ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມຮັກ..ເປັນສິ່ງທີ 2 ທີ່ເຮັດໃຫ້ມະນຸດຢູ່ໄດ (ຄິດໄປເອງບໍ່ນິ) ໜຶ່ງແມ່ນຄວາມຝັນ ...

ວັນທີ່ດີ ເປັນວັນເລີ່ມທີ່ຈະຮັກຄົນອື່ນ ຄວາມຜູກພັນເຊື່ອມໃຈຄົນທັງ 2 ໄວ້..ແຕ່ຫາຮູ້ບໍ່ເວລາປ່ຽນແປງທຸກສິ່ງໄປ

ທຸກສິ່ງທີ່ມອບໃຫ້ທັງກາຍ ແລະ ຫົວໃຈສຸດທ້າຍກາຕ້ອງໄດ້ ເອົາຄືນມາເພື່ອດຳເນິນຕໍ່ຄວາມຝັນທີ ໜຶ່ງໃນ 2...

ຊ່ວງນາທີ່ແຫ່ງການ ຍິບຍື່ນຄວາມຮູ້ສຶກດີໆໃຫ້ກັນ ເປັນເວລາທີ່ບໍ່ອາດລືມ ,,,ແຕ່ຄວາມເຈັບຊ້ຳທີ່ໄດ້ຮັບຈະພະຍາຍາມໃຫ້ລືມ ແລະ ລຶບອອກໄປ

ທຸກສິ່ງຈະງົດງາມຢູ່ໃນໃຈ

ຄວາມຮ່ວງໄຍຈະມີໃຫ້ສະເໝີ ພຽງແຕ່ປ່ຽນ ຄວາມຮັກແບບໜຶ່ງເປັນສາຍຜູກພັນທີ່ປະໄວ້ໃຫ້

ສຸດແທ້ແຕ່ຄົນໆນັ້ນຈະເກັບໄວ້ ຫຼື ຕ້ອງການທີ່ຈະຂາດໄປຈາກກັນ,,,,,,,,

ນິຍາຍເລື່ອງໃໝ່...ຄວາມຮັກບໍ່ແມ່ນການຄອບຄອງ

the Dream is 1 of life

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຄຳວ່າເພື່ອນເປັນສິ່ງທີ່ທຸກຄົນຕ້ອງເຈິ ແຕ່ຄວາມຜູກພັນເກີດຂື້ນໄດ້ ໂດຍການຮ່ວມເດີນທາງໄປນຳກັນ.....

 

ບໍ່ຮູ້ສຶກແປກໃຈທີ່ໄດ້ຮັບຄວາມອົບອຸ່ນ ເມື່ອຢູ່ໃກ້ກຸ່ມຄົນທັງ 9 ລວມທັງຂ້າພະເຈົ້າເອງ...ວັນເວລາຜ່ານໄປໄວເຊັ່ນທີ່ຄົນມັກເວົ້າ.....ຄວາມຜູກພັນເລີ່ມເຕີບໂຕຕັ້ງແຕ່ມື້ທຳອິດມາຈົນເຖິງປັດຈຸບັນ

ທຸກຢ່າງຄວາມທໍ້ຖອຍໄດ້ເກິດເປັນກຳລັງໃຈ, ອາດມີບາງເທື່ອທີ່ຕ້ອງຜິດໃຈກັນແຕ່ດ້ວຍສາຍຜູກພັນເຮັດໃຫ້ທຸກຢ່າງກັບມາດີໄດ້ສະເໝີ ບຸກຄົນທີ 3 ຫຼື ການເປິດໃຈ ເປັນສະເໝືອນຢາສະໝານແຜ

ອັນວິເສດ..............ການຮຽນຕະຫຼອດ 4 ປີ ຜ່ານມາທີ່ໄດ້ຮູ້ຈັກກັນທັງຄວາມສຸກ ແລະ ຄວາມທຸກ ນ້ຳຕາທີ່ບາງຄັ້ງຍັງລັ່ງໄຫຼໃຫ້ກັນ...........

