ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ການຈັດອັນດັບມະຫາໄລໂລກປະຈຳປີ ໒໐໑໒

ໂດຍມີລາຍຊື່ມະຫາໄລ ໔໐໐ ຮ້ອຍແຫ່ງໃນນັ້ນມີ ມະຫາໄລເອເຊຍຕິດອັນດັບມີ ໕໗ ແຫ່ງ ສ່ວນໃຫຍ່ຢູ່ປະເທດຈີນ,ຍີ່ປຸ່ນ ,ເກົ່າຫລີ ,ໄຕຫວັນ ,ສິງຄະໂປ ,ຮ່ອງກົງ ເປັນຕົ້ນ

ສ່ວນປະເທດໄທມີ ແຫ່ງ ຄື ມະຫາວິທະຍາໄລພຣະຈອມເກົ້າທົນບູຣີ ຕິດອັນດັບ ໓໘໙ ໃນ ໔໐໐ ອັນດັບມະຫາໄລ.(ແຕ່ປີ໒໐໑໑ ມີ ໒ ແຫ່ງທີ່ຕິດອັນດັບນັ້ນຄື ມະຫາວິທະຍາໄລມະຫິດົນ(ມມ)ຕິດອັນດັບ ໓໐໖ ແລະຈຸລາລົງກອນມະຫາວິທະຍາໄລຕິດອັນດັບ ໓໔໑ )

ສ່ວນມະຫາໄລທີ່ຕິດອັນດັບ ໑-໕ ໄດ້ແກ່

  1. ອັນດັບທີ່   ໄດ້ແກ່ California Institute of Technology (CalTech)  (ສະຖາບັນເທກໂນໂລຍີແຄລີຟໍຣເນຍ) ດ້ວຍຄະແນນລວມຮ້ອຍລະ ໙໔.໘
  2. ອັນດັບທີ່ ໄດ້ແກ່  Harvard University  (ມະຫາວິທະຍາໄລຮາຣ໌ວາຣ໌ດ)
  3. ອັນດັບທີ່ ໄດ້ແກ່ Stanford University (ມະຫາວິທະຍາໄລສະແຕນຟອຣ໌ດ) ດ້ວຍຄະແນນລວມຮ້ອຍລະ ໙໓.໙
  4. ອັນດັບທີ່ ໄດ້ແກ່ University of Oxford (ມະຫາວິທະຍາໄລ ອັອກຊຟອຣ໌ດ ) ດ້ວຍຄະແນນລວມຮ້ອຍະ ໙໓.໖
  5. ອັນດັບທີ່ ໄດ້ແກ່ Princeton University (ມະຫາວິທະຍາໄລພຣິນຊ໌ຕັນ ) ດ້ວຍຄະແນນລວມຮ້ອຍລະ ໙໒.໙
  • ໂດຍສຳນັກຈັດອັນດັບຊື່ດັງThe Times Higher Education (THE) ຂອງສຳນັກຈັດອັນດັບມະຫາວິທະຍາໄລຈາກປະເທດອັງກິດປະຈຳປີ ໒໐໑໑- ໒໑໑໒
ຂຽນເມື່ອ ຂຽນເມື່ອ: ກ.ລ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ການຄ້າໂສເພນີເດັກສາວລາວມີຈຳນວນຫລາຍໃນພື້ນທີ່ສະເຊິງເຊົາ

ນາຍຊຼວິດ ກະມົນວິສິດ (นายชูวิทย์ กมลศิษฎ์) ຫົວຫນ້າພັກຮັກປະເທດໄທເປິດຸະແຫລງຂ່າວເມື່ອວັນທີ່ ໒໙ ກໍລະກົດ ໒໐໑໒

ວ່າແຫລ່ງລວມການຄ້າໂສເພນີເດັກສາວລາວມີຈຳນວນຫລາຍໃນພື້ນທີ່ສະເຊິງເຊົາ

ລວມແລ້ວປະມານ໕໐໐ ກວ່າຄົນ ໂດຍເດັກສາວອາຍຸພຽງ ໑໓ - ໑໘ ປີ ໂດຍລາຄາຄ່າຕົວ ໒໐໐໐໐ ບາດ ຫາ ໗໐໐ ບາດ

ວ່າໃຊ້ຫນັງສືເດິນທາງ ພາສປອດ ມາຈາກວຽງຈັນແລະຫລວງພະບາງ

ລາຍລະອຽດກົດເບິ່ງວິດີໂອນີ້ http://youtu.be/DxXdcGPBSLA

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ສິນລະປິນຊາວເຊກສ້າງ"ລົດເມຍົກພື້ນ" ຕ້ອນຮັບໂອລິມປິກ

ສິນລະປິນຊາວເຊກສ້າງສັນຜົນງານລົດຍົກພື້ນ  ເພື່ອນຕ້ອນຮັບການແຂ່ງຂັນກິລາໂອລຶມປິກ ດ້ວຍການນຳລົດໂດຍສານສອງຊັ້ນ

ຊຄ່ງເປັນເອກະລັກຂອງກຸງລອນມາປັບແຕ່ງໃຫ້ເປັນລົດທີ່ສາມາດຍົກພື້ນໄດ້ແບບນັກກິລາ

ນາຍເດວຶດ ເຊີ์ຣນີ່ ສິນລະປິນຊາວເຊກ ໃນກຸງເບລເກຣດ  ປະເທດເຊີຣ์ເບຍ  ສ້າງລົດໂດຍສານຫວຶດພື້ນ  ເພື່ອຮ່ວມສະຫລອງມະຫາກຳກິລາໂອລຶມປິກ

ດ້ວຍການນຳລົດໂດຍສານສອງຊັ້ນ ເຊຶ່ງເປັນເອກະລັກຂອງກຸງລອນດອນມາຕິດແຂນກົນຂະຫນາດໃຫຍ່ ເຮັດໃຫ້ລົດໂດຍສານສາມາດຍົກຫວຶດພື້ນຂຶ້ນລົງໄດ້

ແລະພ້ອມສຽງຮ້ອງເຫມືອນນັກກິລາ ໂດຍສະເພາະເຊີ์ຣນີ່ຍ ຈະນຳລົດໂດຍສານຍົກຫວິດພື້ນໄດ້ໄປໂຊສະແດງຕົວຢູ່ມໍ່ໆ ກັບສະຖານທີ່ພັກຂອງນັກກິລາ

ເຊກທີ່ເຂົ້າຮ່ວມການແຂ່ງຂັນໂອລິມປິກ ໃນກຸງລອນດອນແລະຈະຕິດເຄື່ອງໃຫ້ລົດໂດຍສານສະແດງທ່າຍົກພື້ນໄປຈົນປິດການແຂ່ງຂັນ.

