ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຄາຖາບູຊາເມຍ
”ເມຍ” ຄື ຜ.ບ.ທ.ບ. ເຊິ່ງຫຍໍ້ມາຈາກ ”ຜູ້ບັນຊາການທາງບ້ານ”
ເພາະສະນັ້ນເຮົາຈຶ່ງຕ້ອງຄາຖາບູຊາເມຍ
 
ຮັກເມຍ ຕ້ອງອົດທົນ ຕ້ອງເປັນຄົນເຄົາລົບເມຍ
ຮັກເມຍ  ຕ້ອງສົ່ງເສຍ ຢ່າໃຫ້ເມຍຕ້ອງເສຍໃຈ
ຮັກເມຍ ຕ້ອງຮັກດຽວ ຢ່າໄດ້ທ່ຽວໄປຮັກໃຜ
ຮັກເມຍ ຕ້ອງທຳໃຈ ເຖຶງຢ່າງໃດເຈົ້າກໍ່ເມຍ
ຮັກເມຍ ຢ່າຂີ້ເຫຼົ້າ ເມຍຈະເຫງາເຮົາຈະເສຍ
ຮັກເມຍ ຢ່າອ່ອນເພຍ ຄົນຮັກເມຍຕ້ອງແຂັງແຮງ
ຮັກເມຍ ຢ່າລຸນແລງ ຄ່ອຍໆແຊງຢ່າຂັບໄວ
ຮັກເມຍ ຕ້ອງນອມເມຍ ເພາະວ່າເມຍບໍ່ຍອມໃຜ
ຮັກເມຍ  ຕ້ອງເຂົ້າໃຈ ບໍ່ມີໃຜ ໃຫຍ່ກ່ວາເມຍ
ຮັກເມຍ ຢ່າຖຽງເມຍ ຄຳເວົ້າໃຫຍ່ກ່ວາໃຜ

ຊາດຫນ້າ ມີສັນໃດ ຈົງຈຳໄວ້ ຢ່າມີເມຍ(ເວົ້າຄ່ອຍໆຕອນຈົບ)


 

ຄວາມໝາຍຂອງຄຳວ່າເມຍ (WIFE)
W = Without = ປາສະຈາກ
I = Information = ແຈ້ງໃຫ້ຊາບ
F = Fighting = ຕໍ່ສູ້ (ທະເລາະ)
 E = Every Day = ທຸກໆມື້

ລວມຄວາມກັນກໍ່ຄື
Without Information Fighting Every day
ແປວ່າ : ຫາເລື່ອງທະເລາະໄດ້ທຸກໆມື້ ໂດຍປາສະຈາກບອກໃຫ້ຮູ້ລ່ວງໜ້າ  
ນີ້ກໍ່ແມ່ນຄວາມໝາຍຂອງຄຳວ່າເມຍ
ມີເມຍ   ເໝືອນມືຖື   ເປັນເໝືອນສື່ຄອຍຕິດຕາມ
ມີເມຍ   ເໝືອນມີຍາມ ຄອຍສອບຖາມໃຈ
ມີເມຍ   ເໝືອນມີບ້ານ ຢູ່ນານໆຍ່ອມເບື່ອໄດ້
ມີເມຍ   ເໝືອນມໍໂຕໄຊ ຊິ້ງໄວໄປອາດສ່ຽງຕາຍ
ມີເມຍ   ເໝືອນມີລົດຫົດລາຄາຂາຍ
ມີເມຍ   ເໝືອນຜີພາຍ ຫາກຮ່າງກາຍບໍ່ແຕ່ງເຕິມ
ມີເມຍ   ເໝືອນບັດເສິມ ຕ້ອງຄອຍເຕິມເງິນເລື່ອຍໄປ
ມີເມຍ   ເໝືອນປີສາດ   ຍາມອາລະວາດຫນ້າຕົກໃຈ
ມີເມຍ   ເໝືອນມີໄຫ ປາແດກໃສ່ໄວ້ຫຼາຍປີ
ມີເມຍ   ເໝືອນມີຄອມຕ້ອງຄອຍສ້ອມເລື່ອຍເຫຼືອທີ
ມີເມຍ   ເໝືອນປາກະດີ່ ໄດ້ນ້ຳດີກໍ່ອອກໄປ
ມີເມຍ   ເໝືອນດັ່ງເສືອ   ຂະຍ້ຳເຍື່ອຈະເຫຼືອອັນໃດ
ມີເມຍ   ເໝືອນກັນໄກ ຕັດທີໃດຂາດທຸກທີ
ມີເມຍ   ມັກຈ່າຍ ຊື້ບໍ່ລະ...ອ້າຍ 
ມີເມຍ   ມັກເຊົ້າຊີ້ບົ່ນທຸກທີທີ່ພົບກັນ
ມີເມຍ   ເໝືອນລະເຫຍໃຈ ແລ້ວເປັນຫຍັງຊອບມີກັນ
ມີເມຍ   ບໍ່ສ້າງສັນຈຳໃຫ້ຫມັ້ນຢ່າມີເມຍ
(ໃຜມີເມຍຢ່າໃຫ້ເມຍຮູ້ເດີ)
Delicious Digg Fark Twitter
ຄຳເຫັນ (24)
ກ.ພ.. 17, 2011 05:24 PM

