ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ຄວາມໝາຍຂອງການສຶກສາ

ຂ້ອຍໄດ້ອ່ານຕຳລາປັດຊະຍາການສຶກສາສຳຫຼັບຜູ້ບໍລິຫານການສຶກສາ  ໄດ້ມີນັກຄິດແລະນັກປັຊຍາໄດ້ໃຫ້ຄວາມໝາຍຂອງການສຶກສາໄວ້ຫຼາຍຄວາມໝາຍເຊິ່ງລວບລວມແລ້ວໄດ້ສິບສອງຄວາມໝາຍ  ດັ່ງຕໍ່ໄປນີ້ :

  1. ການສຶກສາ ຄື  ກະບວນການຮຽນຮູ້ເພື່ອພັດທະນາຄົນໃຫ້ເຖິງຂີດຄວາມສາມາດສູງສຸດ
  2. ການສຶກສາ ຄື  ກະບວນການພັດທະນາຄວາມສາມາດທີ່ມີມາແຕ່ເກິດຂອງທຸກຄົນ
  3. ການສຶກສາ ຄື  ກະບວນການຊ່ວຍໃຫ້ຜູ້ຮຽນຮູ້ຈັກນຳຄວາມຄິດແລະຄວາມຮູ້ອອກມາໃຊ້ຢ່າງດີທີ່ສຸດ
  4. ການສຶກສາ ຄື  ກະບວນການກະຕຸ້ນສະໝອງໃຫ້ຮັບຮູ້ ເກັບສະສົມ ແລະລວບລວມສິ່ງທີ່ມີຄ່າທັງຫຼາຍໄວ້  ແລະນຳໄປປະພຶດປະຕິບັດ
  5. ການສຶກສາ ຄື  ກະບວນການສະສົມປະສົບການທາງສັງຄົມຂອງຄົນ
  6. ການສຶກສາ ຄື  ກະບວນການອົບລົມສັ່ງສອນໃຫ້ຜູ້ຮຽນດຳລົງຊີວິດຢູ່ໃນສັງຄົມຢ່າງມີຄວາມສຸກ
  7. ການສຶກສາ ຄື  ກະບວນການຮຽນຮູ້ຈາກປະສົບການທີ່ດຳເນິນໄປຕະຫຼອດຊີວິດ
  8. ການສຶກສາ ຄື  ກະບວນການປ່ຽນແປງພຶດຕິກຳຂອງຜູ້ຮຽນໄປໃນທາງທີ່ດີງາມ
  9. ການສຶກສາ ຄື  ຄວາມຈະເລິນງອກງາມດ້ານຄວາມຮູ້ ແລະຄຸນນະທັມ
  10. ການສຶກສາ ຄື  ກະບວນການພັດທະນາຂັນຫ້າຂອງຄົນ ເຊິ່ງໄດ້ແກ່  ຮູບ , ເວທະນາ , ສັນຍາ , ສັງຂານ ແລະວິນຍານ
  11. ການສຶກສາ ຄື  ກະບວນການລົງທຸນທັບພະຍາກອນມະນຸດເພື່ອພັດທະນາປະເທດຊາດທາງດ້ານເສດຖະກິດ ສັງຄົມ ແລະການເມືອງ
  12. ການສຶກສາ ຄື  ກະບວນການຖ່າຍທອດວັດທະນະທຳໄປສູ່ຜູ້ຮຽນ

ຈາກຄຳນິຍາມທັງສິບສອງຄວາມໝາຍເທິງນັ້ນເຫັນໄດ້ວ່າການສຶກສາເປັນຂະບວນການສາມາແບ່ງໄດ້ອີກເປັນສາມກຸ່ມດັ່ງນີ້ :

  • ກຸ່ມທີ່ ໑  ມີແນວຄິດວ່າ ການສຶກສາ ຄື  ກະບວນການພັດທະນາຄວາມຮູ້  ແລະຄວາມສາມາດ ມີຢູ່ແລ້ວໃນຕົວຜູ້ຮຽນໃຫ້ມີຫຼາຍຂຶ້ນ
  • ກຸ່ມທີ່ ໒  ມີແນວຄິດວ່າ ການສຶກສາ ຄື  ກະບວນການນຳຈາກພາຍນອກໄປສະສົມ(ເພິ່ມ) ໄວ້ໃນຕົວຜູ້ຮຽນເພື່ອໃຫ້ຮູ້ຫຼາຍຂຶ້ນ ແລະກວ້າງຂຶ້ນ
  • ກຸ່ມທີ່ ໓  ມີແນວຄິດວ່າ ການສຶກສາ ຄື  ກະບວນການຕອບສະໜອງລະຫວ່າງຜູ້ຮຽນກັບສິ່ງແວດລ້ອມ

 

EDUCATION = ການສຶກສາ

E = Enlightenment.            ຄວາມຮູ້ແຈ້ງ

D = Duty  and  Devotion. ໜ້າທີ່ ແລະການອຸທິດຕົນ

U = Understanding.            ຄວາມເຂົ້າໃຈຢ່າງແທ້ຈິງ

C = Character.                     ອຸປະນິໄສທີ່ດີງາມ.

A = Action.                              ຄວາມປະພຶດຊອບ

T = Thanking.                       ຄວາມກະຕັນຍູຮູ້ຄຸນ

I = Integrity.                            ຄວາມຊື່ສັດ.

O = Oneness .                    ຄວາມເປັນເອກະພາບເປັນໜຶ່ງດຽວກັນ.

N = Nobility.                          ຄວາມສະຫງ່າງາມ.

Delicious Digg Fark Twitter