
ຂຽນເມື່ອ: ສ.ຫ.. 12, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ການທຽບປີ ພ.ສ. ກັບ ຄ.ສ ຄື:
ພ.ສ. ຫຍໍ້ມາຈາກຄຳວ່າ ພຸດທະສັກະລາດ ເຊິ່ງເປັນສັກກະລາຊຂອງທາງພຸດທະສາສະນາ ໂດຍເລິ່ມນັບ
ພ.ສ. ໑ ຫລັງຈາກປີ ພຣະພຸດທະເຈົ້າ ເຊິ່ງເປັນສາສະດາຂອງພຣະພຸດທະສາສະນາສະເດັດດັບຂັນປະລິນິພານ
ຄ.ສ. ຫຍໍ້ມາຈາກຄຳວ່າ ຄຣິດສັກກະລາຊ ເຊິ່ງເປັນສັກກະລາຊຂອງຄຣິສສາສະນາ ໂດຍເລິ່ມນັບ ຄ.
ສ. ໑ ໃນປີທີ່ພຣະເຍຊູ ເຊິ່ງເປັນສາສະດາຂອງຄຣິສສາສະນາປະສູດ ຊຶ່ງ ນະ ເວລານັ້ນ ໄດ້ມີ ພ.ສ. ລ່ວງມາແລ້ວ ໕໔໓ ປີ
ຖ້າຫາກຕ້ອງການຢາກຮູ້ປີ ພ.ສ. ໃຫ້ນຳ ໕໔໓ ມາລົບອອກຈາກປີ ພ.ສ. ເພາະວ່າປີ ຄ.ສ. ເກິດທີຫລັງປີ ພ.ສ.
ຈິ່ງມີຈຳນວນປີນ້ອຍກວ່າ
ພ.ສ. - ໕໔໓ = ຄ.ສ.
ຕົວຢ່າງເຊັ່ນ: ເອົາ ພ.ສ. ໒໕໕໔ - ໕໔໓ = ໒໐໑໑ (ຄ.ສ. ໒໐໑໑)
ຖ້າຢາກຕ້ອງການຮູ້ຈັກ ປີ ພ.ສ. ໃຫ້ນຳເອົາ ໕໔໓ ມາບວກເຂົ້າກັບປີ ຄ.ສ. ເພາະວ່າ ປີ ພ.ສ. ເກິດຂຶ້ນກ່ອນປີ
ຄ.ສ. ຈິ່ງມີຈຳນວນຫລາຍກ່ວາ
ຄ.ສ. + ໕໔໓ = ພ.ສ.
ຕົວຢ່າງ ປີ ຄ.ສ. ໑໙໙໙ + ໕໔໓ = ໒໕໔໒