ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ອັນໃດຄືແກ່ນແທ້ຂອງພຸດທະສາສະໜາ? ທ່ານຜູ້ອ່ານເຄີຍຖາມຕົນເອງບໍໃນນາມທີ່ເປັນຊາວພຸດ? ເຮົາອາດຈະບໍ່ເຄີຍຖາມຕົນເອງຊ້ຳ ເວັ້ນເສຍແຕ່ເພິ່ນຜູ້ຮູ້ແລ້ວ,ມີຫຼາຍຄົນອາດຈະບໍ່ສົນໃຈຢາກຮູ້ຊ້ຳ ຄິດພຽງແຕ່ວ່າ ມັນເປັນເລື່ອງຂອງຄູບາຢູ່ວັດ. ຖ້າເປັນແນວນັ້ນ ເຮົາກໍຈະບໍ່ຮູ້ ຖ້າມີສັດທາໃນນາມເປັນຊາວພຸດ ກໍຈະໄດ້ແຕ່ສັດທາ ເຊື່ອແບບບໍ່ສົນໃຈ ພຽງແຕ່ມີບັນຫາມາແລ້ວຈິ່ງເຂົ້າວັດກໍພໍ ນີ້ກໍຍັງເປັນເລື່ອງດີທີ່ເຂົ້າວັດ ບາງຄົນຮອດບໍ່ເຂົ້າເລີຍ ຈົນລໍຖ້າເຂົາເອົາກະດູກໄປໄວ້ວັດກໍມີ.

ທີ່ຈິງແລ້ວ ຄຳສອນໃນພຸດທະສາສະໜາ ມີຢູ່ຢ່າງຫຼວງຫຼາຍ ທີ່ບັນຈຸໄວ້ໃນພຣະໄຕປິດົກ ລວມແລ້ວ 84,000 ພຣະທັມມະຂັນທ໌ ເຊິ່ງພຣະພຸດທະອົງໄດ້ເທສະໜາສັ່ງສອນຕະຫຼອດໄລຍະເວລາ 45 ພັນສາເມື່ອຍັງຊົງພຣະຊົນຢູ່. ຕໍ່ມາພຣະທັມຄຳສອນດັ່ງກ່າວ ກໍໄດ້ຖືກສຶກສາຮ່ຳຮຽນ ປະຕິບັດແລະຖ່າຍທອດມາ ໂດຍຜ່ານພຣະສົງສາວົກ ໃນນັ້ນ ໄດ້ມີການຈັດສັງຄາຍະນາ(ປະຊຸມສົງ)ຫຼາຍຄັ້ງ ເພື່ອຮ້ອຍຮຽງຄຳສອນເອົາໄວ້ຈົນເຖິງປັດຈຸບັນ.  ແຕ່ຄຳສອນທັງໝົດນັ້ນ ມີມາກມາຍກ່າຍກອງ   ເໝາະສຳລັບຄົນທຸກປະເພດ ປຽບເໝືອນຢາຮັກສາໂຣຄ ແມ່ນມີສຳລັບປິ່ນປົວທຸກຊະນິດ ຕ່າງແຕ່ວ່າເຮົາຈະເລືອກເອົາຢາຂະໜານໃດທີ່ເຫັນວ່າເໝາະສົມກັບເຮົາ.  ໃນນັ້ນ ເພິ່ນໄດ້ແບ່ງອອກເປັນ ທັມມະຂັ້ນໂລກີຍະ ແລະຂັ້ນໂລກຸຕຕະຣະ. ຂັ້ນໂລກີຍະໝາຍເຖິງທັມມະທີ່ເປັນຂັ້ນທຳມະດາສຳລັບຄົນທົ່ວໄປ ເຊັ່ນທັມມະສຳລັບຄອບຄົວຂອງຄາຣະວາດເພື່ອນຳໃຊ້ໃນຊີວິດປະຈຳວັນ, ສ່ວນຂັ້ນໂລກຸຕຕະຣະ ເປັນທັມມະຂັ້ນສູງ ເວົ້າເຖິງຫຼັກປະຣະມັຕຖ໌ ເນັ້ນໜັກການປະຕິບັດເພື່ອໃຫ້ເຂົ້າເຖິງຫຼັກສັດຈະທັມແຫ່ງການບັນລຸມັກຜົນນິບພານເປັນສ່ວນໃຫຍ່.

