
ຂຽນເມື່ອ: ກ.ຍ.. 8, 2011
| ມີ
11 ຄຳເຫັນ
ແລະ
0 trackback(s)
ປັນຫາການທຳແທ້ງເກິດຈາກຫຍັງ?
ໃນປັດຈຸບັນປັນຫາຫນຶ່ງຂອງສັງຄົມກໍ່ຄືເລື່ອງການທຳແທ້ງຂອງເດັກສາວໄວລຸ້ນ
ເຊິ່ງເປັນປັນຫາຂອງເດັກໄວລຸ້ນໃໝ່ ທີ່ນິຍົມຄວາມສະນຸກສະໜານເພິດເພີນ ແລະການໃຊ້ຊີວິດ
ທີ່ຫລູຫຼາຟຸ່ມເຟືອຍຢ່າງບໍ່ມີຂີດຈຳກັດ ລວມທັງບໍ່ມີຄວາມຮັບຜິດຊອບ
ດັ່ງນັ້ນເຮົາມາພິຈາລະນາກັນວ່າ ປັນຫາການທຳແທ້ງນີ້ມັນມີສາເຫດມາຈາກອີ່ຫຍັງ?
ເພື່ອທີ່ຈະໄດ້ຫາທາງແກ້ໄຂຫຼືປ້ອງກັນບໍ່ໃຫ້ມັນເກິດຂຶ້ນໃນສັງຄົມຂອງເຮົາອີກຕໍ່ໄປ.
ເມື່ອເຮົາພິຈາລະນາເຖິງເຫດການຜົນທີ່ມັນຜັກດັນຕໍ່ໆມາ ຈົນເກິດການທຳແທ້ງຂຶ້ນມາແລ້ວ
ເຮົາກໍ່ພິຈາຣະນາໄດ້ວ່າ ການທຳແທ້ງເກິດມາຈາກທີ່ເດັກສາວຕັ້ງຄັນແລ້ວບໍ່ຢາກມີລູກ
ຈຶ່ງໄດ້ຂ້າເດັກທີ່ຢູ່ໃນທ້ອງ ສ່ວນສາເຫດທີ່ເຮັດໃຫ້ບໍ່ຢາກມີລູກນັ້ນກໍ່ເປັນເພາະປັດໄຈຫລາຍຢ່າງ
ຄືບໍ່ສາມາດລຽ້ງດູລູກໄດ້ ພໍ່ຂອງເດັກໃນທ້ອງກໍ່ບໍ່ຮັບຜິດຊອບ
ຢ້ານວ່າພໍ່ແມ່ບໍ່ຍອມຮັບ ຢ້ານສັງຄົມກຽດຊັງ ຢ້ານວ່າຈະເສຍການຮຽນ ຢ້ານວ່າຖ້າມີລູກແລ້ວ
ຈະບໍ່ສາມາດກັບມາເປັນອິດສະລະໄດ້ຢ່າງເກົ່າ ແລະຄວາມອັບອາຍ ເປັນຕົ້ນ
ແຕ່ເມື່ອຢາກມີລູກແລ້ວເປັນຫຍັງຈຶ່ງຕັ້ງຄັນ ຄຳຕອບກໍ່ຄື ເພາະຄວາມເຜີໄຜບໍ່ປ້ອງກັນ ຫຼືຢາກ
ມີລູກແລ້ວຕອນຫລັງມາປ່ຽນໃຈ ເຊິ່ງໃນປັດຈຸບັນການປ້ອງກັນບໍ່ໃຫ້ມີລູກນັ້ນມີຫລາຍວິທີ ຄື ເພາະຄວາມ
ເຜີໄຜບໍ່ໄດ້ປ້ອງກັນ ຫຼືຢາກມີລູກແລ້ວຕອນຫຼັງມາປ່ຽນໃຈ ເຊິ່ງໃນປັດຈຸບັນການປ້ອງກັນບໍ່ໃຫ້ຕັ້ງຄັນນັ້ນມີ
ຢູ່ຫລາຍວິທີ ແຕ່ເດັກໄວລຸ້ນຍິງນັ້ນບໍ່ທັນໄດ້ປ້ອງກັນ ເຊິ່ງທີ່ບໍ່ໄດ້ປ້ອງກັນນັ້ນກໍ່ເປັນເພາະບໍ່ຄິດວ່າຈະມີ
ເພດສຳພັນ ຈຶ່ງບໍ່ໄດ້ຕຽມປ້ອງກັນ ເມື່ອເຖິງຈຸດຫນຶ່ງກໍ່ແກ້ໄຂບໍ່ທັນເສຍແລ້ວ ແຕ່ເດັກສາວ
ບາງຄົນກໍ່ຕັ້ງໃຈໃຫ້ຕັ້ງຄັນ ເພື່ອຈະໄດ້ຜູກມັດຝ່າຍຊາຍໃຫ້ຮັບຜິດຊອບ ແຕ່ເມື່ຝ່າຍຊາຍບໍ່ຍອມຮັບຜິດຊອບ
ຈຶ່ງໄດ້ເລືອກການທຳແທ້ງເປັນການແກ້ໄຂປັນຫາສຸດທ້າຍທີ່ປາຍເຫດ.
ແຕ່ເມືອເຮົາມາພິຈາລະນາໃຫ້ລຶກຊື້ງແລ້ວເຮົາພົບວ່າ : ສາເຫດທີ່ທຳໃຫ້ເດັກສາວທ້ອງນັ້ນກໍ່ເປັນ
ເພາະມີເພດສັມພັນ ການມີເພດສັມພັນນັ້ນກໍ່ຄືການທີ່ເພດຊາຍກັບເພດຍິງສະແຫວງຫາຄວາມສຸກ
ຈາກການສຳຜັດທາງເນື້ອເຍື່ອຂອງຮ່າງກາຍເຊິ່ງກັນແລະກັນ ຄື ຕາມທຳມະຊາດນັ້ນເມືອຮອດໄວຈະເລິນພັນ
ເພດຊາຍັບເພດຍິງກໍ່ເກິດຄວາມພໍໃຈຕໍ່ກັນຄືເມື່ອໄດ້ພົບເຫັນ ຫຼືໄດ້ຍິນສຽງຫຼືໄດ້ກິ່ນ
ກໍ່ຈະເກິດຄວາມສຸກທີ່ທີ່ແປກປະຫລາດ....... ຍັງບໍ່ຈົບ