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ທ່ານ Phil Robertson ຜູ້ບໍລິຫານຂອງອົງການ Human Rights Watch ຊຶ່ງໄດ້
ດໍາເນີນບົດບາfໃນການຕິດຕາມ ແລະກວດສອບສະຖານະການກ່ຽວກັບສິດທິມະນຸດ
ໃນທົ່ວໂລກ ໂດຍລວມເຖິງປະເທດສະມາຊິກໃນກຸ່ມອາຊຽນອີກດ້ວຍນັ້ນ ໄດ້ຖະແຫຼງ
ເນັ້ນຢໍ້າວ່າ ລັດຖະບານຂອງຫຼາຍໆ ປະເທດໃນກຸ່ມອາຊຽນ ຍັງບໍ່ໄດ້ໃຫ້ຄວາມສໍາຄັນ
ຕໍ່ການມີສ່ວນຮ່ວມຂອງພາກປະຊາຊົນຢ່າງແທ້ຈິງ ທັ້ງທີ່ວ່າ ເປົ້າໝາຍທີ່ສໍາຄັນທີ່ສຸດ
ຂອງກຸ່ມອາຊຽນນັ້ນ ຄືການພັດທະນາທີ່ມີປະຊາຊົນເປັນສູນກາງໃນທຸກໆດ້ານ ຫາກ
ແຕ່ໃນພາກປະຕິບັດຕົວຈິງກັບປາກົກວ່າ ການຮ່ວມມືໃນກຸ່ມອາຊຽນຍັງຄົງເປັນພຽງ
ການຮ່ວມມືລະຫວ່າງ ພາກລັດຖະບານເທົ່ານັ້ນ
.

ທ່ານ Phil Robertson ໄດ້ຍົກຕົວຢ່າງໃຫ້ເຫັນເຖິງສະພາບດັ່ງກ່າວວ່າ ໃນກອງປະຊຸມ ສຸດຍອດຜູ້ນໍາລັດຖະບານອາຊຽນ (ASEAN SUMMIT) ຫຼືການປະຊຸມລະດັບລັດຖະ
ມົນຕີອາຊຽນທຸກໆ ຄັ້ງທີ່ຜ່ານມານັ້ນ ການລວມຕົວເພື່ອສະແດງອອກເຖິງຄວາມຕ້ອງ
ການຂອງພາກປະຊາຊົນ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈະຕ້ອງມີອັນ
ຖືກຂັດຂວາງຈາກປະເທດເຈົ້າພາບຕະຫຼອດມາ.

ທັ້ງນີ້ ໂດຍສະເພາະແມ່ນປະເທດ ທີ່ຍັງບໍ່ເປັນປະທິປະໄຕຢ່າງແທ້ຈິງ ເຊັ່ນ ຫວຽດນາມ,
ກໍາປະເຈຍ, ລາວ, ແລະບຣູໄນນັ້ນ ນອກຈາກຈະບໍ່ໃຫ້ການສົ່ງເສີມການມີສ່ວນຮ່ວມຂອງ
ພາກປະຊາຊົນ ແລະ NGO ແລ້ວກໍ່ຍັງບໍ່ເຄົາລົບຕໍ່ສິດຂັ້ນພື້ນຖານຂອງພົນລະເມືອງຂອງ
ຕົນອີກດ້ວຍ ດັ່ງທີ່ທ່ານ PhilRobertson ໄດ້ກ່າວເນັ້ນຢໍ້າວ່າ:

ສໍາລັບໃນໂອກາດກອງປະຊຸມສຸດຍອດຜູ້ນໍາລັດຖະບານຂອງອາຊຽນຄັ້ງທີ່ 20 ທີ່ໄດ້
ມີຂຶ້ນຢ່າງເປັນທາງການ ເມື່ອວັນທີ 3-4 ເມສາທີ່ຜ່ານມາຢູ່ກຸງພະນົມເປັນນັ້ນ ລັດ
ຖະບານກໍາປູເຈຍ ກໍ່ໄດ້ດໍາເນີນມາດຕະການຄວບຄຸມການລວມຕົວກັນຂອງພາກ
ປະຊາຊົນ ແລະ NGO ຢ່າງເຂັ້ມງວດ ຫາກແຕ່ວ່າ ລັດຖະບານກໍາປູເຈຍ ກໍ່ບໍ່ສາ
ມາດທີ່ຈະສົ່ງຫ້າມການລວມຕົວກັນຂອງພາກປະຊາຊົນ ແລະNGO ໄດ້ແຕ່ຢ່າງໃດ ເນື່ອງຈາກເປັນສິດທິຂອງພາກປະຊາຊົນຕາມກົດບັດອາຊຽນ ທີ່ບັງຄັບໃຊ້ນັບແຕ່ປີ
2010 ເປັນຕົ້ນມານັ້ນເອງ.

 

ທາງດ້ານພັນທະມິດ ເພື່ອເສລີພາບຂອງສື່ມວນຊົນ
ໃນເອເຊຍ (South East Asian Press Alliance
–SEAPA)
ທີ່ໄດ້ສົ່ງຕົວແທນຈາກປະເທດອັອສະ
ເຕຣເລຍເຂົ້າຮ່ວມ ໃນກອງປະຊຸມພາກປະຊາຊົນ
ຂອງອາຊຽນ (Asean People Forum) ທີ່ມີຂຶ້ນ
ໃນລະຫວ່າງວັນທີ່ 29-31 ມີນາ ເພື່ອເປັນການ
ລະດົມຄວາມຄິດເຫັນ ແລະຄວາມຕ້ອງການຈາກ
ພາກສ່ວນຕ່າງໆ ສໍາລັບນໍາສະເໜີຕໍ່ກອງປະຊຸມ
ສຸດຍອດຜູ້ນໍາລັດຖະບານອາຊຽນຄັ້ງທີ 20 ອີກ
ດ້ວຍນັ້ນ ກໍ່ລາຍງານວ່າ ຄະນະຜູ້ແທນຈາກລາວ
ບໍ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມພາກປະຊາຊົນ
ຂອງອາຊຽນໃນຄັ້ງຫລ້າສຸດນີ້ ເພາະຫລັງຈາກຄະ
ນະຜູ້ແທນດັ່ງກ່າວ ໄດ້ລົງທະບຽນເພື່ອສະແດງ
ເຈດຕະນາເຂົ້າຮ່ວມ ໃນກອງ ປະຊຸມເປັນທີ່ຮຽບ
ຮ້ອຍແລ້ວນັ້ນໄດ້ຖືກທາງການລາວ ຊັບຊ້ອນໃຫ້
ໄປເຂົ້າຮ່ວມກອງປະຊຸມ ທີ່ສະຖານທູດຝະລັ່ງເສດໃນກຸງພະນົມເປັນ ແລະໄດ້ຖືກສົ່ງກັບຄືນ
ລາວໃນມື້ຕໍ່ມາ ຈຶ່ງບໍ່ມີໂອກາດໄດ້ເຂົ້າຮ່ວມກອງປະຊຸມພາກປະຊາຊົນຂອງອາຊຽນໃນຄັ້ງ ນີ້ເລີຍ.

