ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ມອບເງິນຊ່ວຍເຫຼືອໃຫ້ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງພາກໃຕ້
ສ້າງເມື່ອ ທ.ວ.. 15, 2009 1 ຄົນໂຫວດ, 1 ຄຳເຫັນ, ອ່ານ 289 ເທື່ອ
ມາຮອດປັດຈຸບັນນີ້ຍັງມີຫຼາຍພາກສ່ວນຈາກພາກລັດ ແລະ ເອກະຊົນ ນັບທັງພາຍໃນ ແລະ ຕ່າງປະເທດ ສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຈາກພາຍຸເກດສະໜາ ຢູ່ບັນດາແຂວງພາກໃຕ້ຂອງລາວ.



ສຳລັບວັນທີ 11 ທັນວາ 2009 ນີ້ ມີກະຊວງໂຍທາທິການ ແລະ ຂົນສົ່ງ ມອບເງິນ 22,18 ລ້ານກີບ ກ່າວມອບໂດຍທ່ານ ສັນຕິສຸກ ສິມມາລາວົງ ຮອງຫົວໜ້າຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການໄອຍະການປະຊາຊົນສູງສຸດ ມອບເງິນ 5 ລ້ານກີບ ກ່າວມອບໂດຍທ່ານ ລັງສີ ສີບຸນເຮືອງ ຮອງໄອຍະການປະຊາຊົນສູງສຸດ ແລະ ກ່າວຮັບໂດຍທ່ານ ບຸນຄົງ ຫຼ້າສຸກັນ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະ ຫວັດດີການ-ສັງຄົມ ຊຶ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ.



ນອກນີ້ຜ່ານມາກໍຍັງມີອົງການເວີນວາຍສະປອດ ຈາກປະເທດຍີ່ປຸ່ນ ມອບເງິນ 54.779 ໂດລາສະຫະລັດ ດ້ວຍການໂອນເຂົ້າທາງບັນຊີ ແລະ ກະຊວງ ແຜນການ ແລະ ການລົງທຶນ ມອບເງິນ 30.000 ບາດ (ສະກຸນເງິນໄທ).