ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

 ທ້າວ ລາ ເປັນນັກທຸລະກິດ ແຕ່ລົ້ມຈົມ ເພາະຖືກບັນດາເຈົ້າຫນີ້ຕາມລ່າຢູ່ທຸກມື້ ຈົນໝົດປັນຍາ, ບໍ່ຮູ້ຈຳເຮັດແນວໃດດີ, ຈື່ງໄປປຶກສາກັບທ້າວ ບຸນ ທີ່ເປັນສ່ຽວຮັກສ່ຽວແພງ.

ລາ: ບຸນ! ໂຕຊ່ວຍເຮົາຄິດແດ່ ວ່າ ເຮົາຈະຫຼີກໜີ້ຈາກພວກເຈົ້າໜີ້ໄດ້ແນວໃດ ?

ບຸນ: ເຮົາກໍ່ບໍ່ມີເງີນທີ່ຈະພໍຊ່ວຍໂຕ, ແຕ່ພໍມີວິທີຢູ່!

ລາ: ເຮັດຈັ່ງໃດລະສ່ຽວ ?

ບຸນ: ຈັດງານສົບປອມຂື້ນ ໂດຍໃຫ້ໂຕເຂົ້າໄປໃນໂລງສົບ.  ຫລັງຈາກງານສົບແລ້ວ ໂຕກໍ່ສາມາດໜີ້ໄປຢູ່ບ່ອນອື່ນໄດ້ຢ່າງປອດໄພ ແລະເຈົ້າໜີກໍ່ບໍ່ສາມາດຕາມຫາໂຕໄດ້ອີກ.

ແລະແລ້ວ.......ງານສົບດັ່ງກ່າສກໍ່ເກີດຂື້ນຈິງ  ຊື່ງເຈົ້າໜີທັງ 4 ຄົນ ກໍມາຮ່ວມງານນັ້ນ.

ເຈົ້າໜີ້ຜູ້ທີ 1-2-3 ກໍມາຮ່ວມກ່າວຄຳອຳລາດ້ວຍຄວາມໂສກເສົ້າເສຍໃຈທີລູກໜີ້ຕາຍ ແລະຈະບໍ່ໄດ້ເງີນຄືນອີກແລ້ວ.

ມາຮອດເຈົ້າໜີ້ຜູ້ສຸດທ້າຍ ພໍມາຮອດກໍ່ຖອດປືນອອກຈາກແອວ ພ້ອມທັງເວົ້າຂື້ນວ່າ: ເຖີງມືງຊິຕາຍເປັນຜີແລ້ວກໍ່ຕາມ, ກູກໍ່ຈະຍິງມືງໃຫ້ສົມໃຈເບີງດູ,

ເມືອທ້າວ ລາ ໄດ້ຍິນແນວນັ້ນ ກໍຢ້ານຕາຍ ເລີຍຮ້ອງອອກມາຈາກໂລງພ້ອມທັງລຸກຂື້ນນັ່ງ ແລ້ວເວົ້າຂື້ນວ່າ: ຢ່າຟ້າວໆ! ຢຸດໆ ......ສຳລັບເຈົ້າແລ້ວຂ້ອຍຂໍຈ່າຍໃຫ້ກໍ່ໄດ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຜິດຜາດມາແລ້ວຄັ້ງໜື່ງ

ໄດ້ເຂົ້າໃຈລຶກຊືງກະຕອນີ້

ທີ່ຜ່ານມາຂ້ອຍຂໍໂທດນະຄົນດີ

ມາຮູ້ສຶກຕົວອີກທີກໍສາຍເກີນໄປ

ເຄີຍມີເຈົ້າຫວງໃຍຢູ່ໃກ້2

ບໍເຄີຍເຮັດໃຫ້ຂ້ອຍເສຍໃຈຈັກເທື່ອ

ຂ້ອຍເອົາແຕ່ໃຈສຳໃດເຈົ້າກະທົນ

ມີແຕ່ເຮັດໃຫ້ເຈົ້າສັບສົນຢູ່ເລື່ອຍໄປ

ຢາກຍ້ອນເວລາອີກຈັກຫົນ

ຢາກແກ້ໄຂຄວາມຜິດຜາດທີ່ທຳຕໍ່ເຈົ້າ

ຢາກບອກເຈົ້າວ່າຂ້ອຍເສຍໃຈ

ສີ່ງທີ່ຜິດພາດໄປໃຫ້ອະໄພຂ້ອຍທີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ເຄີຍເສຍໃຈບໍທີ່ຕວະຂ້ອຍ ໂກຫົກກັນຢູ່ເນີນນານວ່າຄິດເຖີງ ແຕ່ໄກກັນຢ່າງໃດບໍ່ຄຳນືງ ເພາະທີ່ໜື່ງຄືຂ້ອຍຕະຫຼອດມາ ແຕ່ຄວາມຄິດເຖີງທີ່ເຈົ້າເຮັດຢູ່ນີ້ ບໍ່ໄດ້ມີເລີຍຄວາມຫວງຫາ ເຈົ້າຈາກໄປບໍ່ມີແມ້ຄຳລາ ຈະມີແຕ່ນ້ຳຕາຂ້ອຍໄຫຼ່ລິນ ກ່ອນເຄີຍບອກວ່າຮັກຂ້ອຍນັ້ນສະເໝີ ແຕ່ຮັກເຈົ້າກັບສະຫຼາຍຫາຍສິນໄປ ຫຼືວ່າຂ້ອຍມັນແຄ່ເສດກ້ອນດິນ ມີມົນທິນບໍ່ຄວນຄູ່ຢູ່ກັບເຈົ້າ ຈື່ງໄປຫາຄົນໄໝ່ທີ່ໄຝ່ຝັນ ປ່ອຍໃຫ້ຂ້ອຍເລື່ອນລອຍຄອຍຈົນເກີ ຫຼືວ່າເຂົາມາຈາກຟ້າຄ່າເລີດເລີ ເຮັດໃຫ້ເຈົ້າປ່ຽນໃຈໄປຈາກຂ້ອຍ