ແຕ່ຢ່າງໃດກໍ່ຕາມ ກອງປະຊຸມພາກປະຊາຊົນອາຊຽນໃນຄັ້ງນີ້ ກໍ່ໄດ້ຮ່ວມກັນອອກຖະແຫຼງ ການເພື່ອສະແດງການຮຽກຮ້ອງ ຕໍ່ບັນດາຜູ້ນໍາລັດຖະບານອາຊຽນໃນ 3 ດ້ານ ທີ່ສໍາຄັນ ກໍ່ຄືການຮຽກຮ້ອງໃນດ້ານເສດຖະກິດ ແລະສິ່ງແວດລ້ອມ, ດ້ານສັງຄົມ, ແລະວັດທະນະທໍາ ແລະດ້ານຄວາມໝັ້ນຄົງທາງການເມືອງ.

ບັນດາຂໍ້ຮຽກຮ້ອງທີ່ສໍາຄັນນັ້ນ ກໍ່ແມ່ນການຂໍໃຫ້ມີການແກ້ໄຂບັນຫາກ່ຽວກັບສິດໃນທີ່ດິນ
ທໍາກິນຂອງປະຊາຊົນ ການແກ້ໄຂບັນຫາສະພາວະໂລກຮ້ອນ, ການນໍາໃຊ້ຊັບພະຍາກອນ
ທໍາມະຊາດທີ່ຍືນຍົງ ການອານຸລັກສະພາບແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງ, ການ ເຄົາລົບຕໍ່ສິດທິສະເໝີພາກຂອງທຸກຊັ້ນຄົນ ແລະການເຄົາລົບຕໍ່ສິດທິເສລີພາບຂັ້ນພື້ນຖານ ທາງການເມືອງຂອງພົນລະເມືອງຢ່າງແທ້ຈິງ ເປັນຕົ້ນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 3, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຊາວໜຸ່ມແລະນັກຮຽນລາວ ເຂົ້າໄປຫຍຸ້ງກ່ຽວກັບ ບັນຫາອາຊະຍາກໍາ ຫລາຍຂຶ້ນນັບມື້

ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການ ແລະກິລາໄດ້ໃຫ້ການຍອມຮັບວ່າ ບັນຫາ
ອາຊະຍາກໍາ ທີ່ເກີດຂຶ້ນໃນລາວໃນປັດຈຸບັນນີ້ ນອກຈາກຈະມີລະດັບຄວາມຮຸນແຮງ
ຫຼາຍຂຶ້ນ ທັງຍັງເປັນອາຊະຍາກໍາທີ່ມີຫຼາຍຮູບແບບ ແລະເກີດຂຶ້ນໃນທຸກວົງການແລ້ວ ກໍຍັງປະກົດວ່າມີເຍົາວະຊົນລາວ

ທີ່ເປັນນັກຮຽນ-ນັກສຶກສາໄດ້ເຂົ້າໄປກ່ຽວຂ້ອງກັບ
ອາຊະຍາກໍາຕ່າງໆເພີ່ມຫຼາຍຂຶ້ນອີກດ້ວຍ
.

ອາຊະຍາກໍາທີ່ມີເຍົາວະຊົນລາວເຂົ້າໄປກ່ຽວຂ້ອງດ້ວຍນັ້ນ ກໍມີທັງການກະທໍາຄວາມ
ຜິດກ່ຽວກັບຊີວິດ, ຮ່າງກາຍ, ຊັບສິນ ແລະໄພສັງຄົມ. ສ່ວນສາເຫດທີ່ເຮັດໃຫ້ເຍົາວະ
ຊົນລາວ ເຂົ້າໄປກ່ຽວຂ້ອງກັບການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍໄດ້ຮັບການຢືນຢັນ
ຈາກເຈົ້າໜ້າທີ່ຂັ້ນສູງຂອງລາວວ່າ ເປັນຍ້ອນບັນຫາທາງເສດຖະກິດ ທີ່ສົ່ງຜົນກະທົບ ຕໍ່ເນື່ອງໄປເຖິງບັນຫາສັງຄົມ

ເຊັ່ນ: ບັນຫາການຢ່າຮ້າງໃນຄອບຄົວທີ່ໄດ້ສົ່ງຜົນກະທົບ
ຕໍ່ເນື່ອງເຖິງລູກຫຼານ ເຊິ່ງເປັນເງື່ອນໄຂນໍາໄປສູ່ການຕັ້ງເປັນກຸ່ມແກ້ງຂອງເຍົາວະຊົນ
ທີ່ມີການມົ່ວສຸມເສບຢາ ແລະກໍ່ອາຊະຍາກໍາໃນທີ່ສຸດ.

ນອກຈາກນີ້ ກໍມີສາເຫດມາຈາກການປ່ອຍປະ ຫຼືການບໍ່ເອົາໃຈໃສ່ຕໍ່ລູກຫຼານຂອງ
ບັນດາພໍ່ແມ່ຜູ້ປົກຄອງລ້ຽງດູລູກຫຼານຂອງພວກຕົນດ້ວຍເງິນ ແລະວັດຖຸສິ່ງຂອງ
ຕ່າງໆ ໂດຍກໍລະນີຕົວຢ່າງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດໃນປັດຈຸບັນນີ້ ກໍຄືການຊື້ລົດ
ຈັກໃຫ້ເຍົາວະຊົນໃຊ້ໄດ້ຕາມໃຈ ແລະບັນຫາທີ່ຕິດຕາມມາກໍຄື ການເສຍຄົນຂອງ
ເຍົາວະຊົນເຫຼົ່ານັ້ນ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຊີ້ແຈງ ແລະຮຽກຮ້ອງ

ໄປເຖິງບັນດາພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກສຶກສາເຫຼົ່ານັ້ນວ່າ:

ຖ້າວ່າພໍ່ແມ່ຫາກມີເວລາ ກະາກໃຫ້ມາສົ່ງ-ມາຮັບ ບໍ່ຢາກໃຫ້ເອົາລົດມາ
ໂດດດ່ຽວ
ເພາະວ່າດຽວນີ້ໜິ້ ນັກຮຽນຂອງໄທເຮົານີ້ ໄວສິບຫົກ ສິບຫ້າແມ່ນ
ໄວຄະນອງຢາກຮູ້, ຢາກທົດລອງ, ຢາກທົດສອບຫຼາຍໆ
ຢ່າງຫັ້ນນ່າ. ແຕ່ບັນ
ຫາໂຕນີ້ເຮົາກໍຕ້ອງໄດ້ຄໍານຶງເຖິງ ຄັນຖ້າວ່າຢາກໃຫ້ອານາຄົດລູກຫຼານຂອງ
ທ່ານ
ມີສິ່ງທີ່ວ່າດີຂຶ້ນຫັ່ນ ເຮົາຕ້ອງໄດ້ເບິ່ງຕັ້ງແຕ່ນີ້ໄປ ຕ້ອງໝັ່ນຊ່ວຍກັນແກ້.

