ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 28, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄະຕິຄຳຄົມ ໄວ້ປະຈຳຈຶຕ:

  • ຮັກຮຽນ   ວິຊາການ
  • ຢ່າກຽດຄ້ານ  ໝັ່ນສຶກສາ
  • ໃຝ່ສູງເຮັດໃຫ້ຊອກຊ້ຳ  ໃຝ່ຕ່ຳທຳໃຫ້ມືດມັນ
  • ແອອັດຢ່າໃຫ້ອົບເອົ້າ  ກວ້າງຂວາງຢ່າໃຫ້ວັງເວງ
  • ກຳລັງກາຍດີ     ຊ່ວຍໃຫ້ມີແຮງໃນການເຮັດງານ
  • ກຳລັງໃຈດີ         ຊ່ວຍໃຫ້ມີຄວາມເຂັ້ມແຂັງ
  • ການເວົ້າ   ເປັນການສ້າງຄວາມຫວັງ
  • ການເຮັດ    ເປັນການສ້າງຄວາມຈິງ
  • ຫາຄວາມຮູ້ໄວ້ເປັນຂອງຂວັນ
  • ມີຄວາມຂະຫຍັນໄວ້ເປັນຄຸນສົມບັດ
  • ຈູດໝາຍແມ່ນວ່າໃກ້ມໍ່ ໙໐ ສອກ ຖ້າບໍ່ກ້າວຍ່າງເດິນໄປກໍ່ໄປບໍ່ຮອດ
  • ຂະຫຍັນແຕ່ບໍ່ປະຢັດ
  • ຈະຂະຈັດຄວາມຈົນບໍ່ໄດ້
  • ເກິດເປັນຄົນຢ່າໃຫ້ຈົນຄວາມດີ 
  • ເກິດມາທັງທີຄວນສ້າງຄວາມດີໃຫ້ຕິດຕົນ
  • ນ້ຳທີ່ວ່າໃສກໍ່ຍັງແພ້ນ້ຳໃຈທີ່ບໍລິສູດ
  • ຖ້າຄິດຈະຝັນໃຝ່ຫາ
  • ຕ້ອງມີຫົວໃຈທີ່ເຂັ້ມແຂັງ.
ຂຽນເມື່ອ ຂຽນເມື່ອ: ມ.ກ.. 1, 2012 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສະບາຍດີປີໃໝ່

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກໂລກໄພໃຫ້ຫຼີກໜີ

ຮັບໂຊກລາບເພິ່ມພູມຄູນທະວີ

ສຸກຂະພາບດີທັງກາຍຫາຍເສົ້າຊຶມ

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກທີ່ທຳງຽບຂຶມ

ຫົວເລາະຮາຢູ່ໃສໃຫ້ຮາຕຶງ

ຄວາມອຶມຄຶມຫາຍໄປໃຈເບິກບານ

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກຖິ້ມໄປບໍ່ກັບຫັນ

ເລື່ອງຄອບຄົວເລື່ອງສ່ວນຕົວເລື່ອງການງານ

ສະລຸຍຜ່ານເທບວິມານທອງ

ສະບາຍດີປີໃໝ່ໃຈປ່ຽມສຸກ

ລືມເລື່ອງທຸກທີ່ເຮັດໃຫ້ໃຈເສົ້າໝອງ

ໝາຍສິ່ງໃດໃຫ້ໄດ້ດັ່ງໃຈປອງ

ເງິນໄຫຼນອງທອງໄຫຼມາຕະຫຼອດປີ໒໐໑໒ເທິ້ນ

 

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:ตารางปกติ;mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

                             ຄະຕິເຕືອນໃຈ

  • ທ່ານຢ່າເຊື່ອ                    ພຽງໄດ້ຍິນເຂົາເວົ້າ
  • ທ່ານຢ່າເຊື່ອ                    ພຽງເຂົາເວົ້າສືບໆກັນມາ
  • ທ່ານຢ່າເຊື່ອ                    ພຽງໄດ້ຍຶນມາຢ່າງນີ້
  • ທ່ານຢ່າເຊື່ອ                    ພຽງອ້າງຕຳລາ
  • ທ່ານຢ່າເຊື່ອ                    ພຽງນຶກເົາເອງ
  • ທ່ານຢ່າເຊື່ອ                    ພຽງຄາດຄະເນເອົາ
  • ທ່ານຢ່າເຊື່ອ                    ພຽງຕິດຕາມອາການ
  • ທ່ານຢ່າເຊື່ອ                    ພຽງຖືເອົາຄວາມເຫັນຂອງຕົນ
  • ທ່ານຢ່າເຊື່ອ                    ພຽງຖືວ່າຜູ້ນີ້ຄວນເຊື່ອ
  • ທ່ານຢ່າເຊື່ອ                    ພຽງຖືວ່າຜູ້ເປັນຄູຂອງເຮົາ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

