ແຂວງໄຊຍະບູລີ
ແຂວງໄຊຍະບູລີ (ພາສາໄທ : ไชยบุรี , ອັງກິດ xayabouli) ເປັນແຂວງຫນື່ງທີ່ຕັ້ງຢູ່ທາງທິດຕາເວັນຕົກສຸດຂອງປະເທດ
ມີພື້ນ້ທີ່ຕິດກັບປະເທດໄທ ຄື ຈັງຫວັດຊຽງລາຍ ,ພະເຍົາ ,ນ່ານ , ອຸດຕະຣດິດ , ພິດສະນຸໂລກແລະ ຈັງຫວັດເລິຍ ເຄີຍເປັນສ່ວນຫນື່ງຂອງປະເທດ
ໄທກ່ອນເສຍດິນແດນເມືອປີ ຄ.ສ 1904 (ພ.ສ. 2447) ເຮັດໃຫ້ແຂວງນີ້ໄປຂຶ້ນກັບອິນໂດຈີນຂອງຝຣັ່ງເສດ ໄທໄດ້ກັບຄືນມາຊົ່ວຄາວໃນຊ່ວງ
ສົງຄາມໂລກຄັ້ງ້ທີ່ 2 ເມື່ອໄດ້ກັບຄືນມາຈຶງ່ຕັ້ງ້ເປັນຈັງຫວັດລ້ານຊ້າງ ແຕ່ຕ້ອງຄືນໄປເຫມືອນເດິມຫລັງສົງຄາມ
1. ເຂດການປົກຄອງ
ເມືອງ (ໄທ) | ເມືອງ (ລາວ) | ເມືອງ (ອັງກິດ) |
8-01 | | ໄຊຍະບູລີ | Sainyabuli |
8-02 | | ຄອບ | Khop |
8-03 | | ຫົງສາ | Hongsa |
8-04 | | ເງິນ | Ngeun |
8-05 | | ຊຽງຮ່ອນ | Xianghon |
8-06 | | ພຽງ | Phiang |
8-07 | | ປາກລາຍ | Paklai |
8-08 | | ແກ່ນທ້າວ | Kenthao |
8-09 | | ບໍ່ແຕນ | Boten |
8-10 | | ທົ່ງມີໄຊ | Thongmixai |
8-11 | | |
1. ສະພາບພູມມີປະເທດ
ພູມມີປະເທດທົ່ວໄປແລ້ວແຂວງໄຊຍະບູລີເປັນພູເຂົາແລະພູສູງ
ທາງທິດຕາເວັນຕົກມີປ່າໄມ້ຫນາແຫນ້ນເປັນທີ່ຕັ້ງອານຸຮັກປ່າສະຫງວນແຫ່ງຊາດ ນ້ຳພູນ ທາງຕາເວັນອອກສຸດທາງແມ່ນ້ຳຂອງ
ມີນ້ຳຕົກຫລາຍແຫ່ງເຊັ່ນ : ນາຂ່າ, ບ້ານຄຳ , ຕາດເຫືອງ ແລະອື່ນໆແຕ່ຍັງບໍ່ມີທາງໄປຮອດ ນ້ຳຕົກທີ່ມີທາງໄປຮອດສະດວກສະບາຍຢູ່
ໃກ້ຕົວເມືອງ ແລະເປັນທີ່ນິຍົມຂອງຊາວບ້ານຄື ຕາດແຈວ ສູງ 30 ແມັດ ຢູ່ໄກຈາກທ່າເດືອໄປຫນຶື່ງກິໂລແມັດ ໄຊຍະບູລີມີເຂດແດນ
ຕິດກັບປະເທດໄທຍາວ 645 ກິໂລແມັດ ຊາວພື້ນເມືອງຄື ໄທດຳ ລື້ ລາວສູງ ຍວນ (ไทดำ ไทลื้อ ขมุ ขฉิ่น กรี อาขา และมลาบ
รี) ຈຶ່ງມີອົບພະຍົບຂ້າມໄປມາລະຫວ່າງສອງປະເທດ ເປັນແຂວງທີ່ມີການຄ້າໄມ້ຊຸງຫລາຍຈຶ່ງມີຊ້າງງານຫລາຍໃນປະເທດ
2. ສະພາບພູມອາກາດ