ພ້ອມກັນນີ້ ເຈົ້າໜ້າທີ່ຂັ້ນສູງຂອງລາວ ກໍຍັງໄດ້ເນັ້ນຢໍ້າວ່າ ສາເຫດທີ່ສໍາຄັນອີກຢ່າງ ໜຶ່ງ

ທີ່ເຮັດໃຫ້ເຍົາວະຊົນລາວເຂົ້າໄປມີສ່ວນໃນການກໍ່ອາຊະຍາກໍາຫຼາຍຂຶ້ນນັ້ນ ກໍຄື ການຂາດໂອກາດທາງດ້ານການ

ສຶກສາໃນລະດັບທີ່ສູງກວ່າມັດທະຍົມປາຍ ໃນຂະນະ
ທີ່ເຍົາວະຊົນລາວອີກຈໍານວນບໍ່ໜ້ອຍ ທີ່ຈົບການສຶກສາຂັ້ນສູງແລ້ວນັ້ນ ກັບບໍ່ມີວຽກ
ເຮັດງານທໍາອີກດ້ວຍ.

ກ່ອນໜ້ານີ້ທ່ານນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການກະຊວງແຮງງານແລະ
ສະຫວັດດີການສັງຄົມ ໄດ້ຖະແຫຼງຊີ້ແຈງວ່າ ໃນປີ 2010 ທີ່ຜ່ານມາມີເຍົາວະຊົນລາວ
ທີ່ຈົບການສຶກສາທີ່ສູງກວ່າມັດທະຍົມປາຍ 5 ໝຶ່ນກວ່າຄົນ ທີ່ບໍ່ມີວຽກເຮັດງານທໍາ.
ນອກຈາກນັ້ນ ໃນແຕ່ລະປີ ກໍຈະມີເຍົາວະຊົນລາວຫຼາຍກວ່າໝື່ນຄົນທີ່ຈົບການສຶກສາ
ໃນລະດັບທີ່ສູງກວ່າມັດທະຍົມປາຍ ທີ່ຕ້ອງປະເຊີນກັບບັນຫາການຫວ່າງງານເພີ່ມ
ຂຶ້ນ ໃນທຸກໆປີອີກດ້ວຍ.

 

ເພາະສະນັ້ນ ຈິ່ງເຮັດໃຫ້ເຍົາວະຊົນລາວເຫຼົ່ານີ້ຕ້ອງພາກັນເດີນທາງໄປ
ລັກລອບເຮັດວຽກ ຢູ່ໃນເມືອງໄທຫຼາຍຂຶ້ນນັບມື້ ໂດຍເຊື່ອວ່າມີເຍົາວະ
ຊົນລາວ ຫຼາຍກວ່າ 4 ແສນຄົນ ທີ່ລັກລອບເຮັດວຽກຢູ່ໄທໃນທຸກມື້ນີ້
ແລະເກີນກວ່າ 60% ໃນຈໍານວນດັ່ງກ່າວນີ້ ກໍເປັນເພດຍິງ ທີ່ສ່ຽງຕໍ່
ການຖືກປີບບັງຄັບໃຫ້ຕ້ອງຂາຍບໍລິການທາງເພດອີກດ້ວຍ, ສ່ວນເຍົາ
ວະຊົນລາວ ທີ່ບໍ່ເດີນທາງໄປໄທນັ້ນ
ກໍມີທ່າອ່ຽງທີ່ຈະເຂົ້າໄປກ່ຽວຂ້ອງກັບອາຊະຍາກໍາໃນລາວ ເພີ່ມຫຼາຍຂຶ້ນດ້ວຍເຊັ່ນກັນ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 31, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ມາວິເຄາະນ້ຳຖ້ວມປະເທດລາວເຮົານຳກັນ

ຈາກກະຊວງກະສິກຳແລະປ່າໄມ້   ແລະຫນັງສືພິມເສດຖະກິດແລະສັງຄົມ ຂອງລາວໄດ້ກ່າວວ່າ

ໃນປີນີ້ເກິດມີນ້ຳຖ້ວມຫລາຍແຂວງ ແລະມີຄວາມເສຍຫາຍເກິດຂຶ້ນຢ່າງຕໍ່ເນື່ອງ.

ເຊັ່ນວ່າ ສະແດງໃຫ້ເຫັນວ່າ ສະພາບອາກາດມີຄວາມປ່ຽນແປງໄປຫລາຍແລ້ວ  ສະພາບເວດລ້ອມແລະໂລກກໍ່ມີການປ່ຽນແປງໄປ

ຄົນລາວເຮົາເຂົ້າເຖິງສື່ໃນເມືອງບ້ານຂອງຕົນນິ້ນຍັງນ້ອຍຫລາຍ  ຈະພາກັນສັງເກດ ແລະເຫັນຂໍ້ມູນປະເທດອື່ນຫລາຍກວ່າ ປະເທດຕົນເອງ

ໃນຄວາມຄິດເຫັນຂອງຂ້ອຍເອງນິ້ນສັງເກດ ເຫັນວ່າ ເມືອງລາວເຮົາກໍ່ມີການປ່ຽນແປງໄປຫລາຍ ໃນສະພາບເວດລ້ອມ ພຸມມິປະເທດ ເຫັນສັງເກດວ່າ ແຂວງວຽງຈັນ

ເກິດມີອຸທົກກະໄພນ້ຳຖ້ວມຫລາຍບ້ານເສຍຫາຍ. ແຂວງພາກໃຕ້ກໍ່ເຊັ່ນດຽວກັນ ຂ້ອຍຄິດວ່ານ້ຳຖ້ວມປີນີ້ ກໍ່ຄື ປີ໒໐໑໑ ນີ້ .