              ກາບກອນ “ພຣະຄຸນແມ່”

ພຣະຄຸນແມ່                                        ເລີດຟ້າມະຫາສະໝຸດ

ພຣະຄຸນແມ່                                        ສູງສຸດມະຫາສານ

ພຣະຄຸນແມ່                                        ເລີດກ່ວາສຸທາທານ

ແມ່ສະລະງາມຍາມສາວ                       ຄາອູ້ມທ້ອງ

ແມ່ບໍ່ຮ້ອງ                                              ແມ່ທົນໄດ້

ແມ່ເຝົ້າຖະໝອມ                                  ຈົນຄັນແກ່

ຄົບສິບເດືອນ                                       ເຄື່ອນຄອດຫຼອດຊີວິດ

ແມ່ໃກ້ຊິດ                                             ລ້ຽງລູກນ້ອຍ  ຄອຍເຝິກຝົນ

ແມ່ລຳບາກ                                           ປານໃດ  ໃຈແມ່ທົນ

ຍາມອັບຈົບ                                          ແມ່ຊອກ   ລູກອູ້ມລູກຫາ

ຍາມສົງສານ                                        ຫ່ວງລູກ  ກ່ວາຊັບສິນ

ຍາມລູກກິນ                                         ແມ່ນັ່ງປ້ອນ  ນັ່ງເຝົ້າ

ແມ່ບໍ່ຜືນ                                              ບໍ່ດ່າວາຈາ  ທຸກວັນເວລາ

ຍາມລູກສຸກ                                         ແມ່ສຸກສົມ  ອາລົມຊື່ນ

ຍາມລູກຂື່ນ                                         ແມ່ຂົມ  ລະທົມກ່ວາ

ຍາມລູກໄຂ້                                          ແມ່ອົດນອນ  ຮ້ອນອຸລາ

ຍາມລູກຢາ                                          ອັບໂຊກ    ແມ່ໂສກໃຈ

ຄາວລູກຫິວ                                        ແມ່ຫິວກ່ວາ  ນ້ຳຕາຮ່ວງ

ແມ່ເປັນຫ່ວງ                                       ດິ້ນລົນຫາ  ເອົາມາໃຫ້

ຈິ່ງເຕີບໃຫຍ່                                        ດ້ວຍໄອອຸ່ນ  ທັງກ່ອມກ້ຽງ

ລ້ຽງລູກມາ                                           ດ້ວຍກະລູນາ  ຊ່ວຍຄ້ຳຈຸນ

ຈົນລອດພົ້ນ                                         ເປັນຄົນມາ

ເຖິງລຳບາກຮ່າງກາຍ                          ໃຈຫ່ວງລູກ

ດ້ວຍພັນຜູກດວງໃຈ                            ໃຫ້ຫ່ວງຫາ

ດ້ວຍວາຈາ ອັນຊາບຊື້ນ                       ທຸກວິແມ່ບົ່ງສອນ

ຄອຍເຊັດນ້ຳຕາ                                    ຍາມລະທົມ

ຄວາມຮັກປ່ຽມເມດຕາ                          ໜ້ານິຍົມ

ປະດຸລົມ ໂຊຍເຢັນ                               ໃຜເຫັນດີ

ຫອບສັງຂານ                                       ທຳງານລ້ຽງລູກນ້ອຍ

ຈົນໃຫຍ່ນ້ອຍ                                      ຈົນເຕິບໃຫ່ຽ

ຈິ່ງສົ່ງໃຫ້                                             ໄດ້ສຶກສາ ວິຊາມີ

ໃຫ້ໄດ້ດີ                                               ກ່ວາພໍ່ແມ່  ຫວັງລໍຄອຍ

ເໝືອນນົກກາ                                       ຫາເຫຍື່ອມາໃຫ້ລູກ

ໃຫ້ຄວາມສຸກ                                       ຫາຊັບໃຫ້ໃຊ້ສອຍ

ຍາມໄກພາກຈາກອຸລາ                         ຕັ້ງຕາຄອຍ ໃຈລະຫ້ອຍ  ນອນສະອື້ນຂື່ນຂົມ.

