
ຂຽນເມື່ອ: ກ.ຍ.. 7, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ປະຫວັດສົມເດັດລຸນ
ສົມເດັດລຸນເປັນພຣະມະຫາເຖຣະຜູ້ໃຫຍ່ຜູ້ມີວິຊາອາຄົມມີອິດທິລິດ ມີມະຫັດສະຈັນໃນຕົວທ່ານເອງ ຄ້າຍໆ ກັບສົມເດັດໂຕ ພົມມະຣັງສີ ພຣະເກຈິ
ຂອງໄທ ໃນວັດລະຄັງໂຄສິຕາລາມ ກຸງເທບມະຫານະຄອນສະໄຫມໂນ້ນ
ສົມເດັດລຸນເປັນພຣະເຖລະຜູ້ໃຫຍ່ຂອງຊາວເມືອງຈຳປາສັກ ເກິດປະມານ ຄ.ສ. 1795 ເປັນລູກສິດຂອງພຣະຄູໂພນສະເມັກ (ຍາຄູຂີ້ຫອມ) ຜູ້ມີວະສີ (ຄວາມຊຳນານ)
ໃນການເພ່ງເດິນເລື່ອງທາດ ແລະ ກະສິນ ສຳເດັດລຸນໄດ້ສະແດງລິດ ໃຫ້ຄົນເຫັນຫລາຍຄັ້ງ ແຕ່ບໍ່ມີໃຜຈົດບັນທຶກໄວ້ ມີແຕ່ເລົ່າສືບໆຕໍ່ໆກັນມາ
ຫລວງພໍ່ພົມມາ ວັດບ້ານດົງນາທີ່ດັງໆຢູ່ໃນຕອນນີ້ ເລົ່າຟັງວ່າ ຄັ້ງຫນຶ່ງສົມເດັດລຸນເດິນທາງໄປກັບເຮືອກົນໄຟຝຣັ່ງເສດແຕ່ຝຣັ່ງບໍ່ຍອມຮັບເພາະເຫັນວ່າ
ໃນເຮືອມີຜູ້ໂດຍສານເຕັມແລ້ວ ແລະສ່ວນໃຫຍ່ກໍ່ເປັນຜູ້ຍິງອີກດ້ວຍ ຝຣັ່ງຈຶ່ງບໍ່ຮັບທ່ານແລະສາມະເນນພົມມາຜູ້ຖາຍຍ່າມໃຫ້ ພໍເຮືອກົນໄຟຝຣັ່ງອອກໄປບໍ່ດົນ
ເຮືອກໍ່ຖອຍຫລັງມາເອງ ຢຸດຢູ່ຕໍ່ຫນ້າທ່ານ ໂດຍທີ່ຝຣັ່ງຄົນຂັບກໍ່ງົງວ່າ
ຈາກນີ້ໄປຈະໄດ້ສະເຫນີປະຫວັດສົມເດັດລຸນ ຫລວງພໍ່ພະຣັງສີໄດ້ສອບຖາມຈາກ ຫລວງປູ່ສົມເດັດລຸນໂດຍຕົງເຊິງຂ້ອມູນບາງຢ່າງອາດແຕກຕ່າງຈາກຂໍ້ມູນທົ່ວໆໄປ ຄື
ສົມເດັດລຸນເກິດເມື່ອປີ ຄ.ສ. 1853 ທີ່ບ້ານຫນອງໄຮທ່າ ບ້ານເວິນໄຊ ເມືອງໂພນທອງ ແຂວງຈຳປາສັກ ປຮະເທດລາວ ໂດຍເປັນລູກຂອງ ພໍ່ບຸນເລິດ ແມ່ກອງສີ ສະຫວ່າງວົງ
ແລະທ່ານມີລັກສະນະພິເສດ ຈາກຄົນທົ່ວໄປຄືທ່ານຢູ່ໃນທ້ອງຂອງແມ່ສິບເດືອນປາຍ ແລະເວລາຄອກກໍ່ຄອກຢ່າງງ່າຍບໍ່ເຈັບປວດເຫມືອນລູກຄົນທົ່ວ ພໍ່ແມ່ຈຶ່ງ
ຕັ້ງຊື່ໃຫ້ລູກວ່າ ທ້າວລຸນ ເມື່ອຕອນເປັນເດັດນັ້ນທ້າວລຸນເປັນເຈົ້າລະບຽບ ມາຕັ້ງແຕ່ເດັກ ເປັນຄົນ ລະອຽດຮອບຄອບ ເມື່ອ່ໃຫຍ່ຂຶ້ນມາກໍ່ໄດ້ສຶກສາຮ່ຳຮຽນແລະຊ່ວຍເຫລືອຄອບຄົວ.