ສາເຫດກໍ່ມາຈາກການຕັດໄມ້ ທຳລາຍປ່າ .ຯຯ

ຂ້ອຍໄດ້ສັງເກດເຫັນວ່າ ເມືອງລາວເຮົາກໍ່ມີແຜ່ນດິນໄຫວແລ້ວ ເພັງລາວເຮົາຮ້ອງວ່າເມືອງລາວບໍ່ມີແຜ່ນດິນໄຫວ ແຕ່ຕອນນີ້ມັນປ່ຽນແປງໄປແລ້ວ

ຖ້າເຮົາບໍ່ຊ່ວຍກັນຫາເຫດ ແລະຜົນຂອງການເກິດນ້ຳຖ້ວມ ຜົນທີ່ຈະເກິດຂຶ້ນມາບໍ່ນ້ອຍໄປກວ່າຕ່າງປະເທດແນ່  ລອງຄິດເບິ່ງວ່າຖ້າບ້ານເມືອງເຮົາຈະເລິນກວ່ານີ້ລະ

ຖ້າເຂື່ອນໄຟຟ້ານ້ຳເທິນ໑-໒ ຄອງລະບາຍບໍ່ໄດ້ມາດຕະຖານສາກົນ ມັນກໍ່ຈະເປັນຈຸດຫນຶ່ງທີ່ເກິດນ້ຳຖ້ວມ ໃນອະນາຄົດຕໍ່ຫນ້າ ເພາະຄອງລະບາຍນ້ຳຍັງບໍ່ໄດ້ມາດຕະຖານ

ຖ້າເຮົາມີແຕ່ເບິ່ງປະເທດອື່ນ ເຊັ່ນໃນເມືອງໄທຍ ປີນີ້ເກິດນ້ຳຖ້ວມຢ່າງໃຫຽ່ຫລວງແຕ່ເຂົາມີລະບົບຄອບຄຸມທີ່ດີ ຝົນບໍ່ໄດ້ຕົກໃນກຸງເທບຫລາຍຈົນເຮັດໃຫ້ນ້ຳຖ້ວມແຕ່ຢ່າງໃດ

ເຂົາມອງສ່ວນໃຫຍ່ວ່າມັນເປັນເກມການເມືອງຕັ້ງຫາກຯ(ຖ້າຮຼ້ລະອຽດຫາຄົ້ນຄວ້າອ່ານເອງ). ປີນີ້ເກິດນ້ຳຖ້ວມຜົນເສຍຫາຍຫລາຍກວ່າ໑໒ ແຂວງ ໃນທົ່ວປະເທດ ຕາມຂ່າວລາຍງານວ່າຯຯ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

    ໄທລາວພີ່ນ້ອງກັນ

ວັນທີ່ ໒໖ ເດືອນມັງກອນ ນັກສຶກສາທີ່ຮຽນໃນລາຍວິຊາກົດໝາຍການທ່ອງທ່ຽວໄປທັດສະນະສຶກສາທີ່ດ່ານຊ່ອງເມັກ ລະຫວ່າງທາງທີ່ລົດແລ່ນຜ່ານທຸກຄົນ

ຕ່າງກໍ່ສະນຸກສະໜານເຮຮາໄປຕະຫຼວດທາງ.
ເມື່ອເຖິງຈຸດໝາຍແລ້ວທຸກຄົນລົງຈາກລົດໄປຖ່າຍຮູບກັນຢ່າງສະໜຸກສະໜານ ຈາກນັ້ນເຈົ້າຫນ້າທີ່ຕຳຫຼວດຄົນເຂົ້າເມືອງ
ໄດ້ມາບັນຍາຍຄວາມຮູ້ໃຫ້ແກ່ນັກສຶກສາ ແນະນຳວິທີປະຕິບັດຕົວເອງເມື່ອຂ້າມແດນໄປປະເທດລາວ ຕົວຢ່າງວ່າເມື່ອຄົນໄທຂ້າມໄປ
ຝັ່ງລາວແລ້ວໄປເຮັດຜິດກົດຫມາຍຢູ່ທີ່ນັ້ນແລ້ວກໍ່ຖືກດຳເນິນຄະດີກົດຫມາຍຫລືຂຶ້ນສານຢູ່ປະເທດລາວ.
     ໃນດ້ານເຄື່ອງໃຊ້ສອຍທີ່ຕ້ອງຫ້າມທີ່ນຳເຂົ້າມາເມືອງໄທກໍ່ແມ່ນຈຳພວກສິນຄ້າລະເມິດລິຂະສິດທຸກຢ່າງເຊັ່ນ ຊີດີ ,ໂທລະສັບ ມືຖື
(ທີ່ຫລາຍໆຄົນເອີ້ນວ່າໂທລະສັບຈີນແດງ) ສິນຄ້າອື່ນໆເຊັ່ນ ກ້ວຍໄມ້ ສັດປ່າ ອາວຸດ ເຫຼົ່າບໍ່ເກິນ ໑ ຂວດ ຢາສູບບໍ່ເກິນ ໑ ຊອງ ຖ້າຝ່າຝືນກວດພົບເຫັນຈະຖືກຈັບ
ປັບໃໝ ຕາມແຕ່ໂທດທີ່ໄດ້ລະບຸໄວ້ໃນກົດຫມາຍ ຫລັງຈາກເຈົ້າຫນ້າທີ່ຕຳຫລວດບັນຍາຍຈົບແລ້ວ
ຄະນະນັກສຶກສາກຸ່ມໃຫຍ່ກໍ່ໄດ້ເດິນຂ້າມໄປຝັັ່ງລາວເພື່່ອຊື້ຂອງທີ່ລະລຶກຂອງຝາກກັນຢ່າງຄຶກຄັກທີ່ຕະລາດວັງເຕົ່າທີ່ເປັນຕະລາດທີ່ຂຶ້ນຊື່ຫລາຍ
ຖ້າຜູ້ໃດມີໂອກາດໄປທ່ຽວຊ່ອງເມັກບໍ່ໄປຮອດບໍ່ໄດ້ຊົມຈະລາດວັງເຕົ່າກໍ່ຖືວ່າບໍ່ໄປຮອດຊ່ອງເມັກ.
ວັນນັ້ນອາກາດຮ້ອນຫລາຍ ແຕ່ກໍ່ຖືວ່າບໍ່ເປັນອຸປະສັກໃນການເດິນທ່ຽວຊື້ຂອງພໍແຕ່ຫຼັບຕາ ໃນມືມີແຕ່ຂອງເຕັມໄປດ້ວຍຂອງກິນ ຂອງຝາກ ຂອງທີ່ລະລຶກ ອາຈານ
ຕະການ ເຊິ່ງແມ່ນຄົນນຳທົວຣ໌“
ທ່ານ(ອາຈານນຳທ່ຽວ)ບອກວ່າສິ່ງຂອງທູກຢ່າງຖ້າຈະຊື້ຕ້ອງຂໍຕໍ່ລາຄາໃຫ້ເຫຼືອເຄິ່ງຫນິ່ງກ່ອນ ເພາະເຂົາຕິ້ງລາຄາໄວ້ສູງກວ່າລາຄາຈິງຫລາຍເທົ່າ
ເທື່ອໃຫ້ລູກຄ້າຈໍ່ລາຄາສິນຄ້າທີ່ນັ້ນສ່ວນໃຫຍ່ແລ້ວຈະເປັນສິນຄ້າລອກລຽນແບບຫຼືລະເມິດລິຂະສິດທັ້ງນັ້ນ ບໍ່ເຂົ້າໃຈວ່າລະບົບກົດຫມາຍ ລັດຖະບານ ຫຼື
ເຈົ້າຫນ້າທີ່ຕຳຫລວດຂອງປະເທດລາວເຂົາມົວນິ້ງເສິຍ
ຫຼືເຮັດອີຫຍັງຢູ່ເຖິງປ່ອຍໃຫ້ສິນຄ້າລະເມິດລິຂະສິດກະແຈກກະຈາຍຢູ່ເຕັມບ້ານເຕັມເມືອງໂດຍເບິ່ງແລ້ວເຫມືອນຈະບໍ່ມີການປາບປາມ ຄົນຂາຍກໍ່
ວາງຂາຍກັນຢ່າງເປິດເຜີຍຖືກັບວ່າເປັນເລື່ອງທຳມະດາ ເຊິ່ງແຕກຕ່າງຈາກເມືອງໄທເຮົາຫລາຍທີ່ຄ່ອຍໃສ່ໃຈຫລາຍກັບການກວດລ້າງສິ່ງ່ຜິດກົດຫມາຍ
ແລະຂອງລະເມິດລິຂະສິດ ແຕ່ກັນນັ້ນ ເທບຜີຊີດີເຖື່ອ່ນກໍ່ຍັງວາງຂາຍກັນຢູ່ທົ່ວໄປເກືອບທຸກມຸມເມືອງຂອງປະເທດໄທ
ຖ້າໃຜສັງເກດດີໆແດ່ຈະພົບເຫັນກັບພາບທີ່ຜູ້ຍິງລາວເຂົາຈະນຸ່ງຜ້າຖຸງ(ສິ້ນ)ກັນເປັນສ່ວນໃຫຍ່ ແມ່ນກະທັ້ງນັກສຶກສາລາວກໍ່ຍັງນຸ່ງຜ້າຖຸງໄປຮຽນ 
ມອງເບິ່ງຮຽບຮ້ອຍງ່າຍ ນ່າຮັກຫລາຍ ເຂົາຍັງຮັກສາການໃຊ້ຊີວິດແບບດັ່ງເດິມຂອງເຂົາເອົາໄວ້ໄດ້ທ່າມກາງການປ່ຽນແປງໄຂອງໂລກຍຸກໂລກາວິວັດນ໌
ຖ້າປະເທດໄທຂອງເຮົາອອກກົດຫມາຍໃຫ້ນັກສຶກສາໄທນຸ່ງຜ້າຖຸງມາຮຽນກໍ່ຄົງຈະດູນ່າຮັກ ຮຽບຮ້ອຍດີບໍ່ນ້ອຍເລິຍ ປັນຫາອາຊຍາກຳ ຂ່າຂົມຂືນກໍ່ຄົງຈະລົດນ້ອຍລົງ 
ປັນຫາການແອບຖ່າຍໃຕ້(ກ້ອງສິ້ນ) ນັກສຶກສາກໍ່ຈະຫມົດໄປ ເອິ້ນໄດ້ວ່າ ຍິງນົກຕົວດຽວໄດ້ນົກສອງຕົວ ຖ້າທຳໄດ້ກໍ່ຖືໄດ້ວ່າເປັນການອະນຸລັກວັດທະນະທຳໄປ
ການແຕ່ງກາຍແບບໄທໆໄປໃນຕົວໄດ້ເລິຍ.
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ຫຼາຍແຫ່ງໄຂສົກຮຽນໃໝ່ 2011-2012

