
ຂຽນເມື່ອ: ກ.ຍ.. 5, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ແຂວງໄຊຍະບູລີຈະສ້າງອູ່ລອຍ(ໄທ: กระเช้าลอยฟ้า) ຟ້າຈິງຫຼືບໍ
ແຂວງໄຊຍະບູລີກໍ່ເປັນແຂວງຫນຶ່ງໃນປະເທດລາວເຮົາ ຕັ້ງຢູ່ທາງພາກເຫນືອ ມີພູຜາ ປ່າໄມ້ຢ່າງຫລວງຫລາຍ ມີສາຍນ້ຳຮຸ່ງໄຫລຜ່ານ ແລະຕິດກິບແມ່ນ້ຳຂອງ ຖ້າໄດ້ໄປຢືນຢູ່ໃນຕົວເມືອງ
ເບິ່ງໄປອ້ອມຈະເຫັນແຕ່ພູ ຜາ ປ່າໄມ້ອ້ອມເຕັມໄປຫມົດ ຕອນນັ້ນຂ້ອຍຮຽນຢູ່ ມ. ປາຍ ອາຈານຄົນຫນິ່ງເວົ້າວ່າ ອານາຄົດໃນແຂວງເຮົານີ້ ຈະສ້າງອູ່ລອຍຟ້າ ຂ້າມແມ່ນ້ຳຮຸ່ງ ໄປຫາພູຊ້າງ
ຫຼືຈາຕົວເມືອງໄປຫາພູຊ້າງ ໃຜໄດ້ໄປເມືອງໄຊຍະບູລີ ທີ່ເດິນທາງມາແຕ່ຫລວງພະບາງ ແລ້ວ ເຮົາຈະເບິ່ງເຫັນພູຊ້າງ ຢູ່ທາງທິດໃຕ້ຂອງແຂວງ ຈະເຫັນພູຄາຍກັບຫົວຊ້າງ
ຖ້າຢືນຢູ່ເດິນບິນໄຊຍະໃຫ້ເບິ່ງໄປທາງບ້ານນາຕໍນ້ອຍ - ບ້ານນາຕໍໃຫຍ່ ຈະເຫັນພູຊ້າງ