 

ແຕ່ໃນຫຼັກທັມທັງຫຼາຍທີ່ບັນຈຸໄວ້ໃນພຣະໄຕປິດົກນັ້ນ ເມື່ອຈະຫຍໍ້ລົງມາໃຫ້ເປັນຫົວໃຈຫຼັກສຳຄັນ ເປັນແກ່ນແທ້ຂອງພຣະພຸດທະສາສະໜາແລ້ວ ແມ່ນມີຢູ່ 3 ປະການຄື ຫຼັກປະຕິບັດທີ່ເນັ້ນເລື່ອງສິນ, ສະມາທິ ແລະປັນຍາ, ອາດຈະເວົ້າໄດ້ວ່າ ພຣະວິໄນປິດົກ ໝາຍເຖິງສິນ, ພຣະສູດຕັນຕະປິດົກ ໝາຍເຖິງສະມາທິ ແລະ ພຣະອະພິທັມ ແມ່ນເນັ້ນໄປທາງປັນຍາ.

ໃນທີ່ນີ້ ຂະບວນການທີ່ຈະເຂົ້າເຖິງແກ່ນແທ້ແລະສັດຈະທັມໄດ້ໂດຍການຮູ້ແຈ້ງດ້ວຍຕົນເອງ ຄື ຂັ້ນປະຕິເວດແຕກສານທາງດ້ານປັນຍາທີ່ເກີດຈາກການປະຕິບັດ ບໍ່ແມ່ນເກີດຈາກການອ່ານນັ້ນ ຜູ້ທີ່ຈະປະຕິບັດຈະຕ້ອງມີສິນເປັນພື້ນຖານ ຄືຈະຕ້ອງຖືສິນຢ່າງເຄັ່ງຄັດບໍ່ດ່າງພ້ອຍ, ຖ້າຫາກວ່າສິນບໍ່ບໍລິສຸດ ກໍຈະເປັນບັນຫາໃນການປະຕິບັດຫຼືຝຶກຝົນສະມາທິຈິດ ຍາກທີ່ຈະໄດ້ບັນລຸທັມມະຂັ້ນສູງໄດ້ ເພາະສິນຄືພື້ນຖານຂອງພຣົມມະຈັນ ແລະມີແຕ່ຊີວິດທີ່ເປັນພຣົມມະຈັນ ຄືການປະຕິບັດເນກຂັມມະ(ອອກບວດ)ເທົ່ານັ້ນຈິ່ງຈະໄດ້ບັນລຸທັມຂັ້ນສູງ ຈົນເຖິງຄວາມເປັນໂສດາປະຕິຜົນໄດ້. ແຕ່ຖ້າສຳລັບເປັນຄາຣະວາດ ກໍຈະຕ້ອງຮັກສາສິນຫ້າ ແລະສິນແປດໃຫ້ບໍລິບູນ ຈິ່ງຈະມີໂອກາດໄດ້ເຂົ້າເຖິງແກ່ນແທ້ແຫ່ງສັດຈະທັມ ແຕ່ອາດຈະບໍ່ເຖິງຄວາມເປັນພຣະອໍຣະຫັນ ເວັ້ນເສັຍແຕ່ວ່າ ເມື່ອບັນລຸແລ້ວຮີບຟ້າວບວດເປັນພຣະ ເໝືອນດັ່ງ ພຣະຍັດສະກຸນລະບຸດ ໄດ້ບັນລຸອໍຣະຫັນແຕ່ຄາວເປັນຄາຣະວາດ ແຕ່ກໍຈຳເປັນຕ້ອງບວດພາຍໃນເຈັດວັນ ຖ້າບໍ່ດັ່ງນັ້ນກໍຈະປະຣິນິບພານ ເຫດຜົນກໍຍ້ອນວ່າ ຮ່າງກາຍແລະສິນຂອງຄາຣະວາດບໍ່ເໝາະສົມທີ່ຈະຮອງຮັບອໍຣະຫັນຕະຜົນ.