 

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄຸນນະທັມ ໑໐ ຢ່າງ.

  1. ກ້າຫານໃນທາງທີ່ຊອບ.
  2. ປະກອບດ້ວຍຄວາມຂະຫຍັນ.
  3. ໝັ່ນສຶກສາຫາຄວາມຮູ້.
  4. ກະຕັນຍູຕໍ່ຜູ້ມີຄຸນ.
  5. ສົມບູນດ້ວຍມາລະຍາດ.
  6. ບູຊາສາດສາສະນາ ແລະພັກລັດ.
  7. ເຄັ່ງຄັດຕໍ່ລະບຽບ.
  8. ບໍ່ເອົາປຽບມິດສະຫາຍ
  9. ມີຈິດໃຈແຜ່ຜາຍເອື້ອເຝື້ອ
  10. ເຊື້ອຟັງ ພໍ່ແມ່ ຄູບາອາຈານ.

 

ໂອວາດຂອງ:

Ven:khamphai sotipanyo

 

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກ ຄື ....

ຄືນ້ຳເຜຶ້ງ    ຄື ນ້ຳຕາ    ຄືຢາພິດ

ຄືຢາດນ້ຳ   ອັມມະລິດ  ອັນຊື່ນຊຸມ

ຄືເກສອນ  ດອກໄມ້    ຄືໄຟລຸມ

ຄືຄວາມກຸ້ມ  ຄືຄວາມຝັນ  ນັ້ນແຫລະຮັກ

 

ແລະຮັກໃຫ້ຄວາມໝາຍວ່າ

LOVE

L = Land  of  sorrow

O = Ocean  of  tear

V = Volley  of  death

E = End  of  life

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 18, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ສຸພາສິດ  proverbs

  • A friend in need is a friend indeed
  • ພື່ອນແທ້ຄືເພື່ອນໃນຍາມຍາກ
  • Birds of a feather flock together.
  • ຄົບຄົນພານພາໄປຫາຜິດ
  • Actions  speak louder  tham words.
  • ເຮັດດີກ່ວາເວົ້າ
  • Make  good  something  is  better  tham  make  bably.
  • ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ
  • A  rolling  stone  gathers  no  moss.
  • ຮູ້ຮັກສາຕົວລອດ ເປັນຍອດດີ

  • He  launghs  best  who  laughs  last
  • .ຫົວທີຫລັງດັງກວ່າ
  • Still  water  run  deep.
  • ນ້ຳນິ້ງໄຫລລຶກ
  • Character  is  the  most  precious  gift  of  Education.
  • ອຸປະນິໄສທີ່ດີງາມ ຄື ຂອງຂວັນອັນລ້ຳຄ່າທີ່ສຸດຂອງການສຶກສາ
  • Education  should  build  character.
  • ການສຶກສາຕ້ອງຄວນສ້າງອຸປະນິໄສທີ່ດີງາມ
  • Teacher  is  a  perpetuallearner.
  • ຄູຄືຜູ້ຮຽນຮູ້ຕະຫລອດຊີວິດ

  • The  Teachers  of  tomorrow  are  the  students  of  today.
  • ຄູໃນອານາຄົດຄືນັກຮຽນໃນມື້ນີ້

  • The  End  of  wisdom  is  free dom.
  • ປາຍທາງຂອງປັນຍາຄືອິດສະພາບ
  • The  End  of  culture  is  perfaction.
  • ປາຍທາງຂອງປັນຍາຄື ອິດສະລະພາບ
  • The  end  of  knowledge  is  love.
  • ປາຍທາງຂອງຄວາມຮູ້ ຄືວາມຮັກແລະຄວາມເມດຕາ
  • The  end  of  Education  is  character
  • ປາຍທາງຂອງການສຶກສາ ຄືອຸປະນິໄສທີ່ດີງານ.
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຄາຖາບູຊາເມຍ
”ເມຍ” ຄື ຜ.ບ.ທ.ບ. ເຊິ່ງຫຍໍ້ມາຈາກ ”ຜູ້ບັນຊາການທາງບ້ານ”
ເພາະສະນັ້ນເຮົາຈຶ່ງຕ້ອງຄາຖາບູຊາເມຍ
 