ໂດຍທົ່ວໄປມີພູມອາກາດຄາຍຄືກັບປະເທດໄທ ຈັງຫວັດນ່ານ ແລະ ຈັງຫວັດອຸດຕຣະດິດ ແລະ ມີຝົນຕົກນ້ອຍກວ່າສອງ
ຈັງຫວັດແຕ່ມີອາກາດຫນາວກວ່າສອງຈັງຫວັດໃນປະເທດໄທ
3. ຊັບພະຍາກອນທຳມະຊາດ
ໃນເຂດພູເຂົາທີ່ຕິດກັບ ປະເທດໄທຍັງມີປ່າໄມ້ສົມບູນຢູ່ຫລາຍ ມີໄມ້ສັກແລະ ໄມ້ຄ່າ ແລະໄມ້ອື່ນໆ ທາງພາກພື້ນພາກກາງ
ແລະພາກໃຕ້ຂອງແຂວງ ສ່ວນພາກເຫນືອຂອງແຂວງມີແຮ່ທາດສຳຄັນ ເຊັ່ນ: ເຫຼັກໄຫລ , ຄຳ ,ທອງ ,ແລະແມງການິສ (แมงกานีส) ເປັນຕົນ
ແລະມີການອຸດສາຫະກຳເໝືອງຫິນແກຣນິດ (หินแกรนิต) ໃນພາກໃຕ້ຂອງແຂວງ
4. ເມືອງມີສະຖານທີ່ທ່ອງທ່ຽວແຂວງໄຊຍະບູລີ
- ເມືອງໄຊຍະບູລີ
- ເມືອງເງິນ
- ເມືອງປາກລາຍ
5. ການຄົມມະນາຄົມ
ມີຫົນທາງຕິດຕໍ່ລະຫວ່າງພາກເໝືອ ແລະ ພາກໃຕ້ຂອງແຂວງ ແລະ ເຊື່ອມຕໍ່ກັບແຂວງຫລວງພະບາງ ລວມທັງເສັ້ນທາງເຊື່ອມ
ຕໍ່ກັບຈັງຫວັດນ່ານຂອງໄທ ນອກຈາກເສັ້ນທາງເຊື່ອມຕໍ່ເມືອງຕ່າງໆແລ້ວ ຖະຫນົນເສັ້ນທາງລອງລົງມາ
ອື່ນໆຍັງຢູ່ໃນລຫວ່າງການກໍ່ສ້າງແລະປັບປຸງຫຼືເປັນເສັ້ນທາງໃນໂຄງການທີ່ກຳຫນົດແຜນກໍ່ສ້າງທົ່ວທັງແຂວງ
ຢ່າງໃດກໍ່ຕາມສາຍຫລັກກໍ່ຍັງຕ້ອງປັບປຸງໃຫ້ຮຽບຮ້ອຍສົມບູນເພື່ອໃຫ້ສາມາດສັນຈອນແລນລົດໄປມາໄດ້ຕະລອດປີ
ໂດຍສະເພາະຢ່າງຍິ່ງ່ໃນລະດູຝົນ ນອກຈາກການຄົມມະນາຄົມທາງບົກແລ້ວແຂວງໄຊຍະບູລີສາມາດເດິນທາງເຊື່ອ່ມຕໍ່ກັບເມືອງແລະແຂວງອື່ນໆ
ໄດ້ໂດຍທາງນ້ຳ ເຊິ່ງສາມາດເດິນທາງໄດ້ໂດຍທາງ ເຮືອໂດຍສະເພາະລຳແມ່ນ້ຳຂອງແຂວງໄຊຍະບູລີມີພື້ນທີ່ຕິດກັບແມ່ນ້ຳຂອງເປັນໄລຍະທາງ
ນັບໄດ້ຫລາຍຮ້ອຍກິໂລແມັດ
ການຄົມມະນາຄົມທາງອາກາດ ໂດຍທາງເຄື່ອງບິນກໍ່ສາມາດ ເຊື່ອມຕໍ່ກັບກຳແພງນະຄອນວຽງຈັນໄດ້
ໂດຍມີເດິນບິນທີ່ແຂວງໄຊຍະບູລີ ແລະເມືອງແກ່ນທ້າວ ແລະມີທ່ຽວບິນປະຈຳເດິນທາງຕິດຕໍ່ກັບນະຄອນຫລວງວຽງຈັນໄດ້
ແຕ່ທັງນີ້ຂຶ້ນຢູ່ກັບຈຳນວນຜູ້ໂດຍສານ
ເຊິ່ງເປັນປັດໄຈປະກອບສຳຄັນຂອງທ່ຽວບິນ.
ຂໍ້ມູນສະຖິຕິຂອງແຂວງໄຊຍະບູລີ :
ເນື້ອທີ່ : 16,389 ຕລ.ກມ.
ປະຊາກອນ : 382,200
ຄວາໜາແໜ້ນ : 23 ຄົນ/ຕລ.ກມ.