
ຂຽນເມື່ອ: ກ.ຍ.. 3, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຂອງກິນ ໕ ຢ່າງຊ່ວຍຄາຍຄຽດ

ລາຍລະອຽດ
ຫຼາຍຄົນຄົງເຄີຍຕົກຢູ່ໃນສະພາບຂຸ້ນມົວໃນອາລົມ ທັງຄຽດ ວິຕົກ ຊືມເສົ້າ ເຫງົາ ຫງຸດຫງິດ ຖ້າເກິດງ່າຍແລ້ວຈາງຫາຍໄວຈະບໍ່ເປັນປັນຫາ
ແຕ່ໃຜທີ່ຄຽດນານຫາຍຫຼືຫາຍຊ້າ ນັ້ນລອງເລືອກອາຫານ ໕ ຢ່າງນີ້ມາກິນ ເພາະມີຜົນການວິໄຈຂອງຜູ້ຊ່ຽວຊານດ້ານໂຄສະນາການໃນຕ່າງປະເທດວ່າ
ຊ່ວຍປັບອາລົມໃຫ້ແຈ່ມໃຈຂຶ້ນໄດ້. ອາຫານ ໕ ຢ່າງຄື :
ກວ້ຍ : ມີທິປໂຕເຟນ ຊຶງຮ່າງກາຍຈະປ່ຽນເຊໂລໂທມິນ ເຮັດໃຫ້ອາລົມດີຂຶ້ນ ນອກຈາກນີ້ວິຕາມິນບີ ໖ ຍັງຊ່ວຍຮັກສາລະດັບນ້ຳຕານໃນເລືອດ
ວອລນັດ : ເປັນແຫ່ລງທີ່ດີຂອງໂອເມກ້າ ໓ ເຊິ່ງຊ່ວຍປ້ອງກັນໂລກຫົວໃຈແລະຫລອດເລືອດ ລວມທັງຕ້ານມະເລັງ
ຜົນວິໄຈມີພົບວ່າມີມີຜົນຕໍ່ອາລົມແລອັດຕາລົດລົງຂອງຄວາມຊືມເສົ້າ
ແກ່ນຕະເວັນ : ເຕັມໄປດ້ວຍໂຟເລດ ແລະແມກນີຊຽມ ທີ່ມີບົດບາດໃນຄວບຄຸມ ແລະສົ່ງເສິມລະດັບອາລົມ ຄາຍຄວາມວິຕົກກັງວົນ ຫງຸດຫງິດ ຊືມເສົ້າ
ນັກສຶກສາທາງວິທະຍາສາດກ່າວວ່າ ແມກນີຊຽມ ເປັນປະໂຫຍດຮັກສາໂລກຊືມເສົ້າ ລວມເຖິງອາການນອນບໍ່ຫລັບ
ດາຣ໌ກຊັອກໂກແລດ : ຊ່ວຍຕຸ້ນການລັ່ງສານເອັນດໍຣ໌ຟິນ ຍັງມີທິບໂຕເຟນເຊິງເປັກົດອະມິໂນສຳຄັນ ເຮັດຫນ້າທີ່ຄວບຄຸມເຊໂລໂທມິນ
ສານສື່ປະສາດທີ່ຄບຄຸມອາລົມ ເປັນຕົວຖ່າຍສານ ເຊໂລໂທນິນອອກມາ ຈະຊ່ວຍໃຫ້ຜ່ອນຄາຍຄວາມວິຕົກກາງວົນ
ໄຂ່ : ພົບວ່າມີສານຫລາຍຊະນິດມີບົດບາດສຳຄັນ ໃນການຜະລິດພະລັງງານ ຊ່ວຍສົ່ງເສິມສ້າງຄວາມຈຳ ແລະບັນເທົາອາການຊອງພາວະຊືມເສ້າໄດ້ດ້ວຍ
ອາຫານໃກ້ຕົວ ໕ ຢ່າງນີ້ເປັນຕົວປັບອາລົມແບບງ່າຍໆ ເໝາະສຳລັບໃຜທີ່ຄຽດແລະອາລົມເສຍ




