຕ້ອງມີສາມຊັ້ນຄື: ຊັ້ນທີ່ເປັນເປືອກ, ເປັນມອກ ແລະເປັນແກ່ນ.  ໃນນີ້ ອັນໃດເປັນເປືອກ, ເປັນມອກ ແລະເປັນແກ່ນທ່ານຮູ້ບໍ່?

ສິ່ງທີ່ເປັນເປືອກນອກຂອງສາສະໜານັ້ນ ໝາຍເຖິງພິທິກັມ ເຊັ່ນການໄຫວ້ພຣະສູດມົນ, ການເຮັດພິທີທາງສາສະໜາ ມີການສູດຂື້ນເຮືອນໃໝ່ ແລະບາງຄັ້ງກໍມີພິທີກັມທີ່ເປັນຄວາມເຊື່ອຂອງສາສະໜາພຣາມແຊກແຊກຢູ່ນຳ ເຊັ່ນ ການສູດເສຍເຄາະ, ສູດຕັດກັມຕັດເວນ, ການໃສ່ບາດຢາດນໍ້າ, ສູດນ້ຳມົນເຫຼົ່ານີ້ເປັນຕົ້ນ ລ້ວນແຕ່ແມ່ນເປືອກນອກຂອງພຸດທະສາສະໜາ ແລະກໍຖືໄດ້ວ່າປຽບເໝືອນເປືອກທີ່ຫໍ່ຫຸ້ມພຸດທະສາສະໜາເອົາໄວ້ ມີຜົນປະໂຫຍດຢູ່ເຊັ່ນກັນ ຍ້ອນສາມາດດຶງດູດຄົນທີ່ຍັງບໍ່ຮູ້ແທ້ເຂົ້າມານັບຖືພຸດທະສາສະໜາ. ຫຼັງຈາກປະຕິບັດຕາມເປືອກນອກແລ້ວ ດົນໆໄປກໍຈະມີການພັດທະນາເຂົ້າເຖິງຂັ້ນມອກ ນັ້ນຄືການຝຶກອົບຮົບຈິດໃຈ ໂດຍການຈະເລີນກັມມະຖານ. ເມື່ອພາກພຽນປະຕິບັດຕາມຂັ້ນຕອນຢ່າງຖືກຕ້ອງແລ້ວ ກໍຈະສາມາດໄຕ່ເຕົ້າເຖິງຂັ້ນເກີດປັນຍາ ແຕກສານໃນຫຼັກທັມ ຈົນສາມາດຕັດກິເລສຕັນຫາໄດ້. ນີ້ຄືຫົນທາງເພື່ອພັດທະນາໃຫ້ເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາ ແລ້ວຈິ່ງຈະໄດ້ປັນຍາທີ່ຈົບສິ້ນຄວາມສົງໄສ ບັນລຸເປັນພຣະອໍຣະຫັນໄດ້ ເຖິງແມ່ນວ່າໃນຊາດປະຈຸບັນບໍ່ທັນໄດ້ ກໍຈະເປັນອຸປະນິໄສປັດໄຈຕໍ່ເນື່ອງເຖິງພຣະນິບພານໃນອະນາຄົດອັນບໍ່ຊ້າບໍ່ນານນີ້.

