
ຂຽນເມື່ອ: ກ.ລ.. 26, 2011
| ມີ
9 ຄຳເຫັນ
ແລະ
0 trackback(s)
ວັນຈັນ ທີ່ ໒໓ ພືດສະພາ ໒๐໑໑ ລາວໃຫ້ຈີນສ້າງ 7 ເຂື່ອນໃນອູ່-ມຸງໄຟຟ້າສູ່ເອເຊຍ
ແມ່ນວ່າ ທ່ານທອງສິງ ທຳມວົງ ນາຍຍົກລັດຖະມົນຕີລາວຄົນໃຫມ່ຈະໄດ້ຍືນຍັນກັບ ເຫຍຽນ ເຕິ່ນຫຍຸງ ນາຍຍົກລັດຖະມົນຕີຫວຽດນາມ ໃນລະຫວ່າງ ການພົບເຈລະຈາໃນການປະຊຸມສຸດຍອດຜູ້ນຳເອເຊຍຄັ້ງທີ່໑໘ ທີ່ກຸງ ຈາກາร์ຕ້າ ປະເທດອິນໂດນີເຊຍ ເມື່ອອາທິດກ່ອນ ວ່າລັດຖະບານລາວໄດ້ຕັດສິໃຈເລື່ອນແຜນກໍ່ສ້າງເຂື່ອນໄຊຍະບູລີຢູ່ໃນແມ່ນ້ຳຂອງອອກໄປແລ້ວໃນຕອນນີ້
ແລະເຖິງແມ່ນວ່ານາຍຍົກລັດຖະມົນຕີລາວຈະບໍ່ໄດ້ໃຫ້ເຫດຜົນຂອງການຕັດສິນໃຈໃນຄັ້ງນີ້ດ້ວຍກໍ່ຕາມ ແຕ່ກໍ່ເປັນທີ່ຮັບຮູ້ໂດຍທົ່ວໄປແລ້ວວ່າເປັນເພາະໂຄງການເຂື່ອນໄຊຍະບູລີນີ້ຖູກຄັດຄ້ານຢ່າງກວ້າງຂວາງຈາກເຄືອຕ່າຍປະຊາຊົນຮັກຊັບພະຍາກອນທຳມະຊາດໃນກຸ່ມແມ່ນ້ຳຂອງນັ້ນເອງ ແລະໃນໂອກາດການປະຊຸມພາກປະຊາສັງຄົມອາເຊຍທີ່ໄດ້ຈັດຄູ່ການປະຊຸມສຸດຍອດຜູ້ນຳອາເຊຍຄັ້ງທຳອິດນີ້ເຄືອຄ່າຍປະຊາຊົນຯດັງກ່າວກໍ່ຍັງໄດ້ສະແດງການຄັດຄ້ານໂຄງການເຂືອນໄຊຍະບູລີຕໍ່ບັນດາຜູ້ນຳລັດຖະບານເອເຊຍອີກດ້ວຍ
ຊົງລິດ ໂພນເງິນ (ทรงฤทธิ์ โพนเงิน)
ລໍອ່ານຕໍ່ເດີວ່າໄທຈະເວົ້າຫຍັງອີກແລ້ວໂຄງການຈະດຳເດິນໄປແນວໃດ=========