
ຂຽນເມື່ອ: ກ.ຍ.. 7, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ປະເທດລາວເຮົາສະໄຫມກ່ອນນັບຖືສາສະນາພາມ ເຊື່ອທູດຜີ ປີ ສາດ ມີຈິງ ມີຄວາມເຄົາລົບ ບັນພະບຸລຸດ ເຊື່ອສິ່ງທີ່ເບິ່ງບໍ່ເຫັນ ມີກາບກາບໄຫວ້ເຊື່ອຖືສິ່ງສັກສິດ
ເປັນສ່ວນໃຫຍ່ ມີວິຊາ ອາຄົມ ເກ່ງກາດ ໃນສະໄຫມກ່ອນ ແຕ່ປັດຈຸບັນນີ້ ຄົນລາວເຮົາບໍ່ຄ່ອຍເຄົາລົບນັບຖື ສິ່ງສັກສິດຄິດວ່າມັນງົມງາຍ ແຕ່ບາງຄົນຫຼືບາງບ່ອນກໍ່ຍັງນັບຖືຢູ່
ເພາະຖືວ່າປັດຈຸບັນນີ້ປ່ຽນແປງແລ້ວແມ່ນແຕ່ຄວາມສັດທາໃນສາສະນາເຮົາກໍ່ລົດນ້ອຍລົງ ສິ່ງສັກສິດກໍ່ຍ່ອມລະລາຍໄປ ຄົນສ່ວນໃຫຍ່ບໍ່ເຊື່ອຖືແລະເຄົາລົບ ແຕ່ວ່າຄົນທີ່ມີສັດຈະນັ້ນ
ແຫລະຈະມີສິ່ງສັກສິດດູແລແລະຄຸ້ມຄອງ ເຊັ່ນມີຄອບຄົວຫນຶ່ງຢູ່ບ້ານຊຽງຄວນເຂົາກັບເມຍແລະຄອບຄົວຕັ້ງອະທິຖານສັດຈະຖືສິນຫ້າ ບໍ່ຂ້າສັດ ລັກຂອງເຂົາ ເຈົ້າຊູ້ ຂີ້ຕົວະ
ແລະບໍ່ດື່ມຂອງມືນເມົາ ຄົນທີ່ຖືສິນນີ້ພຣະພຸດທະເຈົ້າຕັດວ່າ ບຸກຄົນໃດຖືສິນໃຫ້ບໍລິສຸດແລ້ວບຸກຄົນນັ້ນຍ່ອມຈະເລິນມີສຸກ ແລະປາສະຈາກໂລກໄພຕ່າງໆ
ຖ້າຕາຍໄປແລ້ວຈະໄດ້ໄປເກິດມາເປັນມະນຸດທີ່ສົມບູນແລະມີສົມບັດ. ມີມື້ຫນິຶ່ງຜູ້ເປັນຜົວອອກມາຈາກເຮືອນທີ່ຂ້າງບ້ານນັ້ນມີຕົ້ນກວ້ຍຫນື່ງຕົ້ນແລະອີກຫນຶ່ງລຳກຳລັລຂຶ້ນ
(ໄດ້ຍິນວ່າອາດຈະບໍ່ແມ່ນກວ້ຍເຮົາກິນ) ຫຼືອາດຈະເປັນກ້ວຍທີ່ຄົນໂບລານເຂົານັບຖືບໍ ຜູ້ອ່ານຫາເອງເດີກ້ວຍອີ່ຫຍັງ? ຜູ້ເປັນຜົວເດິນອອກຈາກເຮືອນມາ
ກໍ່ເຫັນຕົ້ນກ້ວຍສອງຕົ້ນນັ້ນເປັນຕົວງູກ້ຽວກັນມີແສງສະຫວ່າງລັກສະໝີເປ່ງປະກາຍອອກມາ ຫລາຍສີແສງ ຄ້າຍກັບແສງອາທິດທີ່ມີສີແດງ ຟ້າ ເຫລືອງ ທັ້ງເຈັດແສງ
ເອິ້ນເມຍມາເບິ່ງກໍ່ເຫັນ ຄືກັນ ກໍ່ເລີຍຄິດຊື້ເລກແລະໂທບອກພີ່ນ້ອງຢູ່ຕ່າງປະເທດຊື້ເລກໃຫ້ກໍ່ເລຍຖູກເລກຫລາຍລ້ານໃນສະໄຫມນັ້ນ
(ບໍ່ຮູ້ວ່າປັດຈຸບັນນີ້ຄອບຄົວນີ້ບໍ່ແມ່ນໄປຢູ່ຕ່າງປະເທດແລ້ວບໍ) ຫລັງຈາກນັ້ນທັງລູກແລະຄອບຄົວກໍ່ມີຄວາມສຸກ ດ້ວຍການຖືສິນຫ້າການຖືນີ້ຈະເຫັນຜົນໃນຊາດນີ້ແລະຊາດຫນ້າ
ສະນັ້ນສິ່ງສັກສິດກໍ່ຄືສິ່ງທີ່ເຫນືອທຳມະຊາດ ເຊັ່ນດຽວກັບການທຳນາຍໃນອານາຄົດ ວ່າໂລກຈະເກິດໄພພິບັດ ນັ້ນຖ້າເຮົາບໍ່ເຊື່ອກໍ່ຢ່າລົບລູ່ ປະມາດກັບສິ່ງເບິ່ງບໍ່ເຫັນແລະຍັງບໍ່ທັນເກິດ
ໄດ້ຍິນວ່າປະເທດຝຣັ່ງເສດນັ້ນເຂົາຕຽມພ້ອມກັບໄພພຶບັດນີ້ແລ້ວ ສ່ວນປະເທດໄທກໍ່ມີເວັບໄຊ ເຝົ້າລະວັງໄພພິບັດໂລກນີ້ແລ້ວ ແລະຍັງໄດ້ຍິນວ່າມີມະນຸດຕ່າງດ້າວລົງມາທຳງານ
ກັບຄົນເພື່ອຫລົບຫນີຈາກໄພພິບັດໂລກປັດຈຸບັນນີ້. (ຢ່າຕື່ນວິຕົກກັບການເຊື່ອລື ຮູ້ໄວດີກວ່າບໍ່ທັນຮູ້)
ກະລູນາເຂົ້າອ່ານບົດຄວາມທຳນາຍວັນສິ້ນໂລກມີຫລາຍຄົນທຳນາຍເຫມືອນກັນຫຼືຕ່າງກັນໄດ້ທີ່ : http://paipibats.blogspot.com/2011/01/2013-omega-solar-eccentric-world.html
ເລືອກກົດບົດຄວາມແຄບຂວາ คำทำนายภัยพิบัติโลก