ແຕ່ຕາມທີ່ສັງເກດເບິ່ງແລ້ວ ພວກເຮົາສ່ວນໃຫຍ່ ຍັງໄປຕິດຂ້ອງຢູ່ໃນຂັ້ນເປືອກ ຄືຕິດຢູ່ໃນພິທີກັມຫຼາຍກ່ວາ ບາງທີ່ກໍຕິດໃນເລື່ອງອະພິນິຫານ, ເລື່ອງວິເສດວິໂສ ຍັງລໍການຊ່ວຍເຫຼືອຈາກຄົນອື່ນ ແທນທີ່ຈະຕັ້ງໃຈປະຕິບັດດ້ວຍຕົນເອງ. ເວລາເຂົ້າວັດ ກໍເນັ້ນໜັກແຕ່ເລື່ອງໃຫ້ທານ ຮັກສາສິນ ແຕ່ບໍ່ຄ່ອຍພາກັນພັດທະນາທາງດ້ານຈິດໃຈ ຄືການອົບຮົມກັມມະຖານ. ເມື່ອເປັນແນວນີ້ກໍເປັນການຍາກທີ່ຈະເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາ. ຄົນລາວເຮົາສ່ວນໃຫຍ່ຍັງເປັນແນວນີ້ຢູ່ ຄືຍັງນັບຖືແບບປະເພນີ ແຕ່ຍັງຂາດການສົ່ງເສີມປັນຍາທາງດ້ານຈະເລີນພາວະນາ ຕ່າງຈາກຊາວຕາເວັນຕົກ ເວລາພວກເຂົາເຈົ້ານັບຖືພຸດທະສາສະໜາ ເຂົາຈະເນັ້ນໜັກໃນການສຶກສາພຣະທັມຄຳສອນແລະຈະເລີນສະມາທິພາວະນາຫຼາຍກ່ວາ  ຈິ່ງເຮັດໃຫ້ເກີດປັນຍາແບບບໍ່ຄອນແຄນ ເຊື່ອໝັ້ນໃນສາສະໜາພຸດ ແລະສາມາດເປັນທີ່ເພິ່ງຂອງຕົນເອງໄດ້ ຫຼາຍກ່ວາຈະລໍຖ້າໄປສູດນ້ຳຣົດນ້ຳມົນ ແລະເສຍເຄາະສະເດາະນາມເປັນຕົ້ນ.  ເຖິງຢ່າງໃດກໍຕາມ, ການສູດນ້ຳມົນ, ການຜູກຂຽນ, ການເສຍເຄາະຕໍ່ດວງຊະຕາເຫຼົ່ານັ້ນ ກໍບໍ່ໄດ້ໝາຍຄວາມວ່າບໍ່ດີ  ຖ້າຈະໃຫ້ດີແທ້ນັ້ນເຮົາຕ້ອງເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາດ້ວຍຕົນເອງ ຄືເປັນທີ່ເພິ່ງຂອງຕົນເອງໄດ້. ອີກຢ່າງໜຶ່ງ ການນັບຖືພຸດທະສາສະໜາແບບປະເພນີຄືຄົນລາວເຮົາ ກໍຍັງເປັນການຮັກສາໄວ້ເຊິ່ງສັດທາທີ່ບໍ່ຄອນແຄນ ແລະເປັນເອກະລັກ, ເປັນຄົນຮັກຫອມວັດທະນະທັມ ຈົນເຮັດໃຫ້ພຣະພຸດທະສາສະໜາສືບທອດມາຈົນເຊັ່ນລູກເຊັ່ນຫຼານໃນຍຸກປັດຈຸບັນ.

 

ສະລຸບແລ້ວ ແກ່ນແທ້ຂອງພຸດທະສາສະໜາ ກໍຄືການປະຕິບັດໃຫ້ເຂົ້າເຖິງປັນຍາໃນຂັ້ນປະຣະມັຕຖ໌ ຄືການຮູ້ແຈ້ງສັດຈະທັມດ້ວຍຕົນເອງ ຈິ່ງຈະສົມກັບພຸດທະພົດທີ່ພຣະອົງຕັດໄວ້ວ່າ : ອັຕຕະຫິ ອັຕຕະໂນ ນາໂຖ  ເຊິ່ງມີຄວາມໝາຍວ່າ ຕົນແລ ເປັນທີ່ເພິ່ງຂອງຕົນ  ກໍຄືຕົນທີ່ຝຶກຝົນຕົນເອງໄດ້ ຍ່ອມເປັນທີ່ເພິ່ງແຫ່ງຕົນ ຫຼື ທັມມະທີ່ຕົນຝຶກດີແລ້ວນັ້ນຈະເປັນທີ່ເພິ່ງແກ່ຜູ້ປະຕິບັດ ດັ່ງໃນພຸດທະພົດທີ່ວ່າ: ທັມໂມ ຫະເວ ຣັກຂະຕິ ທັມມະຈາຣີ  ມີຄວາມໝາຍວ່າ ທັມຍ່ອມຮັກສາຜູ້ປະພຶດທັມ ແລະເມື່ອປະຕິບັດໄດ້ແນວນັ້ນແລ້ວ ພວກເຮົາກໍຈະບໍ່ຈໍາເປັນຕ້ອງໄປເຊື່ອເລື່ອງດວງຊະຕາວາດສະໜາອີກຕໍ່ໄປ ຈິ່ງຈະສົມກັບວ່າ ເຂົ້າເຖິງແກ່ນແທ້ຂອງພຣະພຸດທະສາສະໜາ ແລະເປັນຊາວພຸດທີ່ມີສັດທາຢ່າງຕັ້ງໝັ້ນ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2012 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ທຸກໆທີ່ເກີດມາເປັນມະນຸດ ທຸກຄົນຫລີກລ້ຽງຄຳກ່າວວ່າຮ້າຍນິນທາແນ່ນອນ ເພາະມັນເປັນທຳມະດາຂອງໂລກ ເມື່ອຖືກນິນທາແລ້ວໃຫ້ຄິດວ່າ