ເລື່ອງກ່ຽວກັນການຈະເລີນສິນ, ສະມາທິແລະປັນຍານີ້ ສ່ວນໃຫຍ່ແມ່ນເນັ້ນໜັກໄປທາງຝ່າຍພຣະສົງ ສ່ວນຄາຣະວາດນັ້ນ ໃຫ້ພັດທະນາທາງດ້ານການໃຫ້ທານ, ຮັກສາສິນແລະຈະເລີນພາວະນາ  ນີ້ຄືຫົນທາງທີ່ເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາເຊັ່ນດຽວກັນ.  ຖ້າຫາກວ່າພວກເຮົາຊາວພຸດ ພ່ຳເພັງປາຣະມີຕົນເອງຕາມຫຼັກການ 3 ຢ່າງນີ້ ກໍຖືວ່າຈະມີໂອກາດເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາ. ສະນັ້ນ, ຈິ່ງສົມຄວນພັດທະນາຕາມເສັ້ນທາງແຫ່ງສິນ, ສະມາທິ, ປັນຍາ ຫຼື ທານ, ສິນ, ແລະພາວະນານີ້ໃຫ້ບໍລິບູນ.

ນອກຈາກນີ້ແລ້ວ ພຣະພຸດທະເຈົ້າຍັງຫຍໍ້ຄຳສອນທີ່ເປັນແກ່ນແທ້ລົງໃນໂອວາທະປາຕິໂມກ ເຊິ່ງໄດ້ຊົງສະແດງແກ່ພຣະອໍຣະຫັນຂີນາສົບຈຳນວນ 1250 ອົງທີ່ໄດ້ມາຊຸມນຸມກັນໂດຍບໍ່ໄດ້ນັດໝາຍໃນວັນອາສາລະຫະບູຊາ ເດືອນແປດເພັງ ມີໃຈຄວາມແຫ່ງໂອວາທະປາຕິໂມກດັ່ງນີ້:

  1. ສັພພະປາປັສສະ ອະກະຣະນັງ : ການບໍ່ເຮັດຄວາມຊົ່ວທັງປວງ,
  2. ກຸສາລັສສຸປະສັມປະທາ: ການສ້າງສົມໄວ້ແຕ່ຄວາມດີ,
  3. ສະຈິຕຕະ ປະຣິໂຍທະປານັງ : ການຝຶກອົບຮົບຈິດໃຈໃຫ້ບໍລິສຸດ.

ຖ້າຈະເວົ້າແລ້ວ ກໍແມ່ນອັນດຽວກັນກັບການຈະເລີນ ສິນ, ສະມາທິ ແລະປັນຍານັ້ນເອງ.  ເມື່ອອ່ານເບິ່ງສາມຂໍ້ຂ້າງເທິງນີ້ແລ້ວ ເບິ່ງຄືວ່າເປັນເລື່ອງງ່າຍ ແຕ່ທີ່ຈິງແລ້ວປະຕິບັດຍາກ ເພາະວ່າ ຄົນເຮົາຈະຕ້ອງມີສັມມາທິດຖິເປັນພື້ນຖານ ຈິ່ງຈະສາມາດຮູ້ຈຳແນກໄດ້ວ່າ ອັນໃດດີແລະອັນໃດຊົ່ວ ເພື່ອເລືອກປະຕິບັດແລະງົດເວັ້ນ. ໃນທັມສາມຂໍ້ນີ້ ຖ້າຫາກວ່າເຮົາບໍ່ມີເວລາທີ່ຈະໄປສຶກສາຮ່ຳຮຽນພຣະທັມຄຳສອນທີ່ມາກມາຍໃນພຣະໄຕປິດົກ ທ່ານກໍພະຍາຍາມປະຕິບັດຕາມນີ້ ກໍສາມາດເຮັດໃຫ້ຕົນເອງເປັນຄົນດີ ແລະມີໂອກາດເຂົ້າເຖິງກະແສແຫ່ງມັກຜົນນິບພານໄດ້ແລ້ວ.

ນອກຈາກການເວົ້າເຖິງຫຼັກທັມທີ່ເປັນແກ່ນຂອງພຣະພຸດທະສາສະໜາແລ້ວ ເຮົາມາສຶກສາເລື່ອງລັກສະນະຂອງພຣະພຸດທະສາສະໜາຕື່ມອີກ. ພຣະພຸດທະສາສະໜາກໍປຽບເໝືອນຕົ້ນໄມ້, ປຽບເໝືອນໝາກພ້າວ ຈະຕ້ອງມີສາມຊັ້ນຄື: ຊັ້ນທີ່ເປັນເປືອກ, ເປັນມອກ ແລະເປັນແກ່ນ.  ໃນນີ້ ອັນໃດເປັນເປືອກ, ເປັນມອກ ແລະເປັນແກ່ນທ່ານຮູ້ບໍ່?

