 ຂຽນເມື່ອ: ທ.ວ.. 3, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
 ໜວດໝູ່:
ອື່ນ ໆ
ຖ້າທ່ານຢາກຮູ້ວ່າເວລາ 10 ປີມີ່ຄ່າຂະໜາດໃດ ຖາມຄູ່ແຕ່ງງານທີ່ຫາກະຫຍ່າຮ້າງກັນ.
ຖ້າທ່ານຢາກຮູ້ວ່າເວລາ 4 ປີມີຄ່າຂະໜາດໃດ ຖາມນິສິດນັກສືກສາທີ່ຫາກະຮັບປະລີນຍາຈາກມະຫາວິທະຍາໄລ.
ຖ້າທ່ານຢາກຮູ້ວ່າເວລາ 1 ປີມີຄ່າຂະໜາດໃດ ຖາມນັກຮຽນທີ່ເສັງຕົກ.
ຖ້າທ່ານຢາກຮູ້ວ່າເວລາ 9 ເດືອນມີຄ່າຂະໜາດໃດ ຖາມແມ່ທີ່ຫາເກິດລູກ.
ຖ້າທ່ານຢາກຮູ້ວ່າເວລາ 1 ອາທິດມີຄ່າຂະໜາດໃດ ບັນນາທິການໜັງສືພິມລາຍອາທິດ.
ຖ້າທ່ານຢ່າກຮູ້ວ່າເວລາ 1 ຊົ່ວໂມງມີຄ່າຂະໜາດໃດ ຖາມຄົນຮັກທີ່ຖ້າພົບກັນ.
ຖ້າທ່ານຢາກຮູ້ວ່າເວລາ 1 ນາທີມີຄ່າຂະໜາດໃດ ຖາມຄົນທີ່ພາດລົດໄຟ ລົດປະຈຳທາງ ຫຼື ເຮືອບີນ.
ຖ້າທ່ານຢາກຮູ້ວ່າເວລາ 1 ວິນາທີມີຄ່າຂະໜາດໃດ ຖາມຄົນທີ່ລອດຕາຍຈາກອຸບັດຕິເຫດຢ່າງວຸດວິດ.
ຖ້າທ່ານຢາກຮູ້ເວລາສ້ຽວໜື່ງຂອງວິນາທີມີຄ່າຂະໜາດໃດ ຖາມນັກກີລາໂອລິມປີກທີ່ຊະນະຫຽນເງິນ.
ຖ້າທ່ານຢາກຮູ້ວ່າມິດຕະພາບມີຄ່າຂະໜາດໃດ ລອງເສຍເພື່ອນສັກຄົນໜື່ງ.
ເວລາບໍ່ເຄືຍຖ້າໃຜ ເມື່ອມັນຜ່ານໄປແລ້ວມັນຈະບໍ່ກັບມາອີກເລີຍ
ຈົງໃຊ້ເວລາຂອງທ່ານທຸກເວລາຢ່າງດີທີ່ສຸດ
ທ່ານຈະຮູ້ຄຸນຄ່າຂອງເວລາເມື່ອທ່ານແບ່ງປັນກັບຄົນທີ່ພິເສດສຸດໃນຊີວິດຂອງທ່ານ.
ຈາກ fwdmail
|
|
|