ນີ້ເປັນທຳມະດາຂອງໂລກ ຂ້າພະເຈົ້າເຊື່ອວ່າບໍ່ມີໃຜຈັກຄົນຊິລອດພົ້ນຈາກຄຳດ່າ ນິນທາໄປໄດ້ ເພາະວ່າແມ້ແຕ່ພຣະພຸດທະເຈົ້າ ຂະໜາດທ່ານ

ເປັນຜູ້ປະເສີດ ບໍລິສຸດສູງສຸດ ພຣະອົງຍັງບໍ່ພົ້ນຄຳກ່າວ ດ່າ ວ່ານິນທາຈາກປາກຄົນພານກ່າວໂຈມຕີ ວ່າຊົ່ວ ຮ້າຍ ແບບນັ້ນ ແບບນີ້ໄປໄດ້ ແລ້ວ

ຖ້າມາປຽບທຽບໃສ່ເຮົາລະ ເຮົາເປັນພຽງຄົນທຳມະດາສາມັນທີ່ໜາໄປດ້ວຍກິເລດຕັນຫາ ຍັງມີທັ້ງຊົ່ວ ແລະດີປະປົນກັນຢູ່ ຊິໄປລອດພົ້ນຈາກຄຳນິນທາ

ໄດ່ແນວໃດ ຖ້າທ່ານຄິດແບບນີ້ຂ້າພະເຈົ້າວ່າ ສາມາດຊ່ວຍບັນເທົາຄວາມທຸກໃຈຂອງທ່ານໄປບໍ່ຫລາຍກໍນ້ອຍລອງປະຕິບັດ ຫັດຄິດເບິ່ງເດີພີ່ນ້ອງພັນລາວ

ການຖືກນິນທາເປັນເລື່ອງທຳມະດາຂອງໂລກ ມັນເກີດຂື້ນມາພ້ອມກັບໂລກ(ໂລກະທັມ) ແລະການນິນທາຈະຍັງຢູ່ຄູ່ໂລກຕະຫລອດໄປ ຈົນໂລກແຕກພຸ້ນແຫລະ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 16, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຍິນດີໃນສິ່ງທີ່ໄດ້ມາ ແລະຍອມຮັບໃນສິ່ງທີ່ເສຍໄປ