ຫຼືທ່ານສາມາດເຂົ້າເບີ່ງຂໍ້ມູນວັນມາຄູບູຊາໄດ້ທີ່..www.kamsai.org/index.php

 
ທ.ວ.. 22, 2010 09:13 AM
pen mu num nae der 
ທ.ວ.. 22, 2010 09:13 AM
sa bai dee ja kon lor pen mu num nae der 
ທ.ວ.. 11, 2010 01:48 PM
sabyedee Lao parcitipating Youth SSEAYP 2008 jao pai duern tha lay ma wa  
ພ.ຈ.. 10, 2010 09:20 AM
ສະບາຍດີ ສຸກສັນວັນພຸດເດີໂອເລ້ 
ຕ.ລ.. 22, 2010 08:10 PM
ເມັນໜ່ອຍຊັ່ນ ເພີ່ນສິໄດ້ມີກຳລັງໃຈເຂົ້າມາຫລີ້ນພັນລາວແມະ ຮ່ະຮ່ະ 
ຕ.ລ.. 22, 2010 10:07 AM
ຄຶບ່ເຂົ້າມາເບີ່ງເຮືອນເບີ່ງຊານເລີຍເນາະ ເພີ່ນນີ່ 
ກ.ຍ.. 14, 2010 01:53 PM
hi...............tham lai u clup
 
[ສະມາຊິກຜູ້ນີ້ສາບສູນໄປແລ້ວ]
ກ.ຍ.. 10, 2010 04:46 PM
ບາຍດີ 
ສ.ຫ.. 6, 2010 12:17 PM
hi...... phu vao....  
[ສະມາຊິກຜູ້ນີ້ສາບສູນໄປແລ້ວ]
ກ.ລ.. 21, 2010 10:56 AM
ອຸ໋ຍ! ຄົນອີ່ຫຍັງໜ້າຣັກແທ້ 
ກ.ລ.. 17, 2010 12:08 AM
hi... 
ກ.ລ.. 11, 2010 11:33 PM
ບາຍດີ 
ກ.ລ.. 11, 2010 03:46 PM
ສະບາຍດີ 
ກ.ລ.. 10, 2010 04:17 PM
ກ.ລ.. 10, 2010 02:01 PM
 
ກ.ລ.. 10, 2010 08:52 AM
ສະບາຍດີເດີ 
ກ.ລ.. 9, 2010 04:14 PM
ກ.ລ.. 9, 2010 02:37 PM
sa bia D der ^^ ພົນລະເມືອງພັນລາວ 
ກ.ລ.. 9, 2010 02:36 PM
sa bia D der ^^