ວັນທີ 02 ກັນຍາ 2011 - ເວລາ 16:24:53

ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ກ່າວ​ໃນ​ພິ­ທີ​ເປີດ​ສົກ­ຮຽນ​ໃໝ່ ປີ 2011-2012 ໃນ​ວັນ​ທີ 1 ກັນ­ຍາ 2011 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ວຽງ​ຈັນ ຊຶ່ງ​ທ່ານ​ໄດ້​ສະ­

ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ແຜນ​ງານ​ພັດ­ທະ­ນາ​ເປັນ​ໂຮງ­ຮຽນ​ຕົວ​ແບບ​ຂອງ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ຂອງ​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ວຽງ​ຈັນ ຊຶ່ງ​ເຫັນ​ໄດ້​ວ່າ​ມີ​ຄວາມ​ສອດ­ຄ່ອງ​ກັບ​

ແຜນ​ຍຸດ​ທະ​ສາດ​ໃນ​ການ​ພັດ­ທະ­ນາ​ການ​ສຶກ​ສາ​ຂອງ​ລັດ­ຖະ­ບານ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ການ​ພັດ­ທະ­ນາ​ເພື່ອ​ໃຫ້​ເປັນ​ໂຮງ­ຮຽນ​ຕົວ​ແບບ​ນັ້ນ ຄຽງ​ຄູ່​ກັບ​ການ­ຈັດ­ຕັ້ງ​ແຜນ​ພັດ­ທະ­ນາ​ດັ່ງ­ກ່າວ

ຄະ­ນະ​ອຳ­ນວຍ​ການ​ພ້ອມ​ບັນ­ດາ​ຄູ-ອາ­ຈານ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ນະ­ໂຍ­ບາຍ 6 ສ ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ເພາະ​ໃນ​ແຕ່​ລະ ສ ແມ່ນ​ມີ​ຄວາມ​ສອດ­ຄ່ອງ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​

ວຽກ​ງານ​ກິດ­ຈະ­ກຳ​ຕ່າງໆ​ຂອງ​ໂຮງ­ຮຽນ ເພື່ອ​ສ້າງ​ໂຮງ­ຮຽນ​ໃຫ້​ມີ​ຄວາມ​ສະ­ຫງົບ​ພາຍ​ໃນ ສະ­ອາດ ຈົບ­ງາມ ສີ­ຂຽວ ສະ­ຫວ່າງ ໃຫ້​ມີ​ສະ­ເໜ ແລະ ມີ​ຄວາມ​ສີ­ວິ­ໄລ.

ໃນ​ພິ­ທີ​ຄັ້ງ​ນີ້ ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຍັງ​ໄດ້​ມອບ​ເງິນ​ຈຳ­ນວນ 2 ລ້ານ​ກີບ ເພື່ອ​ເປັນ​ທຶນ​ປະ­ກອບ​ເຂົ້າ​ໃນ​ການ​ປັບ­ປຸງ​ສ້ອມ­ແປງ​ໂຮງ­ຮຽນ ຊຶ່ງ​ຂຶ້ນ​ຮັບ​ເງິນ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ ແມ່ນ​ທ່ານ ບຸນ​ຖົມ

ເຄ​ນາ​ພູມ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ມັດ­ທະ­ຍົມ ສົມ­ບູນ​ວຽງ​ຈັນ ຊຶ່ງ​ມີ​ບັນ­ດາ​ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ ພ້ອມ​ດ້ວຍ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ ຮ່ວມ​ໃນ​ພິ­ທີ​

ເປີດ​ສົກ­ຮຽນ​ໃໝ່​ຄັ້ງ​ນີ້.

