
ຂຽນເມື່ອ: ສ.ຫ.. 11, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ຮັກເມຍຕ້ອງອົດທົນ ຕ້ອງເປັນຄົນເຄົາລົບເມຍ
ຮັກເມຍຕ້ອງສົ່ງເສຍ ຢ່າໃຫ້ເມຍຕ້ອງສົງໄສ
ຮັກເມຍຕ້ອງຮັກດຽວ ຢ່າທ່ຽວໄປກັບໃຜ
ຮັກເມຍຕ້ອງທຳໃຈ ເຖິ່ງຢ່າງໃດຂ້ອຍກໍ່ເມຍ
ຮັກເມຍຢ່າຂີ້ເຫຼົ່າ ເມຍຈະເຫງາເຮົາຈະເສຍ
ຮັກເມຍຢ່າອ່ອນເພຍ ຄົນຮັກເມຍຕ້ອງແຂັງແຮງ
ຮັກເມຍຢ່າທ່ຽວເດິກ ຈະເກິດເສິກຜິດແດງ
ຮັກເມຍຢ່າຮຸນແຮງ ຄ່ອຍໆແຊງຢ່າຂັບໄວ
ຮັກເມຍຕ້ອງຍອມເມຍ ເພາະວ່າເມຍບໍຍອມໃຜ
ຮັກເມຍຕ້ອງເຂົ້າໃຈ ບໍ່ມີໃຜໃຫຍ່ກວ່າເມຍ