ຮັກເມຍ ຕ້ອງອົດທົນ ຕ້ອງເປັນຄົນເຄົາລົບເມຍ
ຮັກເມຍ  ຕ້ອງສົ່ງເສຍ ຢ່າໃຫ້ເມຍຕ້ອງເສຍໃຈ
ຮັກເມຍ ຕ້ອງຮັກດຽວ ຢ່າໄດ້ທ່ຽວໄປຮັກໃຜ
ຮັກເມຍ ຕ້ອງທຳໃຈ ເຖຶງຢ່າງໃດເຈົ້າກໍ່ເມຍ
ຮັກເມຍ ຢ່າຂີ້ເຫຼົ້າ ເມຍຈະເຫງາເຮົາຈະເສຍ
ຮັກເມຍ ຢ່າອ່ອນເພຍ ຄົນຮັກເມຍຕ້ອງແຂັງແຮງ
ຮັກເມຍ ຢ່າລຸນແລງ ຄ່ອຍໆແຊງຢ່າຂັບໄວ
ຮັກເມຍ ຕ້ອງນອມເມຍ ເພາະວ່າເມຍບໍ່ຍອມໃຜ
ຮັກເມຍ  ຕ້ອງເຂົ້າໃຈ ບໍ່ມີໃຜ ໃຫຍ່ກ່ວາເມຍ
ຮັກເມຍ ຢ່າຖຽງເມຍ ຄຳເວົ້າໃຫຍ່ກ່ວາໃຜ

ຊາດຫນ້າ ມີສັນໃດ ຈົງຈຳໄວ້ ຢ່າມີເມຍ(ເວົ້າຄ່ອຍໆຕອນຈົບ)


 

ຄວາມໝາຍຂອງຄຳວ່າເມຍ (WIFE)
W = Without = ປາສະຈາກ
I = Information = ແຈ້ງໃຫ້ຊາບ
F = Fighting = ຕໍ່ສູ້ (ທະເລາະ)
 E = Every Day = ທຸກໆມື້

ລວມຄວາມກັນກໍ່ຄື
Without Information Fighting Every day
ແປວ່າ : ຫາເລື່ອງທະເລາະໄດ້ທຸກໆມື້ ໂດຍປາສະຈາກບອກໃຫ້ຮູ້ລ່ວງໜ້າ  
ນີ້ກໍ່ແມ່ນຄວາມໝາຍຂອງຄຳວ່າເມຍ
ມີເມຍ   ເໝືອນມືຖື   ເປັນເໝືອນສື່ຄອຍຕິດຕາມ
ມີເມຍ   ເໝືອນມີຍາມ ຄອຍສອບຖາມໃຈ
ມີເມຍ   ເໝືອນມີບ້ານ ຢູ່ນານໆຍ່ອມເບື່ອໄດ້
ມີເມຍ   ເໝືອນມໍໂຕໄຊ ຊິ້ງໄວໄປອາດສ່ຽງຕາຍ
ມີເມຍ   ເໝືອນມີລົດຫົດລາຄາຂາຍ
ມີເມຍ   ເໝືອນຜີພາຍ ຫາກຮ່າງກາຍບໍ່ແຕ່ງເຕິມ
ມີເມຍ   ເໝືອນບັດເສິມ ຕ້ອງຄອຍເຕິມເງິນເລື່ອຍໄປ
ມີເມຍ   ເໝືອນປີສາດ   ຍາມອາລະວາດຫນ້າຕົກໃຈ
ມີເມຍ   ເໝືອນມີໄຫ ປາແດກໃສ່ໄວ້ຫຼາຍປີ
ມີເມຍ   ເໝືອນມີຄອມຕ້ອງຄອຍສ້ອມເລື່ອຍເຫຼືອທີ
ມີເມຍ   ເໝືອນປາກະດີ່ ໄດ້ນ້ຳດີກໍ່ອອກໄປ
ມີເມຍ   ເໝືອນດັ່ງເສືອ   ຂະຍ້ຳເຍື່ອຈະເຫຼືອອັນໃດ
ມີເມຍ   ເໝືອນກັນໄກ ຕັດທີໃດຂາດທຸກທີ
ມີເມຍ   ມັກຈ່າຍ ຊື້ບໍ່ລະ...ອ້າຍ 
ມີເມຍ   ມັກເຊົ້າຊີ້ບົ່ນທຸກທີທີ່ພົບກັນ
ມີເມຍ   ເໝືອນລະເຫຍໃຈ ແລ້ວເປັນຫຍັງຊອບມີກັນ
ມີເມຍ   ບໍ່ສ້າງສັນຈຳໃຫ້ຫມັ້ນຢ່າມີເມຍ
(ໃຜມີເມຍຢ່າໃຫ້ເມຍຮູ້ເດີ)