ຂ່າວ​ແຈ້ງ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ ເມືອງ​ໄຊ​ເຊດ​ຖາ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່ 2011-2012 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ໜອງ​ບອນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ພອຍ​ຄຳ ຮຸ່ງ​ບຸນ​ຍວງ

ເຈົ້າ­ເມືອງ​ໄຊ​ເຊດ​ຖາ ຊຶ່ງ​ມີ​ຜູ້­ຕາງ­ໜ້າ​ຈາກ​ພະ​ແນກ​ສຶກ​ສາ​ນະ­ຄອນ­ຫຼວງ​ວຽງ​ຈັນ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ­ເມືອງ ບັນ­ດາ​ແຂກ ຄູ-ອາ­ຈານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ 1.000 ກ່ວ​າ​

ຄົນ.

ຂ່າວ​ແຈ້ງ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່​ທົ່ວ​ເມືອງ​ຂຶ້ນ ທີ່​ໂຮງ­ຮຽນ​ເອ­ກະ​ຊົນ​ຊະ­ນະ​ພົນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ວັນ​

ດີ ວົງ​ຄຳ​ມະ­ນີ ຄະ­ນະ​ປະ­ຈຳ​ພັກ​ນະ­ຄອນ­ຫຼວງ ຫົວ­ໜ້າ​ຈັດ​ຕັ້ງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ທອງ​ຄູນ ແສງ​ດາ­ລາ ເຈົ້າ­ເມືອງ​ສີ​ໂຄດ​ຕະ­ບອງ ຫົວ­ໜ້າ ຮອງ​ຫົວ­ໜ້າ​ສຶກ​ສາ​ເມືອງ ຄູ-ອາ­ຈານ ນ້ອງ​

ນັກ­ຮຽນ ຜູ້​ປົກ­ຄອງ​ນັກ­ຮຽນ ແລະ ແຂກ​ຖືກ ເຊີນ​ທົ່ວ​ເມືອງ​ເຂົ້າ​ຮ່ວມ. 

ຂ່າວ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ວັນ​ດຽວ​ກັນ​ນີ້​ທີ່​ໂຮງ­ຮຽນ ມສ ເຈົ້າ​ອະ­ນຸ­ວົງ ໄດ້​ຈັດ​ພິ­ທີ​ເປີດ​ສົກ­ຮຽນ​ໃໝ່ 2011-2012 ຂຶ້ນ ໂດຍ​ມີ​ທ່ານ ຈັນ­ທອນ ລັດ​ຖະ​ຈັກ ຮອງ​ເຈົ້າ­ເມືອງ​ຈັນ­ທະ​ບູ​ລີ ພ້ອມ​ດ້ວຍ​

ທ່ານ​ຮອງ​ຂະ­ແໜງ​ສະ­ຖິ­ຕິ​ແຜນ­ການ ພະ​ແນກ​ສຶກ​ສາ​ນະ­ຄອນ­ຫຼວງ ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ບ້ານ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ.

ຂ່າວ​ແຈ້ງ​ອີ​ກວ່າ: ທີ່​ໂຮງ­ຮຽນ ມສ ເພຍ​ວັດ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່ 2011-2012 ໃນ​ວັນ​ທີ 1 ກັນ­ຍາ 2011 ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ອຸ­ດອນ ໄຊ​ມົນ­ຕີ ເຈົ້າ­ເມືອງ​ສີ​ສັດ­ຕະ​ນາກ

ຕາງ­ໜ້າ​ຈາກ​ພະ​ແນກ​ສຶກ​ສາ​ທິ​ການ​ນະ­ຄອນ­ຫຼວງ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ­ເມືອງ ຄະ­ນະ​ອຳ­ນວຍ​ການ​ໂຮງ­ຮຽນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໃນ​ພິ­ທີ​ດັ່ງ­ກ່າວ ທ່ານ​ເຈົ້າ­ເມືອງ ຍັງ​ໄດ້​ມອບ​ອຸ­ປະ­ກອນ​ການ​ຮຽນ-ການ​ສອນ ແລະ ເງິນ​ຈຳ­ນວນ​ໜຶ່ງ ເພື່ອ​ຊຸກ­ຍູ້​ໃຫ້​ແກ່​ຂະ­ແໜງ­ການ​ສຶກ​ສາ​ຂອງ​ເມືອງ​ອີກ​ດ້ວຍ.

ຂ່າວ​ແຈ້ງ​ອີ​ກວ່າ: ໃນ​ວັນ​ດຽວ​ກັນ​ນີ້ ເມືອງ​ຈັນ­ທະ​ບູ​ລີ ກໍ​ໄດ້​ຈັດ​ພິ­ທີ​ເປີດ​ສົກ­ຮຽນ​ໃໝ່​ປະ­ຈຳ​ສົກ­ຮຽນ 2011-2012 ທີ່​ໂຮງ­ຮຽນ​ປະ­ຖົມ​ນາ​ໄຮ່​ດຽວ ໂດຍ​ມີ​ທ່ານ ອາ­ນຸ­ພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງ​

ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພະ­ນັກ­ງານ​ຄູ-ອາ­ຈານ ພໍ່​ແມ່​ນັກ­ຮຽນ ແລະ ນ້ອງ​ນັກ­ຮຽນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ຂ່າວ​ແຈ້ງ​ໃຫ້​ຮູ້​ຕື່ມ​ວ່າ: ໃນ​ຕອນ​ເຊົ້າ​ວັນ​ທີ 1 ກັນ­ຍາ 2011 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ຕົ້ນ​ສີ​ເກີດ ເມືອງ​ນາ​ຊາຍ​ທອງ ມັດ­ທະ­ຍົມ​ຕົ້ນ​ທ່າ​ມ່ວງ ເມືອງ​ຫາດ​ຊາຍ​ຟອງ ໂຮງ­ຮຽນ​ອະ­ນຸ­ບານ-ປະ­ຖົມ​ໄຊ​

ສົມ​ພອນ ເມືອງ​ໄຊ​ທາ­ນີ ໂຮງ­ຮຽນ  ມສ ນາ​ທຽມ ເມືອງ​ສັງ​ທອງ ແລະ ໂຮງ­ຮຽນ ມສ ສົມ​ສະ­ຫວາດ ເມືອງ​ປາກ​ງື່ມ ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ໄດ້​ຈັດ​ພິ­ທີ​ໄຂ​ສົກ­ຮຽນ​ໃໝ່ 2011-2012 ຢ່າງ​ເປັນ​

ທາງ​ການ ຊຶ່ງ​ແຕ່​ລະ​ແຫ່ງ​ມີ​ຄະ­ນະ​ພັກ​ນະ­ຄອນ­ຫຼວງ ຄະ­ນະ​ພັກ​ເມືອງ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ ອຳ­ນາດ​ການ​ປົກ­ຄອງ ອຳ­ນວຍ​ການ​ໂຮງ­ຮຽນ ຄູ-ອາ­ຈານ ນ້ອງ​ນັກ­ຮຽນ ແລະ ແຂກ​ຖືກ​ເຊີນ​ເຂົ້າ​

ຮ່ວມ​ຢ່າງ​ຫຼວງ­ຫຼາຍ.