ບຸກຄົນພາຍນອກທີ່ບາງຄັ້ງເປັນໂຕທຳລາຍຄວາມສຳພັນ ..ແຕ່ທຸກຢ່າງບໍ່ອາດທຳລາຍຄວາມສຳພັນຂອງພວກເຮົາໄດ້

ຄວາມຮູ້ສຶກກຂອງຕົນເອງ ທີ່ມີຕໍ່ຄົນໃນກຸ່ມ ມີແຕ່ຊາບຊຶ້ງ ແລະ ເກັບເປັນຄວາມຊົງຈຳຕະຫຼອດມາ

ແລະ ກໍ່ຄິດວ່າຄົນໃນກຸ່ມເອງກໍ່ມີຄວາມຮູ້ສຶກເຊັ່ນດຽວກັນ........


 

thanks fr reading

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ຄວາມປະທັບໃຈເຖິງຈະບໍ່ໄດຜົນຕອບແທນຫຍັງທີ່ເປັນລາງວັນ.....ແຕ່ມັນເປັນປະສົບການ ແລະ ຄວາມຮູ້ສືກດີໆທີ່ມີໃຫ້ກັນ

ສວນແຫ່ງຄວາມຊົງຈຳ....

ບໍ່ອາດລືມກັບຄວາມອົດທົນພະຍາຍາມທຸກວິນາທີ່ແຫ່ງຜົນງານ...ການອົດຫຼັບອົດນອນເປັນສ່ວນສຳຄັນເຊິ່ງຜົນສຳເລັດອັນໄຮ້ສິ່ງຂອງ...ແຕ່ມາເຊິ່ງຄວາມຮູ້ສືກທີ່ປະທັບໃຈ...

ປະກົດການເວລາສັ້ນໆ (3 ວັນ 2 ຄືນ) ກັບການອົດຫຼັບ ອົດນອນ ກັບລຸ້ນນ້ອງປີ 2 ປະມານ 3-4 ຄົນ(ບັງເອີນໃນຮູບບໍ່ມີລຸ້ນນ້ອງຈັກຄົນ...ມີແຕ່ແກ້ງຈີ້ລຸ້ນດຽວກັນ) ແລະ ມີຂ້າພະເຈົ້າເປັນລຸ້ນອ້າຍປີ 4 ຄົນດຽວທີ່ຢູ່ໃນທີມ .

ຕ້ອງແຂ່ງກັບທີມອືນອີກຫຼາຍທີມກວ່າຈະຜ່ານເຂົ້າສູ່ຮອບຈັດສວນໂຕຈິງໃນໄອເຕັກສະຖາທີ່ຄວາມປະທັບໃຈ....
ນ້ອງໆທັງ 3 ກໍ່ທຸ້ມເທທັງເຮື່ອແຮງ ທຸກຢາດເຮື່ອ ເພື່ອໃຫ້ມີຜົນງານຊີ້ນນີ້ເຖິງຈະມີອຸບປະສັກຫຼາຍພຽງໃດກໍ່ຕາມ...(ສະຖາທີ່ບໍ່ໄດ້ດັ່ງໃຈ, ວັດຖຸອຸປະກອນທີ່ເກືອບບໍ່ພໍ ດ້ວຍງົບພຽງ ຫ້າແສນກີບ) ໃນ 2 ມື້ສຸດທ້າຍທີ່ກຽມອຸປະກອນແລະ ຈັດຈິງ...ເປັນສິ່ງທີ່ສາຫັດຫຼາຍ ແຕ່ຍ້ອນໄດ້ລຸ້ນນ້ອງ ປີ 2 ອີກຈຳນວນໜຶ່ງທີ່ເຂົ້າມາເປັນກຳລັງໃຈ ແລະ ຊ່ວຍດ້ານເຮື່ອແຮງ ຈຶ່ງເຮັດໃຫ້ຜົນງານອັນນ້ອຍ ນີ້ປະກົດອອກມາ ເຖິງຈະ ບໍ່ຕົງຕາມແບບ ພໍປານໄດກໍ່ຕາມ.....(ດ້ວຍຄອນເຊັບຢູ່ກັບທຳມະຊາດ ແລະ ສັດ ເພິ່ມກິດຈະກຳໃຫ້ຄອບຄົວ...ອອກມາແລະ ເປັນສະໄຕລຍີ່ປຸ່ນນິດໆ 5555)
ທັງໝົດນີ້ເປັນປະສົບການ ແລະ ຄວາມຊົງຈຳອັນດີ ທີ່ເກີດຂື້ນ