ຫລັງພະຍຸຜ່ານໄປ ຟ້າຍ່ອມສົດໄສ

ຫລັງຜ່ານປັນຫາ ຈະຮູ້ວ່າປັນຫານັ້ນບໍ່ຍາກເລີຍ

ບໍ່ເປັນນາຍົກ ຫັ້ນໄດ້  ແຕ່ບໍ່ໃຫ້ເປັນຄົນແມ່ນບໍ່ໄດ້

ມີແຕ່ມື້ນີ້ມີຄ່າ   ບໍ່ມີມື້ຫນ້າ ບໍ່ມີມື້ຫລັງ ອະດີດກໍຜ່ານໄປແລ້ວ

ອະນາຄົດມາບໍ່ທັນເຖິງ ເຮັດມື້ນີ້ໃຫ້ດີທີ່ສຸດ ມື້ຫນ້າຈະດີເອງ

ຢ່າຫວັງຄວາມຮັກຈາກໃຜ ເພາະຄົນທີ່ເຈົ້າຮັກ ເຂົາບໍ່ໄດ້ຮັກເຈົ້າໝົດທຸກຄົນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ຄວາມເຂົ້າໃຈຕະຫລອດມາຕາມທີ່ຕິດຕາມການເມືອງໃນຂ່າວແລະການເລືອກຕັ້ງການບໍລິຫານງານຂອງລັດຖະບານຕ່າງປະເທດແລະໃນລາວ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນນັ້ນແມ່ນລັດຖະບານມີຫນ້າທີ່ຕ້ອງໄດ້ດູແລເບີ່ງແຍງຄວາມທຸກຄວາມສຸກນັ້ນ ສະນັ້ນການອອກນະໂຍບາຍຕ່າງໆ ການປະຕິບັດນະໂຍບາຍນັ້ນເເມ່ນວຽກບ້ານການເມືອງທັງນັ້ນ ສະນັ້ນຂ້າພະເຈົ້າຈີ່ງສັງເກດວ່າການເມືອງແມ່ນມີຄວາມສຳຄັນທີ່ສຸດຕໍ່ຊິວິດການເປັນຢູ່ຂອງປະຊາຊົນບໍ່ວ່າແຕ່ຄົນມີຄົນທຸກການເມືອງກໍມີຜົນກະທົບຖ້າ
ນັກການເມືອງແລະລັດທະບານບໍ່ລີຫານປະເທດໄປໃນທາງບໍ່ຖືກຕ້ອງ ເຊັ່ນ ການເກັບພາສີທີ່ດິນ ພາສີການລົງທືນຕ່າງ ພາສີລັດຖະກອນ ແລະພາສີອື່ນ ນ້ອກຈາກນີ້ຍັງມີເງີນລົງທະບຽນ ແລະເງິນ ເຮັດເອກະສານຕ່າງ ພາສີບໍລິການ ຖ້າມາເບີ່ງລວມເເລ້ວເງິນພາສີແຕ່ລະປີກໍມະຫາສານພໍສົມຄວນອາດພໍທີ່ຈະພັດທະນາປະເທດໃຫ້ເດິນຫນ້າໄດ້ຢ່າງດີກວ່າທີ່ເປັນຢູ່ ຖ້າຫາກມີການກິນສິນບົນນ້ອຍລົງໃນປະເທດ ນັ້ນແມ່ນພຽງສ່ວນຫນື່ງທີ່ຢາກກ່າວໃຫ້ຮູ້ຄວາມສຳຄັນຂອງການເມືອງແຕ່ຄວາມຈິງແລ້ວການເມືອງແມ່ນມີອົງປະກອບຫລາຍຢ່າງຫລືເວົ້າໄດ້
ວ່າເກືອບທຸກດ້ານທີ່ມີຜົນກະທົບຕໍ່ຄວາມເປັນຢູ່ຂອງປະຊາຊົນພາຍໃນຊາດ ດ້ວຍເຫດນັ້ນເຮົາຄວນເອົາໃຈໃສແລະໃຫ້ຄວາມສົນໃຈການເມືອງເພີ່ມຂື້ນຂ້າພະເຈົ້າຄິດວ່າຖ້າທຸກຄົນມີຄວາມຕື່ນຕົວໃນສັງຄົມລາວເຮົາ ເປັນຫູເປັນຕາຕໍ່ການປະຕິບັດຫນ້າທີ່ຂອງເຈົ້າຫນ້າທີ່ທີ່ເຮັດຜິດນັ້ນໂດຍສະເພາະລັດຖະກອນລັດ ມັນຈະເປັນການດີຂື້ນແທ້ ເພາະຄົນບໍ່ດີເລົ່ານັ້ນຢ່າງນ້ອຍກໍຍັງໄດ້ຄຳເນິງວ່າການເຮັດຜິດບໍ່ດີ ຖ້າຈະເຮັດຜິດກະມີປະຊາຊົນເບີ່ງເຮົາຢູ່ ແຕ່ຖ້າປະຊາຊົນເສິຍເມິຍກໍເປັນການຈູດສະນວນໃຫ້ຄົນບໍ່ດີທີ່ມີອຳນາດໄດ້ໃຈສໍ້ໂກງຕ່າງໆນາໆ
ເຖິງເວລາແລ້ວຕິບໍທີ່ຄົນລາວຈະມີສ
ະຕິແລະຊ່ວຍກັນປູກຝັງແນວຄິດດີໆໃຫ້ຄົນລາວທີ່ຮັກຄົນລາວແທ້ໆໃຫ້ເປັນ
ສັງຄົມທີ່ມີແຕ່ການສ້າງຄວາມດີ