<!-- Khao Other List Start -->

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ນັກຂ່າວສາວ ລະທຶກ ຂະນະຄື້ນຍັກຊັດເຂົ້າຝັ່ງ່ຂອງຈີນ
 
ວັນທີ່ 31 ຄ.ສ. 2011 ສຳນັກຂ່າວທ້ອງຖິ່ນຂອງຈີນໄດ້ເຜິຍຮູບພາບຂອງຕື້ນຍັກສູງກ່ວາ 20 ແມັດ
ຂະນະພັດເຂົ້າຝັ່ງເມືອງໄຫ່ຫນິ່ງ ໃນມົນທົນເຈີ້ຈຽງຂອງຈີນ ເຊິ່ງເຫດການດັ່ງກ່າວເປັນຈັງຫວະນັກຂ່າວສາວຄົນຫນຶ່ງ
ກຳລັງຍືນລາຍງານຂ່າວຢູ່ ແຕ່ດ້ວຍເດຊບຸນທີ່ບໍລິເວນນັ້ນມີຮົ້ວກັນ ຈຄ່ງເຮັດໃຫ້ນັກຂ່າວບໍ່ເປັນອັນຈະລາຍປານໃດ
ສຳຫລັບພື້ນທີ່ບໍລິເວນດັ່ງກ່າວເປັນຈຸດຊົມຄື້ນຂອງນັກທ່ອງທ່ຽວ ເຊິ່ງມັກຈະມີຄື້ນສູງເກິດຂຶ້ນໃນຊ່ວງວັນທີ່ ໑ - ໕ ແລະ
ວັນທີ່໑໕ - ໒໐ ຂອງທຸກເດືອນຕາມປະຕິທິນຈັນທະຣຄະຕິ ຂອງຈີນ ເິ່ງເປັນຊ່ວງນ້ຳຂຄ້ນສູງບອກກັບພາຍຸເຂົ້າ ຄື້ນຈິ່ງມີກຳລັງແຮງ
ຫລາຍກ່ວາປົກກະຕິ

ຂໍ້ມູນຈາກ :  http://news.mthai.com/news-clips/129133.html

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

 

ເອກະສານທີ່ແນບ
 
 

picture

 

    ດຣ.ຊຍັນ ວັດທະນະພູດ ກັບ ດຣ.ປະສິດ ລີປີຊາ ເປັນວິທະຍາກອນໃນການຝຶກອົບຮົມເຍົາວະຊົນ ເພື່ອທຳວິຈັຍພາກສະຫນາມໂຄງການ “ການສຳຫຼວດແລະຄົ້ນຄ້ວາການຈັດການຊັບພະຍາກອນທຳມະຊາດແບບມີສ່ວນຮ່ວມຂອງປະຊາຊົນ“ ທີ່ບ້ານລ້ອງລັນ ເມືອງຫລວງພຣະບາງ
ແຂວງຫລວງພຣະບາງ ປະເທດລາວເຮົາ ລະຫວ່າງວັນທີ່ ໑໙-໒໗ ເດືອນເມສາ ໒໐໑໑ ໂດຍຮ່ວມກັບ
ຫມ່ວຍງານ SPERI (ປະເທດຫວຽດນາມ) ແລະ CHESH-Lao ຜະແນກກະສິກຳແລະປ່າໄມ້ແຫ່ງເມືອງຫລວງພະບາງ.

ໂດຍ

ຄົນລາວລິ້ງ

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ວັນຈັນ ທີ່ ໒໓ ພືດສະພາ ໒๐໑໑   ລາວໃຫ້ຈີນສ້າງ 7 ເຂື່ອນໃນອູ່-ມຸງໄຟຟ້າສູ່ເອເຊຍ

ແມ່ນວ່າ ທ່ານທອງສິງ ທຳມວົງ ນາຍຍົກລັດຖະມົນຕີລາວຄົນໃຫມ່ຈະໄດ້ຍືນຍັນກັບ ເຫຍຽນ ເຕິ່ນຫຍຸງ ນາຍຍົກລັດຖະມົນຕີຫວຽດນາມ ໃນລະຫວ່າງ ການພົບເຈລະຈາໃນການປະຊຸມສຸດຍອດຜູ້ນຳເອເຊຍຄັ້ງທີ່໑໘ ທີ່ກຸງ ຈາກາร์ຕ້າ ປະເທດອິນໂດນີເຊຍ ເມື່ອອາທິດກ່ອນ ວ່າລັດຖະບານລາວໄດ້ຕັດສິໃຈເລື່ອນແຜນກໍ່ສ້າງເຂື່ອນໄຊຍະບູລີຢູ່ໃນແມ່ນ້ຳຂອງອອກໄປແລ້ວໃນຕອນນີ້   
 
ແລະເຖິງແມ່ນວ່ານາຍຍົກລັດຖະມົນຕີລາວຈະບໍ່ໄດ້ໃຫ້ເຫດຜົນຂອງການຕັດສິນໃຈໃນຄັ້ງນີ້ດ້ວຍກໍ່ຕາມ ແຕ່ກໍ່ເປັນທີ່ຮັບຮູ້ໂດຍທົ່ວໄປແລ້ວວ່າເປັນເພາະໂຄງການເຂື່ອນໄຊຍະບູລີນີ້ຖູກຄັດຄ້ານຢ່າງກວ້າງຂວາງຈາກເຄືອຕ່າຍປະຊາຊົນຮັກຊັບພະຍາກອນທຳມະຊາດໃນກຸ່ມແມ່ນ້ຳຂອງນັ້ນເອງ ແລະໃນໂອກາດການປະຊຸມພາກປະຊາສັງຄົມອາເຊຍທີ່ໄດ້ຈັດຄູ່ການປະຊຸມສຸດຍອດຜູ້ນຳອາເຊຍຄັ້ງທຳອິດນີ້ເຄືອຄ່າຍປະຊາຊົນຯດັງກ່າວກໍ່ຍັງໄດ້ສະແດງການຄັດຄ້ານໂຄງການເຂືອນໄຊຍະບູລີຕໍ່ບັນດາຜູ້ນຳລັດຖະບານເອເຊຍອີກດ້ວຍ
 
ຊົງລິດ ໂພນເງິນ  (ทรงฤทธิ์ โพนเงิน)
 
 
ລໍອ່ານຕໍ່ເດີວ່າໄທຈະເວົ້າຫຍັງອີກແລ້ວໂຄງການຈະດຳເດິນໄປແນວໃດ=========