ສິ່ງທີ່ເປັນເປືອກນອກຂອງສາສະໜານັ້ນ ໝາຍເຖິງພິທິກັມ ເຊັ່ນການໄຫວ້ພຣະສູດມົນ, ການເຮັດພິທີທາງສາສະໜາ ມີການສູດຂື້ນເຮືອນໃໝ່ ແລະບາງຄັ້ງກໍມີພິທີກັມທີ່ເປັນຄວາມເຊື່ອຂອງສາສະໜາພຣາມແຊກແຊກຢູ່ນຳ ເຊັ່ນ ການສູດເສຍເຄາະ, ສູດຕັດກັມຕັດເວນ, ການໃສ່ບາດຢາດນໍ້າ, ສູດນ້ຳມົນເຫຼົ່ານີ້ເປັນຕົ້ນ ລ້ວນແຕ່ແມ່ນເປືອກນອກຂອງພຸດທະສາສະໜາ ແລະກໍຖືໄດ້ວ່າປຽບເໝືອນເປືອກທີ່ຫໍ່ຫຸ້ມພຸດທະສາສະໜາເອົາໄວ້ ມີຜົນປະໂຫຍດຢູ່ເຊັ່ນກັນ ຍ້ອນສາມາດດຶງດູດຄົນທີ່ຍັງບໍ່ຮູ້ແທ້ເຂົ້າມານັບຖືພຸດທະສາສະໜາ. ຫຼັງຈາກປະຕິບັດຕາມເປືອກນອກແລ້ວ ດົນໆໄປກໍຈະມີການພັດທະນາເຂົ້າເຖິງຂັ້ນມອກ ນັ້ນຄືການຝຶກອົບຮົບຈິດໃຈ ໂດຍການຈະເລີນກັມມະຖານ. ເມື່ອພາກພຽນປະຕິບັດຕາມຂັ້ນຕອນຢ່າງຖືກຕ້ອງແລ້ວ ກໍຈະສາມາດໄຕ່ເຕົ້າເຖິງຂັ້ນເກີດປັນຍາ ແຕກສານໃນຫຼັກທັມ ຈົນສາມາດຕັດກິເລສຕັນຫາໄດ້. ນີ້ຄືຫົນທາງເພື່ອພັດທະນາໃຫ້ເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາ ແລ້ວຈິ່ງຈະໄດ້ປັນຍາທີ່ຈົບສິ້ນຄວາມສົງໄສ ບັນລຸເປັນພຣະອໍຣະຫັນໄດ້ ເຖິງແມ່ນວ່າໃນຊາດປະຈຸບັນບໍ່ທັນໄດ້ ກໍຈະເປັນອຸປະນິໄສປັດໄຈຕໍ່ເນື່ອງເຖິງພຣະນິບພານໃນອະນາຄົດອັນບໍ່ຊ້າບໍ່ນານນີ້.

ແຕ່ຕາມທີ່ສັງເກດເບິ່ງແລ້ວ ພວກເຮົາສ່ວນໃຫຍ່ ຍັງໄປຕິດຂ້ອງຢູ່ໃນຂັ້ນເປືອກ ຄືຕິດຢູ່ໃນພິທີກັມຫຼາຍກ່ວາ ບາງທີ່ກໍຕິດໃນເລື່ອງອະພິນິຫານ, ເລື່ອງວິເສດວິໂສ ຍັງລໍການຊ່ວຍເຫຼືອຈາກຄົນອື່ນ ແທນທີ່ຈະຕັ້ງໃຈປະຕິບັດດ້ວຍຕົນເອງ. ເວລາເຂົ້າວັດ ກໍເນັ້ນໜັກແຕ່ເລື່ອງໃຫ້ທານ ຮັກສາສິນ ແຕ່ບໍ່ຄ່ອຍພາກັນພັດທະນາທາງດ້ານຈິດໃຈ ຄືການອົບຮົມກັມມະຖານ. ເມື່ອເປັນແນວນີ້ກໍເປັນການຍາກທີ່ຈະເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາ. ຄົນລາວເຮົາສ່ວນໃຫຍ່ຍັງເປັນແນວນີ້ຢູ່ ຄືຍັງນັບຖືແບບປະເພນີ ແຕ່ຍັງຂາດການສົ່ງເສີມປັນຍາທາງດ້ານຈະເລີນພາວະນາ ຕ່າງຈາກຊາວຕາເວັນຕົກ ເວລາພວກເຂົາເຈົ້ານັບຖືພຸດທະສາສະໜາ ເຂົາຈະເນັ້ນໜັກໃນການສຶກສາພຣະທັມຄຳສອນແລະຈະເລີນສະມາທິພາວະນາຫຼາຍກ່ວາ  ຈິ່ງເຮັດໃຫ້ເກີດປັນຍາແບບບໍ່ຄອນແຄນ ເຊື່ອໝັ້ນໃນສາສະໜາພຸດ ແລະສາມາດເປັນທີ່ເພິ່ງຂອງຕົນເອງໄດ້ ຫຼາຍກ່ວາຈະລໍຖ້າໄປສູດນ້ຳຣົດນ້ຳມົນ ແລະເສຍເຄາະສະເດາະນາມເປັນຕົ້ນ.  ເຖິງຢ່າງໃດກໍຕາມ, ການສູດນ້ຳມົນ, ການຜູກຂຽນ, ການເສຍເຄາະຕໍ່ດວງຊະຕາເຫຼົ່ານັ້ນ ກໍບໍ່ໄດ້ໝາຍຄວາມວ່າບໍ່ດີ  ຖ້າຈະໃຫ້ດີແທ້ນັ້ນເຮົາຕ້ອງເຂົ້າເຖິງແກ່ນແທ້ຂອງພຸດທະສາສະໜາດ້ວຍຕົນເອງ ຄືເປັນທີ່ເພິ່ງຂອງຕົນເອງໄດ້. ອີກຢ່າງໜຶ່ງ ການນັບຖືພຸດທະສາສະໜາແບບປະເພນີຄືຄົນລາວເຮົາ ກໍຍັງເປັນການຮັກສາໄວ້ເຊິ່ງສັດທາທີ່ບໍ່ຄອນແຄນ ແລະເປັນເອກະລັກ, ເປັນຄົນຮັກຫອມວັດທະນະທັມ ຈົນເຮັດໃຫ້ພຣະພຸດທະສາສະໜາສືບທອດມາຈົນເຊັ່ນລູກເຊັ່ນຫຼານໃນຍຸກປັດຈຸບັນ.

 

ສະລຸບແລ້ວ ແກ່ນແທ້ຂອງພຸດທະສາສະໜາ ກໍຄືການປະຕິບັດໃຫ້ເຂົ້າເຖິງປັນຍາໃນຂັ້ນປະຣະມັຕຖ໌ ຄືການຮູ້ແຈ້ງສັດຈະທັມດ້ວຍຕົນເອງ ຈິ່ງຈະສົມກັບພຸດທະພົດທີ່ພຣະອົງຕັດໄວ້ວ່າ : ອັຕຕະຫິ ອັຕຕະໂນ ນາໂຖ  ເຊິ່ງມີຄວາມໝາຍວ່າ ຕົນແລ ເປັນທີ່ເພິ່ງຂອງຕົນ  ກໍຄືຕົນທີ່ຝຶກຝົນຕົນເອງໄດ້ ຍ່ອມເປັນທີ່ເພິ່ງແຫ່ງຕົນ ຫຼື ທັມມະທີ່ຕົນຝຶກດີແລ້ວນັ້ນຈະເປັນທີ່ເພິ່ງແກ່ຜູ້ປະຕິບັດ ດັ່ງໃນພຸດທະພົດທີ່ວ່າ: ທັມໂມ ຫະເວ ຣັກຂະຕິ ທັມມະຈາຣີ  ມີຄວາມໝາຍວ່າ ທັມຍ່ອມຮັກສາຜູ້ປະພຶດທັມ ແລະເມື່ອປະຕິບັດໄດ້ແນວນັ້ນແລ້ວ ພວກເຮົາກໍຈະບໍ່ຈໍາເປັນຕ້ອງໄປເຊື່ອເລື່ອງດວງຊະຕາວາດສະໜາອີກຕໍ່ໄປ ຈິ່ງຈະສົມກັບວ່າ ເຂົ້າເຖິງແກ່ນແທ້ຂອງພຣະພຸດທະສາສະໜາ ແລະເປັນຊາວພຸດທີ່ມີສັດທາຢ່າງຕັ້ງໝັ້ນ.

Delicious Digg Fark Twitter